ຈົ່ງ​ຕາມ​ເຮົາ​ມາ
ວັນທີ 30 ເດືອນ​ພະຈິກ–ວັນທີ 6 ເດືອນ​ທັນວາ. ໂມໂຣໄນ 1–6: “ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ”


“ວັນທີ 30 ເດືອນ​ພະຈິກ–ວັນທີ 6 ເດືອນ​ທັນວາ. ໂມໂຣໄນ 1–6: ‘ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 30 ເດືອນ​ພະຈິກ–ວັນທີ 6 ເດືອນ​ທັນວາ. ໂມໂຣໄນ 1–6,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ແອວມາ​ໃຫ້​ບັບຕິ​ສະມາ​ແກ່​ຜູ້​ຄົນ​ຢູ່​ທີ່​ນ້ຳ​ມໍມອນ

ມິເນີວາ ເຄ ໄທເກີດ (1888–1976), Alma Baptizes in the Waters of Mormon [ແອວມາ​ໃຫ້​ບັບຕິ​ສະມາ​​ຢູ່​ໃນນ້ຳ​ມໍມອນ], 1949–1951, ສີ​ນ້ຳ​ມັນ ເທິງ​ແຜ່ນ​ໄມ້​ອັດ, 35⅞ x 48 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ, 1969.

ວັນທີ 30 ເດືອນ​ພະຈິກ–ວັນທີ 6 ເດືອນ​ທັນວາ

ໂມໂຣໄນ 1–6

“ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ”

ໂມໂຣໄນ​ໄດ້​ບັນ​ທຶກ​ສິ່ງ​ທີ່​ເພິ່ນ​ຄິດ​ວ່າ​ຈະ “ມີ​ຄຸນ​ຄ່າ … ໃນ​ມື້​ໜຶ່ງ​ຂ້າງ​ໜ້າ” (ໂມໂຣໄນ 1:4). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ ໂມໂຣໄນ 1–6 ທີ່​ມີ​ຄຸນ​ຄ່າ​ຕໍ່​ທ່ານ? ​ໃຫ້​ບັນ​ທຶກ​ສິ່ງ​ທີ່​ທ່ານ​ພົບ​ເຫັນ, ແລະ ໃຫ້ຄິດ​ທີ່​ຈະ​ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ​ທີ່​ພົບ​ເຫັນ​ວ່າ​ມັນ​ມີ​ຄ່າ​ຄວນ​ຄື​ກັນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຫລັງ​ຈາກ​ໄດ້ສຳ​ເລັດ​ບັນ​ທຶກ​ຂອງ​ບິ​ດາ​ຂອງ​ເພິ່ນ​ເລື່ອງ​ຊາວ​ນີ​ໄຟ​ແລ້ວ ແລະ ໄດ້​ຫຍໍ້​ບັນ​ທຶກ​ຂອງ​ຊາວ​ຢາ​ເຣັດ, ທຳ​ອິດ​ໂມໂຣໄນ​ຄິດ​ວ່າ ການ​ຮັກ​ສາ​ບັນ​ທຶກ​ຂອງ​ເພິ່ນ​ແມ່ນ​ສຳ​ເລັດ​ຮຽບ​ຮ້ອຍ​ແລ້ວ (ເບິ່ງ ໂມໂຣໄນ 1:1). ມີ​ຫຍັງ​ອີກ​ແດ່​ທີ່​ຈະ​ເວົ້າ​ກ່ຽວ​ກັບ​ສອງ​ປະ​ຊາ​ຊາດນີ້ ທີ່​ຖືກ​ທຳ​ລາຍ​ຈົນ​ໝົດ​ສິ້ນ? ແຕ່​ໂມໂຣໄນ​ໄດ້​ເຫັນ​ວັນ​ເວ​ລາ​ຂອງ​ເຮົາ (ເບິ່ງ ມໍມອນ 8:35), ແລະ ເພິ່ນ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້ “ຂຽນ​ຕື່ມ​ອີກ​ເລັກ​ນ້ອຍ, ເພື່ອ​ບາງ​ທີ​ມັນ​ອາດ​ຈະ​ມີ​ຄຸນ​ຄ່າ … ໃນ​ມື້​ໜຶ່ງ​ຂ້າງ​ໜ້າ” (ໂມໂຣໄນ 1:4). ເພິ່ນ​ຮູ້​ວ່າ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຢ່າງ​ຫລວງ​ຫລາຍ​ຈະ​ເກີດ​ຂຶ້ນ, ຊຶ່ງ​ຈະເກີດ​ຄວາມ​ສັບ​ສົນ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ໂດຍ​ທົ່ວ​ໄປ. ສິ່ງນີ້​ຈຶ່ງ​ເປັນ​ເຫດ​ຜົນ​ທີ່​ເພິ່ນ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ສິນ​ລະ​ລຶກ, ການ​ບັບ​ຕິ​ສະ​ມາ, ການມອບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ພອນ​ຂອງ​ການ​ເຕົ້າ​ໂຮມ​ກັບ​ຜູ້​ທີ່​ເຊື່ອ​ຖື​ດ້ວຍ​ກັນ ໃຫ້ “ຮັກ​ສາ [ກັນ​ແລະ​ກັນ] ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ, … ໂດຍ​ເພິ່ງ​ອາ​ໄສ​ແຕ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ຄຣິດ​ຢ່າງ​ດຽວ, ອົງ​ຜູ້​ເປັນ​ຜູ້​ສ້າງ ແລະ ເປັນ​ຜູ້​ເຮັດ​ໃຫ້​ສັດ​ທາ [ຂອງ​ເຮົາ] ສົມ​ບູນ” (ໂມໂຣໄນ 6:4). ຄວາມ​ຮູ້​ອັນ​ລ້ຳ​ຄ່າແບບນີ້​ໄດ້​ໃຫ້​ເຮົາ​ມີ​ເຫດ​ຜົນ​ທີ່​ຈະ​ຂອບ​ຄຸນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ໂມໂຣໄນ​ໄວ້ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້ “ຂຽນ​ຕື່ມ​ອີກ​ເລັກ​ນ້ອຍ” (ໂມໂຣໄນ 1:4).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໂຣໄນ 1

ເຖິງ​ແມ່ນ​ມີ​ການ​ຕໍ່​ຕ້ານ ແຕ່ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ກໍ​ຍັງ​ຊື່​ສັດ​ຢູ່​ຄື​ເກົ່າ.

ສຳ​ລັບ​ບາງ​ຄົນ, ມັນ​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ຊື່​ສັດ​ໃນ​ຊ່ວງ​ເວ​ລາ​ທີ່​ສຸກ​ສະ​ບາຍ. ແຕ່​ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຕ້ອງ​ຊື່​ສັດ​ຢູ່​ຄື​ເກົ່າ ແມ່ນ​ແຕ່​ໃນ​ຊ່ວງ​ເວ​ລາ​ທີ່​ເຮົາ​ປະ​ເຊີນ​ກັບ​ການ​ທົດ​ລອງ ແລະ ການ​ຕໍ່​ຕ້ານ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 1, ແມ່ນ​ຫຍັງ​ທີ່​ດົນ​ໃຈ​ທ່ານ​ກ່ຽວ​ກັບ​ຄວາມ​ຊື່​ສັດ​ຂອງ​ໂມໂຣໄນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ຕໍ່​ການ​ເອີ້ນ​ຂອງ​ເພິ່ນ? ເຮົາ​ຈະ​ເຮັດ​ຕາມ​ຕົວ​ຢ່າງ​ຂອງ​ເພິ່ນໄດ້​ແນວ​ໃດ?

ໂມໂຣໄນ 2–6

ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ຕ້ອງ​ຖືກ​ປະ​ຕິ​ບັດ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ.

ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຢູ່​ໃນ​ໂລກ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຮັບ ແລະ ໄດ້​ປະ​ຕິ​ບັດ​ພິ​ທີ​ການ​ສັກ​ສິດ, ດັ່ງ​ເຊັ່ນ​ການ​ບັບ​ຕິ​ສະ​ມາ (ເບິ່ງ ມັດທາຍ 3:13–17; ການ​ແປ​ຂອງ​ໂຈເຊັບ ສະມິດ, ໂຢຮັນ 4:1–3 [ໃນ Bible appendix]), ການ​ແຕ່ງ​ຕັ້ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ ມາຣະໂກ 3:13–19), ແລະ ສິນ​ລະ​ລຶກ (ເບິ່ງ ມັດທາຍ 26:26–28). ເຖິງ​ຢ່າງ​ໃດ​ກໍ​ຕາມ, ເປັນ​ເພາະ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ອັນ​ຍິ່ງ​ໃຫຍ່, ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໃນ​ທຸກວັນ​ນີ້ ຈຶ່ງ​ສັບ​ສົນ​ກ່ຽວ​ກັບ​ວິ​ທີ​ປະ​ຕິ​ບັດ​ພິ​ທີ​ການ—ແລະ ແມ່ນແຕ່​ຕ້ອງ​ການ​ພິ​ທີ​ການ​ເຫລົ່າ​ນັ້ນ​ຫລືບໍ່. ໃນ ໂມໂຣໄນ 2–6, ໂມໂຣໄນ​ໄດ້​ໃຫ້ລາຍ​ລະ​ອຽດ​ທີ່​ສຳ​ຄັນ​ກ່ຽວ​ກັບ​ພິ​ທີ​ການ​ໃດ​ໜຶ່ງ​ໂດຍສະ​ເພາະຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ສາ​ມາດ​ຊ່ວຍ​ໃຫ້​ຄວາມ​ແຈ່ມ​ແຈ້ງ​ຕໍ່​ຄວາມ​ສັບ​ສົນ​ນັ້ນ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພິ​ທີ​ການ ຢູ່​ໃນ​ບົດ​ເຫລົ່າ​ນີ້? ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ຈຳ​ນວນ​ໜຶ່ງ​ທີ່​ທ່ານ​ອາດ​ຖາມ ເພື່ອ​ຊ່ວຍ​ທ່ານ​ໃຫ້​ຮຽນ​ຮູ້:

ການ​ຢືນ​ຢັນ (ໂມໂຣໄນ 2; 6:4).ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນະ​ນຳ​ສິ່ງ​ໃດ ຢູ່​ໃນ ໂມໂຣໄນ 2:2 ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ການ​ຢືນ​ຢັນ? ທ່ານ​ຄິດ​ວ່າ “ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ກະ​ທຳ ແລະ ຊຳ​ລະ​ລ້າງ​ເຂົາ​ໃຫ້​ສະ​ອາດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມໂຣໄນ 6:4).

ການ​ແຕ່ງ​ຕັ້ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ (ໂມໂຣໄນ 3).ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ບົດ​ນີ້ ທີ່​ສາ​ມາດ​ຊ່ວຍ​ບາງ​ຄົນ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ແຕ່ງ​ຕັ້ງ​ສູ່​ຖາ​ນະ​ປະ​ໂລ​ຫິດ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ຊ່ວຍ​ບາງ​ຄົນ​ໃຫ້​ປະ​ຕິ​ບັດ​ການແຕ່ງ​ຕັ້ງ?

ສິນ​ລະ​ລຶກ (ໂມໂຣໄນ 4–5; 6:6).ໃຫ້​ສັງ​ເກດ​ເບິ່ງ​ຄຳ​ສັນ​ຍາ​ຢູ່​ໃນ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ (ເບິ່ງ ໂມໂຣໄນ 4:3; 5:2), ແລະ ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ກຳ​ລັງ​ເຮັດ​ເພື່ອ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ທ່ານ. ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ເຊື້ອ​ເຊີນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຢ່າງ​ມີ​ພະ​ລັງ​ຫລາຍກວ່າ​ເກົ່າ ຂະ​ນະ​ທີ່​ທ່ານ​ມີ​ພາກ​ສ່ວນ​ໃນ​ພິ​ທີ​ສິນ​ລະ​ລຶກ?

ການ​ບັບ​ຕິ​ສະ​ມາ (ໂມໂຣໄນ 6:1–3).ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ ເພື່ອ​ໃຫ້​ມີ​ຄວາມ​ເໝາະ​ສົມ​ຕໍ່​ໄປ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ທີ່ມອບ​ໃຫ້​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ແມ່ນແຕ່​ຫລັງ​ຈາກ​ທ່ານ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ. ຂໍ້​ເຫລົ່າ​ນີ້​ແນະ​ນຳ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ?

ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້, ທ່ານ​ຈະ​ປ່ຽນ​ແປງວິ​ທີ​ທີ່​ທ່ານ​ຄິດ, ມີ​ພາກ​ສ່ວນ, ຫລື ກະ​ກຽມ​ຄົນ​ອື່ນ​ສຳ​ລັບ​ພິ​ທີ​ການ​ເຫລົ່າ​ນີ້​ແນວ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ພິ​ທີ​ການ​ເຫລົ່າ​ນີ້​ຖືກ “ປະ​ຕິ​ບັດ … ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຄຣິດ”? (ໂມໂຣໄນ 4:1).

ເບິ່ງ “Ordinances,” Gospel Topics, topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຍິງ​ໜຸ່ມ​ກຳ​ລັງ​ຮັບ​ພອນ

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ເຖິງວິ​ທີ​ທີ່​ຄວນ​ປະ​ຕິ​ບັດ​ພິ​ທີ​ການ.

ໂມໂຣໄນ 6:4–9

ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ດູ​ແລຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ກັນ​ແລະ​ກັນ.

ເຖິງ​ແມ່ນ​ວ່າ​ມັນ​ເປັນ​ຄວາມ​ຈິງ​ທີ່​ເຮົາ​ທຸກ​ຄົນ “ເຮັດ​ວຽກ​ງານ​ຂອງ​ຄວາມ​ລອດ [ຂອງ​ເຮົາ] ເອງ” (ມໍມອນ 9:27), ແຕ່​ໂມໂຣໄນ​ກໍ​ຍັງ​ໄດ້​ສິດ​ສອນ​ວ່າ “ການຊຸມ​ນຸມ​ກັນຢູ່​ເລື້ອຍໆ” ກັບ​ຜູ້​ທີ່​ເຊື່ອ​ຖື​ດ້ວຍ​ກັນ ສາ​ມາດ​ຊ່ວຍ​ເຮົາ​ໃຫ້ຢູ່ “ໃນ​ທາງ​ທີ່​ຖືກ​ຕ້ອງ” (ໂມໂຣໄນ 6:4–5). ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 6:4–9, ໃຫ້​ໄຕ່​ຕອງ​ເຖິງ​ພອນ​ທີ່​ມາ​ຈາກ​ການ “ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ” (ໂມໂຣໄນ 6:4). ທ່ານ​ຈະ​ສາ​ມາດ​ຊ່ວຍ​ເຮັດ​ໃຫ້​ປະ​ສົບ​ການ​ທີ່​ທ່ານ ແລະ ຄົນ​ອື່ນໆ​ມີ​ໃນ​ສາດ​ສະ​ໜາ​ຈັກ ເປັນ​ຄື​ກັນ​ກັບ​ສິ່ງ​ທີ່​ໂມໂຣໄນ​ໄດ້​ບັນ​ຍາຍ​ໄດ້​ແນວ​ໃດ, ບໍ່​ວ່າ​ທ່ານ​ເປັນ​ຜູ້​ນຳ ຫລື ເປັນ​ຜູ້​ມາ​ຮ່ວມ​ກໍ​ຕາມ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໂຣໄນ 1; ໂມໂຣໄນ 6:3

ຄຳ​ວ່າ “ປະ​ຕິ​ເສດ​ພຣະ​ຄຣິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມໂຣໄນ 1:2–3). ເຮົາ​ຈະ​ສະ​ແດງ “ຄວາມ​ຕັ້ງ​ໃຈ [ຂອງ​ເຮົາ] ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ” ແນວ​ໃດ? (ໂມໂຣໄນ 6:3). ແບ່ງ​ປັນ​ຕົວ​ຢ່າງ​ຂອງ​ຜູ້​ຄົນ​ທີ່ທ່ານ​ຮູ້ ຜູ້​ທີ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ.

ໂມໂຣໄນ 4:3; ໂມໂຣໄນ 5:2

ການ​ອ່ານ​ຄຳ​ອະ​ທິ​ຖານ​ສຳ​ລັບ​ສິນ​ລະ​ລຶກ​ເປັນ​ຄອບ​ຄົວ ສາ​ມາດ​ນຳ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການນັບ​ຖື​ສິນ​ລະ​ລຶກ​ດ້ວຍ​ຄວາມ​ຄາ​ລະ​ວະ​ຫລາຍກວ່າ​ເກົ່າ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ສົນ​ທະ​ນາ​ສຳ​ນວນ​ຈາກ​ຄຳ​ອະ​ທິ​ຖານ​ເຫລົ່າ​ນີ້ ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່​ເຂົາ​ເຈົ້າ​ໂດຍ​ສະ​ເພາະ. ເຂົາ​ເຈົ້າ​ຍັງ​ສາ​ມາດ​ບັນ​ທຶກ​ຄວາມ​ຄິດ​ກ່ຽວ​ກັບ​ສຳ​ນວນ​ເຫລົ່າ​ນີ້ຂອງ​ເຂົາ​ເຈົ້າ​ໄວ້ ຫລື ແຕ້ມ​ຮູບ​ທີ່​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ຄິດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເຂົາ​ເຈົ້າ​ສາ​ມາດ​ນຳ​ສິ່ງ​ທີ່​ເຂົາ​ເຈົ້າ​ຂຽນ ຫລື ແຕ້ມ​ໄປ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ນຳ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ສຸມ​ຄວາມ​ຄິດ​ຂອງ​ເຂົາ​ເຈົ້າຢູ່​ທີ່​ພຣະ​ອົງ. ໃຫ້​ບອກ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ສິ່ງ​ທີ່​ທ່ານ​ຮູ້​ສຶກ​ກ່ຽວ​ກັບ​ສິນ​ລະ​ລຶກ ແລະ ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໂມໂຣໄນ 6:1–4

ຄຳ​ວ່າ “ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມໂຣໄນ 6:2). ສິ່ງນີ້​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ​ສຳ​ລັບ​ການ​ບັບ​ຕິ​ສະ​ມາ​ແນວ​ໃດ? ມັນ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ແດ່​ຫລັງ​ຈາກ​ເຮົາ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ແລ້ວ?

ໂມໂຣໄນ 6:4–9

ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ມີ​ພອນ​ຢ່າງ​ໃດ​ແດ່​ທີ່​ມາ​ຈາກ​ການ “ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ”? (ໂມໂຣໄນ 6:4). ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ສາດ​ສະ​ໜາ​ຈັກ?

ໂມໂຣໄນ 6:8

ຂໍ້​ເຫລົ່າ​ນີ້​ສິດ​ສອນ​ຫຍັງ​ແດ່​ກ່ຽວ​ກັບ​ການ​ກັບ​ໃຈ? ການ​ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ ດ້ວຍ “ເຈດ​ຕະ​ນາ​ອັນ​ແທ້​ຈິງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ໂມໂຣໄນ 6:8). ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ, ດັ່ງ​ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຫລັກ​ຖານ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ. ປະທານ​ເອັມ ຣະໂຊ ບາເລີດ ໄດ້​ສິດ​ສອນ​ວ່າ, “ພຣະ​ກິດ​ຕິ​ຄຸນນີ້​ເປັນ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ຮັກ—ຄວາມ​ຮັກ​ສຳ​ລັບ​ພຣະ​ເຈົ້າ ແລະ ຄວາມ​ຮັກ​ສຳ​ລັບ​ກັນ​ແລະ​ກັນ” (“God’s Love for His Children,” Ensign, May 1988, 59). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ, ໃຫ້​ຄິດ​ທີ່​ຈະ​ໝາຍ​ເຫດ ຫລື ໝາຍ​ຫລັກ​ຖານ​ຂອງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ທ່ານ ແລະ ລູກໆ​ທຸກ​ຄົນ​ຂອງ​ພຣະ​ອົງ​ໄວ້.

ຮູບ​ພາບ
ໂມ​ໂຣ​ໄນ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ

Moroni in the Cave [ໂມ​ໂຣ​ໄນ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ], ໂດຍ ໂຮເຮ ໂກໂກ

ພິມ