ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 24–30 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58–59: “ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ”


“ວັນທີ 24–30 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58–59: ‘ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 24–30 ເດືອນ​ພຶດສະພາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58–59,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຖະ​ໜົນ​ເມືອງ​ອິນດີ​ເພັນເດັນສ໌ ລັດ​ມີເຊີຣີ

Independence, Missouri [ເມືອງ​ອິນດີ​ເພັນເດັນສ໌ ລັດ​ມີເຊີຣີ], ໂດຍ ອາລ໌ ຣາວສ໌

ວັນທີ 24–30 ເດືອນ​ພຶດສະພາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58–59

“ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ”

ປະທານ​ດາລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ, “​ພຣະ​ຄຳ​ພີ​ເຫລົ່າ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ແກ້​ບັນ​ຫາ​ກ່ຽວ​ກັບ​ຄຳ​ຖາມ​ສ່ວນ​ຕົວ​ຂອງ​ເຮົາ​ທັງ​ໝົດ ເພາະ​ວ່າ​ໂດຍ​ການ​ອ່ານ​ມັນ ເຮົາ​ເຊື້ອ​ເຊີນ ແລະ ເຮັດ​ໃຫ້​ຕົວ​ເອງ​ເໝາະ​ສົມ​ສຳ​ລັບ​ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະ​ນຳ​ພາ​ເຮົາ​ໄປ​ຫາ​ຄວາມ​ຈິງ​ທັງ​ໝົດ” (ໃນ David A. Edwards, “Are My Answers in There?New Era, May 2016, 42).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ພວກ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຫັນ​ສະ​ຖານ​ທີ່​ຂອງ​ເມືອງ​ຊີ​ໂອນ​ເປັນ​ເທື່ອ​ທຳ​ອິດ—ເມືອງ​ອິນ​ດີ​ເພັນ​ເດັນສ໌, ລັດ​ມີ​ເຊີຣີ—ມັນ​ບໍ່ເປັນ​ຄື​ສິ່ງ​ທີ່​ເຂົາ​ເຈົ້າ​ຄາດ​ຄິດ. ບາງ​ຄົນ​ຄິດ​ວ່າ ເຂົາ​ເຈົ້າ​ຈະ​ພົບ​ເຫັນ​ຊຸມ​ຊົນ​ທີ່​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ຂະ​ຫຍັນ​ໝັ່ນ​ພຽນ ພ້ອມ​ດ້ວຍ​ກຸ່ມ​ໄພ່​ພົນ​ທີ່​ເຂັ້ມ​ແຂງ. ກົງ​ກັນ​ຂ້າມ ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ປະ​ຊາ​ກອນ​ກະ​ແຈກ​ກະ​ຈາຍ​ກັນ​ຢູ່, ຂາດ​ຄວາມ​ສີ​ວິ​ໄລ​ທີ່​ເຂົາ​ເຈົ້າ​ຄຸ້ນ​ເຄີຍ ແລະ ຜູ້ຄົນ​ຢູ່​ທີ່ນັ້ນ​ເປັນ​ຄົນຫຍາບ​ຄາຍ ຊຶ່ງ​ຕັ້ງ​ຖິ່ນ​ຖານ​ຢູ່​ຊາຍ​ແດນ ແທນ​ທີ່​ຈະ​ເປັນ​ໄພ່​ພົນ. ມັນ​ກັບເປັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ​ພຽງ​ແຕ່ ມາ​ຫາ ຊີ​ໂອນ—ພຣະ​ອົງ​ປະ​ສົງ​ໃຫ້​ເຂົາ​ເຈົ້າ ສ້າງ ຊີ​ໂອນ.

ເມື່ອ​ຄວາມ​ຄາດ​ຫວັງ​ຂອງ​ເຮົາ​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິງ, ເຮົາ​ສາ​ມາດ​ຈື່​ຈຳ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໄພ່​ພົນ​ໃນ​ປີ 1831 ວ່າ: “ພວກ​ເຈົ້າ​ບໍ່​ສາ​ມາດ​ຫລຽວ​ເຫັນ​ແຜນ​ການ​ຂອງ​ພຣະ​ເຈົ້າ​ຂອງ​ພວກ​ເຈົ້າ​ດ້ວຍ​ຕາ​ທຳ​ມະ​ຊາດ​ຂອງ​ພວກ​ເຈົ້າ​ໃນ​ເວ​ລານີ້ … ແລະ ລັດ​ສະ​ໝີ​ພາບ​ທີ່​ຈະ​ຕາມ​ມາ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ​ຢ່າງ​ຫລວງ​ຫລາຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:3). ແມ່ນ​ແລ້ວ, ຊີ​ວິດ​ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ຍາກ​ລຳ​ບາກ, ແມ່ນ​ແຕ່​ຄວາມ​ຊົ່ວ​ຮ້າຍ, ແຕ່​ເຮົາ​ສາ​ມາດ “ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ​ໄດ້; ເພາະ ພະ​ລັງ​ຢູ່​ໃນ​ຕົວ [ເຮົາ]” (ຂໍ້ທີ 27–28).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:1–5, 26–33, 44; 59:23

ພອນ​ມີ​ມາ​ອີງ​ຕາມ​ເວ​ລາ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ພາກ​ພຽນ​ຂອງ​ເຮົາ.

ໄພ່​ພົນ​ໄດ້​ວາງ​ຮາກ​ຖານ​ຂອງ​ຊີ​ໂອນ​ຢູ່​ໃນ​ເຂດ​ແຈ໊ກສັນ, ລັດ​ມີເຊີຣີ, ບ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ອົດ​ທົນ​ກັບ​ການ​ທົດ​ລອງ​ຫລາຍ​ຢ່າງ. ເຂົາ​ເຈົ້າ​ຫວັງ​ແທ້ໆວ່າ ໃນ​ຊ່ວງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ເຂດນີ້​ຈະ ຈະ​ເລີນ​ຮຸ່ງ​ເຮືອງ​ເປັນ​ສະ​ຖານ​ທີ່ ບ່ອນ​ທີ່​ໄພ່​ພົນ​ທຸກ​ຄົນ​ສາ​ມາດ​ມາ​ເຕົ້າ​ໂຮມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄພ່​ພົນ​ໄດ້​ຖືກຂັບ​ໄລ່​ອອກ​ຈາກ​ເຂດ​ແຈ໊ກ​ສັນ ພາຍ​ໃນ​ສອງ​ສາມ​ປີ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ວ່າ ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ຕ້ອງ “ລໍ​ຖ້າ​ຊົ່ວ​ໄລ​ຍະ​ໜຶ່ງ​ສຳ​ລັບ​ການ​ໄຖ່​ຊີ​ໂອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 105:9).

ຂະ​ນະ​ທີ່ທ່ານ​ສຶກ​ສາ​ຂ່າວ​ສານ​ດັ່ງ​ຕໍ່​ໄປ​ນີ້, ໃຫ້​ຊອກ​ຫາ​ເຫດ​ຜົນ​ທີ່​ພອນ​ຖືກ​ກັກ​ໄວ້​ສຳ​ລັບ​ເວ​ລານັ້ນ. ຄຳ​ຖາມ​ຢູ່​ຂ້າງ​ລຸ່ມ​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ໄຕ່​ຕອງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:1–5; 59:23. ຂ່າວ​ສານ​ໃດ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ທ່ານ ເພື່ອສູ້​ກັບ​ຄວາມ​ທຸກ​ຍາກ​ລຳ​ບາກ ດ້ວຍ​ຄວາມ​ອົດ​ທົນ​ຫລາຍກວ່າ​ເກົ່າ? ພອນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ? ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພອນ​ບາງ​ຢ່າງ​ມີ​ມາ​ພຽງ​ແຕ່​ຫລັງ​ຈາກ​ຄວາມ​ທຸກ​ຍາກ​ລຳ​ບາກ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:26–33. ການ “ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ” ມີ​ບົດ​ບາດ​ແນວ​ໃດ​ຢູ່​ໃນ​ການເຮັດ​ໃຫ້​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ບັນ​ລຸ​ຄວາມ​ສຳ​ເລັດ? ຄວາມ​ເຊື່ອ​ຟັງ​ຂອງ​ທ່ານ​ມີ​ບົດ​ບາດ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:44. ແມ່ນ​ຫຍັງ​ຄື​ຄວາມ​ສຳ​ພັນ​ລະ​ຫວ່າງ “ການ​ອະ​ທິ​ຖານ​ດ້ວຍ​ສັດ​ທາ” ແລະ ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ເຮົາ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59, ຫົວ​ຂໍ້​ພາກ

ພໍລີ ໄນ້ ແມ່ນ​ໃຜ?

ພໍລີ ໄນ້ ແລະ ສາ​ມີ​ຂອງ​ນາງ, ໂຈເຊັບ ໄນ້ ຜູ້​ພໍ່, ເປັນ​ໜຶ່ງ​ໃນ​ຜູ້​ທີ່​ເຊື່ອ ເລື່ອງການ​ເອີ້ນ​ຂອງ​ໂຈເຊັບ ສະມິດ ໃຫ້​ເປັນ​ສາດ​ສະ​ດາ. ພໍລີ ແລະ ໂຈເຊັບ ໄດ້​ໃຫ້​ຄວາມ​ຊ່ວຍ​ເຫລືອ​ທີ່​ສຳ​ຄັນ​ຕໍ່ສາດ​ສະ​ດາ ໃນ​ວຽກ​ງານ​ການ​ແປ​ພຣະ​ຄຳ​ພີ​ມໍ​ມອນ. ຄອບ​ຄົວ​ໄນ້​ໄດ້​ໜີ​ຈາກ​ເມືອງ​ໂຄນສະວຽວ, ລັດ​ນິວຢອກ, ໄປ​ເຕົ້າ​ໂຮມ​ກັບ​ໄພ່​ພົນ​ຢູ່​ລັດ​ໂອໄຮໂອ ແລະ ຕໍ່​ມາ​ໄດ້​ຖືກ​ບັນ​ຊາ​ໃຫ້​ຍ້າຍ​ໄປ​ເຂດແຈ໊ກສັນ, ລັດ​ມີເຊີຣີ. ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ, ສຸ​ຂະ​ພາບ​ຂອງ​ພໍລີ ໄດ້​ຊຸດ​ໂຊມ​ລົງ, ແຕ່​ນາງ​ໄດ້ຕັ້ງ​ໃຈ​ວ່າ ຈະ​ຕ້ອງ​ເຫັນ​ຊີ​ໂອນ ກ່ອນ​ນາງ​ຕາຍ. ນາງ​ໄດ້​ຢູ່ລັດ​ມີເຊີຣີ ພຽງ​ສອງ​ສາມ​ວັນ ກ່ອນນາງ​ໄດ້​ເສຍ​ຊີ​ວິດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59 ໄດ້​ຮັບ​ໃນ​ມື້​ທີ່​ນາງ​ໄດ້​ເສຍ​ຊີ​ວິດ, ແລະ ຂໍ້ທີ 1 ແລະ 2 ເບິ່ງ​ຄື​ວ່າ ກ່ຽວ​ກັບ​ນາງ​ໂດຍ​ສະ​ເພາະ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9–19

ການ​ຮັກ​ສາ​ວັນ​ຊະບາ​ໂຕ​ໃຫ້​ສັກ​ສິດ ຈະ​ນຳ​ພອນ​ທາງ​ໂລກ ແລະ ທາງວິນ​ຍານ​ມາ​ໃຫ້.

ຫລັງ​ຈາກ​ໄດ້​ສັນ​ຍາ​ທີ່​ຈະ​ໃຫ້​ພອນ​ແກ່​ໄພ່ພົນ​ໃນ​ຊີ​ໂອນ “ດ້ວຍ​ບັນ​ຍັດ​ທີ່ບໍ່​ແມ່ນ​ໜ້ອຍ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ພຣະ​ບັນ​ຍັດຂໍ້​ໜຶ່ງ​ໂດຍ​ສະ​ເພາະ: ການບັນ​ຊາ​ເພື່ອໃຫ້​ກຽດ​​ແກ່ “ວັນ​ສັກ​ສິດ” ຂອງ​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:4, 9). ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:9–19, ໃຫ້​ໄຕ່​ຕອງ​ເຫດ​ຜົນ​ຂອງ​ການ​ໃຫ້​ກຽດ​ວັນ​ຊະບາ​ໂຕ ເປັນ​ສິ່ງ​ສຳ​ຄັນ​ຫລາຍ​ຕໍ່​ໄພ່​ພົນ​ເຫລົ່າ​ນັ້ນ ຂະ​ນະ​ທີ່​ເຂົາ​ເຈົ້າ​ສະ​ແຫວງ​ຫາ​ທີ່​ຈະ​ສ້າງ​ຊີ​ໂອນ​ແນວ​ໃດ.

ທ່ານ​ກໍ​ສາ​ມາດ​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ເຊັ່ນ: ເຮົາ​ໄດ້​ໃຊ້​ວັນ​ຊະບາ​ໂຕ ໃນ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຈດ​ຕະ​ນາ​ບໍ? ການ​ຮັກ​ສາ​ວັນ​ຊະບາ​ໂຕ​ໃຫ້​ສັກ​ສິດ ຊ່ວຍ​ເຮົາ “ປາດ​ສະ​ຈາກ​ມົນ​ທິນ​ຂອງ​ໂລກ” ຕໍ່​ໄປ ໄດ້​ແນວ​ໃດ? (ຂໍ້ທີ 9). ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະສາ​ມາດ​ມີ “ຄວາມ​ຈົງ​ຮັກ​ພັກ​ດີ​ແດ່​ພຣະ​ຜູ້​ສູງ​ສຸດ” ໄດ້? (ຂໍ້ທີ 10).

ຫລັງ​ຈາກ​ການ​ອ່ານ​ຂໍ້​ເຫລົ່າ​ນີ້, ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ແນວ​ໃດ​ແດ່ ເພື່ອ​ຈະ​ໄດ້​ຮັກ​ສາ​ວັນ​ຊະບາ​ໂຕ​ໃຫ້​ສັກ​ສິດ​ຢ່າງ​ສົມ​ບູນ? ປະຖົມ​ມະການ 2:2–3; ອົບພະຍົບ 20:8–11; 31:13, 16; ພຣະ​ບັນຍັດ​ສອງ 5:12–15; ເອຊາຢາ 58:13–14; ມາຣະໂກ 2:27; ໂຢຮັນ 20:1–19; ກິດຈະການ 20:7.

ທ່ານ​ອາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກວິ​ດີ​ໂອ​ໃດ​ໜຶ່ງຂອງ​ຈຳ​ນວນວິ​ດີ​ໂອ​ຢ່າງ​ຫລວງ​ຫລາຍ ຫລື ແຫລ່ງ​ຊ່ວຍ​ເຫລືອ​ອື່ນໆ ກ່ຽວ​ກັບ​ວັນ​ຊະບາ​ໂຕ ຢູ່​ທີ່ sabbath.ChurchofJesusChrist.org.

ເບິ່ງ Russell M. Nelson, “The Sabbath Is a Delight,” Ensign ຫລື Liahona, May 2015, 129–32; Bible Dictionary, “Sabbath ນຳ​ອີກ.”

ຮູບ​ພາບ
ເຂົ້າ​ຈີ່ ແລະ ຈອກ​ນ້ຳ​ສິນ​ລະ​ລຶກ

ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ຄື ພາກ​ສ່ວນ​ຂອງ​ການ​ຮັກ​ສາ​ວັນ​ຊະບາ​ໂຕ​ໃຫ້​ສັກ​ສິດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:26–29.ບາງ​ທີສະ​ມາ​ຊິກ​ໃນ​ຄອບ​ຄົວສາ​ມາດຂຽນ​ບາງ​ສິ່ງ​ທີ່​ເຂົາ​ເຈົ້າ “ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ”. ສິ່ງ​ທັງ​ໝົດ​ເຫລົ່າ​ນັ້ນ​ເປັນ “ອຸ​ດົມ​ການ​ດີ” ບໍ? ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ປະ​ສົງ​ໃຫ້​ເຮົາ “​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ [ຂອງ​ເຮົາ] ເອງ”? ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ຄິດ​ເຖິງ​ສິ່ງ​ທີ່​ເຂົາ​ເຈົ້າ​ສາ​ມາດ​ເຮັດ ໃນ​ອາ​ທິດນີ້ ເພື່ອ “ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ.” ຈາກນັ້ນ ເຂົາ​ເຈົ້າ​ສາ​ມາດ​ລາຍ​ງານ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຮູ້​ສຶກ​ແນວ​ໃດ ເມື່ອ​ເຂົາ​ເຈົ້າ​ອ່ານ​ຂໍ້​ເຫລົ່າ​ນີ້? ຂໍ້​ເຫລົ່າ​ນີ້​ຊ່ວຍ​ບາງ​ຄົນ​ທີ່​ຕ້ອງ​ການ ການ​ກັບ​ໃຈ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:3–19.ຄຳ​ວ່າ “ສວມ​ມົງ​ກຸດ … ດ້ວຍ​ບັນ​ຍັດ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້ທີ 4). ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ບັນ​ຍັດ ຢູ່​ໃນ ຂໍ້ທີ 5–19, ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ພອນ​ທີ່​ທ່ານ​ໄດ້​ຮັບ ໂດຍ​ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ແຕ່​ລະ​ຂໍ້​ເຫລົ່າ​ນີ້.

ທ່ານ​ກໍ​ສາ​ມາດ​ສັງ​ເກດ​ເບິ່ງ ຄຳ​ວ່າ “ຊື່ນ​ຊົມ,” “ປິ​ຕິ​ຍິນ​ດີ,” “ຊື່ນບານ,” ແລະ “ຍິນ​ດີ” ກໍ​ຖືກ​ໃຊ້​ເພື່ອ​ບັນ​ຍາຍ​ພຣະ​ບັນ​ຍັດ ເພື່ອ​ໃຫ້​ກຽດ​ວັນ​ຊະບາ​ໂຕ ນຳ​ອີກ. ທ່ານ​ຈະ​ເຮັດ​ໃຫ້​ວັນ​ຊະບາ​ໂຕຂອງ​ທ່ານ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມຫລາຍກວ່າ​ເກົ່າ​ໄດ້​ແນວ​ໃດ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຫລິ້ນ​ເກມ​ຈັບ​ຄູ່ ໂດຍ​ການຂຽນ​ຂໍ້​ຄວາມ​ໃສ່​ໃນ​ເຈ້ຍ​ນ້ອຍ ທີ່​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ພວກທ່ານ​ສາ​ມາດ​ເຮັດ ເພື່ອ​ຮັກ​ສາ​ວັນ​ຊະບາ​ໂຕ​ໃຫ້​ສັກ​ສິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:18–21.ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ “ສາ​ລະ​ພາບວ່າ … ພຣະ​ຫັດ [​ຂອງພຣະ​ເຈົ້າ] ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ”? (ຂໍ້ທີ 21). ໃຫ້​ຄິດ​ທີ່​ຈະ​ອອກ​ໄປ​ຍ່າງ​ຫລິ້ນ ຫລື ເບິ່ງ​ຮູບ​ພາບ, ສັງ​ເກດ​ເບິ່ງ “ສິ່ງ​ປະ​ທັບ​ຕາ ແລະ … ຍິນ​ດີ​ໃນ​ໃຈ” (ຂໍ້ທີ 18). ພວກ​ທ່ານ​ສາ​ມາດ​ຖ່າຍ​ຮູບ ຫລື ແຕ້ມ​ຮູບ ກ່ຽວ​ກັບ​ສິ່ງ​ທີ່​ພວກ​ທ່ານ​ພົບ​ເຫັນ ແລະ ແລ້ວ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ສິ່ງ​ເຫລົ່າ​ນີ້. ເຮົາ​ໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ຢູ່​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ແບ່ງ​ປັນຂໍ້​ພຣະ​ຄຳ​ພີ. ໃຫ້​ເວ​ລາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ເພື່ອ​ແບ່ງ​ປັນ​ຂ່າວ​ສານ​ຈາກ​ພຣະ​ຄຳ​ພີ ທີ່​ເຂົາ​ເຈົ້າ​ພົບ​ເຫັນ​ໃນ​ການ​ສຶກ​ສາ​ສ່ວນ​ຕົວ ແລະ ມີ​ຄວາມ​ໝາຍ​ຕໍ່​ເຂົາ​ເຈົ້າ.

ຮູບ​ພາບ
ເດັກ​ນ້ອຍ​ຜູ້​ຍິງ​ອະ​ທິ​ຖານ​ລະ​ຫວ່າງ​ສິນ​ລະ​ລຶກ

ຮູບ​ພາບ​ປະ​ກອບ ໂດຍ ມາດີ ເມເຈີ

ພິມ