ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 61


ພາກ​ທີ 61

ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ມີ​ເຊີ​ຣີ, ທາງ​ໂຄ້ງ​ມິກ​ອິວ​ເວນ, ວັນ​ທີ 12 ເດືອນ​ສິງ​ຫາ, 1831. ຕອນ​ເຂົາ​ເຈົ້າ​ເດີນ​ທາງ​ກັບ​ໄປ​ເມືອງ​ເຄີດ​ແລນ, ສາດ​ສະ​ດາ ແລະ ແອວ​ເດີ​ສິບ​ຄົນ​ໄດ້​ເດີນ​ທາງ​ລ່ອງ​ແມ່​ນ້ຳ​ມີ​ເຊີ​ຣີ​ໄປ​ໃນ​ເຮືອ​ພາຍ. ໃນ​ມື້​ທີ​ສາມ​ຂອງ​ການ​ເດີນ​ທາງ, ເຂົາ​ເຈົ້າ​ໄດ້​ປະ​ສົບ​ອັນ​ຕະ​ລາຍ​ຫລາຍ​ຢ່າງ. ໃນ​ພາບ​ນິ​ມິດ​ໃນ​ຕອນ​ກາງ​ເວັນ, ແອວ​ເດີ ວິວ​ລຽມ ດັບ​ເບິນ​ຢູ ແຟ້ວສ໌, ໄດ້​ເຫັນຜູ້​ທຳ​ລາຍ​ເດີນ​ທະ​ຍານ​ໄປ​ດ້ວຍ​ອຳ​ນາດ​ຢູ່​ເທິງ​ຜືນ​ນ້ຳ.

1–12, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ເກີດ​ຄວາມ​ພິ​ນາດ​ຫລາຍ​ຢ່າງ​ຢູ່​ເທິງ​ຜືນ​ນ້ຳ; 13–22, ຜືນ​ນ້ຳ​ຖືກ​ໂຢ​ຮັນ​ສາບ​ແຊ່ງ, ແລະ ຜູ້​ທຳ​ລາຍ​ເດີນ​ທະ​ຍານ​ໄປ​ເທິງ​ໜ້າ​ນ້ຳ; 23–29, ບາງ​ຄົນ​ກໍ​ມີ​ອຳ​ນາດ​ບັນ​ຊາ​ນ້ຳ; 30–35, ແອວ​ເດີ​ຕ້ອງ​ເດີນ​ທາງ​ເປັນ​ຄູ່ໆ ແລະ ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ; 36–39, ເຂົາ​ເຈົ້າ​ຕ້ອງ​ຕຽມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ.

1 ຈົ່ງ​ເບິ່ງ, ແລະ ຈົ່ງ​ເຊື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ຜູ້​ມີ​ລິດ ອຳ​ນາດ​ທັງ​ປວງ, ຜູ້​ຈາກ​ເປັນ​ນິດ​ເຖິງ​ເປັນ​ນິດ, ແມ່ນ​ແຕ່ ອາ​ລະ​ຟາ ແລະ ໂອ​ເມ​ຄາ, ເປັນ​ຕົ້ນ ແລະ ທີ່​ສຸດ.

2 ຈົ່ງ​ເບິ່ງ, ຕາມ​ຄວາມ​ຈິງ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້​ກັບ​ພວກ​ເຈົ້າ, ໂອ້ ພວກ​ເຈົ້າ​ແອວ​ເດີ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ຜູ້​ມາ​ຊຸມ​ນຸມ​ກັນ​ໃນ​ບ່ອນ​ນີ້, ຜູ້​ທີ່​ບາບ​ຂອງ​ພວກ​ເຈົ້າ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ, ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໃຫ້ ອະ​ໄພ​ບາບ, ແລະ ມີ ເມດ​ຕາ​ແກ່​ຜູ້ ສາ​ລະ​ພາບ​ບາບ​ຂອງ​ຕົນ​ດ້ວຍ​ຫົວ​ໃຈ​ທີ່​ຖ່ອມ;

3 ແຕ່​ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ບໍ່​ຈຳ​ເປັນ​ທີ່​ແອວ​ເດີ​ຂອງ​ເຮົາ​ທັງ​ກຸ່ມ​ຈະ​ເດີນ​ທາງ​ໄປ​ຢ່າງ​ໄວ​ເທິງ​ຜືນ​ນ້ຳ, ໃນ​ຂະ​ນະ​ທີ່​ຜູ້​ອາ​ໄສ​ຢູ່​ທັງ​ສອງ​ຝັ່ງ​ພວມ​ຕາຍ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື.

4 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ກໍ​ຍອມ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ກ່າວ​ເປັນ​ພະ​ຍານ; ຈົ່ງ​ເບິ່ງ, ມີ​ອັນ​ຕະ​ລາຍ​ຫລາຍ​ຢ່າງ​ຢູ່​ເທິງ​ຜືນ​ນ້ຳ, ແລະ ຫລາຍ​ຂຶ້ນ​ໂດຍ​ສະ​ເພາະ​ຫລັງ​ຈາກ​ນີ້;

5 ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ​ໄວ້​ໃນ​ພຣະ​ພິ​ໂລດ​ຂອງ​ເຮົາ​ໃຫ້​ເກີດ​ຄວາມ​ພິ​ນາດ​ຫລາຍ​ຢ່າງ​ຢູ່​ເທິງ​ຜືນ​ນ້ຳ; ແທ້​ຈິງ​ແລ້ວ, ແລະ ໂດຍ​ສະ​ເພາະ​ເທິງ​ຜືນ​ນ້ຳ​ນີ້.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເນື້ອ​ໜັງ​ທັງ​ປວງ​ຢູ່​ໃນ​ມື​ຂອງ​ເຮົາ, ແລະ ຄົນ​ທີ່​ຊື່​ສັດ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ບໍ່​ຕາຍ​ທາງ​ຜືນ​ນ້ຳ.

7 ດັ່ງ​ນັ້ນ, ມັນ​ຈຶ່ງ​ຈຳ​ເປັນ​ທີ່​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ກຽວ​ເບີດ ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ວິວ​ລຽມ ດັບ​ເບິນ​ຢູ ແຟ້ວສ໌ ຕ້ອງ​ຟ້າວ​ຟັ່ງ​ໄປ​ເຮັດ​ທຸ​ລະ ແລະ ພາ​ລະ​ກິດ​ຂອງ​ພວກ​ເຂົາ.

8 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ຈາກ​ກັນ​ໄປ​ຈົນ​ກວ່າ​ພວກ​ເຈົ້າ​ໄດ້​ຮັບ ການ​ຕີ​ສອນ​ສຳ​ລັບ​ບາບ​ຂອງ​ພວກ​ເຈົ້າ​ເສຍ​ກ່ອນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເປັນ​ອັນ​ໜຶ່ງ​ດຽວ​ກັນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ບໍ່​ຕາຍ​ໃນ ຄວາມ​ຊົ່ວ​ຮ້າຍ;

9 ແຕ່​ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ເຮົາ​ເຫັນ​ສົມ​ຄວນ​ທີ່​ພວກ​ເຈົ້າ​ຈະ​ຈາກ​ກັນ​ໄປ. ດັ່ງ​ນັ້ນ ໃຫ້ ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ກຽວ​ເບີດ ແລະ ວິວ​ລຽມ ດັບ​ເບິນ​ຢູ ແຟ້ວສ໌ ຮັບ​ກຸ່ມ​ເດີມ​ຂອງ​ພວກ​ເຂົາ​ໄປ, ແລະ ໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ໃນ​ຄວາມ​ຟ້າວ​ຟັ່ງ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ບັນ​ລຸ​ພາ​ລະ​ກິດ​ຂອງ​ພວກ​ເຂົາ, ແລະ ຜ່ານ​ສັດ​ທາ, ພວກ​ເຂົາ​ຈະ​ຊະ​ນະ;

10 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ຊື່​ສັດ ພວກ​ເຂົາ​ຈະ​ຖືກ​ຮັກ​ສາ​ໄວ້, ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ສະ​ຖິດ​ຢູ່​ນຳ​ພວກ​ເຂົາ.

11 ແລະ ໃຫ້​ຜູ້​ທີ່​ເຫລືອ​ຢູ່​ເອົາ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ນຸ່ງ​ຖື​ໄປ​ນຳ.

12 ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ຊິດ​ນີ ກຽວ​ເບີດ ເອົາ​ສິ່ງ​ທີ່​ບໍ່​ຈຳ​ເປັນ​ໄປ​ນຳ​ລາວ, ດັ່ງ​ທີ່​ພວກ​ເຈົ້າ​ເຫັນ​ພ້ອມ.

13 ແລະ ບັດ​ນີ້, ຈົ່ງ​ເບິ່ງ, ເພື່ອ ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ ເຮົາ​ຈະ​ມອບ ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້; ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ໃຫ້​ເຫດ​ຜົນ​ກັບ​ພວກ​ເຈົ້າ ດັ່ງ​ເຊັ່ນ​ກັບ​ຜູ້​ຄົນ​ໃນ​ສະ​ໄໝ​ບູ​ຮານ.

14 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໃນ​ຕອນ​ຕົ້ນ​ໄດ້​ອວຍ​ພອນ ຜືນ​ນ້ຳ; ແຕ່​ໃນ​ຍຸກ​ສຸດ​ທ້າຍ, ໂດຍ​ປາກ​ຂອງ​ໂຢ​ຮັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ເຮົາ​ໄດ້ ສາບ​ແຊ່ງ​ຜືນ​ນ້ຳ.

15 ດັ່ງ​ນັ້ນ, ວັນ​ເວ​ລາ​ຈະ​ມາ​ເຖິງ ເມື່ອ​ບໍ່​ມີ​ເນື້ອ​ໜັງ​ໃດ​ຈະ​ປອດ​ໄພ​ຢູ່​ເທິງ​ຜືນ​ນ້ຳ.

16 ແລະ ຈະ​ມີ​ກ່າວ​ໄວ້​ໃນ​ວັນ​ເວ​ລາ​ຈະ​ມາ​ເຖິງ​ວ່າ ບໍ່​ມີ​ໃຜ​ສາ​ມາດ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ຊີ​ໂອນ​ເທິງ​ຜືນ​ນ້ຳ, ຍົກ​ເວັ້ນ​ແຕ່​ຄົນ​ທີ່​ຊື່​ຕົງ​ໃນ​ໃຈ​ເທົ່າ​ນັ້ນ.

17 ແລະ, ດັ່ງ​ທີ່​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໃນ​ຕອນ​ຕົ້ນ​ໄດ້ ສາບ​ແຊ່ງ​ແຜ່ນ​ດິນ​ສັນ​ໃດ, ເຮົາ​ກໍ​ຈະ​ໃຫ້​ພອນ​ມັນ​ໃນ​ຍຸກ​ສຸດ​ທ້າຍ​ສັນ​ນັ້ນ, ໃນ​ເວ​ລາ​ຂອງ​ມັນ​ເອງ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ໄພ່​ພົນ​ຂອງ​ເຮົາ, ເພື່ອ​ວ່າ​ເຂົາ​ຈະ​ໄດ້​ຮັບ​ສ່ວນ​ອັນ​ອຸ​ດົມ​ສົມ​ບູນ​ໃນ​ນັ້ນ.

18 ແລະ ບັດ​ນີ້ ເຮົາ​ມອບ​ບັນ​ຍັດ​ຂໍ້​ໜຶ່ງ​ໃຫ້​ແກ່​ພວກ​ເຈົ້າ​ວ່າ ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ເຕືອນ​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ​ກ່ຽວ​ກັບ​ຜືນ​ນ້ຳ​ເຫລົ່າ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ບໍ່​ໄດ້​ມາ​ເດີນ​ທາງ​ໃນ​ນ້ຳ​ນີ້, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ສູນ​ເສຍ​ສັດ​ທາ​ໄປ ແລະ ຖືກ​ບ້ວງ;

19 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ອອກ​ຄຳ​ສັ່ງ, ແລະ ຜູ້​ທຳ​ລາຍ​ເດີນ​ທະ​ຍານ​ໄປ​ເທິງ​ໜ້າ​ນ້ຳ​ນັ້ນ, ແລະ ເຮົາ​ບໍ່​ໄດ້​ຍົກ​ເລີກ​ຄຳ​ສັ່ງ.

20 ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ພຣະ​ພິ​ໂລດ​ກັບ​ພວກ​ເຈົ້າ​ມື້​ວານ​ນີ້, ແຕ່​ມື້​ນີ້​ພຣະ​ພິ​ໂລດ​ຂອງ​ເຮົາ​ໄດ້​ຫາຍ​ໄປ​ແລ້ວ.

21 ດັ່ງ​ນັ້ນ, ໃຫ້​ຄົນ​ທີ່​ເຮົາ​ໄດ້​ກ່າວ​ເຖິງ, ອອກ​ເດີນ​ທາງ​ໃນ​ຄວາມ​ຟ້າວ​ຟັ່ງ—ອີກ​ເທື່ອ​ໜຶ່ງ ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ອີກ​ວ່າ ໃຫ້​ພວກ​ເຂົາ​ອອກ​ເດີນ​ທາງ​ໃນ​ຄວາມ​ຟ້າວ​ຟັ່ງ.

22 ແລະ ມັນ​ບໍ່​ສຳ​ຄັນ​ສຳ​ລັບ​ເຮົາ, ຫລັງ​ຈາກ​ບໍ່​ດົນ, ຖ້າ​ເປັນ​ໄປ​ວ່າ ພວກ​ເຂົາ​ໄດ້​ບັນ​ລຸ​ພາ​ລະ​ກິດ​ຂອງ​ພວກ​ເຂົາ, ບໍ່​ວ່າ​ພວກ​ເຂົາ​ຈະ​ເດີນ​ທາງ​ໄປ​ທາງ​ນ້ຳ ຫລື ທາງ​ບົກ; ໃຫ້​ສິ່ງ​ນີ້​ເປັນ​ໄປ​ດັ່ງ​ທີ່​ມັນ​ຖືກ​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ​ຕາມ​ການ​ພິ​ຈາ​ລະ​ນາ​ຂອງ​ພວກ​ເຂົາ​ໃນ​ພາຍ​ໜ້າ.

23 ແລະ ບັດ​ນີ້, ກ່ຽວ​ກັບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ຊິດ​ນີ ຣິກ​ດອນ, ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ, ຢ່າ​ໃຫ້​ເຂົາ​ເຈົ້າ​ມາ​ຕາມ​ຜືນ​ນ້ຳ​ອີກ, ຍົກ​ເວັ້ນ​ແຕ່​ຕາມ​ຕະ​ຄອງ, ໃນ​ຂະ​ນະ​ທີ່​ເດີນ​ທາງ​ກັບ​ໄປ​ຫາ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ; ຫລື ອີກ​ຄຳ​ໜຶ່ງ ເຂົາ​ເຈົ້າ​ຕ້ອງ​ບໍ່​ເດີນ​ທາງ​ມາ​ຕາມ​ຜືນ​ນ້ຳ, ຍົກ​ເວັ້ນ​ແຕ່​ຕາມ​ຕະ​ຄອງ​ເທົ່າ​ນັ້ນ.

24 ຈົ່ງ​ເບິ່ງ, ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ໄດ້​ກຳ​ນົດ​ເສັ້ນ​ທາງ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ໄພ່​ພົນ​ຂອງ​ເຮົາ; ແລະ ຈົ່ງ​ເບິ່ງ, ນີ້​ຄື​ເສັ້ນ​ທາງ—ວ່າ​ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ຂຶ້ນ​ຕະ​ຄອງ​ໄປ ແລ້ວ​ເຂົາ​ເຈົ້າ​ຈະ​ເດີນ​ໄປ​ທາງ​ບົກ, ຕາບ​ໃດ​ທີ່​ເຂົາ​ເຈົ້າ​ຖືກ​ບັນ​ຊາ​ໃຫ້​ເດີນ​ທາງ ແລະ ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ຊີ​ໂອນ;

25 ແລະ ເຂົາ​ເຈົ້າ​ຈະ​ເຮັດ​ຄື​ກັນ​ກັບ​ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ, ຕັ້ງ​ຜ້າ​ເຕັນ​ຂອງ​ພວກ​ເຂົາ​ຕາມ​ລະ​ຫວ່າງ​ທາງ.

26 ແລະ, ຈົ່ງ​ເບິ່ງ, ພວກ​ເຈົ້າ​ຈະ​ຕ້ອງ​ມອບ​ບັນ​ຍັດ​ຂໍ້​ນີ້​ໃຫ້​ແກ່​ອ້າຍ​ນ້ອງ​ຂອງ​ພວກ​ເຈົ້າ​ທຸກ​ຄົນ.

27 ເຖິງ​ຢ່າງ​ໃດ​ກໍ​ຕາມ, ກັບ​ຜູ້​ທີ່​ໄດ້​ຮັບ ອຳ​ນາດ​ໃຫ້​ບັນ​ຊາ​ຜືນ​ນ້ຳ, ຜູ້​ນັ້ນ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ໃຫ້​ຮູ້​ວິ​ທີ​ທາງ​ຂອງ​ພຣະ​ອົງ;

28 ດັ່ງ​ນັ້ນ, ໃຫ້​ລາວ​ເຮັດ​ດັ່ງ​ທີ່​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່​ຈະ​ບັນ​ຊາ​ລາວ, ບໍ່​ວ່າ​ຈະ​ເປັນ​ເທິງ​ແຜ່ນ​ດິນ ຫລື ເທິງ​ຜືນ​ນ້ຳ, ດັ່ງ​ທີ່​ມັນ​ຢູ່​ກັບ​ເຮົາ​ທີ່​ຈະ​ເຮັດ​ໃນ​ພາຍ​ຂ້າງ​ໜ້າ.

29 ແລະ ແກ່​ພວກ​ເຈົ້າ ວິ​ທີ​ທາງ​ໄດ້​ຖືກ​ມອບ​ໃຫ້​ສຳ​ລັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າ, ຫລື ເສັ້ນ​ທາງ​ສຳ​ລັບ​ໄພ່​ພົນ​ຂອງ​ຄ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ເດີນ​ທາງ.

30 ແລະ ອີກ​ເທື່ອ​ໜຶ່ງ, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ຜູ້​ຮັບ​ໃຊ້​ຂອງ​ເຮົາ​ວ່າ ຊິດ​ນີ ຣິກ​ດອນ, ໂຈ​ເຊັບ ສະ​ມິດ, ຜູ້​ລູກ, ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ, ຈະ​ບໍ່​ເປີດ​ປາກ​ຂອງ​ເຂົາ​ເຈົ້າ​ໃນ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ ຈົນ​ກວ່າ​ເຂົາ​ເຈົ້າ​ຈະ​ໄປ​ເຖິງ​ເມືອງ​ຊິນ​ຊິນ​ນາ​ດີ;

31 ແລະ ໃນ​ບ່ອນ​ນັ້ນ ເຂົາ​ເຈົ້າ​ຈະ​ເປັ່ງ​ສຽງ​ຂອງ​ຕົນ​ເຖິງ​ພຣະ​ເຈົ້າ​ຕ້ານ​ຜູ້​ຄົນ​ເຫລົ່າ​ນັ້ນ, ແທ້​ຈິງ​ແລ້ວ, ເຖິງ​ພຣະ​ອົງ​ທີ່​ພຣະ​ພິ​ໂລດ​ຕ້ານ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ຜູ້​ຄົນ​ທີ່​ເກືອບ​ຈະ ສຸກ​ງອມ​ສຳ​ລັບ​ຄວາມ​ພິ​ນາດ.

32 ແລະ ຈາກ​ບ່ອນ​ນັ້ນ​ໃຫ້​ເຂົາ​ເຈົ້າ​ເດີນ​ທາງ​ໄປ​ຫາ​ບ່ອນ​ຊຸມ​ນຸມ​ຂອງ​ອ້າຍ​ນ້ອງ​ຂອງ​ເຂົາ​ເຈົ້າ, ເພາະ​ວຽກ​ງານ​ຂອງ​ເຂົາ​ເຈົ້າ​ແມ່ນ​ແຕ່​ຕອນ​ນີ້​ກໍ​ເປັນ​ທີ່​ຕ້ອງ​ການ​ໃນ​ບັນ​ດາ​ພວກ​ເຂົາ​ຫລາຍ​ກວ່າ​ໃນ​ບັນ​ດາ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ.

33 ແລະ ບັດ​ນີ້, ກ່ຽວ​ກັບ​ຜູ້​ທີ່​ເຫລືອ​ຢູ່, ໃຫ້​ພວກ​ເຂົາ​ເດີນ​ທາງ ແລະ ປະ​ກາດ​ພຣະ​ຄຳ​ໃນ​ບັນ​ດາ​ບ່ອນ​ຊຸມ​ນຸມ​ຂອງ​ຄົນ​ຊົ່ວ, ເທົ່າ​ທີ່​ມັນ​ຖືກ​ມອບ​ໃຫ້;

34 ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ເຮັດ​ສິ່ງ​ນີ້ ພວກ​ເຂົາ​ຈະ ກຳ​ຈັດ​ຄວາມ​ດ່າງ​ພ້ອຍ​ອອກ​ຈາກ​ອາ​ພອນ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ບໍ່​ມີ​ມົນ​ທິນ​ຢູ່​ຕໍ່​ໜ້າ​ເຮົາ.

35 ແລະ ໃຫ້​ພວກ​ເຂົາ​ເດີນ​ທາງ​ໄປ​ນຳ​ກັນ, ຫລື ເປັນ ຄູ່ໆ, ດັ່ງ​ທີ່​ພວກ​ເຂົາ​ເຫັນ​ວ່າ​ດີ, ພຽງ​ແຕ່​ບໍ່​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເຣ​ໂນນ ຄາ​ຫູນ, ແລະ ຜູ້​ຮັບ​ໃຊ້​ຂອງ​ເຮົາ ແຊມ​ໂຍ ເອັຈ ສະ​ມິດ, ຜູ້​ທີ່​ເຮົາ​ພໍ​ໃຈ​ຫລາຍ, ແຍກ​ຈາກ​ກັນ ຈົນ​ກວ່າ​ພວກ​ເຂົາ​ຈະ​ກັບ​ໄປ​ເຖິງ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ, ແລະ ນີ້​ເພື່ອ​ຈຸດ​ປະ​ສົງ​ອັນ​ສະ​ຫລາດ​ໃນ​ເຮົາ.

36 ແລະ ບັດ​ນີ້, ຕາມ​ຄວາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ, ຈົ່ງ​ເບີກ​ບານ​ເຖີດ, ເດັກ​ນ້ອຍໆ​ເອີຍ; ເພາະ​ເຮົາ​ຢູ່​ໃນ ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ຈະ​ບໍ່ ປະ​ຖິ້ມ​ພວກ​ເຈົ້າ;

37 ແລະ ຕາບ​ໃດ​ທີ່​ພວກ​ເຈົ້າ​ຖ່ອມ​ຕົວ​ຢູ່​ຕໍ່​ໜ້າ​ເຮົາ, ພອນ​ແຫ່ງ ອາ​ນາ​ຈັກ​ຈະ​ເປັນ​ຂອງ​ພວກ​ເຈົ້າ.

38 ຈົ່ງ​ຄາດ​ແອວ​ຂອງ​ພວກ​ເຈົ້າ ແລະ ຈົ່ງ ເຝົ້າ​ລະ​ວັງ ແລະ ຈົ່ງ​ມີ​ສະ​ຕິ, ລໍ​ຄອຍ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ບຸດ​ມະ​ນຸດ, ເພາະ​ພຣະ​ອົງ​ຈະ​ມາ​ໃນ​ຊົ່ວ​ໂມງ​ທີ່​ພວກ​ເຈົ້າ​ບໍ່​ຄາດ​ຄິດ.

39 ຈົ່ງ ອະ​ທິ​ຖານ​ສະ​ເໝີ​ເພື່ອ​ບໍ່​ໃຫ້​ພວກ​ເຈົ້າ​ເຂົ້າ​ໄປ​ສູ່ ການ​ລໍ້​ລວງ, ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ໄດ້​ຄົງ​ຢູ່​ໃນ​ວັນ​ແຫ່ງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ, ບໍ່​ວ່າ​ໃນ​ຊີ​ວິດ ຫລື ໃນ​ຄວາມ​ຕາຍ. ແມ່ນ​ເປັນ​ດັ່ງ​ນັ້ນ. ອາ​ແມນ.