ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນ​ທີ 31 ເດືອນ​ພຶດສະພາ–ວັນ​ທີ 6 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60–62: “ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ”


“ວັນ​ທີ 31 ເດືອນ​ພຶດສະພາ–ວັນ​ທີ 6 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60–62: ‘ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນ​ທີ 31 ເດືອນ​ພຶດສະພາ–ວັນ​ທີ 6 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60–62,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ແມ່​ນ້ຳ​ມີເຊີຣີ

Campfire on the Missouri [ກອງ​ໄຟ​ຢູ່​ຄ້າຍ​ລັດ​ມີເຊີຣີ], ໂດຍ ບຣາຍແອນ ມາກ ເທເລີ

ວັນ​ທີ 31 ເດືອນ​ພຶດສະພາ–ວັນ​ທີ 6 ເດືອນ​ມິຖຸນາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60–62

“ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ”

ປະທານ​ເອສະຣາ ແທັບ ເບັນສັນ ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ສຶກ​ສາ​ພຣະ​ຄຳ​ພີ, “ປະ​ຈັກ​ພະ​ຍານ​ຈະ​ເພີ່ມ​ທະ​ວີຂຶ້ນ. ຄຳ​ໝັ້ນ​ສັນ​ຍາ​ຈະ​ໝັ້ນ​ຄົງ. ຄອບ​ຄົວ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ. ການ​ເປີດ​ເຜີຍ​ສ່ວນ​ຕົວ​ຈະ​ຫລັ່ງ​ໄຫລ​ມາ” (“The Power of the Word,” Ensign, May 1986, 81).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ເດືອນ​ມິຖຸນາ ປີ 1831, ໂຈເຊັບ ສະມິດ ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່ຂຶ້ນ​ກັບ​ພວກ​ແອວເດີ​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ເມືອງ​ເຄີດແລນ. ຢູ່​ທີ່ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕັ້ງ​ພວກ​ແອວ​ເດີ​ບາງ​ຄົນ​ໃຫ້​ມີ​ຄູ່​ສອນ ແລະ ໄດ້​ສົ່ງ​ເຂົາ​ເຈົ້າ​ອອກ​ໄປ​ຫາ​ເຂດ​ແຈ໊ກສັນ, ລັດ​ມີເຊີຣີ, ດ້ວຍ​ຄຳສັ່ງໃຫ້: “ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:10). ພວກ​ແອວເດີ​ຫລາຍ​ຄົນ​ກໍ​ໄດ້​ເຮັດ​ຕາມນັ້ນ​ຢ່າງ​ພາກ​ພຽນ, ແຕ່​ບາງ​ຄົນກໍ​ບໍ່​ໄດ້​ເຮັດ. ສະ​ນັ້ນ ເມື່ອ​ເຖິງ​ເວ​ລາ​ເດີນ​ທາງ​ກັບ​ເມືອງ​ເຄີດແລນ, ພຣະ​ຜູ້​ເປັນ​ເຈົ້າໄດ້​ກ່າວວ່າ, “ກັບ [ພວກ​ແອວ​ເດີ] ບາງ​ຄົນ ເຮົາ​ບໍ່​ພໍ​ໃຈ​ນຳ​ຫລາຍ​ປານ​ໃດ, ເພາະ​ພວກ​ເຂົາ​ບໍ່​ເປີດປາກ, ແຕ່​ໄດ້ເຊື່ອງ​ຊ້ອນ​ພອນ​ສະຫວັນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກ​ເຂົາ, ເພາະຄວາມ​ຢ້ານ​ກົວ​ມະນຸດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:2). ເຮົາ​ຫລາຍ​ຄົນ​ສາ​ມາດ​ຮູ້​ສຶກ​ເສຍ​ໃຈ​ກັບ​ພວກ​ແອວ​ເດີ​ເຫລົ່າ​ນັ້ນ—ເຮົາ​ກໍ​ອາດ​ຮູ້​ສຶກ​ລັງ​ເລ​ໃຈ​ທີ່​ຈະ​ເປີດ​ປາກ​ຂອງ​ເຮົາ ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຄື​ກັນ. ບາງ​ທີ​ເຮົາ​ກໍ​ຄື​ກັນ ອາດ​ຖືກ​ຂັດ​ຂວາງ​ໂດຍ “ຄວາມ​ຢ້ານ​ກົວ​ມະນຸດ.” ບາງ​ທີ​ເຮົາ​ຄິດ​ສົງ​ໃສ​ຄວາມ​ມີ​ຄ່າ​ຄວນ ຫລື ຄວາມ​ສາ​ມາດ​ຂອງ​ຕົວ​ເອງ. ບໍ່​ວ່າ​ຈະ​ເປັນ​ດ້ວຍ​ເຫດ​ຜົນ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ “ຮູ້​ຈັກ​ຄວາມ​ອ່ອນ​ແອ​ຂອງ​ມະ​ນຸດ ແລະ ຮູ້​ຈັກ​ວິ​ທີຊ່ວຍ​ເຫລືອ [ເຮົາ]” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 62:1). ໃນ​ຫລາຍ​ບ່ອນ​ຕະ​ຫລອດ​ທົ່ວ​ການ​ເປີດ​ເຜີຍ​ເຫລົ່າ​ນີ້ ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ ໄດ້​ຮັບ​ຄວາມ​ໝັ້ນ​ໃຈ ອັນທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະ​ນະ​ຄວາມ​ຢ້ານ​ກົວ​ຂອງ​ເຮົາ ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ—​ຫລື ຄວາມ​ຢ້ານ​ກົວ​ອື່ນໆ ທີ່​ເຮົາ​ອາດ​ປະ​ເຊີນ ທີ່​ວ່າ: “ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ປົກ​ຄອງ​ຢູ່​ໃນ​ຟ້າ​ສະ​ຫວັນ​ເບື້ອງ​ເທິງ.” “ເຮົາ​ສາ​ມາດ​ເຮັດ​ໃຫ້​ພວກ​ເຈົ້າ​ບໍ​ລິ​ສຸດ.” “ເພາະ​ວ່າ​ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນມື​ຂອງ​ເຮົາ.” ແລະ “ຈົ່ງ​ເບີກ​ບານ​ເຖີດ, ເດັກ​ນ້ອຍໆ​ເອີຍ; ເພາະ​ເຮົາ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ.” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:4, 7; 61:6, 36.)

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6062

ພຣະ​ຜູ້​ເປັນ​ເຈົ້າພໍ​ພຣະ​ໄທ​ເມື່ອ​ເຮົາ​ເປີດ​ປາກ​ຂອງ​ເຮົາ​ເພື່ອ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ເຮົາ​ທຸກ​ຄົນ​ກໍ​ເຄີຍ​ມີ​ປະ​ສົບ​ການ ເມື່ອ​ເຮົາ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົນ​ອື່ນ, ແຕ່​ດ້ວຍ​ເຫດ​ຜົນ​ໃດ​ໜຶ່ງ, ເຮົາ​ບໍ່​ໄດ້​ເຮັດ. ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ ຜູ້ “ບໍ່​ເປີດປາກ,” ໃຫ້​ຄິດ​ກ່ຽວ​ກັບ​ໂອ​ກາດ​ຂອງ​ທ່ານ​ເອງ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ເປັນ​ເໝືອນ​ດັ່ງ “ພອນ​ສະ​ຫວັນ,” ຫລື ຊັບ​ສົມ​ບັດ​ຈາກ​ພຣະ​ເຈົ້າ​ແນວ​ໃດ? ບາງ​ເທື່ອ​ເຮົາ “ເຊື່ອງ​ຊ້ອນ​ພອນ​ສະ​ຫວັນ [ຂອງ​ເຮົາ] ແນວ​ໃດ”? (ຄຳສອນ ແລະ ພັນ​ທະ​ສັນ​ຍາ 60:2; ເບິ່ງ ມັດທາຍ 25:14–30 ນຳ​ອີກ).

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ, ແຕ່​ພຣະ​ອົງ​ກໍ​ຍັງ​ໄດ້​ພະ​ຍາ​ຍາມ​ດົນ​ໃຈ​ເຂົາ​ເຈົ້າ​ນຳ​ອີກ. ມີ​ຂ່າວ​ສານ​ທີ່​ໃຫ້​ກຳ​ລັງ​ໃຈ​ແນວ​ໃດ​ແດ່ຈາກ​ພຣະ​ອົງ ທີ່​ທ່ານ​ເຫັນ​ຢູ່​ໃນ ພາກທີ 60 ແລະ 62? ຂ່າວ​ສານ​ເຫລົ່າ​ນີ້​ສ້າງ​ຄວາມ​ໝັ້ນ​ໃຈຂ​ອງ​ທ່ານ​ແນວ​ໃດ​ແດ່ ໃນ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ? ໃນ​ວັນ​ຂ້າງ​ໜ້າ, ໃຫ້​ຊອກ​ຫາ​ໂອ​ກາດ​ທີ່​ຈະ​ເປີດ​ປາກ​ຂອງ​ທ່ານ ແລະ ແບ່ງ​ປັນ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້ຝາກ​ຝັງ​ໄວ້​ກັບ​ທ່ານ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:8–10; 103:9–10; Dieter F. Uchtdorf, “Missionary Work: Sharing What Is in Your Heart,” Ensign ຫລື Liahona, May 2019, 15–18 ນຳ​ອີກ.

ຮູບ​ພາບ
ຜູ້​ສອນ​ສາດ​ສະ​ໜາ​ຢູ່​ໃນ​ລົດ​ເມ

ພຣະ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ຄົນ​ອື່ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:5–6, 14–18

ນ້ຳ​ທັງ​ໝົດ​ຖືກ​ສາບ​ແຊ່ງ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ບໍ?

ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61 ພາກ​ສ່ວນ​ໜຶ່ງ ແມ່ນຄຳ​ເຕືອນ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ຜູ້​ຄົນ​ຂອງ​ພຣະ​ອົງ​ອາດ​ປະ​ເຊີນ ຂະ​ນະ​ທີ່​ເດີນ​ທາງ​ໄປ​ຊີໂອນ ທາງແມ່ນ້ຳ​ມີເຊີຣີ, ​ຊຶ່ງ​ຮູ້​ຈັກ​ກັນ​ດີ​ວ່າ​ເປັນ​ໄລ​ຍະ​ທີ່​ເປັນ​ອັນ​ຕະ​ລາຍ​ຫລາຍ. ຄຳ​ເຕືອນນີ້ບໍ່​ຄວນ​ຖືກ​ແປ​ຄວາມ​ໝາຍ​ວ່າ ເຮົາ​ຄວນ​ຫລີກ​ເວັ້ນ​ຈາກ​ການ​ເດີນ​​ທາງນ້ຳ. ພຣະ​ຜູ້​ເປັນ​ເຈົ້າ​ມີ “ອຳ​ນາດ​ທັງ​ປວງ,” ລວມ​ທັງ​ອຳ​ນາດ​ເໜືອ​ຜືນນ້ຳ (ຂໍ້ທີ 1).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61–62

ພຣະ​ຜູ້​ເປັນ​ເຈົ້າ​ມີລິດ​ເດດ​ທັງ​ປວງ ແລະ ສາ​ມາດ​ຄຸ້ມ​ຄອງ​ເຮົາ.

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ກັບ​ເມືອງ​ເຄີດແລນ, ໂຈເຊັບ ສະມິດ ແລະ ຜູ້ນຳ​ຄົນ​ອື່ນໆ ໄດ້​ປະ​ເຊີນກັບ​ບັນ​ຫາ​ທີ່​ເກືອບ​ເອົາ​ຊີ​ວິດບໍ່​ລອດ ໃນແມ່ນ້ຳ​ມີເຊີຣີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຊ້​ໂອ​ກາດນີ້​ເພື່ອ​ເຕືອນ ແລະ ໃຫ້​ຄຳ​ແນະ​ນຳ​ແກ່​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ທ່ານ​ພົບ​ເຫັນ​ຫຍັງ​ແດ່ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61 ທີ່​ຊຸກ​ຍູ້​ທ່ານ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ທ່ານ​ປະ​ເຊີນ​ກັບ​ການ​ທ້າ​ທາຍ​ຂອງ​ທ່ານ​ເອງ? ຍົກ​ຕົວ​ຢ່າງ, ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຮູ້​ວ່າ ພຣະ​ເຈົ້າແມ່ນ “ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ”? (ຂໍ້ທີ 1).

ມີ​ຄວາມ​ຮູ້​ທີ່​ຄ້າຍ​ຄື​ກັນ​ນີ້ ຢູ່​ໃນ ພາກທີ 62. ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ເອງ ແລະ ອຳ​ນາດ​ຂອງ​ພຣະ​ອົງ ຢູ່​ໃນ​ການ​ເປີດ​ເຜີຍນີ້?

ໃຫ້ໄຕ່​ຕອງ​ປະ​ສົບ​ການ​ທີ່​ເສີມ​ສ້າງ​ສັດ​ທາ ທີ່​ທ່ານ​ເຄີຍ​ມີ ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ເອົາ​ຊະ​ນະ​ຄວາມ​ຍາກ​ລຳ​ບາກ​ທາງວິນ​ຍານ ຫລື ທາງ​ຮ່າງ​ກາຍ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 62

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຕັດ​ສິນ​ໃຈ​ເຮັດ​ບາງສິ່ງ “ດັ່ງ​ທີ່ [ເຮົາ] ເຫັນ​ວ່າ​ດີ.”

ບາງ​ເທື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້ບອກ​ເຮົາໃນ​ບາງ​ຢ່າງ​ໂດຍ​ສະ​ເພາະ, ແລະ ໃນ​ບາງ​ເລື່ອງ​ພຣະ​ອົງ​ກໍ​ປ່ອຍ​ໃຫ້​ເຮົາ​ຕັດ​ສິນ​ໃຈ​ເອງ. ທ່ານ​ເຫັນ​ຫລັກ​ທຳຂໍ້​ນີ້​ສາ​ທິດ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 62 ແນວ​ໃດ? (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:5; 61:22 ນຳ​ອີກ). ທ່ານ​ເຫັນ​ຫລັກ​ທຳ​ຂໍ້​ນີ້​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ເປັນ​ຫຍັງ​ມັນ​ຈຶ່ງ​ເປັນ​ການ​ດີ​ສຳ​ລັບ​ເຮົາ ທີ່​ຈະ​ຕັດ​ສິນ​ໃຈ​ເຮັດ​ບາງ​ຢ່າງ ໂດຍ​ປາດ​ສະ​ຈາກ​ການ​ຊີ້​ນຳ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ຈາກ​ພຣະ​ເຈົ້າ?

ເບິ່ງ ອີເທີ 2:18–25; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:27–28 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:2–3.ເປັນ​ຫຍັງ​ຜູ້​ສອນ​ສາດ​ສະ​ໜາ​ລຸ້ນ​ທຳ​ອິດ​ຈຶ່ງ​ລັງ​ເລ​ໃຈ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ? ເປັນ​ຫຍັງ​ບາງ​ເທື່ອ​ເຮົາ​ຈຶ່ງ​ລັງ​ເລ​ໃຈ? ໃຫ້ຄິດ​ທີ່​ຈະ​ຫລິ້ນ​ລະ​ຄອນ​ກ້ອມ ເຖິງວິ​ທີ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ ໃນ​ສະ​ຖານ​ທີ່​ຕ່າງໆ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36–39.ມີ​ເຫດ​ຜົນ​ແນວ​ໃດ​ແດ່ ທີ່​ເຮົາ​ເຫັນ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່ເຮົາ​ຄວນ “ເບີກ​ບານ”? (ເບິ່ງ ໂຢຮັນ 16:33 ນຳ​ອີກ). ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ຄວນ​ຂຽນ ຫລື ແຕ້ມ​ຮູບ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ ແລະ ໃຫ້​ເກັບ​ເຈ້ຍ​ເຫລົ່າ​ນັ້ນ​ໄວ້​ໃນ​ຂວດ “ເບີກ​ບານ”. (ໃຫ້​ແນ່​ໃຈ​ວ່າ ມີ​ຮູບ​ພຣະ​ຜູ້​ຊ່ວຍໃຫ້​ລອດ​ຢູ່​ນຳ ແລະ ເຕືອນ​ເຮົາ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງທີ່​ມີ​ໃຫ້​ເຮົາ.) ຕະ​ຫລອດ​ອາ​ທິດ​ເມື່ອ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຕ້ອງ​ການ​ສິ່ງ​ເຕືອນ​ໃຈ​ເຖິງ​ເຫດ​ຜົນ​ທີ່​ຈະ​ມີ​ຄວາມ​ສຸກ, ໃຫ້​ເຂົາ​ເຈົ້າ​ເລືອກ​ເອົາ​ບາງ​ສິ່ງ​ຈາກ​ຂວດນັ້ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61:36.ທ່ານ​ຈະ​ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຈື່​ຈຳ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດຢູ່ “ໃນ​ທ່າມ​ກາງ [ເຮົາ]” ແນວ​ໃດ? ພວກ​ທ່ານ​ສາ​ມາດ​ຕັດ​ສິນ​ໃຈນຳ​ກັນ ວ່າ​ຄວນ​ວາງ​ສະ​ແດງ​ຮູບ​ຂອງ​ພຣະ​ອົງ​ໄວ້​ຢູ່​ບ່ອນ​ໃດ​ທີ່​ຈະ​ເຫັນ​ໄດ້​ງ່າຍ ຢູ່​ໃນ​ເຮືອນ​ຂອງ​ພວກ​ທ່ານ. ເຮົາ​ຈະ​ສາ​ມາດ​ເຊື້ອ​ເຊີນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ສະ​ຖິດ​ຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 62:3.ບາງ​ທີ​ທ່ານ​ຄວນ​ມີ​ການ​ປະ​ຊຸມ​ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ຄອບ​ຄົວ ຫລັງ​ຈາກ​ການ​ອ່ານ​ບົດ​ນີ້. ເພື່ອ​ອະ​ທິ​ບາຍ​ວ່າ​ປະ​ຈັກ​ພະ​ຍານ​ຄື​ຫຍັງ, ທ່ານ​ສາ​ມາດ​ແບ່ງ​ປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ຂ່າວ​ສານ​ຂອງ​ປະທານ ເອັມ ຣະໂຊ ບາເລີດ “Pure Testimony” (Ensign ຫລື Liahona, Nov. 2004, 40–43). ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ບັນ​ທຶກ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄວ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 62:5, 8.ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງບໍ່​ມອບ​ພຣະ​ບັນ​ຍັດ​ກ່ຽວ​ກັບ​ທຸກໆດ້ານ​ຂອງຊີ​ວິດ​ຂອງ​ເຮົາ? ອີງ​ຕາມ ຂໍ້ທີ 8, ເຮົາ​ຈະ​ຕັດ​ສິນ​ໃຈແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ບອກ​ມາ ສັດ​ຈະ​ຄື​ຫຍັງ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ປ່ອຍ​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ການ​ສຶກ​ສາ​ຂອງ​ທ່ານ. ປ່ອຍ​ໃຫ້​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ນຳ​ພາ​ທ່ານ. ໃຫ້​ມີ​ຄວາມ​ຮູ້​ສຶກ​ໄວ​ຕໍ່​ການ​ສື່ມ​ຂອງ​ພຣະ​ອົງ ຂະ​ນະ​ທີ່​ພຣະ​ອົງ​ນຳ​ພາ​ທ່ານ​ໄປ​ຫາ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທີ່​ຈະ​ຮຽນ​ຮູ້​ໃນ​ທຸກວັນ, ແມ່ນ​ແຕ່​ຖ້າ​ຫາກວ່າ​ການ​ສື່ມ​ຂອງ​ພຣະ​ອົງ​ແນະ​ນຳ​ທ່ານ​ໃຫ້​ອ່ານ ຫລື ສຶກ​ສາ​ຫົວ​ຂໍ້​ທີ່​ແຕກ​ຕ່າງ​ຈາກ​ທີ່​ທ່ານສຶກ​ສາ​ຕາມ​ປົກ​ກະ​ຕິ ຫລື ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກໍ​ຕາມ.

ຮູບ​ພາບ
ພຣະ​ເຢ​ຊູ​ແບກ​ແກະ

Good Shepherd [ພຣະ​ຜູ້​ລ້ຽງ​ທີ່​ດີ], ໂດຍ ແດວ ພາສັນ

ພິມ