ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 22–28 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29: “ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ”


“ວັນທີ 22–28 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29: ‘ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 22–28 ເດືອນ​ມີນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ເຢ​ຊູ​ປະ​ທັບ​ຢູ່​ຕໍ່​ໜ້າ​ຜູ້​ຄົນທີ່​ຄຸ​ເຂົ່າ​ຢູ່

ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ, ໂດຍ ເຈ ເຄີກ ຣິເຈີດສ໌

ວັນທີ 22–28 ເດືອນ​ມີນາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29

ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ

ຈຸດ​ປະ​ສົງ​ຢ່າງ​ໜຶ່ງ​ຂອງ​ການ​ສຶກ​ສາ​ພຣະ​ຄຳ​ພີ ແມ່ນ​ທີ່​ຈະ​ຮຽນ​ຮູ້​ຄຳ​ສອນ, ຫລື ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ຈຳ​ເປັນ​ຕໍ່​ຄວາມ​ລອດ​ຂອງ​ເຮົາ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ອາ​ທິດນີ້, ໃຫ້​ຊອກ​ຫາ​ຄວາມ​ຮູ້​ຈາກ​ຄຳ​ສອນ​ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຖິງ​ແມ່ນ​ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ໄດ້​ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ປີ 1830, ແຕ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຢ່າງ ຍັງ​ບໍ່​ໄດ້​ຖືກ​ເປີດ​ເຜີຍ​ເທື່ອ, ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ​ຫລາຍ​ຄົນ ມີ​ຄຳ​ຖາມ. ເຂົາ​ເຈົ້າ​ໄດ້​ອ່ານ​ການ​ທຳ​ນາຍ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ ກ່ຽວ​ກັບ​ການ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ ແລະ ການ​ສ້າງ​ສາ​ຊີ​ໂອນ (ເບິ່ງ 3 ນີ​ໄຟ 21). ສິ່ງນັ້ນ​ຈະ​ເກີດ​ຂຶ້ນ​ໄດ້​ແນວ​ໃດ? ການ​ເປີດ​ເຜີຍ​ທີ່​ໄຮຣຳ ເພຈ໌ ອ້າງວ່າ ຕົວ​ເອງ​ໄດ້​ຮັບ ໄດ້​ກ່າວ​ເຖິງເລື່ອງນີ້, ຊຶ່ງ​ພຽງ​ແຕ່​ເຮັດ​ໃຫ້​ສະ​ມາ​ຊິກ​ຢາກ​ຮູ້​ຢາກ​ເຫັນ​ຫລາຍ​ຂຶ້ນກວ່າ​ເກົ່າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 28). ຄົນ​ອື່ນໆ​ກໍ​ຢາກ​ຮູ້​ກ່ຽວ​ກັບ​ການ​ຕົກ​ຂອງ​ອາ​ດາມ ແລະ ເອ​ວາ ແລະ ຄວາມ​ຕາຍ​ທາງວິນ​ຍານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕ້ອນ​ຮັບ​ຄຳ​ຖາມ​ເຫລົ່າ​ນີ້ ໃນ​ປີ 1830: “ສິ່ງ​ໃດ​ກໍ​ຕາມ​ທີ່​ພວກ​ເຈົ້າ​ຈະ​ທູນ​ຂໍ​ດ້ວຍ​ສັດ​ທາ,” ພຣະ​ອົງ​ໄດ້​ບອກ​ໄພ່​ພົນ, “ໂດຍ​ການ​ຮ່ວມ​ກັນ​ໃນ​ຄຳ​ອະ​ທິ​ຖານ​ຕາມ​ຄຳ​ບັນ​ຊາ​ຂອງ​ເຮົາ, ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:6). ແລະ ພຣະ​ອົງ​ກໍຕ້ອນ​ຮັບ​ຄຳ​ຖາມ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້; ພຣະ​ອົງ​ພຽງ​ແຕ່​ລໍ​ຖ້າ​ເຮົາ​ໃຫ້​ທູນ​ຖາມ​ພຣະ​ອົງ​ໃນ​ການ​ອະ​ທິ​ຖານ. ຕາມ​ຈິງ​ແລ້ວ, ດັ່ງ​ທີ່​ການ​ເປີດ​ເຜີຍ​ທີ່​ເຕັມ​ໄປ​ດ້ວຍ​ຄຳ​ສອນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ສະ​ແດງ​ໃຫ້​ເຫັນ, ບາງ​ເທື່ອ​ພຣະ​ອົງ​ໄດ້​ຕອບ​ໂດຍ​ການມອບ​ຄວາມ​ຈິງ ແລະ ຄວາມ​ຮູ້​ໃຫ້​ເຮົາ ເກີນກວ່າ​ຄຳ​ຖາມ​ທີ່​ເຮົາ​ໄດ້​ທູນ​ຖາມ​ຢູ່​ແລ້ວ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ແຜນ​ທີ່​ສົມ​ບູນ​ແບບ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ສິດ​ສອນ​ຄວາມ​ຈິງ​ຫລາຍ​ຢ່າງ ກ່ຽວ​ກັບ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ຂະ​ນະ​ທີ່​ທ່ານ​ອ່ານ, ໃຫ້​ຊອກ​ຫາ​ຄວາມ​ຈິງ ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພາກ​ສ່ວນ​ແຕ່​ລະ​ຢ່າງ​ຂອງແຜນ ດັ່ງ​ຕໍ່​ໄປ​ນີ້:

ທ່ານ​ໄດ້​ຮັບ​ຄວາມ​ຮູ້​ໃໝ່​ຢ່າງ​ໃດ​ແດ່? ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ​ແດ່ ຖ້າ​ຫາກ​ທ່ານບໍ່​ເຄີຍຮູ້​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນີ້?

ທ່ານ​ສາ​ມາດ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຢູ່​ໃນ “ແຜນ​ແຫ່ງ​ຄວາມ​ລອດ” (ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດ​ສະ​ໜາ, rev. ed. [2018], ChurchofJesusChrist.org/manual/missionary).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–8

ພຣະ​ເຢ​ຊູ​ຄຣິດ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ​ກ່າວ​ເຖິງ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ “ດັ່ງ​ແມ່​ໄກ່​ເຕົ້າ​ໂຮມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:2). ພາບນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຈະ​ເຕົ້າ​ໂຮມທ່ານ? ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:1–8, ໃຫ້​ຊອກ​ຫາ​ຄວາມ​ຮູ້​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ເຕົ້າ​ໂຮມ, ກ່ຽວ​ກັບຜູ້​ຈະ​ເຕົ້າ​ໂຮມ, ແລະ ເຮົາ​ຈະ​ສາ​ມາດ​ຊ່ວຍ​ເຕົ້າ​ໂຮມ “ຜູ້​ທີ່​ຖືກ​ເລືອກ” ໄດ້​ແນວ​ໃດ (ຂໍ້ທີ 7).

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ການ​ເຕົ້າ​ໂຮມ​ຊີ​ໂອນ ໝາຍ​ເຖິງ​ການ​ໂຮມ​ເຂົ້າ​ກັນ​ຢູ່​ໃນ​ສະ​ເຕກ​ຕ່າງໆ​ຂອງ​ຊີ​ໂອນ ຕະ​ຫລອດ​ທົ່ວ​ໂລກ. ການ​ເຕົ້າ​ໂຮມ​ໃນ​ຖາ​ນະ​ໄພ່​ພົນ ຊ່ວຍ​ເຮົາ “ໃຫ້​ຕຽມ​ໃນ​ທຸກ​ສິ່ງ” ເພື່ອ​ຄວາມ​ທຸກ​ຍາກ​ລຳ​ບາກ ທີ່​ຈະ​ມາ​ເຖິງ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? (ຂໍ້ທີ 8; ເບິ່ງ ຂໍ້ທີ 14–28 ນຳ​ອີກ).

ເບິ່ງ ຫລັກ​ແຫ່ງ​ຄວາມ​ເຊື່ອ 1:10; Russell M. Nelson and Wendy W. Nelson, “Hope of Israel” (worldwide devotional for youth, June 3, 2018, ChurchofJesusChrist.org ນຳ​ອີກ).

ຮູບ​ພາບ
ແມ່​ໄກ່ ແລະ ລູກ​ໄກ່

ຈັກ​ເທື່ອ​ແລ້ວ, ໂດຍ ລີສ໌ ລີມັນ ສະວິນໂດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:31–35

“ສຳ​ລັບ​ເຮົາ​ທຸກ​ສິ່ງ​ເປັນ​ທາງ​ຝ່າຍ​ວິນ​ຍານ.”

ພຣະ​ບັນ​ຍັດ​ທຸກ​ຂໍ້​ມີ​ຄວາມ​ໝາຍ​ທາງຝ່າຍວິນ​ຍານ​ແນວ​ໃດ? ການ​ຮູ້​ຈັກ​ວ່າ ພຣະ​ບັນ​ຍັດ​ທຸກ​ຂໍ້​ເປັນ​ທາງ​ຝ່າຍ​ວິນ​ຍານ ສິດ​ສອນ​ທ່ານ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ພຣະ​ບັນ​ຍັດ​ແນວ​ໃດ? ທ່ານ​ສາ​ມາດ​ຂຽນ​ພຣະ​ບັນ​ຍັດ​ສອງ​ສາມ​ຂໍ້ ແລະ ພິ​ຈາ​ລະ​ນາ​ຫລັກ​ທຳ​ທາງ​ຝ່າຍ​ວິນ​ຍານ ທີ່​ກ່ຽວພັນ​ກັນ.

ຈະ​ມີ​ຫຍັງ​ປ່ຽນ​ແປງ ຖ້າ​ຫາກ​ທ່ານ​ຫລຽວ​ຫາ​ຄວາມ​ໝາຍ ຫລື ຈຸດ​ປະ​ສົງ​ທາງຝ່າຍ​ວິນ​ຍານ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ, ແມ່ນ​ແຕ່​ສິ່ງ​ທີ່​ເບິ່ງ​ຄື​ວ່າ ເປັນ​ທາງ​ຝ່າຍ​ໂລກ ຫລື ໜ້າ​ເບື່ອ?

ເບິ່ງ ໂຣມ 8:6; 1 ນີ​ໄຟ 15:30–32 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:36–50

ພຣະ​ເຢ​ຊູ​ຄຣິດ​ໄຖ່​ເຮົາ​ຈາກ​ການ​ຕົກ.

ການ​ເປີດ​ເຜີຍນີ້ ເລີ່ມ​ຕົ້ນດ້ວຍ​ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ​ພຣະ​ອົງ​ເອງວ່າ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ, ຜູ້ “ໄດ້​ຊົດ​ໃຊ້​ເພື່ອບາບ [ຂອງ​ເຮົາ]” (ຂໍ້ທີ 1). ການ​ເປີດ​ເຜີຍ​ໄດ້​ອະ​ທິ​ບາຍ​ຕື່ມ​ອີກ ເຖິງ​ເຫດ​ຜົນ​ບາງ​ຢ່າງ​ທີ່​ເຮົາຈຳ​ເປັນ​ຕ້ອງ​ມີ​ພຣະ​ຜູ້​ໄຖ່. ໃຫ້​ພິ​ຈາ​ລະ​ນາ​ເຖິງວິ​ທີ​ທີ່​ທ່ານ​ຈະ​ໃຊ້ ຂໍ້ທີ 36–50 ເພື່ອ​ອະ​ທິ​ບາຍເຫດ​ຜົນ​ທີ່​ເຮົາຈຳ​ເປັນ​ຕ້ອງ​ຖືກ​ໄຖ່ ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ. ໃນ​ປະ​ເພ​ນີ​ຂອງ​ສາດ​ສະ​ໜາ​ຕ່າງໆ, ການ​ຕົກ​ເປັນ​ເລື່ອງທີ່​ໂສກ​ເສົ້າ; ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່ານີ້ ທີ່​ສິດ​ສອນ​ຜົນສະ​ທ້ອນ​ຂອງ​ການ​ຕົກ​ໃນ​ທາງບວກ? (ເບິ່ງ 1 ໂກ​ຣິນ​ໂທ 15:22; 2 ນີ​ໄຟ 2:6–8, 15–29; ໂມ​ໄຊ​ຢາ 3:1–19; ໂມ​ເຊ 5:9–12 ນຳ​ອີກ.)

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29.ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ​ຢູ່​ໃນ​ທ້າຍ​ໂຄງ​ຮ່າງນີ້ ຮ່ວມ​ກັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29 ເພື່ອ​ສິດ​ສອນ​ຄອບ​ຄົວ​ຂອງ​ທ່ານ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ. ຍົກ​ຕົວ​ຢ່າງ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພາກ​ສ່ວນ​ຕ່າງໆ​ຂອງ​ແຜນ ໂດຍ​ການ​ອ່ານ ແລະ ສົນ​ທະ​ນາ​ຂໍ້​ທີ່ຖືກ​ແນະ​ນຳ. ເຂົາ​ເຈົ້າ​ສາ​ມາດ​ຊອກ​ຫາ​ຄວາມ​ຈິງ​ອື່ນ​ອີກຢູ່​ໃນ​ຫົວ​ຂໍ້​ພຣະ​ກິດ​ຕິ​ຄຸນ (topics.ChurchofJesusChrist.org) ຫລື ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org). ໃຫ້​ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ລົງ​ໄວ້. ເປັນ​ຫຍັງ​ເຮົາ​ຈຶ່ງ​ຂອບ​ຄຸນ ທີ່ໄດ້​ຮູ້​ຈັກ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ? ການ​ຮູ້​ຈັກ​ກ່ຽວ​ກັບ​ມັນ ເຮັດ​ໃຫ້​ມັນ​ມີ​ອິດ​ທິ​ພົນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:2, 7–8.ການ​ຖືກ​ເຕົ້າ​ໂຮມ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສາ​ມາດ​ຊ່ວຍ​ພຣະ​ອົງ​ເຕົ້າ​ໂຮມ​ຜູ້​ທີ່​ຖືກ​ເລືອກ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:3–5.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ຊ່ວຍ​ເຮົາ​ໃຫ້ “ລື້ນ​ເລີງ ແລະ ເບີກ​ບານ”? (ຂໍ້ທີ 5).  

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:34–35.ການ​ອ່ານ​ຂໍ້​ເຫລົ່ານີ້ ສາ​ມາດ​ໃຫ້​ໂອ​ກາດ​ຄອບ​ຄົວ​ຂອງ​ທ່ານ ເພື່ອ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເຫດ​ຜົນເບື້ອງ​ຫລັງ​ທາງ​ຝ່າຍ​ວິນ​ຍານ​ຂອງ​ພຣະ​ບັນ​ຍັດ​ບາງ​ປະ​ການ ຫລື ຄຳ​ແນະ​ນຳ​ຢູ່​ໃນ​ຄຳ​ທຳ​ນາຍ​ບາງ​ຢ່າງ ທີ່​ພວກ​ທ່ານ​ພະ​ຍາ​ຍາມ​ເຮັດ​ຕາມ. ຍົກ​ຕົວ​ຢ່າງ, ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ​ອ່ານ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ? ຜົນ​ປະ​ໂຫຍດ​ທາງ​ຝ່າຍ​ວິນ​ຍານ​ຢ່າງ​ໃດ​ແດ່ ທີ່​ເຮົາ​ໄດ້​ເຫັນ​ຈາກ​ການ​ຮັກ​ສາ​ພຣະ​ບັນ​ຍັດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “Israel, Israel, God Is Calling,” Hymns, no. 7.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊອກ​ຫາພຣະ​ເຢ​ຊູ​ຄຣິດ. ພຣະ​ຄຳ​ພີ​ສິດ​ສອນ​ເຮົາ​ວ່າ ການສ້າງ​ທັງ​ໝົດ​ຂອງ​ພຣະ​ເຈົ້າ ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູຄຣິດ (ເບິ່ງ ໂມ​ເຊ 6:62–63), ສະ​ນັ້ນ​ໃຫ້ຊອກ​ຫາ​ພຣະ​ອົງ ຂະ​ນະ​ທີ່​ທ່ານອ່ານ​ພຣະ​ຄຳ​ພີ. ໃຫ້​ຄິດທີ່​ຈະ​ບັນ​ທຶກ ຫລື ໝາຍ​ຂໍ້​ທີ່​ສິດ​ສອນ​ກ່ຽວ​ກັບ​ພຣະ​ອົງ.

ພິມ