ພຣະ​ຄຳ​ພີ
ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65


ພາກ​ທີ 65

ການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ອະ​ທິ​ຖານ ທີ່​ມອບ​ໃຫ້​ຜ່ານ​ໂຈ​ເຊັບ ສະ​ມິດ ຜູ້​ເປັນ​ສາດ​ສະ​ດາ, ທີ່​ເມືອງ​ໄຮ​ຣຳ, ລັດ​ໂອ​ໄຮ​ໂອ, ວັນ​ທີ 30 ເດືອນ​ຕຸ​ລາ, 1831.

1–2, ຂໍ​ກະ​ແຈ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ມະ​ນຸດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ແລະ ອຸ​ດົມ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ​ມີ​ໄຊ; 3–6, ອາ​ນາ​ຈັກ​ສະ​ຫວັນ​ແຫ່ງ​ພັນ​ປີ​ຈະ​ມາ​ເຖິງ ແລະ ຮວມ​ເຂົ້າ​ກັບ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

1 ຈົ່ງ​ເຊື່ອ​ຟັງ, ແລະ ເບິ່ງ​ແມ, ສຽງ​ຄື​ກັບ​ຜູ້​ທີ່​ສົ່ງ​ລົງ​ມາ​ຈາກ​ເບື້ອງ​ບົນ, ຜູ້​ຊຶ່ງ​ຍິ່ງ​ໃຫຍ່ ແລະ ມີ​ອຳ​ນາດ, ຜູ້​ທີ່​ອອກ​ໄປ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແທ້​ຈິງ​ແລ້ວ, ຜູ້​ທີ່​ສຽງ​ອອກ​ໄປ​ເຖິງ​ມະ​ນຸດ—ຈົ່ງ ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ເຮັດ​ທາງ​ຂອງ​ພຣະ​ອົງ​ໃຫ້​ຊື່.

2 ຂໍ​ກະ​ແຈ​ຂອງ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ໄດ້​ຖືກ​ມອບ​ໃຫ້​ແກ່​ມະ​ນຸດ​ເທິງ​ແຜ່ນ​ດິນ​ໂລກ, ແລະ ຈາກ​ບ່ອນ​ນັ້ນ​ພຣະ​ກິດ​ຕິ​ຄຸນ​ຈະ​ຂະ​ຫຍາຍ​ອອກ​ໄປ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຄື​ກັນ​ກັບ ຫີນ​ກ້ອນ​ໜຶ່ງ​ຊຶ່ງ​ແຕກ​ອອກ​ມາ​ເອງ​ຈາກ​ໜ້າ​ຜາ​ໂດຍ​ບໍ່​ມີ​ຜູ້​ໃດ​ເຮັດ​ຈະ​ກິ້ງ​ອອກ​ໄປ​ຈົນ ເຕັມ​ແຜ່ນ​ດິນ​ໂລກ.

3 ແທ້​ຈິງ​ແລ້ວ, ສຽງ​ປ່າວ​ຮ້ອງ—​ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈົ່ງ​ຕຽມ ງານ​ລ້ຽງ​ສະ​ຫລອງ​ພຣະ​ເມ​ສາ​ນ້ອຍ, ຈົ່ງ​ຕຽມ​ພ້ອມ​ສຳ​ລັບ ເຈົ້າ​ບ່າວ.

4 ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ຈົ່ງ​ເອີ້ນ​ຫາ​ພຣະ​ນາມ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ, ຈົ່ງ​ເຮັດ​ໃຫ້​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ຂອງ​ພຣະ​ອົງ​ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ​ຜູ້​ຄົນ.

5 ຈົ່ງ​ເອີ້ນ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ວ່າ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ຈະ​ຂະ​ຫຍາຍ​ອອກ​ໄປ​ເທິງ​ແຜ່ນ​ດິນ​ໂລກ, ເພື່ອ​ວ່າ​ຜູ້​ອາ​ໄສ​ຢູ່​ໃນ​ນັ້ນ​ຈະ​ໄດ້​ຮັບ​ມັນ, ແລະ ຕຽມ​ພ້ອມ​ສຳ​ລັບ​ວັນ​ເວ​ລາ​ທີ່​ຈະ​ມາ​ເຖິງ, ຊຶ່ງ​ໃນ​ເວ​ລາ​ນັ້ນ​ບຸດ​ມະ​ນຸດ​ຈະ​ລົງ ມາ​ໃນ​ຟ້າ​ສະ​ຫວັນ, ຫຸ້ມ​ຫໍ່​ດ້ວຍ​ຄວາມ​ຮຸ່ງ​ເຫລື້ອມ​ແຫ່ງ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ, ເພື່ອ​ພົບ​ກັບ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ຕັ້ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ.

6 ດັ່ງ​ນັ້ນ, ຂໍ​ໃຫ້ ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈົ່ງ​ຂະ​ຫຍາຍ​ອອກ​ໄປ, ເພື່ອ​ວ່າ ອາ​ນາ​ຈັກ​ສະ​ຫວັນ​ຈະ​ມາ, ເພື່ອ​ວ່າ ພຣະ​ອົງ, ໂອ້ ພຣະ​ອົງ​ເຈົ້າ, ຈະ​ໄດ້​ຮັບ​ການ​ສັນ​ລະ​ເສີນ​ໃນ​ສະ​ຫວັນ ເຊັ່ນ​ດຽວ​ກັບ​ຢູ່​ເທິງ​ແຜ່ນ​ດິນ​ໂລກ, ເພື່ອ​ວ່າ​ສັດ​ຕູ​ຂອງ​ພຣະ​ອົງ​ຈະ​ຖືກ​ປາບ; ເພາະ​ກຽດ​ຕິ​ຍົດ, ອຳ​ນາດ, ແລະ ລັດ​ສະ​ໝີ​ພາບ​ເປັນ ຂອງ​ພຣະ​ອົງ, ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ. ອາ​ແມນ.

ພິມ