ຈົ່ງ​ຕາມ​ເຮົາ​ມາ
ວັນທີ 16–22 ເດືອນ​ພະຈິກ. ອີເທີ 6–11: “ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ”


“ວັນທີ 16–22 ເດືອນ​ພະຈິກ. ອີເທີ 6–11: ‘ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 16–22 ເດືອນ​ພະຈິກ. ອີເທີ 6–11,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ເຮືອ​ຂອງ​ຊາວ​ຢາ​ເຮັດ​ຢູ່​ໃນ​ທະ​ເລ

I Will Bring You up Again out of the Depths [ເຮົາ​ຈະ​ເອົາ​ເຈົ້າ​ຂຶ້ນ​ມາ​ອີກ​ຈາກ​ຄວາມ​ເລິກ​ຂອງ​ທະ​ເລ], ໂດຍ ຈອນນາຕັນ ອາເຕີ ຄະລາກ

ວັນທີ 16–22 ເດືອນ​ພະຈິກ

ອີເທີ 6–11

“ເພື່ອ​ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ”

ເມື່ອ​ກ່າວ​ເຖິງ​ບັນ​ທຶກ​ຂອງ​ຊາວ​ຢາ​ເຣັດ, ມໍ​ມອນ​ໄດ້​ໃຫ້​ຄວາມ​ຄິດ​ເຫັນ​ວ່າ “ມັນ​ສົມ​ຄວນ​ທີ່​ຜູ້​ຄົນ​ທັງ​ປວງ​ຄວນ​ຮູ້​ເລື່ອງ​ຊຶ່ງ​ມີ​ຂຽນ​ຢູ່​ໃນ​ເລື່ອງນັ້ນ” (ໂມໄຊຢາ 28:19). ໃຫ້​ຈື່ຈຳ​ສິ່ງນີ້​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ອ່ານ ອີເທີ 6–11. ເປັນ​ຫຍັງ​ສິ່ງ​ເຫລົ່າ​ນີ້​ຈຶ່ງ​ສົມ​ຄວນ—ຫລື ເປັນ​ປະ​ໂຫຍດ—ຕໍ່​ທ່ານ ແລະ ຕໍ່​ຄົນ​ທີ່​ທ່ານ​ຮັກ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຫລາຍ​ຮ້ອຍ​ປີ​ຫລັງ​ຈາກ​ທີ່​ຊາວ​ຢາເຣັດ​ໄດ້​ຖືກ​ທຳ​ລາຍ, ຊາວ​ນີ​ໄຟ​ໄດ້ຄົ້ນ​ພົບ​ເມືອງ​ຮ້າງ​ບູ​ຮານ​ຂອງ​ເຂົາ​ເຈົ້າ. ໃນ​ບັນ​ດາ​ເມືອງ​ຮ້າງ​ເຫລົ່າ​ນັ້ນ ມີ​ບັນ​ທຶກ​ລຶກ​ລັບ​ສະ​ບັບ​ໜຶ່ງ—ເປັນ​ບັນ​ທຶກ​ທີ່​ເຮັດ​ດ້ວຍ “ຄຳ​ສົດ” ຊຶ່ງ “ເຕັມ​ໄປ​ດ້ວຍ​ຕົວ​ອັກ​ຂະ​ລະ” (ໂມໄຊຢາ 8:9). ລິມ​ໄຮ ກະ​ສັດ​ຂອງ​ຊາວ​ນີ​ໄຟ​ຮູ້​ສຶກວ່າ​ບັນ​ທຶກ​ນີ້​ສຳ​ຄັນ: “ຄວາມ​ລຶກ​ລັບ​ອັນ​ຍິ່ງ​ໃຫຍ່​ມີ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້,” ເພິ່ນ​ກ່າວ (ໂມໄຊຢາ 8:19). ທຸກວັນ​ນີ້​ທ່ານ​ມີ​ເລື່ອງ​ຫຍໍ້​ຂອງ​ບັນ​ທຶກນີ້, ຖືກ​ແປ​ເປັນ​ພາ​ສາ​ຂອງ​ທ່ານ, ແລະ ມັນ​ມີ​ຊື່​ວ່າ ໜັງ​ສື​ອີເທີ. ມັນ​ມາ​ຈາກ​ບັນ​ທຶກ​ອັນ​ດຽວ​ກັນ​ນັ້ນ​ທີ່​ຊາວ​ນີ​ໄຟ “ປາດ​ຖະ​ໜາ​ເກີນກວ່າ​ຈະ​ວັດ​ແທກ​ໄດ້” ທີ່​ຈະ​ອ່ານ, ແລະ ເມື່ອ​ພວກ​ເຂົາ​ໄດ້​ອ່ານ, “ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ເສົ້າ​ສະ​ຫລົດ​ໃຈ; ເຖິງ​ຢ່າງ​ໃດ​ກໍ​ຕາມ ມັນ​ໄດ້​ໃຫ້​ຄວາມ​ຮູ້​ແກ່​ພວກ​ເຂົາ​ຢ່າງ​ຫລວງ​ຫລາຍ, ຊຶ່ງ​ໃນ​ນັ້ນ​ເຮັດ​ໃຫ້​ພວກ​ເຂົາ​ມີ​ຄວາມ​ປິ​ຕິ​ຍິນ​ດີ” (ໂມໄຊຢາ 28:12, 18). ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຄວາມ​ຈະ​ເລີນ ແລະ ຄວາມ​ເສື່ອມ​ໂຊມ​ຂອງ​ຊາວ​ຢາເຣັດ, ທ່ານ​ຈະ​ພົບ​ເຫັນ​ຊ່ວງ​ໄລ​ຍະ​ທີ່​ໂສກ​ເສົ້າ​ຂອງ​ພວກ​ເຂົາ. ແຕ່​ຢ່າ​ມອງ​ຂ້າມ​ຄວາມ​ສຸກ​ຂອງ​ການ​ຮຽນ​ຮູ້​ຈາກ​ປະ​ຫວັດ​ສາດນີ້. ເຖິງ​ແນວ​ໃດ, ດັ່ງ​ທີ່​ໂມໂຣໄນ​ໄດ້​ຂຽນ, “ມັນ​ແມ່ນ​ຄວາມ​ສະ​ຫລຽວ​ສະ​ຫລາດ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້​ຈັກ​ແກ່​ທ່ານ” (ອີເທີ 8:23), ເພາະ​ຖ້າ​ຫາກ​ເຮົາ​ສາ​ມາດ​ຮຽນ​ຮູ້​ຈາກ​ຄວາມ​ລົ້ມ​ເຫລວ ແລະ ຄວາມ​ສຳ​ເລັດ​ຜົນ​ຂອງ​ຊາວ​ຢາເຣັດ, “ຄວາມ​ຊົ່ວ​ຕ່າງໆ​ຈະ​ໄດ້​ໝົດ​ໄປ, ແລະ … ເວ​ລາ​ຈະ​ມາ​ຮອດ ຊຶ່ງ​ຊາ​ຕານ​ຈະ​ບໍ່​ມີ​ອຳ​ນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ” (ອີເທີ 8:26).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ອີເທີ 6:1–12

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

ທ່ານ​ອາດ​ໄດ້​ຄວາມ​ຮູ້​ທາງວິນ​ຍານ ຖ້າ​ຫາກ​ທ່ານ​ປຽບ​ທຽບ​ການ​ເດີນ​ທາງ​ຂ້າມ​ທະ​ເລ​ຂອງ​ຊາວ​ຢາເຣັດ​ໃສ່​ກັບ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ທ່ານ. ຍົກຕົວ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຈັດ​ຫາ​ຫຍັງ​ໃຫ້​ທ່ານ​ເພື່ອ​ເປັນ​ແສງ​ສະ​ຫວ່າງ ທີ່​ຄື​ກັນ​ກັບ​ກ້ອນ​ຫີນ​ຢູ່​ໃນ​ເຮືອ​ຂອງ​ຊາວ​ຢາເຣັດ? ເຮືອ​ເຫລົ່າ​ນັ້ນ, ຫລື ລົມທີ່ “ພັດ​ໄປ​ທາງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ” ເປັນ​ຕົວ​ແທນ​ໃຫ້​ສິ່ງ​ໃດ? (ອີເທີ 6:8). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ການ​ກະ​ທຳ​ຂອງ​ຊາວ​ຢາເຣັດ ກ່ອນ, ລະ​ຫວ່າງ, ແລະ ຫລັງ​ຈາກ​ການ​ເດີນ​ທາງ? ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ນຳ​ພາ​ທ່ານ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແນວ​ໃດ?

ຮູບ​ພາບ
ຊາວ​ຢາເຣັດ​ເດີນ​ທາງ​ໄປ​ກັບ​ສັດ​ສາ​ວາ​ສິ່ງ

ມິເນີວາ ເຄ ໄທເກີດ (1888–1976), Journey of the Jaredites across Asia [ການ​ເດີນ​ທາງ​ຂອງ​ຊາວ​ຢາ​ເຣັດ​ຂ້າມ​ອາ​ຊີ], 1935, ສີ​ນ້ຳ​ມັນ​ເທິງ​ແຜ່ນ​ໄມ້​ອັດ, 35 x 48 ນິ້ວ. ຫໍ​ພິພິດ​ທະພັນ​ສິລະ​ປະ​ຂອງ​ມະຫາ​ວິທະ​ຍາໄລ​ບຣິກຳ ຢັງ.

ອີເທີ 6:5–18, 30; 9:28–35; 10:1–2

ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ເຮົາ ເມື່ອ​ເຮົາ​ຖ່ອມ​ຕົວ.

ເຖິງ​ແມ່ນ​ວ່າ​ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຊົ່ວ​ຮ້າຍ​ເບິ່ງ​ຄື​ວ່າ ເຕັມ​ຢູ່​ໃນ​ປະ​ຫວັດ​ສາດ​ຂອງ​ຊາວ​ຢາ​ເຣັດ, ແຕ່​ກໍ​ຍັງ​ມີ​ຕົວ​ຢ່າງ​ຂອງ​ຄວາມ​ຖ່ອມ​ຕົວ​ຢູ່​ໃນ​ບົດ​ເຫລົ່າ​ນີ້—ໂດຍ​ສະ​ເພາະ ຢູ່​ໃນ ອີເທີ 6:5–18, 30; 9:28–35; ແລະ 10:1–2. ການ​ໄຕ່​ຕອງ​ຄຳ​ຖາມ​ດັ່ງ​ຕໍ່​ໄປ​ນີ້ ສາ​ມາດ​ຊ່ວຍ​ທ່ານ​ຮຽນ​ຮູ້​ຈາກ​ຕົວ​ຢ່າງ​ເຫລົ່າ​ນີ້: ເປັນ​ຫຍັງ​ຊາວ​ຢາເຣັດ​ຈຶ່ງ​ຖ່ອມ​ຕົວ​ລົງ​ໃນ​ສະ​ຖາ​ນະ​ການ​ເຫລົ່າ​ນີ້? ພວກ​ເຂົາ​ໄດ້​ເຮັດ​ຫຍັງ​ເພື່ອ​ສະ​ແດງ​ຄວາມ​ຖ່ອມ​ຕົວ​ຂອງ​ເຂົາ​ເຈົ້າ? ເຂົາ​ເຈົ້າ​ໄດ້​ຮັບ​ພອນ​ແນວ​ໃດ ຈາກ​ການ​ຖ່ອມ​ຕົວ​ນັ້ນ? ໃຫ້​ສັງ​ເກດ​ເບິ່ງ​ບາງ​ກໍ​ລະ​ນີ, ຜູ້​ຄົນ​ຖືກ​ກົດ​ດັນໃຫ້​ຖ່ອມ​ຕົວ​ອີງ​ຕາມ​ສະ​ຖາ​ນະ​ການ. ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ “ເດີນ​ໄປ​ຢ່າງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ດ້ວຍ​ຄວາມ​ເຕັມ​ໃຈ (ອີເທີ 6:17) ແທນ​ທີ່ເພາະ​ການ​ກົດ​ດັນ​ໃຫ້​ຖ່ອມ​ຕົວ (ເບິ່ງ ໂມໄຊຢາ 4:11–12; ແອວມາ 32:14–18).

ເບິ່ງ “Humility,” Gospel Topics, topics.ChurchofJesusChrist.org ນຳ​ອີກ.

ອີເທີ 7–11

ຜູ້​ນຳ​ທີ່​ຊອບ​ທຳ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ທີ່​ພວກ​ເພິ່ນ​ນຳ​ພາ.

ບົດທີ 7–11 ຂອງອີເທີ ສຳ​ລວມ​ຢ່າງ​ໜ້ອຍ 28 ລຸ້ນ​ຄົນ. ເຖິງ​ແມ່ນ​ວ່າບໍ່ສາ​ມາດ​ໃຫ້​ລາຍ​ລະ​ອຽດ​ຢ່າງ​ຫລວງ​ຫລາຍ​ໄວ້​ໃນ​ຊ່ອງວ່າງຈຳ​ນວນ​ໜ້ອຍນັ້ນ, ແຕ່​ແບບ​ແຜນ​ໄດ້​ເລີ່ມ​ຕົ້ນ​ປະ​ກົດ​ຂຶ້ນ: ການ​ເປັນ​ຜູ້​ນຳ​ທີ່​ຊອບ​ທຳ ຈະ​ນຳ​ພາ​ໄປ​ສູ່​ພອນ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ຂະ​ນະ​ທີ່​ຜູ້​ນຳ​ທີ່​ຊົ່ວ​ຮ້າຍ​ຈະ​ພາ​ໄປ​ສູ່​ຄວາມ​ເປັນ​ທາດ ແລະ ຄວາມ​ພິ​ນາດ.

ຂ້າງ​ລຸ່ມນີ້​ແມ່ນ​ບັນ​ດາ​ກະ​ສັດ​ຈຳ​ນວນ​ໜ້ອຍ​ໜຶ່ງ​ທີ່​ຖືກ​ກ່າວ​ເຖິງ​ຢູ່​ໃນ​ບົດ​ເຫລົ່າ​ນີ້. ໃຫ້ອ່ານ​ຂໍ້​ທີ່​ກ່ຽວ​ຂ້ອງ, ແລະ ເບິ່ງວ່າ​ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ພວກ​ເພິ່ນ—ທາງບວກ ແລະ ທາງ​ລົບ—ກ່ຽວ​ກັບ​ການ​ເປັນ​ຜູ້​ນຳ. ເມື່ອ​ທ່ານ​ເຮັດ​ແນວນັ້ນ, ໃຫ້​ຄິດ​ກ່ຽວ​ກັບ​ໂອ​ກາດ​ທີ່​ທ່ານ​ມີ ໃນ​ການ​ນຳ​ພາ ຫລື ເປັນ​ອິດ​ທິ​ພົນ​ຕໍ່​ຄົນ​ອື່ນ​ຢູ່​ໃນ​ບ້ານເຮືອນ​ຂອງ​ທ່ານ, ໃນ​ຊຸມ​ຊົນ​ຂອງ​ທ່ານ, ແລະ ໃນການ​ເອີ້ນ​ໃນສາດ​ສະ​ໜາ​ຈັກ​ຂອງ​ທ່ານ, ແລະ ອື່ນໆ.

ອີເທີ 8:7–26

ການມົ້ວ​ສຸມ​ລັບ​ຄື​ຫຍັງ?

ເມື່ອ​ສອງ​ຄົນ ຫລື ຫລາຍກວ່ານັ້ນ​ສົມ​ຮູ້​ຮ່ວມ​ຄິດ​ທີ່​ຈະ​ຮັກ​ສາ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຕົນ​ໄວ້​ເປັນ​ຄວາມ​ລັບ, ພວກ​ເຂົາ​ມີ​ສ່ວນ​ຮ່ວມ​ໃນ​ການມົ້ວ​ສຸມ​ລັບ. ພວກ​ເຂົາ​ຖືກຈູງ​ໃຈ​ໂດຍ​ຄວາມ​ປາດ​ຖະໜາ​ທີ່​ຈະ​ມີ​ອຳ​ນາດ ແລະ ຄວາມ​ຮັ່ງ​ມີ. ນອກ​ເໜືອ​ໄປ​ຈາກ​ການມົ້ວ​ສຸມ​ລັບ​ທີ່ບັນ​ຍາຍ​ຢູ່​ໃນ ອີເທີ 8:7–18, ຕົວ​ຢ່າງ​ອື່ນໆ​ກໍ​ມີ​ຢູ່​ໃນ ຮີລາມັນ 1:9–12; 2:2–11; 6:16–30; ແລະ ໂມເຊ 5:29–33. ໃນ ອີເທີ 8:18–26, ໂມໂຣໄນ​ໄດ້​ບັນ​ຍາຍ​ຜົນ​ສະ​ທ້ອນ​ຂອງ​ການມົ້ວ​ສຸມ​ລັບ (ເບິ່ງ ອີເທີ 9:4–12 ນຳ​ອີກ) ແລະ ເຕືອນ​ເຮົາ​ບໍ່​ໃຫ້​ສະ​ໜັບ​ສະ​ໜູນມັນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ອີເທີ 6:2–12

ຄອບ​ຄົວ​ຂອງ​ທ່ານ​ຈະ​ມ່ວນ​ຊື່ນ​ກັບ​ການ​ສະ​ແດງ​ຕາມ​ເລື່ອງ​ການ​ເດີນ​ທາງ​ຂອງ​ຊາວ​ຢາເຣັດ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ບໍ? ບາງ​ທີ​ພວກ​ທ່ານ​ສາ​ມາດ​ໃຊ້​ຫ້ອງ​ມືດ​ເປັນ​ເຮືອ ແລະ ໃຊ້​ໄຟ​ສາຍ​ເປັນ​ຕົວ​ແທນ​ໃຫ້​ແກ່​ກ້ອນ​ຫີນ​ທີ່​ຮຸ່ງ​ເຫລື້ອມ. ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນກ່ຽວ​ກັບ​ສັດ​ທາ​ທີ່​ຊາວ​ຢາເຣັດ​ໄດ້​ສະ​ແດງ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ເຂົ້າ​ໄປ​ໃນ​ເຮືອ, ເຖິງ​ແມ່ນບໍ່​ຮູ້​ວ່າ ພວກ​ເຂົາ​ຈະ “ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະ​ເລ” ຫລືບໍ່ (ອີເທີ 6:6). ຫລັງ​ຈາກ​ການ​ອ່ານ ຂໍ້ທີ 9, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ເພງ​ສວດ​ກ່ຽວ​ກັບ​ການ​ສັນ​ລະ​ເສີນ​ທີ່​ຕົນ​ມັກ ແລະ ຮ້ອງ​ມັນນຳ​ກັນ. ບ້ານ​ເຮືອນ​ຂອງ​ເຮົາ​ສາ​ມາດ​ປຽບ​ທຽບ​ໃສ່​ກັບ​ເຮືອ​ຂອງ​ຊາວ​ຢາເຣັດ​ແນວ​ໃດ? ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ບ່ອນ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ນຳ​ພາ​ຄອບ​ຄົວ​ຂອງ​ເຮົາ​ໄປ​ຫາ?

ອີເທີ 6:22–23

ຕະ​ຫລອດ​ອາ​ທິດນີ້, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຊອມ​ເບິ່ງວິ​ທີ​ທີ່​ຄຳ​ທຳ​ນາຍ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ກ່ຽວ​ກັບ​ຄວາມ​ເປັນ​ທາດ​ໄດ້​ເກີດ​ເປັນ​ຈິງ​ແນວ​ໃດ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຕືອນ​ເຮົາ​ແນວ​ໃດ​ແດ່? ການບໍ່ເອົາ​ໃຈ​ໃສ່​ຕໍ່​ຄຳ​ເຕືອນ​ຂອງ​ພວກ​ເພິ່ນ​ຈະ​ພາ​ໄປ​ສູ່​ຄວາມ​ເປັນ​ທາດ​ແນວ​ໃດ?

ອີເທີ 8:23–26

ອີງ​ຕາມ​ຂໍ້​ເຫລົ່າ​ນີ້, ເປັນ​ຫຍັງ​ໂມໂຣໄນ​ຈຶ່ງ​ຖືກ​ບັນ​ຊາ​ໃຫ້​ຂຽນ “ສິ່ງ​ເຫລົ່າ​ນີ້” ກ່ຽວ​ກັບ​ການມົ້ວ​ສຸມ​ລັບ? (ອີເທີ 8:23). ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ໜັງ​ສື​ອີເທີ ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ໄດ້​ຮັບ​ພອນ​ທີ່​ບັນ​ຍາຍ​ຢູ່​ໃນ ຂໍ້ທີ 26?

ອີເທີ 9:11

ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ມີ​ຜົນ​ກະ​ທົບ​ຕໍ່​ການ​ເລືອກ​ຂອງ​ເຮົາ​ແນວ​ໃດ? ເຮົາ​ສາ​ມາດ​ເຮັດ​ຫຍັງໄດ້​ແດ່​ເປັນ​ຄອບ​ຄົວ ເພື່ອ​ໃຫ້​ແນ່​ໃຈ​ວ່າ ເຮົາ​ປາດ​ຖະ​ໜາ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ?

ອີເທີ 11:8

ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ຜູ້​ທີ່​ກັບ​ໃຈ, ພວກທ່ານ​ສາ​ມາດ​ອ່ານ ໂມໄຊຢາ 26:29–30; 29:18–20; ແອວມາ 34:14–16; ຫລື ໂມໂຣໄນ 6:8. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ຈາກ​ພຣະ​ຄຳ​ພີ ຫລື ຈາກ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເອງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ກະ​ທຳ​ຕາມ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ການ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ແມ່ນ​ເກີນກວ່າ​ພຽງ​ແຕ່​ອ່ານ ແລະ ໄຕ່​ຕອງ​ເທົ່າ​ນັ້ນ. ສ່ວນ​ຫລາຍ​ເຮົາ​ຮຽນ​ຮູ້​ຫລາຍ​ທີ່​ສຸດ ໂດຍ​ການ​ກະ​ທຳ​ຕາມ​ຄວາມ​ຈິງ​ໃນ​ພຣະ​ຄຳ​ພີ (ເບິ່ງ ໂຢ​ຮັນ 7:17). ພວກ​ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ນຳ​ໃຊ້​ສິ່ງ​ທີ່​ພວກ​ທ່ານ​ອ່ານ​ຢູ່​ໃນ ອີເທີ 6–11?

ຮູບ​ພາບ
ເຮືອ​ຂອງ​ຊາວ​ຢາ​ເຮັດ​ຢູ່​ໃນ​ທະ​ເລ

Jaredite Barges [ເຮືອ​ຂອງ​ຊາວ​ຢາເຣັດ], ໂດຍ ແກຣີ ເອີນເນັສ ສະມິດ

ພິມ