ຈົ່ງ​ຕາມ​ເຮົາ​ມາ
ພາກ​ຫ້ອຍ​ທ້າຍ ຄ: ພະຍານ​ສາມ​ຄົນ


“ພາກ​ຫ້ອຍ​ທ້າຍ ຄ: ພະຍານ​ສາມ​ຄົນ” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ພາກ​ຫ້ອຍ​ທ້າຍ ຄ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ພາກ​ຫ້ອຍ​ທ້າຍ ຄ

ພະຍານ​ສາມ​ຄົນ

ເປັນ​ເວ​ລາ​ຫລາຍ​ກວ່າ​ຫ້າ​ປີ—ຈາກ​ເວ​ລາ​ທີ່​ທູດ​ໂມ​ໂຣ​ໄນ​ໄດ້​ມາ​ຢ້ຽມ​ຢາມ​ໂຈ​ເຊັບ ສະ​ມິດ ເທື່ອ​ທຳ​ອິດ ຈົນ​ເຖິງ​ປີ 1829—ໂຈ​ເຊັບ​ເປັນ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ຖືກ​ອະນຸ​ຍາດ​ໃຫ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ. ສິ່ງນີ້​ໄດ້​ກໍ່​ໃຫ້​ເກີດ​ການ​ວິ​ຈານ ແລະ ການ​ຂົ່ມ​ເຫັງ​ຢ່າງ​ໜັກ ຈາກ​ຜູ້​ທີ່​ເຊື່ອ​ວ່າ​ເພິ່ນ​ກຳ​ລັງ​ຕົວະ​ຜູ້​ຄົນ. ທ່ານ​ຄິດ​ວ່າ ໂຈ​ເຊັບ​ໄດ້​ຮູ້​ສຶກ​ຊື່ນ​ຊົມ​ຫລາຍ​ຂະ​ໜາດໃດ, ຂະ​ນະ​ທີ່​ເພິ່ນ​ກຳ​ລັງ​ແປ​ພຣະ​ຄຳ​ພີ​ມໍ​ມອນ, ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອະ​ນຸ​ຍາດ​ໃຫ້​ຄົນ​ອື່ນ​ເຫັນ​ແຜ່ນ​ຈາ​ລຶກ ແລະ ວ່າ​​ພວກ​ເພິ່ນ​ກໍ​ຈະ​ໃຫ້ “ຖ້ອຍຄຳເຖິງ​ຄວາມ​ຈິງ​ຂອງ​ໜັງສື ແລະ ສິ່ງ​ທີ່​ຢູ່​ໃນ​ນັ້ນ​” (2 ນີໄຟ 27:12–14; ເບິ່ງ 2 ນີໄຟ 11:3; ອີເທີ 5:2–4 ນຳ​ອີກ).

ໃນ​ເດືອນ​ມິຖຸ​ນາ 1829, ອໍລີເວີ ຄາວເດີຣີ, ເດວິດ ວິດເມີ, ແລະ ມາຕິນ ແຮຣິສ ໄດ້​ຂໍ​ອະ​ນຸ​ຍາດ​ເປັນ​ພະ​ຍານ​ສາມ​ຄົນ ດັ່ງ​ຄຳ​ທຳ​ນາຍ​ທີ່​ມີ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້ອະ​ນຸ​ຍາດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເພິ່ນ (ເບິ່ງ ຄ&ພ 17) ແລະ ໄດ້​ສົ່ງ​ທູດ​ອົງ​ໜຶ່ງ​ມາ, ຜູ້​ຊຶ່ງ​ໄດ້​ສະ​ແດງ​ແຜ່ນ​ຈາ​ລຶກ​ຕໍ່​ພວກ​ເພິ່ນ. ຊາຍ​ເຫລົ່າ​ນີ້​ໄດ້​ຖືກ​ຮູ້​ຈັກ​ກັນ​ວ່າ​ເປັນ​ພະ​ຍານ​ສາມ​ຄົນ, ແລະ ປະ​ຈັກ​ພະ​ຍານ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຂອງ​ພວກ​ເພິ່ນ ກໍ​ລວມ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ສະ​ບັບ.1

ປະ​ທານ​ດາລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ເຖິງ​ເຫດ​ຜົນ​ທີ່​ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ ຈຶ່ງມີ​ພະ​ລັງ​ຫລາຍ​ທີ່​ສຸດ ດັ່ງ​ນີ້: “ປະ​ຈັກ​ພະ​ຍານ​ຂອງ​ສາມ​ຄົນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ ຢືນ​ເປັນ​ພະ​ຍານ​ດ້ວຍ​ພະ​ລັງອັນ​ຍິ່ງ​ໃຫຍ່. ແຕ່​ລະ​ຄົນ​ໃນ​ທັງ​ສາມ ໄດ້​ມີ​ເຫດ​ຜົນ ແລະ ໂອ​ກາດ​ຢ່າງ​ຫລວງ​ຫລາຍ ທີ່​ຈະ​ຍົກ​ເລີກ​ປະ​ຈັກ​ພະ​ຍານ​ຂອງ​ຕົນ ຖ້າ​ຫາກ​ມັນ​ບໍ່​ຈິງ, ຫລື ໃຫ້​ລາຍ​ລະ​ອຽດ​ທີ່​ເປັນ​ຕາ​ສົງ​ໄສ ຖ້າ​ຫາກ​ມັນ​ບໍ່​ຖືກ​ຕ້ອງ. ດັ່ງ​ທີ່​ຮູ້​ຈັກ​ກັນ​ດີ, ເພາະ​ຄວາມ​ຂັດ​ແຍ້ງ ແລະ ຄວາມ​ອິດ​ສາ​ບັງ​ບຽດ ທີ່​ກ່ຽວ​ພັນ​ກັບ​ຜູ້ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ອື່ນໆ, ສະ​ນັ້ນ​ຊາຍ​ທັງ​ສາມ​ຄົນ​ນີ້ ຈຶ່ງ​ໄດ້​ຖືກ​ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ປະ​ມານ​ແປດ​ປີ​ຫລັງ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ໄດ້​ຖືກ​ຈັດ​ພິມ. ຊາຍ​ທັງ​ສາມ​ໄດ້​ໄປ​ຕາມ​ທາງ​ຂອງໃຜ​ລາວ, ໂດຍ​ທີ່ບໍ່​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຮ່ວມ​ຫົວ​ກັນແນວ​ໃດ​ເລີຍ. ແຕ່​ຈົນ​ເຖິງ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ພວກ​ເພິ່ນ—ປະ​ມານ 12 ເຖິງ 50 ປີ ຫລັງ​ຈາກ​ທີ່​ໄດ້​ຖືກ​ຕັດ​ອອກ​ຈາກ​ສາດ​ສະ​ໜາ​ຈັກ—ບໍ່​ມີ​ຄົນ​ໃດ​ໃນ​ສາມ​ຄົນ​ນີ້ ທີ່ປ່ຽນ​ແປງ​ປະ​ຈັກ​ພະ​ຍານ​ຂອງຕົນ ທີ່​ຖືກ​ຈັດ​ພິມ ຫລື ເວົ້າ​ສິ່ງ​ໃດ​ທີ່ກໍ່​ໃຫ້​ເກີດ​ຄວາມ​ສົງ​ໄສ​ກ່ຽວ​ກັບ​ຄວາມ​ຈິງນັ້ນ.”2

ຈົນ​ເຖິງມື້​ຕາຍ, ພະ​ຍານ​ສາມ​ຄົນນີ້​ກໍ​ບໍ່​ເຄີຍ​ໂອ່ນ​ເອນ​ໃນ​ຄວາມ​ຊື່​ສັດ​ຂອງ​ພວກ​ເພິ່ນ ຕໍ່​ປະ​ຈັກ​ພະ​ຍານຂອງ​ພວກ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

ອໍລີເວີ ຄາວເດີຣີ

ຫລັງ​ຈາກ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຄືນ​ໃໝ່ ເພື່ອ​ກັບ​ເຂົ້າ​ສາດ​ສະ​ໜາ​ຈັກ ແລະ ບໍ່​ດົນ​ກ່ອນ​​ເພິ່ນເສຍ​ຊີ​ວິດ, ອໍລີເວີ​ໄດ້​ພົບ​ປະ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ ຊື່​ແອວເດີ ເຈກັບ ເກດສ໌, ຜູ້​ຜ່ານ​ມາ​ທາງ​ເມືອງ​ຣິຈ໌ມອນ, ລັດ​ມີເຊີຣີ, ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ປະ​ເທດ​ອັງ​ກິດ. ແອວ​ເດີ ເກດສ໌ ໄດ້​ຖາມ​ອໍລີເວີ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ. ລູກ​ຊາຍ​ຂອງແອວ​ເດີ ເກດສ໌ ໄດ້​ເລົ່າ​ເຖິງ​ປະ​ຕິ​ກິ​ລິ​ຍາ​ຂອງ​ອໍລີເວີວ່າ:

“ໃນ​ການ​ຖາມ​ເພິ່ນ​ດັ່ງ​ນັ້ນ ເບິ່ງ​ຄື​ວ່າ ມັນ​ເຮັດ​ໃຫ້​ອໍລີເວີ​ປະ​ທັບ​ໃຈຫລາຍ. ເພິ່ນບໍ່​ໄດ້​ຕອບ​ຈັກ​ຄຳ, ແຕ່​ໄດ້​ລຸກ​ຂຶ້ນ​ຈາກ​ຕັ່ງ​ນັ່ງ​ຂອງ​ເພິ່ນ, ໄດ້​ຍ່າງ​ໄປ​ຫາ​ຕູ້​ໄວ້​ປຶ້ມ, ແລ້ວ​ຈັບ​ເອົາ​ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ​ສະ​ບັບຊຸດ​ພິມ​ທຳ​ອິດ​ລົງ​ມາ, ໄດ້​ເປີດ​ໄປ​ຫາ​ປະ​ຈັກ​ພະ​ຍານ​ສາມ​ຄົນ, ແລະ ໄດ້​ອ່ານ​ມັນໃນ​ລັກ​ສະ​ນະ​ທີ່​ໜັກ​ແໜ້ນ, ຊຶ່ງ​ເພິ່ນ​ໄດ້​ລົງ​ນາມ​ໄວ້ ເມື່ອ​ຊາວ​ປີ​ກ່ອນ. ຂະ​ນະ​ທີ່​ຈ້ອງ​ໜ້າ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​, ເພິ່ນ​ໄດ້​ເວົ້າ​ວ່າ: ‘ເຈກັບ, ຂ້ອຍ​ຢາກ​ໃຫ້​ເຈົ້າ​ຈື່​ຈຳ​ສິ່ງ​ທີ່​ຂ້ອຍ​ໄດ້ກ່າວ​ກັບ​ເຈົ້າ. ບໍ່​ດົນ​ຂ້ອຍ​ກໍ​ຊິ​ຕາຍ​ແລ້ວ, ແລະ ມັນ​ຊິ​ມີ​ປະ​ໂຫຍດ​ຫຍັງ​ສຳ​ລັບ​ຂ້ອຍ​ທີ່​ຈະ​ຕົວະ​ເຈົ້າ? ຂ້ອຍ​ຮູ້,’ ເພິ່ນ​ເວົ້າ, ‘ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ​ໂດຍຂອງ​ປະ​ທານ ແລະ ​ໂດຍອຳ​ນາດ​ຂອງ​ພຣະ​ເຈົ້າ. ຂ້ອຍ​ໄດ້​ເຫັນ​ກັບ​ຕາ, ຂ້ອຍ​ໄດ້​ຍິນ​ກັບ​ຫູ, ແລະ ຂ້ອຍ​ໄດ້​ສຳ​ພັດ​ດ້ວຍ​ຄວາມ​ເຂົ້າ​ໃຈ, ແລະ ຂ້ອຍ​ຮູ້ວ່າ ສິ່ງ​ທີ່​ຂ້ອຍ​ກ່າວ​ເປັນ​ພະ​ຍານ ເປັນ​ຄວາມ​ຈິງ. ມັນ​ບໍ່​ແມ່ນ​ຄວາມ​ຝັນ, ມັນ​ບໍ່​ແມ່ນ​ຄວາມ​ລະ​ເມີ​ເພີ້​ຝັນ​ຢູ່​ໃນຄວາມ​ຄິດ​ຂອງ​ຂ້ອຍ—ມັນເປັນ​ຄວາມ​ຈິງ.’”3

ເດວິດ ວິດເມີ

ໃນ​ຕອນ​ເຖົ້າ​ແກ່, ເດ​ວິດ ວິດ​ເມີ ໄດ້​ຍິນ​ຂ່າວ​ລື​ວ່າ ເພິ່ນ​ໄດ້​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ. ໃນ​ການ​ຕອບ​ຕໍ່​ຄຳ​ກ່າວ​ຫານັ້ນ, ເດ​ວິດ​ໄດ້​ຢືນ​ຢັນ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ຄືນ​ໃໝ່ ໃນ​ຈົດ​ໝາຍ​ທີ່​ລົງ​ໜັງ​ສື​ພິມ​ຂອງ​ທ້ອງ​ຖິ່ນ, ຊື່ Richmond Conservator:

“ວ່າ​ໂລກ​ຈະ​ຮູ້​ຄວາມ​ຈິງ, ຊຶ່ງຂ້າ​ພະ​ເຈົ້າ​ຢືນ​ເປັນ​ພະ​ຍານ​ໃນ​ເວ​ລານີ້, ຄື​ກັນ​ກັບ​ໃນ​ເວ​ລານັ້ນ, ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໃນ​ຄວາມ​ຢຳ​ເກງ​ຕໍ່​ພຣະ​ເຈົ້າ ເປັນ​ເທື່ອ​ສຸດ​ທ້າຍ, ເພື່ອ​ໃຫ້​ຄຳຖະ​ແຫລງ​ສາ​ທາ​ລະ​ນະ​ນີ້:

“ບໍ່​ວ່າ​ຈະ​ເປັນ​ໃນ​ເວ​ລາ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ປະ​ຕິ​ເສດ​ປະ​ຈັກ​ພະ​ຍານນັ້ນ, ຫລື ພາກ​ສ່ວນ​ໃດ​ໜຶ່ງ​ໃນ​ນັ້ນ, ຊຶ່ງ​ຖືກ​ຈັດ​ພິມ​ຢູ່​ໃນ​ພຣະ​ຄຳ​ພີມໍ​ມອນ​ມາ​ໄດ້​ດົນ​ນານ​ແລ້ວ, ໃນ​ຖາ​ນະ​ພະ​ຍານ​ຄົນ​ໜຶ່ງ​ໃນ​ພະ​ຍານ​ສາມ​ຄົນ. ຄົນ​ທີ່​ຮູ້​ຈັກ​ຂ້າ​ພະ​ເຈົ້າ​ດີ​ທີ່​ສຸດ, ກໍ​ຮູ້​ດີ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຍຶດ​ໝັ້ນ​ຢູ່​ກັບ​ປະ​ຈັກ​ພະ​ຍານນັ້ນ​ສະ​ເໝີ​ມາ. ແລະ ເພື່ອວ່າບໍ່​ໃຫ້​ຄົນ​ໃດ​ເຂົ້າ​ໃຈ​ຜິດ ຫລື ສົງ​ໄສ​ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພະ​ຍານ​ດັ່ງ​ກ່າວ, ຂ້າ​ພະ​ເຈົ້າ​ຈຶ່ງຂໍ​ຢືນ​ຢັນ​ຄືນ​ອີກ ເຖິງ​ຄວາມ​ຈິງ​ຢູ່​ໃນ​ບົດ​ຄວາມ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຂ້າ​ພະ​ເຈົ້າໄດ້​ເຮັດ​ໃນ​ເວ​ລານັ້ນ ແລະ ມັນ​ໄດ້​ຖືກ​ຈັດ​ພິມ.

“‘ຜູ້​ໃດ​ມີ​ຫູ ກໍ​ໃຫ້​ຟັງ​ເອົາ,’ ມັນ​ບໍ່​ໄດ້​ເປັນ​ການ​ລວງ​ຕາ! ມັນ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ—ແລະ ຜູ້​ໃດທີ່​ອ່ານ​ມັນ ກໍ​ໃຫ້​ຜູ້ນັ້ນ​ໄດ້​ຮັບ​ຄວາມ​ເຂົ້າ​ໃຈ.”4

ມາຕິນ ແຮ​ຣິສ

ຄື​ກັນ​ກັບ​ອໍລີເວີ ຄາວເດີຣີ, ມາຕິນ ແຮຣິສ ໄດ້​ໜີ​ໄປ​ຈາກ​ສາດ​ສະ​ໜາ​ຈັກ​ຊົ່ວ​ໄລ​ຍະ​ໜຶ່ງ ແຕ່​ໃນ​ທີ່​ສຸດ​ກໍ​ໄດ້ຮັບ​ບັບ​ຕິ​ສະ​ມາ​ຄືນ​ໃໝ່. ໃນຕອນ​ເຖົ້າ​ແກ່, ​ເພິ່ນ​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ເປັນ​ຜູ້​ໜຶ່ງ​ທີ່​ຖື​ພຣະ​ຄຳ​ພີ​ມໍ​ມອນ​ຕິດ​ມື​ໄປ​ນຳສະ​ເໝີ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ມັນ ຕໍ່​ທຸກ​ຄົນ​ທີ່​ຮັບ​ຟັງ​ວ່າ: “ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນແມ່ນ​ຈິງ​ແທ້. ແລະ ເຖິງ​ແມ່ນ​ຖ້າ​ຫາກ​ມະ​ນຸດ​ທັງ​ໝົດ​ປະ​ຕິ​ເສດ​ຄວາມ​ຈິງ​ຂອງ​ປຶ້ມນັ້ນ, ແຕ່ຂ້າ​ພະ​ເຈົ້າ​ຈະ​ບໍ່​ມີ​ວັນ​ປະ​ຕິ​ເສດ​ມັນ. ຂ້າ​ນ້ອຍບໍ່​ສາ​ມາດ​ປ່ຽນ​ໃຈ. ໂອ້ ພຣະ​ອົງ​ເຈົ້າ, ຂ້າ​ນ້ອຍບໍ່​ສາ​ມາດ​ປ່ຽນ​ໃຈ! ຂ້າ​ນ້ອຍ​ບໍ່​ສາ​ມາດ​ຮູ້ ຫລື ແນ່​ໃຈຫລາຍ​ໄປ​ກວ່ານີ້.”5

ໂຈດ ກາດຟະຣີ, ເພື່ອນ​ຄົນ​ໜຶ່ງ​ຂອງ​ມາ​ຕິນ, ໄດ້​ຂຽນ​ວ່າ: “ສອງ​ສາມ​ຊົ່ວ​ໂມງ​ກ່ອນ​ເພິ່ນ​ເສຍ​ຊີ​ວິດ … ຂ້າ​ພະ​ເຈົ້າ​ໄດ້​ຖາມ [ມາຕິນ] ຖ້າ​ຫາກ​ເພິ່ນ​ຮູ້​ສຶກ​ແມ່ນ​ແຕ່​ໜ້ອຍ​ໜຶ່ງວ່າ ສິ່ງ​ທີ່​ຖືກ​ຂຽນ ແລະ ຖືກບອກ​ກ່ຽວ​ກັບ​ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ບໍ່​ເປັນ​ຄວາມ​ຈິງ ຫລື ເປັນ​ຄຳ​ຕົວະ, ເພິ່ນ​ຕອບ​ດັ່ງ​ທີ່​ເຄີຍເຮັດ … ແລະ ເວົ້າ​ວ່າ: ‘ພຣະ​ຄຳ​ພີ​ມໍ​ມອນບໍ່​ແມ່ນ​ຂອງ​ປອມ. ຂ້ອຍ​ຮູ້ແທ້ໆ. ຂ້ອຍ​ໄດ້​ເຫັນ​ກັບ​ຕາ ແລະ ໄດ້​ຍິນ​ກັບ​ຫູ. ຂ້ອຍ​ໄດ້​ເຫັນ​ແຜ່ນ​ຈາ​ລຶກ​ຄຳ ຊຶ່ງພຣະ​ຄຳ​ພີ​ມໍ​ມອນ ຖືກ​ຂຽນ​ຂຶ້ນ​ມາ. ທູດ​ສະ​ຫວັນ​ອົງ​ໜຶ່ງ​ໄດ້​ມາ​ປະ​ກົດ​ຕໍ່ຂ້ອຍ ແລະ ຄົນ​ອື່ນໆ ແລະ ໄດ້​ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ຂອງ​ບັນ​ທຶກ​ດັ່ງ​ກ່າວ, ແລະ ຖ້າ​ຫາກ​ຂ້ອຍ​ໄດ້​ຕົວະ​ຕົວ​ເອງ ແລະ ໄດ້ສາ​ບານ​ເທັດ​ຕໍ່​ປະ​ຈັກ​ພະ​ຍານ​ທີ່​ຂ້ອຍ​ກຳ​ລັງ​ກ່າວ​ຢູ່ນີ້ ຂ້ອຍ​ຄົງ​ຊິເປັນ​ເສດ​ຖີ​ແລ້ວ, ແຕ່​ຂ້ອຍບໍ່​ສາ​ມາດ​ເປັນ​ພະ​ຍານໃນ​ແບບ​ອື່ນ ທີ່ນອກ​ເໜືອ​ໄປ​ຈາກ​ທີ່​ຂ້ອຍ​ໄດ້​ເຮັດ ແລະ ກຳ​ລັງ​ເຮັດ​ຢູ່ນີ້ ເພາະ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ.’”6

“ດ້ວຍ​ປາກ​ຂອງ​ພະ​ຍານ​ຫລາຍ​ປາກ​ເທົ່າ​ທີ່​ພຣະ​ອົງ​ເຫັນ​ວ່າ​ດີ”

ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ ຖື​ວ່າ​ໜ້າ​ປະ​ທັບ​ໃຈ​ຫລາຍ​ທີ່​ສຸດ ເມື່ອ​ຄິດ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ ທັງ​ໃນ ແລະ ນອກ​ສາດ​ສະ​ໜາ​ຈັກ.7 ເຖິງ​ແມ່ນ​ທັງ​ໝົດ​ນີ້, ອໍລີເວີ, ເດວິດ, ແລະ ມາຕິນ ກໍບໍ່​ເຄີຍ​ຢຸດ​ເປັນ​ພະ​ຍານ​ເຖິງ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ແປ​ໂດຍຂອງ​ປະ​ທານ ແລະ ໂດຍອຳ​ນາດ​ຂອງ​ພຣະ​ເຈົ້າ. ແລະ ພວກ​ເພິ່ນ​ບໍ່​ໄດ້​ເປັນ​ຄົນ​ດຽວ​ເທົ່າ​ນັ້ນ.

ໃນ​ສະ​ໄໝ​ບູ​ຮານ, ນີໄຟ​ໄດ້​ປະ​ກາດ​ວ່າ, “ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເລີ່ມ​ນຳ​ເອົາ​ຂໍ້ຄວາມ​ໃນ​ໜັງສື​ອອກ​ມາ; ແລະ ດ້ວຍ​ປາກ​ຂອງ​ພະຍານ​ຫລາຍ​ປາກ​ເທົ່າ​ທີ່​ພຣະ​ອົງ​ເຫັນ​ວ່າ​ດີ ພຣະ​ອົງ​ຈະສະ​ຖາ​ປະ​ນາພຣະ​ຄຳ​ຂອງ​ພຣະ​ອົງ​ໄວ້” (2 ​ນີໄຟ 27:14). ນອກ​ເໜືອ​ຈາກ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ແລະ ພະ​ຍານ​ສາມ​ຄົນ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຍັງ​ໄດ້​ເລືອກ​ພະ​ຍານ​ອີກ​ແປດ​ຄົນ ໃຫ້​ເຫັນ​ແຜ່ນ​ຈາ​ລຶກ. ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ກໍ​ລວມ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທຸກ​ເຫລັ້ມ​ຄືກັນ. ຄື​ກັນ​ກັບ​ອໍລີເວີ, ເດວິດ, ແລະ ມາຕິນ, ພະ​ຍານ​ແປດ​ຄົນ​ໄດ້ຍຶດ​ໝັ້ນ​ຢ່າງ​ຈິງ​ໃຈ​ຕໍ່​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ ເຖິງ​ພຣະ​ຄຳ​ພີ​ມໍ​ມອນ ແລະ ພະ​ຍານ​ຂອງ​ພວກ​ເພິ່ນ​ເຖິງ​ແຜ່ນ​ຈາ​ລຶກ​ຄຳ.

ວິວລຽມ ອີ ມິກລີລິນ ໄດ້​ເປັນຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ລຸ້ນ​ທຳ​ອິດ ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ ທີ່ຮູ້​ຈັກ​ພະ​ຍານ​ຫລາຍ​ຄົນຂອງ​ພຣະ​ຄຳ​ພີ​ມໍ​ມອນ ເປັນ​ສ່ວນ​ຕົວ. ໃນ​ທີ່​ສຸດ​ວິວລຽມ​ກໍ​ໄດ້​ໜີ​ໄປ​ຈາກ​ສາດ​ສະ​ໜາ​ຈັກ, ແຕ່​ລາວ​ຍັງ​ຮູ້​ສຶກ​ຊາບ​ຊຶ້ງ​ກັບ​ປະ​ຈັກ​ພະ​ຍານ​ທີ່ມີ​ພະ​ລັງ​ຫລາຍ​ທີ່​ສຸດ ທີ່​ລາວ​ໄດ້​ຍິນ​ຈາກ​ພະ​ຍານ​ເຫລົ່າ​ນັ້ນ.

“ບັດ​ນີ້ຂ້າ​ພະ​ເຈົ້າ​ຈະ​ຖາມ,” ທ່ານ​ມິກລີລິນ ໄດ້​ຂຽນ​ໃນ​ບັ້ນ​ທ້າຍ​ຊີ​ວິດ​ຂອງ​ເພິ່ນ, “ຂ້າ​ພະ​ເຈົ້າ​ຈະສົງ​ໄສ​ກຸ່ມ​ພະ​ຍານ​ທີ່​ຊື່​ສັດ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ, ຜູ້​ໄດ້​ເປັນ​ພະ​ຍານ​ຢ່າງ​ສົມ​ເຫດ​ສົມ​ຜົນ ແລະ ໜັກ​ແໜ້ນນັ້ນ? ຊາຍ​ເຫລົ່າ​ນີ້ຂະ​ນະ​ທີ່​ຊີ​ວິດ​ກຳ​ລັງ​ກ້າວ​ໜ້າ, ໄດ້​ເຫັນ​ພາບ​ນິ​ມິດ​ຂອງ​ທູດ​ສະ​ຫວັນ, ແລະ ໄດ້​ເປັນ​ພະ​ຍານ​ຕໍ່ຜູ້​ຄົນ​ທັງ​ປວງ. ແລະ ຊາຍ​ແປດ​ຄົນ​ໄດ້​ເຫັນ​ແຜ່ນ​ຈາ​ລຶກ, ແລະ ໄດ້​ຈັບ​ບາຍ​ມັນ. ດັ່ງ​ນັ້ນ ຊາຍ​ເຫລົ່າ​ນີ້​ທັງ​ໝົດ​ຈຶ່ງ​ຮູ້​ວ່າ ສິ່ງ​ທີ່​ພວກ​ເພິ່ນ​ປະ​ກາດ​ນັ້ນ​ເປັນ​ຄວາມ​ຈິງ. ແລະ ພວກ​ເພິ່ນ​ໄດ້​ປະ​ກາດ​ເຖິງ​ສິ່ງນັ້ນ ຕອນ​ທີ່​ພວກ​ເພິ່ນ​ຍັງ​ໜຸ່ມ, ແລະ ໃນ​ເວ​ລານີ້​ຕອນ​ທີ່​ພວກ​ເພິ່ນ​ເຖົ້າ​ແກ່ ກໍ​ຍັງ​ປະ​ກາດເລື່ອງ​ດຽວ​ກັນ​ນັ້ນ.”8

ເຖິງ​ແມ່ນ​ວ່າ ເຮົາ​ບໍ່​ເຄີຍ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ ດັ່ງ​ທີ່​ຜູ້​ເປັນ​ພະ​ຍານ​ໄດ້​ເຫັນ, ແຕ່​ເຮົາ​ກໍ​ສາ​ມາດ​ໄດ້​ຮັບ​ພະ​ລັງ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ໄດ້. ເຖິງ​ແມ່ນ​ເວ​ລາ​ຊື່​ສຽງ​ຂອງ​ພວກ​ເພິ່ນ​ຖືກ​ທ້າ​ທາຍ ແລະ ຄວາມ​ປອດ​ໄພ ແລະ ຊີ​ວິດ​ຂອງ​ພວກ​ເພິ່ນ​ຖືກ​ຂູ່​ເຂັນ ເພາະ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ, ຊາຍ​ຜູ້​ຊື່​ສັດ​ທີ່​ກ້າ​ຫານ​ເຫລົ່າ​ນີ້ ກໍ​ຍັງ​ຍຶດ​ໝັ້ນ​ຢ່າງ​ຈິງ​ໃຈເໝືອນ​ເດີມ ຕໍ່​ພະ​ຍານ​ຂອງ​ພວກ​ເພິ່ນ ຈົນ​ເຖິງມື້​ຕາຍ.

  1. ໃຫ້​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ພວກ​ເພິ່ນ ຢູ່​ໃນ Saints: The Story of the Church of Jesus Christ in the Latter Days, vol. 1, The Standard of Truth, 1815–1846 (2018), 73–75.

  2. Dallin H. Oaks, “The Witness: Martin Harris,” Ensign, May 1999, 36.

  3. Jacob F. Gates, “Testimony of Jacob Gates,” Improvement Era, Mar. 1912, 418–19.

  4. ໃນ Lyndon W. Cook, ed., David Whitmer Interviews: A Restoration Witness (1991), 79.

  5. ໃນ Mitchell K. Schaefer, “The Testimony of Men: William E. McLellin and the Book of Mormon Witnesses,” BYU Studies, vol. 50, no. 1 (2011), 108; ອັກ​ສອນ​ຕົວ​ໃຫຍ່ເປັນ​ຕາມ​ມາດ​ຕະ​ຖານ.

  6. George Godfrey, “Testimony of Martin Harris” (ຕົ້ນສະ​ບັບ​ທີ່​ບໍ່​ຖືກ​ຈັດ​ພິມ), ອ້າງ​ເຖິງ​ໃນ Eldin Ricks, The Case of the Book of Mormon Witnesses (1961), 65–66.

  7. ຍົກ​ຕົວ​ຢ່າງ, ເບິ່ງ Saints, 1:182–83.

  8. ໃນ Schaefer, “Testimony of Men,” 110.