ຈົ່ງ​ຕາມ​ເຮົາ​ມາ
ວັນທີ 9–15 ເດືອນ​ພະຈິກ. ອີເທີ 1–5: “ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື”


“ວັນທີ 9–15 ເດືອນ​ພະຈິກ. ອີເທີ 1–5: ‘ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 9–15 ເດືອນ​ພະຈິກ. ອີເທີ 1–5,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ຊາວ​ຢາເຣັດ​ເດີນ​ທາງ​ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

The Jaredites Leaving Babel [ຊາວ​ຢາເຣັດ​ໜີ​ຈາກ​ບາເບນ], ໂດຍ ອາບິນ ເວແຊວກາ

ວັນທີ 9–15 ເດືອນ​ພະຈິກ

ອີເທີ 1–5

“ເປີດ​ມ່ານ​ຂອງ​ຄວາມ​ບໍ່​ເຊື່ອ​ຖື”

ໜັງ​ສື​ອີເທີ​ເປັນ​ບັນ​ທຶກ​ຂອງ​ຊາວ​ຢາເຣັດ, ຜູ້​ໄດ້​ໄປ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຫລາຍ​ສັດ​ຕະ​ວັດ​ກ່ອນ​ຊາວ​ນີ​ໄຟ. ພຣະ​ເຈົ້າ​ໄດ້​ດົນ​ໃຈ​ໂມໂຣໄນ​ໃຫ້​ລວມ​ບັນ​ທຶກ​ອີ​ເທີ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ ເພາະ​ມັນ​ກ່ຽວ​ຂ້ອງ​ກັບ​ວັນ​ເວ​ລາ​ຂອງ​ເຮົາ. ທ່ານ​ຮູ້​ສຶກວ່າ​ມັນ​ກ່ຽວ​ຂ້ອງ​ກັບ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຖິງ​ແມ່ນ​ມັນ​ເປັນ​ຄວາມ​ຈິງ​ທີ່​ວ່າ ວິ​ທີ​ຂອງ​ພຣະ​ເຈົ້າ​ແມ່ນ​ສູງກວ່າ​ວິ​ທີ​ຂອງ​ເຮົາ, ແລະ ເຮົາ​ຄວນຍອມ​ຕໍ່​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ສະ​ເໝີ, ແຕ່​ພຣະ​ອົງ​ກໍ​ຍັງ​ຊຸກ​ຍູ້​ໃຫ້​​ເຮົາຄິດ ແລະ ກະ​ທຳ​ເພື່ອ​ຕົວ​ເອງ. ນັ້ນ​ຄື​ບົດ​ຮຽນ​ຢ່າງ​ໜຶ່ງ​ທີ່​ຢາເຣັດ ແລະ ນ້ອງ​ຊາຍ​ຂອງ​ລາວ​ໄດ້​ຮຽນ​ຮູ້. ຍົກ​ຕົວ​ຢ່າງ, ແນວ​ຄິດ​ທີ່​ຈະ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ໃໝ່ “ທີ່​ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ໃນ​ໂລກ” ເບິ່ງ​ຄື​ໄດ້​ເລີ່ມ​ຕົ້ນ​ຢູ່​ໃນ​ຄວາມ​ຄິດ​ຂອງ​ຢາເຣັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ “ມີ​ຄວາມ​ເມດ​ຕາ​ປາ​ນີ” ແລະ ໄດ້​ສັນ​ຍາ​ວ່າ​ຈະ​ປະ​ທານ​ໃຫ້​ຕາມ​ຄຳ​ອ້ອນວອນ, ໂດຍ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ເຈົ້າ​ດັ່ງ​ນີ້​ຍ້ອນ​ວ່າ​ເຈົ້າ​ໄດ້​ຂໍ​ເຮົາ​ເປັນ​ເວ​ລາ​ອັນ​ຍາວ​ນານ” (ເບິ່ງ ອີເທີ 1:38–43). ແລະ ເມື່ອ​ນ້ອງ​ຊາຍ​ຂອງ​ຢາເຣັດ​ຍອມ​ຮັບ​ວ່າ​ຂ້າງ​ໃນ​ຂອງ​ເຮືອ​ທີ່​ຈະ​ພາ​ເຂົາ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍານັ້ນ​ຈະ​ດຳ​ມືດ​ຫລາຍ​ຂະ​ໜາດ​ໃດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ແນະ​ນຳ​ສິ່ງ​ແກ້​ໄຂ, ໂດຍ​ທີ່​ໄດ້​ຖາມ​ຄຳ​ຖາມ​ທີ່​ຕາມປົກ​ກະ​ຕິ​ແລ້ວ ເຮົາ ຈະຖາມ ພຣະ​ອົງ: “[ພຣະ​ອົງ] ຢາກ​ໃຫ້ [ຂ້າ​ນ້ອຍ] ເຮັດ​ສິ່ງ​ໃດ​ໃຫ້ [ພຣະ​ອົງ]?” (ອີເທີ 2:23). ຂ່າວ​ສານ​ເບິ່ງ​ຄື​ວ່າ ເຮົາ​ບໍ່​ຄວນ​ຄາດໝາຍ​ໃຫ້​ພຣະ​ເຈົ້າ​ບັນ​ຊາ​ເຮົາ​ໃນ​ທຸກ​ສິ່ງ. ເຮົາ​ສາ​ມາດ​ແບ່ງປັນ​ຄວາມ​ຄິດ ແລະ ປັນ​ຍາ​ຂອງ​ເຮົາ​ເອງ​ກັບ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ຮັບ​ຟັງ ແລະ ໃຫ້​ການ​ຢືນ​ຢັນ ຫລືບໍ່​ກໍ​ໃຫ້​ຄຳ​ແນະ​ນຳ​ແກ່​ເຮົາ. ບາງ​ເທື່ອ​ສິ່ງ​ດຽວ​ທີ່ແຍກ​ເຮົາ​ຈາກ​ພອນ​ທີ່​ເຮົາ​ສະ​ແຫວງ​ຫາ ແມ່ນ “ມ່ານ​ຂອງ​ຄວາມບໍ່​ເຊື່ອ​ຖື,” ຂອງ​ເຮົາ​ເອງ ແລະ ຖ້າ​ຫາກ​ເຮົາ​ສາ​ມາດ “ເປີດ​ມ່ານນັ້ນ” (ອີເທີ 4:15), ເຮົາ​ອາດ​ປະ​ຫລາດ​ໃຈ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຕັມ​ພຣະ​ໄທ​ທີ່​ຈະ​ກະ​ທຳ​ເພື່ອ​ເຮົາ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອີເທີ 1:33–43

ຂະ​ນະ​ທີ່​ເຮົາ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ອົງ​ຈະມີ​ຄວາມ​ເມດ​ຕາ​ປາ​ນີ​ເຮົາ.

ອີເທີ 1:33–43 ບອກ​ເຖິງ​ການ​ອະ​ທິ​ຖານ​ສາມ​ເທື່ອ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່ການ​ອະ​ທິ​ຖານ​ແຕ່​ລະ​ເທື່ອ​ເຫລົ່າ​ນີ້? ໃຫ້​ຄິດ​ກ່ຽວ​ກັບ​ເວ​ລາ​ຕອນ​ທີ່​ທ່ານ​ໄດ້​ປະ​ສົບ​ກັບ​ຄວາມ​ເມດ​ຕາ​ປາ​ນີ​ຂອງ​ພຣະຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ເອີ້ນ​ຫາ​ພຣະ​ອົງ​ໃນ​ຄຳ​ອະ​ທິ​ຖານ. ທ່ານ​ອາດ​ຢາກ​ບັນ​ທຶກ​ປະ​ສົບ​ການນີ້​ໄວ້ ແລະ ແບ່ງ​ປັນ​ມັນ​ກັບ​ບາງ​ຄົນ​ທີ່​ອາດ​ຢາກ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ.

ອີເທີ 2; 3:1–6; 4:7–15

ເຮົາ​ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ.

ປະທານ​ຣະ​ໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຂະ​ຫຍາຍ​ຄວາມ​ສາ​ມາດ​ທາງວິນ​ຍານ​ຂອງ​ທ່ານ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ. … ໃນການ​ເລືອກ​ທີ່​ຈະເຮັດ​ສິ່ງ​ທີ່​ເປັນທາງວິນ​ຍານ ທ່ານ​ຈະ​ຊື່ນ​ຊົມ​ກັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານຫລາຍກວ່າ​ເກົ່າ ແລະ ແຈ່ມ​ແຈ້ງກວ່າ​ເກົ່າ” (“Revelation for the Church, Revelation for Our Lives,” Ensign ຫລື Liahona, May 2018, 96).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ອີເທີ 2; 3:1–6; ແລະ 4:7–15, ທ່ານ​ພົບ​ເຫັນ​ຄວາມ​ຈິງ​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ສະ​ແຫວງ​ຫາ​ການ​ເປີດ​ເຜີຍ​ສ່ວນ​ຕົວ? ທ່ານ​ສາ​ມາດ​ໝາຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ ແລະ ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ກ່ຽວ​ກັບ​ມັນໃນ​ສີ​ໜຶ່ງ, ແລະ ໃນ​ອີກ​ສີ​ໜຶ່ງ ທ່ານ​ສາ​ມາດ​ໃຊ້​ເພື່ອ​ໝາຍ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ລາວ ແລະ ໃຫ້​ລາວ​ເຫັນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ນ້ອງ​ຊາຍ​ຂອງ​ຢາເຣັດ ສົນ​ທະ​ນາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ທ່ານ​ຮຽນ​ຮູ້​ຫຍັງ​ແດ່ຈາກ​ເລື່ອງນີ້​ກ່ຽວ​ກັບ​ວິ​ທີ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍກວ່າ​ເກົ່າ​ໃນ​ຊີ​ວິດ​ຂອງ​ທ່ານ?

ອີເທີ 2:16–25

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕຽມ​ເຮົາ​ໃຫ້​ຂ້າມ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” ຂອງ​ເຮົາ.

ກ່ອນ​ຈະໄປ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຊາວ​ຢາເຣັດ​ໄດ້​ປະ​ເຊີນ​ກັບ​ອຸ​ປະ​ສັກ​ອັນ​ໃຫຍ່ໂຕ: ການ​ຂ້າມ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” (ອີເທີ 2:25). ຄຳ​ວ່າ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” ສາ​ມາດ​ໃຊ້​ເປັນ​ຄຳ​ບັນ​ຍາຍ​ກັບ​ການ​ທົດ​ລອງ ແລະ ການ​ທ້າ​ທາຍ ທີ່​ເຮົາ​ຮູ້​ສຶກ​ໃນ​ບາງ​ຄັ້ງ. ແລະ ບາງ​ເທື່ອ, ຄື​ກັນ​ກັບໃນ​ກໍ​ລະ​ນີ​ຂອງ​ຊາວ​ຢາເຣັດ, ການ​ຂ້າມ “ຄວາມ​ເລິກ​ອັນ​ກວ້າງ​ໃຫຍ່” ຂອງ​ເຮົາ​ເອງ ອາດ​ເປັນ​ວິ​ທີ​ດຽວ​ເທົ່າ​ນັ້ນ​ໃນ​ການ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ເຮົາ. ທ່ານ​ເຫັນ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ກັບ​ຊີ​ວິດ​ຂອງ​ທ່ານບໍ່ ຢູ່​ໃນ ອີເທີ 2:16–25? ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕຽມ​ທ່ານ​ສຳ​ລັບ​ການ​ທ້າ​ທາຍ​ຂອງ​ທ່ານ​ແນວ​ໃດ? ພຣະ​ອົງ​ອາດ​ຂໍ​ໃຫ້​ທ່ານ​ເຮັດ​ຫຍັງ​ແດ່​ໃນ​ເວ​ລານີ້ ເພື່ອ​ກະ​ກຽມ​ສຳ​ລັບ​ສິ່ງ​ທີ່​ພຣະ​ອົງ​ຢາກ​ໃຫ້​ທ່ານ​ເຮັດໃນ​ອະ​ນາ​ຄົດ?

ອີເທີ 3

ເຮົາ​ຖືກ​ສ້າງ​ຕາມ​ຮູບ​ຮ່າງ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ.

ຢູ່​ເທິງພູເຊ​ເລັມ, ນ້ອງ​ຊາຍ​ຂອງ​ຢາເຣັດ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ກ່ຽວ​ກັບ​ຕົວ​ລາວ​ເອງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ອີເທີ 3 ກ່ຽວ​ກັບ​ສະ​ພາບ​ທາງວິນ​ຍານ ແລະ ທາງ​ຮ່າງ​ກາຍ​ຂອງ​ພຣະ​ເຈົ້າ? ຄວາມ​ຈິງ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເອ​ກະ​ລັກ ແລະ ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ພວກຜູ້​ຍິງ ແລະ ເດັກ​ນ້ອຍ​ຫລິ້ນ​ບານ​ຢູ່​ແຄມ​ທະ​ເລ

ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.

ອີເທີ 3:6–16

ນ້ອງ​ຊາຍ​ຂອງ​ຢາເຣັດ​ເປັນ​ຜູ້​ທຳ​ອິດ​ທີ່​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ບໍ?

ພຣະ​ເຈົ້າ​ໄດ້​ສະ​ແດງ​ພຣະ​ອົງ​ຕໍ່​ສາດ​ສະ​ດາ​ຄົນ​ອື່ນໆ​ກ່ອນ​ນ້ອງ​ຊາຍ​ຂອງ​ຢາເຣັດ (ຍົກ​ຕົວ​ຢ່າງ, ເບິ່ງ ໂມເຊ 7:4, 59), ສະ​ນັ້ນ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ເຮົາ​ບໍ່​ເຄີຍ​ປະ​ກົດ​ຕົວ​ແກ່​ມະ​ນຸດ”? (ອີເທີ 3:15). ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ໃຫ້​ຄຳ​ອະ​ທິ​ບາຍ​ທີ່​ເປັນ​ໄປ​ໄດ້​ດັ່ງ​ນີ້: “ພຣະ​ຄຣິດ​ໄດ້​ກ່າວ​ກັບ​ນ້ອງ​ຊາຍ​ຂອງ​ຢາເຣັດ​ວ່າ, ‘ເຮົາ​ບໍ່​ເຄີຍ​ປະ​ກົດ​ຕົວ​ແກ່​ມະ​ນຸດ ໃນ​ທາງນີ້, ໂດຍ​ທີ່ບໍ່​ໄດ້​ຕັ້ງ​ໃຈ, ພຽງ​ແຕ່​ໂດຍ​ສັດ​ທາ​ຂອງ​ຜູ້​ທີ່ຫລຽວ​ເບິ່ງ’” (Christ and the New Covenant [1997], 23).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ອີເທີ 1:34–37

ເຮົາ​ຮຽນ​ຮູ້​ຫຍັງ​ແດ່ ຈາກ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ອະ​ທິ​ຖານ​ເພື່ອ​ຄົນ​ອື່ນ? ມີ​ຄວາມ​ຈິງ​ໃດ​ແດ່​ກ່ຽວ​ກັບ​ການ​ອະ​ທິ​ຖານ​ທີ່​ຂໍ້​ເຫລົ່າ​ນີ້ສະ​ແດງ​ໃຫ້​ເຫັນ?

ອີເທີ 2:16–3:6

ຕົວ​ຢ່າງ​ຂອງນ້ອງ​ຊາຍ​ຂອງ​ຢາເຣັດ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ຈະຊອກ​ຫາ​ຄຳ​ຕອບ​ໃຫ້​ແກ່​ບັນ​ຫາ ແລະ ຄຳ​ຖາມ​ຂອງ​ເຮົາ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຕອນ​ທີ່​ເຂົາ​ເຈົ້າ​ໄດ້​ສະ​ແຫວງ​ຫາ ແລະ ໄດ້​ຮັບ​ຄຳ​ຕອບ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ອີເທີ 4:11–12

ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້, ສະ​ມາ​ຊິກ​ໃນ​ຄອບ​ຄົວສາ​ມາດ​ຂຽນ​ບາງ​ສິ່ງ​ໃນ​ປະ​ຈຳ​ວັນ​ທີ່​ມີ​ອິດ​ທິ​ພົນ​ຕໍ່​ຄອບ​ຄົວ​ຂອງ​ທ່ານ (ດັ່ງ​ເຊັ່ນ ໜັງ, ເພງ, ເກມ, ຫລື ຜູ້​ຄົນ) ໄວ້​ໃນ​ເຈ້ຍ​ນ້ອຍ ແລະ ເອົາ​ມັນ​ໃສ່​ໄວ້​ໃນ​ຖ້ວຍ. ແລ້ວ​ເຂົາ​ເຈົ້າ​ສາ​ມາດ​ປ່ຽນ​ຜຽນ​ກັນ​ເລືອກ​ເອົາ​ໃບ​ໜຶ່ງ ແລະ ສົນ​ທະ​ນາ​ວ່າມັນ “ຊັກ​ຊວນ [ເຂົາ​ເຈົ້າ] ໃຫ້​ສ້າງ​ຄວາມ​ດີ” ຫລືບໍ່ (ອີເທີ 4:12). ມີ​ສິ່ງ​ໃດ​ແດ່​ທີ່​ຄອບ​ຄົວ​ຂອງ​ທ່ານ​ຖືກ​ດົນ​ໃຈ​ໃຫ້​ປ່ຽນ​ແປງ?

ອີເທີ 5

ທ່ານ​ສາ​ມາດ​ເຊື່ອງ​ສິ່ງ​ຂອງ ຫລື ຂອງ​ກິນ​ຫລິ້ນ​ໄວ້​ໃນ​ກັບ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວຄົນ​ໜຶ່ງ​ໃຫ້​ຫລຽວ​ເບິ່ງ ແລະ ບອກ​ຮ່ອງ​ຮອຍ​ແກ່​ຄົນ​ອື່ນໆ​ໃນ​ຄອບ​ຄົວ ເພື່ອ​ໃຫ້​ເຂົາ​ເຈົ້າ​ເດົາ​ເບິ່ງວ່າ​ສິ່ງນັ້ນ​ແມ່ນ​ຫຍັງ. ຂະ​ນະ​ທີ່​ພວກ​ທ່ານ​ອ່ານ ອີເທີ 5 ນຳກັນ, ໃຫ້​ສົນ​ທະ​ນາ​ເຖິງ​ຄວາມ​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ມີ​ພະ​ຍານ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ເຮົາ​ຈະ​ສາ​ມາດ​ແບ່ງ​ປັນ​ພະ​ຍານ​ຂອງ​ເຮົາ​ເຖິງພຣະ​ຄຳ​ພີ​ມໍ​ມອນ​ກັບ​ຄົນອື່ນ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ພ້ອມ​ຢູ່​ສະ​ເໝີ. “ຊ່ວງ​ເວ​ລາ​ແຫ່ງ​ການ​ສິດ​ສອນ​ແມ່ນ​ຜ່ານ​ໄປ​ຢ່າງ​ໄວ, ສະ​ນັ້ນ ຕ້ອງ​ສວຍ​ໂອ​ກາດ ເມື່ອ​ໄດ້​ຈັງ​ຫວະ. … ຍົກ​ຕົວ​ຢ່າງ, ຄົນ​ໄວ​ລຸ້ນ​ທີ່​ມີ​ບັນ​ຫາ​ກັບ​ການ​ຕັດ​ສິນ​ໃຈ ອາດ​ພ້ອມ​ແລ້ວ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ວິ​ທີ​ທີ່​ຈະໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ” (Teaching in the Savior’s Way, 16).

ຮູບ​ພາບ
ພຣະ​ເຢ​ຊູ​ແຕະ​ຕ້ອງ​ຫີນ​ສິບ​ຫົກ​ກ້ອນ ຢູ່​ຕໍ່​ໜ້າ​ນ້ອງ​ຊາຍ​ຂອງ​ຢາເຣັດ

Sawest Thou More Than This? [ເຈົ້າ​ເຫັນ​ຫລາຍກວ່ານີ້ບໍ່?] ໂດຍ ມາກັສ ອາລານ ວິນເຊັນ

ພິມ