“ວັນທີ 28 ເດືອນກັນຍາ–ວັນທີ 11 ເດືອນຕຸລາ. 3 ນີໄຟ 17–19: ‘ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 28 ເດືອນກັນຍາ–ວັນທີ 11 ເດືອນຕຸລາ. 3 ນີໄຟ 17–19,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 28 ເດືອນກັນຍາ–ວັນທີ 11 ເດືອນຕຸລາ
3 ນີໄຟ 17–19
“ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ”
ຂະນະທີ່ບົດທີ່ຜ່ານມາຢູ່ໃນ 3 ນີໄຟ ສ່ວນຫລາຍໄດ້ເຈາະຈົງໃສ່ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດ, ບົດທີ 17–19 ບັນຍາຍເຖິງການປະຕິບັດສາດສະໜາກິດ ແລະ ການສິດສອນຂອງພຣະອົງໃນບັນດາຜູ້ຄົນ. ຂະນະທີ່ທ່ານອ່ານບົດເຫລົ່ານີ້, ພຣະວິນຍານໄດ້ສິດສອນທ່ານຫຍັງແດ່ກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ?
ບັນທຶກຄວາມປະທັບໃຈຂອງທ່ານ
ພຣະເຢຊູຄຣິດຫາກໍໄດ້ໃຊ້ເວລາໜຶ່ງວັນ ເພື່ອປະຕິບັດສາດສະໜາກິດຢູ່ໃນແຜ່ນດິນອຸດົມສົມບູນ, ສິດສອນພຣະກິດຕິຄຸນຂອງພຣະອົງ, ໃຫ້ໂອກາດຜູ້ຄົນທີ່ຈະໄດ້ເຫັນ ແລະ ສຳພັດແຜຢູ່ໃນພຣະກາຍທີ່ຟື້ນຄືນພຣະຊົນຂອງພຣະອົງ, ແລະ ເປັນພະຍານວ່າ ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດທີ່ຖືກສັນຍາໄວ້. ແລະ ບັດນີ້ ມັນເຖິງເວລາທີ່ພຣະອົງຈະຕ້ອງຈາກໄປແລ້ວ. ພຣະອົງຕ້ອງກັບຄືນໄປຫາພຣະບິດາຂອງພຣະອົງ, ແລະ ພຣະອົງຮູ້ວ່າ ຜູ້ຄົນຕ້ອງການເວລາທີ່ຈະໄຕ່ຕອງກ່ຽວກັບສິ່ງທີ່ພຣະອົງໄດ້ສິດສອນ. ສະນັ້ນ ໂດຍທີ່ໄດ້ສັນຍາວ່າຈະກັບຄືນມາອີກໃນມື້ຕໍ່ໄປ, ພຣະອົງຈຶ່ງໄດ້ໃຫ້ຜູ້ຄົນກັບເມືອບ້ານເຮືອນຂອງພວກເຂົາ. ແຕ່ບໍ່ມີໃຜກັບໄປ. ພວກເຂົາບໍ່ໄດ້ບອກເຖິງຄວາມຮູ້ສຶກຂອງພວກເຂົາ, ແຕ່ພຣະເຢຊູຮູ້ສຶກ: ພວກເຂົາຫວັງວ່າພຣະອົງຈະ “ຢູ່ກັບພວກເຂົາຕື່ມອີກໜ້ອຍໜຶ່ງ” (3 ນີໄຟ 17:5). ພຣະອົງໄດ້ມີສິ່ງອື່ນທີ່ສຳຄັນທີ່ຈະເຮັດ, ແຕ່ໂອກາດທີ່ຈະສະແດງຄວາມເຫັນອົກເຫັນໃຈ ແມ່ນຫາໄດ້ຍາກ ໃນເວລາທີ່ສະດວກ, ສະນັ້ນພຣະເຢຊູຈຶ່ງໄດ້ຢູ່ກັບຜູ້ຄົນຕື່ມອີກໜ້ອຍໜຶ່ງ. ສິ່ງທີ່ເກີດຂຶ້ນຫລັງຈາກນັ້ນ ຄົງເປັນຕົວຢ່າງທີ່ລະອຽດອ່ອນທີ່ສຸດໃນການປະຕິບັດສາດສະໜາກິດ ທີ່ມີບັນທຶກຢູ່ໃນພຣະຄຳພີ. ຜູ້ທີ່ມີໜ້າຢູ່ທີ່ນັ້ນ ພຽງແຕ່ເວົ້າໄດ້ວ່າ ມັນສຸດທີ່ຈະພັນລະນາໄດ້ (ເບິ່ງ 3 ນີໄຟ 17:16–17). ພຣະເຢຊູເອງໄດ້ສະຫລຸບຄວາມຮູ້ສຶກທາງວິນຍານທີ່ບໍ່ໄດ້ກະກຽມລ່ວງໜ້າ ດ້ວຍພຣະຄຳທີ່ລຽບງ່າຍເຫລົ່ານີ້: “ບັດນີ້ຈົ່ງເບິ່ງ, ຄວາມສຸກຂອງເຮົາເຕັມປ່ຽມ” (3 ນີໄຟ 17:20).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ພຣະຜູ້ຊ່ວຍໃຫ້ລອດ ເປັນຕົວຢ່າງທີ່ດີພ້ອມທຸກຢ່າງ ເລື່ອງການປະຕິບັດສາດສະໜາກິດ.
ເຮົາຮູ້ວ່າ ມີຜູ້ຄົນປະມານ 2,500 ຄົນ (ເບິ່ງ 3 ນີໄຟ 17:25) ຜູ້ໄດ້ມີປະສົບການ ຕອນທີ່ພຣະຄຣິດມາຢ້ຽມຢາມເທື່ອທຳອິດ, ດັ່ງທີ່ມີບັນທຶກ ຢູ່ໃນ 3 ນີໄຟ 11–18. ແຕ່ພຣະຜູ້ຊ່ວຍໃຫ້ລອດໄດ້ຫາວິທີທາງ ເພື່ອປະຕິບັດສາດສະໜາກິດຕໍ່ພວກເຂົາ ເທື່ອລະຄົນ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບການປະຕິບັດສາດສະໜາກິດຈາກຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ຢູ່ໃນບົດນີ້? ມີຄວາມຕ້ອງການໃດແດ່ທີ່ພຣະອົງໄດ້ປະຕິບັດສາດສະໜາກິດຕໍ່? ໃຫ້ໄຕ່ຕອງວິທີທີ່ຕົວຢ່າງຂອງພຣະອົງຊ່ວຍທ່ານປະຕິບັດສາດສະໜາກິດຕໍ່ຄົນອື່ນແນວໃດ.
3 ນີໄຟ 17:13–22; 18:15–25; 19:6–9, 15–36
ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນເຮົາໃຫ້ຮູ້ວິທີອະທິຖານ.
ໃຫ້ຄິດເອງວ່າ ມັນຈະເປັນແນວໃດ ທີ່ໄດ້ຍິນພຣະຜູ້ຊ່ວຍໃຫ້ລອດອະທິຖານເພື່ອທ່ານ. ພຣະອົງຈະກ່າວຫຍັງເພື່ອທ່ານ? ຄຳສອນ ແລະ ຄຳອະທິຖານຂອງພຣະອົງ ຢູ່ໃນບົດເຫລົ່ານີ້ ອາດໃຫ້ແນວຄິດແກ່ທ່ານ. ຂະນະທີ່ທ່ານສຶກສາ, ທ່ານຮຽນຮູ້ຫຍັງແດ່ຈາກຕົວຢ່າງຂອງພຣະຄຣິດ ທີ່ສາມາດເຮັດໃຫ້ຄຳອະທິຖານຂອງທ່ານມີຄວາມໝາຍກວ່າເກົ່າ? ພອນຢ່າງໃດແດ່ຈາກການອະທິຖານ ທີ່ທ່ານໄດ້ເຫັນຢູ່ໃນຊີວິດຂອງທ່ານ?
ເຮົາສາມາດອີ່ມທາງວິນຍານ ຂະນະທີ່ເຮົາຮັບສ່ວນສິນລະລຶກ.
ຂະນະທີ່ທ່ານອ່ານ 3 ນີໄຟ 18:1–12, ໃຫ້ໄຕ່ຕອງວິທີທີ່ການຮັບສ່ວນສິນລະລຶກສາມາດຊ່ວຍທ່ານໃຫ້ “ອີ່ມ” ທາງວິນຍານແນວໃດ (3 ນີໄຟ 18:3–5, 9; ເບິ່ງ 3 ນີໄຟ 20:1–9) ນຳອີກ. ຍົກຕົວຢ່າງ, ທ່ານສາມາດຂຽນຄຳຖາມຫລາຍຂໍ້ທີ່ກະຕຸ້ນຜົນສະທ້ອນສ່ວນຕົວ ຕອນທ່ານຮັບສ່ວນສິນລະລຶກ, ດັ່ງເຊັ່ນ “ເຮົາຮູ້ສຶກແນວໃດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະຂອງພຣະອົງເພື່ອເຮົາ?” “ການເສຍສະລະຂອງພຣະອົງມີອິດທິພົນຕໍ່ຊີວິດປະຈຳວັນຂອງເຮົາແນວໃດ?” ຫລື “ສິ່ງໃດທີ່ເຮົາເຮັດໄດ້ດີ ໃນຖານະສານຸສິດ, ແລະ ສິ່ງໃດທີ່ເຮົາສາມາດປັບປຸງ?”
ຂໍ້ຄວາມເຫລົ່ານີ້ຈາກປະທານເຮັນຣີ ບີ ໄອຣິງ ອາດຊ່ວຍທ່ານໄຕ່ຕອງວິທີທີ່ສິນລະລຶກສາມາດຊ່ວຍທ່ານອີ່ມທາງວິນຍານໄດ້: “ເມື່ອທ່ານສຳຫລວດເບິ່ງຊີວິດຂອງທ່ານ ໃນລະຫວ່າງພິທີສິນລະລຶກ, ຂ້າພະເຈົ້າຫວັງວ່າ ຄວາມຄິດຂອງທ່ານ ຈະຄຳນຶງເຖິງ ບໍ່ພຽງແຕ່ສິ່ງທີ່ທ່ານໄດ້ເຮັດຜິດໄປເທົ່ານັ້ນ ແຕ່ເຖິງສິ່ງທີ່ທ່ານໄດ້ເຮັດຖືກນຳອີກ—ເຖິງຕອນທີ່ທ່ານໄດ້ຮູ້ສຶກວ່າພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດປາບປື້ມກັບຕົວທ່ານ. ທ່ານສາມາດໃຊ້ເວລາບຶດໜຶ່ງລະຫວ່າງພິທີສິນລະລຶກ ເພື່ອທູນຂໍໃຫ້ພຣະເຈົ້າຊ່ວຍເຫລືອທ່ານ ໃຫ້ເຫັນສິ່ງເຫລົ່ານີ້. … ຕອນຂ້າພະເຈົ້າໄດ້ເຮັດສິ່ງນີ້, ພຣະວິນຍານໄດ້ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ເຖິງແມ່ນຂ້າພະເຈົ້າຍັງໄກຈາກຄວາມດີພ້ອມທຸກຢ່າງ, ແຕ່ມື້ນີ້ ຂ້າພະເຈົ້າດີກວ່າ ມື້ວານນີ້. ແລະ ສິ່ງນີ້ໄດ້ເຮັດໃຫ້ຂ້າພະເຈົ້າໝັ້ນໃຈວ່າ, ເປັນເພາະພຣະຜູ້ຊ່ວຍໃຫ້ລອດ, ຂ້າພະເຈົ້າຈະສາມາດເຮັດໄດ້ດີກວ່ານີ້ ໃນມື້ອື່ນ” (“Always Remember Him,” Ensign, Feb. 2018, 5).
ສານຸສິດຂອງພຣະເຢຊູຄຣິດສະແຫວງຫາຂອງປະທານແຫ່ງພຣະວິນຍານບໍລິສຸດ.
ໃຫ້ຄິດກ່ຽວກັບຄຳອະທິຖານທີ່ທ່ານໄດ້ກ່າວເມື່ອບໍ່ດົນມານີ້. ຄຳອະທິຖານຂອງທ່ານໄດ້ສິດສອນທ່ານຫຍັງແດ່ກ່ຽວກັບຄວາມປາດຖະໜາອັນເລິກຊຶ້ງຂອງທ່ານ? ຫລັງຈາກໄດ້ໃຊ້ເວລາໜຶ່ງວັນ ຢູ່ໃນການປະທັບຢູ່ຂອງພຣະຜູ້ຊ່ວຍໃຫ້ລອດ, ຝູງຊົນ “ໄດ້ອະທິຖານຂໍສິ່ງທີ່ [ພວກເຂົາ] ປາດຖະໜາຫລາຍທີ່ສຸດ”—ນັ້ນຄື ຂອງປະທານແຫ່ງພຣະວິນຍານບໍລິສຸດ (3 ນີໄຟ 19:9). ຂະນະທີ່ທ່ານອ່ານຂ່າວສານເຫລົ່ານີ້, ໃຫ້ໄຕ່ຕອງຄວາມປາດຖະໜາຂອງທ່ານເອງສຳລັບການເປັນເພື່ອນຂອງພຣະວິນຍານບໍລິສຸດ. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບການສະແຫວງຫາຄວາມເປັນເພື່ອນຂອງພຣະວິນຍານບໍລິສຸດ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
3 ນີໄຟ 17
ຂະນະທີ່ທ່ານອ່ານບົດນີ້ເປັນຄອບຄົວ, ໃຫ້ຄິດທີ່ຈະຢຸດບຶດໜຶ່ງເປັນໄລຍະ ໄລຍະ ເພື່ອເຊື້ອເຊີນຄອບຄົວຂອງທ່ານໃຫ້ວາດພາບເຫັນຕົວເອງຢູ່ໃນເຫດການເຫລົ່ານັ້ນ. ຍົກຕົວຢ່າງ, ທ່ານສາມາດຖາມ ດັ່ງເຊັ່ນ “ຄວາມເຈັບປວດໃດແດ່ທີ່ເຈົ້າຈະນຳມາໃຫ້ພຣະຜູ້ຊ່ວຍໃຫ້ລອດເພື່ອປິ່ນປົວ?” “ເຈົ້າຢາກໃຫ້ພຣະອົງອະທິຖານກ່ຽວກັບຫຍັງເພື່ອເຈົ້າ?” ຫລື “ຄົນໃດທີ່ເຈົ້າຮັກ ທີ່ເຈົ້າຢາກໃຫ້ພຣະອົງອວຍພອນ?” ການອ່ານບົດນີ້ອາດດົນໃຈທ່ານໃຫ້ອະທິຖານເພື່ອສະມາຊິກໃນຄອບຄົວຂອງທ່ານຄືກັນ, ເທື່ອລະຄົນ, ດັ່ງທີ່ພຣະເຢຊູໄດ້ກະທຳ.
3 ນີໄຟ 18:1–12
ຄຳວ່າ “ອີ່ມ” ໂດຍການຮັບສ່ວນສິນລະລຶກໝາຍຄວາມວ່າແນວໃດ, ແລະ ເຮົາຈະມີປະສົບການໄດ້ແນວໃດ? ເຮົາຮຽນຮູ້ຫຍັງແດ່ຈາກ ຂໍ້ທີ 5–7 ກ່ຽວກັບເຫດຜົນທີ່ພຣະເຢຊູໄດ້ມອບພິທີການສິນລະລຶກໃຫ້ເຮົາ?
3 ນີໄຟ 18:17–21
ເຮົາຮຽນຮູ້ຫຍັງແດ່ຈາກຂໍ້ເຫລົ່ານີ້ກ່ຽວກັບຈຸດປະສົງຂອງການອະທິຖານ? ເຮົາຈະສາມາດພັດທະນາພະລັງທາງວິນຍານຂອງການອະທິຖານຂອງເຮົາ, ທັງສ່ວນຕົວ ແລະ ເປັນຄອບຄົວໄດ້ແນວໃດ?
3 ນີໄຟ 18:25; 19:1–3
ຄອບຄົວຂອງເຮົາໄດ້ມີປະສົບການໃດແດ່ຜ່ານທາງພຣະກິດຕິຄຸນ ທີ່ເຮົາຢາກໃຫ້ຄົນອື່ນທີ່ຢູ່ອ້ອມຂ້າງເຮົາມີຄືກັນ? ເຮົາຈະເຮັດຕາມຕົວຢ່າງຂອງຜູ້ຄົນໃນຂໍ້ເຫລົ່ານີ້ໄດ້ແນວໃດ ແລະ “ທຳງານຢ່າງໜັກ” (3 ນີໄຟ 19:3) ເພື່ອພາຄົນອື່ນມາຫາພຣະຄຣິດ, ເພື່ອວ່າເຂົາເຈົ້າຈະໄດ້ “ສຳພັດ ແລະ ເຫັນ” (3 ນີໄຟ 18:25) ສິ່ງທີ່ເຮົາໄດ້ພົບເຫັນຢູ່ໃນພຣະກິດຕິຄຸນຄືກັນ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.