ບົດທີ 17
ເອຟະຣາອີມ ແລະ ຊີເຣຍປະກາດສົງຄາມຕໍ່ຕ້ານຢູດາ—ພຣະຄຣິດຈະມາກຳເນີດກັບຍິງທີ່ບໍລິສຸດ—ປຽບທຽບກັບເອຊາຢາ 7. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ເຫດການໄດ້ບັງເກີດຂຶ້ນໃນສະໄໝຂອງອາຮາດຜູ້ເປັນລູກຊາຍຂອງໂຢທາມ, ແລະ ໂຢທາມ ເປັນລູກຊາຍຂອງອຸດສີຢາ, ກະສັດຂອງຢູດາ, ຄືເຣສິນກະສັດຂອງຊີເຣຍ, ແລະ ເປກາເປັນລູກຊາຍຂອງເຣມາລີຢາ ກະສັດຂອງອິດສະຣາເອນໄດ້ເຂົ້າໂຈມຕີນະຄອນເຢຣູຊາເລັມ, ແຕ່ພວກເຂົາບໍ່ສາມາດຍຶດເອົາເມືອງນີ້ໄດ້.
2 ແລະ ເຊື້ອສາຍຂອງດາວິດໄດ້ຂ່າວ, ມີຄວາມວ່າ: ຊີເຣຍຜູກສຳພັນກັບ ເອຟະຣາອີມແລ້ວ. ແລະ ໃຈຂອງກະສັດ ແລະ ໃຈຂອງຜູ້ຄົນຂອງເພິ່ນຫວັ່ນໄຫວຄືກັນກັບຕົ້ນໄມ້ໃນປ່າເໜັງຕີງດ້ວຍລົມພັດແຮງ.
3 ຈາກນັ້ນພຣະຜູ້ເປັນເຈົ້າໄດ້ກ່າວກັບເອຊາຢາວ່າ: ບັດນີ້ເຈົ້າກັບ ເຊອາຢາຊຸບ, ລູກຊາຍຂອງເຈົ້າຈົ່ງໄປເຝົ້າກະສັດອາຮາດຢູ່ບ່ອນຮ່ອງນ້ຳໄຫລມາສຸດ ເທິງຖະໜົນບ່ອນທີ່ເຮັດແຜ່ນຜ້າ;
4 ແລະ ບອກເພິ່ນວ່າ: ຈົ່ງສະຫງົບຈິດສະຫງົບໃຈ; ຢ່າຢ້ານກົວ ຫລື ທຸກໃຈເລີຍ, ເພາະຄວາມຄຽດແຄ້ນຂອງລູກຊາຍຂອງເຣມາລີຢາ, ກະສັດເຣສິນ ແລະ ຜູ້ຄົນຊີເຣຍນັ້ນ ບໍ່ມີອັນຕະລາຍຮ້າຍແຮງຫຍັງດອກ, ພວກເຂົາທັງສອງເປັນດັ່ງດົ້ນໄຟມອດ ຊຶ່ງຍັງເຫລືອແຕ່ຄວັນ.
5 ເພາະວ່າຊີເຣຍ, ເອຟະຣາອີມ, ແລະ ລູກຊາຍຂອງເຣມາລີຢາໄດ້ແນະນຳຊົ່ວຕໍ່ຕ້ານເຈົ້າ, ໂດຍກ່າວວ່າ:
6 ໃຫ້ພວກເຮົາໄປຕໍ່ສູ້ກັບຢູດາ ແລະ ລົບກວນມັນ ແລະ ຍຶດເອົາເປັນຫົວເມືອງຂຶ້ນ, ແທ້ຈິງແລ້ວ, ແມ່ນຕັ້ງລູກຊາຍຂອງຕາເບເອນເປັນກະສັດປົກຄອງປະເທດນີ້.
7 ອົງພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້: ມັນຈະຕັ້ງຢູ່ບໍ່ໄດ້, ແລະ ທັງຈະເກີດຂຶ້ນບໍ່ໄດ້ດອກ.
8 ເພາະເມືອງຫລວງຂອງຊີເຣຍຄືດາມັສກັດ, ແລະ ຫົວໜ້າຂອງດາມັສກັດຄືເຣສິນ; ພາຍໃນຫົກສິບຫ້າປີ ເອຟະຣາອີມຈະແຕກຫັກຈົນວ່າບໍ່ມີຜູ້ຄົນ.
9 ແລະ ເມືອງຫລວງຂອງເອຟະຣາອີມຄືຊາມາເຣຍ, ແລະ ຫົວໜ້າຂອງຊາມາເຣຍຄືລູກຊາຍຂອງເຣມາລີຢາ. ແນ່ນອນຖ້າ ຄວາມເຊື່ອຂອງເຈົ້າບໍ່ຫລາຍ ເຈົ້າກໍຈະສະຖາປະນາຂຶ້ນບໍ່ໄດ້.
10 ພຣະຜູ້ເປັນເຈົ້າຮັບສັ່ງກັບອາຮາດອີກ, ມີຄວາມວ່າ:
11 ເຈົ້າຈົ່ງຂໍ ເຄື່ອງໝາຍອັນສຳຄັນຈາກພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງເຈົ້າ; ຈົ່ງຂໍທັງໃນຄວາມເລິກ, ຫລື ໃນຄວາມສູງເບື້ອງບົນ.
12 ແຕ່ອາຮາດທູນວ່າ: ຂ້ານ້ອຍຈະບໍ່ຂໍເຄື່ອງໝາຍສຳຄັນ, ທັງຂ້ານ້ອຍຈະບໍ່ ທົດລອງພຣະຜູ້ເປັນເຈົ້າ.
13 ແລະ ເອຊາຢາຈຶ່ງໄດ້ເວົ້າວ່າ: ບັດນີ້, ທ່ານຈົ່ງຟັງ, ໂອ້ ເຊື້ອສາຍຂອງດາວິດ; ມັນເປັນເລື່ອງເລັກໜ້ອຍສຳລັບພວກເຈົ້າທີ່ຈະລົບກວນມະນຸດ, ແຕ່ພວກເຈົ້າຈະລົບກວນພຣະເຈົ້າອີກບໍ?
14 ສະນັ້ນ, ພຣະຜູ້ເປັນເຈົ້າເອງຈະປະທານເຄື່ອງໝາຍແບບໜຶ່ງໃຫ້ພວກເຈົ້າ—ຈົ່ງເບິ່ງ, ຜູ້ຍິງບໍລິສຸດຜູ້ໜຶ່ງ ຈະຕັ້ງທ້ອງ, ແລະ ຈະກຳເນີດລູກຊາຍຜູ້ໜຶ່ງ, ແລະ ຈະເອີ້ນຊື່ຂອງເດັກນັ້ນວ່າ ເອມານູເອນ.
15 ເພິ່ນຈະກິນເນີຍ ແລະ ນ້ຳເຜິ້ງເພື່ອຈະໄດ້ຮູ້ຈັກປະຕິເສດຄວາມຊົ່ວ ແລະ ເລືອກເອົາຄວາມດີ.
16 ກ່ອນເວລາ ເພິ່ນຈະຮູ້ຈັກປະຕິເສດຄວາມຊົ່ວ ແລະ ເລືອກເອົາຄວາມດີນັ້ນ, ແຜ່ນດິນຂອງກະສັດ ທັງສອງອົງທີ່ພວກເຈົ້າຢ້ານກົວຈະເພພັງຮ້າງເປົ່າ.
17 ພຣະຜູ້ເປັນເຈົ້າຈະບັນດານໃຫ້ວັນໂຫດຮ້າຍ ມາເຖິງເຈົ້າ, ແລະ ເຖິງຜູ້ຄົນຂອງເຈົ້າ ແລະ ລາຊາວັງຂອງບິດາເຈົ້າ, ວັນນັ້ນຈະໂຫດຮ້າຍກວ່າທຸກໆວັນທີ່ເຄີຍມີມາຕັ້ງແຕ່ອານາຈັກຂອງ ເອຟະຣາອີມແຍກອອກຈາກຢູດາ, ຄືວັນນັ້ນກະສັດອັດຊີເຣຍຈະມາທຳລາຍ.
18 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື ພຣະຜູ້ເປັນເຈົ້າຈະ ຜິວເອົາແມງໄມ້ທີ່ຢູ່ທາງໄກສຸດຂອງເອຢິບ ແລະ ຈະຜິວປາກເອົາແມ່ເຜິ້ງທີ່ຢູ່ໃນແຜ່ນດິນຂອງອັດຊີເຣຍ.
19 ແລະ ມັນຈະມາ, ແລະ ມັນທັງໝົດຈະມາຢູ່ໃນຮ່ອມພູ, ແລະ ຢູ່ໃນຖ້ຳໃນໂງ່ນຫີນ, ແລະ ຢູ່ໃນຟຸ່ມໄມ້, ແລະ ຢູ່ເດີ່ນຫຍ້າທັງໝົດ.
20 ໃນວັນດຽວກັນນັ້ນ ພຣະຜູ້ເປັນເຈົ້າຈະຈ້າງເອົາ ຊ່າງຕັດຜົມຈາກຟາກແມ່ນ້ຳເບື້ອງນັ້ນ, ຄື ກະສັດອັດຊີເຣຍ, ເພິ່ນຈະແຖໜວດ, ແຖຜົມ; ແລະ ແຖຂົນໃນຕົນຕົວຂອງເຈົ້າຖິ້ມ.
21 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນ, ຊາຍຜູ້ໜຶ່ງຈະ ລ້ຽງງົວໂຕໜຶ່ງກັບແກະສອງໂຕ;
22 ແລະ ເຫດການຈະບັງເກີດຂຶ້ນ, ເພາະຄວາມອຸດົມສົມບູນຂອງນົມ ເຂົາຈະໄດ້ກິນເນີຍ; ເພາະທຸກຄົນທີ່ເຫລືອຢູ່ໃນແຜ່ນດິນຈະກິນເນີຍ ແລະ ນ້ຳເຜິ້ງ.
23 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນ, ທຸກແຫ່ງ, ບ່ອນທີ່ມີຕົ້ນອະງຸ່ນພັນກົກ, ຊຶ່ງມີລາຄາໜຶ່ງພັນ ຫລຽນ ຈະເຕັມໄປດ້ວຍເຄືອ ແລະ ກົກໜາມ.
24 ຄົນຈະມາທີ່ນັ້ນດ້ວຍລູກທະນູ ແລະ ຄັນທະນູ, ເພາະທົ່ວແຜ່ນດິນຈະເຕັມໄປດ້ວຍເຄືອ ແລະ ກົກໜາມ.
25 ແລະ ເນີນພູທຸກໜ່ວຍຈະຖືກຂຸດດ້ວຍຈົກ, ຄວາມຢ້ານກົວເຄືອ ແລະ ກົກໜາມຈະບໍ່ເກີດຈາກທີ່ນັ້ນ; ແຕ່ມັນຈະເປັນບ່ອນທີ່ສົ່ງຝູງງົວເຖິກອອກໄປ, ແລະ ເປັນບ່ອນຢຽບຍ່ຳຂອງ ຝູງສັດທີ່ມີຄ່ານ້ອຍ.