ຈົ່ງ​ຕາມ​ເຮົາ​ມາ
ວັນທີ 21–27 ເດືອນ​ທັນວາ. ຄຣິດ​ສະ​ມາດ: “ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນໂລກ​ນີ້​ເພື່ອໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ”


“ວັນທີ 21–27 ເດືອນ​ທັນວາ. ຄຣິດ​ສະ​ມາດ: ‘ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນໂລກ​ນີ້​ເພື່ອໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 21–27 ເດືອນ​ທັນວາ. ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ໂຢ​ເຊັບ, ມາຣີ, ແລະ ກຸມ​ມານ​ນ້ອຍ​ເຢ​ຊູ ຢູ່​ໃນ​ຄອກ​ສັດ

Behold the Lamb of God [ຈົ່ງ​ເບິ່ງ​ພຣະ​ເມ​ສາ​ນ້ອຍຂອງພຣະເຈົ້າ], ໂດຍ ​ວາວເຕີ ເຣນ

ວັນທີ 21–27 ເດືອນ​ທັນວາ

ຄຣິດ​ສະມາດ

“ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນໂລກ​ນີ້​ເພື່ອໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ”

ເທດ​ສະ​ການ​ຄຣິດ​ສະ​ມາດ​ເປັນ​ເວລາ​ສະ​ທ້ອນ​ຄິດ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ. ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ​ໃນ​ອາ​ທິດນີ້ ກ່ຽວ​ກັບ​ການ​ກຳ​ເນີດ ແລະ ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ, ໃຫ້​ພິ​ຈາ​ລະ​ນາ​ວ່າ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ປີນີ້​ຂອງ​ທ່ານ ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ແນວ​ໃດ ວ່າພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ. ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ມາ​ສູ່​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຈາກ​ນີໄຟ ເຖິງ ໂມໂຣໄນ, ສາດ​ສະ​ດາ​ທຸກ​ຄົນ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເຮັດ​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຈຸດ​ປະ​ສົງ​ທີ່​ສັກ​ສິດ ຊຶ່ງ​ສະ​ຫລຸບ​ຢູ່​ໃນ ໜ້າ​ວິ​ເຄາະ​ສະບັບ ຂອງ​ພຣະ​ຄຳ​ພີ: “ເພື່ອ​ໃຫ້ [ຜູ້​ຄົນ​ທັງ​ປວງ] ຮັບ​ຮູ້​ວ່າ ພຣະ​ເຢ​ຊູຄື ພຣະ​ຄຣິດ.” ສາດ​ສະ​ດາ​ຄົນ​ໜຶ່ງ​ໄດ້​ເຫັນ​ພຣະ​ອົງ​ເປັນ​ວິນ​ຍານ​ຢູ່​ໃນ​ສະ​ຫວັນ, ແລະ ອີກ​ຄົນ​ໜຶ່ງ​ໄດ້ເຫັນ​ການ​ກຳເນີດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ ຢູ່​ໃນ​ພາບ​ນິ​ມິດ. ຄົນ​ໜຶ່ງ​ໄດ້​ຢືນ​ຢູ່​ເທິງ​ກຳ​ແພງ ປະ​ກາດ​ເຄື່ອງ​ໝາຍ​ຂອງ​ການກຳເນີດ​ຂອງ​ພຣະ​ອົງ ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ, ແລະ ອີກ​ຄົນ​ໜຶ່ງ​ໄດ້​ຄຸ​ເຂົ່າ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ​ທີ່​ໄດ້​ຟື້ນ​ຄືນພຣະ​ຊົນ​ແລ້ວ, ຈັບ​ບາຍ​ຮອຍ​ແຜ​ຢູ່​ໃນ​ພຣະ​ຫັດ, ພຣະ​ບາດ, ແລະ ຂ້າງ​ຂອງ​ພຣະ​ອົງ. ພວກ​ເພິ່ນ​ທັງ​ໝົດ​ຮູ້​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ນີ້​ວ່າ: “ບໍ່​ມີ​ທາງ ຫລື ວິ​ທີ​ອື່ນ​ໃດ​ເລີຍ​ທີ່​ມະນຸດ​ຈະ​ລອດ​ໄດ້, ນອກ​ຈາກ​ທາງ​ໂລ​ຫິດ​ທີ່ຊົດ​ໃຊ້​ແທນ​ຂອງ​ພຣະ​ເຢຊູ​ຄຣິດ​ຜູ້ … ໄດ້​ມາໄຖ່​ໂລກ” (ຮີລາມັນ 5:9).

ສະ​ນັ້ນ ລະ​ຫວ່າງ​ເທດ​ສະ​ການຄຣິດ​ສະ​ມາດນີ້, ຂະ​ນະ​ທີ່ຜູ້​ເຊື່ອ​ຕະ​ຫລອດ​ທົ່ວ​ໂລກ​ສະ​ເຫລີມ​ສະ​ຫລອງ​ພຣະ​ກະ​ລຸ​ນາ​ທິ​ຄຸນ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ໃນ​ການ​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ, ໃຫ້​ໄຕ່​ຕອງວິ​ທີ​ທີ່​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຄຣິດ​ແນວ​ໃດ. ຂະ​ນະ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ອົງ, ໃຫ້​ໄຕ່​ຕອງ​ເຖິງ​ເຫດ​ຜົນ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ມາ ແລະ ການ​ມາ​ຂອງ​ພຣະ​ອົງ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ແລ້ວ​ທ່ານ​ຈະ​ສາ​ມາດ​ປະ​ສົບ​ຄວາມ​ສຸກ​ທີ່​ແທ້​ຈິງ​ຂອງ​ບຸນ​ຄຣິດ​ສະ​ມາດ—ຂອງ​ປະ​ທານ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ທານ​ໃຫ້​ທ່ານ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

1 ນີໄຟ 11:13–36; ໂມໄຊຢາ 3:5–10; ຮີລາມັນ 14:1–13; 3 ນີໄຟ 1:4–22

ພຣະ​ເຢ​ຊູ​ຄຣິດ​ໄດ້​ມາ​ສູ່​ໂລກ ເພື່ອ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ມັນ​ເປັນ​ປະ​ເພ​ນີ​ທີ່​ຈະ​ອ່ານ​ເລື່ອງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ພຣະ​ຄຳ​ພີ​ໃໝ່ ໃນ​ຊ່ວງ​ເວ​ລາ​ຂອງ​ບຸນຄຣິດ​ສະ​ມາດ, ແຕ່​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ຄຳ​ທຳ​ນາຍ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບ​ເຫດ​ການ​ທີ່​ສັກ​ສິດນີ້ ຢູ່​ໃນພຣະ​ຄຳ​ພີ​ມໍ​ມອນ​ນຳ​ອີກ. ຍົກ​ຕົວ​ຢ່າງ, ການ​ທຳ​ນາຍ​ເຖິງ​ການ​ກຳ​ເນີດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 1 ນີໄຟ 11:13–36; ໂມ​ໄຊ​ຢາ 3:5–10; ຮີ​ລາ​ມັນ 14:1–13; ແລະ 3 ນີໄຟ 1:4–22. ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ​ທີ່​ມາ​ສູ່​ທ່ານ ຂະ​ນະ​ທີ່​ທ່ານ​ອ່ານ​ຂ່າວ​ສານ​ເຫລົ່າ​ນີ້ ແລະ ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ໝາຍ​ທີ່​ເປັນ​ໄປ​ໄດ້​ຂອງ​ເຄື່ອງ​ໝາຍ​ເຖິງການ​ກຳ​ເນີດ​ຂອງ​ພຣະ​ອົງ? ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ຢູ່​ອາ​ເມ​ຣິ​ກາ​ໃນ​ສະ​ໄໝ​ບູ​ຮານ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຣິດ ແລະ ພາ​ລະ​ກິດ​ຂອງ​ພຣະ​ອົງ​ແນວ​ໃດ?

ເບິ່ງ ມັດທາຍ 1:18–252; ລູກາ 2 ນຳ​ອີກ.

2 ນີໄຟ 2:6; ແອວມາ 7:7–13; 11:40; ຮີ​ລາ​ມັນ 5:9; 14:16–17

ພຣະ​ເຢ​ຊູ​ຄຣິດເປັນພຣະ​ຜູ້​ໄຖ່​ຂອງມວນ​ມະນຸດ​ທັງ​ປວງ.

ເຮົາ​ຄົງ​ບໍ່​ມີ​ເຫດ​ຜົນ​ທີ່​ຈະ​ສະ​ເຫລີມ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຖ້າ​ຫາກ​ມັນ​ບໍ່​ເປັນ​ເພາະ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຊຶ່ງ​ຜ່ານ​ທາງນັ້ນ ພຣະ​ອົງ​ໄດ້​ໂຜດ​ເຮົາ​ຈາກ​ບາບ ແລະ ຄວາມ​ຕາຍ, ປອບ​ໂຍນ​ເຮົາ​ໃນ​ຄວາມ​ທຸກ​ຍາກ​ລຳ​ບາກ, ແລະ ຊ່ວຍ​ເຫລືອ​ເຮົາ “ເພື່ອ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” (ໂມໂຣໄນ 10:32). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ປີນີ້​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ໄຖ່​ທ່ານ? ມີ​ເລື່ອງ​ໃດ ຫລື ຄຳ​ສອນ​ໃດ​ບໍ​ທີ່​ປະ​ທັບ​ໃຈ​ທ່ານ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຕົວ​ຢ່າງ​ດັ່ງ​ຕໍ່​ໄປ​ນີ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພາ​ລະ​ກິດ​ແຫ່ງ​ການ​ໄຖ່​ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ: 2 ນີໄຟ 2:6; ແອວມາ 7:7–13; 11:40; ແລະ ຮີລາມັນ 5:9; 14:16–17. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ສະ​ແດງ​ໃຫ້​ພຣະ​ອົງ​ເຫັນ​ຄວາມ​ຮູ້​ບຸນ​ຄຸນ​ຂອງ​ທ່ານ? (Christmas.ComeuntoChrist.org ມີ​ແນວ​ຄິດ​ບາງ​ຢ່າງທີ່​ສາ​ມາດ​ຊ່ວຍ​ທ່ານ​ເລີ່ມ​ຕົ້ນ.)

1 ນີໄຟ 6:4; 19:18; 2 ນີໄຟ 25:23, 26; 33:4, 10

ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

“ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ” ແມ່ນ​ເກີນກວ່າ​ຫົວ​ເລື່ອງ​ຍ່ອຍເທົ່າ​ນັ້ນ​ສຳ​ລັບ​ພຣະ​ຄຳ​ພີ​ມໍ​ມອນ; ມັນ​ເປັນ​ບົດ​ຄວາມ​ເຖິງ​ຈຸດ​ປະ​ສົງ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ຄຳ​ພີ. ໃຫ້​ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ຈາກ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້ ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ການ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຣິດ: 1 ນີໄຟ 6:4; 19:18; ແລະ 2 ນີໄຟ 25:23, 26; 33:4, 10.

ໃຫ້​ຄິດ​ທີ່​ຈະ​ບັນ​ທຶກວິ​ທີ​ທີ່​ທ່ານສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນໃນ​ປີນີ້ ໄດ້​ເຮັດ​ໃຫ້​ທ່ານ​ເຂົ້າ​ໃກ້​ຊິດ​ພຣະ​ຄຣິດ​ຫລາຍກວ່າ​ເກົ່າ​ແນວ​ໃດ. ການ​ກະ​ຕຸ້ນ​ດັ່ງ​ຕໍ່​ໄປ​ນີ້​ອາດ​ຊ່ວຍ​ໄດ້:

  • “ສິ່ງ​ໃໝ່​ບາງ​ຢ່າງ​ທີ່​ເຮົາ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ປີນີ້​ແມ່ນ …”

  • “ການ​ອ່ານ [ຂໍ້​ທີ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ໄດ້​ປ່ຽນ​ແປງວິ​ທີ​ທີ່​ເຮົາ …”

  • “ບຸກ​ຄົນ [ຫລື ເລື່ອງ​ລາວ] ທີ່​ເຮົາ​ມັກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ສິດ​ສອນ​ເຮົາ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ …”

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

1 ນີໄຟ 11:13–23; ໂມໄຊຢາ 3:5–10; ຮີລາມັນ 14:1–13; 3 ນີໄຟ 1:4–22

ເດັກ​ນ້ອຍ​ອາດ​ມັກ​ແຕ້ມ​ຮູບ ຕາມ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ຍິນ ຂະ​ນະ​ທີ່​ທ່ານ​ອ່ານ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ກຳ​ເນີດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ ໃນ 1 ນີໄຟ 11:13–23; ໂມໄຊຢາ 3:5–10; ຮີລາມັນ 14:1–13; ແລະ 3 ນີໄຟ 1:4–22. ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ເລົ່າ​ເລື່ອງ​ເຫລົ່າ​ນັ້ນ​ຄືນ ໂດຍ​ການ​ໃຊ້​ຮູບ​ທີ່​ພວກ​ເຂົາແຕ້ມ.

“ພຣະ​ອົງ​ເປັນ​ຂອງ​ຂວັນ”

ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ເນັ້ນ​ເລື່ອງ​ຂອງ​ປະ​ທານ​ທີ່​ພຣະບິ​ດາ​ເທິງ​ສະຫວັນປະ​ທານ​ໃຫ້​ເຮົາ ໂດຍ​ການ​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ​ມາ, ທ່ານ​ສາ​ມາດ​ຫໍ່​ຮູບ​ພຣະເຢ​ຊູ​ຄຣິດ ຄື​ກັບ​ວ່າ​ພຣະຄຣິດ​ເປັນ​ຂອງ​ຂວັນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຂອງ​ຂວັນ​ຄຣິດ​ສະ​ມາດ​ທີ່​ຕົນ​ມັກ ທີ່​ໄດ້​ຮັບ ຫລື ຫວັງ​ຈະ​ໄດ້​ຮັບ. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ເປີດ​ຫໍ່​ຮູບ​ພຣະ​ຄຣິດ ແລະ ສົນ​ທະ​ນາ​ວິ​ທີ​ທີ່​ພຣະ​ອົງ​ໄດ້​ເປັນ​ຂອງ​ຂວັນທີ່​ມີ​ຄ່າ​ສຳ​ລັບ​ເຮົາ​ແນວ​ໃດ. ວິດີໂອ “He Is the Gift” (ChurchofJesusChrist.org) ສາ​ມາດ​ຊ່ວຍ​ພວກ​ທ່ານ​ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​​ພວກທ່ານ​ສາ​ມາດ​ຄົ້ນ​ຫາ, ຮັບ​ເອົາ, ແລະ ແບ່ງ​ປັນ​ຂອງ​ຂວັນ​ທີ່​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ນຳ​ກັນ​ເປັນ​ຄອບ​ຄົວ​ໃນ​ຊ່ວງ​ບຸນ​ຄຣິດ​ສະ​ມາດນີ້​.

ຄອບ​ຄົວ​ຂອງ​ທ່ານ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ການ​ຄິດ​ກ່ຽວ​ກັບ “ຂ​ອງ​ຂວັນ” ທີ່​ເຂົາ​ເຈົ້າ​ຢາກມອບ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ດັ່ງ​ເຊັ່ນ​ການ​ໃຊ້​ຄວາມ​ພະ​ຍາ​ຍາມ​ທີ່ຈະ​ມີ​ເມດ​ຕາ​ຫລາຍກວ່າ​ເກົ່າ​ກັບ​ຄົນ​ອື່ນ ຫລື ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ປະ​ຖິ້ມ​ນິ​ໄສ​ທີ່ບໍ່​ດີ. ໃຫ້​ຄິດ​ທີ່​ຈະ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຂຽນ​ແນວ​ຄິດ​ຂອງ​ເຂົາ​ເຈົ້າ, ຫໍ່​ມັນ​ເປັນ​ຂອງຂວັນ, ແລະ ​ວາງ​ຂອງຂວັນ​ຂອງ​ເຂົາ​ເຈົ້າ​ໄວ້​ອ້ອມ​ຮອບ​ຮູບ​ຂອງພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ວິນ​ຍານ​ຂອງ​ບຸນ​ຄຣິດ​ສະ​ມາດ

ມັນ​ອາດ​ເປັນ​ສິ່ງ​ສະ​ໜຸກ​ສະ​ໜານ​ທີ່​ຈະ​ວາງ​ແຜນ​ເຮັດ​ກິດ​ຈະ​ກຳ ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ໃນ​ຫລາຍມື້ ກ່ອນ​ວັນ​ຄຣິດ​ສະ​ມາດ​ທີ່​ຈະ​ມາ​ເຖິງນີ້ ເພື່ອ​ຈະ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ຂອງ​ພຣະ​ຄຣິດ, ດັ່ງ​ເຊັ່ນ​ການ​ຮັບ​ໃຊ້​ບາງ​ຄົນ ຫລື ການ​ຮ້ອງ​ເພງ​ຄຣິດ​ສະ​ມາດ​ນຳ​ກັນ. (ສຳ​ລັບ​ແນວ​ຄິດ​ບາງ​ຢ່າງ, ໃຫ້​ເບິ່ງ Christmas.ComeuntoChrist.org.)

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ. “ເມື່ອ​ທ່ານ​ຕິດ​ຕາມ​ເບິ່ງ​ການ​ເຊື້ອ​ເຊີນ​ໃຫ້​ກະ​ທຳ, ທ່ານ​ໄດ້​ສະ​ແດງ​ໃຫ້ [ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ] ເຫັນ​ວ່າ ທ່ານ​ເອົາ​ໃຈ​ໃສ່​ຕໍ່​ເຂົາ​ເຈົ້າ ແລະ ວິ​ທີ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ພອນ​ໃຫ້​ແກ່​ເຂົາ​ເຈົ້າ​ແນວ​ໃດ. ທ່ານ​ກໍ​ຍັງ​ໃຫ້​ໂອ​ກາດ​ເຂົາ​ເຈົ້າ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ນຳ​ອີກ, ຊຶ່ງ​ໃຫ້​ຄວາມ​ເຂັ້ມ​ແຂງ​ແກ່ຄຳ​ໝັ້ນ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ແລະ ປ່ອຍ​ໃຫ້​ເຂົາ​ເຈົ້າ​ສົ່ງ​ເສີມ​ກັນ​ແລະ​ກັນ ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ” (Teaching in the Savior’s Way, 35).

ຮູບ​ພາບ
ທູດ​ອົງ​ໜຶ່ງ​ສະ​ແດງ​ໃຫ້​ນີໄຟ​ເຫັນນາງ​ມາ​ຣີ ຍິງ​ສາວ​ພົມ​ມະ​ຈາ​ຣີ ຢູ່​ໃນ​ພາບ​ນິ​ມິດ

Nephi’s Vision of the Virgin Mary [ພາບ​ນິ​ມິດ​ຂອງ​ນີ​ໄຟ​ກ່ຽວ​ກັບ​ນາງ​ມາ​ຣີ ຍິງ​ສາວ​ພົມ​ມະ​ຈາ​ຣີ], ໂດຍ ຈູດິດ ເອ ເມີ

ພິມ