ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນ​ທີ 29 ເດືອນ​ມີນາ–ວັນ​ທີ 4 ເດືອນ​ເມສາ. ອີດ​ສະ​ເຕີ: “ເຮົາ​ຄື​ເຂົາ​ຜູ້ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້ນັ້ນ​ທີ່​ຖືກ​ປະ​ຫານ”


“ວັນ​ທີ 29 ເດືອນ​ມີນາ–ວັນ​ທີ 4 ເດືອນ​ເມສາ. ອີດ​ສະ​ເຕີ: ‘ເຮົາ​ຄື​ເຂົາ​ຜູ້ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້ນັ້ນ​ທີ່​ຖືກ​ປະ​ຫານ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນ​ທີ 29 ເດືອນ​ມີນາ–ວັນ​ທີ 4 ເດືອນ​ເມສາ. ອີດ​ສະ​ເຕີ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຮູບປັ້ນຂອງພຣະຄຣິດ

ວັນ​ທີ 29 ເດືອນ​ມີນາ–ວັນ​ທີ 4 ເດືອນ​ເມສາ

ອີດ​ສະ​ເຕີ

“ເຮົາ​ຄື​ເຂົາ​ຜູ້ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້ນັ້ນ​ທີ່​ຖືກ​ປະ​ຫານ”

ຂະ​ນະ​ທີ່​ທ່ານ​ກະ​ກຽມ​ທີ່​ຈະ​ລະ​ນຶກ​ເຖິງການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນ​ວັນ​ອາ​ທິດ​ບຸນອີດ​ສະ​ເຕີ, ໃຫ້​ໄຕ່​ຕອງ​ເຖິງວິ​ທີ​ທີ່​ການ​ເປີດ​ເຜີຍ​ໃນ​ປະ​ຈຸ​ບັນ​ຊ່ວຍ​ໃຫ້​ທ່ານ​ມີ​ສັດ​ທາ​ຫລາຍ​ຂຶ້ນ​ແນວ​ໃດ ວ່າ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ທີ່​ເປັນ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ ແລະ ເປັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ວັນ​ທີ 3 ເດືອນ​ເມສາ, 1836, ເປັນ​ວັນ​ອາ​ທິດ ບຸນອີດ​ສະ​ເຕີ. ຫລັງ​ຈາກ​ໄດ້​ຊ່ວຍ​ປະ​ຕິ​ບັດ​ສິນ​ລະ​ລຶກ​ແກ່​ໄພ່​ພົນ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ ຢູ່​ໃນ​ພຣະ​ວິ​ຫານ​ເຄີດ​ແລນ ທີ່​ຫາ​ກໍຖືກ​ອຸ​ທິດ​ໃໝ່ໆ, ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໄດ້​ເຫັນ​ບ່ອນ​ທີ່​ມິດ​ງຽບ ຢູ່​ຂ້າງ​ຫລັງ​ຜ້າກັ້ງ​ຂອງ​ພຣະ​ວິ​ຫານ ແລະ ໄດ້​ຄຸ​ເຂົ່າ​ລົງ​ອະ​ທິ​ຖານ​ຢູ່​ໃນ​ໃຈ. ແລ້ວ, ໃນ​ວັນ​ທີ່​ສັກ​ສິດນີ້​ເອງ ທີ່​ຊາວ​ຄຣິດ​ໃນ​ທຸກ​ແຫ່ງ​ຫົນ ໄດ້​ລະ​ນຶກ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດທີ່​ຊົງ​ຟື້ນ ໄດ້​ມາ​ປະ​ກົດ​ຢູ່​ໃນ​ພຣະ​ວິ​ຫານ​ຂອງ​ພຣະ​ອົງ, ປະ​ກາດ​ວ່າ, “ເຮົາ​ຄື​ເຂົາ​ຜູ້ນັ້ນ​ທີ່​ມີ​ຊີ​ວິດ, ເຮົາ​ຄື​ຜູ້ນັ້ນ​ທີ່​ຖືກ​ປະ​ຫານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:4).

ມັນ​ໝາຍ​ຄວາມ​ວ່າ​ແນວ​ໃດ ທີ່​ພຣະ​ເຢ​ຊູ​ຄຣິດ ໄດ້​ເປັນ “ເຂົາ​ຜູ້ນັ້ນ​ທີ່​ມີ​ຊີ​ວິດ”? ມັນ​ບໍ່​ພຽງ​ມີ​ຄວາມ​ໝາຍ​ວ່າ ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ອຸບ​ມຸງໃນ​ມື້​ທີ​ສາມ ແລະ ໄດ້​ມາປະ​ກົດ​ຕໍ່​ອັກ​ຄະ​ສາ​ວົກ​ໄທ​ຄາ​ລີ​ເລ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ. ມັນ​ໝາຍ​ຄວາມ​ວ່າ ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່ ໃນ​ທຸກວັນ​ນີ້. ພຣະ​ອົງ​ກ່າວ​ຜ່ານ​ທາງ​ສາດ​ສະ​ດາ ໃນ​ທຸກວັນ​ນີ້. ພຣະ​ອົງ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ໃນ​ທຸກວັນ​ນີ້. ພຣະ​ອົງ​ໄດ້​ປິ່ນ​ປົວ​ຈິດ​ວິນ​ຍານ​ທີ່​ເຈັບ​ປວດ ແລະ ໃຈ​ທີ່​ຊອກ​ຊ້ຳ ໃນ​ທຸກວັນ​ນີ້. ສະ​ນັ້ນ ເຮົາ​ຈຶ່ງ​ສາ​ມາດ​ເວົ້າ​ຊ້ຳ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ຂອງ​ໂຈເຊັບ ສະມິດ ທີ່​ວ່າ: “ຫລັງ​ຈາກ​ປະ​ຈັກ​ພະ​ຍານ​ຫລາຍ​ຢ່າງ​ທີ່​ໃຫ້​ໄວ້​ເຖິງ​ພຣະ​ອົງ, ນີ້​ຄື​ປະ​ຈັກ​ພະ​ຍານ … ຊຶ່ງ​ພວກ​ເຮົາ​ມອບ​ໃຫ້​ເຖິງ​ພຣະ​ອົງ: ວ່າ​ພຣະ​ອົງ​ຊົງ​ພຣະ​ຊົນ!” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:22). ເຮົາ​ສາ​ມາດ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ຢູ່​ໃນ​ການ​ເປີດ​ເຜີຍ​ເຫລົ່າ​ນີ້. ເຮົາ​ສາ​ມາດ​ເຫັນ​ພຣະ​ຫັດ​ຂອງ​ພຣະ​ອົງ ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ. ແລະ ເຮົາແຕ່​ລະ​ຄົນ​ກໍ​ສາ​ມາດ​ຮູ້​ສຶກເຖິງ “​ຂໍ້​ຄວາມ​ແສນ​ຫວານນີ້: ‘ເຮົາ​ຮູ້​ພຣະຜູ້​ໄຖ່​ຊົງ​ພຣະ​ຊົນ!’” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 42).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:5; 38:7; 62:1; 76:11–14, 20–24; 110:1–10

ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ.

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດທີ່​ຊົງ​ຟື້ນ​ຫລາຍ​ເທື່ອ, ແລະ ປະ​ສົບ​ການ​ສອງ​ເທື່ອ​ເຫລົ່າ​ນີ້ ໄດ້​ຖືກ​ບັນ​ທຶກ​ໄວ້​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ຂະ​ນະ​ທີ່​ທ່ານ​ອ່ານ ພາກ​ທີ 76:11–14, 20–24; 110:1–10, ​ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງ​ໂຈເຊັບ ສະມິດ? ເປັນ​ຫຍັງ​ປະ​ຈັກ​ພະ​ຍານ​ຂອງ​ເພິ່ນ​ຈຶ່ງ​ມີ​ຄ່າ​ຫລາຍ​ຕໍ່​ທ່ານ?

ຕະ​ຫລອດ​ທົ່ວ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ເປັນ​ພະ​ຍານ​ເຖິງ​ພາ​ລະ​ກິດ ແລະ ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ​ເອງ. ທ່ານ​ໄດ້​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ ຈາກ​ພຣະ​ຄຳ​ຂອງ​ພຣະ​ອົງ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:5; 38:7; 62:1? ທ່ານ​ອາດ​ຄິດ​ທີ່​ຈະ​ບັນ​ທຶກ​ການ​ປະ​ກາດ​ເຊັ່ນ​ນີ້​ໄວ້ ທີ່​ທ່ານ​ພົບ​ເຫັນ​ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ.

ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:17 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:26–27; 42:45–46; 63:49; 88:14–17, 27–31; 93:33–34

ເພາະ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈຶ່ງ​ຈະ​ໄດ້​ຟື້ນ​ຄືນ​ຊີ​ວິດ.

ໂຈເຊັບ ສະມິດ ຮູ້​ວ່າ​ການມີ​ຄວາມ​ໂສກ​ເສົ້າ​ກັບ​ການ​ຕາຍ​ຂອງ​ຄົນ​ທີ່​ເຮົາ​ຮັກ​ນັ້ນ​ເປັນ​ຈັ່ງ​ໃດ. ອ້າຍ​ນ້ອງ​ສອງ​ຄົນ​ຂອງ​ເພິ່ນ ຊື່ ອາລ໌ວິນ ແລະ ດອນ ຄາໂລສ໌, ໄດ້​ເສຍ​ຊີ​ວິດ​ໄປ​ຕອນ​ຍັງ​ໜຸ່ມ. ໂຈເຊັບ ແລະ ເອມມາ ໄດ້​ຝັງ​ລູກ​ຫົກ​ຄົນ, ແຕ່​ລະ​ຄົນ​ມີ​ອາ​ຍຸ​ຕ່ຳ​ກວ່າ​ສອງ​ປີ. ແຕ່​ຈາກ​ການ​ເປີດ​ເຜີຍ​ທີ່​ເພິ່ນ​ໄດ້​ຮັບ, ໂຈເຊັບ​ໄດ້​ເຫັນ​ທັດ​ສະ​ນະ​ເລື່ອງ​ຄວາມ​ຕາຍ ແລະ ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ. ໃຫ້​ພິ​ຈາ​ລະ​ນາ​ຄວາມ​ຈິງ​ທີ່​ເປີດ​ເຜີຍ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:26–27; 42:45–46; 63:49; 88:14–17, 27–31; 93:33–34. ການ​ເປີດ​ເຜີຍ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ຄິດ​ກ່ຽວ​ກັບ​ຄວາມ​ຕາຍ​ແນວ​ໃດ? ການ​ເປີດ​ເຜີຍ​ສາ​ມາດ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ແນວ​ໃດ?

ເບິ່ງ 1 ໂກ​ຣິນ​ໂທ 15 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13; 19:16–19; 45:3–5; 76:69–70

ພຣະ​ເຢ​ຊູ​ຄຣິດ​ໄດ້ສຳ​ເລັດ “ການ​ຊົດ​ໃຊ້​ທີ່​ສົມ​ບູນ.”

ວິ​ທີ​ໜຶ່ງ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໃນຊ່ວງ​ບຸນອີດ​ສະ​ເຕີ ແມ່ນ​ທີ່​ຈະ​ສຶກ​ສາ​ການ​ເປີດ​ເຜີຍ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ. ການ​ເປີດ​ເຜີຍ​ບາງ​ຢ່າງ ມີ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:10–13; 19:16–19; 45:3–5; 76:69–70. ບາງ​ທີ​ທ່ານ​ຄວນ​ບັນ​ທຶກ​ຄວາມ​ຈິງ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ໄວ້. ເພື່ອ​ໃຫ້​ການ​ສຶກ​ສາ​ຂອງ​ທ່ານ​ດີ​ຂຶ້ນກວ່າ​ເກົ່າ, ທ່ານ​ສາ​ມາດ​ຕື່ມ​ບາງ​ສິ່ງ​ໃສ່​ກັບ​ສິ່ງ​ທີ່​ທ່ານ​ໄດ້​ບັນ​ທຶກ​ໄວ້ ໂດຍ​ການ​ຄົ້ນ​ຄວ້າ​ແຫລ່ງ​ອ້າງ​ອີງພຣະ​ຄຳ​ພີ ທີ່​ບັນ​ຈຸ​ຢູ່​ໃຕ້​ຄຳ “ຊົດ​ໃຊ້, ການ​ຊົດ​ໃຊ້” (ຄູ່​ມື​ພຣະ​ຄຳ​ພີ, scriptures.ChurchofJesusChrist.org).

ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ທີ່​ສາ​ມາດ​ນຳ​ພາ​ທ່ານ ໃນ​ການ​ສຶກ​ສາ:

  • ເປັນ​ຫຍັງ​ພຣະ​ເຢ​ຊູຄຣິດ​ຈຶ່ງ​ເລືອກ​ທີ່​ຈະ​ຮັບ​ທຸກ​ທໍ​ລະ​ມານ?

  • ເຮົາ​ຕ້ອງເຮັດ​ສິ່ງ​ໃດ ເພື່ອຈະ​ໄດ້​ຮັບ​ພອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ?

  • ເຮົາ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ມີ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ຮູບ​ພາບ
ພຣະ​ເຢ​ຊູ​ອະ​ທິ​ຖານ

Lord of Prayer [ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ການ​ອະ​ທິ​ຖານ], ໂດຍ ຢອງຊຸງ ຄິມ

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ.ເພາະ​ກອງ​ປະ​ຊຸມໃຫຍ່​ສາ​ມັນ​ກົງ​ກັບ​ວັນ​ອາ​ທິດ ບຸນອີດ​ສະ​ເຕີ ໃນ​ປີນີ້, ທ່ານ​ຄວນ​ພິ​ຈາ​ລະ​ນາ​ເຖິງວິ​ທີ​ທີ່​ຂ່າວ​ສານ​ຂອງກອງ​ປະ​ຊຸມ (ລວມ​ທັງເພງ) ສາ​ມາດເພີ່ມປະ​ຈັກ​ພະ​ຍານ​ໃຫ້​ແກ່​ຄອບ​ຄົວ​ຂອງທ່ານ​ແນວ​ໃດ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ຍົກ​ຕົວ​ຢ່າງ, ​ລູກ​ຜູ້​ນ້ອຍ​ສາ​ມາດ​ແຕ້ມ​ຮູບພຣະຜູ້​ຊ່ວຍ​ໃຫ້​ລອດ, ຫລື ຍົກ​ຮູບ​ພຣະ​ອົງ​ຂຶ້ນ, ເມື່ອ​ເຂົາ​ໄດ້​ຍິນ​ຂ່າວ​ສານ ຫລື ເພງ​ກ່ຽວ​ກັບ​ພຣະ​ເຢ​ຊູຄຣິດ. ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ກໍສາ​ມາດ​ບັນ​ທຶກ​ຄວາມ​ຈິງທີ່​ເຂົາ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຫລັງ​ຈາກກອງ​ປະ​ຊຸມ, ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດສະ​ແດງ​ຮູບ​ແຕ້ມ ຫລື ບັນ​ທຶກຂອງ​ຕົນ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:14–17; 138:17, 50.ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຊອບ​ກັບ​ການ​ຄິດ​ກ່ຽວ​ກັບ​ການປຽບ​ທຽບ ຫລື ບົດ​ຮຽນ​ທີ່​ໃຊ້​ສິ່ງ​ຂອງ ເພື່ອ​ອະ​ທິ​ບາຍ​ຄວາມ​ໝາຍ​ຂອງ​ການ​ຕາຍ ແລະ ການ​ຟື້ນ​ຄືນ​ຊີ​ວິດ—ອັນ​ທີ່​ສະ​ແດງວ່າ ຮ່າງ​ກາຍ ແລະ ວິນ​ຍານ​ໄດ້​ແຍກ​ອອກ​ຈາກ​ກັນ ແລ້ວ​ໄດ້​ກັບ​ຄືນ​ເຂົ້າ​ຫາ​ກັນ, ດັ່ງ​ເຊັ່ນ ມື ແລະ ຖົງ​ມື. ຂໍ້​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ຮູ້​ບຸນ​ຄຸນ​ຫລາຍກວ່າ​ເກົ່າ ສຳ​ລັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ເຮົາ​ແນວ​ໃດ?

“ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ.”ເພື່ອ​ຊຸກ​ຍູ້​ການ​ສົນ​ທະ​ນາ​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ຂອງສາດ​ສະ​ດາ​ໃນ​ປະ​ຈຸ​ບັນ ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທ່ານ​ສາ​ມາດມອບ​ໝາຍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ ອ່ານ​ພາກ​ໜຶ່ງ​ຂອງເອ​ກະ​ສານ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” (Ensign ຫລື Liahona, May 2017, ດ້ານ​ໃນ​ຂອງໜ້າ​ປົກ) ແລະ ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ.   ຄວາມ​ຈິງ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ ຊຶ່ງດົນ​ໃຈ​ເຮົາ?

“ເຮົາ​ຮູ້​ພຣະຜູ້​ໄຖ່​ຊົງ​ພຣະ​ຊົນ.”ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ຫລາຍ​ວິ​ທີ​ທາງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຟື້ນ ອວຍ​ພອນ​ເຮົາ​ໃນ​ທຸກວັນ​ນີ້, ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ “ເຮົາ​ຮູ້​ພຣະຜູ້​ໄຖ່​ຊົງ​ພຣະ​ຊົນ” ນຳກັນ (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 42) ແລະ ເຊື່ອມ​ໂຍງ​ຄວາມ​ຈິງ​ທີ່​ສິດ​ສອນ​ຢູ່​ໃນ​ເພງນີ້ ເຂົ້າ​ກັບ​ຂໍ້​ພຣະ​ຄຳ​ພີ​ດັ່ງ​ຕໍ່​ໄປ​ນີ້: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:34; 45:3–5; 84:77; 98:18; 138:23. ຄອບ​ຄົວ​ຂອງ​ທ່ານ​ອາດ​ມັກ​ຂຽນ​ເນື້ອ​ເພງ​ວັກ​ໃໝ່​ໃຫ້​ເພງ​ສວດ ທີ່​ສະ​ແດງ​ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ວ່າ ພຣະ​ຜູ້​ໄຖ່​ຂອງ​ເຂົາ​ເຈົ້າຊົງ​ພຣະ​ຊົນ​ຢູ່.

ສຳ​ລັບ​ວິ​ດີ​ໂອ​ກ່ຽວ​ກັບ​ບຸນອີດ​ສະ​ເຕີ ແລະ ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ, ໃຫ້​ເບິ່ງ Easter.ComeUntoChrist.org.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ອົງ​ຊົງ​ຟື້ນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຊອກ​ຫາ​ບົດ​ຮຽນ​ຈາກ​ສິ່ງ​ຂອງ​ປະ​ຈຳ​ວັນ. ໃຫ້​ຄິດ​ເຖິງວິ​ທີ​ທີ່​ປະ​ສົບ​ການ​ປະ​ຈຳ​ວັນ​ຂອງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ທ່ານ ອາດ​ພາ​ໄປ​ສູ່​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ ກ່ຽວ​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ (ເບິ່ງ Teaching in the Savior’s Way, 4). ຍົກ​ຕົວ​ຢ່າງ, ຝົນ​ຕົກ​ຟ້າ​ລົມ​ສາ​ມາດ​ເປັນ​ໂອ​ກາດໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ຖອກ​ເທ​ພຣະ​ພອນ​ລົງ​ມາ​ເທິງ​ລູກໆ​ຂອງ​ພຣະ​ອົງ​ແນວ​ໃດ.

ຮູບ​ພາບ
ພຣະ​ເຢ​ຊູ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ

Jesus Christ Appears to the Prophet Joseph Smith and Oliver Cowdery [ພຣະ​ເຢ​ຊູ​ຄຣິດ​ປະ​ກົດ​ຕໍ່​ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ], ໂດຍ ວາວເຕີ ເຣນ

ພິມ