ພາກທີ 44
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ຊິດນີ ຣິກດອນ, ທີ່ເມືອງເຄີດແລນ, ລັດໂອໄຮໂອ, ໃນທ້າຍເດືອນກຸມພາ 1831. ເພື່ອເຮັດໃຫ້ເປັນໄປຕາມຂໍ້ກຳນົດທີ່ຕັ້ງໄວ້ໃນນີ້, ສາດສະໜາຈັກໄດ້ກຳນົດໃຫ້ຈັດກອງປະຊຸມໃຫຍ່ຂຶ້ນໃນຕົ້ນເດືອນມິຖຸນາທີ່ຈະມາເຖິງນັ້ນ.
1–3, ພວກແອວເດີຕ້ອງໄປຊຸມນຸມກັນໃນກອງປະຊຸມໃຫຍ່; 4–6, ເຂົາເຈົ້າຕ້ອງວາງລະບຽບຕາມກົດໝາຍຂອງແຜ່ນດິນ ແລະ ດູແລຄົນຍາກຈົນ.
1 ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າໄດ້ກ່າວກັບພວກເຈົ້າຜູ້ຮັບໃຊ້ຂອງເຮົາດັ່ງນີ້, ເຮົາເຫັນສົມຄວນທີ່ພວກແອວເດີຂອງສາດສະໜາຈັກຂອງເຮົາຄວນຖືກເອີ້ນໃຫ້ມາຮ່ວມກັນ, ຈາກທິດຕາເວັນອອກ ແລະ ຈາກທິດຕາເວັນຕົກ, ແລະ ຈາກທິດເໜືອ ແລະ ຈາກທິດໃຕ້, ໂດຍຈົດໝາຍ ຫລື ໂດຍວິທີອື່ນ.
2 ແລະ ເຫດການຈະບັງເກີດຂຶ້ນຄື ຕາບໃດທີ່ພວກເຂົາຍັງຊື່ສັດ, ແລະ ໃຊ້ສັດທາໃນເຮົາ, ເຮົາຈະຖອກເທ ພຣະວິນຍານຂອງເຮົາລົງມາເທິງພວກເຂົາໃນວັນທີ່ພວກເຂົາມາຮ່ວມຊຸມນຸມກັນ.
3 ແລະ ເຫດການຈະບັງເກີດຂຶ້ນຄື ພວກເຂົາຈະອອກໄປໃນພາກພື້ນຕ່າງໆທີ່ອ້ອມຮອບ, ແລະ ສັ່ງສອນເຖິງການກັບໃຈໃຫ້ແກ່ຜູ້ຄົນ.
4 ແລະ ຫລາຍຄົນຈະ ປ່ຽນໃຈເຫລື້ອມໃສ, ເຖິງຂະໜາດທີ່ພວກເຈົ້າຈະໄດ້ຮັບຄວາມສາມາດມາຈັດລະບຽບຕົນເອງ ຕາມກົດຂອງມະນຸດ;
5 ເພື່ອວ່າ ສັດຕູຂອງພວກເຈົ້າຈະບໍ່ມີຄວາມສາມາດເໜືອພວກເຈົ້າ; ເພື່ອວ່າພວກເຈົ້າຈະໄດ້ຮັບການປົກປັກຮັກສາໃນທຸກສິ່ງທັງປວງ; ເພື່ອວ່າພວກເຈົ້າຈະສາມາດຮັກສາກົດຂອງເຮົາ; ເພື່ອວ່າພັນທະທັງໝົດທີ່ສັດຕູພະຍາຍາມໃຊ້ເພື່ອທຳລາຍຜູ້ຄົນຂອງເຮົາຈະຫລຸດໄປ.
6 ຈົ່ງເບິ່ງ, ເຮົາກ່າວກັບພວກເຈົ້າວ່າ ພວກເຈົ້າຕ້ອງໄປ ຢ້ຽມຢາມຄົນຍາກຈົນ ແລະ ຄົນຂັດສົນ ແລະ ຊ່ວຍສົງເຄາະເຂົາ, ເພື່ອວ່າເຂົາຈະໄດ້ຮັບການດູແລ ຈົນກວ່າທຸກສິ່ງຈະຖືກກະທຳຕາມກົດຂອງເຮົາ ຊຶ່ງພວກເຈົ້າໄດ້ຮັບ. ອາແມນ.