“ວັນທີ 8–14 ເດືອນມີນາ. ຄຳສອນ ແລະ ພັນທະສັນຍາ 23–26: ‘ເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 8–14 ເດືອນມີນາ. ຄຳສອນ ແລະ ພັນທະສັນຍາ 23–26,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 8–14 ເດືອນມີນາ
ຄຳສອນ ແລະ ພັນທະສັນຍາ 23–26.
“ເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ”
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 23–26, ໃຫ້ຂຽນຄວາມປະທັບໃຈ ທີ່ທ່ານໄດ້ຮັບຈາກພຣະວິນຍານບໍລິສຸດໄວ້. ທ່ານຈະສາມາດນຳໃຊ້ຄຳແນະນຳ ທີ່ຢູ່ໃນການເປີດເຜີຍເຫລົ່ານີ້ ເພື່ອເພີ່ມຄວາມເຂັ້ມແຂງໃຫ້ແກ່ການເປັນສານຸສິດຂອງຕົວເອງ ແລະ ໃຫ້ແກ່ສາດສະໜາຈັກນຳອີກແນວໃດ?
ບັນທຶກຄວາມປະທັບໃຈຂອງທ່ານ
ຫລັງຈາກສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນ, ໄພ່ພົນໄດ້ປະເຊີນກັບການທ້າທາຍແບບໃໝ່—ເພື່ອໃຫ້ເຜີຍແຜ່ພຣະກິດຕິຄຸນ ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຜູ້ທີ່ໄດ້ມາເຂົ້າຮ່ວມສາດສະໜາຈັກແລ້ວ, ທັງໝົດ ໃນຂະນະທີ່ການຂົ່ມເຫັງນັບມື້ນັບມີຫລາຍຂຶ້ນກວ່າເກົ່າ. ນາງເອມມາ ສະມິດ ໄດ້ເຫັນການຕໍ່ຕ້ານດ້ວຍຕົວເອງ. ໃນເດືອນມິຖຸນາ 1830, ນາງເອມມາ ແລະ ສະມາຊິກໃນຄອບຄົວໄນ້ ປາດຖະໜາທີ່ຈະຮັບບັບຕິສະມາ. ແຕ່ສັດຕູຂອງສາດສະໜາຈັກໄດ້ພະຍາຍາມກີດກັນສິ່ງທີ່ຄວນໄດ້ເປັນປະສົບການທີ່ສັກສິດ. ທຳອິດ ພວກເຂົາໄດ້ທຳລາຍຝາຍທີ່ໄດ້ຖືກສ້າງຂຶ້ນ ໃຫ້ເລິກພໍສຳລັບການບັບຕິສະມາ. ແມ່ນແຕ່ຫລັງຈາກທີ່ຝາຍໄດ້ຖືກສ້ອມແປງ, ຜູ້ຂົ່ມເຫັງຍັງມາເຕົ້າໂຮມກັນ ເພື່ອຮ້ອງຂູ່ ແລະ ເຍາະເຍີ້ຍຜູ້ທີ່ຮັບບັບຕິສະມາ. ແລ້ວ, ຂະນະທີ່ໂຈເຊັບກຳລັງຈະຢືນຢັນສະມາຊິກໃໝ່ຢູ່ນັ້ນ, ເພິ່ນໄດ້ຖືກຈັບກຸມຖານສ້າງຄວາມລຳຄານໃຫ້ແກ່ຊຸມຊົນ ໂດຍການສັ່ງສອນກ່ຽວກັບພຣະຄຳພີມໍມອນ. ເບິ່ງຄືວ່າເປັນການເລີ່ມຕົ້ນທີ່ມີທ່າທີບໍ່ດີ ຂອງສາດສະໜາຈັກໃໝ່ທີ່ຟື້ນຟູຂອງພຣະຜູ້ເປັນເຈົ້າ. ແຕ່ໃນທ່າມກາງຄວາມບໍ່ແນ່ນອນ ແລະ ຄວາມວຸ້ນວາຍນີ້, ພຣະຜູ້ເປັນເຈົ້າໄດ້ໃຫ້ຄຳແນະນຳ ແລະ ກຳລັງໃຈ, ຊຶ່ງເປັນຕົວແທນໃຫ້ແກ່ “ສຽງຂອງເຮົາເຖິງທຸກຄົນ” (ຄຳສອນ ແລະ ພັນທະສັນຍາ 25:16).
ເບິ່ງ Saints, 1:89–90, 94–97 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຄຳສອນ ແລະ ພັນທະສັນຍາ 23–26.
ເຮົາສາມາດຊ່ວຍເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກຂອງພຣະຜູ້ເປັນເຈົ້າ.
ປະຈຸບັນນີ້, ເກືອບ 200 ປີ ຫລັງຈາກສາດສະໜາຈັກທີ່ຟື້ນຟູໄດ້ຖືກຈັດຕັ້ງຂຶ້ນ, ກໍຍັງມີຄວາມຈຳເປັນ “ທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ” ຢູ່ຕໍ່ໄປ (ຄຳສອນ ແລະ ພັນທະສັນຍາ 23:3–5). ແລະ ວຽກງານນີ້ບໍ່ແມ່ນພຽງແຕ່ສຳລັບໂຈເຊັບ ສະມິດ, ອໍລີເວີ ຄາວເດີຣີ, ຫລື ຜູ້ນຳຂອງສາດສະໜາຈັກໃນປະຈຸບັນເທົ່ານັ້ນ—ມັນແມ່ນສຳລັບເຮົາທຸກຄົນ. ຕະຫລອດທົ່ວການສຶກສາ ຄຳສອນ ແລະ ພັນທະສັນຍາ 23–26 ຂອງທ່ານ, ໃຫ້ໄຕ່ຕອງຄຳແນະນຳຂອງພຣະຜູ້ເປັນເຈົ້າ ທີ່ໄດ້ມອບໃຫ້ສະມາຊິກລຸ້ນທຳອິດ ເພື່ອຊ່ວຍເຂົາເຈົ້າເພີ່ມຄວາມເຂັ້ມແຂງໃຫ້ແກ່ສາດສະໜາຈັກ. ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າປະສົງໃຫ້ທ່ານເຮັດສິ່ງໃດ ເພື່ອມີສ່ວນຮ່ວມໃນອຸດົມການນີ້?
ພຣະຜູ້ຊ່ວຍໃຫ້ລອດສາມາດ “ຍົກ [ເຮົາ] ຂຶ້ນຈາກຄວາມທຸກທໍລະມານ [ຂອງເຮົາ].”
ການນຳພາສາດສະໜາຈັກລະຫວ່າງເວລາທີ່ມີການຂົ່ມເຫັງຫລາຍທີ່ສຸດ ຄົງເປັນພາລະທີ່ໜັກໜ່ວງສຳລັບໂຈເຊັບ ສະມິດ. ໃຫ້ຊອກຫາພຣະຄຳຂອງພຣະຜູ້ເປັນເຈົ້າ ທີ່ໃຫ້ກຳລັງໃຈເພິ່ນ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 24.
ຂໍ້ພຣະຄຳພີດັ່ງຕໍ່ໄປນີ້ ແນະນຳຫຍັງແດ່ກ່ຽວກັບວິທີທີ່ພຣະຜູ້ຊ່ວຍໃຫ້ລອດສາມາດຍົກທ່ານຂຶ້ນຈາກຄວາມທຸກທໍລະມານຂອງທ່ານແນວໃດ?
ຄຳສອນ ແລະ ພັນທະສັນຍາ 24:1–3
ຄຳສອນ ແລະ ພັນທະສັນຍາ 121:7–8
ພຣະເຢຊູຄຣິດໄດ້ຍົກທ່ານຂຶ້ນຈາກຄວາມທຸກທໍລະມານຂອງທ່ານແນວໃດ? ທ່ານສາມາດເຮັດຫຍັງແດ່ ເພື່ອສືບຕໍ່ສະແຫວງຫາຄວາມຊ່ວຍເຫລືອລະຫວ່າງເວລາທີ່ຫຍຸ້ງຍາກ?
ນາງເອມມາ ສະມິດ ເປັນ “ສະຕີຜູ້ຖືກເລືອກ.”
ເມື່ອນາງເອມມາ ເຮວ ໄດ້ແຕ່ງງານກັບໂຈເຊັບ ສະມິດ, ນາງຄົງຮູ້ວ່າ ນາງຕ້ອງໄດ້ເສຍສະລະຫລາຍ. ນາງບໍ່ໄດ້ເຮັດຕາມຄວາມປາດຖະໜາຂອງພໍ່ນາງ ແລະ ໄດ້ແລກຊີວິດທີ່ສຸກສະບາຍ ກັບຊີວິດທີ່ບໍ່ແນ່ນອນ. ນາງຄົງສົງໄສວ່າ ພຣະຜູ້ເປັນເຈົ້າຄາດໝາຍຫຍັງຈາກນາງ ໃນວຽກງານແຫ່ງການຟື້ນຟູ. ໃຫ້ຊອກຫາຄຳຕອບທີ່ພຣະຜູ້ເປັນເຈົ້າໄດ້ໃຫ້ໄວ້ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 25. ໃຫ້ສັງເກດເບິ່ງພຣະຄຳຂອງພຣະຜູ້ເປັນເຈົ້າ ຢູ່ໃນ ຂໍ້ທີ 16—ທ່ານພົບເຫັນສິ່ງໃດບໍຢູ່ໃນພາກນີ້ ທີ່ທ່ານຮູ້ສຶກວ່າ ມັນເປັນ “ສຸລະສຽງຂອງພຣະອົງເຖິງ [ທ່ານ]”?
ເບິ່ງວິດີໂອ “An Elect Lady” (ChurchofJesusChrist.org); “Thou Art an Elect Lady,” Revelations in Context, 33–39; Joy D. Jones, “An Especially Noble Calling,” Ensign ຫລື Liahona, May 2020, 15–18 ນຳອີກ.
ການເຫັນຊອບນຳກັນຄືຫຍັງ?
ເມື່ອສະມາຊິກຮັບເອົາການເອີ້ນ ຫລື ຖືກແຕ່ງຕັ້ງຕໍ່ຖານະປະໂລຫິດ ຢູ່ໃນສາດສະໜາຈັກ, ເຮົາມີໂອກາດທີ່ຈະສະໜັບສະໜູນເຂົາເຈົ້າຢ່າງເປັນທາງການ ໂດຍການຍົກມືຂອງເຮົາຂຶ້ນ ເພື່ອສະແດງການສະໜັບສະໜູນ. ຫລັກທຳຂອງການສະແດງການສະໜັບສະໜູນ ແລະ ການເຫັນດີນຳຢ່າງເປີດເຜີຍ ເອີ້ນວ່າ ການເຫັນຊອບນຳກັນ. ດັ່ງທີ່ປະທານກໍດອນ ບີ ຮິງລີ ໄດ້ສອນວ່າ, “ຂັ້ນຕອນຂອງການສະໜັບສະໜູນ ແມ່ນມີຄວາມໝາຍຫລາຍກວ່າ ພິທີຂອງການຍົກມືຂຶ້ນເທົ່ານັ້ນ. ມັນເປັນການສັນຍາທີ່ຈະຄ້ຳຈູນ, ສະໜັບສະໜູນ, ແລະ ຊ່ວຍເຫລືອຜູ້ທີ່ໄດ້ຖືກເລືອກ” (“This Work Is Concerned with People,” Ensign, May 1995, 51).
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 23:6.ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງປະສົງໃຫ້ເຮົາອະທິຖານ “ໃນຄອບຄົວ [ຂອງເຮົາ], ແລະ ໃນທ່າມກາງໝູ່ເພື່ອນ [ຂອງເຮົາ], ແລະ ໃນທຸກໆແຫ່ງ”? ເພງ “ພຣະບິດາ ໂປດຟັງເຮົາວອນ” (ເພງສວດ ແລະ ເພງຂອງເດັກນ້ອຍ, 23)—ຫລື ເພງອື່ນອີກກ່ຽວກັບການອະທິຖານ—ສິດສອນເຮົາຫຍັງແດ່ກ່ຽວກັບພະລັງຂອງການອະທິຖານ?
ເບິ່ງ 2 ນີໄຟ 32:8–9; 3 ນີໄຟ 18:18–23 ນຳອີກ.
-
ຄຳສອນ ແລະ ພັນທະສັນຍາ 24:8.ມັນຈະຊ່ວຍຄອບຄົວຂອງທ່ານໄດ້ຫລາຍບໍ ທີ່ຈະເວົ້າລົມກັນກ່ຽວກັບຄວາມໝາຍຂອງຄຳວ່າ “ຈົ່ງອົດທົນກັບຄວາມທຸກທໍລະມານ”? ຖ້າຫາກທ່ານມີລູກນ້ອຍ, ມັນອາດເປັນເລື່ອງສະໜຸກສະໜານ ທີ່ຈະລອງເຮັດຕາມສິ່ງທີ່ປະທານດີເດີ ແອັຟ ອຸກດອບ ກ່າວຢູ່ໃນ “Continue in Patience” (Ensign ຫລື Liahona, May 2010, 56; ເບິ່ງວິດີໂອ ຢູ່ທີ່ ChurchofJesusChrist.org ນຳອີກ). ຄຳສອນ ແລະ ພັນທະສັນຍາ 24:8 ສອນເຮົາຫຍັງແດ່ກ່ຽວກັບຄວາມອົດທົນ? ພຣະຜູ້ເປັນເຈົ້າຊ່ວຍເຮົາໃຫ້ມີຄວາມອົດທົນ ໃນຄວາມທຸກທໍລະມານຂອງເຮົາແນວໃດ?
-
ຄຳສອນ ແລະ ພັນທະສັນຍາ 25:11–12.ບາງທີພວກທ່ານສາມາດຮ້ອງເພງສວດທີ່ສະມາຊິກໃນຄອບຄົວແຕ່ລະຄົນມັກ ແລະ ເວົ້າລົມກັນກ່ຽວກັບວ່າ ເປັນຫຍັງມັນຈຶ່ງເປັນ “ເພງຈາກໃຈ” ຂອງເຂົາເຈົ້າ. ເພງເຫລົ່ານີ້ເປັນຄືກັນກັບ “ຄຳອະທິຖານຫາ [ພຣະເຈົ້າ]” ແນວໃດ?
-
ຄຳສອນ ແລະ ພັນທະສັນຍາ 26:2.ມັນອາດຊ່ວຍໄດ້ຫລາຍ ທີ່ຈະຊອກຫາຄຳວ່າ “ການເຫັນຊອບນຳກັນ” ຢູ່ໃນຄູ່ມືພຣະຄຳພີ (scriptures.ChurchofJesusChrist.org). ເຮົາຈະສະແດງການສະໜັບສະໜູນຂອງເຮົາສຳລັບຜູ້ນຳຂອງເຮົາແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ອະທິຖານຄອບຄົວ,” ເພງສວດ ແລະ ເພງຂອງເດັກນ້ອຍ, 73 (ເບິ່ງ “ແນວຄິດເພື່ອປັບປຸງການສຶກສາພຣະຄຳພີເປັນຄອບຄົວຂອງທ່ານ”).
ສຽງຂອງການຟື້ນຟູ
ເອມມາ ເຮວ ສະມິດ
ພຣະຄຳຂອງພຣະຜູ້ເປັນເຈົ້າຕໍ່ ນາງເອມມາ ສະມິດ ທີ່ບັນທຶກ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 25 ເປີດເຜີຍເຖິງວິທີທີ່ພຣະອົງຮູ້ສຶກກ່ຽວກັບນາງ ແລະ ເຖິງສິ່ງທີ່ນາງສາມາດຊ່ວຍໄດ້ ໃນວຽກງານຂອງພຣະອົງ. ແຕ່ນາງເອມມາເປັນຄົນແບບໃດ? ເຮົາຮູ້ຫຍັງແດ່ກ່ຽວກັບບຸກຄະລິກລັກສະນະ, ຄວາມສຳພັນ, ແລະ ຈຸດເດັ່ນຂອງນາງ? ວິທີໜຶ່ງທີ່ຈະຮູ້ຈັກ “ສະຕີຜູ້ຖືກເລືອກ” ຄົນນີ້ (ຄຳສອນ ແລະ ພັນທະສັນຍາ 25:3) ຄືການອ່ານຂໍ້ຄວາມຂອງຜູ້ຄົນ ທີ່ຮູ້ຈັກນາງດີ.
ໂຈເຊັບ ສະມິດ ຜູ້ລູກ, ສາມີຂອງນາງ
“ດີໃຈຫລາຍຈົນເວົ້າບໍ່ໄດ້, ແລະ ຄວາມຊື່ນຊົມນັ້ນປ່ຽມລົ້ນຢູ່ໃນຊວງອົກຂອງຂ້າພະເຈົ້າ, ເມື່ອຂ້າພະເຈົ້າໄດ້ຈັບມືເອມມາທີ່ຮັກຂອງຂ້າພະເຈົ້າໃນຄືນນັ້ນ—ນາງເປັນພັນລະຍາຂອງຂ້າພະເຈົ້າ, ແມ່ນແຕ່ເປັນພັນລະຍາໃນໄວໜຸ່ມຂອງຂ້າພະເຈົ້າ; ແລະ ເປັນຄົນພິເສດສຸດໃນຫົວໃຈຂອງຂ້າພະເຈົ້າ. ຄວາມຊົງຈຳຫລາຍຢ່າງໄດ້ເຂົ້າມາໃນຄວາມຄິດຂອງຂ້າພະເຈົ້າ ເມື່ອຂ້າພະເຈົ້າຄຳນຶງເຖິງເຫດການຢ່າງຫລວງຫລາຍທີ່ພວກເຮົາໄດ້ຖືກຮຽກຮ້ອງໃຫ້ປະເຊີນ. ຄວາມເມື່ອຍລ້າ, ແລະ ຄວາມລຳບາກຍາກແຄ້ນ, ຄວາມໂສກເສົ້າ, ແລະ ຄວາມທຸກທໍລະມານ, ແລະ ຄວາມຊື່ນຊົມ ແລະ ຄວາມສະບາຍໃຈ ຊຶ່ງເກີດຂຶ້ນເທື່ອແລ້ວເທື່ອອີກ ຕະຫລອດເສັ້ນທາງຂອງພວກເຮົາ ແລະ ວາງຢູ່ເຕັມໃນຊີວິດຂອງພວກເຮົາ. ໂອ້! ມີຄວາມຄິດຢ່າງຫລວງຫລາຍຢູ່ໃນສະໝອງຂອງຂ້າພະເຈົ້າໃນຕອນນີ້, ອີກເທື່ອໜຶ່ງນາງຢູ່ທີ່ນີ້, ບໍ່ວ່າຈະປະເຊີນກັບການທົດລອງໃດ, ນາງບໍ່ຢ້ານກົວ, ໜັກແໜ້ນ, ແລະ ບໍ່ຫວັ່ນໄຫວ, ບໍ່ປ່ຽນແປງ, ເອມມາທີ່ຮັກ.”1
ລູສີ ແມັກ ສະມິດ, ແມ່ຍ່າຂອງນາງ
“ຕອນນັ້ນນາງຍັງໜຸ່ມ, ແລະ, ໂດຍທີ່ເປັນຄົນທະເຍີທະຍານໃນຕົວ, ຈຶ່ງມອບໃຈໝົດທັງດວງໃຫ້ແກ່ວຽກງານຂອງພຣະຜູ້ເປັນເຈົ້າ, ແລະ ນາງບໍ່ສົນໃຈກັບສິ່ງອື່ນໃດ ນອກຈາກສາດສະໜາຈັກ ແລະ ອຸດົມການແຫ່ງຄວາມຈິງເທົ່ານັ້ນ. ບໍ່ວ່ານາງຈະເຮັດສິ່ງໃດ, ນາງໄດ້ເຮັດດ້ວຍສຸດພະລັງ ແລະ ບໍ່ໄດ້ຖາມແບບເຫັນແກ່ຕົວວ່າ ‘ເຮົາຈະໄດ້ຮັບປະໂຫຍດຫລາຍເທົ່າກັບຄົນອື່ນບໍ?’ ຖ້າຫາກພວກແອວເດີໄດ້ຖືກສົ່ງໄປສັ່ງສອນ, ນາງກໍເປັນຄົນທຳອິດທີ່ອາສາສະໝັກຮັບໃຊ້ຈັດຫາເຄື່ອງນຸ່ງຫົ່ມໃຫ້ເຂົາເຈົ້າສຳລັບການເດີນທາງ, ບໍ່ວ່ານາງຈະຂາດແຄນຫລາຍປານໃດກໍຕາມ.”2
“ຂ້າພະເຈົ້າບໍ່ເຄີຍເຫັນຜູ້ຍິງຄົນໃດໃນຊີວິດຂອງຂ້າພະເຈົ້າ ທີ່ເປັນຄືກັບນາງ, ຜູ້ທີ່ອົດທົນກັບຄວາມຍາກລຳບາກນາໆປະການ, ເດືອນແລ້ວເດືອນອີກ, ປີແລ້ວປີອີກ, ດ້ວຍຄວາມກ້າຫານທີ່ບໍ່ທໍ້ຖອຍ, ດ້ວຍຄວາມກະຕືລືລົ້ນ ແລະ ດ້ວຍຄວາມອົດທົນ, ຊຶ່ງນາງໄດ້ເຮັດຕະຫລອດມາ; ເພາະຂ້າພະເຈົ້າຮູ້ວ່າ ນາງໄດ້ອົດທົນ; ຄືກັບວ່ານາງຖືກໂຍນລົງໄປໃນທະເລແຫ່ງຄວາມບໍ່ແນ່ນອນ; ວ່ານາງໄດ້ປະເຊີນກັບພະຍຸແຫ່ງການຂົ່ມເຫັງ, ແລະ ຖືກຟາດຟັນດ້ວຍຄວາມຮຸນແຮງຂອງມະນຸດ ແລະ ຂອງມານ, ຈົນນາງຖືກກືນລົງໄປໃນທະເລແຫ່ງຄວາມຮ້າຍກາດ ຊຶ່ງບໍ່ມີຜູ້ຍິງຫລາຍຄົນຈະທົນກັບມັນໄດ້.”3
ໂຈເຊັບ ສະມິດ ຜູ້ພໍ່, ພໍ່ປູ່ຂອງນາງ
ປິຕຸພອນຂອງນາງເອມມາ, ມອບໃຫ້ໂດຍໂຈເຊັບ ສະມິດ ຜູ້ພໍ່, ຜູ້ຮັບໃຊ້ເປັນປິຕຸຂອງສາດສະໜາຈັກ:
“ເອມມາ, ລູກໄພ້ຂອງພໍ່, ເຈົ້າໄດ້ຮັບພອນຫລາຍຈາກພຣະຜູ້ເປັນເຈົ້າ, ເພາະເຈົ້າຊື່ສັດ ແລະ ຈິງໃຈ: ເຈົ້າຈະໄດ້ຮັບພອນນຳສາມີຂອງເຈົ້າ, ແລະ ປິຕິຍິນດີໃນລັດສະໝີພາບ ຊຶ່ງຈະມາສູ່ລາວ: ຈິດວິນຍານຂອງເຈົ້າໄດ້ຮັບຄວາມເຈັບປວດ ເພາະຄວາມຊົ່ວຮ້າຍຂອງຜູ້ຄົນ ທີ່ສະແຫວງຫາທີ່ຈະທຳລາຍຄູ່ຄອງຂອງເຈົ້າ, ແລະ ຈິດວິນຍານໝົດທັງດວງຂອງເຈົ້າ ໄດ້ສຸມໃສ່ການອະທິຖານ ເພື່ອຂໍໃຫ້ລາວໄດ້ຮັບການປົດປ່ອຍ: ຈົ່ງປິຕິຍິນດີເຖີດ ເພາະອົງພຣະຜູ້ເປັນເຈົ້າໄດ້ຍິນຄຳອ້ອນວອນຂອງເຈົ້າແລ້ວ.
“ເຈົ້າເປັນທຸກເພາະຄວາມແຂງກະດ້າງຂອງໃຈ ຂອງຄົນໃນບ້ານຂອງພໍ່ເຈົ້າ, ແລະ ເຈົ້າຫວັງໃຫ້ເຂົາເຈົ້າໄດ້ຮັບຄວາມລອດ. ພຣະຜູ້ເປັນເຈົ້າຈະຮັບຮູ້ຄຳອ້ອນວອນຂອງເຈົ້າ, ແລະ ດ້ວຍການພິຈາລະນາຂອງພຣະອົງ, ພຣະອົງຈະເຮັດໃຫ້ເຂົາເຈົ້າບາງຄົນເຫັນຄວາມໂງ່ຈ້າຂອງຕົນ ແລະ ກັບໃຈຈາກບາບຂອງເຂົາເຈົ້າ, ແຕ່ມັນຈະເປັນເພາະຄວາມທຸກທີ່ເຂົາເຈົ້າຈະລອດ. ເຈົ້າຈະມີຊີວິດຢູ່ຍາວນານ; ແທ້ຈິງແລ້ວ, ພຣະຜູ້ເປັນເຈົ້າຈະໂຜດຊີວິດເຈົ້າ ຈົນກວ່າເຈົ້າຈະພໍໃຈ, ເພາະເຈົ້າຈະໄດ້ເຫັນພຣະຜູ້ໄຖ່ຂອງເຈົ້າ. ຫົວໃຈຂອງເຈົ້າຈະປິຕິຍິນດີໃນວຽກງານອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ, ແລະ ບໍ່ມີຄົນໃດທີ່ສາມາດເອົາຄວາມປິຕິຍິນດີໄປຈາກເຈົ້າໄດ້.
“ເຈົ້າຈະຈື່ຈຳສະເໝີເຖິງພຣະເມດຕາກະລຸນາຂອງພຣະເຈົ້າຂອງເຈົ້າ ໃນການອະນຸຍາດໃຫ້ເຈົ້າຢູ່ກັບລູກຊາຍຂອງພໍ່ ຕອນທີ່ທູດໄດ້ເອົາບັນທຶກຂອງຊາວນີໄຟມາໃຫ້ລາວດູແລ. ເຈົ້າໄດ້ຮັບຄວາມໂສກເສົ້າມາຫລາຍແລ້ວ ເພາະພຣະຜູ້ເປັນເຈົ້າໄດ້ເອົາລູກສາມຄົນໄປຈາກເຈົ້າ: ໃນເລື່ອງນີ້ເຈົ້າບໍ່ໄດ້ຖືກກ່າວໂທດ, ເພາະພຣະອົງຮູ້ເຖິງຄວາມປາດຖະໜາທີ່ບໍລິສຸດຂອງເຈົ້າ ທີ່ຈະລ້ຽງດູຄອບຄົວ, ເພື່ອວ່າຊື່ຂອງລູກຊາຍຂອງພໍ່ຈະໄດ້ຮັບພອນ. ແລະ ບັດນີ້, ຈົ່ງເບິ່ງ, ພໍ່ກ່າວກັບເຈົ້າ, ຄືກັບພຣະຜູ້ເປັນເຈົ້າກ່າວກັບເຈົ້າ, ຖ້າຫາກເຈົ້າຈະເຊື່ອ, ເຈົ້າຈະໄດ້ຮັບພອນໃນສິ່ງນີ້ ແລະ ເຈົ້າຈະມີລູກຄົນອື່ນໆຕື່ມອີກ, ຊຶ່ງຈະນຳຄວາມຊື່ນຊົມ ແລະ ຄວາມເພິ່ງພໍໃຈມາໃຫ້ຈິດວິນຍານຂອງເຈົ້າ, ແລະ ນຳຄວາມປິຕິຍິນດີມາໃຫ້ໝູ່ເພື່ອນຂອງເຈົ້າ.
“ເຈົ້າຈະໄດ້ຮັບພອນດ້ວຍຄວາມເຂົ້າໃຈ, ແລະ ມີອຳນາດທີ່ຈະແນະນຳຜູ້ຍິງດ້ວຍກັນ. ຈົ່ງສິດສອນຄອບຄົວຂອງເຈົ້າດ້ວຍຄວາມຊອບທຳ, ແລະ ສິດສອນລູກໆຂອງເຈົ້າໃຫ້ຮູ້ຈັກວິຖີຊີວິດ, ແລະ ເຫລົ່າທູດທີ່ສັກສິດຈະເຝົ້າດູແລເຈົ້າ: ແລະ ເຈົ້າຈະລອດຢູ່ໃນອານາຈັກຂອງພຣະເຈົ້າ: ຈະເປັນດັ່ງນັ້ນ. ອາແມນ.”4