ພາກທີ 73
ການເປີດເຜີຍທີ່ມອບໃຫ້ແກ່ໂຈເຊັບ ສະມິດ ຜູ້ເປັນສາດສະດາ ແລະ ຊິດນີ ຣິກດອນ, ທີ່ເມືອງໄຮຣຳ, ລັດໂອໄຮໂອ, ວັນທີ 10 ເດືອນມັງກອນ, 1832. ຕັ້ງແຕ່ຕົ້ນເດືອນທັນວາທີ່ຜ່ານມາ, ສາດສະດາ ແລະ ຊິດນີ ໄດ້ໃຊ້ເວລາກັບການສັ່ງສອນ, ແລະ ໂດຍວິທີນີ້ ພວກເພິ່ນໄດ້ບັນລຸຄວາມສຳເລັດຫລາຍໃນການເຮັດໃຫ້ຄວາມຮູ້ສຶກທີ່ບໍ່ ພໍໃຈຕໍ່ສາດສະໜາຈັກລົດນ້ອຍຖອຍລົງ (ເບິ່ງ ຫົວຂໍ້ຂອງ ພາກທີ 71).
1–2, ແອວເດີຕ້ອງສັ່ງສອນຕໍ່ໄປ; 3–6, ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ຕ້ອງແປພຣະຄຣິສຕະທຳຄຳພີຕໍ່ໄປຈົນກວ່າມັນຈະສຳເລັດ.
1 ເພາະຕາມຄວາມຈິງແລ້ວ, ພຣະຜູ້ເປັນເຈົ້າໄດ້ກ່າວດັ່ງນີ້, ເຮົາເຫັນສົມຄວນທີ່ ພວກເຂົາຄວນສັ່ງສອນພຣະກິດຕິຄຸນຕໍ່ໄປ, ແລະ ໃນການແນະນຳຕໍ່ໜ່ວຍຂອງສາດສະໜາຈັກໃນພາກພື້ນຕ່າງໆທີ່ອ້ອມຮອບ, ຈົນກວ່າຈະເຖິງກອງປະຊຸມໃຫຍ່;
2 ແລະ ຈາກນັ້ນ, ຈົ່ງເບິ່ງ, ມັນຈະຖືກເຮັດໃຫ້ເປັນທີ່ຮູ້ຈັກໃຫ້ແກ່ພວກເຂົາ, ໂດຍ ສຽງຂອງກອງປະຊຸມໃຫຍ່, ກ່ຽວກັບພາລະກິດຫລາຍຢ່າງຂອງພວກເຂົາ.
3 ບັດນີ້, ຕາມຄວາມຈິງແລ້ວ ເຮົາກ່າວກັບພວກເຈົ້າ ຜູ້ຮັບໃຊ້ຂອງເຮົາ ໂຈເຊັບ ສະມິດ, ຜູ້ລູກ, ແລະ ຊິດນີ ຣິກດອນ, ພຣະຜູ້ເປັນເຈົ້າໄດ້ກ່າວວ່າ ສົມຄວນຕ້ອງໄດ້ ແປອີກ;
4 ແລະ, ຕາບໃດທີ່ຍັງເຮັດໄດ້, ໃຫ້ສັ່ງສອນໃນພາກພື້ນຕ່າງໆທີ່ອ້ອມຮອບ ຈົນກວ່າຈະເຖິງກອງປະຊຸມໃຫຍ່; ແລະ ຫລັງຈາກນັ້ນ ສົມຄວນຕ້ອງເຮັດວຽກງານຂອງການແປຕໍ່ໄປຈົນກວ່າມັນສຳເລັດ.
5 ແລະ ໃຫ້ສິ່ງນີ້ເປັນແບບແຜນແກ່ແອວເດີ ຈົນກວ່າຈະໄດ້ຮັບຄວາມຮູ້ເພີ່ມເຕີມ, ແມ່ນແຕ່ດັ່ງທີ່ມັນຖືກຂຽນໄວ້.
6 ບັດນີ້ ເຮົາຈະບໍ່ມອບເລື່ອງອື່ນອີກໃຫ້ແກ່ພວກເຈົ້າໃນເວລານີ້. ຈົ່ງ ຄາດແອວພວກເຈົ້າ ແລະ ຈົ່ງມີສະຕິ. ແມ່ນເປັນດັ່ງນັ້ນ. ອາແມນ.