ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 26 ເດືອນ​ເມສາ–ວັນທີ 2 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45: “ຄຳ​ສັນ​ຍາ … ຈະ​ສຳ​ເລັດ​ຄົບ​ຖ້ວນ”


“ວັນທີ 26 ເດືອນ​ເມສາ–ວັນທີ 2 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45: ‘ຄຳ​ສັນ​ຍາ … ຈະ​ສຳ​ເລັດ​ຄົບ​ຖ້ວນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 26 ເດືອນ​ເມສາ–ວັນທີ 2 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຊາວ​ໜຸ່ມ​ຢູ່ນອກ​ພຣະ​ວິ​ຫານ

ວັນທີ 26 ເດືອນ​ເມສາ–ວັນທີ 2 ເດືອນ​ພຶດສະພາ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 45

“ຄຳ​ສັນ​ຍາ … ຈະ​ສຳ​ເລັດ​ຄົບ​ຖ້ວນ”

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ: “ໃຫ້​ຂຽນ​ແນວ​ຄິດ​ທີ່​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ​ໄວ້. ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ” (“Revelation for the Church, Revelation for Our Lives,” Ensign ຫລື Liahona, May 2018, 95).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່ອັນ​ຕະ​ລາຍ, ແລະ ສິ່ງນັ້ນ​ສາ​ມາດ​ເປັນ​ບັນ​ຫາ​ໄດ້. ແມ່ນ​ແຕ່​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ, ເມື່ອ​ພວກ​ເຂົາ​ໄດ້​ຍິນຄຳ​ທຳ​ນາຍ​ຂອງ​ພຣະ​ອົງ​ເລື່ອງ​ໄພ​ພິ​ບັດ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, “ກໍ​ຢ້ານ​ກົວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:34). ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ເມືອງ​ເຄີດແລນ, ລັດ​ໂອໄຮໂອ, ກໍ​ມີ​ຄວາມ​ຢ້ານ​ກົວ​ຄື​ກັນ ເພາະ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ ຊຶ່ງເຂົາ​ເຈົ້າ​ມີ​ຊີ​ວິດ​ຢູ່. ໃນ​ບັນ​ດາ​ສິ່ງ​ອື່ນໆ, ມັນ​ມີ “ການ​ລາຍ​ງານ​ເທັດ … ແລະ ເລື່ອງ​ໂງ່​ຈ້າ​ຫລາຍ​ຢ່າງ” ທີ່ທຳ​ລາຍ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45, ຫົວ​ຂໍ້​ພາກ). ແຕ່​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕອນນັ້ນ ແລະ ຕອນນີ້, ແມ່ນ “ຢ່າ​ສູ່​ຢ້ານ” (ຂໍ້ທີ 35). ແມ່ນ​ແລ້ວ, ມັນ​ມີ​ຄວາມ​ຊົ່ວ​ຮ້າຍ, ແຕ່​ກໍ​ຍັງ​ມີ​ຫລັກ​ຖານ​ວ່າ ພຣະ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ. ແມ່ນ​ແລ້ວ, ມັນ​ມີ​ສິ່ງ​ອັນ​ຕະ​ລາຍ​ທີ່ບອກ​ໄວ້​ລ່ວງ​ໜ້າ ວ່າ​ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ແລະ ເຮົາ​ຄວນຮູ້ກ່ຽວ​ກັບ​ສິ່ງ​ເຫລົ່າ​ນັ້ນ. ແຕ່ ມັນ​ບໍ່ມີ​ພຽງ​ແຕ່​ຄຳ​ເຕືອນ​ເຖິງ​ສິ່ງ​ອັນ​ຕະ​ລາຍ​ເທົ່າ​ນັ້ນ, ມັນ​ກໍ​ຍັງ​ມີ​ເຄື່ອງ​ໝາຍ ສະ​ແດງ​ໃຫ້​ເຫັນ​ວ່າ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ກຳ​ລັງຈະ​ສຳ​ເລັດ​ຄົບ​ຖ້ວນ​ນຳ​ອີກ. ບາງ​ທີ ມັນຈຶ່ງ​ເປັນ​ສາ​ເຫດ​ຂອງ​ການ​ໄດ້​ຮັບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45—ການ​ເປີດ​ເຜີຍ​ທີ່​ບັນ​ຍາຍ​ເຄື່ອງ​ໝາຍ​ຫລາຍ​ຢ່າງ​ເຫລົ່າ​ນີ້ ຢ່າງ​ລະ​ອຽດ—ເຮັດ​ໃຫ້ “ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຊື່ນ​ຊົມ” (ຫົວ​ຂໍ້​ພາກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:1–5

ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ວິງ​ວອນ​ແທນ​ພວກ​ເຮົາ​ນຳ​ພຣະ​ບິດາ.

ທ່ານ​ເຄີຍ​ຮູ້​ສຶກບໍ່​ພຽບ​ພ້ອມ ຫລື ບໍ່​ມີ​ຄ່າ​ຄວນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ຢູ່ບໍ? ທ່ານ​ອາດພົບ​ຄວາມ​ໝັ້ນ​ໃຈ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:1–5. ຖ້ອຍ​ຄຳ​ເຊັ່ນ “ຜູ້​ວິງວອນ” ແລະ “ອ້ອນວອນ” ແນະ​ນຳ​ສິ່ງ​ໃດ​ຕໍ່​ທ່ານ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວິງວອນ​ແທນ​ທ່ານ, ຫລື ອ້ອນວອນ​ສາ​ເຫດຂອງ​ທ່ານ​ແນວ​ໃດ? ການ​ທີ່ຮູ້​ວ່າ​ພຣະ​ຄຣິດ​ເປັນ​ຜູ້​ວິງວອນ​ແທນ​ທ່ານ ມີ​ຄວາມ​ໝາຍ​ແນວ​ໃດ​ຕໍ່​ທ່ານ​?

ຖ້ອຍ​ຄຳ​ຕໍ່​ໄປ​ນີ້​ຈາກ​ປະທານ​ໂຈເຊັບ ຟຽວດິງ ສະມິດ ສາ​ມາດ​ຊ່ວຍ​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້: “ພຣະ​ເຢ​ຊູ [ເປັນ] ຜູ້​ວິງວອນ​ແທນ​ເຮົາ, ອ້ອນວອນ​ເພື່ອ​ເຮົາ ໃນ​ຖາ​ນະ​ຜູ້​ເປັນ​ກາງ ຜ່ານ​ທາງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ທຳ​ງານ​ຂອງ​ພຣະ​ອົງ ເພື່ອ​ໄກ່​ເກ່ຍ​ແທນເຮົາ, ເພື່ອ​ໃຫ້​ເຮົາ​ເຫັນ​ດີ​ກັບ​ພຣະ​ເຈົ້າ” (ໃນ Conference Report, Oct. 1953, 58).

ເບິ່ງ 2 ນີໄຟ 2:8–9; ໂມໄຊຢາ 15:7–9; ໂມໂຣໄນ 7:27–28; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:5; 62:1 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:9–10

ພຣະ​ກິດ​ຕິ​ຄຸນ​ເປັນ​ທຸງ​ສັນ​ຍານ​ຕໍ່​ປະ​ຊາ​ຊາດ.

ໃນ​ສະ​ໄໝ​ບູ​ຮານ, ທຸງ​ສັນ​ຍານຄື​ປ້າຍ ຫລື ທຸງ ທີ່ຍົກ​ຂຶ້ນ​ຢູ່​ໃນການ​ສູ້​ຮົບ. ມັນ​ລວມ​ກຳ​ລັງ ແລະ ສາ​ມັກ​ຄີ​ກອງ​ທັບ ແລະ ຊ່ວຍ​ພວກ​ເຂົາ​ໃຫ້​ຮູ້​ບ່ອນ​ທີ່​ຈະ​ໄປ​ເຕົ້າ​ໂຮມ ແລະ ສິ່ງ​ທີ່​ຈະ​ເຮັດ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:9–10, ໃຫ້​ໄຕ່​ຕອງວິ​ທີ​ທີ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ໄດ້​ເປັນ​ທຸງ​ສັນ​ຍານ​ຕໍ່​ທ່ານ​ແນວ​ໃດ. ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ​ແດ່ ຖ້າ​ຫາກ​ທ່ານບໍ່​ມີ​ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້?

ເບິ່ງ ເອຊາຢາ 5:26; 11:10–12; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:5–6 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:11–75

ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ.

ສົງ​ຄາມ, ຄວາມ​ຊົ່ວ​ຮ້າຍ, ແລະ ຄວາມ​ຮ້າງ​ເປົ່າ ຈະ​ເກີດ​ຂຶ້ນ​ກ່ອນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແຕ່ “ຢ່າ​ສູ່​ຢ້ານ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, “ເພາະ, ເມື່ອ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ​ຈະ​ເກີດ​ຂຶ້ນ, ພວກ​ເຈົ້າ​ຈະ​ຮູ້​ວ່າ ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພວກ​ເຈົ້າ​ຈະ​ສຳ​ເລັດ​ຄົບ​ຖ້ວນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:35).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:11–75, ໃຫ້​ຄິດ​ທີ່​ຈະ​ເອົາ​ໃຈ​ໃສ່​ບໍ່​ພຽງ​ແຕ່​ເຫດ​ການ​ທີ່​ເປັນ​ບັນ​ຫາ​ເທົ່າ​ນັ້ນ ທີ່​ໄດ້​ຖືກ​ທຳ​ນາຍ​ໄວ້ ແຕ່​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ນຳ​ອີກ (ຍົກ​ຕົວ​ຢ່າງ, ຄຳ​ສັນ​ຍາຢູ່​ໃນ ຂໍ້ທີ 54–59 ກ່ຽວ​ກັບ​ການ​ຄອບ​ຄອງ​ໃນ​ໄລ​ຍະ​ໜຶ່ງ​ພັນ​ປີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ). ທ່ານ​ສາ​ມາດ​ເຮັດ​ສິ່ງນີ້​ໂດຍ​ການຂຽນ​ຂໍ້​ເຫລົ່າ​ນີ້​ໄວ້ ຫລື ຕິດ​ປ້າຍ ຫລື ໝາຍ​ຂໍ້​ເຫລົ່າ​ນີ້. ທ່​ານພົບ​ເຫັນ​ຫຍັງ​ແດ່​ທີ່​ຊ່ວຍ​ທ່ານ “[ບໍ່​ໃຫ້] ຢ້ານ” ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:31–32, 56–57

“ຢືນ​ຢູ່​ໃນ​ສະ​ຖານ​ທີ່​ສັກ​ສິດ,” ແລະ ບໍ່​ຫວັ່ນ​ໄຫວ.

ເຫດ​ຜົນ​ຢ່າງໜຶ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ດາ​ຂອງ​ພຣະ​ອົງ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ເຄື່ອງ​ໝາຍ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ ແມ່ນ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ກະ​ກຽມ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:31–32, 56–57 ກ່ຽວ​ກັບ​ການ​ກະ​ກຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ທົບ​ທວນ​ຄຳ​ອຸ​ປະ​ມາ​ເລື່ອງ ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ, ຢູ່ໃນ ມັດ​ທາຍ 25:1–13. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປຽບ​ທຽບ​ນ້ຳ​ມັນ​ຢູ່​ໃນ​ຄຳ​ອຸ​ປະ​ມາ​ກັບ​ຄວາມ​ຈິງ ແລະ ກັບ​ພຣະ​ວິນ​ຍານ​ສັກ​ສິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:57). ທ່ານ​ໄດ້​ຮັບ​ຄວາມ​ຮູ້​ໃດ​ແດ່ ເມື່ອ​ທ່ານ​ອ່ານ​ຄຳ​ອຸ​ປະ​ມາ​ໃນ​ວິ​ທີນີ້?

ຮູບ​ພາບ
ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ

Parable of the Ten Virgins [ຄຳ​ອຸ​ປະ​ມາ​ເລື່ອງ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ], ໂດຍ ແດນ ເບີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:11–15, 66–71

ຊີ​ໂອນ​ຄື​ສະ​ຖານ​ທີ່ ທີ່​ປອດ​ໄພ​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.

ໄພ່​ພົນ​ໃນ​ວັນ​ເວ​ລາ​ຂອງ​ໂຈເຊັບ ສະມິດ ໄດ້​ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ສ້າງ​ສາ​ຊີ​ໂອນ, ເຢ​ຣູ​ຊາ​ເລັມ​ໃໝ່, ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ (ເບິ່ງ ອີເທີ 13:2–9) ແລະ ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີທີ່ດົນ​ໃຈ ຊຶ່ງຖືກ​ດັດ​ແປງ​ໃໝ່​ ໂດຍໂຈເຊັບ ສະມິດ (ເບິ່ງ ໂມເຊ 7:62–64). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຊີ​ໂອນ—ທັງ​ເມືອງບູ​ຮານ​ໃນ​ວັນ​ເວ​ລາ​ຂອງ​ເອ​ໂນກ ແລະ ເມືອງ​ໃນ​ຍຸກ​ສຸດ​ທ້າຍ—ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:11–15, 66–71?

ທຸກວັນ​ນີ້​ພຣະ​ບັນ​ຊາ​ໃຫ້​ສະ​ຖາ​ປະ​ນາ​ຊີ​ໂອນ ແມ່ນ​ອ້າງ​ເຖິງ​ການ​ສະ​ຖາ​ປະ​ນາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ໃນ​ບ່ອນ​ໃດ​ກໍ​ຕາມ​ທີ່​ເຮົາ​ອາ​ໄສ​ຢູ່—ບ່ອນ​ໃດ​ກໍ​ຕາມ​ທີ່​ລູກໆ​ຂອງ​ພຣະ​ເຈົ້າ​ເຕົ້າ​ໂຮມ​ເຂົ້າ​ໃນ​ຄວາມ​ປອດ​ໄພ​ແຫ່ງ “ພັນ​ທະ​ສັນ​ຍາ​ອັນ​ເປັນນິດ” ຂອງ​ພຣະ​ອົງ (ຂໍ້ທີ 9). ທ່ານ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ຊ່ວຍ​ສ້າງ​ສາ​ຊີ​ໂອນ ໃນ​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:3–5.ຜູ້​ວິງວອນ​ເຮັດ​ຫຍັງ​ແທນ​ເຮົາ? ໃຫ້ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຖືກ​ເອີ້ນ​ວ່າ ຜູ້​ວິງວອນ​ແທນ​ເຮົາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:9–10.ຖ້າ​ຫາກ​ຄອບ​ຄົວ​ຂອງ​ທ່ານ​ມີ “ທຸງ​ສັນ​ຍານ,” ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ຕໍ່​ພຣະ​ກິດ​ຕິ​ຄຸນ, ມັນ​ຈະ​ເປັນ​ທຸງ​ແບບ​ໃດ? ມັນ​ອາດ​ເປັນ​ສິ່ງ​ມ່ວນ​ຊື່ນ ທີ່​ຈະ​ເຮັດ​ທຸງ​ນຳ​ກັນ​ເປັນ​ຄອບ​ຄົວ ແລະ ສົນ​ທະ​ນາ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້ຕິດ​ຕາມ​ທຸງ​ສັນ​ຍານ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:32.“ສະ​ຖານ​ທີ່​ສັກ​ສິດ” ຂອງ​ເຮົາ​ແມ່ນ​ຢູ່​ໃສ? ຄຳ​ວ່າ “ບໍ່​ຫວັ່ນ​ໄຫວ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ເຮັດ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ​ສະ​ຖານ​ທີ່​ສັກ​ສິດ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:39–44.ທ່ານ​ຈະ​ຊ່ວຍ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ຄອຍ​ຖ້າການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນວ​ໃດ? ບາງ​ທີ​ທ່ານ​ຄວນ​ຄິດ​ກ່ຽວ​ກັບ​ເຫດ​ການ​ໃດ​ໜຶ່ງ​ທີ່​ທ່ານ​ລໍ​ຖ້າ ແລະ ແບ່ງ​ປັນ​ວິ​ທີ​ທີ່​ທ່ານ “ເຝົ້າ​ເບິ່ງ” ເຫດ​ການນັ້ນ. ຫລື ທ່ານ​ຄວນ​ອົບ​ອາ​ຫານບາງ​ຢ່າງ​ນຳ​ກັນ ແລະ ເຝົ້າ​ເບິ່ງ​ເຄື່ອງ​ໝາຍ​ທີ່​ບົ່ງ​ບອກວ່າ​ມັນ​ສຸກ​ໃຫ້​ກິນ​ໄດ້​ແລ້ວ. ເຮົາ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ​ເຝົ້າ​ເບິ່ງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:55.ການ​ອ່ານ 1 ນີໄຟ 22:26 ແລະ ພຣະ​ນິ​ມິດ 20:1–3 ສາ​ມາດ​ຊ່ວຍຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ ວິ​ທີ​ທີ່​ຊາ​ຕານ “ຈະ​ຖືກ​ມັດ​ໄວ້” ລະ​ຫວ່າງ​ໜຶ່ງ​ພັນ​ປີ. ເຮົາ​ຈະ​ມັດ​ຊາ​ຕານ​ໄວ້ ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27; ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ນຳ​ອີກ.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ໃຊ້​ແຫລ່ງ​ຊ່ວຍ​ເຫລືອ​ການ​ສຶກ​ສາ. ໃຫ້​ໃຊ້ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ຄູ່​ມື​ພຣະ​ຄຳ​ພີ ເພື່ອ​ເພີ່ມ​ຄວາມ​ຮູ້​ໃນເລື່ອງ​ພຣະ​ຄຳ​ພີ.

ຮູບ​ພາບ
ພຣະ​ຄຣິດ​ສະ​ເດັດ​ລົງ​ມາ

The Coming of Christ [ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ], ໂດຍ ຈູບານ ອາວີເລສ໌ ຊີນສ໌

ພິມ