ຈົ່ງ​ຕາມ​ເຮົາ​ມາ
ວັນທີ 14–20 ເດືອນ​ທັນວາ. ໂມໂຣໄນ 10: “ຈົ່ງມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ”


“ວັນທີ 14–20 ເດືອນ​ທັນວາ. ໂມໂຣໄນ 10: ‘ຈົ່ງມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ພຣະ​ຄຳ​ພີ​ມໍ​ມອນ 2020 (2020)

“ວັນທີ 14–20 ເດືອນ​ທັນວາ. ໂມໂຣໄນ 10,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2020

ຮູບ​ພາບ
ພຣະ​ເຢ​ຊູ​ປະ​ກົດ​ຕໍ່​ຊາວ​ນີ​ໄຟ

That Ye May Know [ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮູ້], ໂດຍ ແກຣີ ແອວ ແຄບ

ວັນທີ 14–20 ເດືອນ​ທັນວາ

ໂມໂຣໄນ 10

“ຈົ່ງມາ​ຫາ​ພຣະ​ຄຣິດ ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ”

ເມື່ອທ່ານ​ອ່ານພຣະ​ຄຳ​ພີ​ມໍ​ມອນ​ຈົບ​ຮຽບ​ຮ້ອຍ, ໃຫ້​ຄິດ​ທີ່​ຈະ​ສະ​ແຫວງ​ຫາ​ການເປັນ​ພະ​ຍານ​ຕື່ມ​ອີກ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ​ວ່າ​ພຣະ​ຄຳ​ພີ​ເປັນ​ຄວາມ​ຈິງ. ເມື່ອ​ທ່ານ​ເຮັດ​ແນວນັ້ນ, ໃຫ້​ບັນ​ທຶກ​ຄວາມ​ປະ​ທັບ​ໃຈທີ່​ທ່ານ​ໄດ້​ຮັບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຄຳ​ພີ​ມໍ​ມອນ​ເປີດ​ດ້ວຍ​ຄຳ​ສັນ​ຍາ​ຂອງ​ນີໄຟ ທີ່​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ “ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ຢູ່​ເໜືອ​ທຸກ​ຄົນ​ທີ່​ພຣະ​ອົງ​ເລືອກ​ໄວ້, ເປັນ​ເພາະ​ສັດ​ທາ​ຂອງ​ພວກ​ເຂົາ” (1 ນີໄຟ 1:20). ພຣະ​ຄຳ​ພີ​ປິດ​ດ້ວຍ​ຂ່າວ​ສານ​ທີ່​ຄ້າຍ​ຄື​ກັນ​ຈາກ​ໂມໂຣໄນ ຂະ​ນະ​ທີ່​ເພິ່ນ​ກະກຽມທີ່​ຈະ “ຜະ​ນຶກ” ບັນ​ທຶກ​ໄວ້: ເພິ່ນ​ໄດ້ເຊື້ອ​ເຊີນ​ເຮົາ​ໃຫ້ “ຈື່​ຈຳ​ໄວ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາຫລາຍ​ພຽງ​ໃດ” (ໂມໂຣໄນ 10:2–3). ເຖິງ​ແມ່ນ​ຖ້າຫາກ​ເຮົາ​ຄິດ​ພຽງ​ແຕ່ກ່ຽວ​ກັບ​ຄວາມ​ເມດ​ຕາຫລາຍ​ຢ່າງ​ທີ່​ບັນ​ທຶກ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ມັນ​ກໍ​ຫລາຍ​ພໍ​ທີ່​ຈະ​ໃຫ້​ເຮົາ​ຄິດຢູ່​ແລ້ວ. ມີ​ຕົວ​ຢ່າງ​ໃດ​ແດ່​ທີ່​ທ່ານ​ຄິດ​ອອກ? ທ່ານ​ອາດ​ໄຕ່​ຕອງ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຕ່າງໆ​ທີ່​ພຣະ​ເຈົ້າ​ໄດ້​ນຳ​ພາ​ຄອບ​ຄົວ​ຂອງລີ​ໄຮ ຜ່ານ​ຜ່າ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຂ້າມ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່, ຄວາມ​ເມດ​ຕາ​ອັນ​ລະ​ອຽດ​ອ່ອນ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ເອ​ໂນດ ເມື່ອ​ຈິດ​ວິນ​ຍານ​ຂອງ​ເພິ່ນ​ຫິວໂຫຍ​ສຳ​ລັບ​ການ​ໃຫ້​ອະ​ໄພ, ຫລື ຄວາມ​ເມດ​ຕາ​ທີ່​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ແອວ​ມາ, ສັດ​ຕູທີ່ຂົມ​ຂື່ນ​ຂອງ​ສາດ​ສະ​ໜາ​ຈັກ ຜູ້​ໄດ້​ກາຍ​ເປັນ​ຜູ້​ປົກ​ປ້ອງ​ຢ່າງບໍ່​ມີ​ຄວາມ​ຢ້ານ​ກົວ​ຂອງ​ສາດ​ສະ​ໜາ​ຈັກ. ຫລື ທ່ານ​ອາດຄິດ​ກ່ຽວ​ກັບ​ຄວາມ​ເມດ​ຕາ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ແດງ​ຕໍ່​ຜູ້​ຄົນ ເມື່ອ​ພຣະ​ອົງ​ໄດ້​ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ ແລະ ໃຫ້​ພອນ​ແກ່​ເດັກ​ນ້ອຍໆ. ບາງທີ ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ, ທັງ​ໝົດ​ນີ້​ສາ​ມາດ​ເຕືອນ​ທ່ານ​ເຖິງ “ພຣະ​ຜູ້​ເປັນ​ເຈົ້າ​ເມດ​ຕາຫລາຍ​ພຽງ​ໃດ” ຕໍ່​ທ່ານ, ເພາະ​ໜຶ່ງ​ໃນ​ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ທີ່​ຈະ​ເຊື້ອ​ເຊີນ​ເຮົາ​ແຕ່​ລະ​ຄົນ​ໃຫ້​ຮັບ​ເອົາ​ຄວາມ​ເມດ​ຕາ​ຂອງ​ພຣະ​ເຈົ້າ—ຄຳ​ເຊື້ອ​ເຊີນ​ຊຶ່ງ​ມີ​ຢູ່​ພຽງ​ແຕ່​ໃນ​ຄຳ​ກ່າວ​ອຳ​ລາ​ຂອງ​ໂມໂຣໄນ ທີ່​ວ່າ, “ຈົ່ງ​ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” (ໂມໂຣໄນ 10:32).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ໂມໂຣໄນ 10:3–7

ເຮົາ​ສາ​ມາດ​ຮູ້​ຈັກ​ຄວາມ​ຈິງ​ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຄຳ​ສັນ​ຍາ​ຢູ່​ໃນ ໂມໂຣໄນ 10:3–7 ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ຫລາຍ​ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ມັນ​ໄດ້​ປ່ຽນ​ແປງ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ບໍ່​ວ່າ​ທ່ານ​ຈະ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ ຫລື ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງພຣະ​ຄຳ​ພີ​ມໍ​ມອນ, ແຕ່ຄຳ​ເຊື້ອ​ເຊີນ​ຂອງ​ໂມໂຣໄນ​ແມ່ນ​ກ່ຽວ​ກັບ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 10:3–7, ໃຫ້​ຄິດ​ທີ່​ຈະ​ອ່ານ​ຢ່າງ​ລະ​ອຽດ​ຫລາຍກວ່າ​ທີ່​ຜ່ານ​ມາ. ທ່ານ​ສາ​ມາດກວດ​ກາ​ເບິ່ງ​ແຕ່​ລະ​ສຳ​ນວນ, ຖາມ​ຕົວ​ເອງ​ດັ່ງ​ເຊັ່ນ: ສິ່ງນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ສິ່ງນີ້​ໄດ້​ດີກວ່າ​ເກົ່າ​ແນວ​ໃດ? ເຮົາ​ມີ​ປະ​ສົບ​ການ​ໃດ​ແດ່​ກັບ​ສິ່ງນີ້? ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້ສະ​ແດງ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ​ໃຫ້​ປະ​ຈັກຕໍ່​ເຮົາ​ແນວ​ໃດ?

ພ້ອມນີ້​ກໍ​ໃຫ້​ຄິດ​ກ່ຽວ​ກັບ​ບາງ​ຄົນ​ທີ່ຢາກ​ໄດ້​ຍິນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ. ທ່ານ​ຈະ​ຊ່ວຍ​ບຸກ​ຄົນ​ນັ້ນ​ໃຫ້​ຊອກ​ຫາ​ການ​ເປັນ​ພະ​ຍານ​ຂອງ​ຕົວ​ເອງ​ໄດ້​ແນວ​ໃດ?

ໂມໂຣໄນ 10:8–25

“ບໍ່​ໃຫ້​ປະ​ຕິ​ເສດ​ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ.”

ມີ​ຫລາຍ​ວິ​ທີ​ທາງ​ທີ່​ບຸກ​ຄົນ​ອາດ “ປະ​ຕິ​ເສດ … ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ” (ໂມໂຣໄນ 10:8). ບາງ​ຄົນ​ປະ​ຕິ​ເສດ​ວ່າ ມັນ​ບໍ່​ມີຂອງ​ປະ​ທານ​ເຫລົ່າ​ນີ້. ບາງ​ຄົນ​ອາດ​ປະ​ເສດ​ວ່າ ຕົວ​ເອງບໍ່​ມີ​ຂອງ​ປະ​ທານ​ທາງວິນ​ຍານ ແຕ່ຍອມ​ຮັບ​ວ່າ​ຄົນ​ອື່ນ​ມີ. ບາງ​ຄົນ​ກໍ​ປະ​ຕິ​ເສດ​ຂອງ​ປະ​ທານ​ຂອງ​ຕົນ ໂດຍ​ການບໍ່​ສົນ​ໃຈ​ກັບ​ມັນ ຫລື ບໍ່​ພັດ​ທະ​ນາ​ມັນ.

ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 10:8–25, ໃຫ້​ຊອກ​ຫາ​ຄວາມ​ຈິງ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຄົ້ນ​ພົບ​ຂອງ​ປະ​ທານ​ທາງວິນ​ຍານ​ຂອງ​ທ່ານ ແລະ ໃຊ້​ມັນ​ດ້ວຍ​ອຳ​ນາດ​ທີ່​ຍິ່ງ​ໃຫຍ່ກວ່າ ເພື່ອ​ເປັນ​ພອນ​ໃຫ້​ຕົວ​ທ່ານ​ເອງ ແລະ ຄົນ​ອື່ນໆ. ໃຫ້​ຊອກ​ຫາ​ຄວາມ​ຮູ້​ກ່ຽວ​ກັບ​ຂອງ​ປະ​ທານ​ທີ່​ພຣະ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ ຫລື ຂອງ​ປະ​ທານ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ຊອກ​ຫາ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ຈຳ​ໄວ້​ວ່າ​ຂອງ​ປະ​ທານ​ທີ່​ດີ​ທຸກ​ຢ່າງ​ມາ​ຈາກ​ພຣະ​ຄຣິດ”? (ໂມໂຣໄນ 10:18).

ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ນີ້​ອີກ ຈາກ​ແອວເດີ ຈອນ ຊີ ພິງກຣີ ຜູ້ລູກ ທີ່​ວ່າ: “ສະ​ນັ້ນ ເຮົາ​ຈະ​ຮູ້​ຈັກ​ຂອງ​ປະ​ທານ​ຂອງ​ເຮົາ​ໄດ້​ແນວ​ໃດ? ເຮົາສາມາດ​ອ່ານ​ເບິ່ງ​ຢູ່​ໃນປິຕຸພອນ​ຂອງເຮົາ, ສອບຖາມ​ຜູ້ຄົນທີ່​ຮູ້ຈັກເຮົາດີ, ແລະ ຈຳແນກເປັນ​ການສ່ວນຕົວ ສິ່ງທີ່ເຮົາເຮັດ​ໄດ້ເກັ່ງຕາມ​ທຳມະຊາດ ແລະ ມັກເຮັດ. ສຳຄັນກວ່າ​ທຸກສິ່ງ, ເຮົາສາມາດ​ທູນຖາມ​ພຣະເຈົ້າໄດ້ (ເບິ່ງ ຢາໂກໂບ 1:5; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:10). ພຣະ​ອົງ​ຮູ້​ຈັກ​ຂອງ​ປະ​ທານ​ຂອງ​ເຮົາ, ເພາະ​ວ່າ​ພຣະ​ອົງ​ໄດ້​ມອບ​ມັນ​ໃຫ້​ແກ່​ເຮົາ” (“I Have a Work for Thee,” Ensign ຫລື Liahona, Nov. 2017, 33).

ເບິ່ງ ​ຄູ່​ມື​ພຣະ​ຄຳ​ພີ, “ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ,” scriptures.ChurchofJesusChrist.org.

ໂມໂຣໄນ 10:30–33

ເຮົາ​ສາ​ມາດ​ດີ​ພ້ອມ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ແນະ​ນຳ​ຂອງ​ໂມໂຣໄນ ໃຫ້ “ມາ​ຫາ​ພຣະຄຣິດ” ແມ່ນ​ກ່ຽວ​ຂ້ອງ​ຫລາຍ​ກວ່າ​ການ​ພຽງ​ແຕ່​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ ຫລື ຄິດ​ກ່ຽວ​ກັບ​ພຣະ​ອົງ​ເລື້ອຍໆ​ເທົ່າ​ນັ້ນ ຫລື ແມ່ນ​ແຕ່​ພະ​ຍາ​ຍາມ​ຫລາຍກວ່າ​ເກົ່າ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ວ່າ​ສິ່ງ​ເຫລົ່າ​ນີ້​ກໍ​ສຳ​ຄັນ​ຄື​ກັນ. ແຕ່, ສິ່ງນີ້​ເປັນ​ຄຳ​ເຊື້ອ​ເຊີນ​ໃຫ້​ມາ​ຫາ​ພຣະຄຣິດ ໃນ​ຄວາມ​ໝາຍ​ທີ່​ສົມ​ບູນ​ທີ່​ສຸດ—ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ ໂມໂຣໄນ 10:30–33, ໃຫ້​ສັງ​ເກດ​ເບິ່ງ​ສຳ​ນວນ​ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ມາ​ຫາພຣະຄຣິດ​ແທ້ໆ, ດັ່ງ​ເຊັ່ນ “ຍຶດ​ຖືຂອງ​ປະ​ທານ​ທີ່​ດີ ທຸກ ຢ່າງ,” “ປະ​ຕິ​ເສດ​ຕົນ​ຈາກ​ຄວາມບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ ທຸກ ຢ່າງ,” ແລະ, ແນ່ນອນ, “ດີພ້ອມ ໃນ​ພຣະ​ອົງ” (ເນັ້ນ​ຄຳ​ເນີ້ງ).

ຈະ​ເປັນ​ໄປ​ໄດ້​ແນວ​ໃດ? ໃຫ້​ຊອກ​ຫາ​ຄຳ​ຕອບ​ຢູ່​ໃນ ໂມໂຣໄນ 10:30–33. ພຣະ​ວິນ​ຍານບອກ​ໃຫ້​ທ່ານ​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້ “ມາ​ຫາ​ພຣະ​ຄຣິດ, ແລະ ຖືກ​ເຮັດ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ໃນ​ພຣະ​ອົງ” ແທ້ໆ?

ເບິ່ງ ອອມໄນ 1:26; ຄູ່​ມື​ພຣະ​ຄຳ​ພີ, “ດີ​ພ້ອມທຸກ​ຢ່າງ,” scriptures.ChurchofJesusChrist.org.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ພີ​ກັບ​ຄອບ​ຄົວ​ຂອງ​ທ່ານ, ພຣະ​ວິນ​ຍານ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຮູ້ຈັກວ່າ ຫລັກ​ທຳ​ຂໍ້ໃດ​ທີ່​ຄວນ​ເນັ້ນ ແລະ ຄວນສົນ​ທະ​ນາ ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄອບ​ຄົວ​ຂອງ​ທ່ານ. ຕໍ່​ໄປ​ນີ້​ແມ່ນ​ແນວ​ຄິດ​ບາງ​ຢ່າງ.

ໂມໂຣໄນ 10

ໃຫ້​ອ່ານ​ບົດ​ນີ້​ນຳ​ກັນ, ຊອກ​ຫາ​ທຸກ​ເທື່ອ​ທີ່​ໂມໂຣໄນ​ໃຊ້​ຄຳ​ວ່າ ຂໍ​ແນະ​ນຳ. ໃຫ້​ຂຽນ ຫລື ໝາຍ​ສິ່ງ​ທີ່​ໂມໂຣໄນ​ແນະ​ນຳ—ຫລື ຊຸກ​ຍູ້​ຢ່າງ​ຈິງ​ຈັງ—ເພື່ອ​ໃຫ້​ເຮົາ​ເຮັດ. ເຮົາສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ເພິ່ນ?

ໂມໂຣໄນ 10:3

ເຮົາ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄວາມ​ເມດ​ຕາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ເຮົາ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ໃນ​ປີນີ້? ພຣະ​ຜູ້​ເປັນ​ເຈົ້າໄດ້​ເມດ​ຕາ​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ​ແດ່?

ໂມໂຣໄນ 10:3–5

ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້, ທ່ານ​ອາດ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແບ່ງ​ປັນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ຈິງ​ແທ້ແນວ​ໃດ. ໃຫ້​ຄິດ​ທີ່ຈະ​ຮ້ອງ​ເພງ​ນຳ​ກັນ​ກ່ຽວ​ກັບ​ການ​ສະ​ແຫວງ​ຫາ​ຄວາມ​ຈິງ, ດັ່ງ​ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72). ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ບັນ​ທຶກ​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ໄວ້ ຢູ່​ໃນ​ປຶ້ມ​ບັນ​ທຶກ​ຂອງ​ຄອບ​ຄົວ​ນຳ​ອີກ.

ໂມໂຣໄນ 10:8–18

ຕາມ​ປົກ​ກະ​ຕິ ບຸນ​ຄຣິດ​ສະ​ມາດ​ເປັນ​ເວ​ລາ​ທີ່​ຄິດ​ກ່ຽວ​ກັບ​ການ​ໄດ້​ຮັບ​ຂອງ​ຂວັນ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຫໍ່​ຂອງ​ຂວັນ​ໃຫ້​ກັນ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່ “ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ” ທີ່​ກ່າວ​ເຖິງ​ຢູ່​ໃນ ໂມໂຣໄນ 10:9–16. ຂອງ​ຂວັນ​ເຫລົ່າ​ນີ້​ກໍ​ສາ​ມາດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຂອງ​ປະ​ທານ​ທີ່​ດີໆ ທີ່​ມາ​ຈາກ​ພຣະ​ຄຣິດ ຊຶ່ງ​ເຂົາ​ເຈົ້າ​ເຫັນ​ຢູ່​ໃນ​ກັນ​ແລະ​ກັນ.

ໂມໂຣໄນ 10:27–29, 34

ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ສິ່ງ​ທີ່ເຂົາ​ເຈົ້າ​ຈະ​ເວົ້າ​ກັບ​ໂມໂຣໄນ ເມື່ອ​ເຂົາ​ເຈົ້າ “ພົບ [ເພິ່ນ] ຢູ່​ຕໍ່​ໜ້າ​ບ່ອນພິ​ພາກ​ສາ​ອັນ​ພໍ​ພຣະ​ໄທ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່.”

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາພຣະ​ເຢ​ຊູ​ຄຣິດ. ຈຸດ​ປະ​ສົງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ—ແລະ ພຣະ​ຄຳ​ພີ​ທັງ​ໝົດ—​ແມ່ນ​ເພື່ອ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຢູ່​ໃນ ໂມໂຣໄນ 10? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ມາ​ຫາ​ພຣະ​ອົງ?

ຮູບ​ພາບ
ໂມໂຣໄນ​ກຳ​ລັງ​ຝັງ​ແຜ່ນ​ຈາ​ລຶກ​ຄຳ

Moroni Burying the Plates [ໂມໂຣໄນ​ກຳ​ລັງ​ຝັງ​ແຜ່ນ​ຈາ​ລຶກ], ໂດຍ ຈອນ ມິກນໍທັນ

ພິມ