ຈົ່ງ​ຕາມ​ເຮົາ​ມາ
ວັນທີ 7–13 ເດືອນ​ທັນວາ. ໂມໂຣໄນ 7–9: “ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ”


“ວັນທີ 7–13 ເດືອນ​ທັນວາ. ໂມໂຣໄນ 7–9: ‘ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍມອນ 2020 (2020)

“ວັນທີ 7–13 ເດືອນ​ທັນວາ. ໂມໂຣໄນ 7–9,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ໂມໂຣໄນກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

ມິເນີວາ ເຄ ໄທເກີດ (1888–1976), Moroni: The Last Nephite [ໂມ​ໂຣ​ໄນ: ຊາວ​ນີ​ໄຟ​ຄົນສຸດ​ທ້າຍ], 1949–1951, ສີ​ນ້ຳ​ມັນ ເທິງແຜ່ນ​ໄມ້ອັດ, 34¾ x 47 ນິ້ວ. ຫໍ​ພິ​ພິດ​ທະ​ພັນ​ສິລະ​ປະ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ບຣິກຳ ຢັງ, 1969

ວັນທີ 7–13 ເດືອນ​ທັນວາ

ໂມໂຣໄນ 7–9

“ຂໍ​ໃຫ້​ພຣະ​ຄຣິດ​ຈົ່ງ​ຍົກ​ລູກ​ຂຶ້ນ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມໂຣໄນ 7–9, ໃຫ້ຮັບ​ຟັງ​ການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ບັນ​ທຶກ​ຂ່າວ​ສານ​ທີ່​ພຣະ​ອົງ​ມອບ​ໃຫ້​ທ່ານ. ພຣະ​ອົງ​ສາ​ມາດ​ສິດ​ສອນ​ທ່ານ ທັງ​ສິ່ງ​ທີ່​ທ່ານ​ຕ້ອງ​ຮູ້​ຈັກ ແລະ ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ກ່ອນ​ໂມໂຣໄນ​ສະ​ຫລຸບ​ບັນ​ທຶກ ທີ່​ເຮົາ​ຮູ້​ຈັກ​ກັນ​ວ່າ​ເປັນ​ພຣະ​ຄຳ​ພີ​ມໍມອນ ດ້ວຍ​ຖ້ອຍ​ຄຳ​ຂອງ​ເພິ່ນ​ເອງ, ເພິ່ນ​ໄດ້​ແບ່ງ​ປັນ​ຂ່າວ​ສານ​ຈາກ​ມໍມອນ ບິ​ດາ​ຂອງ​ເພິ່ນ: ຊຶ່ງ​ກ່າວ​ຕໍ່ “ຜູ້​ທີ່​ຮັກ​ສັນ​ຕິ​ສຸກ​ຂອງ​ພຣະຄຣິດ” (ໂມໂຣໄນ 7:3) ແລະ ຈົດ​ໝາຍ​ສອງ​ສະ​ບັບ​ທີ່​ມໍມອນ​ໄດ້​ຂຽນ​ເຖິງ​ໂມໂຣໄນ. ບາງ​ທີ​ໂມໂຣໄນ​ໄດ້​ສະ​ຫລຸບ​ຂ່າວ​ສານ​ເຫລົ່າ​ນີ້​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ ເພາະ​ເພິ່ນ​ໄດ້​ເຫັນ​ລ່ວງ​ໜ້າເຖິງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງ​ຄວາມ​ຫຍຸ້ງ​ຍາກ​ໃນ​ວັນ​ເວ​ລາ​ຂອງ​ເພິ່ນ ແລະ ຂອງ​ເຮົາ. ຕອນ​ຂຽນ​ຖ້ອຍຄຳ​ເຫລົ່າ​ນີ້, ຜູ້​ຄົນ​ຂອງ​ຊາວ​ນີໄຟ​ກຳ​ລັງ​ຕົກ​ໄປ​ສູ່​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຢ່າງ​ວ່ອງ​ໄວ. ພວກ​ເຂົາ​ຫລາຍ​ຄົນ​ໄດ້ “ສູນ​ເສຍ​ຄວາມ​ຮັກ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ກັນ” ແລະ ເບີກ​ບານ​ໃນ “ທຸກ​ສິ່ງ​ທຸກ​ຢ່າງນອກ​ຈາກ​ສິ່ງ​ທີ່​ດີ” (ໂມໂຣໄນ 9:5, 19). ແຕ່​ມໍມອນ​ຍັງມີ​ຄວາມ​ຫວັງ—ສິດ​ສອນ​ເຮົາ​ວ່າ ຄວາມ​ຫວັງ​ບໍ່​ໄດ້​ໝາຍເຖິງ ການບໍ່​ສົນ​ໃຈ ຫລື ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ບັນ​ຫາ​ຂອງ​ໂລກ; ມັນ​ໝາຍ​ເຖິງ​ການ​ມີ​ສັດ​ທາ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ອຳ​ນາດ​ຂອງ​ພຣະ​ອົງ​ຍິ່ງ​ໃຫຍ່ກວ່າ ແລະ ທົນ​ທານກວ່າ​ບັນ​ຫາ​ເຫລົ່າ​ນັ້ນ. ມັນ​ໝາຍ​ເຖິງ “[ການ] ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້” (ໂມໂຣໄນ 7:19). ມັນ​ໝາຍ​ເຖິງ​ການ​ປ່ອຍ​ໃຫ້​ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ “ແລະ ຄວາມ​ຫວັງ​ໃນ​ລັດ​ສະໝີ​ພາບ​ຂອງ​ພຣະ​ອົງ ແລະ ຊີ​ວິດ​ນິ​ລັນ​ດອນ​ມີ​ຢູ່​ໃນ​ຈິດ​ໃຈ [ຂອງທ່ານ]” (ໂມໂຣໄນ 9:25). ແລະ ຈົນ​ເຖິງວັນ​ທີ່​ສະ​ຫງ່າ​ລາ​ສີ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະຄຣິດ, ມັນ​ໝາຍ​ເຖິງ​ການບໍ່​ລົດ​ລະ “ວຽກ​ງານ​ທີ່ [ເຮົາ] ຈະ​ເຮັດ … [ເພື່ອ] ເອົາ​ຊະ​ນະ​ສັດ​ຕູ​ຂອງ​ຄວາມ​ຊອບ​ທຳ​ທັງ​ມວນ” (ໂມໂຣໄນ 9:6).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໂຣໄນ 7:12–20

ຄວາມ​ສະ​ຫວ່າງ​ຂອງ​ພຣະຄຣິດ​ຊ່ວຍ​ເຮົາ​ຕັດ​ສິນ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ.

ໂລກ​ໃນ​ທຸກວັນ​ນີ້​ເຕັມ​ໄປ​ດ້ວຍ​ຂ່າວ​ສານ​ທີ່​ມີ​ອິດ​ທິ​ພົນ; ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ ອັນ​ໃດ​ຖືກ​ຕ້ອງ ແລະ ອັນ​ໃດບໍ່ຖືກ​ຕ້ອງ? ຖ້ອຍ​ຄຳ​ຂອງ​ມໍມອນ ຢູ່​ໃນ ໂມໂຣໄນ 7 ໄດ້​ມອບ​ຫລັກ​ທຳ​ຫລາຍ​ຢ່າງ​ໃຫ້​ເຮົາ ທີ່​ເຮົາ​ສາ​ມາດ​ໃຊ້​ເພື່ອ​ຫລີກ​ລ້ຽງ​ຈາກ “[ການ] ຕັດ​ສິນ​ຜິດ” (ໂມໂຣໄນ 7:18). ຂະ​ນະ​ທີ່​ທ່ານ​ສຶກ​ສາ ໂມໂຣໄນ 7:12–20, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກ​ສິ່ງ​ທີ່​ຈະ​ພາ​ທ່ານ​ໃຫ້​ເຂົ້າ​ໃກ້​ຊິດ​ພຣະ​ເຈົ້າ​ຫລາຍກວ່າ​ເກົ່າ ແລະ ສິ່ງ​ທີ່​ກີດ​ກັນ. ທ່ານ​ສາ​ມາດ​ໃຊ້​ຄວາມ​ຈິງ​ເຫລົ່າ​ນີ້​ເພື່ອ​ຊ່ວຍ​ທ່ານ​ໃຫ້​ປະ​ເມີນ​ຂ່າວ​ສານ​ທີ່​ທ່ານ​ປະ​ເຊີນ ແລະ ປະ​ສົບ​ການ​ທີ່​ທ່ານ​ມີ ໃນ​ອາ​ທິດນີ້ ແລະ ພິ​ຈາ​ລະ​ນາ​ວ່າ ຂ່າວ​ສານ​ເຫລົ່າ​ນັ້ນ​ເຊື້ອ​ເຊີນ ແລະ ຊັກນຳ​ທ່ານ​ໃຫ້​ເຮັດ​ສິ່ງ​ດີ​ຫລືບໍ່ (ເບິ່ງ ໂມໂຣໄນ 7:13).

ເບິ່ງ “Judging Others,” Gospel Topics, topics.ChurchofJesusChrist.org; Bible Dictionary, “Light of Christ ນຳ​ອີກ.”

ໂມໂຣໄນ 7:20–48

ຜ່ານ​ທາງ​ສັດ​ທາ​ໃນ​ພຣະຄຣິດ, ເຮົາ​ສາ​ມາດ “ຍຶດ​ຖື​ທຸກ​ສິ່ງ​ທີ່​ດີ​ໄວ້.”

ຫລັງ​ຈາກ​ການ​ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ຈຳ​ແນກ​ລະ​ຫວ່າງ​ຄວາມ​ດີ ແລະ ຄວາມ​ຊົ່ວ, ມໍມອນ​ໄດ້ຖາມ​ຄຳ​ຖາມ​ທີ່​ເບິ່ງ​ຄື​ວ່າ​ກ່ຽວຂ້ອງ​ກັບ​ທຸກວັນ​ນີ້ ທີ່​ວ່າ: “ຈະ​ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ທ່ານ​ຈະ​ຍຶດ​ຖື​ທຸກ​ສິ່ງ​ໄວ້​ໄດ້?”—ໂດຍ​ສະ​ເພາະ​ເມື່ອ​ການ​ລໍ້​ລວງ​ຂອງ​ຜູ້​ປໍ​ລະ​ປັກ​ເປັນ​ໜ້າຢົ້ວ​ຢວນ​ໃຈ (ໂມໂຣໄນ 7:20). ຄຳ​ຕອບ​ຂອງ​ມໍມອນ​ມີ​ຢູ່​ໃນ ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ບົດ​ທີ 7. ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້ທີ 20–48, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ຊ່ວຍ​ທ່ານ​ໃຫ້​ຮັບ​ຮູ້ “ທຸກ​ສິ່ງ​ທີ່​ດີ” ທີ່​ທ່ານ​ມີ ເປັນ​ເພາະພຣະ​ເຢ​ຊູ​ຄຣິດ. ການ​ມີ​ສັດ​ທາ​ໃນ​ພຣະ​ອົງ​ຊ່ວຍ​ທ່ານ​ໃຫ້​ສະ​ແຫວງ​ຫາ​ທຸກ​ສິ່ງ​ທີ່​ດີ​ແນວ​ໃດ? ທ່ານ​ຈະ​ສາ​ມາດ “ຍຶດ​ຖື” ສິ່ງ​ທີ່​ດີ​ຫລາຍກວ່າ​ເກົ່າ​ໄດ້​ແນວ​ໃດ?

ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:13 ນຳ​ອີກ.

ໂມໂຣໄນ 7:44–48

“ຄວາມ​ໃຈ​ບຸນ​ຄື​ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ.”

ປະທານ​ດາລິນ ເອັຈ ໂອກສ໌ ໄດ້​ສັງ​ເກດ​ວ່າ: “ເຫດ​ຜົນ​ທີ່​ຄວາມ​ໃຈ​ບຸນບໍ່​ເຄີຍ​ລົ້ມ​ເຫລວ ແລະ ເຫດ​ຜົນ​ທີ່​ຄວາມ​ໃຈ​ບຸນ​ຍິ່ງ​ໃຫຍ່​ຫລາຍກວ່າ​ເກົ່າ ແມ່ນ​ແຕ່ຍິ່ງ​ໃຫຍ່ກວ່າ​ການ​ກະ​ທຳ​ຄວາມ​ດີ​ທີ່​ສຳ​ຄັນ​ທີ່​ສຸດ … ຄື​ຄວາມ​ໃຈ​ບຸນນັ້ນ, ‘ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ຄຣິດ’ (ໂມໂຣໄນ 7:47), ບໍ່​ແມ່ນ ການ​ກະທຳ ແຕ່​ແມ່ນ ສະ​ພາບ ຫລື ການ​ເປັນ​ຄົນ​ໃຈ​ບຸນ. … ຄວາມ​ໃຈ​ບຸນ​ຄື​ສິ່ງ​ທີ່​ບຸກ​ຄົນ​ກາຍ​ເປັນ” (“The Challenge to Become,” Ensign, Nov. 2000, 34). ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 7:44–48, ໃຫ້​ພິ​ຈາ​ລະ​ນາ​ຄຳ​ບັນ​ຍາຍ​ຂອງ​ມໍມອນ​ເຖິງ​ຄວາມ​ໃຈ​ບຸນ, ແລະ ໃຫ້​ຮັບ​ຟັງ​ຄວາມ​ປະ​ທັບ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ພຣະ​ອົງ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ພົບ​ເຫັນ​ວິ​ທີ​ທາງ​ທີ່​ທ່ານ​ສາ​ມາດ​ປັບ​ປຸງ. ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ການ​ມີ​ສັດ​ທາ ແລະ ມີ​ຄວາມ​ຫວັງ ກ່ອນ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ຄວາມ​ໃຈ​ບຸນ​ໄດ້?

ໂມໂຣໄນ 9:9

ຄວາມ​ໃຈ​ບຸນ ແລະ ຄຸນ​ນະ​ທຳ​ຂອງ​ເຮົາ​ສາ​ມາດ​ຖືກ​ເອົາ​ໄປ​ຈາກ​ເຮົາ​ບໍ?

ການ​ບັນ​ຍາຍ​ຂອງ​ມໍມອນ​ກ່ຽວ​ກັບ​ບາບ​ທີ່​ຮ້າຍ​ແຮງ​ຂອງ​ຊາວ​ນີໄຟ ໄດ້​ເຮັດ​ໃຫ້​ບາງ​ຄົນ​ເຂົ້າ​ໃຈ​ຜິດ​ວ່າ ຜູ້​ຮັບ​ເຄາະ​ຂອງ​ການ​ຂົ່ມ​ຂືນ ຫລື ການ​ຂົ່ມ​ເຫັງ ໄດ້​ຝ່າ​ຝືນ​ກົດ​ພົມ​ມະ​ຈັນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ແອວເດີ ຣິເຈີດ ຈີ ສະກາດ ໄດ້ອະ​ທິ​ບາຍ​ຢ່າງ​ແຈ່ມ​ແຈ້ງວ່າ ມັນ​ບໍ່​ໄດ້​ເປັນ​ແນວນັ້ນ. ເພິ່ນ​ສິດ​ສອນ​ວ່າ, “ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ເມື່ອ​ຄົນ​ອື່ນ​ກະ​ທຳ​ຄວາມ​ຮຸນ​ແຮງ, ບິດ​ເບືອນ, ຫລື ຖືກ​ຂົ່ມ​ຂືນ​ໂດຍ​ຄົນ​ໃນ​ຄອບ​ຄົວ ທີ່​ເຮັດ​ໃຫ້​ທ່ານ​ເຈັບ​ປວດ​ຢ່າງ​ໜັກ, ທີ່​ຝືນ​ໃຈ​ທ່ານ, ທ່ານບໍ່​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ເລື່ອງນີ້ ແລະ ທ່ານ​ກໍ​ບໍ່​ຕ້ອງ​ຮູ້​ສຶກ​ຜິດ” (“Healing the Tragic Scars of Abuse,” Ensign, May 1992, 32).

ໂມໂຣໄນ 9:25–26

ເຮົາ​ສາ​ມາດ​ມີ​ຄວາມ​ຫວັງ​ໃນ​ພຣະຄຣິດ ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ.

ຫລັງ​ຈາກ​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ທີ່​ເພິ່ນ​ໄດ້​ເຫັນ​ແລ້ວ, ມໍມອນ​ໄດ້ບອກ​ລູກ​ຊາຍ​ຂອງ​ເພິ່ນ​ບໍ່​ໃຫ້​ໂສກ​ເສົ້າ. ແມ່ນຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ມໍມອນ​ເລື່ອງ​ຄວາມ​ຫວັງ? ພຣະຄຣິດ​ຈະ “ຍົກ [ທ່ານ] ຂຶ້ນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ຄຸນ​ລັກ​ສະ​ນະ​ຂອງ​ພຣະຄຣິດ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ໃດ​ແດ່​ທີ່ “ມີ​ຢູ່​ໃນ​ຈິດ​ໃຈ​ຂອງ [ທ່ານ]” ແລະ ໃຫ້​ຄວາມ​ຫວັງແກ່​ທ່ານ? (ໂມໂຣໄນ 9:25).

ເບິ່ງ Dieter F. Uchtdorf, “The Hope of God’s Light,” Ensign ຫລື Liahona, May 2013, 70, 75–77 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໂຣໄນ 7:5–11

ອີງ​ຕາມ ໂມໂຣໄນ 7:5–11, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ດ້ວຍ​ເຫດ​ຜົນ​ທີ່​ຖືກ​ຕ້ອງ? ເຮົາ​ຈະ​ຮູ້​ຈັກ​ໄດ້​ແນວ​ໃດວ່າ ເຮົາ​ອະ​ທິ​ຖານ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ດ້ວຍ “ເຈດ​ຕະ​ນາ​ອັນ​ແທ້​ຈິງ”? (ຂໍ້ທີ 6).

ໂມໂຣໄນ 7:12–19

ຄຳ​ແນະ​ນຳ​ຂອງ​ມໍມອນ​ຊ່ວຍ​ເຮົາ​ໃຫ້​ເລືອກ​ສິ່ງ​ທີ່​ດີ​ແນວ​ໃດ ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ໃຊ້​ເວ​ລາ​ຂອງ​ເຮົາ ແລະ ໃຊ້​ກັບ​ໃຜ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຊອກ​ຫາ​ສິ່ງ​ຂອງ​ຢູ່​ໃນ​ເຮືອນ ແລະ “ຍຶດ​ຖື” (ໂມໂຣໄນ 7:19), ​ຫລື ສະ​ສົມ​ສິ່ງເຫລົ່າ​ນັ້ນ​ທີ່ຊັກ​ຊວນ​ເຂົາ​ເຈົ້າ​ໃຫ້ “ເຮັດ​ຄວາມ​ດີ, ແລະ ຮັກ​ພຣະ​ເຈົ້າ, ແລະ ໃຫ້​ຮັບ​ໃຊ້​ພຣະ​ອົງ” (ໂມໂຣໄນ 7:13). ຍ້ອງ​ຍໍ​ເຂົາ​ເຈົ້າ​ສຳ​ລັບ​ສິ່ງ​ທີ່​ດີ ທີ່​ເຂົາ​ເຈົ້າ​ຊອກ​ເຫັນ.

ໂມໂຣໄນ 7:29

ຫລັງ​ຈາກ​ການ​ອ່ານ​ຂໍ້​ນີ້, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ​ທີ່​ເຂົາ​ເຈົ້າ​ໄດ້ເຫັນ ຫລື ໃນ​ວິ​ທີ​ອື່ນ​ທີ່​ເຂົາ​ເຈົ້າ​ໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ.

ໂມໂຣໄນ 8:5–26

ຊາວ​ນີໄຟ​ຜູ້​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ເດັກ​ນ້ອຍ​ໄດ້ເຂົ້າ​ໃຈ​ຜິດ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງພຣະ​ເຢ​ຊູ​ຄຣິດ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຊົດ​ໃຊ້​ຈາກ​ການ​ສິດ​ສອນ​ຂອງ​ມໍມອນ?

ໂມໂຣໄນ 8:16–17

ການ​ມີ “ຄວາມ​ຮັກ​ທີ່​ສົມ​ບູນ” ໝາຍ​ຄວາມ​ວ່າ​ແນວ​ໃດ? ມັນ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ​ແນວ​ໃດ? ມັນ​ຊ່ວຍ​ເຮົາ​ໃຫ້​ສິດ​ສອນ​ຄວາມ​ຈິງ​ດ້ວຍ​ຄວາມ​ກ້າ​ຫານ​ແນວ​ໃດ? ເຮົາ​ຈະ​ພັດ​ທະ​ນາ​ມັນ​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ໃຊ້​ເພງ​ເພື່ອ​ເຊື້ອ​ເຊີນ​ພຣະ​ວິນ​ຍານ ແລະ ສິດ​ສອນ​ຄຳ​ສອນ. “Music has boundless powers for moving [us] toward greater spirituality” (“First Presidency Preface,” Hymns, x). ເພງ​ກ່ຽວ​ກັບ​ຄວາມ​ຮັກ, ດັ່ງ​ເຊັ່ນ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48), ສາ​ມາດຊ່ວຍ​ໃຫ້​ຄອບ​ຄົວ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ໃຈ​ບຸນ ຢູ່​ໃນ ໂມໂຣໄນ 7:44–48.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Portrait of Christ the Savior [ຮູບ​ພຣະ​ຄຣິດ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ໂດຍ ເຮັນຣິກ ຮ໊ອບແມນ

ພິມ