ບົດທີ 1ໂມໂຣໄນຫຍໍ້ການບັນທຶກຂອງອີເທີເຂົ້າກັນ—ລຳດັບການສືບເຊື້ອສາຍຂອງອີເທີ—ພາສາຂອງຊາວຢາເຣັດບໍ່ໄດ້ສັບສົນໃນສະໄໝຂອງຫໍຄອຍເມືອງບາເບນ—ພຣະຜູ້ເປັນເຈົ້າສັນຍາວ່າຈະນຳພວກເຂົາໄປຫາແຜ່ນດິນທີ່ເລືອກໄວ້ ແລະ ເຮັດໃຫ້ພວກເຂົາເປັນປະຊາຊາດທີ່ຍິ່ງໃຫຍ່. ບົດທີ 2ຊາວຢາເຣັດຕຽມພ້ອມເພື່ອການເດີນທາງໄປຫາແຜ່ນດິນແຫ່ງຄຳສັນຍາ—ມັນເປັນແຜ່ນດິນບ່ອນທີ່ມະນຸດຈະຕ້ອງຮັບໃຊ້ພຣະຄຣິດ ຖ້າບໍ່ດັ່ງນັ້ນຈະຖືກກວາດອອກໄປ—ພຣະຜູ້ເປັນເຈົ້າສົນທະນາກັບນ້ອງຊາຍຂອງຢາເຣັດເປັນເວລາສາມຊົ່ວໂມງ—ຊາວຢາເຣັດສ້າງເຮືອຈຳນວນໜຶ່ງ—ພຣະຜູ້ເປັນເຈົ້າຖາມນ້ອງຊາຍຂອງຢາເຣັດວ່າເຮັດແນວໃດເຮືອນັ້ນຈຶ່ງຈະມີແສງສະຫວ່າງ. ບົດທີ 3ນ້ອງຊາຍຂອງຢາເຣັດເຫັນນິ້ວພຣະຫັດຂອງພຣະຜູ້ເປັນເຈົ້າໃນຂະນະທີ່ພຣະອົງແຕະຕ້ອງຫີນສິບຫົກກ້ອນນັ້ນ—ພຣະຄຣິດໄດ້ສະແດງຮ່າງກາຍທາງວິນຍານແກ່ນ້ອງຊາຍຂອງຢາເຣັດ—ຜູ້ທີ່ມີຄວາມຮູ້ອັນສົມບູນບໍ່ສາມາດຖືກກີດກັນຈາກພາຍໃນມ່ານ—ສິ່ງແປຄວາມໝາຍຖືກເຮັດຂຶ້ນເພື່ອນຳເອົາບັນທຶກຂອງຊາວຢາເຣັດໄປຫາແສງສະຫວ່າງ. ບົດທີ 4ໂມໂຣໄນຖືກບັນຊາໃຫ້ຜະນຶກການຂຽນຂອງນ້ອງຊາຍຂອງຢາເຣັດໄວ້—ມັນຈະບໍ່ໄດ້ຖືກເປີດເຜີຍຈົນກວ່າມະນຸດຈະມີສັດທາຄືກັນກັບນ້ອງຊາຍຂອງຢາເຣັດ—ພຣະຄຣິດບັນຊາໃຫ້ມະນຸດເຊື່ອຖືໃນຄຳຂອງພຣະອົງ ແລະ ຄຳຂອງສານຸສິດຂອງພຣະອົງ—ມະນຸດຖືກບັນຊາໃຫ້ກັບໃຈ, ເຊື່ອຟັງພຣະກິດຕິຄຸນ, ແລະ ຮັບຄວາມລອດ. ບົດທີ 5ພະຍານສາມຄົນ ແລະ ຜົນງານເອງຈະຢືນເປັນປະຈັກພະຍານເຖິງຄວາມຈິງອັນສົມບູນຂອງພຣະຄຳພີມໍມອນ. ບົດທີ 6ເຮືອຂອງຊາວຢາເຣັດຖືກລົມພັດໄປຫາແຜ່ນດິນແຫ່ງຄຳສັນຍາ—ຜູ້ຄົນສັນລະເສີນພຣະຜູ້ເປັນເຈົ້າສຳລັບພຣະກະລຸນາທິຄຸນຂອງພຣະອົງ—ໂອໄຣຮາໄດ້ຖືກແຕ່ງຕັ້ງໃຫ້ເປັນກະສັດປົກຄອງພວກເຂົາ—ຢາເຣັດ ແລະ ນ້ອງຊາຍຂອງລາວໄດ້ສິ້ນຊີວິດໄປ. ບົດທີ 7ໂອໄຣຮາປົກຄອງດ້ວຍຄວາມຊອບທຳ—ທ່າມກາງການຍຶດອຳນາດ ແລະ ການຜິດຖຽງກັນ, ການຊີງດີຊີງເດັ່ນໃນອານາຈັກຂອງຊູນ ແລະ ໂຄຮໍເລີ່ມເກີດຂຶ້ນ—ສາດສະດາປະນາມຄວາມຊົ່ວຮ້າຍ ແລະ ການນັບຖືຮູບບູຊາຂອງຜູ້ຄົນ, ຊຶ່ງຈາກນັ້ນພວກເຂົາກໍໄດ້ກັບໃຈ. ບົດທີ 8ມັນມີການຜິດຖຽງກັນ ແລະ ມີການຂັດແຍ້ງກັນເລື່ອງອານາຈັກ—ເອຄິດຈັດຕັ້ງຄຳສາບານການມົ້ວສຸມລັບເພື່ອປະຫານຊີວິດກະສັດ—ການມົ້ວສຸມລັບເປັນຂອງມານ ແລະ ຜົນຄືການທຳລາຍປະຊາຊາດ—ຄົນຕ່າງຊາດໃນສະໄໝປະຈຸບັນຖືກເຕືອນໃຫ້ຕໍ່ຕ້ານການມົ້ວສຸມລັບຊຶ່ງພະຍາຍາມໂຄ່ນລົ້ມອິດສະລະພາບຂອງແຜ່ນດິນ, ປະຊາຊາດ, ແລະ ປະເທດຊາດທັງໝົດ. ບົດທີ 9ອານາຈັກສົ່ງຕໍ່ຈາກຜູ້ໜຶ່ງຫາອີກຜູ້ໜຶ່ງຕາມເຊື້ອສາຍ, ຕາມກົນອຸບາຍເລ່ຫລ່ຽມ, ແລະ ຕາມການຄາດຕະກຳ—ອີເມີເຫັນພຣະບຸດແຫ່ງຄວາມຊອບທຳ—ສາດສະດາຫລາຍທ່ານຮຽກຮ້ອງໃຫ້ມີການກັບໃຈ—ມີຄວາມອຶດຢາກເກີດຂຶ້ນ ແລະ ມີງູພິດກັດຕອດຜູ້ຄົນ. ບົດທີ 10ກະສັດຜູ້ໜຶ່ງຂຶ້ນປົກຄອງແທນກະສັດອີກຜູ້ໜຶ່ງຕໍ່ໆກັນໄປ—ກະສັດບາງຄົນຊອບທຳ; ບາງຄົນກໍຊົ່ວ—ເວລາມີຄວາມຊອບທຳ ຜູ້ຄົນກໍຈະເລີນຮຸ່ງເຮືອງ ແລະ ໄດ້ຮັບພອນຈາກພຣະຜູ້ເປັນເຈົ້າ. ບົດທີ 11ສົງຄາມ, ການແຕກແຍກ, ແລະ ຄວາມຊົ່ວຮ້າຍຄອບງຳຊີວິດຂອງຊາວຢາເຣັດ—ສາດສະດາໃຫ້ຖ້ອຍຄຳເຖິງການທຳລາຍຂອງຊາວຢາເຣັດເວັ້ນເສຍແຕ່ພວກເຂົາຈະກັບໃຈເສຍກ່ອນ—ຜູ້ຄົນບໍ່ຍອມຮັບຟັງຄຳຂອງສາດສະດາ. ບົດທີ 12ສາດສະດາອີເທີຊັກຊວນໃຫ້ຜູ້ຄົນເຊື່ອໃນພຣະເຈົ້າ—ໂມໂຣໄນເວົ້າຢ້ຳເຖິງການແປກປະຫລາດ ແລະ ສິ່ງອັດສະຈັນທີ່ເຮັດໄດ້ດ້ວຍສັດທາ—ສັດທາເຮັດໃຫ້ນ້ອງຊາຍຂອງຢາເຣັດສາມາດເຫັນພຣະຄຣິດ—ພຣະຜູ້ເປັນເຈົ້າມອບຄວາມອ່ອນແອໃຫ້ມະນຸດເພື່ອບາງທີເຂົາອາດຈະຖ່ອມຕົວລົງ—ນ້ອງຊາຍຂອງຢາເຣັດຍ້າຍພູຊີຣິນໄດ້ດ້ວຍສັດທາ—ສັດທາ, ຄວາມຫວັງ, ແລະ ຄວາມໃຈບຸນເປັນສິ່ງຈຳເປັນຕໍ່ຄວາມລອດ—ໂມໂຣໄນເຫັນພຣະເຢຊູໜ້າຕໍ່ໜ້າ. ບົດທີ 13ອີເທີເວົ້າກ່ຽວກັບເຢຣູຊາເລັມໃໝ່ທີ່ຈະຖືກສ້າງຂຶ້ນໃນອາເມຣິກາໂດຍລູກຫລານຂອງໂຢເຊັບ—ເພິ່ນທຳນາຍ, ຖືກຂັບໄລ່, ຂຽນປະຫວັດສາດຂອງຊາວຢາເຣັດໄວ້, ແລະ ບອກລ່ວງໜ້າເຖິງການທຳລາຍຂອງຊາວຢາເຣັດ—ສົງຄາມເກີດຂຶ້ນທົ່ວແຜ່ນດິນ. ບົດທີ 14ຄວາມຊົ່ວຮ້າຍຂອງຜູ້ຄົນນຳຄວາມສາບແຊ່ງມາສູ່ແຜ່ນດິນ—ໂຄຣິອານທະເມີເຂົ້າຮ່ວມເຮັດສົງຄາມຕໍ່ຕ້ານກີເລອາດ, ແລ້ວຕໍ່ຕ້ານລິບ, ແລະ ຫລັງຈາກນັ້ນຕໍ່ຕ້ານຊີດ—ເລືອດ ແລະ ການຂ້າຟັນກັນມີຢູ່ທົ່ວແຜ່ນດິນ. ບົດທີ 15ຊາວຢາເຣັດຈຳນວນຫລາຍລ້ານຄົນຖືກຂ້າຕາຍໃນສະໜາມຮົບ—ຊີດ ແລະ ໂຄຣິອານທະເມີເຕົ້າໂຮມຜູ້ຄົນທັງໝົດເພື່ອສູ້ຮົບໃນສົງຄາມແຫ່ງມະຕະ—ພຣະວິນຍານຂອງພຣະຜູ້ເປັນເຈົ້າລົ້ມເລີກຄວາມພະຍາຍາມກັບພວກເຂົາ—ປະຊາຊາດຢາເຣັດຖືກທຳລາຍຈົນໝົດສິ້ນ—ໂຄຣິອານທະເມີຄົນດຽວເທົ່ານັ້ນທີ່ຍັງເຫລືອຢູ່.