ບົດທີ 46
ອະມາລີໄຄຢາກະບົດຢາກຈະເປັນກະສັດ—ໂມໂຣໄນຍົກປ້າຍແຫ່ງເສລີພາບຂຶ້ນ—ເພິ່ນຊຸມນຸມກັບຜູ້ຄົນເພື່ອໃຫ້ປ້ອງກັນສາດສະໜາຂອງພວກເຂົາ—ຜູ້ເຊື່ອຖືຢ່າງຈິງໃຈຖືກເອີ້ນວ່າຄຣິດສະຕຽນ—ເຊື້ອສາຍຂອງໂຢເຊັບທີ່ເຫລືອຢູ່ຈະຖືກປົກປັກຮັກສາໄວ້—ອະມາລີໄຄຢາ ແລະ ຜູ້ທີ່ແຍກອອກໄປນັ້ນໜີໄປຫາແຜ່ນດິນນີໄຟ—ຜູ້ທີ່ບໍ່ອູ້ມຊູອຸດົມການແຫ່ງອິດສະລະພາບຖືກປະຫານຊີວິດ. ປະມານ 73–72 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນຄື ມັນມີຜູ້ຄົນເປັນຈຳນວນຫລວງຫລາຍທີ່ບໍ່ເຊື່ອຟັງຄຳເວົ້າຂອງຮີລາມັນ ແລະ ພີ່ນ້ອງຂອງເພິ່ນ ແລ້ວພວກເຂົາກໍໄດ້ເຕົ້າໂຮມກັນ ເພື່ອຕໍ່ຕ້ານພີ່ນ້ອງຂອງຕົນ.
2 ແລະ ບັດນີ້ຈົ່ງເບິ່ງ, ຜູ້ຄົນເຫລົ່ານີ້ມີຄວາມຄຽດແຄ້ນຫລາຍທີ່ສຸດ, ເຖິງຂະໜາດທີ່ພວກເຂົາຕັ້ງໃຈວ່າ ຈະຂ້າຮີລາມັນ ແລະ ພີ່ນ້ອງຂອງເພິ່ນຖິ້ມເສຍ.
3 ບັດນີ້ຫົວໜ້າຂອງພວກທີ່ຄຽດແຄ້ນພີ່ນ້ອງຂອງພວກເຂົາເປັນຊາຍທີ່ມີຮ່າງກາຍສູງໃຫຍ່ ແລະ ແຂງແຮງທີ່ສຸດ; ແລະ ລາວມີຊື່ວ່າ ອະມາລີໄຄຢາ.
4 ແລະ ອະມາລີໄຄຢາປາດຖະໜາຈະເປັນກະສັດ; ແລະ ຜູ້ຄົນທີ່ຄຽດແຄ້ນກໍຢາກໃຫ້ລາວເປັນກະສັດຂອງຕົນ; ແລະ ພວກເຂົາສ່ວນຫລາຍກໍເປັນ ຜູ້ຕັດສິນຊັ້ນຕົ້ນຂອງແຜ່ນດິນ, ແລະ ພວກເຂົາກຳລັງສະແຫວງຫາອຳນາດ.
5 ແລະ ພວກເຂົາຖືກຊັກຊວນດ້ວຍຄຳຍົກຍ້ອງຂອງອະມາລີໄຄຢາ, ວ່າຖ້າຫາກພວກເຂົາສະໜັບສະໜູນລາວ ແລະ ຍົກລາວຂຶ້ນເປັນກະສັດແລ້ວ ລາວຈະເຮັດໃຫ້ພວກເຂົາເປັນຜູ້ປົກຄອງຜູ້ຄົນ.
6 ພວກເຂົາຈຶ່ງໄດ້ຖືກອະມາລີໄຄຢາຊັກຊວນໄປຫາການແຕກແຍກດັ່ງນີ້, ທັງໆທີ່ມີຄຳສັ່ງສອນຂອງຮີລາມັນ ແລະ ພີ່ນ້ອງຂອງເພິ່ນຢູ່, ແທ້ຈິງແລ້ວ, ທັງໆທີ່ຄົນເຫລົ່ານີ້ເຄີຍເອົາໃຈໃສ່ດູແລສາດສະໜາຈັກຫລາຍທີ່ສຸດມາກ່ອນ, ເພາະວ່າພວກເຂົາເຄີຍເປັນມະຫາປະໂລຫິດດູແລສາດສະໜາຈັກ.
7 ແລະ ມີຫລາຍຄົນໃນສາດສະໜາຈັກເຊື່ອໃນຄຳຍົກຍ້ອງຂອງອະມາລີໄຄຢາ, ສະນັ້ນພວກເຂົາຈຶ່ງໄດ້ແຍກອອກໄປຈາກສາດສະໜາຈັກ; ແລະ ການງານຂອງຜູ້ຄົນຂອງນີໄຟນັ້ນຈຶ່ງບໍ່ແນ່ນອນ ແລະ ເປັນອັນຕະລາຍຫລາຍທີ່ສຸດດັ່ງນີ້, ທັງໆທີ່ພວກເຂົາໄດ້ຮັບ ໄຊຊະນະອັນໃຫຍ່ຫລວງມາຈາກຊາວເລມັນ, ແລະ ພວກເຂົາມີຄວາມປິຕິຍິນດີທີ່ໄດ້ຮັບໄຊຊະນະ ຍ້ອນການປົດປ່ອຍພວກເຂົາໂດຍພຣະຫັດຂອງພຣະຜູ້ເປັນເຈົ້າ.
8 ພວກເຮົາຈຶ່ງເຫັນໄດ້ວ່າລູກຫລານມະນຸດຫລົງລືມພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາໄດ້ຢ່າງ ວ່ອງໄວ, ແທ້ຈິງແລ້ວ, ພວກເຂົາກະທຳຄວາມຊົ່ວຮ້າຍ ແລະ ຖືກຊັກຊວນໄປຫາມານຮ້າຍໄດ້ຢ່າງວ່ອງໄວພຽງໃດ.
9 ແທ້ຈິງແລ້ວ, ແລະ ພວກເຮົາກໍເຫັນໄດ້ອີກວ່າ ຄົນຊົ່ວຄົນໜຶ່ງສາມາດເຮັດໃຫ້ ຄວາມຊົ່ວຮ້າຍອັນໃຫຍ່ຫລວງເກີດຂຶ້ນໄດ້ໃນບັນດາລູກຫລານມະນຸດ.
10 ແທ້ຈິງແລ້ວ, ພວກເຮົາເຫັນໄດ້ວ່າອະມາລີໄຄຢາ ເພາະລາວເປັນຄົນທີ່ມີເລ່ຫລ່ຽມ ແລະ ເປັນຄົນໃຊ້ຄຳຍົກຍ້ອງຫລາຍ, ເພື່ອລາວຈະໄດ້ຊັກນຳໃຈຂອງຜູ້ຄົນຢ່າງຫລວງຫລາຍໃຫ້ເຮັດຄວາມຊົ່ວ; ແທ້ຈິງແລ້ວ, ແລະ ເພື່ອພະຍາຍາມທຳລາຍສາດສະໜາຈັກຂອງພຣະເຈົ້າ, ເພື່ອທຳລາຍຮາກຖານແຫ່ງ ເສລີພາບຊຶ່ງພຣະເຈົ້າໄດ້ປະທານໃຫ້ແກ່ພວກເຂົາ, ຫລື ພອນທີ່ພຣະເຈົ້າໄດ້ສົ່ງມາເທິງຜືນແຜ່ນດິນເພື່ອເຫັນແກ່ ຄົນຊອບທຳ.
11 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄືເວລາໂມໂຣໄນ, ຜູ້ຊຶ່ງເປັນ ຫົວໜ້າບັງຄັບບັນຊາກອງທັບຂອງຊາວນີໄຟໄດ້ຍິນເຖິງການແຕກແຍກເຫລົ່ານີ້, ເພິ່ນກໍຄຽດແຄ້ນໃຫ້ອະມາລີໄຄຢາ.
12 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ສີກເສື້ອຂອງເພິ່ນອອກ, ແລະ ເພິ່ນໄດ້ຂຽນໃສ່ຕ່ອນທີ່ສີກອອກມານັ້ນ—ເພື່ອມັນຈະໄດ້ເປັນທີ່ລະນຶກເຖິງພຣະເຈົ້າຂອງພວກເຮົາ, ສາດສະໜາຂອງພວກເຮົາ, ແລະ ອິດສະລະພາບຂອງພວກເຮົາ, ແລະ ສັນຕິສຸກຂອງພວກເຮົາ, ແລະ ເມຍຂອງພວກເຮົາ, ແລະ ລູກຂອງພວກເຮົາ—ແລະ ເພິ່ນໄດ້ມັດຜ້າຕ່ອນນັ້ນໄວ້ເທິງສົ້ນໄມ້.
13 ແລະ ເພິ່ນໄດ້ໃສ່ເຄື່ອງກັນຫົວຂອງເພິ່ນ, ແລະ ແຜ່ນປົກເອິກຂອງເພິ່ນ, ແລະ ເຄື່ອງປ້ອງກັນຂອງເພິ່ນ, ແລະ ເພິ່ນໄດ້ຮັດເຄື່ອງປ້ອງກັນໄວ້ຮອບແອວຂອງເພິ່ນ; ແລະ ເພິ່ນໄດ້ຈັບເອົາໄມ້ທີ່ມີໜັງສືຂຽນໄວ້ໃນຕ່ອນເສື້ອທີ່ສີກອອກນັ້ນ, (ແລະ ເພິ່ນເອີ້ນມັນວ່າ ປ້າຍແຫ່ງເສລີພາບ) ແລະ ເພິ່ນກົ້ມຂາບລົງພື້ນດິນ ແລະ ອະທິຖານຫາພຣະເຈົ້າຂອງເພິ່ນຢ່າງສຸດກຳລັງ ຂໍໃຫ້ພອນແຫ່ງເສລີພາບມາສະຖິດຢູ່ກັບພີ່ນ້ອງຂອງເພິ່ນ, ຕາບໃດທີ່ກຸ່ມຄຣິດສະຕຽນຍັງເຫລືອຢູ່ເພື່ອວ່າຈະໄດ້ເປັນເຈົ້າຂອງແຜ່ນດິນ—
14 ເພາະຜູ້ທີ່ບໍ່ໄດ້ເປັນຂອງສາດສະໜາຈັກໄດ້ເອີ້ນຜູ້ທີ່ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຈົ້າ ຜູ້ທີ່ເຊື່ອຢ່າງແທ້ຈິງຂອງພຣະຄຣິດດັ່ງນັ້ນ.
15 ແລະ ຜູ້ທີ່ໄດ້ເປັນສະມາຊິກຂອງສາດສະໜາຈັກນັ້ນກໍຊື່ສັດແທ້ໆ; ແທ້ຈິງແລ້ວ, ທຸກຄົນທີ່ເຊື່ອຖືຢ່າງແທ້ຈິງໃນພຣະຄຣິດກໍໄດ້ຍອມຮັບເອົາ ພຣະນາມຂອງພຣະຄຣິດດ້ວຍຄວາມຍິນດີ, ແລະ ພວກເຂົາຖືກເອີ້ນວ່າ ຄຣິດສະຕຽນ, ຍ້ອນຄວາມເຊື່ອຖືຂອງພວກເຂົາໃນພຣະຄຣິດອົງທີ່ຈະສະເດັດມາ.
16 ແລະ ສະນັ້ນ, ໃນເວລານີ້, ໂມໂຣໄນໄດ້ອະທິຖານເພື່ອອຸດົມການຂອງຄຣິດສະຕຽນ, ແລະ ອິດສະລະພາບຂອງແຜ່ນດິນທີ່ຈະໄດ້ເປັນທີ່ຊົງໂຜດ.
17 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອເພິ່ນທຸ້ມເທຈິດວິນຍານຕໍ່ພຣະເຈົ້າແລ້ວ, ເພິ່ນຈຶ່ງໄດ້ຕັ້ງຊື່ແຜ່ນດິນທັງໝົດ ຊຶ່ງຢູ່ທາງໃຕ້ຂອງ ແຜ່ນດິນຮ້າງ, ແທ້ຈິງແລ້ວ, ແລະ ໂດຍສະຫລຸບ, ທັງແຜ່ນດິນທັງໝົດທັງທາງເໜືອ ແລະ ທາງໃຕ້—ຊຶ່ງເປັນແຜ່ນດິນທີ່ຖືກເລືອກໄວ້, ແລະ ເປັນແຜ່ນດິນແຫ່ງເສລີພາບ.
18 ແລະ ເພິ່ນເວົ້າວ່າ: ແນ່ນອນທີ່ສຸດພຣະເຈົ້າຈະບໍ່ຍອມໃຫ້ພວກເຮົາຜູ້ຖືກດູໝິ່ນເພາະພວກເຮົາຍອມຮັບເອົາພຣະນາມຂອງພຣະຄຣິດ ຖືກຢຽບຍ່ຳ ແລະ ຖືກທຳລາຍ, ເວັ້ນເສຍແຕ່ພວກເຮົາຈະນຳມັນມາສູ່ຕົວພວກເຮົາເອງ ໂດຍການລ່ວງລະເມີດຂອງພວກເຮົາ.
19 ແລະ ເມື່ອໂມໂຣໄນກ່າວຂໍ້ຄວາມນີ້ແລ້ວ, ເພິ່ນກໍໄດ້ອອກໄປໃນບັນດາຜູ້ຄົນ ແລະ ເຍິງໄມ້ທີ່ມີຕ່ອນຜ້າທີ່ສີກອອກຈາກ ເສື້ອຂອງເພິ່ນຂຶ້ນໃນອາກາດ, ເພື່ອຈະໄດ້ໃຫ້ທຸກຄົນເຫັນຂໍ້ຄວາມທີ່ເພິ່ນໄດ້ຂຽນໄວ້ໃນຜ້າຕ່ອນນັ້ນ, ແລະ ເພິ່ນຮ້ອງອອກມາດ້ວຍສຽງອັນດັງວ່າ:
20 ຈົ່ງເບິ່ງ, ຜູ້ໃດກໍຕາມທີ່ຈະຮັກສາຂໍ້ຄວາມນີ້, ກໍຂໍໃຫ້ອອກມາດ້ວຍພະລັງຂອງພຣະຜູ້ເປັນເຈົ້າ, ແລະ ເຂົ້າເຮັດພັນທະສັນຍາ ວ່າຕົນຈະຮັກສາສິດທິໄວ້ ແລະ ຮັກສາສິດທິຂອງສາດສະໜາໄວ້, ເພື່ອອົງພຣະຜູ້ເປັນເຈົ້າຈະໄດ້ປະທານພອນໃຫ້ແກ່ຕົນ.
21 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອໂມໂຣໄນປະກາດຂໍ້ຄວາມນີ້ແລ້ວ, ຈົ່ງເບິ່ງ, ຜູ້ຄົນໄດ້ພາກັນແລ່ນອອກມາພ້ອມດ້ວຍເຄື່ອງປ້ອງກັນຕິດຢູ່ອ້ອມແອວ, ສີກເອົາເສື້ອຜ້າຂອງຕົນອອກມາເປັນເຄື່ອງໝາຍ, ຫລື ເປັນພັນທະສັນຍາວ່າ ພວກເຂົາຈະບໍ່ປະປ່ອຍພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາ; ຫລື ອີກຄຳໜຶ່ງ, ຖ້າຫາກພວກເຂົາລ່ວງລະເມີດພຣະບັນຍັດຂອງພຣະເຈົ້າ, ຫລື ຕົກໄປສູ່ການລ່ວງລະເມີດ, ແລະ ລະອາຍໃຈທີ່ຍອມຮັບພຣະນາມຂອງພຣະຄຣິດແລ້ວ, ກໍຂໍໃຫ້ພຣະຜູ້ເປັນເຈົ້າສີກພວກເຂົາໃຫ້ຄືກັນກັບເສື້ອຜ້າຂອງພວກເຂົານັ້ນ.
22 ບັດນີ້ ນີ້ຄືພັນທະສັນຍາທີ່ພວກເຂົາໄດ້ເຮັດໄວ້, ແລະ ພວກເຂົາໂຍນເສື້ອຜ້າຂອງພວກເຂົາໄວ້ທີ່ຕີນຂອງ ໂມໂຣໄນ, ກ່າວວ່າ: ພວກເຮົາຂໍເຮັດພັນທະສັນຍາກັບພຣະເຈົ້າຂອງພວກເຮົາ, ວ່າຖ້າຫາກພວກເຮົາຕົກໄປສູ່ການລ່ວງລະເມີດ, ຂໍໃຫ້ພວກເຮົາຈົ່ງຖືກທຳລາຍຄືກັນກັບພີ່ນ້ອງຂອງພວກເຮົາທີ່ຢູ່ໃນແຜ່ນດິນທາງເໜືອ; ແທ້ຈິງແລ້ວ, ຖ້າຫາກພວກເຮົາຕົກໄປສູ່ການລ່ວງລະເມີດ ກໍຂໍໃຫ້ພຣະອົງຈົ່ງໂຍນພວກເຮົາລົງຢູ່ພື້ນຕີນຂອງສັດຕູເໝືອນດັ່ງທີ່ພວກເຮົາໄດ້ໂຍນເສື້ອຜ້າຂອງພວກເຮົາລົງທີ່ຕີນຂອງທ່ານ.
23 ໂມໂຣໄນໄດ້ກ່າວກັບພວກເຂົາວ່າ: ຈົ່ງເບິ່ງ, ພວກເຮົາເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງເຊື້ອສາຍຂອງຢາໂຄບ; ແທ້ຈິງແລ້ວ, ພວກເຮົາເປັນສ່ວນໜຶ່ງທີ່ເຫລືອຢູ່ຂອງ ເຊື້ອສາຍຂອງ ໂຢເຊັບ, ຊຶ່ງ ເສື້ອຜ້າຂອງເພິ່ນຖືກອ້າຍນ້ອງຂອງເພິ່ນສີກອອກເປັນຕ່ອນໆ; ແທ້ຈິງແລ້ວ, ແລະ ບັດນີ້ຈົ່ງເບິ່ງ, ຂໍໃຫ້ພວກເຮົາຈື່ຈຳ ແລະ ຮັກສາພຣະບັນຍັດຂອງພຣະເຈົ້າໄວ້, ຖ້າບໍ່ດັ່ງນັ້ນເສື້ອຜ້າຂອງພວກເຮົາຈະຖືກພີ່ນ້ອງຂອງພວກເຮົາສີກຖິ້ມ, ແລະ ພວກເຮົາຈະຖືກເອົາເຂົ້າຄຸກ, ຫລື ວ່າຖືກຂາຍ, ຫລື ຖືກຂ້າຕາຍ.
24 ແທ້ຈິງແລ້ວ, ຂໍໃຫ້ພວກເຮົາຈົ່ງປົກປັກຮັກສາເສລີພາບຂອງພວກເຮົາໄວ້ໃນຖານະທີ່ເປັນສ່ວນໜຶ່ງທີ່ ເຫລືອຢູ່ຂອງໂຢເຊັບ; ແທ້ຈິງແລ້ວ, ຂໍໃຫ້ພວກເຮົາຈົ່ງຈື່ຈຳຄຳເວົ້າຂອງຢາໂຄບກ່ອນທີ່ເພິ່ນຈະຕາຍຈາກໄປ, ເພາະຈົ່ງເບິ່ງ, ເພິ່ນໄດ້ຮັກສາເສື້ອສ່ວນທີ່ເຫລືອຢູ່ຂອງໂຢເຊັບໄວ້ໂດຍບໍ່ໃຫ້ມັນເນົ່າເປື່ອຍ. ແລະ ເພິ່ນໄດ້ກ່າວວ່າ—ເສື້ອສ່ວນທີ່ເຫລືອຢູ່ຂອງລູກຂອງຂ້າພະເຈົ້າໄດ້ຮັບການປົກປັກຮັກສາໄວ້ສັນໃດ, ສ່ວນໜຶ່ງທີ່ເຫລືອຢູ່ຂອງລູກຂອງຂ້າພະເຈົ້າກໍຈະໄດ້ຮັບການປົກປັກຮັກສາໄວ້ໂດຍພຣະຫັດຂອງພຣະເຈົ້າສັນນັ້ນ, ແລະ ພວກເຂົາຈະຖືກນຳກັບຄືນໄປຫາພຣະອົງ, ຂະນະທີ່ສ່ວນໜຶ່ງຂອງລູກຫລານຂອງໂຢເຊັບທີ່ ເຫລືອຢູ່ນັ້ນຈະຕາຍ, ດັ່ງເຊັ່ນການເນົ່າເປື່ອຍຂອງເສື້ອຜ້າຂອງໂຢເຊັບນັ້ນ.
25 ບັດນີ້ຈົ່ງເບິ່ງ, ເລື່ອງນີ້ໄດ້ເຮັດໃຫ້ຈິດວິນຍານຂອງຂ້າພະເຈົ້າເສົ້າສະຫລົດໃຈຫລາຍ; ເຖິງຢ່າງໃດກໍຕາມ, ຈິດວິນຍານຂອງຂ້າພະເຈົ້າກໍຍັງມີຄວາມສຸກກັບລູກຊາຍຂອງຂ້າພະເຈົ້າ, ຍ້ອນວ່າຜູ້ສືບເຊື້ອສາຍສ່ວນນັ້ນຂອງລາວຈະຖືກນຳກັບຄືນໄປຫາພຣະເຈົ້າ.
26 ບັດນີ້ຈົ່ງເບິ່ງ, ນີ້ເປັນຄຳເວົ້າຂອງຢາໂຄບ.
27 ແລະ ບັດນີ້ຈະມີຜູ້ໃດຮູ້ໄດ້ວ່າ ຜູ້ທີ່ໄດ້ແຍກອອກໄປຈາກພວກເຮົານັ້ນແມ່ນຜູ້ສືບເຊື້ອສາຍທີ່ເຫລືອຢູ່ຂອງໂຢເຊັບ, ທີ່ຈະຕາຍຄືກັນກັບການເນົ່າເປື່ອຍຂອງເສື້ອຜ້າຂອງເພິ່ນ? ແທ້ຈິງແລ້ວ, ແລະ ມັນອາດຈະເປັນຕົວພວກເຮົາເອງ ຖ້າຫາກພວກເຮົາບໍ່ຍຶດໝັ້ນສັດທາໃນພຣະຄຣິດ.
28 ແລະ ບັດນີ້ເຫດການໄດ້ບັງເກີດຂຶ້ນຄື ເວລາໂມໂຣໄນກ່າວຂໍ້ຄວາມນີ້ແລ້ວ, ເພິ່ນກໍອອກໄປ ແລະ ອອກຄຳສັ່ງໄປຫາທຸກພາກສ່ວນຂອງແຜ່ນດິນທີ່ມີຄວາມແຕກແຍກກັນ, ແລະ ໃຫ້ພວກເຂົາເຕົ້າໂຮມຜູ້ຄົນທັງໝົດທີ່ປາດຖະໜາຈະຮັກສາເສລີພາບຂອງຕົນ, ເພື່ອໃຫ້ຕໍ່ສູ້ກັບອະມາລີໄຄຢາ ແລະ ພວກທີ່ໄດ້ແຍກອອກໄປນັ້ນຖືກເອີ້ນວ່າຊາວອະມາລີໄຄຢາ.
29 ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອອະມາລີໄຄຢາເຫັນວ່າຜູ້ຄົນຂອງໂມໂຣໄນມີຈຳນວນຫລາຍກວ່າຊາວອະມາລີໄຄຢາ—ແລະ ລາວເຫັນອີກວ່າຜູ້ຄົນຂອງລາວມີຄວາມສົງໄສຢູ່ກ່ຽວກັບຄວາມຍຸດຕິທຳຂອງອຸດົມການທີ່ພວກເຂົາຮັບໄວ້—ສະນັ້ນ, ເມື່ອອະມາລີໄຄຢາຢ້ານກົວວ່າຕົນຈະເອົາຊະນະຊາວນີໄຟບໍ່ໄດ້, ລາວຈຶ່ງໄດ້ນຳເອົາຜູ້ຄົນສ່ວນໜຶ່ງ ແລະ ອອກໄປຫາແຜ່ນດິນນີໄຟ.
30 ບັດນີ້ໂມໂຣໄນຄິດວ່າມັນບໍ່ເປັນການສົມຄວນທີ່ຊາວເລມັນຈະມີກຳລັງເພີ່ມເຕີມຂຶ້ນອີກ; ສະນັ້ນ ເພິ່ນຈຶ່ງຄິດຈະຕັດຈຳນວນຄົນຂອງອະມາລີໄຄຢາລົງ, ຫລື ເອົາພວກເຂົາເຫລົ່ານັ້ນກັບຄືນມາ, ແລະ ຂ້າອະມາລີໄຄຢາຖິ້ມເສຍ; ແທ້ຈິງແລ້ວ, ເພາະເພິ່ນຮູ້ວ່າອະມາລີໄຄຢາຈະຍຸຍົງໃຫ້ຊາວເລມັນຄຽດແຄ້ນໃຫ້ເຂົາເຈົ້າ, ແລະ ເພິ່ນຮູ້ວ່າອະມາລີໄຄຢາຈະເຮັດໄປເພື່ອລາວຈະໄດ້ບັນລຸຈຸດປະສົງຂອງລາວ.
31 ສະນັ້ນ ໂມໂຣໄນຄິດວ່າມັນສົມຄວນທີ່ເພິ່ນຈະນຳເອົາກອງທັບຂອງເພິ່ນ, ຊຶ່ງຕຽມພ້ອມຢູ່ແລ້ວ, ແລະ ມີອາວຸດຢ່າງພ້ອມພຽງ, ແລະ ເຂົ້າເຮັດພັນທະສັນຍາເພື່ອຈະໄດ້ຮັກສາສັນຕິພາບ—ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ນຳກອງທັບຂອງເພິ່ນ ແລະ ໄດ້ອອກເດີນທັບໄປໃນຖິ່ນແຫ້ງແລ້ງກັນດານ ເພື່ອຕັດທາງຂອງອະມາລີໄຄຢາເສຍ.
32 ແລະ ເຫດການໄດ້ບັງເກີດຂຶ້ນຄື ເພິ່ນໄດ້ເຮັດໄປຕາມຄວາມປາດຖະໜາຂອງເພິ່ນ, ແລະ ເດີນທັບເຂົ້າໄປໃນຖິ່ນແຫ້ງແລ້ງກັນດານ, ແລະ ໄດ້ສະກັດກອງທັບຂອງອະມາລີໄຄຢາໄວ້.
33 ແລະ ເຫດການໄດ້ບັງເກີດຂຶ້ນຄື ອະມາລີໄຄຢາໄດ້ປົບໜີໄປກັບຜູ້ຄົນສ່ວນໜ້ອຍໜຶ່ງຂອງລາວ, ແລະ ພວກທີ່ເຫລືອຢູ່ກໍໄດ້ມອບຕົວໃຫ້ຢູ່ໃນກຳມືຂອງໂມໂຣໄນ ແລະ ຖືກນຳກັບຄືນໄປຫາແຜ່ນດິນເຊຣາເຮັມລາ.
34 ບັດນີ້, ໂມໂຣໄນໂດຍທີ່ໄດ້ຖືກ ແຕ່ງຕັ້ງໂດຍຫົວໜ້າຜູ້ຕັດສິນ ແລະ ໂດຍສຽງຂອງປະຊາຊົນ, ສະນັ້ນ ເພິ່ນຈຶ່ງມີອຳນາດທີ່ຈະຈັດການຕາມຄວາມປະສົງຂອງເພິ່ນກັບກອງທັບຂອງຊາວນີໄຟ, ທີ່ຈະສະຖາປະນາ ແລະ ໃຊ້ສິດອຳນາດປົກຄອງພວກເຂົາ.
35 ແລະ ເຫດການໄດ້ບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ເປັນຊາວອະມາລີໄຄຢາທີ່ບໍ່ຍອມເຂົ້າເຮັດພັນທະສັນຍາເພື່ອສະໜັບສະໜູນອຸດົມການແຫ່ງອິດສະລະພາບ, ເພື່ອຈະໄດ້ດຳລົງຮັກສາການປົກຄອງອັນເປັນອິດສະລະພາບໄວ້, ເພິ່ນກໍສັ່ງໃຫ້ຂ້າຄົນນັ້ນຖິ້ມເສຍ; ແລະ ມັນມີຄົນພຽງໜ້ອຍດຽວເທົ່ານັ້ນທີ່ປະຕິເສດພັນທະສັນຍາແຫ່ງອິດສະລະພາບນີ້.
36 ແລະ ເຫດການໄດ້ບັງເກີດຂຶ້ນອີກ, ຄືເພິ່ນໄດ້ສັ່ງໃຫ້ເອົາປ້າຍແຫ່ງເສລີພາບປັກໄວ້ຢູ່ເທິງຫໍສູງທຸກບ່ອນ, ໃຫ້ປັກໄວ້ທົ່ວແຜ່ນດິນທີ່ຊາວນີໄຟເປັນເຈົ້າຂອງ; ແລະ ດັ່ງນັ້ນໂມໂຣໄນຈຶ່ງໄດ້ສ້າງຕັ້ງເສລີພາບຢ່າງມາດຕະຖານຂຶ້ນໃນບັນດາຊາວນີໄຟ.
37 ແລະ ພວກເຂົາເລີ່ມມີສັນຕິສຸກໃນແຜ່ນດິນອີກ; ແລະ ພວກເຂົາໄດ້ດຳລົງຮັກສາສັນຕິສຸກໄວ້ໃນແຜ່ນດິນຈົນເຖິງທ້າຍປີທີສິບເກົ້າແຫ່ງການປົກຄອງຂອງຜູ້ຕັດສິນ.
38 ແລະ ຮີລາມັນ ແລະ ພວກ ມະຫາປະໂລຫິດກໍໄດ້ດຳລົງຮັກສາລະບຽບວິໄນຂອງສາດສະໜາຈັກໄວ້; ແທ້ຈິງແລ້ວ, ເຂົາເຈົ້າໄດ້ມີສັນຕິສຸກ ແລະ ມີຄວາມປິຕິຍິນດີທີ່ສຸດໃນສາດສະໜາຈັກເປັນເວລາສີ່ປີ.
39 ແລະ ເຫດການໄດ້ບັງເກີດຂຶ້ນຄື ມີຜູ້ຄົນເປັນຈຳນວນຫລວງຫລາຍໄດ້ຕາຍໄປ, ໂດຍ ເຊື່ອຖືຢ່າງໜັກແໜ້ນວ່າ ຈິດວິນຍານຂອງພວກເຂົາຖືກໄຖ່ ໂດຍອົງພຣະເຢຊູຄຣິດເຈົ້າ; ພວກເຂົາຈຶ່ງໄດ້ລາໂລກນີ້ໄປດ້ວຍຄວາມປິຕິຍິນດີດັ່ງນັ້ນ.
40 ແລະ ມີບາງຄົນທີ່ຕາຍໄປຍ້ອນການໄຂ້ຄີງຮ້ອນ ຊຶ່ງມີຂຶ້ນຢູ່ເລື້ອຍໆໃນບາງລະດູ—ແຕ່ວ່າບໍ່ມີຄວາມຕາຍຫລາຍຍ້ອນການໄຂ້ຄີງຮ້ອນເພາະວ່າຄຸນນະພາບຂອງ ຕົ້ນໄມ້ ແລະ ຮາກໄມ້ຫລາຍຊະນິດຊຶ່ງພຣະເຈົ້າໄດ້ຕຽມໄວ້ໃຫ້ເພື່ອປິ່ນປົວພະຍາດເຫລົ່ານັ້ນ, ຊຶ່ງມັນຕ້ອງເກີດກັບມະນຸດເພາະວ່າທຳມະຊາດຂອງດິນຟ້າອາກາດ—
41 ແຕ່ວ່າມີຫລາຍຄົນທີ່ໄດ້ຕາຍໄປຍ້ອນຄວາມເຖົ້າແກ່; ແລະ ຜູ້ທີ່ຕາຍດ້ວຍສັດທາໃນພຣະຄຣິດຈະ ເປັນສຸກຢູ່ກັບພຣະອົງ, ດັ່ງທີ່ພວກເຮົາຄິດໄວ້.