ບົດທີ 1ອາມມາຣອນແນະນຳມໍມອນກ່ຽວກັບແຜ່ນຈາລຶກສັກສິດ—ສົງຄາມລະຫວ່າງຊາວນີໄຟກັບຊາວເລມັນ—ຊາວນີໄຟສາມຄົນຖືກພາໜີໄປ—ຄວາມຊົ່ວຮ້າຍ, ຄວາມບໍ່ເຊື່ອຖື, ເວດມົນ, ແລະ ຄາຖາອາຄົມມີຂຶ້ນ. ປະມານ ຄ.ສ. 321–326. ບົດທີ 2ມໍມອນນຳພາກອງທັບນີໄຟ—ເລືອດ ແລະ ການຂ້າຟັນຂະຫຍາຍອອກໄປທົ່ວແຜ່ນດິນ—ຊາວນີໄຟຄ່ຳຄວນ ແລະ ໄວ້ທຸກເພາະຄວາມເສົ້າສະຫລົດໃຈກັບຄວາມອັບປະໂຫຍດ—ວັນເວລາແຫ່ງພຣະຄຸນຂອງພວກເຂົາໄດ້ຜ່ານໄປ—ມໍມອນຮັບແຜ່ນຈາລຶກຂອງນີໄຟໄວ້—ສົງຄາມດຳເນີນຕໍ່ໄປ. ປະມານ ຄ.ສ. 327–350. ບົດທີ 3ມໍມອນຮ້ອງການກັບໃຈຕໍ່ຊາວນີໄຟ—ພວກເຂົາໄດ້ຮັບໄຊຊະນະອັນຍິ່ງໃຫຍ່ ແລະ ອວດອ້າງໃນພະລັງຂອງຕົນເອງ—ມໍມອນປະຕິເສດບໍ່ນຳພາພວກເຂົາ, ແລະ ເພິ່ນອະທິຖານເພື່ອພວກເຂົາຢ່າງໝົດຫວັງ—ພຣະຄຳພີມໍມອນເຊື້ອເຊີນສິບສອງເຜົ່າຂອງອິດສະຣາເອນໃຫ້ເຊື່ອໃນພຣະກິດຕິຄຸນ. ປະມານ ຄ.ສ. 360–362. ບົດທີ 4ສົງຄາມ ແລະ ການຂ້າຟັນລັນແທງເກີດຂຶ້ນຕໍ່ໄປ—ຄົນຊົ່ວທຳລາຍຄົນຊົ່ວ—ຄວາມຊົ່ວຮ້າຍເກີດຂຶ້ນຊຶ່ງຮ້າຍແຮງກວ່າທີ່ເຄີຍເປັນມາໃນອິດສະຣາເອນທັງໝົດ—ພວກຜູ້ຍິງ ແລະ ເດັກນ້ອຍຖືກມອບໃຫ້ເປັນເຄື່ອງຖວາຍແກ່ຮູບບູຊາ—ຊາວເລມັນເລີ່ມກຳຈັດຊາວນີໄຟຢູ່ຕໍ່ໜ້າພວກເຂົາ. ປະມານ ຄ.ສ. 363–375. ບົດທີ 5ມໍມອນນຳພາກອງທັບຊາວນີໄຟອີກໃນສະໜາມຮົບອັນນອງເລືອດ ແລະ ເຕັມໄປດ້ວຍການຂ້າຟັນລັນແທງ—ພຣະຄຳພີມໍມອນຈະອອກມາເພື່ອໃຫ້ຊາວອິດສະຣາເອນທຸກຄົນແນ່ໃຈວ່າພຣະເຢຊູຄືພຣະຄຣິດ—ຊາວເລມັນຈະເປັນຄົນຜິວດຳ, ສົກກະປົກ, ແລະ ໜ້າກຽດຊັງ—ພວກເຂົາຈະໄດ້ຮັບພຣະກິດຕິຄຸນຈາກຄົນຕ່າງຊາດໃນຍຸກສຸດທ້າຍ. ປະມານ ຄ.ສ. 375–384. ບົດທີ 6ຊາວນີໄຟໄດ້ເຕົ້າໂຮມກັນທີ່ແຜ່ນດິນຄູໂມຣາສຳລັບການສູ້ຮົບຄັ້ງສຸດທ້າຍ—ມໍມອນເຊື່ອງແຜ່ນຈາລຶກສັກສິດໄວ້ໃນເນີນພູຄູໂມຣາ—ຊາວເລມັນໄດ້ຮັບໄຊຊະນະ, ແລະ ປະຊາຊາດນີໄຟຖືກທຳລາຍໄປ—ຫລາຍແສນຄົນຖືກຂ້າຕາຍດ້ວຍດາບ. ປະມານ ຄ.ສ. 385. ບົດທີ 7ມໍມອນເຊື້ອເຊີນຊາວເລມັນໃນຍຸກສຸດທ້າຍໃຫ້ເຊື່ອໃນພຣະຄຣິດ, ໃຫ້ຮັບເອົາພຣະກິດຕິຄຸນຂອງພຣະອົງ, ແລະ ຮັບຄວາມລອດ—ທຸກຄົນທີ່ເຊື່ອໃນພຣະຄຣິສຕະທຳຄຳພີຈະເຊື່ອໃນພຣະຄຳພີມໍມອນ. ປະມານ ຄ.ສ. 385. ບົດທີ 8ຊາວເລມັນຊອກທຳລາຍຊາວນີໄຟ—ພຣະຄຳພີມໍມອນຈະອອກມາໂດຍອຳນາດຂອງພຣະເຈົ້າ—ຄຳສາບແຊ່ງເຖິງຜູ້ທີ່ມີຈິດໃຈໂຫດຮ້າຍປ່າເຖື່ອນ ແລະ ຕໍ່ຕ້ານວຽກງານຂອງພຣະຜູ້ເປັນເຈົ້າ—ບັນທຶກຂອງນີໄຟຈະອອກມາໃນເວລາທີ່ຊົ່ວຮ້າຍ, ເສື່ອມໂຊມ, ແລະ ມີການປະຖິ້ມຄວາມເຊື່ອ. ປະມານ ຄ.ສ. 400–421. ບົດທີ 9ໂມໂຣໄນເຊື້ອເຊີນຜູ້ທີ່ບໍ່ເຊື່ອໃນພຣະຄຣິດໃຫ້ກັບໃຈ—ເພິ່ນໃຫ້ຖ້ອຍຄຳເຖິງພຣະເຈົ້າແຫ່ງສິ່ງມະຫັດສະຈັນ, ຜູ້ມອບການເປີດເຜີຍ ແລະ ຖອກເທຂອງປະທານ ແລະ ເຄື່ອງໝາຍເທິງຜູ້ທີ່ຊື່ສັດ—ສິ່ງມະຫັດສະຈັນຢຸດລົງກໍເພາະວ່າຄວາມບໍ່ເຊື່ອຖື—ເຄື່ອງໝາຍຈະຕິດຕາມໄປກັບຜູ້ທີ່ເຊື່ອ—ມະນຸດຖືກຕັກເຕືອນໃຫ້ເປັນຄົນສະຫລາດ ແລະ ຮັກສາພຣະບັນຍັດ. ປະມານ ຄ.ສ. 401–421.