ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 10–16 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49–50: “ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ”


“ວັນທີ 10–16 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49–50: ‘ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 10–16 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49–50,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ສະ​ນ້ຳ​ຕອນ​ຕາ​ເວັນ​ຂຶ້ນ

ວັນທີ 10–16 ເດືອນ​ພຶດສະພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49–50

“ສິ່ງ​ທີ່​ມາ​ຈາກ​ພຣະ​ເຈົ້າ​ເປັນ​ຄວາມ​ສະ​ຫວ່າງ”

“ຄົນທີ່​ໄດ້ຮັບ​ຄວາມສະຫວ່າງ, ແລະ ດຳເນີນ​ຢູ່ກັບ​ພຣະເຈົ້າ, ຈະໄດ້​ຮັບ​ຄວາມ​ສະຫວ່າງ​ຫລາຍຂຶ້ນ, ແລະ ຄວາມ​ສະຫວ່າງ​ນັ້ນ​ຈະ​ຮຸ່ງແຈ້ງ​ຫລາຍຂຶ້ນ​ໄປ​ເລື້ອຍໆ​ຈົນເຖິງ​ວັນທີ່​ສົມບູນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24). ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ໂດຍ​ການ​ດຳ​ເນີນ​ຢູ່​ກັບ​ພຣະ​ເຈົ້າ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື “ຜູ້​ລ້ຽງ​ທີ່​ດີ” ຂອງ​ເຮົາ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:44). ພຣະ​ອົງ​ຮູ້​ວ່າ ບາງ​ເທື່ອ​ແກະ​ຈະ​ຮ່ວນ​ເຮ ແລະ ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກໍ​ມີ​ຫລາຍ​ສິ່ງ​ທີ່​ອັນ​ຕະ​ລາຍ. ສະ​ນັ້ນ ພຣະ​ອົງ​ຈຶ່ງ​ໄດ້​ນຳ​ພາເຮົາ​ໄປ​ສູ່​ຄວາມ​ປອດ​ໄພ​ແຫ່ງ​ຄຳ​ສອນ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຮັກ, ໃຫ້​ໄກ​ຈາກ​ສິ່ງ​ອັນ​ຕະ​ລາຍ ດັ່ງ​ເຊັ່ນ “ວິນ​ຍານ​ເທັດ, ທີ່​ໄດ້​ອອກ​ໄປ​ໃນ​ແຜ່ນ​ດິນ​ໂລກ, ຫລອກ​ລວງ​ໂລກ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:2). ການ​ຕິດ​ຕາມ​ພຣະ​ອົງ​ໄປ ສ່ວນ​ຫລາຍ​ໝາຍ​ເຖິງ​ການ​ປ່ອຍ​ວາງ​ແນວ​ຄິດ ຫລື ປະ​ເພ​ນີ​ທີ່ບໍ່​ຖືກ​ຕ້ອງ. ສິ່ງນີ້​ເປັນ​ຄວາມ​ຈິງ​ສຳ​ລັບ​ລີມັນ ຄອບລີ ແລະ ຄົນ​ອື່ນໆ​ຢູ່​ໃນລັດ​ໂອໄຮໂອ ຜູ້​ທີ່​ໄດ້​ຮັບ​ເອົາພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ແຕ່​ຍັງ​ຍຶດ​ຖື​ຄວາມ​ເຊື່ອ​ບາງ​ຢ່າງ ທີ່ບໍ່​ຖືກ​ຕ້ອງ​ຢູ່​ຄື​ເກົ່າ. ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49, ພຣະ​ຜູ້​ເປັນ​ເຈົ້າໄດ້​ປະ​ກາດ​ຄວາມ​ຈິງ​ທີ່​ດັດ​ແປງ​ຄວາມ​ເຊື່ອ​ເກົ່າ​ຂອງ​ລີມັນ ກ່ຽວ​ກັບ​ຫົວ​ຂໍ້​ດັ່ງ​ເຊັ່ນ ການ​ແຕ່ງ​ງານ ແລະ ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ແລະ ເມື່ອຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢູ່​ລັດ​ໂອໄຮໂອ “ໄດ້​ຮັບ … ວິນ​ຍານ​ຕ່າງໆ ຊຶ່ງ [ພວກ​ເຂົາ] ບໍ່​ສາ​ມາດ​ເຂົ້າ​ໃຈ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ຮູ້​ຈັກ​ສັງ​ເກດ​ເບິ່ງວ່າ ມັນ​ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ວິນ​ຍານ​ແນວ​ໃດ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:15). ພຣະ​ຜູ້​ລ້ຽງ​ທີ່​ດີມີ​ຄວາມ​ອົດ​ທົນ; ພຣະ​ອົງ​ຮູ້​ວ່າ​ໄພ່​ພົນ​ລຸ້ນ​ທຳ​ອິດ​ເຫລົ່າ​ນີ້ເປັນ—ຄື​ກັນ​ກັບ​ເຮົາ​ທຸກ​ຄົນ—“ເດັກ​ນ້ອຍໆ” ຜູ້ “ຕ້ອງ​ເຕີບ​ໂຕ​ຂຶ້ນ​ໃນ​ພຣະ​ຄຸນ ແລະ ໃນ​ຄວາມ​ຮູ້​ເລື່ອງ​ຄວາມ​ຈິງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:40).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:5–23

ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ສາ​ມາດ​ຊ່ວຍ​ເຮົາ​ຮັບ​ຮູ້​ຄຳ​ສອນ​ເທັດ​ໄດ້.

ກ່ອນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ລີມັນ ຄອບລີ ໄດ້​ເປັນສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ກຸ່ມ​ໜຶ່ງ ທີ່​ຮູ້​ຈັກ​ກັນ​ວ່າ United Society of Believers in Christ’s Second Appearing, ທັງ​ຮູ້​ຈັກ​ກັນ​ວ່າ​ເປັນ​ນິ​ກາຍ​ເຊເກີ (ເບິ່ງ “Leman Copley and the Shakers,” Revelations in Context, 117–21). ຫລັງ​ຈາກ​ໄດ້​ເວົ້າ​ລົມ​ກັບລີມັນ, ໂຈເຊັບ ສະມິດ ໄດ້​ສະ​ແຫວງ​ຫາ​ຄວາມ​ກະ​ຈ່າງ​ແຈ້ງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຄຳ​ສອນ​ຂອງ​ນິກາຍ​ເຊເກີ​ບາງ​ຢ່າງ, ​ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ດ້ວຍ​ການ​ເປີດ​ເຜີຍ ຢູ່​ໃນ ພາກທີ 49.

ທ່ານ​ສາ​ມາດ​ພົບ​ເຫັນ​ຄວາມ​ເຊື່ອ​ຂອງ​ນິ​ກາຍ​ເຊເກີ ຢູ່​ໃນ​ຫົວ​ຂໍ້​ຂອງ ພາກທີ 49. ໃຫ້​ຄິດ​ທີ່​ຈະ​ໝາຍສີ ຫລື ໝາຍ​ເຫດ​ຄວາມ​ຈິງ ຢູ່​ໃນ ຂໍ້ທີ 5–23 ທີ່​ດັດ​ແປງ​ຄວາມ​ເຊື່ອ​ເຫລົ່າ​ນັ້ນ. ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ສອນ​ເທັດ​ອື່ນໆ ຫລື ປະ​ເພ​ນີ​ທີ່ບໍ່​ຖືກ​ຕ້ອງ ຢູ່​ໃນ​ໂລກ​ປະ​ຈຸ​ບັນ​ນີ້. ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ໃດ​ແດ່​ທີ່​ຊ່ວຍ​ທ່ານ​ປ້ອງ​ກັນ​ຕົວ​ເອງ​ຈາກ​ສິ່ງ​ເຫລົ່າ​ນັ້ນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:15–17

ການ​ແຕ່ງງານ​ລະຫວ່າງ​ຊາຍ ແລະ ຍິງ ເປັນ​ສິ່ງ​ສຳຄັນ​ຫລາຍ​ຕໍ່ແຜນ​ຂອງ​ພຣະ​ເຈົ້າ.

ຄວາມ​ຈິງ​ໃດ​ແດ່​ກ່ຽວ​ກັບ​ການ​ແຕ່ງ​ງານ​ທີ່​ທ່ານ​ຮຽນ​ຮູ້​ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:15–17? ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກວ່າ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ຈຶ່ງ​ສຳ​ຄັນ​ຕໍ່​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ? ແອວເດີ ເດວິດ ເອ ແບ໊ດນາ ໄດ້​ໃຫ້​ເຫດ​ຜົນ​ສອງ​ຢ່າງ: “ເຫດ​ຜົນ​ທີ 1: ສະ​ພາບ​ທາງ​ວິນ​ຍານ​ຂອງຊາຍ ແລະ ຍິງ ຊ່ວຍ​ກັນ​ໃຫ້​ສົມ​ບູນ ແລະ ດີ​ພ້ອມ, ແລະ ສະ​ນັ້ນ ຊາຍ ແລະ ຍິງ​ຈຶ່ງ​ຖືກເຈດ​ຕະ​ນາ​ໃຫ້​ກ້າວ​ໜ້າ​ໄປ​ນຳ​ກັນ​ສູ່​ຄວາມ​ສູງ​ສົ່ງ. … ເຫດ​ຜົນ​ທີ 2: ໂດຍ​ແບບ​ແຜນ​ແຫ່ງ​ສະ​ຫວັນ, ຊາຍ ແລະ ຍິງ​ທັງ​ສອງ ຈຳ​ເປັນ​ຕ້ອງ​ນຳ​ລູກໆ​ເຂົ້າ​ມາ​ສູ່​ຊ່ວງ​ມະ​ຕະ ແລະ ຈັດ​ຫາ​ສະ​ຖານ​ທີ່ ທີ່​ດີ​ທີ່​ສຸດ​ສຳ​ລັບ​ການ​ລ້ຽງ​ດູ ແລະ ການບຳ​ລຸງ​ລ້ຽງ​ລູກໆ” (“Marriage Is Essential to His Eternal Plan,” Ensign, June 2006, 83–84).

ເບິ່ງ ປະ​ຖົມ​ມະ​ການ 2:20–24; 1 ໂກຣິນໂທ 11:11; “ຄອບ​ຄົວ:ການ​ປະ​ກາດ​ຕໍ່​ໂລກ,” Ensign ຫລື Liahona, May 2017, 145 ນຳ​ອີກ.

ຮູບ​ພາບ
ຄູ່​ສາ​ມີ​ພັນ​ລະ​ຍາ​ຢູ່ນອກ​ພຣະ​ວິ​ຫານ

ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ ໄດ້​ຖືກ​ແຕ່ງຕັ້ງ​ໄວ້​ໂດຍ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50

ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ປົກ​ປ້ອງ​ເຮົາ​ຈາກ​ການ​ຫລອກ​ລວງ​ຂອງ​ຊາ​ຕານ.

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຢູ່​ໃນ​ລັດ​ໂອໄຮໂອ ມີ​ຄວາມ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮັບ​ເອົາ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງວິນ​ຍານ​ທີ່​ສັນ​ຍາ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ, ແຕ່​ຊາ​ຕານ​ກໍ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຫລອກ​ລວງ​ພວກ​ເຂົາ​ຄື​ກັນ. ພວກ​ເຂົາ​ໄດ້​ສົງ​ໃສ, ເມື່ອ​ບາງ​ຄົນ​ຮ້ອງ​ຂຶ້ນ​ແບບ​ດັງໆ ຫລື ເປັນ​ລົມ, ສິ່ງນັ້ນ​ແມ່ນ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ບໍ?

ໃຫ້​ວາດ​ພາບ​ເຫັນ​ຕົວ​ເອງ​ຖືກ​ຂໍ​ໃຫ້​ຊ່ວຍ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ເຫລົ່າ​ນີ້​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ຈະ​ຮູ້​ຈັກ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ແທ້​ຈິງ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ​ແລະ ຫລີກ​ເວັ້ນ​ຈາກ​ການ​ຖືກ​ຫລອກ​ລວງ​ໂດຍ​ການ​ປອມ​ແປງ​ຂອງ​ຊາ​ຕານ. ຫລັກ​ທຳໃດ​ແດ່​ທີ່​ທ່ານ​ພົບ​ເຫັນຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50 ທີ່​ທ່ານ​ສາ​ມາດ​ແບ່ງ​ປັນ? (ເບິ່ງ ໂດຍ​ສະ​ເພາະ ຂໍ້ທີ 22–25, 29–34, 40–46).

ເບິ່ງ 2 ຕີໂມທຽວ 3:13–17 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–24

ຄູສອນ ແລະ ນັກຮຽນ​ໄດ້​ຮັບ​ຄວາມ​ຮູ້​ນຳ​ກັນ ໂດຍ​ພຣະ​ວິນ​ຍານ.

ວິ​ທີ​ໜຶ່ງ​ທີ່​ທ່ານ​ສາ​ມາດ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:13–24 ແມ່ນ​ການ​ແຕ້ມ​ຮູບຄູສອນ ແລະ ນັກຮຽນ ແລະ, ຢູ່​ຂ້າງ​ຂອງ​ແຕ່​ລະ​ຮູບ, ໃຫ້​ຂຽນ​ຂໍ້​ຄວາມ ແລະ ສຳ​ນວນ​ຈາກ​ຂໍ້​ເຫລົ່າ​ນີ້ ທີ່​ສິດ​ສອນ​ທ່ານ​ກ່ຽວ​ກັບ​ການ​ຮຽນ​ຮູ້ ແລະ ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ. ເມື່ອ​ໃດ​ທີ່​ທ່ານເຄີຍ​ມີ​ປະ​ສົບ​ການ ທີ່​ສິດ​ສອນ​ທ່ານ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ວິນ​ຍານ ໃນ​ການ​ສິດ​ສອນ ແລະ ການ​ຮຽນ​ຮູ້? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ປັບ​ປຸງ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົວ​ເອງ ໃນ​ຖາ​ນະ​ຄູສອນ ແລະ ນັກຮຽນ​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:2.ຄຳ​ວ່າ “ປາດ​ຖະ​ໜາ​ຢາກ​ຮູ້​ຄວາມ​ຈິງ​ບາງ​ຢ່າງ, ແຕ່ບໍ່​ແມ່ນ​ທັງ​ໝົດ” ໝາຍ​ຄວາມ​ວ່າ​ແນວ​ໃດ? ບາງ​ທີ​ທ່ານ​ຄວນ​ສະ​ແດງ​ຮູບ​ທີ່​ພາກ​ສ່ວນ​ໜຶ່ງ​ຖືກ​ປິດ​ໄວ້ ແລະ ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເດົາ​ເບິ່ງ ວ່າ​ມັນ​ແມ່ນ​ຫຍັງ. ມີ​ຫຍັງ​ເກີດ​ຂຶ້ນ​ເມື່ອ​ເຮົາ​ຮັບ​ເອົາ​ພຽງ​ແຕ່​ພາກ​ສ່ວນ​ໜຶ່ງ​ຂອງ​ຄວາມ​ຈິງ? (ເບິ່ງ 2 ນີໄຟ 28:29). ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ຕໍ່​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 49:26–28.ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ໂດຍ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ວ່າ “ເຮົາ​ຈະ​ນຳ​ໜ້າ​ພວກ​ເຈົ້າ ແລະ ຈະ​ຮັກ​ສາ​ທາງ​ຫລັງ​ຂອງ​ພວກ​ເຈົ້າ; ແລະ ເຮົາ​ຈະ​ຢູ່​ທ່າມ​ກາງ​ພວກ​ເຈົ້າ”? ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ ເມື່ອ​ເຂົາ​ເຈົ້າ​ຮູ້​ສຶກວ່າ​ພຣະ​ຜູ້​ເປັນ​ເຈົ້າ “ນຳ​ໜ້າ [ເຂົາ​ເຈົ້າ]” ຫລື ຮູ້​ສຶກວ່າ​ພຣະ​ອົງ​ໄດ້​ຢູ່ “ໃນທ່າມ​ກາງ [ເຂົາ​ເຈົ້າ].”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:23–25.ພວກ​ທ່ານ​ສາ​ມາດ​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຫ້ອງ​ມືດ ເພື່ອອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:23–25 ແລະ ຄ່ອຍໆ​ເຕີມ​ແສງ​ສະ​ຫວ່າງ ໂດຍ​ການ​ໄຕ້​ທຽນ ຫລື ເປີດດອກ​ໄຟ​ເພີ່ມ ເທື່ອ​ລະ​ດອກ. ທ່ານ​ກໍ​ສາ​ມາດ​ອ່ານ​ຂໍ້​ເຫລົ່າ​ນີ້ ຂະ​ນະ​ທີ່​ຕາ​ເວັນ​ຂຶ້ນ​ໃນ​ຕອນ​ເຊົ້າ. ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້​ແດ່ ເພື່ອ​ເຮັດ​ໃຫ້​ແສງ​ສະ​ຫວ່າງ​ຂອງພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຮຸ່ງ​ແຈ້ງ​ຂຶ້ນ​ເລື້ອຍໆ? ເມື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮຽນ​ຮູ້​ບາງ​ຢ່າງ​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ລະ​ຫວ່າງ​ອາ​ທິດ, ໃຫ້​ຊຸກ​ຍູ້​ເຂົາ​ເຈົ້າ​ໃຫ້​ແບ່ງ​ປັນ​ມັນ​ກັບ​ຄອບ​ຄົວ ໂດຍ​ການ​ຂຽນຂໍ້​ຄວາມ​ໃສ່​ເຈ້ຍ​ນ້ອຍ ແລະ ຕິດ​ມັນ​ໃສ່​ໂຄມ​ໄຟ ຫລື ແສງ​ສະ​ຫວ່າງ​ອື່ນໆ ຢູ່​ໃນ​ເຮືອນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:40–46.ຫລັງ​ຈາກ​ການ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:40–46, ທ່ານ​ສາ​ມາດ​ສະ​ແດງ​ຮູບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່ມາ​ກັບ​ໂຄງ​ຮ່າງນີ້ ແລະ ຖາມ​ຄຳ​ຖາມ ດັ່ງ​ເຊັ່ນ: ພວກ​ເຈົ້າ​ຮູ້​ໄດ້​ແນວ​ໃດ​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ​ແກະ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ເໝືອນ​ດັ່ງ​ຜູ້​ລ້ຽງ​ແກະ​ຕໍ່​ເຮົາ​ແນວ​ໃດ? ສຳ​ນວນ​ໃດ​ຈາກ​ພຣະ​ຄຳ​ພີ​ສະ​ທ້ອນ​ເຖິງ​ແນວ​ຄິດ​ທີ່​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຜູ້​ລ້ຽງ​ແກະ ແລະ ເຮົາ​ເປັນ​ແກະ​ຂອງ​ພຣະ​ອົງ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ສອນ​ເຮົາ​ຍ່າງ​ໃນ​ແສງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ປັບ​ຕົວ​ໄດ້. ໂອ​ກາດ​ສິດ​ສອນ​ທີ່​ດີ​ທີ່​ສຸດ, ໂດຍ​ສະ​ເພາະ​ຢູ່​ໃນ​ບ້ານ​ເຮືອນ, ສ່ວນ​ຫລາຍ​ແມ່ນ​ເກີດ​ຂຶ້ນ​ໂດຍ​ທຳ​ມະ​ຊາດ ແລະ ໂດຍ​ທີ່ບໍ່​ຄາດ​ຄິດ: ຕອນ​ກິນ​ເຂົ້າ​ນຳ​ກັນ​ອາດ​ຖືກ​ດົນ​ໃຈ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຊື່ນ​ຊົມ​ຢູ່​ດ້ວຍ​ພຣະ​ຄຳຂອງ​ພຣະ​ເຈົ້າ, ແລະ ຕອນ​ຝົນ​ຕົກ​ຟ້າ​ລົມ​ສາ​ມາດ​ເປັນ​ໂອ​ກາດ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ. ຖ້າ​ຫາກ​ທ່ານ​ຕຽມ​ພ້ອມ​ທາງວິນ​ຍານ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະມອບ​ໃຫ້​ທ່ານ “ໃນ​ເວ​ລານັ້ນ​ເອງ, ສິ່ງ​ທີ່​ພວກ​ເຈົ້າ​ຈະ​ກ່າວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 100:6).

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ໂຕ​ແກະ

Gentle Shepherd [ພຣະ​ຜູ້​ລ້ຽງ​ທີ່​ອ່ອນ​ໂຍນ], ໂດຍ ຄິມ ຢອງຊຸງ

ພິມ