“ວັນທີ 26 ເດືອນຕຸລາ–ວັນທີ 1 ເດືອນພະຈິກ. ມໍມອນ 1–6: ‘ຂ້າພະເຈົ້າປາດຖະໜາທີ່ຈະຊັກຊວນທ່ານທັງຫລາຍ … ໃຫ້ກັບໃຈ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 26 ເດືອນຕຸລາ–ວັນທີ 1 ເດືອນພະຈິກ. ມໍມອນ 1–6,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 26 ເດືອນຕຸລາ–ວັນທີ 1 ເດືອນພະຈິກ
ມໍມອນ 1–6
“ຂ້າພະເຈົ້າປາດຖະໜາທີ່ຈະຊັກຊວນທ່ານທັງຫລາຍ … ໃຫ້ກັບໃຈ”
ຂະນະທີ່ທ່ານອ່ານ ມໍມອນ 1–6, ໃຫ້ໄຕ່ຕອງສິ່ງທີ່ທ່ານໄດ້ຮຽນຮູ້ຈາກຕົວຢ່າງຂອງມໍມອນ. ບັນທຶກສິ່ງທີ່ທ່ານຮູ້ສຶກໄດ້ດົນໃຈໃຫ້ເຮັດ.
ບັນທຶກຄວາມປະທັບໃຈຂອງທ່ານ
ມໍມອນໄດ້ບັນທຶກເລື່ອງລາວໄວ້ໃຫ້ເຮົາ “ຢ່າງຄົບຖ້ວນ” ເຖິງ “ພາບອັນເປັນຕາຢ້ານ” ຂອງຄວາມຊົ່ວຮ້າຍ ແລະ ການຂ້າຟັນ ທີ່ເພິ່ນໄດ້ເຫັນໃນບັນດາຊາວນີໄຟ (ມໍມອນ 2:18; 5:8). ແຕ່ສິ່ງທີ່ເພິ່ນໄດ້ບັນທຶກໄວ້ຢູ່ໃນ ມໍມອນ 1–6 ແມ່ນພຽງພໍທີ່ຈະເຕືອນເຮົາວ່າ ຜູ້ຄົນທີ່ຊອບທຳສາມາດຕົກໄປໄກຫລາຍຂະໜາດໃດ. ທ່າມກາງຄວາມຊົ່ວຮ້າຍທີ່ແຜ່ຂະຫຍາຍ, ບໍ່ມີໃຜສາມາດກ່າວໂທດມໍມອນ ທີ່ເພິ່ນໄດ້ອ່ອນເພຍ ແລະ ທໍ້ຖອຍໃຈ. ແຕ່ໃນທັງໝົດທີ່ເພິ່ນໄດ້ເຫັນ ແລະ ມີປະສົບການ, ເພິ່ນບໍ່ເຄີຍລືມຄວາມເມດຕາທີ່ຍິ່ງໃຫຍ່ຂອງພຣະເຈົ້າ ແລະ ຄວາມເຊື່ອໝັ້ນຂອງເພິ່ນວ່າ ການກັບໃຈຄືວິທີທີ່ຈະໄດ້ຮັບມັນ. ແລະ ເຖິງແມ່ນວ່າຜູ້ຄົນຂອງມໍມອນເອງໄດ້ປະຕິເສດຄຳອ້ອນວອນຂອງເພິ່ນໃຫ້ກັບໃຈ, ແຕ່ເພິ່ນຮູ້ວ່າເພິ່ນມີຜູ້ຄົນກຸ່ມໃຫຍ່ກວ່ານັ້ນທີ່ຈະຊັກຊວນ. “ຈົ່ງເບິ່ງ,” ເພິ່ນໄດ້ປະກາດ, “ຂ້າພະເຈົ້າຂຽນຫາທີ່ສຸດຂອງແຜ່ນດິນໂລກ.” ໃນອີກຄຳໜຶ່ງ, ເພິ່ນໄດ້ຂຽນຫາ ທ່ານ (ເບິ່ງ ມໍມອນ 3:17–20). ແລະ ຂ່າວສານຂອງເພິ່ນຕໍ່ທ່ານ, ໃນທຸກວັນນີ້, ກໍເປັນຂ່າວສານອັນດຽວກັນນັ້ນ ທີ່ອາດຊ່ວຍຊີວິດຂອງຊາວນີໄຟໄວ້ໄດ້ໃນວັນເວລາຂອງພວກເຂົາ ທີ່ວ່າ: “ຈົ່ງເຊື່ອໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ. … ກັບໃຈ ແລະ ຕຽມຕົວເພື່ອຢືນຢູ່ຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ” (ມໍມອນ 3:21–22).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາສາມາດດຳລົງຊີວິດຢ່າງຊອບທຳເຖິງແມ່ນຈະມີຄວາມຊົ່ວຮ້າຍຢູ່ອ້ອມຮອບເຮົາ.
ເລີ່ມຕົ້ນໃນບົດທຳອິດຂອງມໍມອນ, ທ່ານຈະສັງເກດເຫັນຄວາມແຕກຕ່າງຢ່າງຫລວງຫລາຍລະຫວ່າງມໍມອນ ແລະ ຜູ້ຄົນທີ່ຢູ່ອ້ອມຮອບເພິ່ນ. ຂະນະທີ່ທ່ານອ່ານ ມໍມອນ 1, ໃຫ້ຄິດທີ່ຈະປຽບທຽບຄຸນສົມບັດ ແລະ ຄວາມປາດຖະໜາຂອງມໍມອນ ໃສ່ກັບຜູ້ຄົນຂອງເພິ່ນ. ໃຫ້ສັງເກດເບິ່ງຜົນສະທ້ອນທີ່ມາສູ່ເພິ່ນ ແລະ ພວກເຂົາ (ທ່ານຈະເຫັນຕົວຢ່າງໜຶ່ງຢູ່ໃນຂໍ້ທີ 14–15). ທ່ານຮຽນຮູ້ຫຍັງແດ່ທີ່ດົນໃຈທ່ານໃຫ້ດຳລົງຊີວິດຢ່າງຊອບທຳຢູ່ໃນໂລກທີ່ຊົ່ວຮ້າຍ?
ຂະນະທີ່ທ່ານອ່ານ ມໍມອນ 2–6, ໃຫ້ສືບຕໍ່ຊອກຫາວິທີທີ່ມໍມອນໄດ້ສະແດງສັດທາຂອງເພິ່ນໃນພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ ເຖິງແມ່ນຈະມີອິດທິພົນທີ່ຊົ່ວຮ້າຍຢູ່ອ້ອມຮອບເພິ່ນກໍຕາມ.
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ຈະພາໄປສູ່ການປ່ຽນແປງທີ່ແທ້ຈິງ ແລະ ຍືນຍົງ.
ເມື່ອມໍມອນໄດ້ເຫັນຄວາມເສົ້າສະຫລົດໃຈຂອງຜູ້ຄົນຂອງເພິ່ນ, ເພິ່ນຫວັງວ່າພວກເຂົາຈະກັບໃຈ. ແຕ່ “ຄວາມເສົ້າສະຫລົດໃຈຂອງພວກເຂົາບໍ່ແມ່ນເພື່ອການກັບໃຈ” (ມໍມອນ 2:13)—ມັນບໍ່ໄດ້ເປັນຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ທີ່ພາໄປສູ່ການປ່ຽນແປງທີ່ແທ້ຈິງ (ເບິ່ງ 2 ໂກຣິນໂທ 7:8–11). ແຕ່ຊາວນີໄຟໄດ້ຮູ້ສຶກມີຄວາມທຸກໃຈຕາມຢ່າງໂລກ (ເບິ່ງ ມໍມອນ 2:10–11). ເພື່ອຈະເຂົ້າໃຈຄວາມແຕກຕ່າງລະຫວ່າງ ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ແລະ ຄວາມທຸກໃຈຕາມຢ່າງໂລກ, ໃຫ້ຄິດທີ່ຈະເຮັດແຜນຜັງ ອັນທີ່ທ່ານສາມາດບັນທຶກສິ່ງທີ່ທ່ານຮຽນຮູ້ຈາກ ມໍມອນ 2:10–15 ກ່ຽວກັບຄວາມເສົ້າສະຫລົດໃຈສອງຢ່າງນີ້. ແຜນຜັງຂອງທ່ານອາດເບິ່ງເປັນແບບນີ້:
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ |
ຄວາມທຸກໃຈຕາມຢ່າງໂລກ |
---|---|
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ມາຫາພຣະເຢຊູ (ຂໍ້ທີ 14) | ຄວາມທຸກໃຈຕາມຢ່າງໂລກ ສາບແຊ່ງພຣະເຈົ້າ (ຂໍ້ທີ 14) |
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ | ຄວາມທຸກໃຈຕາມຢ່າງໂລກ |
ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ | ຄວາມທຸກໃຈຕາມຢ່າງໂລກ |
ຂະນະທີ່ທ່ານສະທ້ອນຄິດກ່ຽວກັບສິ່ງທີ່ທ່ານຮຽນຮູ້, ໃຫ້ພິຈາລະນາເຖິງວິທີທີ່ຄວາມພະຍາຍາມຂອງທ່ານທີ່ຈະເອົາຊະນະບາບ ແລະ ກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຫລາຍກວ່າເກົ່າແນວໃດ.
ເບິ່ງ Dieter F. Uchtdorf, “You Can Do It Now!” Ensign ຫລື Liahona, Nov. 2013, 55–57 ນຳອີກ.
ເຮົາຄວນຮັບຮູ້ພຣະຫັດຂອງພຣະເຈົ້າຢູ່ໃນຊີວິດຂອງເຮົາສະເໝີ.
ມໍມອນໄດ້ບັນທຶກຄວາມອ່ອນແອທີ່ເພິ່ນໄດ້ເຫັນຢູ່ໃນຊາວນີໄຟ: ພວກເຂົາບໍ່ຮັບຮູ້ວິທີທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ພອນແກ່ພວກເຂົາ. ປະທານເຮັນຣີ ບີ ໄອຣິງ ໄດ້ຊັກຊວນເຮົາໃຫ້ “ຫາວິທີທີ່ຈະຮັບຮູ້ ແລະ ຈື່ຈຳຄວາມເມດຕາຂອງພຣະເຈົ້າ. … ຈົ່ງອະທິຖານ ແລະ ໄຕ່ຕອງ, ໂດຍຖາມວ່າ: ພຣະເຈົ້າໄດ້ສົ່ງຂ່າວສານມາໃຫ້ເຮົາໂດຍສະເພາະບໍ? ເຮົາເຫັນພຣະຫັດຂອງພຣະອົງຢູ່ໃນຊີວິດຂອງເຮົາບໍ ຫລື ໃນຊີວິດຂອງລູກໆຂອງເຮົາບໍ? … ຂ້າພະເຈົ້າເປັນພະຍານວ່າ ພຣະອົງຮັກເຮົາ ແລະ ໃຫ້ພອນເຮົາ, ຫລາຍກວ່າທີ່ເຮົາສ່ວນຫລາຍໄດ້ຮັບຮູ້” (“O Remember, Remember,” Ensign ຫລື Liahona, Nov. 2007, 67, 69).
ຂະນະທີ່ທ່ານອ່ານ ມໍມອນ 3:3, 9, ທ່ານອາດຢາກໄຕ່ຕອງວິທີທີ່ທ່ານຮັບຮູ້ອິດທິພົນຂອງພຣະເຈົ້າໃນຊີວິດຂອງທ່ານແນວໃດ. ພອນຢ່າງໃດແດ່ໄດ້ມາເຖິງ ເມື່ອທ່ານຮັບຮູ້ອິດທິພົນຂອງພຣະອົງ? ແມ່ນຫຍັງຄືຜົນສະທ້ອນຂອງການບໍ່ຮັບຮູ້ພຣະອົງ? (ເບິ່ງ ມໍມອນ 2:26).
ພຣະເຢຊູຄຣິດຢືນວາແຂນຮັບເອົາທ່ານຢູ່.
ຊາວນີໄຟໄດ້ປະຕິເສດການສິດສອນຂອງມໍມອນ, ແຕ່ເພິ່ນມີຄວາມຫວັງວ່າ ບັນທຶກຂອງເພິ່ນຈະມີອິດທິພົນຕໍ່ທ່ານ. ຂະນະທີ່ທ່ານອ່ານ ມໍມອນ 5:8–24 ແລະ 6:16–22, ທ່ານຮຽນຮູ້ຫຍັງແດ່ກ່ຽວກັບຜົນສະທ້ອນຂອງບາບ? ທ່ານຮຽນຮູ້ຫຍັງແດ່ຈາກຂ່າວສານເຫລົ່ານີ້ກ່ຽວກັບຄວາມຮູ້ສຶກຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດທີ່ມີຕໍ່ທ່ານ, ແມ່ນແຕ່ຕອນທີ່ທ່ານເຮັດບາບ? ທ່ານຮູ້ສຶກວ່າພຣະເຢຊູຄຣິດໄດ້ເອື້ອມພຣະຫັດເປີດແຂນອອກມາຫາທ່ານແນວໃດ? ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ເຮັດສິ່ງໃດ ຕາມຜົນສະທ້ອນ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ມໍມອນ 1:2
ການ “ຮູ້ຈັກສັງເກດ” ໝາຍຄວາມວ່າແນວໃດ? ທ່ານສາມາດຊອກຫາຄວາມຮູ້ຢູ່ໃນບົດຄວາມຂອງແອວເດີ ເດວິດ ເອ ແບ໊ດນາ “Quick to Observe” (Ensign, Dec. 2006, 30–36). ການຮູ້ຈັກສັງເກດເປັນພອນໃຫ້ແກ່ມໍມອນແນວໃດ? ມັນສາມາດເປັນພອນໃຫ້ແກ່ເຮົາແນວໃດ?
ມໍມອນ 1:1–6, 15; 2:1–2
ເດັກນ້ອຍຢູ່ໃນຄອບຄົວຂອງທ່ານເຂົ້າໃຈບໍວ່າ ພວກເຂົາສາມາດພັດທະນາຄຸນສົມບັດ ແລະ ພະລັງທາງວິນຍານໄດ້ ເຖິງແມ່ນພວກເຂົາຍັງນ້ອຍຢູ່ກໍຕາມ? ຕົວຢ່າງຂອງມໍມອນສາມາດຊ່ວຍພວກເຂົາ. ໃຫ້ຄິດທີ່ຈະເຮັດເສັ້ນເວລາຕອນມໍມອນຍັງນ້ອຍ ແລະ ເປັນໄວລຸ້ນ, ໂດຍການໃຊ້ອາຍຸ ແລະ ເຫດການຢູ່ໃນ ມໍມອນ 1:1–6, 15 ແລະ 2:1–2. ຂະນະທີ່ທ່ານສົນທະນາກັນກ່ຽວກັບຄຸນສົມບັດ ແລະ ປະສົບການຂອງມໍມອນ, ໃຫ້ຊີ້ບອກຄຸນສົມບັດທີ່ລູກໆຂອງທ່ານມີ ທີ່ດົນໃຈທ່ານ ແລະ ຄົນອື່ນໆທີ່ຢູ່ອ້ອມຮອບພວກເຂົາ.
ມໍມອນ 2:18–19
ມໍມອນໄດ້ໃຊ້ຄຳໃດເພື່ອບັນຍາຍເຖິງໂລກທີ່ເພິ່ນອາໄສຢູ່? ເພິ່ນຍັງມີຄວາມຫວັງຢູ່ຄືເກົ່າໄດ້ແນວໃດ ເຖິງແມ່ນມັນມີຄວາມຊົ່ວຮ້າຍຢູ່ອ້ອມຮອບເພິ່ນ? ຄອບຄົວຂອງເຮົາຈະເຮັດແບບນັ້ນໄດ້ແນວໃດ?
ມໍມອນ 3:12
ມໍມອນຮູ້ສຶກແນວໃດກ່ຽວກັບຜູ້ຄົນທີ່ຢູ່ອ້ອມຮອບເພິ່ນ, ເຖິງແມ່ນພວກເຂົາຊົ່ວຮ້າຍ? ເຮົາສາມາດເຮັດຫຍັງໄດ້ແດ່ ເພື່ອພັດທະນາຄວາມຮັກຄືກັນກັບທີ່ເພິ່ນມີ?
ມໍມອນ 5:2
ເປັນຫຍັງເຮົາຈຶ່ງລັງເລໃຈທີ່ຈະເອີ້ນຫາພຣະບິດາເທິງສະຫວັນ ຕອນເຮົາດີ້ນລົນ? ເຮົາຈະເຮັດສິ່ງໃດ ເພື່ອເພິ່ງອາໄສພຣະບິດາເທິງສະຫວັນຫລາຍກວ່າເກົ່າ?
ມໍມອນ 5:16–18
ເພື່ອຊ່ວຍຄອບຄົວຂອງທ່ານວາດພາບເຫັນຄວາມໝາຍຂອງການ “ຖືກຂັບໄລ່ໄປມາຄືກັນກັບຂີ້ແກບຢູ່ຕໍ່ໜ້າລົມ” (ຂໍ້ທີ 16), ໃຫ້ຈີກເຈ້ຍແຜ່ນໜຶ່ງເປັນຕ່ອນນ້ອຍໆ ແລະ ໃຫ້ສະມາຊິກໃນຄອບຄົວຂອງທ່ານເປົ່າມັນໃຫ້ປິວໄປມາ. ໃຫ້ອະທິບາຍວ່າ ຂີ້ແກບແມ່ນເປືອກຂອງເມັດເຂົ້າ, ແລະ ມັນເບົາພໍທີ່ຈະປິວໄປມາໄດ້. ການ “ປາດສະຈາກພຣະຄຣິດ ແລະ ພຣະເຈົ້າຢູ່ໃນໂລກນີ້” (ຂໍ້ທີ 16) ຄືກັນກັບຂີ້ແກບຢູ່ຕໍ່ໜ້າລົມແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.