ບົດທີ 55
ໂມໂຣໄນປະຕິເສດບໍ່ແລກປ່ຽນຊະເລີຍເສິກ—ທະຫານຍາມຊາວເລມັນຖືກຫລອກໃຫ້ມຶນເມົາ, ແລະ ຊະເລີຍເສິກຊາວນີໄຟໄດ້ຮັບການປົດປ່ອຍ—ຊາວນີໄຟໄດ້ຍຶດເອົາເມືອງກິດໂດຍບໍ່ໄດ້ເສຍເລືອດເນື້ອເລີຍ. ປະມານ 63–62 ປີ ກ່ອນ ຄ.ສ.
1 ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໂຣໄນຮັບສານສະບັບນີ້ແລ້ວ ເພິ່ນກໍໃຈຮ້າຍແຮງຍິ່ງຂຶ້ນ, ເພາະເພິ່ນຮູ້ວ່າອາມໂມຣອນມີຄວາມຮູ້ໂດຍສົມບູນເຖິງ ກົນອຸບາຍຂອງຕົນເອງ; ແທ້ຈິງແລ້ວ, ເພິ່ນຮູ້ວ່າເຫດຜົນທີ່ອາມໂມຣອນຈະເອົາມາເຮັດສົງຄາມກັບຊາວນີໄຟນັ້ນບໍ່ທ່ຽງທຳເລີຍ.
2 ແລະ ເພິ່ນໄດ້ກ່າວວ່າ: ຈົ່ງເບິ່ງ, ຂ້າພະເຈົ້າຈະບໍ່ແລກປ່ຽນຊະເລີຍເສິກກັບອາມໂມຣອນ ນອກຈາກວ່າລາວຈະລົ້ມເລີກຈຸດປະສົງຂອງລາວຕາມສານຂອງຂ້າພະເຈົ້ານັ້ນ; ເພາະວ່າຂ້າພະເຈົ້າຈະບໍ່ໃຫ້ລາວມີອຳນາດຫລາຍໄປກວ່າທີ່ລາວມີຢູ່ໃນເວລານີ້.
3 ຈົ່ງເບິ່ງ, ຂ້າພະເຈົ້າຮູ້ຈັກສະຖານທີ່ ທີ່ຊາວເລມັນກັກຂັງຜູ້ຄົນຂອງຂ້າພະເຈົ້າໄວ້ ຊຶ່ງພວກເຂົາຈັບເອົາໄປເປັນຊະເລີຍ; ແລະ ໂດຍທີ່ອາມໂມຣອນບໍ່ຍອມຮັບເງື່ອນໄຂຕາມສານຂອງຂ້າພະເຈົ້າແລ້ວ, ຈົ່ງເບິ່ງ, ຂ້າພະເຈົ້າຈະໃຫ້ລາວຕາມຄຳເວົ້າຂອງຂ້າພະເຈົ້າ; ຈົ່ງເບິ່ງ, ຂ້າພະເຈົ້າຈະຕາມຂ້າພວກເຂົາຈົນກວ່າພວກເຂົາຈະຕ້ອງຂໍສັນຕິພາບ.
4 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໂຣໄນກ່າວຂໍ້ຄວາມນີ້ແລ້ວ, ເພິ່ນສັ່ງໃຫ້ມີການກວດຄົ້ນໃນບັນດາທະຫານຂອງເພິ່ນເພື່ອເພິ່ນຈະໄດ້ພົບຜູ້ໃດຜູ້ໜຶ່ງຊຶ່ງເປັນຜູ້ສືບເຊື້ອສາຍຂອງຊາວເລມັນຢູ່ໃນບັນດາພວກຕົນ.
5 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ພົບ ຄົນໜຶ່ງຊື່ວ່າ ເລມັນ; ແລະ ລາວເປັນຂ້າໃຊ້ຂອງກະສັດ ຜູ້ຖືກອະມາລີໄຄຢາລອບຂ້ານັ້ນ.
6 ບັດນີ້ໂມໂຣໄນສັ່ງໃຫ້ເລມັນ ແລະ ທະຫານຈຳນວນໜ້ອຍໜຶ່ງອອກໄປຫາທະຫານຍາມ ຊຶ່ງເຝົ້າຍາມຊາວນີໄຟຢູ່.
7 ບັດນີ້ຊາວນີໄຟຖືກກັກຂັງໄວ້ຢູ່ໃນເມືອງກິດ; ສະນັ້ນ ໂມໂຣໄນຈຶ່ງໄດ້ແຕ່ງຕັ້ງເລມັນໃຫ້ເອົາທະຫານຈຳນວນໜ້ອຍໜຶ່ງໄປກັບລາວ.
8 ແລະ ເມື່ອເຖິງຕອນຄ່ຳມາ ເລມັນໄດ້ໄປຫາທະຫານຍາມທີ່ເຝົ້າຍາມຊາວນີໄຟຢູ່, ແລະ ຈົ່ງເບິ່ງ, ພວກເຂົາເຫັນເລມັນເຂົ້າມາ ແລ້ວພວກທະຫານຍາມກໍຮ້ອງຂຶ້ນ; ແຕ່ລາວໄດ້ເວົ້າກັບພວກເຂົາວ່າ: ບໍ່ຕ້ອງຢ້ານ; ຈົ່ງເບິ່ງ, ຂ້ອຍກໍເປັນຊາວເລມັນ. ຈົ່ງເບິ່ງ, ພວກເຮົາໄດ້ໂຕນໜີມາຈາກຊາວນີໄຟໃນເວລາທີ່ພວກເຂົາກຳລັງນອນຫລັບຢູ່; ແລະ ຈົ່ງເບິ່ງ ພວກເຮົາໄດ້ລັກເອົາເຫລົ້າອະງຸ່ນຂອງພວກເຂົາມານຳອີກ.
9 ບັດນີ້ເວລາຊາວເລມັນໄດ້ຍິນຂໍ້ຄວາມນີ້ແລ້ວ ພວກເຂົາກໍຕ້ອນຮັບລາວດ້ວຍຄວາມປິຕິຍິນດີ; ແລະ ພວກເຂົາໄດ້ເວົ້າກັບລາວວ່າ: ເອົາເຫລົ້າອະງຸ່ນຂອງເຈົ້າມານີ້ ເພື່ອພວກເຮົາຈະໄດ້ດື່ມ; ພວກເຮົາດີໃຈຫລາຍທີ່ເຈົ້າໄດ້ເຫລົ້າອະງຸ່ນມານຳ ເພາະວ່າພວກເຮົາມີຄວາມອິດເມື່ອຍຫລາຍ.
10 ແລະ ເລມັນໄດ້ເວົ້າກັບພວກເຂົາວ່າ: ໃຫ້ພວກເຮົາເກັບເຫລົ້າອະງຸ່ນນີ້ໄວ້ກ່ອນຈົນກວ່າພວກເຮົາຈະອອກໄປສູ້ຮົບກັບຊາວນີໄຟ. ແຕ່ຄຳເວົ້ານີ້ໄດ້ເຮັດໃຫ້ພວກເຂົາຢາກດື່ມເຫລົ້າອະງຸ່ນຫລາຍກວ່າເກົ່າ;
11 ເພາະພວກເຂົາເວົ້າວ່າ: ພວກເຮົາມີຄວາມອິດເມື່ອຍຫລາຍ, ສະນັ້ນໃຫ້ພວກເຮົາດື່ມເຫລົ້າອະງຸ່ນຂອງເຈົ້າເສຍເຖີດ, ແລະ ອີກບໍ່ດົນພວກເຮົາຈະໄດ້ຮັບເຫລົ້າອະງຸ່ນທີ່ເປັນສ່ວນແບ່ງຂອງພວກເຮົາແລ້ວ, ຊຶ່ງມັນຈະເຮັດໃຫ້ພວກເຮົາມີກຳລັງເພີ່ມຂຶ້ນເພື່ອໄປຕໍ່ສູ້ກັບຊາວນີໄຟ.
12 ແລະ ເລມັນຈຶ່ງເວົ້າກັບພວກເຂົາວ່າ: ຖ້າພວກເຈົ້າຢາກດື່ມກໍເຊີນຕາມສະບາຍ.
13 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ດື່ມເຫລົ້າອະງຸ່ນຢ່າງສະບາຍ; ແລະ ພວກເຂົາພໍໃຈໃນລົດຊາດຂອງມັນ, ສະນັ້ນ ພວກເຂົາຈຶ່ງດື່ມຕໍ່ໄປອີກຢ່າງລື້ນເລີງ; ແລະ ເຫລົ້ານັ້ນປຸກຫລາຍ, ເພາະໄດ້ເຮັດມັນໃຫ້ປຸກແບບນັ້ນ.
14 ແລະ ເຫດການໄດ້ບັງເກີດຂຶ້ນຄື ພວກເຂົາໄດ້ດື່ມ ແລະ ມ່ວນຊື່ນກັນ; ແລະ ບໍ່ດົນພວກເຂົາກໍມຶນເມົາໝົດ.
15 ແລະ ບັດນີ້ເມື່ອເລມັນ ແລະ ຄົນຂອງລາວເຫັນວ່າພວກນັ້ນເມົາເຫລົ້າໝົດ ແລະ ກຳລັງນອນຫລັບສະໜິດຢູ່, ພວກເຂົາຈຶ່ງໄດ້ກັບໄປຫາໂມໂຣໄນ ແລະ ເລົ່າເລື່ອງທັງໝົດທີ່ເກີດຂຶ້ນໃຫ້ເພິ່ນຟັງ.
16 ແລະ ບັດນີ້ມັນໄດ້ເປັນໄປຕາມແຜນການຂອງໂມໂຣໄນ. ແລະ ໂມໂຣໄນຊຶ່ງໄດ້ຕຽມທະຫານຂອງເພິ່ນໄວ້ພ້ອມດ້ວຍອາວຸດແຫ່ງສົງຄາມຢູ່ແລ້ວ; ແລະ ເພິ່ນໄດ້ສົ່ງທະຫານໄປຫາເມືອງກິດຂະນະທີ່ຊາວເລມັນກຳລັງນອນຫລັບສະໜິດ ແລະ ມຶນເມົາຢູ່, ແລະ ເພິ່ນໄດ້ສົ່ງອາວຸດແຫ່ງສົງຄາມໄປໃຫ້ຊະເລີຍເສິກນຳອີກ, ເຖິງຂະໜາດທີ່ພວກເຂົາມີອາວຸດຄົບມື;
17 ແທ້ຈິງແລ້ວ, ແມ່ນແຕ່ໃຫ້ແກ່ພວກແມ່ຍິງຂອງພວກເຂົາ, ແລະ ເດັກນ້ອຍທັງໝົດຂອງພວກເຂົາ, ຕາມແຕ່ຄວາມສາມາດທີ່ຈະໃຊ້ອາວຸດໄດ້, ເມື່ອໂມໂຣໄນໄດ້ມອບອາວຸດໃຫ້ແກ່ຊະເລີຍເສິກທຸກຄົນ, ແລະ ທັງໝົດນີ້ເຮັດໄປໃນຄວາມງຽບທີ່ສຸດ.
18 ແຕ່ຖ້າຫາກພວກເຂົາເຮັດໃຫ້ພວກເລມັນຕື່ນຂຶ້ນມາ, ຈົ່ງເບິ່ງ ພວກເຂົາຍັງມຶນເມົາຢູ່ ແລະ ຊາວນີໄຟຕ້ອງໄດ້ຂ້າພວກເຂົາຖິ້ມ.
19 ແຕ່ຈົ່ງເບິ່ງ, ນີ້ບໍ່ແມ່ນຄວາມປາດຖະໜາຂອງໂມໂຣໄນເລີຍ; ເພິ່ນບໍ່ໄດ້ເບີກບານຢູ່ໃນການຂ້າຟັນ ຫລື ການນອງເລືອດ, ແຕ່ເພິ່ນເບີກບານຢູ່ໃນການຊ່ວຍເຫລືອຜູ້ຄົນຂອງເພິ່ນໃຫ້ພົ້ນຈາກຄວາມພິນາດ; ແລະ ດ້ວຍເຫດນີ້ ເພິ່ນຈະບໍ່ໄດ້ນຳຄວາມບໍ່ຍຸດຕິທຳມາຫາເພິ່ນເລີຍ, ເພິ່ນຈຶ່ງບໍ່ຍອມໂຈມຕີຊາວເລມັນ ແລະ ທຳລາຍພວກເຂົາໃນຂະນະທີ່ພວກເຂົາກຳລັງມຶນເມົາຢູ່.
20 ແຕ່ເພິ່ນໄດ້ຕາມຄວາມປະສົງຂອງເພິ່ນແລ້ວ; ເພາະວ່າເພິ່ນໄດ້ມອບອາວຸດໃຫ້ຊະເລີຍເສິກຊາວນີໄຟທຸກຄົນຢູ່ພາຍໃນກຳແພງເມືອງ ແລະ ໃຫ້ອຳນາດແກ່ພວກເຂົາທີ່ຈະໄດ້ຄວາມເປັນເຈົ້າຂອງພາກສ່ວນຕ່າງໆ ຊຶ່ງຢູ່ພາຍໃນກຳແພງເມືອງນັ້ນ.
21 ແລະ ຫລັງຈາກນັ້ນ ເພິ່ນໄດ້ໃຫ້ທະຫານຂອງເພິ່ນຖອຍອອກໄປ, ແລະ ລ້ອມກອງທັບຂອງຊາວເລມັນໄວ້.
22 ບັດນີ້ຈົ່ງເບິ່ງ ທຸກສິ່ງທຸກຢ່າງນີ້ໄດ້ເກີດຂຶ້ນໃນຕອນກາງຄືນ, ເວລາທີ່ຊາວເລມັນຕື່ນຂຶ້ນມາໃນຕອນເຊົ້າ ພວກເຂົາກໍໄດ້ເຫັນວ່າຕົນເອງກຳລັງຖືກຊາວນີໄຟອ້ອມໄວ້ຢູ່ຂ້າງນອກເມືອງ, ແລະ ເຫັນຊະເລີຍເສິກຂອງຕົນຖືອາວຸດຢູ່ຂ້າງໃນ.
23 ແລະ ພວກເຂົາຈຶ່ງເຫັນວ່າ ຊາວນີໄຟມີກຳລັງຫລາຍກວ່າພວກເຂົາ; ແລະ ໃນສະພາບນີ້ ພວກເຂົາຮູ້ວ່າ ມັນບໍ່ສົມຄວນທີ່ຈະເຂົ້າຕໍ່ສູ້ກັບຊາວນີໄຟ; ສະນັ້ນ ຫົວໜ້ານາຍທະຫານຂອງພວກເຂົາຈຶ່ງໄດ້ສັ່ງເອົາອາວຸດແຫ່ງສົງຄາມຂອງພວກເຂົາ, ແລະ ພວກເຂົາໄດ້ນຳມັນອອກມາ ແລະ ໂຍນມັນລົງທີ່ຕີນຂອງຊາວນີໄຟ, ວິງວອນຂໍຄວາມເມດຕາສົງສານ.
24 ບັດນີ້ຈົ່ງເບິ່ງ, ນີ້ເປັນຄວາມປາດຖະໜາຂອງໂມໂຣໄນ. ເພິ່ນຈຶ່ງໄດ້ເອົາພວກເຂົາໄວ້ເປັນຊະເລີຍເສິກ, ແລະ ຍຶດເອົາເມືອງນັ້ນ, ແລະ ໃຫ້ພວກເຂົາປ່ອຍຊະເລີຍທັງໝົດຊຶ່ງເປັນຊາວນີໄຟ; ແລະ ພວກເຂົາໄດ້ເຂົ້າຮ່ວມກັບກອງທັບຂອງໂມໂຣໄນ, ແລະ ເປັນກຳລັງສຳຄັນໃນກອງທັບຂອງເພິ່ນ.
25 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສັ່ງໃຫ້ຊາວເລມັນຊຶ່ງເພິ່ນຍຶດໄວ້ເປັນຊະເລີຍເລີ່ມເຮັດ ວຽກງານເພື່ອດັດແປງປ້ອມຍາມທົ່ວເມືອງກິດໃຫ້ມັນເຂັ້ມແຂງຂຶ້ນຕື່ມອີກ.
26 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເພິ່ນໄດ້ເສີມສ້າງເມືອງກິດຕາມຄວາມປາດຖະໜາຂອງເພິ່ນແລ້ວ, ເພິ່ນກໍໄດ້ສັ່ງໃຫ້ຜູ້ຄົນຂອງເພິ່ນນຳເອົາຊະເລີຍເສິກໄປຫາເມືອງອຸດົມສົມບູນ; ແລະ ເພິ່ນໄດ້ຄຸ້ມກັນເມືອງນັ້ນໄວ້ດ້ວຍກຳລັງທີ່ເຂັ້ມແຂງທີ່ສຸດ.
27 ແລະ ເຫດການໄດ້ບັງເກີດຂຶ້ນຄື ທັງໆທີ່ຊາວເລມັນມີກົນອຸບາຍຫລາຍຢ່າງ, ຊາວນີໄຟຍັງໄດ້ຮັກສາ ແລະ ປ້ອງກັນຊະເລີຍເສິກທັງໝົດທີ່ພວກເຂົາຈັບໄດ້, ແລະ ໄດ້ຮັກສາແຜ່ນດິນ ແລະ ສິ່ງນີ້ຊ່ວຍໃຫ້ໄດ້ປຽບທັງໝົດໃນການຍຶດເອົາເມືອງຕ່າງໆຂອງພວກເຂົາຄືນມາ.
28 ແລະ ເຫດການໄດ້ບັງເກີດຂຶ້ນຄື ຊາວນີໄຟເລີ່ມໄດ້ຮັບໄຊຊະນະອີກ, ແລະ ກູ້ເອົາສິດ ແລະ ສິດທິພິເສດຂອງພວກເຂົາຄືນມາ.
29 ແລະ ຫລາຍເທື່ອທີ່ຊາວເລມັນໄດ້ພະຍາຍາມທີ່ຈະເຂົ້າລ້ອມຊາວນີໄຟໃນຕອນກາງຄືນ, ແຕ່ໃນຄວາມພະຍາຍາມເຫລົ່ານັ້ນ ພວກເຂົາໄດ້ເສຍຊະເລີຍເສິກໄປຫລາຍຄົນ.
30 ແລະ ຫລາຍເທື່ອທີ່ຊາວເລມັນໄດ້ພະຍາຍາມທີ່ຈະເກືອເຫລົ້າອະງຸ່ນຊາວນີໄຟ, ເພື່ອຈະໄດ້ທຳລາຍພວກເຂົາເຫລົ່ານັ້ນດ້ວຍຢາພິດ ຫລື ວ່າດ້ວຍຄວາມມຶນເມົາ.
31 ແຕ່ຈົ່ງເບິ່ງ, ຊາວນີໄຟບໍ່ໄດ້ຊັກຊ້າທີ່ຈະ ລະນຶກເຖິງພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາໃນເວລາທີ່ມີຄວາມທຸກເລີຍ. ພວກເຂົາຈະຖືກນຳໄປຖືກບ້ວງຂອງພວກເລມັນບໍ່ໄດ້; ແທ້ຈິງແລ້ວ, ພວກເຂົາຈະບໍ່ດື່ມເຫລົ້າອະງຸ່ນຂອງພວກສັດຕູ ເວັ້ນເສຍແຕ່ຈະໃຫ້ຊະເລີຍເສິກຊາວເລມັນບາງຄົນດື່ມເສຍກ່ອນ.
32 ແລະ ພວກເຂົາລະມັດລະວັງຢູ່ສະເໝີ ເພື່ອບໍ່ໃຫ້ມີການຖືກວາງຢາພິດໃນບັນດາພວກເຂົາ; ເພາະຖ້າຫາກເຫລົ້າອະງຸ່ນເປັນພິດແກ່ຊາວເລມັນ ມັນກໍຈະເປັນພິດແກ່ຊາວນີໄຟຄືກັນ; ແລະ ຊາວນີໄຟໄດ້ລອງຊີມເຫລົ້າຂອງຊາວເລມັນແບບນີ້.
33 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ມັນເປັນການສົມຄວນທີ່ໂມໂຣໄນຈະຕຽມພ້ອມເພື່ອເຂົ້າໂຈມຕີເມືອງໂມຣິອານທັນ; ເພາະຈົ່ງເບິ່ງ, ດ້ວຍຜົນງານຂອງພວກເຂົາ, ຊາວເລມັນຈຶ່ງເສີມກຳລັງເມືອງໂມຣິອານທັນຈົນວ່າມັນເປັນທີ່ໝັ້ນອັນເຂັ້ມແຂງທີ່ສຸດ.
34 ແລະ ພວກເຂົາໄດ້ນຳເອົາກຳລັງໃໝ່ເຂົ້າມາໃນເມືອງ, ແລະ ສົ່ງສະບຽງອາຫານມາເພີ່ມອີກ.
35 ແລະ ປີທີຊາວເກົ້າແຫ່ງການປົກຄອງຂອງຜູ້ຕັດສິນດູແລຜູ້ຄົນຂອງນີໄຟກໍໄດ້ສິ້ນສຸດລົງດັ່ງນີ້.