ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 17–23 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57: “ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ”


“ວັນທີ 17–23 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57: ‘ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 17–23 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຊາວ​ນາ​ກັບ​ງົວ​ເຖິກ

First Furrow [ຮ່ອງ​ທຳ​ອິດ], ໂດຍ ເຈມສ໌ ເທເລີ ຮາວູດ

ວັນທີ 17–23 ເດືອນ​ພຶດສະພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57

“ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ”

ການ​ສຶກ​ສາ​ພຣະ​ຄຳ​ພີ​ຊ່ວຍ​ທ່ານ​ຮັບ​ຮູ້​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ວ່າ​ພຣະ​ຄຳ​ພີ​ໄດ້​ຖືກມອບ​ໃຫ້​ໂດຍ​ພຣະ​ອົງ ຜ່ານ​ທາງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:34–36).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຕໍ່​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ລະ​ຫວ່າງ​ປີ 1830, ການ​ເຕົ້າ​ໂຮມ​ໄພ່​ພົນ ແລະ ການ​ສ້າງ​ເມືອງ​ຊີ​ໂອນ ໄດ້​ເປັນ​ວຽກ​ງານ​ທາງວິນ​ຍານ ແລະ ທາງ​ໂລກ, ພ້ອມ​ດ້ວຍ​ຫລາຍ​ຢ່າງ​ທີ່​ຕ້ອງ​ຈັດ​ການ​ໃຫ້​ຮຽບ​ຮ້ອຍ: ບາງ​ຄົນ​ຕ້ອງ​ໄດ້​ຊື້ ແລະ ແບ່ງ​ປັນ​ທີ່​ດິນ​ໃນ​ບ່ອນ​ທີ່​ໄພ່​ພົນ​ສາ​ມາດ​ຕັ້ງ​ຖິ່ນ​ຖານ. ບາງ​ຄົນ​ຕ້ອງ​ໄດ້​ພິມ​ໜັງ​ສື ແລະ ຈັດ​ພິມ​ຢ່າງ​ອື່ນໆ. ແລະ ບາງ​ຄົນ​ຕ້ອງ​ດູ​ແລ​ຮ້ານ​ຄ້າ ເພື່ອ​ຈັດ​ຫາ​ສິ່ງ​ຂອງ​ໃຫ້​ຜູ້​ທີ່​ຢູ່​ໃນຊີ​ໂອນ. ໃນ​ການ​ເປີດ​ເຜີຍ ທີ່​ມີ​ບັນ​ທຶກ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຳ​ນົດ ແລະ ແນະ​ນຳ​ຜູ້​ຄົນ​ໃຫ້​ຈັດ​ການ​ກັບ​ໜ້າ​ທີ່​ເຫລົ່າ​ນີ້, ແລະ ພຣະ​ອົງ​ໄດ້​ລະ​ບຸ ເມືອງ​ອິນ​ດີ​ເພັນ​ເດັນສ໌, ລັດ​ມີ​ເຊີ​ຣີ, ໃຫ້ເປັນ “ສະ​ຖານ​ທີ່​ສູນ​ກາງ” ຂອງ​ຊີ​ໂອນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 57:3).

ແຕ່​ຂະ​ນະ​ທີ່​ຄວາມ​ຊຳ​ນານໃນ​ດ້ານ​ເຊັ່ນ​ການ​ຊື້​ທີ່​ດິນ, ການ​ພິມ, ແລະ ການ​ດູ​ແລ​ຮ້ານ​ຄ້າ ເປັນ​ສິ່ງ​ສຳ​ຄັນ​ຕໍ່​ວຽກ​ງານ​ທາງ​ໂລກ ຂອງ​ການ​ສ້າງ​ສາ​ຊີ​ໂອນ, ການ​ເປີດ​ເຜີຍ​ເຫລົ່າ​ນີ້ ກໍ​ຍັງ​ສິດ​ສອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ ກາຍ​ເປັນ​ຜູ້​ທີ່ມີ​ຄ່າ​ຄວນ​ພໍ​ທາງວິນ​ຍານ ເພື່ອ​ຈະ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ຊີ​ໂອນ. ພຣະ​ອົງ​ຮຽກ​ຮ້ອງ​ເຮົາ​ແຕ່​ລະ​ຄົນ​ໃຫ້ “ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ,” ໂດຍ​ການ​ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ, “ຍຶດ​ໝັ້ນ” ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເຮົາ​ໄດ້​ຖືກ​ກຳ​ນົດ​ໃຫ້​ເຮັດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:19; 52:15; 54:2). ຖ້າ​ຫາກ​ເຮົາ​ສາ​ມາດ​ເຮັດ​ສິ່ງນັ້ນ​ໄດ້—ບໍ່​ວ່າ​ຄວາມ​ຊຳ​ນານ​ທາງ​ໂລກ​ຂອງ​ເຮົາ​ຈະ​ເປັນ​ຈັ່ງ​ໃດ—ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ໃຊ້​ເຮົາ​ໃຫ້​ສ້າງ​ສາ​ຊີ​ໂອນ, ແລະ ພຣະ​ອົງ “ຈະ​ເລັ່ງ​ສ້າງ​ເມືອງ​ໃນ​ເວ​ລາ​ອັນ​ເໝາະ​ສົມ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:43).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 51

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເປັນ​ຄົນ​ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ.

ຖ້າ​ຫາກ​ທ່ານ​ໄດ້​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປີ 1831, ທ່ານ​ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ ໂດຍ​ການ​ເຊັນ​ມອບ​ຊັບ​ສິນ​ຂອງ​ທ່ານ ໃຫ້​ສາດ​ສະ​ໜາ​ຈັກ ຜ່ານ​ທາງ​ອະ​ທິ​ການ. ແລ້ວໃນ​ກໍ​ລະ​ນີ​ສ່ວນ​ຫລາຍ, ເພິ່ນ​ຈະ​ມອບ​ສິ່ງ​ທີ່ທ່ານ​ບໍ​ລິ​ຈາກ​ຄືນ​ໃຫ້​ທ່ານ, ບາງ​ເທື່ອຄືນ​ໃຫ້​ຫລາຍກວ່າ​ເກົ່າ. ແຕ່​ມັນ​ຈະ​ບໍ່​ເປັນ​ພຽງ​ແຕ່​ຊັບ​ສິນ​ຂອງທ່ານ​ອີກ​ຕໍ່​ໄປ—ມັນ​ເປັນ​ສິ່ງ​ທີ່​ທ່ານ​ພິທັກ​ຮັກ​ສາ.

ທຸກວັນ​ນີ້ ວິ​ທີ​ການ​ແມ່ນ​ແຕກ​ຕ່າງ, ແຕ່​ຫລັກ​ທຳ​ຂອງ​ການ​ອຸ​ທິດ​ຖວາຍ ແລະ ການ​ພິ​ທັກ​ຮັກ​ສາ ຍັງ​ສຳ​ຄັນ​ຢູ່​ຄື​ເກົ່າ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ໃຫ້​ພິ​ຈາ​ລະ​ນາ​ຂໍ້​ຄວາມ​ເຫລົ່າ​ນີ້ ຈາກ​ແອວເດີ ຄວິນຕິນ ແອວ ຄຸກ ທີ່​ວ່າ: “ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ອັນ​ຕະ​ລາຍ ຕອນ​ທີ່​ຫລາຍ​ຄົນ​ເຊື່ອ​ວ່າ​ເຮົາ​ບໍ່​ຕ້ອງ​ຮັບ​ຜິດ​ຊອບ​ຕໍ່​ພຣະ​ເຈົ້າ ແລະ ວ່າ​ເຮົາ​ບໍ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ ຫລື ພິທັກ​ຮັກ​ສາ​ຕົວ​ເອງ ຫລື ຄົນ​ອື່ນ. ຫລາຍ​ຄົນ​ໃນ​ໂລກ​ມັກ​ໃຫ້​ຕົວ​ເອງ​ໄດ້​ຮັບ​ຄວາມ​ພໍ​ໃຈ​ກ່ອນ … [ແລະ] ບໍ່​ເຊື່ອ​ວ່າ​ເຂົາ​ເປັນ​ຜູ້​ດູ​ແລ​ພີ່​ນ້ອງ​ຂອງ​ເຂົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ສາດ​ສະ​ໜາ​ຈັກ, ເຮົາ​ເຊື່ອ​ວ່າ ການ​ພິ​ທັກ​ຮັກ​ສາ​ເຫລົ່າ​ນີ້ ເປັນ​ການ​ໄວ້​ວາງ​ໃຈ​ທີ່​ສັກ​ສິດ” (“Stewardship—a Sacred Trust,” Ensign ຫລື Liahona, Nov. 2009, 91).

ຂະ​ນະ​ທີ່​ທ່ານ​ອ່ານ ພາກທີ 51, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຝາກ​ຝັງ​ໄວ້​ກັບ​ທ່ານ. ຄຳ​ວ່າ “ພິ​ທັກ​ຮັກ​ສາ” (ຂໍ້​ທີ 19) ແລະ “ອຸທິດ​ຖວາຍ” (ຂໍ້​ທີ 5) ໝາຍ​ຄວາມ​ວ່າ​ແນວ​ໃດ, ແລະ ສອງ​ຄຳ​ເຫລົ່າ​ນັ້ນ​ໝາຍ​ເຖິງ​ສິ່ງ​ໃດ ກ່ຽວ​ກັບ​ຄວາມ​ຄາດ​ໝາຍ​ຂອງ​ພຣະ​ເຈົ້າ​ໃນ​ຕົວທ່ານ? ຫລັກ​ທຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ ພາກທີ 51 ແລະ ຖ້ອຍ​ຄຳ​ຂອງ​ແອວເດີ ຄຸກ ທີ່​ສິດ​ສອນ​ທ່ານ​ເຖິງ​ຄວາມ​ໝາຍ​ຂອງ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ? (ເບິ່ງ ໂດຍ​ສະ​ເພາະ ຂໍ້​ທີ 9, 15–20).

ເບິ່ງ ມັດ​ທາຍ 25:14–30 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19

ພຣະເຈົ້າ​ໄດ້​ມອບ​ແບບ​ແຜນ​ໃຫ້ ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ຫລອກ​ລວງ.

ໂດຍ​ທີ່​ຫລາຍ​ຄົນ​ໄດ້​ບອກ​ເຖິງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງວິນ​ຍານ, ຈຶ່ງ​ເຮັດ​ໃຫ້​ໄພ່​ພົນ​ລຸ້ນ​ທຳ​ອິດ​ເປັນ​ຫ່ວງ​ກັບ​ການ​ຖືກ​ຫລອກ. ເຂົາ​ເຈົ້າ​ຈະ​ຮູ້​ໄດ້​ແນວໃດ​ວ່າ ແມ່ນ​ໃຜ​ທີ່ “ຖືກ​ຮັບ​ຮູ້​ໂດຍ [ພຣະ​ເຈົ້າ]”? (ຂໍ້​ທີ 15). ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ແບບແຜນ​ທີ່​ມີ​ປະ​ໂຫຍດ​ໃຫ້. ທ່ານ​ຈະ​ນຳ​ໃຊ້ແບບ​ແຜນນີ້ ເພື່ອ​ຄົ້ນ​ພົບຂ່າວ​ສານ​ເທັດ​ຢູ່​ໃນ​ໂລກ​ແນວ​ໃດ? ທ່ານ​ກໍ​ສາ​ມາດ​ໃຊ້​ແບບ​ແຜນນີ້​ຄື​ກັນ ໃນ​ການ​ປະ​ເມີນ​ຕົວ​ເອງ: ໃຫ້​ຄິດ​ໃຊ້​ສຳ​ນວນ​ຕ່າງໆ​ຈາກ​ຂໍ້​ເຫລົ່າ​ນີ້ ເພື່ອ​ຂຽນ​ຄຳ​ຖາມ ດັ່ງ​ເຊັ່ນ “ເມື່ອ​ເຮົາ​ກ່າວ, ວິນ​ຍານ​ຂອງ​ເຮົາ​ສຳ​ນຶກ​ຜິດ​ຫລືບໍ່?”

ຄຳ​ສອນ ແລະ ພັນທະ​ສັນ​ຍາ 54

ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ເຈັບ​ປວດ​ໂດຍ​ການ​ເລືອກ​ຂອງ​ຄົນ​ອື່ນ.

ພາກ​ສ່ວນ​ໜຶ່ງ​ຂອງ​ການ​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ລັດ​ໂອ​ໄຮ​ໂອ, ໄພ່​ພົນ​ກຸ່ມ​ໜຶ່ງທີ່​ນຳ​ພາ​ໂດຍ ນິວເອັນ ໄນ້ ໄດ້​ໄປ​ເຖິງ​ທີ່ນັ້ນ ຈາກ​ເມືອງ​ໂຄນສະວຽວ, ລັດ​ນິວຢອກ, ແລະ ຕ້ອງ​ການ​ທີ່​ພັກ​ອາ​ໄສ. ລີມັນ ຄອບລີ ມີໄຮ່​ນາ​ຕອນ​ໃຫຍ່​ຢູ່​ໃກ້​ເມືອງ​ເຄີດແລນ, ແລະ ລາວ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະປ່ອຍ​ໃຫ້​ໄພ່​ພົນມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ທີ່ດິນ​ຂອງ​ລາວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບໍ່​ດົນ​ຫລັງ​ຈາກ​ທີ່​ເຂົາ​ເຈົ້າ​ໄດ້​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ທີ່​ນັ້ນ, ນາຍ​ຄອບລີ​ໄດ້​ຫວັ່ນ​ໄຫວ​ເລື່ອງ​ສັດ​ທາ, ໄດ້​ເຮັດ​ຜິດ​ພັນ​ທະ​ສັນ​ຍາ​ຂອງ​ລາວ, ແລະ ໄດ້​ຂັບ​ໄລ່​ໄພ່​ພົນ​ອອກ​ຈາກ​ທີ່​ດິນ​ຂອງ​ລາວ.

ດັ່ງ​ທີ່​ມີ​ບັນ​ທຶກ​ຢູ່​ໃນ ພາກທີ 54, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນິວເອັນ ໄນ້ ໃຫ້​ຮູ້​ກ່ຽວ​ກັບ​ສິ່ງ​ທີ່​ໄພ່​ພົນ​ຄວນ​ເຮັດ ໃນ​ສະ​ຖາ​ນະ​ການ​ຂອງ​ເຂົາ​ເຈົ້າ. ທ່ານ​ພົບ​ເຫັນສິ່ງ​ໃດ​ຢູ່​ໃນ​ການ​ເປີດ​ເຜີຍນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ຄຳ​ໝັ້ນ​ສັນ​ຍາ ຫລື ການ​ເລືອກ​ອື່ນໆ​ທີ່ບໍ່​ສະ​ຫລາດ ມີ​ຜົນ​ກະ​ທົບ​ຕໍ່​ທ່ານ​ແນວ​ໃດ?

ຮູບ​ພາບ
ທົ່ງຂຽວ​ງາມ

ສະ​ຖານ​ທີ່​ຂອງ​ໄຮ່​ນາ​ຢູ່​ໃນ​ລັດ​ໂອໄຮໂອ ບ່ອນ​ທີ່​ລີມັນ ຄອບລີ ໄດ້​ສັນ​ຍາ​ທີ່​ຈະ​ມອບ​ໃຫ້​ສາດ​ສະ​ໜາ​ຈັກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 56:14–20

ຄົນ​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຍ່ອມ​ເປັນ​ສຸກ.

ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ທັງ​ຄົນ​ຮັ່ງ​ມີ ແລະ ຄົນ​ຍາກ​ຈົນ; ມັນ​ອາດ​ເປັນ​ສິ່ງ​ໜ້າ​ສົນ​ໃຈ​ທີ່​ຈະ​ປຽບ​ທຽບ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ​ສອງ​ກຸ່ມ​ເຫລົ່າ​ນີ້. ສິ່ງ​ໃດ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ​ເປັນ​ສ່ວນ​ຕົວ? ການ​ເອົາ​ໃຈ​ໃສ່​ຕໍ່​ຄວາມ​ຮັ່ງ​ມີ ເຮັດ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ “ເປື່ອຍ​ເນົ່າ” ແນວ​ໃດ? (ຂໍ້​ທີ 16). ການ​ມີ “ໃຈ​ບໍ​ລິ​ສຸດ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ (ຂໍ້​ທີ 18) ກ່ຽວ​ກັບ​ສິ່ງ​ຂອງ​ທາງ​ໂລກ?

ເບິ່ງ ຢາໂຄບ 2:17–21 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:9.ທ່ານ​ສາ​ມາດ​ຫລິ້ນ​ເກມ​ທີ່​ຄອບ​ຄົວ​ມັກ​ຫລິ້ນ ແລະ ແລ້ວ​ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່ຜົນ​ຂອງ​ເກມ​ຈະ​ເປັນ​ແນວ​ໃດ ຖ້າ​ຫາກ​ມີ​ຄົນຂີ້​ຫລັກ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ປະ​ຕິ​ບັດ​ຢ່າງ​ຊື່​ສັດ” ຕໍ່​ກັນ​ແລະ​ກັນ? ຄວາມ​ຊື່​ສັດ​ຊ່ວຍ​ເຮົາ​ໃຫ້​ເປັນ “ອັນ​ໜຶ່ງ​ດຽວ​ກັນ” ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19.ຂະ​ນະ​ທີ່​ພວກທ່ານ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ແບບ​ແຜນ​ທີ່​ບັນ​ຍາຍ​ຢູ່​ໃນ​ຂໍ້​ເຫລົ່ານີ້, ຄອບ​ຄົວ​ຂອງ​ພວກທ່ານ​ອາດ​ມັກ​ເບິ່ງ​ແບບ​ແຜນ​ຢ່າງ​ອື່ນ ທີ່​ພວກ​ທ່ານ​ໃຊ້—ດັ່ງ​ເຊັ່ນ ແບບ​ແຜນ​ການ​ຫຍິບ​ເສື້ອ​ຜ້າ ຫລື ແບບ​ແຜນ​ການ​ຫັດ​ຖະ​ກຳ. ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ເຮັດ​ບາງ​ສິ່ງ​ຈາກ​ແບບ​ແຜນ ຂະ​ນະ​ທີ່​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ແບບ​ແຜນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ຫລອກ​ລວງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 53:1.ໃຫ້​ຄິດ​ທີ່​ຈະ​ແບ່ງ​ປັນ​ປະ​ສົບ​ການ​ໃດ​ໜຶ່ງ​ກັບ​ຄອບ​ຄົວ​ຂອງ​ທ່ານ ເມື່ອ​ທ່ານ, ຄື​ກັນ​ກັບ​ຊິດນີ ກຽວເບີດ, ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ “ກ່ຽວ​ກັບ​ການ​ເອີ້ນ​ຂອງ​ເຈົ້າ.”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54:2; 57:6–7.ຄຳ​ວ່າ “ຍຶດ​ໝັ້ນ” ໝາຍ​ຄວາມ​ວ່າ​ແນວ​ໃດ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54:2) ໃນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ? ທ່ານ​ສາ​ມາດ​ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ຢືນ​ຂຶ້ນ ແລະ ບອກ​ເຖິງ​ບາງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ​ເຮັດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 55.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້ຄວາມ​ສາ​ມາດ​ຂອງ​ວິວລຽມ ແຟ້ວສ໌ ໃຫ້​ເປັນ​ນັກຂຽນ ແລະ ນັກພິມ​ແນວ​ໃດ? ຢູ່​ໃນ​ປຶ້ມ​ເພງ​ສວດ ມີ​ຫລາຍ​ເພງ​ທີ່ວິວລຽມ ແຟ້ວສ໌ ເປັນ​ຜູ້​ແຕ່ງ ດັ່ງ​ເຊັ່ນ “ພຣະ​ຜູ້ໄຖ່​ແຫ່ງອິດ​ສະ​ຣາ​ເອນ,” “ໂອ້​ພຣະ​ບິ​ດາ​ຜູ້ນິ​ລັນ,” ແລະ “ພຣະ​ວິນ​ຍານ​ພຣະ​ເຈົ້າ.” ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ທີ່​ເຂົາ​ເຈົ້າ​ເຫັນ​ໃນ​ກັນ​ແລະ​ກັນ. ພອນ​ສະ​ຫວັນ​ຂອງ​ເຮົາຊ່ວຍ​ໃນ​ວຽກງານ​ຂອງ​ພຣະ​ເຈົ້າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ມີ​ບັນ​ທຶກ​ສ່ວນ​ຕົວ​ກ່ຽວ​ກັບ​ການ​ສຶກ​ສາ. ທ່ານ​ອາດ​ພົບ​ເຫັນ​ວ່າ​ມັນ​ເປັນ​ປະ​ໂຫຍດ​ທີ່​ຈະ​ໃຊ້​ປຶ້ມ​ບັນ​ທຶກ​ສ່ວນ​ຕົວ ຫລື ປຶ້ມນ້ອຍ​ເພື່ອ​ຂຽນ​ຄວາມ​ຄິດ, ແນວ​ຄິດ, ຄຳ​ຖາມ, ຫລື ຄວາມ​ປະ​ທັບ​ໃຈ ທີ່​ມາ​ສູ່​ທ່ານ​ໄວ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ.

ຮູບ​ພາບ
ສະ​ມາ​ຊິກມອບ​ສິ່ງ​ຂອງ​ໃຫ້​ແກ່ເອດເວີດ ພາດທຣິດ

ອະ​ທິ​ການ ພາດທຣິດ ໄດ້​ຮັບ​ສິ່ງ​ອຸ​ທິດ​ຖວາຍ, ໂດຍ ອາບິນ ເວແຊວກາ

ພິມ