ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 19–25 ເດືອນ​ເມສາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41–44: “ກົດ​ຂອງ​ເຮົາ​ໃນ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ”


“ວັນທີ 19–25 ເດືອນ​ເມສາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41–44: ‘ກົດ​ຂອງ​ເຮົາ​ໃນ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 19–25 ເດືອນ​ເມສາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41–44,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

ວັນທີ 19–25 ເດືອນ​ເມສາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41–44

“ກົດ​ຂອງ​ເຮົາ​ໃນ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ”

“ຖ້າ​ພວກ​ເຈົ້າ​ຈະ​ຖາມ,” ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ, “ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61). ທ່ານ​ສາ​ມາດ​ຖາມ​ຄຳ​ຖາມ​ໃດ​ແດ່ ເພື່ອ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ທ່ານ​ຕ້ອງ​ການ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຄວາມ​ເຕີບ​ໂຕ​ຂອງ​ສາດ​ສະ​ໜາ​ຈັກ​ຢ່າງວ່ອງ​ໄວ ລະ​ຫວ່າງ​ປີ 1830 ແລະ 1831—ໂດຍ​ສະ​ເພາະ​ຄວາມ​ຮີບ​ຮ້ອນ​ຂອງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່ ທີ່​ຈະ​ມາ​ຫາ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ—ເປັນ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ເປັນ​ກຳ​ລັງ​ໃຈ​ໃຫ້​ໄພ່​ພົນ. ແຕ່​ມັນ​ກໍນຳ​ການ​ທ້າ​ທາຍ​ບາງ​ຢ່າງ​ມາ​ໃຫ້​ນຳ​ອີກ. ທ່ານ​ຈະ​ຊ່ວຍ​ໃຫ້​ຜູ້​ທີ່​ເຊື່ອ​ກຸ່ມ​ໃຫຍ່​ເປັນ​ອັນ​ໜຶ່ງ​ດຽວ​ກັນ​ຢ່າງ​ໄວ​ໄດ້​ແນວ​ໃດ, ໂດຍ​ສະ​ເພາະ​ເມື່ອ​ເຂົາ​ເຈົ້າ​ເອົາຄຳ​ສອນ ແລະ ການ​ປະ​ຕິ​ບັດ​ຕາມ​ຄວາມ​ເຊື່ອ​ເກົ່າ​ມາ​ນຳ? ຍົກ​ຕົວ​ຢ່າງ, ເມື່ອ​ໂຈເຊັບ ສະມິດ ໄດ້​ໄປ​ເຖິງ​ເມືອງ​ເຄີດ​ແລນ ໃນ​ຕົ້ນ​ເດືອນ​ກຸມ​ພາ ປີ 1831, ເພິ່ນ​ໄດ້​ພົບ​ເຫັນ​ສະ​ມາ​ຊິກ​ໃໝ່​ແບ່ງ​ປັນ​ສິ່ງ​ຂອງທີ່​ເປັນ​ສ່ວນ​ລວມໃຫ້​ກັນ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ຈິງ​ໃຈ ຕາມ​ແບບ​ຊາວ​ຄຣິດ​ໃນ​ພຣະ​ຄຳ​ພີ​ໃໝ່ (ເບິ່ງ ກິດ​ຈະ​ການ 4:32–37). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທຳ​ການ​ປ່ຽນ​ແປງ​ທີ່​ສຳ​ຄັນ​ບາງ​ຢ່າງ ແລະ ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ເລື່ອງນີ້ ແລະ ເລື່ອງ​ອື່ນໆ, ສ່ວນໃຫຍ່ແມ່ນ​ຜ່ານ​ທາງ​ການ​ເປີດ​ເຜີຍ ທີ່​ບັນ​ທຶກ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42, ຊຶ່ງພຣະ​ອົງ​ໄດ້​ເອີ້ນ​ວ່າ “ກົດ​ຂອງ​ເຮົາ​ໃນ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກຂອງ​ເຮົາ” (ຂໍ້​ທີ 59). ໃນ​ການ​ເປີດ​ເຜີຍນີ້, ເຮົາ​ໄດ້​ຮຽນ​ຮູ້​ເຖິງຄວາມ​ຈິງ​ທີ່​ເປັນ ພື້ນ​ຖານ​ໃນ​ການ​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃນ​ຍຸກ​ສຸດ​ທ້າຍ, ຮ່ວມ​ທັງ​ຄຳ​ສັນ​ຍາ​ທີ່​ສຳ​ຄັນ ຊຶ່ງໃຫ້​ຄວາມ​ແຈ່ມ​ແຈ້ງ​ວ່າ ມີ​ສິ່ງ​ອື່ນ​ອີກ​ທີ່​ຈະ​ຮຽນຮູ້​ເພີ່ມ​ເຕີມ​ສະ​ເໝີ ທີ່​ວ່າ: “ຖ້າ​ພວກ​ເຈົ້າ​ຈະ​ຖາມ, ພວກ​ເຈົ້າ​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41

“ຄົນ​ໃດ​ທີ່ຍອມ​ຮັບ​ກົດ​ຂອງ​ເຮົາ ແລະ ປະ​ຕິ​ບັດ​ຕາມ, ຄົນໆ​ນັ້ນ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ.”

ເມື່ອ​ເຖິງ​ຕົ້ນ​ປີ 1831, ໄພ່​ພົນ​ໄດ້​ເລີ່ມ​ຕົ້ນ​ເຕົ້າ​ໂຮມ​ກັນ​ຢູ່​ລັດ​ໂອ​ໄຮ​ໂອ, ກະ​ຕື​ລື​ລົ້ນ​ທີ່​ຈະ​ຮັບ​ເອົາ​ກົດ​ທີ່​ພຣະ​ເຈົ້າ​ໄດ້​ສັນ​ຍາວ່າ​ຈະ​ເປີດ​ເຜີຍ​ຢູ່​ທີ່ນັ້ນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:32). ແຕ່ທຳ​ອິດ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນວິ​ທີ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຄວນ ກະ​ກຽມ ທີ່​ຈະ​ຮັບ​ເອົາ​ກົດ​ຂອງ​ພຣະ​ອົງ. ຫລັກ​ທຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ຂໍ້​ທີ 1–5 ທີ່​ຊ່ວຍ​ໄພ່​ພົນ​ໃຫ້​ໄດ້​ຮັບ​ກົດ​ຂອງ​ພຣະ​ເຈົ້າ? ຫລັກ​ທຳ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ໃຫ້​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກ​ພຣະ​ອົງ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42

ກົດ​ຂອງ​ພຣະ​ເຈົ້າ​ປົກ​ຄອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແລະ ສາ​ມາດ​ປົກ​ຄອງ​ຊີ​ວິດ​ເຮົາ.

ໄພ່​ພົນ​ໄດ້​ນັບ​ຖື​ວ່າ ການ​ເປີດ​ເຜີຍ​ທີ່​ມີ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:1–72 ເປັນ​ການ​ເປີດ​ເຜີຍ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ​ທີ່​ສຸດ ທີ່​ສາດ​ສະ​ດາ​ໄດ້​ຮັບ. ມັນຢູ່​ໃນ​ບັນ​ດາ​ການ​ເປີດ​ເຜີຍ​ທີ່​ຖືກ​ຈັດ​ພິມ​ກ່ອນ​ໝູ່, ໄດ້ຖືກ​ພິມ​ຢູ່​ໃນ​ໜັງ​ສື​ພິມ​ຂອງ​ລັດ​ໂອ​ໄຮ​ໂອສອງ​ບ່ອນ, ແລະ ມັນ​ຖືກ​ຮູ້ຈັກ​ພຽງ​ແຕ່​ວ່າ​ເປັນ “ກົດ.” ຫລັກ​ທຳ​ຫລາຍ​ຢ່າງ​ຢູ່​ໃນ​ພາກນີ້ ໄດ້​ຖືກ​ເປີດ​ເຜີຍ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ມາ​ແລ້ວ. ເຖິງ​ແມ່ນ​ພາກ​ນີ້​ບໍ່​ໄດ້​ລວມ​ພຣະ​ບັນ​ຍັດ​ທຸກ​ປະ​ການ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ເຊື່ອ​ຟັງ, ແຕ່​ມັນ​ມີຄຸນ​ຄ່າ​ພໍ​ທີ່​ຈະ​ເອົາ​ໄປ​ໄຕ່​ຕອງ​ວ່າ​ເປັນ​ຫຍັງ​ຫລັກ​ທຳ​ເຫລົ່າ​ນີ້ ຈຶ່ງ​ສຳ​ຄັນ​ທີ່​ຈະ​ກ່າວ​ລຶ້ມ​ຄືນ​ຕໍ່​ສາດ​ສະ​ໜາ​ຈັກ​ທີ່​ຫາ​ກໍ​ຖືກ​ຟື້ນ​ຟູ.

ມັນ​ຈະເປັນ​ການ​ດີ​ທີ່​ທ່ານ​ຈະ​ອ່ານ ພາກ​ທີ 42 ເປັນ​ສ່ວນ​ສັ້ນໆ ດັ່ງ​ຕົວ​ຢ່າງ​ຕໍ່​ໄປ​ນີ້ ແລະ ຊອກ​ຫາ​ຫລັກ​ທຳ​ທີ່​ສິດ​ສອນ​ຢູ່​ໃນ​ແຕ່​ລະສ່ວນ. ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່ກົດ​ນີ້​ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ ສາ​ມາດ​ຊ່ວຍ​ທ່ານ​ນຳ​ພາ​ຊີ​ວິດ​ສ່ວນ​ຕົວ​ຂອງ​ທ່ານ​ແນວ​ໃດ.

ຂໍ້​ທີ 4–9, 11–17, 56–58 

ຂໍ້​ທີ 18–29 

ຂໍ້​ທີ 30–31 

ຂໍ້​ທີ 40–42 

ຂໍ້​ທີ 43–52 

ເບິ່ງ 3 ນີ​ໄຟ 15:9 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:30–42

ໄພ່​ພົນ​ໄດ້ “ອຸ​ທິດ​ຊັບ​ສິນ [ຂອງເຂົາ​ເຈົ້າ]” ແນວ​ໃດ ເພື່ອ​ຊ່ວຍ​ເຫລືອ​ຄົນ​ຍາກ​ຈົນ?

ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ກົດ ຊຶ່ງຖືກ​ເປີດ​ເຜີຍ​ຢູ່​ໃນ ພາກ​ທີ 42 ໄດ້​ຖືກ​ຮູ້​ຈັກ​ກັນ​ວ່າ​ເປັນ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ ແລະ ການ​ພິ​ທັກ​ຮັກ​ສາ. ກົດ​ນີ້​ໄດ້​ສອນ​ໄພ່​ພົນ​ເຖິງວິ​ທີ​ທີ່​ເຂົາ​ເຈົ້າ, ຄື​ກັນ​ກັບ​ຜູ້​ຕິດ​ຕາມ​ພຣະ​ຄຣິດ​ໃນ​ສະ​ໄໝ​ບູ​ຮານ, ສາ​ມາດ​ມີ “ສິ່ງ​ຂອງ​ທັງ​ໝົດ​ເປັນ​ຂອງ​ສ່ວນ​ລວມ” (ກິດ​ຈະ​ການ 2:44; 4 ນີ​ໄຟ 1:3), ໂດຍ​ທີ່ “ບໍ່​ມີ​ຄົນ​ຍາກ​ຈົນ​ໃນ​ບັນ​ດາ​ພວກ​ເຂົາ” (ໂມ​ເຊ 7:18). ໄພ່​ພົນ​ໄດ້​ອຸ​ທິດ​ຖວາຍ​ຊັບ​ສິນ​ຂອງ​ຕົນ ໂດຍ​ການມອບ​ມັນ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ, ຜ່ານ​ທາງ​ອະ​ທິ​ການ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:30–31). ອະ​ທິ​ການ​ໄດ້ມອບ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ ຄືນ​ໃຫ້​ເຂົາ​ເຈົ້າ (ເບິ່ງ ຂໍ້​ທີ 32)—ຕາມ​ທຳ​ມະ​ດາ​ແລ້ວ ເປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ອຸ​ທິດ​ຖວາຍ ແລະ ຫລາຍ​ກວ່າ​ນັ້ນ. ສະ​ມາ​ຊິກ​ໄດ້​ບໍ​ລິ​ຈາກ​ສ່ວນ​ທີ່​ເຫລືອ​ຂອງ​ຕົນ ເພື່ອ​ຊ່ວຍ​ຄົນ​ຍາກ​ຈົນ (ເບິ່ງ ຂໍ້​ທີ 33–34). ກົດ​ນີ້​ເປັນ​ພອນ​ຢ່າງ​ໃຫຍ່​ຫລວງ​ຕໍ່​ໄພ່​ພົນ, ໂດຍ​ສະ​ເພາະ​ຕໍ່​ຜູ້​ທີ່​ໄດ້​ປະ​ຖິ້ມ​ທຸກ​ຢ່າງ​ເພື່ອ​ໄປ​ຢູ່​ລັດ​ໂອ​ໄຮ​ໂອ. ໄພ່​ພົນ​ຢ່າງ​ຫລວງ​ຫລາຍ​ມີ​ໃຈ​ເພື່ອ​ແຜ່​ໃນ​ການ​ບໍ​ລິ​ຈາກ​ຂອງ​ເຂົາ​ເຈົ້າ.

ເຖິງ​ແມ່ນ​ວ່າ​ເຮົາ​ປະ​ຕິ​ບັດ​ມັນ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ໃນ​ທຸກວັນ​ນີ້, ແຕ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຍັງ​ໃຊ້​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ​ຢູ່. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:30–42, ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ​ອຸ​ທິດ​ຖວາຍ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ທ່ານ ເພື່ອ​ສ້າງ​ສາ​ອາ​ນາ​ຈັກ​ຂອງ​ພຣະ​ອົງ ແລະ ເປັນ​ພອນ​ໃຫ້​ແກ່​ຄົນ​ຂັດ​ສົນ.

ຮູບ​ພາບ
ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາເສດ​ຖີ​ໜຸ່ມ

Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາເສດ​ຖີ​ໜຸ່ມ], ໂດຍ ເຮັນຣິກ ຮ໊ອບແມນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61, 65–68; 43:1–16

ພຣະ​ເຈົ້າ​ປະ​ທານ​ການ​ເປີດ​ເຜີຍ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ໃຫ້​ວາດ​ພາບ​ວ່າ ທ່ານ​ກຳ​ລັງ​ສົນ​ທະ​ນາ​ກັບ​ສະ​ມາ​ຊິກ​ໃໝ່​ຄົນ​ໜຶ່ງ​ຂອງ​ສາດ​ສະ​ໜາ​ຈັກ ຜູ້ຕື່ນ​ເຕັ້ນ​ຫລາຍ​ທີ່ຮູ້​ວ່າ ສາດ​ສະ​ໜາ​ຈັກ​ຖືກ​ນຳ​ພາ​ໂດຍ​ການ​ເປີດ​ເຜີຍ. ທ່ານ​ຈະ​ສາ​ມາດ​ໃຊ້ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:1–16 ເພື່ອ​ອະ​ທິ​ບາຍ​ໃຫ້​ລາວ​ຮູ້​ວ່າ ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ການ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ ແມ່ນ​ຜ່ານ​ທາງ​ສາດ​ສະ​ດາ​ແນວ​ໃດ? ທ່ານ​ຈະ​ສາ​ມາດ​ໃຊ້ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61, 65–68 ເພື່ອ​ສິດ​ສອນ​ກ່ຽວ​ກັບ​ການ​ໄດ້​ຮັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 41:1–5.ມີ​ຕົວ​ຢ່າງ​ໃດ​ແດ່​ກ່ຽວ​ກັບ​ກົດ​ໝາຍ​ແພ່ງ, ແລະ ວິ​ທີ​ທີ່​ກົດໝາຍ​ເຫລົ່າ​ນັ້ນ​ເປັນ​ຜົນ​ປະ​ໂຫຍດ​ຕໍ່​ເຮົາ​ແນວ​ໃດ? ກົດ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ຫລື ພຣະ​ບັນ​ຍັດ​ເປັນ​ພອນ​ໃຫ້​ເຮົາ​ແນວ​ໃດ? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແຕ້ມ​ຮູບ​ກ່ຽວ​ກັບ​ຕົວ​ເອງ​ເຊື່ອ​ຟັງ​ກົດ​ຂອງ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:45, 88.ແມ່ນ​ຫຍັງ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານໃຫ້ “ຢູ່​ນຳ​ກັນ​ໃນ​ຄວາມ​ຮັກ”? (ເບິ່ງ ໂມ​ໄຊ​ຢາ 4:14–15 ນຳ​ອີກ). ໃຫ້​ຄິດ​ຂຽນ ຫລື ເວົ້າ​ສິ່ງ​ທີ່​ເປັນ​ທາງບວກ ກ່ຽວ​ກັບ​ກັນ​ແລະ​ກັນ ຫລື ຮ້ອງ​ເພງ​ສວດ​ກ່ຽວ​ກັບ​ຄວາມ​ຮັກ​ພາຍ​ໃນ​ຄອບ​ຄົວ, ດັ່ງ​ເຊັ່ນ “ຮັກ​ທີ່​ບ້ານ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, ເລກ​ທີ 48).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 42:61.ບາງ​ທີ​ທ່ານ​ສາ​ມາດ​ອ່ານ​ຂໍ້​ນີ້ ຂະ​ນະ​ທີ່​ຕໍ່ puzzle (ຮູບ​ປິດ​ສະ​ໜາ) ເຂົ້າ​ກັນ. ໃຫ້​ໃຊ້​ຮູບ​ປິດ​ສະ​ໜາ​ເພື່ອ​ສອນ​ວິ​ທີ​ທີ່​ພຣະ​ເຈົ້າ​ເປີດ​ເຜີຍ​ຄວາມ​ລຶກ​ລັບ​ຂອງ​ພຣະ​ອົງ—“ການ​ເປີດ​ເຜີຍ​ຕື່ມ​ໃສ່​ການ​ເປີດ​ເຜີຍ, ຄວາມ​ຮູ້​ຕື່ມ​ໃສ່​ຄວາມ​ຮູ້.” ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ວິ​ທີ​ທີ່​ພຣະ​ເຈົ້າ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຂົາ​ເຈົ້າ ເທື່ອ​ລະ​ເລັກ​ລະ​ນ້ອຍ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 43:25.ບາງ​ທີ​ມັນ​ມີ​ບາງ​ສິ່ງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ໃຊ້ ເພື່ອເຮັດ​ສຽງ​ຝົນ​ຕົກຟ້າ​ຮ້ອງ ໃນ​ການ​ແນະ​ນຳ​ຕໍ່​ການ​ສົນ​ທະ​ນາ ກ່ຽວ​ກັບ ຂໍ້​ທີ 25. ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຄື “ສຽງ​ຟ້າ​ຮ້ອງ​ແນວ​ໃດ”? ໃຫ້​ຄົ້ນ​ຄວ້າ​ຂໍ້​ນີ້​ນຳ​ກັນ ເພື່ອ​ຊອກ​ຫາ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ເອີ້ນ​ເຮົາ​ໃຫ້​ກັບ​ໃຈ. ເຮົາ​ຈະ​ສາ​ມາດ​ຕອບ​ຮັບ​ຕໍ່​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດີກວ່າ​ເກົ່າ​ແນວ​ໃດ?

ສຳ​ລັບແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72; ໃຫ້​ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ.”

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ບັນ​ຍາ​ກາດທີ່​ບຳ​ລຸງ​ລ້ຽງ ແລະ ຮູ້​ສຶກ​ເຖິງຄວາມ​ຮັກ. ວິ​ທີ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮູ້​ສຶກ​ກ່ຽວ​ກັບກັນ​ແລະ​ກັນ ແລະ ປະ​ຕິ​ບັດ​ຕໍ່​ກັນ ສາ​ມາດ​ເປັນ​ອິດ​ທິ​ພົນ​ທີ່​ມີ​ຄວາມ​ໝາຍ​ເລິກ​ຊຶ້ງ​ໃຫ້​ແກ່​ບັນ​ຍາ​ກາດ​ໃນ​ບ້ານ​ເຮືອນ​ຂອງ​ທ່ານ​ໄດ້. ໃຫ້​ຊ່ວຍ​ສະ​ມາ​ຊິກ​ທຸກ​ຄົນ​ໃນ​ຄອບ​ຄົວ​ເຮັດ​ພາກ​ສ່ວນ​ຂອງ​ເຂົາ​ເຈົ້າ ໃນ​ການເຮັດ​ໃຫ້​ບ້ານ​ເຮືອນ​ເປັນ​ບ່ອນ​ທີ່​ໜ້າ​ຮັກ ແລະ ໜ້າ​ນັບ​ຖື ເພື່ອ​ວ່າ​ທຸກ​ຄົນ​ຈະ​ຮູ້​ສຶກ​ສະ​ບາຍ​ໃຈ ເມື່ອ​ແບ່ງ​ປັນ​ປະ​ສົບ​ການ, ຖາມ​ຄຳ​ຖາມ, ແລະ ສະ​ແດງ​ປະ​ຈັກ​ພະ​ຍານ. (ເບິ່ງ Teaching in the Savior’s Way, 15.)

ຮູບ​ພາບ
ໂຈເຊັບ ສະມິດ ສັ່ງ​ສອນ

Joseph Smith Preaching in Nauvoo [ໂຈເຊັບ ສະມິດ ສັ່ງ​ສອນ​ຢູ່​ໃນ​ເມືອງ​ນາວູ], ໂດຍ ແຊມ ລໍເລີ

ພິມ