ພຣະ​ຄຳ​ພີ
ອີ​ເທີ 1


ໜັງ​ສື​ອີ​ເທີ

ບັນ​ທຶກ​ຂອງ​ຊາວ​ຢາ​ເຣັດ​ທີ່​ໄດ້​ມາ​ຈາກ​ແຜ່ນ​ຈາ​ລຶກ​ຊາວ​ສີ່​ແຜ່ນ ຊຶ່ງ​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ພົບ​ເຫັນ​ໃນ​ວັນ​ເວ​ລາ​ຂອງ​ກະ​ສັດ​ໂມ​ໄຊ​ຢາ.

ບົດ​ທີ 1

ໂມ​ໂຣ​ໄນ​ຫຍໍ້​ການ​ບັນ​ທຶກ​ຂອງ​ອີ​ເທີ​ເຂົ້າ​ກັນ—ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ອີ​ເທີ—ພາ​ສາ​ຂອງ​ຊາວ​ຢາ​ເຣັດ​ບໍ່​ໄດ້​ສັບ​ສົນ​ໃນ​ສະ​ໄໝ​ຂອງ​ຫໍ​ຄອຍ​ເມືອງ​ບາ​ເບນ—ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ວ່າ​ຈະ​ນຳ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ທີ່​ເລືອກ​ໄວ້ ແລະ ເຮັດ​ໃຫ້​ພວກ​ເຂົາ​ເປັນ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ ໂມ​ໂຣ​ໄນ​ໃຫ້​ເລື່ອງ​ລາວ​ຂອງ​ຜູ້​ອາ​ໄສ​ຢູ່​ໃນ​ສະ​ໄໝ​ກ່ອນ ຊຶ່ງ​ໄດ້​ຖືກ​ທຳ​ລາຍ​ໄປ​ແລ້ວ​ໃນ​ຜືນ​ແຜ່ນ​ດິນ​ທາງ​ເໜືອ​ນີ້ ໂດຍ ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

2 ແລະ ຂ້າ​ພະ​ເຈົ້າ​ຈະ​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ແຜ່ນ​ຈາ​ລຶກ ຊາວ​ສີ່​ແຜ່ນ ຊຶ່ງ​ຜູ້​ຄົນ​ຂອງ​ລິມ​ໄຮ​ໄດ້​ພົບ​ເຫັນ, ຊຶ່ງ​ມີ​ຊື່​ວ່າ ໜັງ​ສື​ອີ​ເທີ.

3 ແລະ ຄື​ກັນ​ກັບ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ໄວ້​ແລ້ວ​ວ່າ, ໃນ​ພາກ​ທຳ​ອິດ​ຂອງ​ບັນ​ທຶກ​ນີ້ ມີ​ຢູ່​ແລ້ວ​ໃນ​ບັນ​ດາ​ຊາວ​ຢິວ ຊຶ່ງ​ເວົ້າ​ກ່ຽວ​ກັບ​ການ​ສ້າງ​ໂລກ ແລະ ກ່ຽວ​ກັບ​ອາ​ດາມ​ນຳ​ອີກ ແລະ ເລື່ອງ​ລາວ​ນັບ​ຕັ້ງ​ແຕ່​ເວ​ລາ​ຂອງ​ອາ​ດາມ​ຈົນ​ມາ​ຮອດ​ເວ​ລາ​ຂອງ ຫໍ​ຄອຍ​ສູງ​ໃຫຍ່​ນັ້ນ, ແລະ ເລື່ອງ​ອັນ​ໃດ​ກໍ​ຕາມ​ຊຶ່ງ​ເກີດ​ຂຶ້ນ​ໃນ​ບັນ​ດາ​ລູກ​ຫລານ​ມະ​ນຸດ​ຈົນ​ຮອດ​ເວ​ລາ​ນັ້ນ—

4 ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຂຽນ​ເລື່ອງ​ເຫລົ່າ​ນັ້ນ ຊຶ່ງ​ໄດ້​ເກີດ​ຂຶ້ນ​ນັບ​ຕັ້ງ​ແຕ່ ເວ​ລາ​ຂອງ​ອາ​ດາມ​ຈົນ​ມາ​ຮອດ​ເວ​ລາ​ນັ້ນ; ເພາະ​ມັນ​ມີ​ຢູ່​ແລ້ວ​ໃນ​ແຜ່ນ​ຈາ​ລຶກ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ພົບ​ພໍ້​ແຜ່ນ​ຈາ​ລຶກ, ຜູ້​ນັ້ນ​ຈະ​ມີ​ອຳ​ນາດ​ເພາະ​ວ່າ​ເຂົາ​ຈະ​ໄດ້​ເລື່ອງ​ລາວ​ໂດຍ​ຄົບ​ຖ້ວນ.

5 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ບໍ່​ໄດ້​ໃຫ້​ເລື່ອງ​ລາວ​ໂດຍ​ຄົບ​ຖ້ວນ, ແຕ່​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ໄວ້​ພຽງ​ສ່ວນ​ໜຶ່ງ​ຂອງ​ເລື່ອງ​ລາວ​ນັບ​ຕັ້ງ​ແຕ່​ຫໍ​ຄອຍ​ຈົນ​ກະ​ທັ້ງ​ພວກ​ເຂົາ​ເຫລົ່າ​ນັ້ນ​ຖືກ​ທຳ​ລາຍ​ໝົດ.

6 ແລະ ຂ້າ​ພະ​ເຈົ້າ​ໃຫ້​ເລື່ອງ​ລາວ​ໄວ້​ຕາມ​ນີ້. ຜູ້​ທີ່​ຂຽນ​ບັນ​ທຶກ​ນີ້​ມີ​ຊື່​ວ່າ ອີ​ເທີ, ແລະ ລາວ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ໂຄ​ຣິ​ອານ​ທໍ.

7 ໂຄ​ຣິ​ອານ​ທໍ​ເປັນ​ລູກ​ຊາຍ​ຂອງ​ໂມ​ຣັນ.

8 ແລະ ໂມ​ຣັນ​ເປັນ​ລູກ​ຊາຍ​ຂອງ​ອີ​ເທັມ.

9 ແລະ ອີ​ເທັມ​ເປັນ​ລູກ​ຊາຍ​ຂອງ​ເອ​ຫາ.

10 ແລະ ເອ​ຫາ​ເປັນ​ລູກ​ຊາຍ​ຂອງ​ເຊດ.

11 ແລະ ເຊດ​ເປັນ​ລູກ​ຊາຍ​ຂອງ​ຊິບ​ລັນ.

12 ແລະ ຊິບ​ລັນ​ເປັນ​ລູກ​ຊາຍ​ຂອງ​ຄອມ.

13 ແລະ ຄອມ​ເປັນ​ລູກ​ຊາຍ​ຂອງ​ໂຄ​ຣິ​ອານ​ທຳ.

14 ແລະ ໂຄ​ຣິ​ອານ​ທຳ​ເປັນ​ລູກ​ຊາຍ​ຂອງ​ອາມ​ນີ​ແກ​ດາ.

15 ແລະ ອາມ​ນີ​ແກ​ດາ​ເປັນ​ລູກ​ຊາຍ​ຂອງ​ອາ​ໂຣນ.

16 ແລະ ອາ​ໂຣນ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ເຫັດ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ອາ​ທຳ.

17 ແລະ ຮີ​ອາ​ທຳ​ເປັນ​ລູກ​ຊາຍ​ຂອງ​ລິບ.

18 ແລະ ລິບ​ເປັນ​ລູກ​ຊາຍ​ຂອງ​ກີ​ເຊ.

19 ແລະ ກີ​ເຊ​ເປັນ​ລູກ​ຊາຍ​ຂອງ​ໂຄ​ຣຳ.

20 ແລະ ໂຄ​ຣຳ​ເປັນ​ລູກ​ຊາຍ​ຂອງ​ເລ​ວີ.

21 ແລະ ເລ​ວີ​ເປັນ​ລູກ​ຊາຍ​ຂອງ​ຄິມ.

22 ແລະ ຄິມ​ເປັນ​ລູກ​ຊາຍ​ຂອງ​ໂມຣິ​ອານ​ທັນ.

23 ແລະ ໂມ​ຣິ​ອານ​ທັນ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ຣິບ​ລາ​ຄິດ.

24 ແລະ ຣິບ​ລາ​ຄິດ​ເປັນ​ລູກ​ຊາຍ​ຂອງ​ເຊັດ.

25 ແລະ ເຊັດ​ເປັນ​ລູກ​ຊາຍ​ຂອງ​ເຫັດ.

26 ແລະ ເຫັດ​ເປັນ​ລູກ​ຊາຍ​ຂອງ​ຄອມ.

27 ແລະ ຄອມ​ເປັນ​ລູກ​ຊາຍ​ຂອງ​ໂຄ​ຣິ​ອານ​ທຳ.

28 ແລະ ໂຄ​ຣິ​ອານ​ທຳ​ເປັນ​ລູກ​ຊາຍ​ຂອງ​ອີ​ເມີ.

29 ແລະ ອີ​ເມີ​ເປັນ​ລູກ​ຊາຍ​ຂອງ​ໂອ​ເມ.

30 ແລະ ໂອ​ເມ​ເປັນ​ລູກ​ຊາຍ​ຂອງ​ຊູນ.

31 ແລະ ຊູນ​ເປັນ​ລູກ​ຊາຍ​ຂອງ​ຄີບ.

32 ແລະ ຄີບ​ເປັນ​ລູກ​ຊາຍ​ຂອງ​ໂອ​ໄຣ​ຮາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຢາ​ເຣັດ;

33 ຢາ​ເຣັດ​ຜູ້​ນີ້​ແຫລະ​ຄື​ຜູ້​ທີ່​ມາ​ຈາກ​ຫໍ​ສູງ​ໃຫຍ່​ພ້ອມ​ດ້ວຍ​ນ້ອງ​ຊາຍ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ, ພ້ອມ​ທັງ​ຜູ້​ອື່ນ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ, ໃນ​ວັນ​ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ພາ​ສາ​ຂອງ​ມະ​ນຸດ ສັບ​ສົນ​ກັນ, ແລະ ສາ​ບານ​ໃນ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ວ່າ ຜູ້​ຄົນ​ທັງ​ຫລາຍ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ ຜືນ​ແຜ່ນ​ດິນ​ໂລກ; ແລະ ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມະ​ນຸດ​ຈຶ່ງ​ກະ​ຈັດ​ກະ​ຈາຍ​ໄປ.

34 ແລະ ນ້ອງ​ຊາຍ​ຂອງ​ຢາ​ເຣັດ ໂດຍ​ທີ່​ເປັນ​ຄົນ​ຮ່າງ​ໃຫຍ່​ສູງ ແລະ ມີ​ກຳ​ລັງ​ຫລາຍ, ແລະ ໂດຍ​ທີ່​ເປັນ​ຜູ້​ໂປດ​ປານ​ທີ່​ສຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຢາ​ເຣັດ ຜູ້​ເປັນ​ອ້າຍ​ຈຶ່ງ​ເວົ້າ​ກັບ​ລາວ​ວ່າ: ຈົ່ງ​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ, ເພື່ອ​ພຣະ​ອົງ​ຈະ​ບໍ່​ເຮັດ​ໃຫ້​ພາ​ສາ​ຂອງ​ພວກ​ເຮົາ​ສັບ​ສົນ​ຈົນ​ວ່າ​ພວກ​ເຮົາ​ເວົ້າ​ບໍ່​ເຂົ້າ​ໃຈ​ກ​ັນ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ມີ​ຄວາມ​ເມດ​ຕາ​ສົງ​ສານ​ຕໍ່​ຢາ​ເຣັດ; ສະ​ນັ້ນ ພຣະ​ອົງ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ພາ​ສາ​ຂອງ​ຢາ​ເຣັດ​ສັບ​ສົນ; ແລະ ຢາ​ເຣັດ​ກັບ​ນ້ອງ​ຊາຍ​ຂອງ​ລາວ​ກໍ​ບໍ່​ໄດ້​ສັບ​ສົນ.

36 ຈາກ​ນັ້ນ ຢາ​ເຣັດ​ໄດ້​ເວົ້າ​ກັບ​ນ້ອງ​ຊາຍ​ຂອງ​ລາວ​ວ່າ: ຈົ່ງ​ຮ້ອງ​ທູນ​ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ອີກ, ເພື່ອ​ບາງ​ທີ​ພຣະ​ອົງ​ຈະ​ຫັນ​ເອົາ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ໄປ​ຈາກ​ໝູ່​ເພື່ອນ​ຂອງ​ພວກ​ເຮົາ, ເພື່ອ​ພຣະ​ອົງ​ຈະ​ບໍ່​ເຮັດ​ໃຫ້​ພາ​ສາ​ຂອງ​ພວກ​ເຂົາ​ສັບ​ສົນ.

37 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ອົງ​ມີ​ຄວາມ​ເມດ​ຕາ​ປາ​ນີ​ຕໍ່​ໝູ່​ເພື່ອນ​ຂອງ​ພວກ​ເຂົາ, ພ້ອມ​ທັງ​ຄອບ​ຄົວ​ຂອງ​ພວກ​ເຂົາ​ນຳ​ອີກ, ຄື​ພາ​ສາ​ຂອງ​ພວກ​ເຂົາ​ບໍ່​ໄດ້​ສັບ​ສົນ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຢາ​ເຣັດ​ໄດ້​ເວົ້າ​ກັບ​ນ້ອງ​ຊາຍ​ຂອງ​ລາວ​ອີກ, ມີ​ຄວາມ​ວ່າ: ຈົ່ງ​ໄປ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພຣະ​ອົງ​ຈະ​ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ແຜ່ນ​ດິນ​ບໍ່ ແລະ ຖ້າ​ຫາກ​ພຣະ​ອົງ​ຈະ​ຂັບ​ໄລ່​ພວກ​ເຮົາ​ອອກ​ຈາກ​ແຜ່ນ​ດິນ​ໄປ ຈົ່ງ​ຮ້ອງ​ທູນ​ຕໍ່​ພຣະ​ອົງ​ວ່າ ພວກ​ເຮົາ​ຈະ​ໄປ​ຫາ​ບ່ອນ​ໃດ? ແລະ ເພື່ອ​ບາງ​ທີ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ນຳ​ພາ​ພວກ​ເຮົາ​ໄປ​ຫາ​ແຜ່ນ​ດິນ​ທີ່ ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ໃນ​ໂລກ​ນີ້? ແລະ ຖ້າ​ຫາກ​ມັນ​ເປັນ​ເຊັ່ນ​ນັ້ນ​ກໍ​ຂໍ​ໃຫ້​ພວກ​ເຮົາ​ຊື່​ສັດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ຮັບ​ແຜ່ນ​ດິນ​ນັ້ນ​ມາ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ກໍ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຕາມ​ທີ່​ໄດ້​ເວົ້າ​ໄວ້​ດ້ວຍ​ປາກ​ຂອງ​ຢາ​ເຣັດ.

40 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍິນ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ, ແລະ ມີ​ຄວາມ​ເມດ​ຕາ​ປາ​ນີ​ຕໍ່​ລາວ, ແລະ ໄດ້​ກ່າວ​ກັບ​ລາວ​ວ່າ:

41 ຈົ່ງ​ໄປ​ເຕົ້າ​ໂຮມ​ຝູງ​ສັດ​ລ້ຽງ​ຂອງ​ເຈົ້າ​ທັງ​ໂຕ​ຜູ້ ແລະ ໂຕ​ແມ່​ທຸກ​ຊະ​ນິດ, ແລະ ເມັດ​ພືດ​ເຄື່ອງ​ປູກ​ຂອງ​ຝັງ ທຸກໆ​ຊະ​ນິດ​ນຳ​ອີກ; ພ້ອມ​ທັງ ຄອບ​ຄົວ​ຂອງ​ເຈົ້າ; ແລະ ຢາ​ເຣັດ​ອ້າຍ​ຂອງ​ເຈົ້າ​ພ້ອມ​ທັງ​ຄອບ​ຄົວ​ຂອງ​ລາວ​ອີກ; ແລະ ໝູ່​ເພື່ອນ​ຂອງ​ເຈົ້າ​ພ້ອມ​ທັງ​ຄອບ​ຄົວ​ຂອງ​ພວກ​ເຂົາ; ແລະ ໝູ່​ເພື່ອນ​ຂອງ​ຢາ​ເຣັດ​ພ້ອມ​ທັງ​ຄອບ​ຄົວ​ຂອງ​ພວກ​ເຂົາ.

42 ແລະ ເວ​ລາ​ເຈົ້າ​ເຮັດ​ຕາມ​ນີ້​ແລ້ວ ເຈົ້າ​ຈົ່ງ ນຳ​ໜ້າ​ພວກ​ເຂົາ​ລົງ​ໄປ​ຫາ​ຮ່ອມ​ພູ​ທາງ​ເໜືອ. ແລະ ເຮົາ​ຈະ​ພົບ​ກັບ​ເຈົ້າ​ຢູ່​ບ່ອນ​ນັ້ນ, ແລະ ເຮົາ​ຈະ ນຳ​ທາງ​ເຈົ້າ​ໄປ​ຫາ​ແຜ່ນ​ດິນ​ອັນ ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ທັງ​ໝົດ​ໃນ​ໂລກ.

43 ແລະ ບ່ອນ​ນັ້ນ​ເຮົາ​ຈະ​ໃຫ້​ພອນ​ແກ່​ເຈົ້າ ແລະ ລູກ​ຫລານ​ຂອງ​ເຈົ້າ, ແລະ ສະ​ຖາ​ປະ​ນາ​ປະ​ຊາ​ຊາດ​ທີ່​ຍິ່ງ​ໃຫຍ່​ນັ້ນ​ໄວ້​ໃຫ້​ເຮົາ​ຈາກ​ລູກ​ຫລານ​ຂອງ​ເຈົ້າ, ແລະ ຈາກ​ລູກ​ຫລານ​ຂອງ​ອ້າຍ​ຂອງ​ເຈົ້າ, ແລະ ຜູ້​ທີ່​ຈະ​ໄປ​ພ້ອມ​ກັບ​ເຈົ້າ, ແລະ ຈະ​ບໍ່​ມີ​ປະ​ຊາ​ຊາດ​ໃດໆ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ນີ້​ທີ່​ຈະ​ຍິ່ງ​ໃຫຍ່​ກວ່າ​ປະ​ຊາ​ຊາດ ຊຶ່ງ​ເຮົາ​ຈະ​ສະ​ຖາ​ປະ​ນາ​ໃຫ້​ຕົວ​ເຮົາ​ເອງ, ຈາກ​ລູກ​ຫລານ​ຂອງ​ເຈົ້າ. ແລະ ເຮົາ​ຈະ​ໃຫ້​ເຈົ້າ​ດັ່ງ​ນີ້​ຍ້ອນ​ວ່າ​ເຈົ້າ​ໄດ້​ຂໍ​ເຮົາ​ເປັນ​ເວ​ລາ​ອັນ​ຍາວ​ນານ.

ພິມ