“ວັນທີ 2–8 ເດືອນພະຈິກ. ມໍມອນ 7–9: ‘ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີມໍມອນ 2020 (2020)
“ວັນທີ 2–8 ເດືອນພະຈິກ. ມໍມອນ 7–9,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2020
ວັນທີ 2–8 ເດືອນພະຈິກ
ມໍມອນ 7–9
“ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າ”
ມໍມອນ ແລະ ໂມໂຣໄນ ໄດ້ມີສັດທາວ່າ ບັນທຶກຂອງພວກເພິ່ນຈະດົນໃຈຜູ້ທີ່ມີຊີວິດຢູ່ໃນຍຸກສຸດທ້າຍ. ຂະນະທີ່ທ່ານອ່ານ ມໍມອນ 7–9, ໃຫ້ຂຽນຄວາມປະທັບໃຈທີ່ມາສູ່ທ່ານ ກ່ຽວກັບວິທີທີ່ທ່ານສາມາດນຳໃຊ້ສິ່ງທີ່ທ່ານກຳລັງຮຽນຮູ້.
ບັນທຶກຄວາມປະທັບໃຈຂອງທ່ານ
ມໍມອນ ແລະ ໂມໂຣໄນຮູ້ວ່າ ການຢູ່ຜູ້ດຽວຢູ່ໃນໂລກທີ່ຊົ່ວຮ້າຍແມ່ນເປັນແນວໃດ. ສຳລັບໂມໂຣໄນແລ້ວ ຄວາມໂດດດ່ຽວຄົງໜັກໜ່ວງຫລາຍຫລັງຈາກບິດາຂອງເພິ່ນໄດ້ເສຍຊີວິດຢູ່ໃນສົງຄາມ ແລະ ຊາວນີໄຟໄດ້ຖືກທຳລາຍ. “ຂ້າພະເຈົ້າຖືກປ່ອຍໃຫ້ຢູ່ຜູ້ດຽວ,” ເພິ່ນຂຽນ. “ຂ້າພະເຈົ້າບໍ່ມີໝູ່ເພື່ອນເລີຍທັງບໍ່ມີບ່ອນຈະໄປຫາ” (ມໍມອນ 8:3, 5). ສະພາບການອາດເບິ່ງຄືວ່າໝົດຫວັງ, ແຕ່ໂມໂຣໄນໄດ້ພົບຄວາມຫວັງຢູ່ໃນປະຈັກພະຍານຂອງເພິ່ນເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ໃນຄວາມຮູ້ຂອງເພິ່ນວ່າ “ຈຸດປະສົງອັນເປັນນິລັນດອນຂອງພຣະຜູ້ເປັນເຈົ້າຈະດຳເນີນຕໍ່ໄປ” (ມໍມອນ 8:22). ແລະ ໂມໂຣໄນຮູ້ວ່າບົດບາດທີ່ສຳຄັນໃນຈຸດປະສົງນິລັນດອນເຫລົ່ານັ້ນ ຈະຖືກສະແດງໂດຍພຣະຄຳພີມໍມອນ—ບັນທຶກທີ່ໃນທີ່ສຸດເພິ່ນໄດ້ເຮັດສຳເລັດ, ບັນທຶກທີ່ໃນມື້ໜຶ່ງຈະ “ສ່ອງແສງສະຫວ່າງອອກຈາກຄວາມມືດ” ແລະ ນຳຜູ້ຄົນຢ່າງຫລວງຫລາຍກັບຄືນມາ “ສູ່ຄວາມຮູ້ເລື່ອງພຣະຄຣິດ” (ມໍມອນ 8:16; 9:36). ສັດທາຂອງໂມໂຣໄນ ໃນຄຳສັນຍາເຫລົ່ານີ້ໄດ້ເຮັດໃຫ້ເປັນໄປໄດ້ສຳລັບເພິ່ນທີ່ຈະປະກາດຕໍ່ຜູ້ອ່ານໃນອະນາຄົດເຖິງປຶ້ມເຫລັ້ມນີ້ວ່າ, “ຂ້າພະເຈົ້າເວົ້າກັບທ່ານຄືກັບວ່າທ່ານຢູ່ຕໍ່ໜ້າ” ແລະ “ຂ້າພະເຈົ້າຮູ້ວ່າ ທ່ານຈະໄດ້ຍິນຄຳເວົ້າຂອງຂ້າພະເຈົ້າ” (ມໍມອນ 8:35; 9:30). ບັດນີ້ເຮົາມີຖ້ອຍຄຳຂອງເພິ່ນ, ແລະ ວຽກງານຂອງພຣະຜູ້ເປັນເຈົ້າ ກຳລັງ ດຳເນີນໄປໜ້າ, ຊຶ່ງພາກສ່ວນໜຶ່ງເປັນເພາະມໍມອນ ແລະ ໂມໂຣໄນໄດ້ຍຶດໝັ້ນຢູ່ໃນຄວາມຈິງໃຈຕໍ່ພາລະກິດຂອງພວກເພິ່ນ, ແມ່ນແຕ່ໃນເວລາທີ່ຢູ່ຜູ້ດຽວ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮົາຕ້ອງເຊື່ອໃນພຣະເຢຊູຄຣິດ ແລະ “ຍຶດໝັ້ນ” ໃນພຣະກິດຕິຄຸນຂອງພຣະອົງ.
ຖ້ອຍຄຳສຸດທ້າຍທີ່ໄດ້ບັນທຶກໄວ້ຂອງມໍມອນ, ຢູ່ໃນ ມໍມອນ 7, ແມ່ນກ່າວຕໍ່ລູກຫລານຂອງຊາວເລມັນໃນຍຸກສຸດທ້າຍ, ແຕ່ມັນບັນຈຸຄວາມຈິງສຳລັບເຮົາທຸກຄົນ. ຂ່າວສານຂອງມໍມອນສິດສອນທ່ານຫຍັງແດ່ກ່ຽວກັບພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ? ເປັນຫຍັງມໍມອນຈຶ່ງເລືອກເອົາຂ່າວສານນີ້ເປັນຄຳສະຫລຸບທ້າຍການຂຽນຂອງເພິ່ນ?
ມໍມອນ 7:8–10; 8:12–22; 9:31–37
ພຣະຄຳພີມໍມອນມີຄ່າຢ່າງຫລວງຫລາຍ.
ປະທານຣະໂຊ ເອັມ ແນວສັນ ໄດ້ຖາມວ່າ: “ຖ້າຫາກມີຄົນມາສະເໜີມອບເພັດພອຍໃຫ້ທ່ານ ຫລື ສະເໜີມອບພຣະຄຳພີໃຫ້ທ່ານ, ທ່ານຈະເລືອກເອົາອັນໃດ? ຕາມຄວາມຈິງແລ້ວ, ສິ່ງໃດ ມີ ຄ່າຫລາຍກວ່າ ສຳລັບທ່ານ?” (“The Book of Mormon: What Would Your Life Be Like without It?” Ensign ຫລື Liahona, Nov. 2017, 61.
ມໍມອນ ແລະ ໂມໂຣໄນຮູ້ວ່າບັນທຶກທີ່ພວກເພິ່ນໄດ້ຮັກສາ ຈະມີຄ່າຢ່າງຫລວງຫລາຍໃນວັນເວລາຂອງເຮົາ, ສະນັ້ນພວກເພິ່ນຈຶ່ງໄດ້ເສຍສະລະຢ່າງຫລວງຫລາຍເພື່ອກະກຽມ ແລະ ປົກປ້ອງມັນ. ຂະນະທີ່ທ່ານອ່ານ ມໍມອນ 7:8–10; 8:12–22; ແລະ 9:31–37, ໃຫ້ພິຈາລະນາເຖິງເຫດຜົນທີ່ບັນທຶກນີ້ມີຄ່າຫລາຍຂະໜາດໃດໃນວັນເວລາຂອງເຮົາ. ທ່ານອາດພົບເຫັນຄວາມຮູ້ເພີ່ມເຕີມຢູ່ໃນ 1 ນີໄຟ 13:38–41; 2 ນີໄຟ 3:11–12; ແລະ ຄຳສອນ ແລະ ພັນທະສັນຍາ 33:16; 42:12–13. ປະສົບການໃດແດ່ທີ່ຊ່ວຍທ່ານໃຫ້ຮູ້ວ່າພຣະຄຳພີມໍມອນມີຄ່າຢ່າງຫລວງຫລາຍ?
ພຣະຄຳພີມໍມອນໄດ້ຖືກຂຽນໄວ້ສຳລັບວັນເວລາຂອງເຮົາ.
ພຣະເຢຊູຄຣິດໄດ້ໃຫ້ໂມໂຣໄນເຫັນສິ່ງທີ່ຈະເກີດຂຶ້ນ ເມື່ອພຣະຄຳພີມໍມອນໄດ້ອອກມາ (ເບິ່ງ ມໍມອນ 8:34–35), ແລະ ເປັນເພາະສິ່ງທີ່ໂມໂຣໄນໄດ້ເຫັນ ເພິ່ນຈຶ່ງໄດ້ຂຽນຄຳເຕືອນຢ່າງກ້າຫານສຳລັບວັນເວລາຂອງເຮົາ. ຂະນະທີ່ທ່ານອ່ານ ມໍມອນ 8:26–41 ແລະ 9:1–30, ໃຫ້ພິຈາລະນາວ່າ ມັນມີປະຕິກິລິຍາ ແລະ ການກະທຳເຫລົ່ານີ້ຢ່າງໃດບໍໃນຊີວິດຂອງທ່ານ. ທ່ານສາມາດເຮັດຫຍັງແຕກຕ່າງ?
ຍົກຕົວຢ່າງ, ມໍມອນ 9:1–30 ບັນຈຸຂ່າວສານຂອງໂມໂຣໄນ ໃນການຕອບຮັບຕໍ່ຄວາມຂະຫຍາຍຕົວຂອງການຂາດຄວາມເຊື່ອໃນພຣະເຢຊູຄຣິດ ທີ່ເພິ່ນໄດ້ເຫັນລ່ວງໜ້າໃນວັນເວລາຂອງເຮົາ. ໃຫ້ຄິດທີ່ຈະຂຽນສິ່ງທີ່ທ່ານຮຽນຮູ້ຈາກຖ້ອຍຄຳຂອງເພິ່ນກ່ຽວກັບສິ່ງຕໍ່ໄປນີ້:
-
ຄວາມສຳຄັນຂອງການເຊື່ອໃນພຣະເຈົ້າແຫ່ງການເປີດເຜີຍ ແລະ ການມະຫັດສະຈັນ (ຂໍ້ທີ 7–20)
-
ຄຳແນະນຳຂອງໂມໂຣໄນສຳລັບເຮົາ (ຂໍ້ທີ 21–30)
ທ່ານຮຽນຮູ້ຫຍັງແດ່ຈາກໂມໂຣໄນທີ່ສາມາດຊ່ວຍທ່ານໃຫ້ພາຄົນອື່ນມາຢູ່ໃກ້ ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
ຂະນະທີ່ທ່ານອ່ານພຣະຄຳພີກັບຄອບຄົວຂອງທ່ານ, ພຣະວິນຍານສາມາດຊ່ວຍທ່ານໃຫ້ຮູ້ຈັກວ່າ ຫລັກທຳຂໍ້ໃດທີ່ຄວນເນັ້ນ ແລະ ຄວນສົນທະນາ ເພື່ອສະໜອງຄວາມຕ້ອງການຂອງຄອບຄົວຂອງທ່ານ. ຕໍ່ໄປນີ້ແມ່ນແນວຄິດບາງຢ່າງ.
ມໍມອນ 7:5–7, 10; 9:11–14
ຂໍ້ເຫລົ່ານີ້ສິດສອນເຮົາຫຍັງແດ່ກ່ຽວກັບແຜນຂອງພຣະບິດາເທິງສະຫວັນ ແລະ ເຫດຜົນທີ່ເຮົາຕ້ອງການພຣະຜູ້ຊ່ວຍໃຫ້ລອດ?
ມໍມອນ 7:8–10
ເຮົາໄດ້ຮຽນຮູ້ຫຍັງແດ່ໃນການສຶກສາພຣະຄຳພີມໍມອນຂອງເຮົາໃນປີນີ້ ທີ່ຊ່ວຍເຮົາໃຫ້ມີຄວາມເຊື່ອຖືຫລາຍກວ່າເກົ່າໃນພຣະຄຣິສຕະທຳຄຳພີ? ໃນການເລີ່ມຕົ້ນສົນທະນາ, ພວກທ່ານສາມາດອ່ານຈາກພຣະຄຳພີມໍມອນ ແລະ ຈາກພຣະຄຣິສຕະທຳຄຳພີ ທີ່ສິດສອນຄວາມຈິງທີ່ຄ້າຍຄືກັນ, ດັ່ງເຊັ່ນ ແອວມາ 7:11–13 ແລະ ເອຊາຢາ 53:3–5 ຫລື 3 ນີໄຟ 15:16–24 ແລະ ໂຢຮັນ 10:16.
ມໍມອນ 8:1–9
ຈະຮູ້ສຶກແນວໃດຖ້າຫາກໄດ້ຢູ່ຜູ້ດຽວຄືໂມໂຣໄນ? ແມ່ນຫຍັງທີ່ປະທັບໃຈເຮົາກ່ຽວກັບວຽກງານທີ່ເພິ່ນໄດ້ເຮັດສຳເລັດ?
ມໍມອນ 8:12, 17–21; 9:31
ໃຫ້ຄິດທີ່ຈະອ່ານຂໍ້ເຫລົ່ານີ້ເປັນຄອບຄົວ ແລະ ແລ້ວໃຫ້ອ່ານຂໍ້ຄວາມດັ່ງຕໍ່ໄປນີ້ຂອງແອວເດີ ແຈັບຟະຣີ ອາ ຮໍແລນ ທີ່ວ່າ: “ຍົກເວັ້ນແຕ່ໃນກໍລະນີຂອງພຣະບຸດອົງດຽວທີ່ຖືກຳເນີດຂອງພຣະອົງເທົ່ານັ້ນ, ພຣະເຈົ້າບໍ່ເຄີຍທຳງານກັບຜູ້ໃດທີ່ດີພ້ອມທຸກຢ່າງ … ເມື່ອທ່ານເຫັນຄວາມທີ່ບໍ່ດີພ້ອມ, ໃຫ້ຈື່ຈຳໄວ້ວ່າ ຄວາມຈຳກັດ ບໍ່ ໄດ້ຢູ່ໃນວຽກງານຂອງສະຫວັນ” (“Lord, I Believe,” Ensign ຫລື Liahona, May 2013, 94). ເປັນຫຍັງມັນຈຶ່ງອັນຕະລາຍທີ່ຈະເອົາໃຈໃສ່ແຕ່ຄວາມບໍ່ດີພ້ອມຂອງຄົນອື່ນ, ລວມທັງຜູ້ທີ່ໄດ້ຂຽນພຣະຄຳພີມໍມອນ?
ມໍມອນ 8:36–38
ຄຳວ່າການຮັບເອົາພຣະນາມຂອງພຣະເຢຊູຄຣິດໝາຍຄວາມວ່າແນວໃດ? ເປັນຫຍັງບາງຄົນຈຶ່ງອັບອາຍທີ່ຈະຮັບເອົາພຣະນາມຂອງພຣະເຢຊູຄຣິດ? ເຮົາຈະກ້າຫານໃນປະຈັກພະຍານຂອງເຮົາເຖິງພຣະຜູ້ຊ່ວຍໃຫ້ລອດໄດ້ແນວໃດ?
ມໍມອນ 9:16–24
ສ່ວນປະສົມບາງຢ່າງແມ່ນຈຳເປັນໃນການເຮັດໃຫ້ການທົດລອງວິທະຍາສາດ ຫລື ຕຳລາອາຫານປະສົບຄວາມສຳເລັດ. ໃຫ້ຄິດທີ່ຈະເຮັດການທົດລອງວິທະຍາສາດ ຫລື ເຮັດຂອງກິນຢ່າງໃດຢ່າງໜຶ່ງກ່ອນອ່ານ ມໍມອນ 9:16–24. ຂະນະທີ່ທ່ານອ່ານຂໍ້ຕ່າງໆ (ໂດຍສະເພາະ ຂໍ້ທີ 20–21), ໃຫ້ຊອກຫາ “ສ່ວນປະກອບ” ທີ່ເຮັດໃຫ້ການມະຫັດສະຈັນເກີດຂຶ້ນ. ການມະຫັດສະຈັນຢ່າງໃດແດ່ທີ່ເຮົາເຫັນຢູ່ໃນໂລກ ອ້ອມຮອບເຮົາ ແລະ ໃນຄອບຄົວຂອງເຮົາ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.