ພຣະຄຳພີມໍມອນ ສິດສອນວ່າ “ທຸກຄົນເທົ່າທຽມກັນໝົດສຳລັບພຣະເຈົ້າ,” ລວມທັງຄົນ “ດຳ ແລະ ຂາວ, ຂ້າທາດ ແລະ ຜູ້ເປັນອິດສະລະ, ຊາຍ ແລະ ຍິງ” (2 ນີໄຟ 26:33). ຕະຫລອດທົ່ວປະຫວັດສາດຂອງສາດສະໜາຈັກ, ຜູ້ຄົນທຸກເຊື້ອຊາດ ແລະ ຊົນເຜົ່າ ໃນຫລາຍປະເທດ ໄດ້ຮັບບັບຕິສະມາ ແລະ ໄດ້ດຳລົງຊີວິດເປັນສະມາຊິກທີ່ຊື່ສັດຂອງສາດສະໜາຈັກ. ໃນວັນເວລາຂອງໂຈເຊັບ ສະມິດ, ມີຜູ້ຊາຍຄົນອາຟຣິກາສອງສາມຄົນ ທີ່ເປັນສະມາຊິກຂອງສາດສະໜາຈັກ ໄດ້ຖືກແຕ່ງຕັ້ງສູ່ຖານະປະໂລຫິດ. ໃນຕອນຕົ້ນຂອງປະຫວັດສາດ, ຜູ້ນຳຂອງສາດສະໜາຈັກໄດ້ຢຸດການມອບຖານະປະໂລຫິດໃຫ້ແກ່ເຊື້ອສາຍທີ່ເປັນຜູ້ຊາຍຂອງຄົນອາຟຣິກາ. ບັນທຶກຂອງສາດສະໜາຈັກ ບໍ່ມີຂໍ້ມູນທີ່ແຈ່ມແຈ້ງກ່ຽວກັບສາເຫດຂອງການປະຕິບັດນີ້. ຜູ້ນຳຂອງສາດສະໜາຈັກເຊື່ອວ່າ ຈຳເປັນຕ້ອງໄດ້ຮັບການເປີດເຜີຍຈາກພຣະເຈົ້າ ສຳລັບການປ່ຽນແປງ ແລະ ກໍໄດ້ອະທິຖານ ທູນຂໍການຊົງນຳ. ການເປີດເຜີຍໄດ້ມາເຖິງ ປະທານຂອງສາດສະໜາຈັກ ສະເປັນເຊີ ດັບເບິນຢູ ຄິມໂບ ແລະ ໄດ້ຖືກຢືນຢັນຕໍ່ຜູ້ນຳຄົນອື່ນໆຂອງສາດສະໜາຈັກ ໃນພຣະວິຫານເຊົາເລັກ ໃນວັນທີ 1 ເດືອນມິຖຸນາ, 1978. ການເປີດເຜີຍໄດ້ຍົກເລີກເງື່ອນໄຂທັງໝົດ ກ່ຽວກັບເຊື້ອຊາດ ທີ່ຄັ້ງໜຶ່ງ ເຄີຍກ່ຽວຂ້ອງກັບຖານະປະໂລຫິດ.