ຈົ່ງ​ຕາມ​ເຮົາ​ມາ
ວັນທີ 19–25 ເດືອນ​ຕຸລາ. 3 ນີໄຟ 27–4 ນີໄຟ: “ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່ານີ້”


“ວັນທີ 19–25 ເດືອນ​ຕຸລາ. 3 ນີໄຟ 27–4 ນີໄຟ: ‘ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່ານີ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 19–25 ເດືອນ​ຕຸລາ. 3 ນີໄຟ 27–4 ນີໄຟ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ​ອະ​ທິ​ຖານ​ກັບ​ຊາວ​ນີ​ໄຟ

Christ’s Prayer [ການ​ອະ​ທິ​ຖານ​ຂອງ​ພຣະ​ຄຣິດ], ໂດຍ ແດເຣັກ ແຮກສະເຕດ

ວັນທີ 19–25 ເດືອນ​ຕຸລາ

3 ນີໄຟ 274 ນີໄຟ

“ບໍ່​ມີ​ຜູ້​ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມ​ສຸກ​ຫລາຍ​ໄປ​ກວ່ານີ້”

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ຂຽນ​ສິ່ງ​ທີ່​ພວກ​ເຂົາ​ໄດ້ມີ​ປະ​ສົບ​ການ​ໄວ້ (ເບິ່ງ 3 ນີໄຟ 27:23–24). ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ຂຽນ​ປະ​ສົບ​ການ​ທາງວິນ​ຍານ​ທີ່​ທ່ານ​ມີ​ລົງ​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດບໍ່​ພຽງ​ແຕ່​ເປັນ​ທິດ​ສະ​ດີ​ທີ່​ງົດ​ງາມ ເພື່ອ​ໃຫ້​ໄຕ່​ຕອງ​ເທົ່າ​ນັ້ນ. ມັນ​ມີ​ຄວາມ​ໝາຍ​ເກີນກວ່ານັ້ນ​ອີກ—ມັນ​ຫວັງ​ໃຫ້​ປ່ຽນ​ຊີ​ວິດ​ຂອງ​ເຮົາ. ໜັງ​ສື 4 ນີໄຟ ໃຫ້​ຕົວ​ຢ່າງ​ທີ່ຍອດ​ຍ້ຽມ​ເຖິງ​ເລື່ອງນີ້, ໂດຍ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງລະ​ອຽດ​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ສາມາດ​ປ່ຽນ​ແປງ​ຜູ້​ຄົນ. ຫລັງ​ຈາກ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ທີ່​ສັ້ນໆ​ຂອງ​ພຣະ​ເຢ​ຊູ, ການ​ຂັດ​ແຍ້ງ​ລະ​ຫວ່າງຊາວ​ນີໄຟ ແລະ ຊາວ​ເລມັນ​ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ ໄດ້​ຢຸດ​ຕິ​ລົງ. ສອງ​ປະ​ຊາ​ຊາດ​ທີ່​ຮູ້​ຈັກ​ກັນ​ວ່າ​ເປັນຜູ້​ຄົນ​ທີ່​ແຕກ​ແຍກ ແລະ ມີຄວາມ​ທະ​ນົງ​ຕົວ ​ໄດ້​ກາຍ​ເປັນ “ພວກ​ດຽວ​ກັນ, ເປັນ​ລູກ​ຂອງ​ພຣະ​ຄຣິດ” (4 ນີໄຟ 1:17), ແລະ ພວກ​ເຂົາ​ເລີ່ມ​ຕົ້ນ “ມີ​ເຂົ້າ​ຂອງ​ທັງ​ໝົດ​ນຳ​ກັນ” (4 ນີໄຟ 1:3). “ຄວາມ​ຮັກ​ຂອງ​ພ​ຣະ​ເຈົ້າ … ມີ​ຢູ່​ໃນ​ໃຈ​ຂອງ​ຜູ້​ຄົນ,” ແລະ “ບໍ່​ມີ​ຜູ້ຄົນ​ກຸ່ມ​ໃດ​ທີ່​ມີ​ຄວາມສຸກ​ຫລາຍ​ໄປ​ກວ່າ​ນີ້​ໃນ​ບັນດາ​ຜູ້ຄົນ​ທັງ​ປວງ​ທີ່​ພຣະຫັດ​ຂອງ​ພຣະ​ເຈົ້າ​ໄດ້​ສ້າງ​ຂຶ້ນ​ມາ” (4 ນີໄຟ 1:15–16). ນີ້​ຄື​ວິ​ທີ​ທີ່​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປ່ຽນ​ແປງ​ຊາວ​ນີໄຟ ແລະ ຊາວ​ເລມັນ. ຄຳ​ສອນ​ໄດ້​ປ່ຽນ​ແປງ​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

3 ນີໄຟ 27:1–12

ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ເອີ້ນ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ສານຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລີ່ມ​ຕົ້ນ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ, ໄດ້ມີ​ຄຳ​ຖາມ​ໜຶ່ງ, ຊຶ່ງ​ຕໍ່​ບາງ​ຄົນ, ອາດ​ເປັນ​ເລື່ອງ​ເລັກ​ນ້ອຍ—ສາດ​ສະ​ໜາ​ຈັກ​ຄວນ​ມີ​ຊື່​ວ່າ​ແນວ​ໃດ? (ເບິ່ງ 3 ນີໄຟ 27:1–3). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ຊື່ນີ້​ຈາກ​ຄຳ​ຕອບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີໄຟ 27:4–12? ໃນ​ປີ 1838 ພຣະ​ຜູ້​ເປັນ​ເຈົ້າ​ໄດ້ເປີດ​ເຜີຍ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນປະ​ຈຸ​ບັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4). ໃຫ້​ໄຕ່​ຕອງ​ແຕ່​ລະ​ຄຳ​ຢູ່​ໃນ​ຊື່ນັ້ນ. ຄຳ​ເຫລົ່າ​ນີ້​ຊ່ວຍ​ເຮົາ​ໃຫ້​ຮູ້ເຖິງ​ຜູ້​ທີ່​ເຮົາ​ເປັນ, ສິ່ງ​ທີ່​ເຮົາ​ເຊື່ອ​ຖື, ແລະ ວິ​ທີ​ທີ່​ເຮົາ​ຄວນ​ປະ​ຕິ​ບັດ​ແນວ​ໃດ?

ເບິ່ງ Russell M. Nelson, “The Correct Name of the Church,” Ensign ຫລື Liahona, Nov. 2018, 87–80; M. Russell Ballard, “The Importance of a Name,” Ensign ຫລື Liahona, Nov. 2011, 79–82 ນຳ​ອີກ.

3 ນີໄຟ 28:1–11

ເມື່ອ​ເຮົາ​ຊຳ​ລະ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ໃຫ້​ບໍ​ລິ​ສຸດ, ເຮົາ​ກາຍ​ເປັນ​ສານຸ​ສິດ​ທີ່​ຊື່​ສັດ​ຫລາຍກວ່າ​ເກົ່າ.

ທ່ານ​ຈະ​ວ່າແນວ​ໃດ ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຖາມ​ທ່ານ, ຄື​ກັນ​ກັບ​ທີ່​ພຣະ​ອົງ​ໄດ້​ຖາມ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ, “ພວກ​ເຈົ້າ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ເຮົາ?” (3 ນີໄຟ 28:1). ໃຫ້​ຄິດ​ກ່ຽວ​ກັບ​ສິ່ງນີ້​ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ 3 ນີໄຟ 28:1–11. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ສາ​ນຸ​ສິດ ຈາກ​ຄຳ​ຕອບ​ຂອງ​ເຂົາ​ເຈົ້າ​ຕໍ່​ຄຳ​ຖາມ​ຂອງ​ພຣະ​ອົງ? ປະທານ​ດາລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ: “ເພື່ອ​ບັນ​ລຸ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ, ເຮົາຈະ​ປາດ​ຖະ​ໜາ ແລະ ທຳ​ງານ​ເພື່ອ​ຄວາມ​ເໝາະ​ສົມ​ທີ່​ຈະ​ກາຍ​ເປັນ​ບຸກ​ຄົນ​ນິ​ລັນ​ດອນ. … ເຮົາ​ຈະ​ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ [ພຣະ​ເຢ​ຊູ​ຄຣິດ]” (“Desire,” Ensign ຫລື Liahona, May 2011, 44–45). ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ເຮັດ​ໃຫ້​ຄວາມ​ປາດ​ຖະ​ໜາ​ໃນ​ໃຈ​ຂອງ​ທ່ານ​ຊອບ​ທຳ​ຫລາຍກວ່າ​ເກົ່າ? (ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ “ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ກັບ​ຮ່າງ​ກາຍ” ຂອງ​ສາ​ນຸ​ສິດ​ສາມ​ຄົນ, ໃຫ້​ເບິ່ງ 3 ນີໄຟ 28:37 ແລະ “ບຸກ​ຄົນ​ທີ່​ຖືກ​ປ່ຽນ​ສະ​ພາບ​ແລ້ວ,” ຄູ່​ມື​ພຣະ​ຄຳ​ພີ, scriptures.ChurchofJesusChrist.org.)

4 ນີໄຟ 1:1–18

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ນຳ​ພາ​ໄປ​ສູ່​ຄວາມ​ເປັນ​ອັນ​ໜຶ່ງ​ດຽວ​ກັນ ແລະ ຄວາມ​ສຸກ.

ທ່ານ​ສາ​ມາດ​ວາດ​ພາບ​ວ່າ ມັນ​ຈະ​ເປັນ​ແນວ​ໃດ​ຖ້າ​ທ່ານ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ໄລ​ຍະປີ​ເຫລົ່າ​ນັ້ນ​ຫລັງ​ຈາກ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ? ຜູ້​ຄົນ​ໄດ້​ດຳ​ລົງ​ຊີ​ວິດ​ຢ່າງ​ສະ​ຫງົບ​ສຸກ​ໄດ້​ແນວ​ໃດ—ເກືອບ​ເຖິງ 200 ປີ? ຂະ​ນະ​ທີ່​ທ່ານ​ສຶກ​ສາ 4 ນີໄຟ 1:1–18, ໃຫ້​ຄິດ​ທີ່​ຈະ​ຂຽນ​ການ​ເລືອກ​ທີ່​ຜູ້​ຄົນ​ເຫລົ່າ​ນັ້ນ​ໄດ້​ເຮັດ ເພື່ອ​ຈະ​ໄດ້​ມີ​ປະ​ສົບ​ການ​ທີ່​ເປັນ​ພອນ​ໃຫ້​ແກ່​ຊີ​ວິດ.

ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ຄອບ​ຄົວ, ຫວອດ, ຫລື ຊຸມ​ຊົນ​ຂອງ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ເປັນ​ອັນ​ໜຶ່ງ​ດຽວກັນ ແລະ ມີ​ຄວາມ​ສຸກ​ຫລາຍກວ່າ​ເກົ່າ, ຄື​ກັນ​ກັບ​ຜູ້​ຄົນ​ຢູ່​ໃນ 4 ນີໄຟ ໄດ້​ມີ. ຄຳ​ສອນ​ຢ່າງ​ໃດ​ແດ່​ຂອງ​ພຣະ​ເຢ​ຊູ​ຄຣິດ ທີ່​ທ່ານ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຕາມ​ຢ່າງ​ເຕັມ​ສ່ວນ ເພື່ອ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍນີ້​ໄດ້? ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້ແດ່​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເຂົ້າ​ໃຈ ແລະ ດຳ​ລົງ​ຊີ​ວິດ​ຕາມ​ຄຳ​ສອນ​ເຫລົ່າ​ນີ້?

4 ນີໄຟ 1:19–49

ຄວາມ​ຊົ່ວ​ຮ້າຍ​ນຳ​ພາ​ໄປ​ສູ່​ການ​ແຕກ​ແຍກ ແລະ ຄວາມ​ໂສກ​ເສົ້າ.

ໜ້າ​ເສຍ​ໃຈ​ທີ່​ສັງ​ຄົມ​ຊີ​ໂອນ ຊຶ່ງບັນ​ຍາຍ​ຢູ່​ໃນ 4 ນີໄຟ (ເບິ່ງ ໂມເຊ 7:18 ນຳ​ອີກ) ໃນ​ທີ່​ສຸດ ໄດ້​ເລີ່ມ​ເສື່ອມ​ໂຊມ​ລົງ. ຂະ​ນະ​ທີ່​ທ່ານ​ອ່ານ 4 ນີໄຟ 1:19–49, ໃຫ້​ຊອກ​ຫາ​ທັດ​ສະ​ນະ​ຄະ​ຕິ ແລະ ການ​ປະ​ພຶດ ທີ່​ເຮັດ​ໃຫ້​ສັງ​ຄົມ​ພັງ​ທະ​ລາຍ. ທ່ານເຫັນ​ວ່າ​ຕົວ​ເອງ​ມີທັດ​ສະ​ນະ​ຄະ​ຕິ ແລະ ການ​ປະ​ພຶດ​ແບບນີ້ບໍ?

ເບິ່ງ “Chapter 18: Beware of Pride,” Teachings of Presidents of the Church: Ezra Taft Benson (2014), 229–40 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

3 ນີໄຟ 27:13–21

ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ເຖິງ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໝາຍ​ເຖິງ ເມື່ອ​ພຣະ​ອົງ​ອ້າງ​ວ່າ “ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.” ຫລັງ​ຈາກ​ການ​ອ່ານ ແລະ ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​ເຫລົ່າ​ນີ້​ແລ້ວ, ທ່ານ​ສາ​ມາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສະ​ຫລຸບ​ຄວາມ​ໝາຍ​ຂອງພຣະ​ກິດ​ຕິ​ຄຸນ​ໃນ​ໜຶ່ງ​ປະ​ໂຫຍກ.

3 ນີໄຟ 27:23–26

ເຮົາ​ເຖິງ​ຂັ້ນ​ໃດ​ແລ້ວ ເລື່ອງ​ການ​ບັນ​ທຶກ​ສິ່ງ​ທີ່​ເຮົາ​ໄດ້ “ເຫັນ ແລະ ໄດ້​ຍິນ”—ເປັນ​ສ່ວນ​ບຸກ​ຄົນ ຫລື ເປັນ​ຄອບ​ຄົວ? ເປັນ​ຫຍັງ​ການ​ຮັກ​ສາ​ບັນ​ທຶກ​ເລື່ອງ​ທີ່​ເປັນ​ທາງວິນ​ຍານ​ຈຶ່ງ​ສຳ​ຄັນ?

3 ນີໄຟ 27:30–31

ເພື່ອ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ເຖິງ​ຄວາມ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ພວກ​ທ່ານ​ສາ​ມາດ​ຫລິ້ນເກມ ຊຶ່ງ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໄປ​ລີ້ ແລະ ໃຫ້​ຄົນ​ໜຶ່ງ​ຊອກ​ຫາ. ສິ່ງນີ້​ອາດພາ​ໄປ​ສູ່​ການ​ສົນ​ທະ​ນາ​ເຖິງ​ຄວາມ​ສຳ​ຄັນ​ທີ່​ຈະ​ຊອກ​ຫາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້ຄົບ​ທຸກ​ຄົນ ເພື່ອ​ວ່າ​ຈະ “ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ເສຍ​ໄປ.” ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຫລືອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຮົາ ເພື່ອ​ຍຶດ​ໝັ້ນ​ຢູ່​ໃນ​ພຣະ​ກິດ​ຕິ​ຄຸນ ຫລື ກັບ​ຄືນ​ມາ​ໄດ້​ແນວ​ໃດ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ໜີ​ໄປ?

3 ນີໄຟ 28:17–18, 36–40

ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ມໍ​ມອນ ເມື່ອ​ເພິ່ນບໍ່​ເຂົ້າ​ໃຈ​ທຸກ​ສິ່ງ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ສາ​ນຸ​ສິດ​ຊາວ​ນີ​ໄຟ​ສາມ​ຄົນ? ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເມື່ອ​ເຮົາ​ບໍ່​ເຂົ້າ​ໃຈ​ທຸກ​ສິ່ງ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ? ປະທານ​ດີເດີ ແອັຟ ອຸກດອບ ໄດ້​ສິດ​ສອນ​ວ່າ: “ພຣະ​ເຈົ້າ​ເປັນ​ຫ່ວງ​ທ່ານ. ພຣະ​ອົງ​ຈະ​ຮັບ​ຟັງ ແລະ ພຣະ​ອົງ​ຈະ​ຕອບ​ຄຳ​ຖາມ​ສ່ວນ​ຕົວ​ຂອງ​ທ່ານ. ຄຳ​ຕອບ​ຕໍ່​ຄຳ​ຖາມ​ຂອງ​ທ່ານ​ຈະ​ມາ​ສູ່​ທ່ານ​ໃນ​ວິ​ທີ​ທາງ​ຂອງ​ພຣະ​ອົງ​ເອງ, ແລະ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ, ແລະ ສະ​ນັ້ນ, ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຮັບ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ” (“Receiving a Testimony of Light and Truth,” Ensign ຫລື Liahona, Nov. 2014, 21).

4 ນີໄຟ 1:15

ເພື່ອບໍ່​ໃຫ້​ມີ​ການ​ຂັດ​ແຍ້ງ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ທ່ານ, ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຕັ້ງ​ເປົ້າ​ໝາຍ​ທີ່​ຈະ​ຮັກກັນ​ຫລາຍກວ່າ​ເກົ່າ​ໃນ​ອາ​ທິດນີ້. ຫລັງ​ຈາກ​ໜຶ່ງ​ອາ​ທິດ​ຜ່ານ​ໄປ, ໃຫ້​ທົບທວນ​ຄວາມ​ກ້າວ​ໜ້າ​ຂອງ​ພວກ​ທ່ານນຳ​ກັນ ແລະ ສົນ​ທະ​ນາ​ວິ​ທີ​ທີ່ການ​ສະ​ແດງ​ຄວາມ​ຮັກຕໍ່​ກັນ​ຫລາຍກວ່າ​ເກົ່າ ມີ​ຜົນ​ກະ​ທົບ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສະ​ແຫວງ​ຫາການ​ເປີດ​ເຜີຍ​ທຸກວັນ. ສ່ວນ​ຫລາຍການ​ເປີດ​ເຜີຍ​ຈະ​ມີ​ມາ​ເທື່ອ​ລະ “ບັນ​ທັດ” (2 ນີໄຟ 28:30). ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້ພຣະ​ຄຳ​ພີ​ທີ່​ທ່ານ​ກຳ​ລັງ​ສຶກ​ສາ, ແນວ​ຄິດ ແລະ ຄວາມ​ປະ​ທັບ​ໃຈ​ອາດ​ມາ​ສູ່​ທ່ານ ຕະ​ຫລອດ​ທັງ​ວັນ. ຢ່າ​ຄິດ​ວ່າ​ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ເປັນ​ສິ່ງ​ທີ່​ທ່ານ​ຕ້ອງ “ຫາ​ເວ​ລາ​ໃຫ້​ກັບມັນ” ແຕ່​ໃຫ້​ເປັນ​ບາງ​ສິ່ງ​ທີ່​ທ່ານ​ເຮັດ​ຢູ່​ສະ​ເໝີ (ເບິ່ງ Teaching in the Savior’s Way, 12).

ຮູບ​ພາບ
ພຣະ​ເຢ​ຊູເວົ້າ​ລົມ​ກັບສາ​ນຸ​ສິດ​ຊາວ​ນີ​ໄຟ​ສາມ​ຄົນ

Christ with Three Nephite Disciples [ພຣະ​ຄຣິດ​ກັບ​ສາ​ນຸ​ສິດ​ຊາວ​ນີໄຟ​ສາມ​ຄົນ], ໂດຍ ແກຣີ ແອວ ແຄບ

ພິມ