ຈົ່ງ​ຕາມ​ເຮົາ​ມາ
ວັນທີ 12–18 ເດືອນ​ຕຸລາ. 3 ນີໄຟ 20–26: “ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ”


“ວັນທີ 12–18 ເດືອນ​ຕຸລາ. 3 ນີໄຟ 20–26: ‘ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 12–18 ເດືອນ​ຕຸລາ. 3 ນີໄຟ 20–26,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ຄຣິດ​ປະ​ກົດ​ຕໍ່​ຊາວ​ນີ​ໄຟ

ຮູບ​ພຣະ​ຄຣິດ​ປະ​ກົດ​ຕໍ່​ຊາວ​ນີ​ໄຟ ໂດຍ ແອນດຣູ ໂບສ໌ລີ

ວັນທີ 12–18 ເດືອນ​ຕຸລາ

3 ນີໄຟ 20–26

“ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ”

ເມື່ອ​ກ່າວ​ເຖິງ​ພຣະ​ຄຳ​ພີ, ພຣະ​ເຢ​ຊູມັກ​ໃຊ້​ຄຳ​ວ່າ ຄົ້ນ​ຄວ້າ (ເບິ່ງ 3 ນີໄຟ 20:11; 23:1, 5). ເມື່ອ​ທ່ານ​ອ່ານ 3 ນີໄຟ 20–26, ທ່ານ​ກຳ​ລັງ​ຄົ້ນຫາ​ຫຍັງ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ທ່ານ​ໄດ້​ຍິນ​ຜູ້​ຄົນ​ໃຊ້ຖ້ອຍ​ຄຳ​ເຊັ່ນ ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ທ່ານ​ຮູ້​ສຶກວ່າ​ເຂົາ​ເຈົ້າ​ເວົ້າ​ກ່ຽວ​ກັບ​ທ່ານບໍ? ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ ແມ່ນ​ລູກ​ຫລານຂອງ​ອິດ​ສະ​ຣາ​ເອນ​ແທ້ໆ—ແມ່ນ​ແຕ່ເລື່ອງ​ລາວ​ຂອງ​ພວກ​ເຂົາ​ເລີ່ມ​ຕົ້ນໃນ​ເຢ​ຣູ​ຊາ​ເລັມ—ແຕ່​ຕໍ່​ພວກ​ເຂົາ​ບາງ​ຄົນ, ເຢ​ຣູ​ຊາ​ເລັມ ອາດ​ເບິ່ງ​ຄື​ວ່າ “ເປັນ​ແຜ່ນ​ດິນ​ທີ່​ຢູ່​ຫ່າງ​ໄກ, ແຜ່ນ​ດິນ​ຊຶ່ງ​ພວກ​ເຂົາ​ບໍ່​ຮູ້​ຈັກ” (ຮີລາມັນ 16:20). ແມ່ນ​ແລ້ວ, ພວກ​ເຂົາ​ໄດ້ເປັນ “ກິ່ງ​ງ່າ​ຂອງ​ຕົ້ນ​ອິດ​ສະ​ຣາ​ເອນ,” ແຕ່​ພວກ​ເຂົາກໍ​ຍັງ “ຫລົງ​ຈາກ​ຕົ້ນ​ຂອງ​ມັນ” (ແອວມາ 26:36; ເບິ່ງ 1 ນີໄຟ 15:12 ນຳ​ອີກ). ແຕ່​ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ກົດຕໍ່​ພວກ​ເຂົາ, ພຣະ​ອົງ​ຢາກ​ໃຫ້​ພວກ​ເຂົາ​ຮູ້​ວ່າ ພວກ​ເຂົາ​ບໍ່​ໄດ້​ສູນ​ເສຍ​ຈາກ​ພຣະ​ອົງ. “ເຈົ້າ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ,” ພຣະ​ອົງ​ກ່າວ, “ແລະ ເຈົ້າ​ຢູ່​ໃນ​ພັນ​ທະ​ສັນ​ຍາ” (3 ນີໄຟ 20:25). ພຣະ​ອົງ​ອາດ​ເວົ້າ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນນັ້ນ​ກັບ​ທ່ານ​ໃນ​ທຸກວັນ​ນີ້, ເພາະ​ທຸກ​ຄົນ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ ກໍ​ເປັນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, “ຢູ່​ໃນ​ພັນ​ທະ​ສັນ​ຍາ,” ຄື​ກັນ ບໍ່​ວ່າ​ທ່ານ​ເປັນ​ເຊື້ອ​ສາຍ​ຂອງ​ໃຜ ຫລື ອາ​ໄສ​ຢູ່​ໃສ​ກໍ​ຕາມ. ໃນ​ອີກ​ຄຳ​ໜຶ່ງ, ເມື່ອ​ພຣະ​ເຢ​ຊູກ່າວ​ເຖິງ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ, ພຣະ​ອົງ​ໄດ້​ກ່າວ​ກ່ຽວ​ກັບ​ທ່ານ. ຄຳ​ແນະ​ນຳ​ໃຫ້​ມອບ​ພອນ​ແກ່ “ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ” ແມ່ນ​ສຳ​ລັບ​ທ່ານ (3 ນີໄຟ 20:27). ຄຳ​ເຊື້ອ​ເຊີນ​ໃຫ້ “ຕື່ນ​ຂຶ້ນ​ອີກ, ແລະ ຈົ່ງ​ມີ​ຄວາມ​ເຂັ້ມ​ແຂງ” ແມ່ນ​ສຳ​ລັບ​ທ່ານ (3 ນີໄຟ 20:36). ແລະ ຄຳ​ສັນ​ຍາ​ທີ່​ປະ​ເສີດ​ຂອງ​ພຣະ​ອົງ ທີ່ວ່າ, “ຄວາມ​ຮັກ​ຂອງ​ເຮົາ ໝັ້ນ​ຄົງ​ບໍ່​ສິ້ນ​ສຸດ​ໄດ້, ທັງ​ເຮົາ​ຈະ​ຮັກ​ສາ​ສັນ​ຍາ​ແຫ່ງ​ສັນ​ຕິ​ພາບ​ໄວ້​ສືບ​ໄປ,” ແມ່ນ​ສຳ​ລັບ​ທ່ານ (3 ນີໄຟ 22:10).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

3 ນີໄຟ 20–22

ໃນ​ຍຸກ​ສຸດ​ທ້າຍ, ພຣະ​ເຈົ້າ​ຈະ​ກະ​ທຳ​ວຽກ​ງານທີ່​ຍິ່ງ​ໃຫຍ່ ແລະ ມະ​ຫັດ​ສະ​ຈັນ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ຄຳ​ສັນ​ຍາ​ທີ່​ໜ້າ​ອັດ​ສະ​ຈັນ​ກັບ​ຝູງ​ຊົນ ແລະ ໄດ້​ທຳ​ນາຍ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ—ແລະ ນັ້ນ​ກໍ​ຮ່ວມ​ທັງ​ທ່ານ. ດັ່ງ​ທີ່​ປະທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ: “ເຮົາກໍ​ເປັນຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ມີ​ສ່ວນ​ຮ່ວມ​ໃນ​ການ​ບັນ​ລຸ​ຄຳ​ສັນ​ຍາ​ເຫລົ່າ​ນີ້. ນີ້​ເປັນ​ເວ​ລາ​ທີ່​ໜ້າ​ຕື່ນ​ເຕັ້ນພຽງ​ໃດ​ທີ່​ຈະ​ມີ​ຊີ​ວິດ​ຢູ່!” (“The Gathering of Scattered Israel,” Ensign ຫລື Liahona, Nov. 2006, 79).

ໃຫ້​ຊອກ​ຫາ​ຄຳທຳ​ນາຍ​ກ່ຽວ​ກັບ​ວັນ​ເວ​ລາ​ສຸດ​ທ້າຍ ຢູ່​ໃນ​ພຣະ​ຄຳ​ຂອງ​ພຣະ​ອົງ ໃນ 3 ນີໄຟ 20–22. ຄຳ​ທຳ​ນາຍ​ຂໍ້​ໃດ​ທີ່​ເປັນ​ໜ້າ​ຕື່ນ​ເຕັ້ນ​ຕໍ່​ທ່ານ​ໂດຍ​ສະ​ເພາະ? ທ່ານ​ສາ​ມາດ​ເຮັດ​ສິ່ງ​ໃດ​ເພື່ອ​ຊ່ວຍ​ໃຫ້​ຄຳ​ທຳ​ນາຍ​ຢູ່​ໃນ​ບົດ​ເຫລົ່າ​ນີ້ສຳ​ເລັດ​ຄົບ​ຖ້ວນ?

ໃຫ້​ສັງ​ເກດ​ເບິ່ງວ່າ 3 ນີໄຟ 21:1–7 ກ່າວ​ວ່າ ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ (“ເລື່ອງເຫລົ່າ​ນີ້” ໃນ ຂໍ້ທີ 2 ແລະ 3) ເປັນ​ເຄື່ອງ​ໝາຍ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ທີ່​ໄດ້​ເລີ່ມຕົ້ນ​ບັນ​ລຸ​ຄວາມ​ສຳ​ເລັດ​ແລ້ວ. ແມ່ນ​ຫຍັງ​ຄືຄຳ​ສັນ​ຍາ​ເຫລົ່າ​ນັ້ນ, ແລະ ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຊ່ວຍ​ໃຫ້​ມັນ​ສຳ​ເລັດ​ຄົບ​ຖ້ວນ​ແນວ​ໃດ?

ເບິ່ງ Russell M. Nelson, “Hope of Israel” (worldwide devotional for youth, June 3, 2018), broadcasts.ChurchofJesusChrist.org ນຳ​ອີກ.

3 ນີໄຟ 20:10–12; 23; 26:1–12

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ເຮົາ​ຄົ້ນ​ຄວ້າ​ຖ້ອຍຄຳ​ຂອງ​ສາດ​ສະ​ດາ.

ພຣະ​ຄຳ​ຂອງ​ພຣະ​ເຢ​ຊູ ແລະ ການ​ກະ​ທຳ​ຕະ​ຫລອດ​ທົ່ວ​ບົດ​ເຫລົ່າ​ນີ້ ເປີດ​ເຜີຍ​ວິ​ທີ​ທີ່​ພຣະ​ອົງ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຄຳ​ພີ​ແນວ​ໃດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ​ຢູ່​ໃນ 3 ນີໄຟ 20:10–12; 23; ແລະ 26:1–12? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ດົນ​ໃຈ​ທ່ານ​ໃຫ້ “ຄົ້ນ​ຫາ​ສິ່ງ​ເຫລົ່າ​ນີ້​ຢ່າງ​ພາກ​ພຽນ”? (3 ນີໄຟ 23:1).

3 ນີໄຟ 2224

ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ຜູ້​ທີ່​ກັບ​ມາ​ຫາ​ພຣະ​ອົງ.

ໃນ 3 ນີໄຟ 22 ແລະ 24, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ອ້າງ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ ແລະ ມາ​ລາ​ກີ ທີ່​ເຕັມ​ໄປ​ດ້ວຍ​ພາບ​ທີ່​ແຈ່ມ​ແຈ້ງ ແລະ ຄຳ​ປຽບ​ທຽບ—ຫີນ​ປະ​ເສີດ​ທີ່​ຈະ​ສ້າງ​ຮາກ​ຖານ, ເປົ່າ​ໄຟ​ເຮັດ​ອາ​ວຸດ, ຊຳ​ລະ​ເງິນ​ໃຫ້​ບໍ​ລິ​ສຸດ, ປະ​ຕູ​ສະ​ຫວັນ. ອາດ​ເປັນ​ສິ່ງ​ໜ້າ​ສົນ​ໃຈ​ທີ່​ຈະ​ຂຽນ​ສິ່ງ​ເຫລົ່າ​ນີ້​ໄວ້. ແຕ່​ລະ​ຢ່າງ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຂອງ​ພຣະ​ເຈົ້າ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ? ຍົກ​ຕົວ​ຢ່າງ, 3 ນີໄຟ 22:4–8 ປຽບ​ທຽບ​ພຣະ​ເຈົ້າ​ໃສ່​ກັບ​ສາ​ມີ ແລະ ຜູ້​ຄົນ​ຂອງ​ພຣະ​ອົງ​ເປັນ​ພັນ​ລະ​ຍາ. ການ​ອ່ານ​ກ່ຽວ​ກັບ​ພາບ​ເຫລົ່ານີ້ອາດ​ກະ​ຕຸ້ນ​ທ່ານ​ໃຫ້​ຄິດ​ກ່ຽວ​ກັບ​ຄວາມສຳ​ພັນ​ຂອງ​ທ່ານ​ເອງ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຄຳ​ສັນ​ຍາ​ຢູ່​ໃນ​ບົດ​ເຫລົ່າ​ນີ້​ໄດ້​ບັນລຸ​ຄວາມ​ສຳ​ເລັດ​ຢູ່ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? (ເບິ່ງ ໂດຍ​ສະ​ເພາະ 3 ນີໄຟ 22:7–8, 10–17; 24:10–12, 17–18).

3 ນີໄຟ 25:5–6

ໃຈ​ຂອງ​ເຮົາ​ຄວນ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

ຄຳ​ສັນ​ຍາ​ທີ່​ເອລີຢາ​ຈະ​ກັບ​ມາ ເປັນ​ສິ່ງ​ທີ່​ຊາວ​ຢິວ​ຕະ​ຫລອດ​ທົ່ວ​ໂລກ​ໄດ້​ລໍ​ຄອຍ​ດ້ວຍ​ຄວາມ​ກະ​ຕືລື​ລົ້ນ ເປັນ​ເວ​ລາ​ຫລາຍ​ສັດ​ຕະ​ວັດ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຮູ້​ວ່າ ເອລີຢາ​ໄດ້​ກັບ​ມາ​ແລ້ວ, ໄດ້​ປະ​ກົດ​ຕໍ່​ໂຈເຊັບ ສະມິດ ຢູ່ໃນ​ພຣະ​ວິ​ຫານ​ເຄີດແລນ ໃນ​ປີ 1836 (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16). ວຽກ​ງານ​ຂອງ​ການ​ຫັນ​ໃຈໄປ​ຫາ​ບັນ​ພະ​ບຸ​ລຸດ—ວຽກ​ງານ​ພຣະ​ວິ​ຫານ ແລະ ປະ​ຫວັດ​ຄອບ​ຄົວ—ກໍ​ກຳ​ລັງ​ດຳ​ເນີນ​ຢູ່. ທ່ານ​ເຄີຍ​ມີ​ປະ​ສົບ​ການ​ຢ່າງ​ໃດ​ແດ່ ທີ່​ຊ່ວຍ​ທ່ານ​ໃຫ້​ຫັນ​ໃຈ​ໄປ​ຫາບັນ​ພະ​ບຸ​ລຸດ​ຂອງ​ທ່ານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

3 ນີໄຟ 22:2

ຫລັງ​ຈາກ​ການ​ອ່ານ​ຂໍ້​ນີ້, ພວກ​ທ່ານ​ອາດ​ຢາກຕັ້ງ​ຜ້າ​ເຕັ້ນ​ທີ່​ເຮັດ​ເອງ ແລະ ເວົ້າລົມ​ກັນເຖິງວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ເປັນ​ຜ້າ​ເຕັ້ນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແນວ​ໃດ. ຄຳ​ວ່າ “ຕໍ່​ເຊືອກ​ໃຫ້​ຜ້າເຕັ້ນ” ແລະ “ສຽບ​ຫລັກ [ຂອງ​ມັນ] ໃຫ້​ແໜ້ນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ພົບ​ເຫັນ “ບ່ອນ​ຫລົບ​ໄພ” ຢູ່​ໃນ​ສາດ​ສະ​ໜາ​ຈັກ​ແນວ​ໃດ? (ໃຫ້ເບິ່ງ ວິ​ດີ​ໂອ “Welcome” ທີ່ ComeuntoChrist.org).

3 ນີໄຟ 23:6–13

ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢາກກວດ​ເບິ່ງ​ບັນ​ທຶກ​ທີ່​ຄອບ​ຄົວ​ຂອງ​ເຮົາ​ຮັກ​ສາ, ພຣະ​ອົງ​ອາດ​ຖາມ​ເຮົາ​ຄຳ​ຖາມ​ໃດ​ແດ່? ມີ​ເຫດ​ການ​ທີ່​ສຳ​ຄັນ ຫລື ປະ​ສົບ​ການ​ທາງວິນ​ຍານ​ທີ່​ເຮົາ​ຄວນ​ບັນ​ທຶກ​ໄວ້​ບໍ? ຕອນນີ້​ອາດ​ເປັນ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ຈະ​ເຮັດ ຫລື ຕື່ມ​ເລື່ອງ​ລາວ​ໃສ່​ໃນ​ບັນ​ທຶກ​ຄອບ​ຄົວ ແລະ ປຶກ​ສາ​ນຳ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ຈະ​ລວມ​ໃສ່​ໃນນັ້ນ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທີ່ຍັງ​ນ້ອຍ​ຢູ່​ອາດ​ມັກ​ປະ​ດັບ​ປະ​ດາ​ບັນ​ທຶກ​ຂອງ​ທ່ານ ດ້ວຍ​ຮູບ​ພາບ ຫລື ການ​ວາດ​ພາບ. ເປັນ​ຫຍັງ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ບັນ​ທຶກ​ປະ​ສົບ​ການ​ທາງວິນ​ຍານ​ຂອງ​ຄອບ​ຄົວ​ໄວ້?

3 ນີໄຟ 24:7–18

ເຮົາເຄີຍ​ປະ​ສົບ​ພອນ​ຈາກ​ການ​ຈ່າຍ​ເງິນ​ສ່ວນ​ສິບ​ທີ່​ສັນ​ຍາ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ແນວ​ໃດ? ຂ່າວ​ສານ​ຂອງ​ແອວເດີ ເດວິດ ເອ ແບ໊ດນາ “The Windows of Heaven” (Ensign ຫລື Liahona, Nov. 2013, 17–20) ສາ​ມາດ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຮັບ​ຮູ້​ພອນ​ເຫລົ່າ​ນີ້ໄດ້.

3 ນີໄຟ 25:5–6

ທ່ານ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຫັນ​ໃຈ​ໄປຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ​ເຈົ້າ​ແນວ​ໃດ? ບາງ​ທີ​ທ່ານ​ສາ​ມາດມອບ​ໝາຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະບຸ​ລຸດ​ຄົນ​ໜຶ່ງ​ຂອງພວກ​ທ່ານ ແລະ ແບ່ງ​ປັນ​ກັບ​ຄອບ​ຄົວ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້ (ເບິ່ງ FamilySearch.org). ຫລື ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ຊອກ​ຫາ​ບັນ​ພະ​ບຸ​ລຸດ ຜູ້​ຕ້ອງ​ໄດ້​ເຮັດ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ແທນ ແລະ ວາງ​ແຜນ​ໄປ​ພຣະ​ວິ​ຫານ ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ເຫລົ່າ​ນັ້ນ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ເນີນ​ຊີ​ວິດ​ຕາມ​ປະຈັກ​ພະ​ຍານ​ຂອງ​ທ່ານ. “ທ່ານ​ສອນ​ສິ່ງ​ທີ່​ທ່ານ​ເປັນ,” ແອວເດີ ນຽວ ເອ ແມ໊ກ​ສະແວວ ໄດ້​ສິດ​ສອນ. “‘ລັກ​ສະ​ນະ​ນິ​ໄສ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ທີ່ໜ້າ​ຊົງ​ຈຳ … ຫລາຍກວ່າ​ຄວາມ​ຈິງ​ໃດ​ໜຶ່ງ ຢູ່​ໃນ​ບົດ​ຮຽນ​ໃດ​ໜຶ່ງ” (“But a Few Days” [address to Church Educational System religious educators, Sept. 10, 1982], 2). ຖ້າ​ຫາກ​ທ່ານ​ຢາກ​ສິດ​ສອນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ໃດ​ໜຶ່ງ, ໃຫ້​ທ່ານ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ​ນັ້ນ​ໃຫ້​ດີ​ທີ່​ສຸດ.

ຮູບ​ພາບ
ພຣະ​ເຢ​ຊູ​ກຳ​ລັງ​ອ່ານ​ບັນ​ທຶກ​ຂອງ​ຊາວ​ນີໄຟ​ກັບ​ນີໄຟ

Bring Forth the Record [ຈົ່ງນຳ​ບັນ​ທຶກ​ອອກ​ມາ], ໂດຍ ແກຣີ ແອວ ແຄບ

ພິມ