ພຣະ​ຄຳ​ພີ
2 ນີ​ໄຟ 8


ບົດ​ທີ 8

ຢາ​ໂຄບ​ອ່ານ​ຈາກ​ໜັງ​ສື​ເອ​ຊາ​ຢາ​ຕໍ່: ໃນ​ຍຸກ​ສຸດ​ທ້າຍ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປອບ​ໃຈ​ຊີ​ໂອນ ແລະ ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ—ຜູ້​ທີ່​ຖືກ​ໄຖ່​ຈະ​ມາ​ຫາ​ຊີ​ໂອນ​ໃນ​ທ່າມ​ກາງ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ—ປຽ​ບ​ທຽບ​ກັບ ເອ​ຊາ​ຢາ 51 ແລະ 52:1–2. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ຈົ່ງ​ເຊື່ອ​ຟັງ​ເຮົາ, ເຈົ້າ​ທັງ​ຫລາຍ​ຜູ້​ເດີນ​ທາງ​ຕາມ​ຄວາມ​ຊອບ​ທຳ. ຈົ່ງ​ຫລຽວ​ເບິ່ງ ຫີນ​ທີ່​ເຈົ້າ​ຖືກ​ສະ​ກັດ​ອອກ​ມາ, ແລະ ຮູ​ຂອງ​ຫລຸມ​ບ່ອນ​ເຈົ້າ​ຖືກ​ຂຸດ​ອອກ​ມາ.

2 ຈົ່ງ​ເບິ່ງ​ອັບ​ຣາ​ຮາມ, ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ, ແລະ ນາງ​ຊາ​ຣາ​ຜູ້​ໃຫ້​ກຳ​ເນີດ​ເຈົ້າ; ເພາະ​ເຮົາ​ເອີ້ນ​ລາວ​ຜູ້​ດຽວ ແລະ ໃຫ້​ພອນ​ແກ່​ລາວ.

3 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປອບ​ໃຈ ຊີ​ໂອນ, ພຣະ​ອົງ​ຈະ​ປອບ​ໃຈ​ບ່ອນ​ວ່າງ​ເປົ່າ​ທັງ​ໝົດ​ຂອງ​ມັນ ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້ ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂອງ​ມັນ​ຄື​ສວນ​ເອ​ເດນ, ແລະ ທະ​ເລ​ຊາຍ​ຂອງ​ມັນ​ຄື​ກັນ​ກັບ​ອຸດ​ທະ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃນ​ບ່ອນ​ນັ້ນ​ຈະ​ພົບ​ຄວາມ​ສຸກ ແລະ ຄວາມ​ດີ​ໃຈ​ຈາກ​ການ​ຂອບ​ພຣະ​ໄທ​ພຣະ​ເຈົ້າ.

4 ຈົ່ງ​ເຊື່ອ​ຟັງ​ເຮົາ, ຜູ້​ຄົນ​ຂອງ​ເຮົາ​ເອີຍ; ແລະ ງ່ຽງ​ຫູ​ຟັງ​ເຮົາ, ໂອ້ ປະ​ຊາ​ຊາດ​ຂອງ​ເຮົາ​ເອີຍ; ເພາະ ກົດ​ຂໍ້​ໜຶ່ງ​ຈະ​ອອກ​ໄປ​ຈາກ​ເຮົາ, ແລະ ເຮົາ​ຈະ​ເຮັດ​ໃຫ້​ຄຳ​ພິ​ພາກ​ສາ​ຂອງ​ເຮົາ​ເປັນ ແສງ​ສະ​ຫວ່າງ​ຂອງ​ຊົນ​ຊາດ​ທັງ​ຫລາຍ.

5 ຄວາມ​ຊອບ​ທຳ​ຂອງ​ເຮົາ​ຢູ່​ໃກ້; ຄວາມ​ລອດ​ຂອງ​ເຮົາ​ໄດ້​ອອກ​ໄປ​ແລ້ວ, ແລະ ແຂນ​ຂອງ​ເຮົາ​ຈະ​ພິ​ພາກ​ສາ​ຜູ້​ຄົນ​ທັງ​ປວງ. ຜູ້​ຄົນ ຊາວ​ເກາະ​ຈະ​ຄອຍ​ຖ້າ​ເຮົາ, ແລະ ພວກ​ເຂົາ​ຈະ​ໄວ້​ໃຈ​ໃນ​ອ້ອມ​ແຂນ​ຂອງ​ເຮົາ.

6 ຈົ່ງ​ຫລຽວ​ເບິ່ງ​ຟ້າ​ສະ​ຫວັນ ແລະ ຫລຽວ​ເບິ່ງ​ໂລກ​ທາງ​ລຸ່ມ; ເພາະ ຟ້າ​ສະ​ຫວັນ​ຈະ ຫາຍ​ໄປ​ຄື​ກັນ​ກັບ​ຄວັນ ແລະ ໂລກ​ຈະ ເກົ່າ​ລົງ​ຄື​ກັນ​ກັບ​ເສື້ອ​ຜ້າ; ແລະ ຄົນ​ທັງ​ຫລາຍ​ທີ່​ຢູ່​ໃນ​ນັ້ນ​ຈະ​ຕາຍ​ດ້ວຍ​ວິ​ທີ​ດຽວ​ກັນ. ແຕ່​ວ່າ​ຄວາມ​ລອດ​ຂອງ​ເຮົາ​ຈະ​ເປັນ​ຢູ່​ຕະ​ຫລອດ​ໄປ, ແລະ ຄວາມ​ຊອບ​ທຳ​ຂອງ​ເຮົາ​ຈະ​ບໍ່​ລົ້ມ​ເລີກ​ໄປ.

7 ຈົ່ງ​ເຊື່ອ​ຟັງ​ເຮົາ, ເຈົ້າ​ທັງ​ຫລາຍ​ຜູ້​ຮູ້​ເຖິງ​ຄວາມ​ຊອບ​ທຳ, ຜູ້​ຊຶ່ງ​ເຮົາ​ໄດ້​ຂຽນ​ກົດ​ຂອງ​ເຮົາ​ໄວ້​ໃນ​ໃຈ​ຂອງ​ເຂົາ, ເຈົ້າ​ຢ່າ ຢ້ານ​ກົວ​ຄຳ​ຕຳ​ນິ​ຂອງ​ມະ​ນຸດ ແລະ ຢ່າ​ຢ້ານ​ຄຳ​ປ້ອຍ​ດ່າ​ຂອງ​ຄົນ​ເຫລົ່າ​ນັ້ນ.

8 ເພາະ​ຕົວ​ແມງ​ຈະ​ກິນ​ພວກ​ເຂົາ​ໝົດ​ຄື​ກັນ​ກັບ​ເສື້ອ​ຜ້າ, ແລະ ໜອນ​ຈະ​ເຈາະ​ກິນ​ພວກ​ເຂົາ​ຄື​ກັນ​ກັບ​ຂົນ​ແກະ. ແຕ່​ວ່າ​ຄວາມ​ຊອບ​ທຳ​ຂອງ​ເຮົາ​ຈະ​ເປັນ​ຢູ່​ຕະ​ຫລອດ​ໄປ, ແລະ ຄວາມ​ລອດ​ຂອງ​ເຮົາ​ຈະ​ຢູ່​ຈາກ​ລຸ້ນ​ສູ່​ລຸ້ນ.

9 ຕື່ນ​ຖີດ! ຕື່ນ​ເຖີດ! ຈົ່ງ​ຮວບ​ຮວມ ພະ​ລັງ​ຂອງ​ເຈົ້າ, ໂອ້ ແຂນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ຈົ່ງ​ຕື່ນ​ຄື​ກັນ​ກັບ​ໃນ​ສະ​ໄໝ​ບູ​ຮານ. ບໍ່​ແມ່ນ​ພຣະ​ອົງ​ບໍ​ທີ່​ຕັດ​ຣາ​ຮາບ​ເປັນ​ຕ່ອນໆ ແລະ ແທງ​ມັງ​ກອນ​ທະ​ລຸ?

10 ບໍ່​ແມ່ນ​ພຣະ​ອົງ​ບໍ​ທີ່​ເຮັດ​ໃຫ້​ນ້ຳ​ທະ​ເລ​ແຫ້ງ ແລະ ຄວາມ​ເລິກ​ທີ່​ສຸດ​ຂອງ​ນ້ຳ​ອັນ​ກວ້າງ​ໃຫຍ່​ແຫ້ງ​ລົງ ທີ່​ເຮັດ​ໃຫ້​ຄວາມ​ເລິກ​ຂອງ​ທະ​ເລ​ເປັນ ຫົນ​ທາງ​ໃຫ້​ຄົນ​ຜູ້​ທີ່​ຖືກ​ໄຖ່​ຜ່ານ​ໄປ?

11 ສະ​ນັ້ນ, ຄົນ​ທີ່​ຖືກ​ໄຖ່​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ກັບ​ມາ ແລະ ມາ​ພ້ອມ​ກັບ ການ​ຮ້ອງ​ເພງ​ສູ່​ຊີ​ໂອນ ແລະ ຄວາມ​ສຸກ ແລະ ຄວາມ​ບໍ​ລິ​ສຸດ​ອັນ​ເປັນ​ນິດ​ຈະ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຄວາມ​ສຸກ; ຄວາມ​ເສົ້າ​ສະ​ຫລົດ​ໃຈ ແລະ ຄວາມ​ເປັນ​ທຸກ​ຈະ​ໜີ​ໄປ.

12 ເຮົາ​ຄື​ຜູ້​ນັ້ນ, ແທ້​ຈິງ​ແລ້ວ​ເຮົາ​ຄື​ຜູ້​ທີ່​ປອບ​ໂຍນ​ເຈົ້າ. ຈົ່ງ​ເບິ່ງ, ເຈົ້າ​ແມ່ນ​ໃຜ​ຈຶ່ງ​ຈະ ຢ້ານ​ມະ​ນຸດ​ຜູ້​ຊຶ່ງ​ຈະ​ຕ້ອງ​ຕາຍ, ແລະ ຢ້ານ​ລູກ​ຂອງ​ມະ​ນຸດ​ຜູ້​ຊຶ່ງ​ຈະ​ຖືກ​ເຮັດ​ໃຫ້​ຄື​ກັນ​ກັບ ຕົ້ນ​ຫຍ້າ?

13 ແລະ ຫລົງ​ລືມ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ສ້າງ​ຂອງ​ເຈົ້າ​ທີ່​ໄດ້​ຢືດ​ຟ້າ​ສະ​ຫວັນ​ອອກ ແລະ ວາງ​ຮາກ​ຖານ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຢ້ານ​ກົວ​ຢູ່​ເລື້ອຍ​ໄປ​ຕະ​ຫລອດ​ວັນ, ເພາະ​ຄວາມ​ໂມ​ໂຫ​ຂອງ​ຜູ້​ກົດ​ຂີ່​ຄື​ກັບ​ວ່າ​ເຂົາ​ຈະ​ມາ​ທຳ​ຮ້າຍ​ຊັ້ນ​ບໍ? ແລະ ຄວາມ​ໂມ​ໂຫ​ຂອງ​ຜູ້​ກົດ​ຂີ່​ນັ້ນ​ຢູ່​ໃສ?

14 ຊະ​ເລີຍ​ຜູ້​ທີ່​ຖືກ​ກັກ​ຂັງ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ໂດຍ​ໄວ, ແລະ ເຂົາ​ຈະ​ບໍ່​ຕາຍ​ຢູ່​ໃນ​ຫລຸມ ທັງ​ອາ​ຫານ​ຂອງ​ເຂົາ​ຈະ​ບໍ່​ຂາດ.

15 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ຜູ້​ກວນ​ທະ​ເລ ແລະ ຄື້ນ​ໃຫ້​ຫວັ່ນ​ໄຫວ; ຈອມ​ໂຍ​ທາ​ຄື​ຊື່​ຂອງ​ເຮົາ.

16 ແລະ ເຮົາ​ໄດ້​ໃສ່​ຖ້ອຍ​ຄຳ​ຂອງ​ເຮົາ​ໄວ້​ໃນ​ປາກ​ຂອງ​ເຈົ້າ ແລະ ປິດ​ບັງ​ເຈົ້າ​ໄວ້​ໃນ​ຮົ່ມ​ມື​ຂອງ​ເຮົາ ເພື່ອ​ເຮົາ​ຈະ​ໄດ້​ຕັ້ງ​ຟ້າ​ສະ​ຫວັນ ແລະ ວາງ​ຮາກ​ຖານ​ຂອງ​ໂລກ ແລະ ກ່າວ​ກັບ​ຊີ​ໂອນ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ເປັນ ຜູ້​ຄົນ​ຂອງ​ເຮົາ.

17 ຕື່ນ​ເຖີດ! ຕື່ນ​ເຖີດ! ຈົ່ງ​ຢືນ​ຂຶ້ນ, ໂອ້ ເຢ​ຣູ​ຊາ​ເລັມ, ຊຶ່ງ​ໄດ້​ດື່ມ ຈອກ​ແຫ່ງ ພຣະ​ພິ​ໂລດ​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ເຈົ້າ​ໄດ້​ດື່ມ​ເງື່ອນ​ທີ່​ເຫລືອ​ຈາກ​ຈອກ​ແຫ່ງ​ຄວາມ​ສັ່ນ​ສະ​ເທືອນ—

18 ແລະ ໃນ​ບັນ​ດາ​ລູກ​ທັງ​ໝົດ​ທີ່​ນາງ​ຄອດ​ອອກ​ມາ ບໍ່​ມີ​ໃຜ​ຊີ້​ນຳ​ນາງ​ເລີຍ ແລະ ທັງ​ໃນ​ບັນ​ດາ​ລູກ​ທັງ​ໝົດ​ທີ່​ນາງ​ໄດ້​ລ້ຽງ​ມາ​ບໍ່​ມີ​ໃຜ​ຊ່ວຍ​ນາງ​ເລີຍ.

19 ລູກ​ສອງ​ຄົນ​ນີ້​ຈະ​ມາ​ຫາ​ເຈົ້າ ແມ່ນ​ໃຜ​ຈະ​ເສຍ​ໃຈ​ແທນ​ເຈົ້າ—ຍ້ອນ​ຄວາມ​ເປົ່າ​ປ່ຽວ ແລະ ຄວາມ​ພິ​ນາດ, ແລະ ຄວາມ​ອຶດ​ຢາກ ແລະ ສົງ​ຄາມ—​ແລະ ແມ່ນ​ໃຜ​ຈະ​ເປັນ​ຜູ້​ປອບ​ໂຍນ​ເຈົ້າ?

20 ລູກ​ຊາຍ​ທັງ​ຫລາຍ​ຂອງ​ເຈົ້າ​ໄດ້​ເປັນ​ລົມ​ໄປ, ນອກ​ຈາກ​ສອງ​ຄົນ​ນີ້; ພວກ​ເຂົາ​ນອນ​ຢູ່​ທີ່​ຕົ້ນ​ທາງ​ທຸກ​ສາຍ; ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຄື​ກັນ​ກັບ​ງົວ​ປ່າ​ທີ່​ຖືກ​ຕາ​ໜ່າງ​ຢູ່, ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ໂມ​ໂຫ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຕິ​ຕຽນ​ພຣະ​ເຈົ້າ​ຂອງ​ເຈົ້າ.

21 ສະ​ນັ້ນ, ບັດ​ນີ້, ຈົ່ງ​ຟັງ​ເລື່ອງ​ນີ້, ເຈົ້າ​ໄດ້​ເປັນ​ທຸກ, ແລະ ໄດ້ ມຶນ​ເມົາ, ແລະ ບໍ່​ແມ່ນ​ການ​ມຶນ​ເມົາ​ຂອງ​ເຫລົ້າ​ອະ​ງຸ່ນ:

22 ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ເຈົ້າ​ຂອງ​ເຈົ້າ​ໄດ້ ວິງ​ວອນ​ແທນ​ຜູ້​ຄົນ​ຂອງ​ພຣະ​ອົງ; ຈົ່ງ​ເບິ່ງ, ເຮົາ​ເອົາ​ຈອກ​ແຫ່ງ​ຄວາມ​ສັ່ນ​ສະ​ເທືອນ, ແລະ ເງື່ອນ​ໃນ​ຖ້ວຍ​ແຫ່ງ​ພຣະ​ພິ​ໂລດ​ຂອງ​ເຮົາ​ອອກ​ຈາກ​ມື​ຂອງ​ເຈົ້າ​ແລ້ວ; ເພື່ອ​ເຈົ້າ​ຈະ​ບໍ່​ດື່ມ​ມັນ​ອີກ​ຕໍ່​ໄປ.

23 ແຕ່ ເຮົາ​ຈະ​ເອົາ​ມັນ​ໄວ້​ໃນ​ມື​ຂອງ​ຄົນ​ທີ່​ເຮັດ​ໃຫ້​ເຈົ້າ​ເປັນ​ທຸກ; ຄົນ​ທີ່​ເວົ້າ​ກັບ​ຈິດ​ວິນ​ຍານ​ຂອງ​ເຈົ້າ​ວ່າ: ກົ້ມ​ຫົວ​ລົງ​ກາບ​ໄຫວ້​ເພື່ອ​ເຮົາ​ຈະ​ໄດ້​ຍ່າງ​ຜ່ານ​ໄປ—​ແລະ ເຈົ້າ​ໄດ້​ວາງ​ຕົວ​ຂອງ​ເຈົ້າ​ຄື​ກັນ​ກັບ​ພື້ນ​ດິນ ແລະ ຄື​ກັນ​ກັບ​ຫົນ​ທາງ​ເພື່ອ​ໃຫ້​ເຂົາ​ຜ່ານ​ໄປ.

24 ຕື່ນ​ເຖີດ, ຕື່ນ​ເຖີດ, ໂອ້ ຊີ​ໂອນ, ຈົ່ງ​ສວມ ພະ​ລັງ​ຂອງ​ເຈົ້າ; ໂອ້ ເຢ​ຣູ​ຊາ​ເລັມ, ນະ​ຄອນ​ສັກ​ສິດ; ຈົ່ງ​ສວມ​ອາ​ພອນ​ທີ່​ສວຍ​ງາມ​ຂອງ​ເຈົ້າ; ເພາະ​ນັບ​ແຕ່​ນີ້​ໄປ​ຈະ​ບໍ່​ມີ​ຜູ້​ໃດ​ທີ່​ສົກ​ກະ​ປົກ ແລະ ບໍ່​ສະ​ອາດ​ເຂົ້າ​ມາ​ຫາ​ເຈົ້າ ອີກ​ຕໍ່​ໄປ.

25 ຈົ່ງ​ສັ່ນ​ຂີ້​ຝຸ່ນ​ອອກ​ຈາກ​ຕົວ​ຂອງ​ເຈົ້າ; ໂອ້ ເຢ​ຣູ​ຊາ​ເລັມ; ຈົ່ງ ລຸກ​ຂຶ້ນ ແລະ ນັ່ງ​ເທິງ​ບັນ​ລັງ​ເທີ້ນ, ໂອ້ ຍິງ​ຊະ​ເລີຍ​ຊາວ​ຊີ​ໂອນ​ເອີຍ, ຈົ່ງ​ປົດ ປອກ​ຄໍ​ຂອງ​ເຈົ້າ​ອອກ.