ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 15–21 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28: “ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ”


“ວັນທີ 15–21 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28: ‘ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 15–21 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໂຈເຊັບ ສະມິດ

ວັນທີ 15–21 ເດືອນ​ມີນາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27–28

“ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ”

ແອວເດີ ດີ ທອດ ຄຣິສໂຕ​ເຟີສັນ ໄດ້​ກ່າວ​ວ່າ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ໄວ້, “ທ່ານ​ຈະ​ມີ​ບ່ອນ​ຢູ່​ໃນ​ໃຈ ສຳ​ລັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ແລະ ພຣະ​ອົງ​ຈະ​ກ່າວ​ກັບ​ທ່ານ” (“When Thou Art Converted,” Ensign ຫລື Liahona, May 2004, 11).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ການ​ເປີດ​ເຜີຍ​ຍັງ​ເປັນຄວາມ​ຄິດໃໝ່​ຢູ່​ສຳ​ລັບ​ໄພ່​ພົນ ຂະ​ນະ​ທີ່​ການ​ຟື້ນ​ຟູ​ສືບຕໍ່​ເປີດ​ເຜີຍ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ​ຮູ້​ວ່າ ສາດ​ສະ​ດາ​ໂຈເຊັບ ສະມິດ ສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ, ແຕ່​ຄົນ​ອື່ນ​ສາ​ມາດ​ໄດ້​ຮັບ​ຢູ່​ບໍ? ຄຳ​ຖາມ​ຄື​ກັນ​ນີ້​ກາຍ​ເປັນຄຳ​ຖາມ​ທີ່​ສຳ​ຄັນ ເມື່ອ​ໄຮຣຳ ເພຈ໌, ພະ​ຍານ​ຄົນ​ໜຶ່ງ​ໃນ​ພະ​ຍານ​ແປດ​ຄົນ​ເຖິງ​ແຜ່ນ​ຈາ​ລຶກ​ຄຳ, ເຊື່ອ​ວ່າ​ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ສຳ​ລັບ​ສາດ​ສະ​ໜາ​ຈັກ. ໄພ່​ພົນ​ທີ່​ຊື່​ສັດ​ຫລາຍ​ຄົນໄດ້​ເຊື່ອ​ວ່າ ການ​ເປີດ​ເຜີຍ​ເຫລົ່າ​ນີ້​ມາ​ຈາກ​ພຣະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ໂດຍ​ການ​ສິດ​ສອນ​ວ່າ ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ “ທຸກ​ສິ່ງ​ຈະ​ຕ້ອງ​ຖືກ​ເຮັດ​ໄປ​ຕາມ​ລະ​ບຽບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:13), ຊຶ່ງ​ໝາຍ​ຄວາມ​ວ່າ ມີ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ ທີ່ “ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ຮັບ​ບັນ​ຍັດ ແລະ ການ​ເປີດ​ເຜີຍ” ສຳ​ລັບ​ທັງ​ສາດ​ສະ​ໜາ​ຈັກ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄົນ​ອື່ນ​ກໍສາ​ມາດ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ຢູ່ ສຳ​ລັບ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຕາມ​ຈິງ​ແລ້ວ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ອໍລີເວີ ຄາວເດີຣີ ເປັນ​ຄຳ​ເຕືອນ​ສຳ​ລັບ​ເຮົາ​ທຸກ​ຄົນ​ວ່າ: “ມັນ​ຈະ​ຖືກມອບ​ໃຫ້​ແກ່​ເຈົ້າ … ວ່າເຈົ້າ​ຈະ​ເຮັດ​ສິ່ງ​ໃດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:15).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–4

ເຮົາ​ຄວນ​ຮັບ​ສິນ​ລະ​ລຶກ​ດ້ວຍ​ການ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ.

ນາງ​ຊາລີ ໄນ້ ແລະ ນາງ​ເອມມາ ສະມິດ ໄດ້​ຮັບ​ບັບ​ຕິ​ສະ​ມາ ໃນ​ເດືອນ​ມິຖຸນາ ປີ 1830, ແຕ່​ການ​ຢືນ​ຢັນ​ຂອງ​ເຂົາ​ເຈົ້າ ໄດ້​ຖືກ​ລົບ​ກວນ​ໂດຍ​ກຸ່ມ​ອັນ​ຕະ​ພານ. ສອງເດືອນ​ຕໍ່​ຈາກ​ນັ້ນ, ນາງ​ຊາລີ ແລະ ນິວເອັນ ສາ​ມີ​ຂອງ​ນາງ, ໄດ້​ມາ​ຢ້ຽມ​ຢາມ​ນາງ​ເອມມາ ​ແລະ ໂຈເຊັບ, ແລະ ເຂົາ​ເຈົ້າໄດ້​ຕັດ​ສິນ​ໃຈ​ວ່າ ຄວນ​ທຳ​ການ​ຢືນ​ຢັນ​ໃນ​ເວ​ລານັ້ນ ແລະ ກຸ່ມ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ສິນລະ​ລຶກ​ນຳ​ກັນ. ຂະ​ນະ​ທີ່​ເພິ່ນ​ໄດ້​ອອກ​ໄປ​ເອົາ​ເຫລົ້າ​ອະ​ງຸ່ນ​ເພື່ອ​ມາ​ທຳ​ພິ​ທີ​ສິນ​ລະ​ລຶກ, ໂຈເຊັບ​ໄດ້​ຖືກ​ຢຸດ​ໂດຍ​ທູດ​ອົງ​ໜຶ່ງ. ທູດ​ໄດ້​ສິດ​ສອນ​ເພິ່ນ​ຫຍັງ​ແດ່​ກ່ຽວ​ກັບ​ສິນ​ລະ​ລຶກ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–4).

ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ປະ​ສົງ​ໃຫ້​ທ່ານ​ເຂົ້າ​ຫາ​ສິນ​ລະ​ລຶກ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພາະ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້?

ຮູບ​ພາບ
ເຂົ້າ​ຈີ່ ແລະ ຈອກ​ສຳ​ລັບ​ສິນ​ລະ​ລຶກ

ສິນ​ລະ​ລຶກ​ເຕືອນ​ເຮົາ​ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18

ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າຈະ​ຊ່ວຍເຮົາຢືນຕໍ່​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ໄດ້.

ປະ​ທານເອັມ ຣະໂຊ ບາເລີດ ໄດ້​ກ່າວ​ວ່າ: “ບໍ່​ມີ​ສິ່ງ​ໃດ​ທີ່​ເຮົາ​ສາ​ມາດ​ເຮັດ ທີ່​ຍິ່ງ​ໃຫຍ່ ແລະ ສຳ​ຄັນຫລາຍ​ໄປ​ກວ່າ​ການ​ສວມ​ຍຸດ​ທະ​ພັນ​ທາງວິນ​ຍານ​ຂອງ​ເຮົາ. ພະ​ລັງ​ທາງວິນ​ຍານ​ທີ່​ແທ້​ຈິງ ມາ​ຈາກ​ການ​ກະທຳ​ອັນເລັກ​ນ້ອຍ​ຫລາຍໆ​ຢ່າງ ທີ່​ຖືກ​ຕ່ຳ​ເຂົ້າ​ກັນ​ເປັນ​ເນື້ອ​ຜ້າ​ປົກ​ປ້ອງ​ທາງວິນ​ຍານ ແລະ ເປັນ​ເຄື່ອງ​ປ້ອງ​ກັນ​ຈາກ​ຄວາມ​ຊົ່ວ​ຮ້າຍ​ທັງ​ປວງ” (“Be Strong in the Lord,” Ensign, July 2004, 8).

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18, ທ່ານ​ຄວນ​ເຮັດ​ແຜນ​ຜັງ ຄື​ກັນ​ກັບ​ອັນທີ່ຢູ່​ຂ້າງ​ລຸ່ມ. ທ່ານ​ຈະ​ເຮັດ​ສິ່ງ​ໃດ ເພື່ອ​ສວມ​ຍຸດ​ທະ​ພັນແຕ່​ລະ​ຊິ້ນສ່ວນ​ຂອງ​ພຣະ​ເຈົ້າ?

ຊິ້ນ​ສ່ວນ​ຂອງ​ຍຸດ​ທະ​ພັນ

ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ທີ່​ຖືກ​ປົກ​ປ້ອງ

ສິ່ງ​ທີ່ພາກ​ສ່ວນ​ຂອງ​ຮ່າງ​ກາຍ​ເປັນ​ຕົວ​ແທນ​ໃຫ້

ແຜ່ນ​ປົກ​ເອິກ​ແຫ່ງ​ຄວາມ​ຊອບ​ທຳ

ຫົວ​ໃຈ

ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຮັກ​ຂອງ​ເຮົາ

ໝວກ​ເຫລັກ​ແຫ່ງ​ຄວາມ​ລອດ

ຫົວ ຫລື ຄວາມ​ຄິດ

ເບິ່ງ ເອ​ເຟ​ໂຊ 6:11–18; 2 ນີ​ໄຟ 1:23 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28

ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ເປັນ​ຜູ້​ກ່າວ​ແທນ​ພຣະ​ເຈົ້າ ສຳ​ລັບ​ສາດ​ສະ​ໜາ​ຈັກ.

ໃຫ້​ຄິດ​ເອງວ່າ ມັນ​ຈະ​ເປັນ​ແນວ​ໃດ​ຖ້າ​ຫາກ​ໃຜໆ​ກໍ​ສາ​ມາດ​ໄດ້​ຮັບ​ພຣະ​ບັນ​ຍັດ ແລະ ການ​ເປີດ​ເຜີຍ​ສຳ​ລັບ​ທັງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ເມື່ອ​ໄຮຣຳ ເພຈ໌ ໄດ້​ປະ​ກາດ​ວ່າ​ລາວ​ໄດ້​ຮັບ​ການ​ເປີດ​ເຜີຍ​ເຊັ່ນ​ນັ້ນ, ມັນໄດ້​ເກີດ​ຄວາມ​ສັບ​ສົນ​ຢູ່​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ລະ​ບຽບ​ສຳ​ລັບ​ການ​ເປີດ​ເຜີຍ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພາກນີ້ ກ່ຽວ​ກັບ​ບົດ​ບາດ​ສະ​ເພາະ​ຂອງ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ? ທ່ານ​ຮຽນ​ຮູ້​ຫຍັງ​ແດ່ຈາກ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ອໍລີເວີ ຄາວເດີຣີ ຢູ່​ໃນ ຂໍ້​ທີ 3? ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ພາກນີ້ ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າສາ​ມາດ​ຊີ້​ນຳ​ທ່ານ?

 

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:8–9

ເປັນ​ຫຍັງ​ການ​ໄປ​ເຜີຍ​ແຜ່ຂອງ​ອໍລີເວີ ຄາວເດີຣີ ຕໍ່​ຊາວ​ເລ​ມັນ ຈຶ່ງ​ສຳ​ຄັນ​ຫລາຍ?

ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນແມ່ນ “ເພື່ອ​ວ່າ​ຊາວ​ເລ​ມັນ​ຈະ​ມີ​ຄວາມ​ຮູ້​ເລື່ອງ​ບັນ​ພະ​ບຸ​ລຸດ​ຂອງ​ເຂົາ, ແລະ ເພື່ອ​ວ່າ​ເຂົາ​ຈະ​ຮູ້​ກ່ຽວ​ກັບ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:20). ສິ່ງນີ້​ແມ່ນ​ກົງກັບ​ຄຳ​ສັນ​ຍາ​ທີ່​ພຣະ​ຜູ້​ເປັນ​​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ສາດ​ສະ​ດາ​ຫລາຍ​ທ່ານ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ (ເບິ່ງ, ຍົກ​ຕົວ​ຢ່າງ, 1 ນີ​ໄຟ 13:34–41; ເອ​ໂນດ 1:11–18; ຮີ​ລາ​ມັນ 15:12–13). ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ ຖື​ວ່າຊາວອິນ​ເດຍ​ແດງ ເປັນ​ເຊື້ອ​ສາຍ​ຂອງ​ຜູ້​ຄົນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ. (ປະ​ຈຸ​ບັນນີ້ ສາດ​ສະ​ໜາ​ຈັກ​ຮັບ​ຮູ້​ເປັນ​ທາງ​ການ​ວ່າ ຊາວ​ເລມັນ “ເປັນ​ບັນ​ພະ​ບຸ​ລຸດ​ຂອງຊາວ​ອິນ​ເດຍ​ແດງ” [ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ].)

  ການ​ເຜີຍ​ແຜ່ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:1–2.ເຮົາ​ຈະ​ສາ​ມາດຈື່​ຈຳ​ໄດ້​ດີກວ່າ​ເກົ່າ​ແນວ​ໃດ ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພື່ອ​ເຮົາ ຂະ​ນະ​ທີ່​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:5–14.ເຮົາ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສາດ​ສະ​ດາ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ທ່ານ​ສາ​ມາດ​ຊອກ​ຫາ​ຂໍ້​ມູນ​ກ່ຽວ​ກັບ​ເຂົາ​ເຈົ້າ ຢູ່​ໃນຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org). ພອນ​ຢ່າງ​ໃດ​ແດ່​ທີ່​ໄດ້​ຖືກ​ເປີດ​ໃຫ້​ເຮົາ ຜ່ານ​ທາງ​ຂໍ​ກະ​ແຈ​ທີ່​ພວກ​ເພິ່ນ​ດຳ​ລົງ? ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ​ກະ​ແຈ​ບາງ​ຢ່າງ​ເຫລົ່າ​ນີ້, ໃຫ້​ເບິ່ງ ມັດ​ທາຍ 16:16–19; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:15–18.ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຫລິ້ນ​ລະ​ຄອນ​ກ້ອມ ທຳ​ທ່າ​ສູ້​ຮົບ ດ້ວຍ​ການ​ໃສ່​ສິ່ງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່ຍຸດ​ທະ​ພັນ​ຂອງ​ພຣະ​ເຈົ້າ, ເຊັ່ນ ໝວກ, ເສື້ອ​ກັກ, ຜ້າ​ກັນເປື້ອນ, ຫລື ເກີບ. ຍຸດ​ທະ​ພັນ​ຊ່ວຍ​ປົກປ້ອງ​ເຮົາ​ແນວ​ໃດ ໃນ​ການ​ຕໍ່​ສູ້? ໃຫ້​ສົນ​ທະ​ນາ​ບາງ​ສິ່ງ​ກ່ຽວ​ກັບ​ອິດ​ທິ​ພົນ​ຂອງ​ຄວາມ​ຊົ່ວ​ຮ້າຍ ທີ່​ຄອບ​ຄົວ​ຂອງ​ທ່ານ​ໄດ້​ປະ​ເຊີນ ແລະ ເຖິງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຈະ​ໄດ້​ສວມ​ຍຸດ​ທະ​ພັນ​ທາງວິນ​ຍານ.  

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:2–7.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຂໍ້​ເຫລົ່າ​ນີ້ ກ່ຽວ​ກັບ​ການ​ເອີ້ນ​ຂອງ​ສາດ​ສະ​ດາ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ທົບ​ທວນ​ຂ່າວ​ສານ​ທີ່​ຜ່ານ​ມາ ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ແລະ ແບ່ງ​ປັນ​ວິ​ທີ​ທີ່​ຄຳ​ແນະ​ນຳ​ຂອງ​ເພິ່ນ ຊ່ວຍ​ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28:11.ເມື່ອ​ເຮົາຢາກ​ຕັກ​ເຕືອນ​ບາງ​ຄົນ, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ ທີ່​ຈະ​ຈັດການ “ລະ​ຫວ່າງ​ເຈົ້າ​ກັບ​ລາວ​ເທົ່າ​ນັ້ນ”?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 40.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ຍຸກ​ສຸດ​ທ້າຍ. ອ່ານ​ສິ່ງ​ທີ່​ສາດ​ສະດາ​ຂອງ​ຍຸກ​ສຸດ​ທ້າຍ ໄດ້​ສິດ​ສອນ​ກ່ຽວ​ກັບ​ຫລັກ​ທຳ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ. ໃຫ້​ຄິດ​ທົບ​ທວນດັດ​ຊະ​ນີ​ຫົວ​ຂໍ້ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ຢູ່​ທີ່ conference.ChurchofJesusChrist.org ຫລື ຢູ່​ໃນ​ແອພ ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

ພິມ