ຈົ່ງ​ຕາມ​ເຮົາ​ມາ
ວັນທີ 23–29 ເດືອນ​ພະຈິກ. ອີເທີ 12–15: “ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ”


“ວັນທີ 23–29 ເດືອນ​ພະຈິກ. ອີເທີ 12–15: ‘ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 23–29 ເດືອນ​ພະຈິກ. ອີເທີ 12–15,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ອີເທີ​ເຂົ້າ​ໄປ​ໃນ​ຖ້ຳ

Ether Hiding in the Cavity of a Rock [ອີເທີ​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຫລືບ​ຫີນ], ໂດຍ ແກຣີ ເອີນແນັສ໌ ສະມິດ

ວັນທີ 23–29 ເດືອນ​ພະຈິກ

ອີເທີ 12–15

“ດ້ວຍ​ສັດ​ທາ ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ”

ການ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ສາ​ມາດ​ຊ່ວຍ​ໃຫ້​ໄດ້​ຮັບ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ. ມັນ​ກໍ​ຍັງ​ຊ່ວຍ​ທ່ານ​ໃຫ້​ຈື່​ຈຳ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ ແລະ ແບ່ງ​ປັນ​ມັນ​ກັບ​ຄົນ​ອື່ນ​ໃນ​ອະ​ນາ​ຄົດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄຳ​ທຳ​ນາຍ​ຂອງ​ອີເທີ​ຕໍ່​ຊາວ​ຢາເຣັດ ແມ່ນ “ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” (ອີເທີ 12:5). ເພິ່ນ​ໄດ້​ບອກ​ພວກ​ເຂົາ​ເຖິງ “ເລື່ອງ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ມະ​ນຸດ” (ອີເທີ 13:2). ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າ​ເຖິງ “ວັນ​ເວ​ລາ​ຂອງ​ພຣະ​ຄຣິດ” ແລະ ອິດ​ສະ​ຣາ​ເອນ​ໃໝ່​ໃນ​ຍຸກ​ສຸດ​ທ້າຍ (ອີເທີ 13:4). ແລະ ເພິ່ນ​ໄດ້​ກ່າວ​ເຖິງຄວາມ “ມຸ້ງ​ຫວັງ​ສຳ​ລັບ​ໂລກ​ທີ່​ດີກວ່າ, ແທ້ຈິງ​ແລ້ວ, ແມ່ນ​ທາງ​ເບື້ອງ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ” (ອີເທີ 12:4). ແຕ່​ຊາວ​ຢາເຣັດ​ໄດ້​ປະ​ຕິ​ເສດ​ຖ້ອຍ​ຄຳ​ຂອງ​ເພິ່ນ, ເພາະ​ເຫດ​ຜົນ​ດຽວ​ກັນ​ກັບ​ທີ່​ຜູ້​ຄົນ​ປະ​ຕິ​ເສດ​ຄຳ​ທຳ​ນາຍ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າ​ໃນ​ທຸກວັນ​ນີ້—“ຍ້ອນ​ວ່າ​ພວກ​ເຂົາ​ບໍ່ [ເຫັນ] ມັນ” (ອີເທີ 12:5). ຕ້ອງ​ມີ​ສັດ​ທາ​ກ່ອນ​ຈະ​ເຊື່ອ​ໃນ​ຄຳ​ສັນ​ຍາ ຫລື ໃນ​ຄຳ​ເຕືອນ​ກ່ຽວ​ກັບ​ເລື່ອງ​ທີ່ບໍ່​ສາ​ມາດ​ຫລຽວ​ເຫັນ, ຄື​ກັນ​ກັບ​ອີເທີ​ທີ່​ຕ້ອງ​ມີ​ສັດ​ທາ​ທີ່​ຈະ​ທຳ​ນາຍ​ເຖິງ “ເລື່ອງ​ທີ່​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” ຕໍ່​ຜູ້​ຄົນ​ທີ່ບໍ່​ເຊື່ອ. ໂມໂຣ​ໂນ​ຕ້ອງ​ມີ​ສັດ​ທາ​ທີ່​ຈະ​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດປ່ຽນ “ຄວາມ​ອ່ອນ​ແອ​ຂອງ​ການ​ຂຽນ” ຂອງ​ເພິ່ນ ໃຫ້​ກັບ​ເປັນ​ຄວາມ​ເຂັ້ມ​ແຂງ (ເບິ່ງ ອີເທີ 12:23–27). ມັນ​ແມ່ນສັດ​ທາ​ແບບນີ້​ແຫລະ ທີ່​ເຮັດ​ໃຫ້​ເຮົາ “ແນ່​ໃຈ ແລະ ແນ່ວ​ແນ່, ເຮັດ​ວຽກ​ງານ​ດີ​ໃຫ້​ຫລາຍ​ຢູ່​ສະ​ເໝີ, ອັນ​ຈະ​ນຳ​ໄປ​ຫາ​ການ​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຈົ້າ” (ອີເທີ 12:4). ແລະ ມັນ​ແມ່ນ​ສັດ​ທາ​ແບບນີ້ ຊຶ່ງ​ໂດຍ​ການນັ້ນ “ທຸກ​ສິ່ງ​ທຸກ​ຢ່າງ​ຍ່ອມ​ສຳ​ເລັດ” (ອີເທີ 12:3).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອີເທີ 12

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດສາ​ມາດ​ນຳ​ພາ​ໄປ​ສູ່​ການ​ມະ​ຫັດ​ສະ​ຈັນ​ທີ່​ຍິ່ງ​ໃຫຍ່.

ຫລາຍ​ຄົນ​ໃນ​ທຸກວັນ​ນີ້, ຄື​ກັນ​ກັບ​ຊາວ​ຢາເຣັດ ໃນ​ວັນ​ເວ​ລາ​ຂອງ​ອີເທີ, ຢາກ​ເຫັນຫລັກ​ຖານ​ກ່ອນ​ພວກ​ເຂົາ​ຈະ​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ໃນ​ອຳ​ນາດ​ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂມໂຣ​ໂນ​ໄດ້​ສິດ​ສອນ​ວ່າ “ສັດທາ​ຄື​ສິ່ງ​ທີ່ມຸ້ງ​ຫວັງ​ໄວ້ ແລະ ຍັງບໍ່​ທັນ​ເຫັນ” ແລະ ວ່າ​ທ່ານຈະ​ບໍ່​ໄດ້ “ຮັບ​ພະຍານ​ຈົນ​ກວ່າ​ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ” (ອີເທີ 12:6).

ໃຫ້​ສັງ​ເກດ​ເບິ່ງ​ທຸກ​ເທື່ອ​ທີ່​ທ່ານ​ເຫັນ​ຄຳ​ວ່າ “ສັດ​ທາ” ຢູ່​ໃນ ອີເທີ 12, ແລະ ໃຫ້​ບັນ​ທຶກສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ສັດ​ທາ. ໃຫ້​ຊອກ​ຫາ​ຄຳ​ຕອບ​ຕໍ່​ຄຳ​ຖາມ​ດັ່ງ​ເຊັ່ນ: ສັດ​ທາ​ຄື​ຫຍັງ? ແມ່ນ​ຫຍັງ​ຄືຜົນ​ຂອງ​ຊີ​ວິດ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ? ທ່ານ​ກໍ​ຍັງ​ສາ​ມາດ​ບັນ​ທຶກ​ຄວາມ​ຄິດ​ຂອງ​ທ່ານ​ກ່ຽວ​ກັບ​ພະ​ຍານ​ທີ່​ທ່ານ​ໄດ້​ຮັບ​ນຳ​ອີກ “ຫລັງ​ຈາກ​ການ​ທົດ​ລອງ​ສັດ​ທາ​ຂອງ​ທ່ານ” (ອີເທີ 12:6).

ເບິ່ງ ເຮັບເຣີ 11; ແອວມາ 32 ນຳ​ອີກ.

ອີເທີ 12:1–9, 28, 32

ພຣະ​ເຢ​ຊູໃຫ້ “ຄວາມ​ຫວັງ​ອັນ​ປະ​ເສີດທີ່​ສຸດ” ແກ່​ເຮົາ.

ນອກ​ເໜືອ​ຈາກ​ຄວາມ​ຮູ້​ກ່ຽວ​ກັບ​ສັດ​ທາທີ່​ເລິກຊຶ້ງ​ແລ້ວ, ອີເທີ 12 ກໍ​ຍັງ​ກ່າວ​ຫລາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ຫວັງ—ບາງ​ທີ​ທ່ານ​ສາ​ມາດ​ສັງ​ເກດ​ເຫັນທຸກ​ເທື່ອ​ທີ່​ຄຳ​ວ່າ “ຄວາມ​ຫວັງ” ປະ​ກົດ. ຄວາມ​ຫວັງ​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ? ແມ່ນ​ຫຍັງ​ຄື​ເຫດ​ຜົນ​ທີ່​ອີ​ເທີ​ໄດ້ “ມຸ້ງ​ຫວັງ​ສຳ​ລັບ​ໂລກ​ທີ່​ດີກວ່າ”? (ເບິ່ງ ອີເທີ 12:2–5). ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້ “ຄວາມ​ຫວັງ​ອັນ​ປະ​ເສີດທີ່​ສຸດ” ແກ່​ທ່ານ​ແນວ​ໃດ? (ອີເທີ 12:32).

ເບິ່ງ ໂມໂຣ​ໂນ 7:40–41; Dieter F. Uchtdorf, “The Infinite Power of Hope,” Ensign ຫລື Liahona, Nov. 2008, 21–24; ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 137 ນຳ​ອີກ.

ອີເທີ 12:23–29

ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ກັບ​ມາ​ເຂັ້ມ​ແຂງ.

ເມື່ອ​ເຮົາ​ອ່ານ​ການ​ຂຽນ​ທີ່​ມີ​ພະ​ລັງ​ຂອງ​ໂມໂຣ​ໂນ, ມັນ​ງ່າຍ​ທີ່​ຈະ​ລືມ​ໄປ​ວ່າ ເພິ່ນ​ໄດ້​ເປັນ​ຫ່ວງ​ກັບ “ຄວາມ​ອ່ອນ​ແອ​ຂອງ​ການ​ຂຽນ” ຂອງ​ເພິ່ນ ແລະ ຢ້ານ​ວ່າ​ຜູ້​ຄົນ​ຈະ​ເຍາະ​ເຍີ້ຍ​ຖ້ອຍ​ຄຳ​ຂອງ​ເພິ່ນ (ເບິ່ງ ອີເທີ 12:23–25). ແຕ່​ພຣະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ພຣະ​ອົງ​ຈະ​ເຮັດ​ໃຫ້ “ຄວາມອ່ອນ​ແອນັ້ນ​ກັບ​ມາ​ເຂັ້ມ​ແຂງ” ສຳ​ລັບ​ຜູ້​ທີ່​ຖ່ອມ​ຕົວ (ຂໍ້ທີ 27), ແລະ ພະ​ລັງ​ທາງວິນ​ຍານ​ໃນ​ການ​ຂຽນ​ຂອງໂມໂຣ​ໂນ ເປັນ​ຫລັກ​ຖານ​ທີ່ຢືນ​ຢັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສຳ​ເລັດ​ຄຳ​ສັນ​ຍານີ້.

ຫລັງ​ຈາກ​ການ​ອ່ານ ອີເທີ 12:23–29, ໃຫ້​ໄຕ່​ຕອງ​ເວ​ລາ​ທີ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ທ່ານ​ໃຫ້ຮັບ​ຮູ້​ຄວາມ​ອ່ອນ​ແອ​ຂອງ​ທ່ານ ແລະ ໄດ້​ເຮັດ​ໃຫ້​ທ່ານ​ເຂັ້ມ​ແຂງ​ຂຶ້ນ​ແນວ​ໃດ. ບາງ​ທີຕອນນີ້​ກໍ​ເປັນ​ເວ​ລາ​ທີ່​ດີ ທີ່​ຈະ​ຄິດ​ກ່ຽວ​ກັບ​ພະ​ຍານ​ຕ່າງໆ​ທີ່​ທ່ານ​ຍັງ​ມີ​ບັນ​ຫາ​ນຳ​ຢູ່​ໃນ​ເວ​ລານີ້. ທ່ານ​ຮູ້​ສຶກວ່າ​ທ່ານ​ຕ້ອງ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ສະ​ແດງ​ສັດ​ທາ​ໃນ​ພຣະ​ອົງ ເພື່ອ​ວ່າ​ຈະ​ໄດ້​ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ ເພື່ອ​ໃຫ້ “ຄວາມອ່ອນ​ແອນັ້ນ​ກັບ​ມາ​ເຂັ້ມ​ແຂງ”? (ອີເທີ 12:27).

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້, ການ​ເຮັດຕາມ​ຄວາມ​ຮູ້​ຈາກ​ແອວເດີ ນຽວ ເອ ແມ໊ກສະແວວ ອາດ​ຊ່ວຍ​ໄດ້​ຫລາຍ ທີ່​ວ່າ: “​ເມື່ອ​ເຮົາ​ອ່ານ​ພຣະ​ຄຳ​ພີ​ກ່ຽວ​ກັບ ‘ຄວາມ​ອ່ອນ​ແອ’ ຂອງ​ມະ​ນຸດ, ຄຳ​ນີ້ແມ່ນ​ລວມ​ທັງ … ຄວາມ​ອ່ອນ​ແອ​ທີ່​ປະ​ກົດ​ໃນ​ສະ​ພາບ​ຂອງ​ມະ​ນຸດ​ທົ່ວ​ໄປ ຊຶ່ງ​ໃນ​ນັ້ນ ຮ່າງ​ກາຍ​ມີ​ຜົນ​ກະ​ທົບ​ອັນ​ບໍ່​ຢຸດ​ຢ່ອນ​ຕໍ່​ວິນ​ຍານ (ເບິ່ງ ອີເທີ 12:28–29). ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຊັ່ນ​ດຽວ​ກັນ ຄວາມ​ອ່ອນ​ແອແມ່ນ​ລວມ​ທັງຄວາມ​ອ່ອນ​ແອ​ສ່ວນຕົວ​ສະ​ເພາະ​ຂອງ​ເຮົາ, ຊຶ່ງ​ເຮົາ​ຄາດ​ຫວັງ​ທີ່​ຈະ​ເອົາ​ຊະ​ນະ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:3; ຢາໂຄບ 4:7)” (Lord, Increase Our Faith [1994], 84).

ເບິ່ງ “Grace,” Gospel Topics, topics.ChurchofJesusChrist.org ນຳ​ອີກ.

ອີເທີ 13:13–22; 14–15

ການ​ປະ​ຕິ​ເສດ​ສາດ​ສະ​ດາ ຈະ​ນຳ​ສິ່ງ​ອັນ​ຕະ​ລາຍ​ມາ​ສູ່ທາງວິນ​ຍານ.

ການ​ເປັນ​ກະ​ສັດ​ຂອງ​ຊາວ​ຢາເຣັດ, ຕາມ​ປະ​ຫວັດ​ສາດ, ເປັນ​ຕຳ​ແໜ່ງ​ທີ່​ອັນ​ຕະ​ລາຍ. ມັນ​ເປັນ​ຄວາມ​ຈິງ​ໂດຍ​ສະ​ເພາະ​ສຳ​ລັບ​ໂຄ​ຣິ​ອານ​ທະ​ເມີ, ດັ່ງ​ທີ່ຫລາຍ​ຄົນ​ຊຶ່ງ​ເປັນ “ພວກ​ຍິ່ງ​ໃຫຍ່ … ພະ​ຍາ​ຍາມ​ທຳ​ລາຍ [ເພິ່ນ]” (ອີເທີ 13:15–16). ໃນ ອີເທີ 13:15–22, ໃຫ້​ສັງ​ເກດ​ເບິ່ງ​ສິ່ງທີ່​ໂຄ​ຣິ​ອານ​ທະ​ເມີໄດ້ເຮັດ ເພື່ອ​ປ້ອງ​ກັນ​ຕົວ​ເອງ ແລະ ສິ່ງ​ທີ່​ສາດ​ສະ​ດາ​ອີ​ເທີ​ໄດ້​ແນະ​ນຳ​ເພິ່ນ​ໃຫ້​ເຮັດ​ແທນນັ້ນ. ຂະ​ນະ​​ທີ່​ທ່ານ​ອ່ານ​ສ່ວນ​ທີ່​ເຫລືອ​ຢູ່ຂອງ​ໜັງ​ສື​ອີເທີ, ໃຫ້​ໄຕ່​ຕອງ​ຜົນ​ສະ​ທ້ອນ​ຂອງ​ການ​ປະ​ຕິ​ເສດ​ສາດ​ສະ​ດາ. ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ຜູ້​ຄົນ​ເມື່ອ “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ [ເລີກ​ລົ້ມ] ຄວາມ​ພະ​ຍາ​ຍາມ​ກັບ​ພວກ​ເຂົາ”? (ອີເທີ 15:19).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ອີເທີ 12:7–22

ຂະ​ນະ​ທີ່​ພວກທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້​ນຳ​ກັນ, ພວກ​ທ່ານ​ອາດ​ທົບ​ທວນ​ບາງ​ຕົວ​ຢ່າງທີ່​ດົນ​ໃຈ​ເລື່ອງ​ສັດ​ທາ ທີ່​ພວກ​ທ່ານ​ໄດ້​ອ່ານ​ກ່ຽວ​ກັບ ຢູ່​ໃນພຣະ​ຄຳ​ພີ​ມໍ​ມອນ. ສິ່ງນີ້​ອາດ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ສັດ​ທາ​ໃນ​ປະ​ຫວັດ​ຄອບ​ຄົວ​ຂອງ​ທ່ານ ຫລື ໃນ​ຊີ​ວິດ​ຂອງ​ທ່ານ​ເອງ—ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ປະ​ສົບ​ການ​ເຫລົ່າ​ນີ້​ໄວ້ ຖ້າ​ຫາກ​ທ່ານ​ຍັງ​ບໍ່​ທັນ​ໄດ້​ເຮັດ​ເທື່ອ.

ອີເທີ 12:27

ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ທານ​ຄວາມ​ອ່ອນ​ແອ​ໃຫ້​ເຮົາ? ແມ່ນ​ຫຍັງ​ຄືພາກ​ສ່ວນ​ຂອງ​ເຮົາ​ທີ່​ຈະ​ເຮັດ​ໃຫ້ “ຄວາມອ່ອນ​ແອນັ້ນ​ກັບ​ມາ​ເຂັ້ມ​ແຂງ”? ແມ່ນ​ຫຍັງ​ຄື​ພາກ​ສ່ວນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ອີເທີ 12:41

ມັນ​ມີ​ວິ​ທີ​ສະ​ໜຸກ​ສະ​ໜານ​ຢ່າງ​ໃດ​ບໍ ທີ່​ທ່ານ​ສາ​ມາດ​ສິດ​ສອນ​ລູກໆ​ຂອງ​ທ່ານ ເພື່ອ​ໃຫ້ “ສະ​ແຫວງ​ຫາ … ພຣະ​ເຢ​ຊູ”? ວິ​ທີ​ໜຶ່ງ​ຄື​ການ​ເຊື່ອງ​ຮູບ​ພຣະ​ເຢ​ຊູ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້ “ຊອກຫາ” ຮູບ​ໃຫ້​ພົບ. ເຮົາ​ຈະ​ຊອກ​ຫາ​ພຣະ​ເຢ​ຊູໄດ້​ແນວ​ໃດ, ແລະ ເຮົາ​ຈະ​ໄດ້​ຮັບ​ພອນ​ແນວ​ໃດ​ເມື່ອ​ເຮົາ​ຊອກ​ເຫັນ​ພຣະ​ອົງ?

ອີເທີ 13:13–14; 15:19, 33–34

ມັນ​ອາດ​ເປັນ​ສິ່ງ​ທີ່​ໜ້າ​ສົນ​ໃຈ ສຳ​ລັບ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ທີ່​ຈະ​ປຽບ​ທຽບ​ປະ​ສົບ​ການ​ຂອງ​ອີເທີ ກັບ​ປະ​ສົບ​ການ​ຂອງ​ມໍມອນ ແລະ ໂມໂຣໂນ (ເບິ່ງ ມໍມອນ 6; 8:1–10). ປະ​ສົບ​ການ​ຂອງ​ພວກ​ເພິ່ນ​ຄ້າຍ​ຄື​ກັນ​ແນວ​ໃດ? ເສັ້ນ​ທາງ​ທີ່​ນຳ​ພາ​ໄປ​ສູ່​ຄວາມ​ພິ​ນາດ​ຂອງ​ຊາວ​ນີ​ໄຟ ຄ້າຍ​ຄື​ກັນ​ກັບ​ເສັ້ນ​ທາງ​ຂອງ​ຊາວ​ຢາເຣັດແນວ​ໃດ? (ປຽບ​ທຽບ ອີເທີ 15:19 ກັບ ໂມໂຣໂນ 8:28). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຫລີກ​ເວັ້ນ​ຈາກ​ສິ່ງ​ທີ່​ໄດ້​ເກີດ​ກັບ​ພວກ​ເຂົາ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຄຳ​ຖາມ​ຊຸກ​ຍູ້. ເດັກ​ນ້ອຍ​ມີ​ສັນ​ຊາດ​ຕະ​ຍານ​ທີ່​ຢາກ​ຮູ້​ຢາກ​ເຫັນ. ບາງ​ເທື່ອ​ທ່ານ​ອາດ​ເຫັນ​ຄຳ​ຖາມ​ຂອງ​ພວກ​ເຂົາ​ວ່າ​ເປັນ​ສິ່ງ​ລົບ​ກວນ ຈາກ​ສິ່ງ​ທີ່​ທ່ານ​ພະ​ຍາ​ຍາມ​ສິດ​ສອນ​ພວກ​ເຂົາ. ແຕ່, ໃຫ້​ເຫັນ​ຄຳ​ຖາມ​ເຫລົ່າ​ນັ້ນ​ວ່າ​ເປັນ​ໂອ​ກາດ. ມັນ​ເປັນ​ສິ່ງ​ຊີ້ບອກວ່າ ເດັກ​ນ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ຮຽນ—ຄຳ​ຖາມ​ຂອງ​ພວກ​ເຂົາ​ເຮັດ​ໃຫ້​ທ່ານ​ຮູ້ຈັກ​ເຖິງ​ຄວາມ​ກັງ​ວົນ ແລະ ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ກຳ​ລັງຮຽນ (ເບິ່ງ Teaching in the Savior’s Way, 25–26).

ຮູບ​ພາບ
ອີເທີ​ນັ່ງ​ຄຸ​ເຂົ່າ​ຢູ່​ທີ່​ປາກ​ຖ້ຳ

Marvelous Were the Prophecies of Ether [ຄຳ​ທຳ​ນາຍ​ຂອງ​ອີເທີ​ແມ່ນ​ໜ້າ​ອັດ​ສະ​ຈັນ], ໂດຍ ວາວເຕີ ເຣນ

ພິມ