ພາກທີ 123
ໜ້າທີ່ຂອງໄພ່ພົນຂອງພຣະເຈົ້າກ່ຽວກັບຜູ້ຂົ່ມເຫັງເຂົາເຈົ້າ, ດັ່ງທີ່ຖືກຂຽນໂດຍໂຈເຊັບ ສະມິດ ຜູ້ເປັນສາດສະດາ ໃນຂະນະທີ່ເພິ່ນຖືກຈຳຄຸກຢູ່ທີ່ເມືອງລີເບີຕີ, ລັດມີເຊີຣີ. ພາກນີ້ຖືກຄັດລອກເອົາມາຈາກ ສານທີ່ສົ່ງເຖິງສາດສະໜາຈັກ ລົງວັນທີ 20 ເດືອນມີນາ 1839 (ເບິ່ງ ຫົວຂໍ້ຂອງ ພາກທີ 121).
1–6, ໄພ່ພົນຂອງພຣະເຈົ້າຄວນຮວບຮວມ ແລະ ພິມເລື່ອງລາວຄວາມທຸກທໍລະມານ ແລະ ການຖືກຂົ່ມເຫັງຂອງເຂົາເຈົ້າ; 7–10, ວິນຍານດຽວກັນນັ້ນທີ່ໄດ້ຈັດຕັ້ງຄວາມເຊື່ອຖືເທັດຂຶ້ນ ໄດ້ນຳໄປສູ່ການຂົ່ມເຫັງໄພ່ພົນຂອງພຣະເຈົ້ານຳອີກ; 11–17, ຫລາຍຄົນໃນບັນດານິກາຍທັງໝົດຍັງຈະໄດ້ຮັບຄວາມຈິງ.
1 ແລະ ອີກເທື່ອໜຶ່ງ, ພວກເຮົາຂໍແນະນຳໃຫ້ພວກທ່ານພິຈາລະນາຄວາມສຳຄັນທີ່ໄພ່ພົນທັງຫລາຍຂອງພຣະເຈົ້າຈະຮວບຮວມຄວາມຮູ້ ແລະ ຂໍ້ມູນທັງໝົດ, ແລະ ການທົນທຸກທໍລະມານ ແລະ ການຖືກຂົ່ມເຫັງທີ່ກະທຳກັບເຂົາເຈົ້າໂດຍຜູ້ຄົນຂອງລັດນີ້;
2 ແລະ ກ່ຽວກັບຊັບສິນທັງໝົດ ແລະ ຈຳນວນຄວາມເສຍຫາຍຊຶ່ງເຂົາເຈົ້າໄດ້ຮັບ, ທັງການທຳຮ້າຍທາງຊື່ສຽງ ແລະ ສ່ວນຕົວນຳອີກ, ຕະຫລອດທັງເຮືອນຊານບ້ານຊ່ອງ;
3 ແລະ ຊື່ຂອງທຸກຄົນທີ່ມີສ່ວນໃນການກົດຂີ່ຂົ່ມເຫັງເຂົາເຈົ້ານຳອີກ, ຕາມແຕ່ທີ່ເຂົາເຈົ້າຫາມາໄດ້ ແລະ ສືບພໍ້.
4 ແລະ ບາງທີອາດຕ້ອງໄດ້ກຳນົດຄະນະກຳມະການຂຶ້ນເພື່ອສືບເລື່ອງເຫລົ່ານີ້ໃຫ້ພົບ, ແລະ ເພື່ອຮັບເອົາເລື່ອງລາວ ແລະ ຄຳໃຫ້ການ; ແລະ ເພື່ອຮວບຮວມສິ່ງພິມທີ່ໃສ່ຮ້າຍປ້າຍສີນຳອີກທີ່ກຳລັງແຜ່ລາມໄປທົ່ວ;
5 ແລະ ທຸກສິ່ງທີ່ມີຢູ່ໃນວາລະສານ, ແລະ ໃນປຶ້ມຮວບຮວມຄວາມຮູ້ສາລະພັດ, ແລະ ເຫດການໃນອະດີດທັງໝົດທີ່ພິມໃສ່ຮ້າຍປ້າຍສີ, ແລະ ທີ່ກຳລັງຂຽນຢູ່, ແລະ ໂດຍຜູ້ໃດ, ແລະ ສະເໜີເລື່ອງລາວທັງໝົດກ່ຽວກັບຄວາມປະພຶດອັນຕະພານ ແລະ ຊົ່ວຮ້າຍ ແລະ ການບັງຄັບຂູ່ເຂັນທີ່ໂຫດຮ້າຍ ທີ່ກະທຳຕໍ່ຜູ້ຄົນເຫລົ່ານີ້—
6 ເພື່ອວ່າພວກເຮົາບໍ່ພຽງແຕ່ຈະປ່າວປະກາດອອກໄປທົ່ວໂລກເທົ່ານັ້ນ, ແຕ່ຈະສະເໜີມັນຕໍ່ຜູ້ນຳຂອງຝ່າຍປົກຄອງນຳອີກໃຫ້ເຫັນສີສັນແຫ່ງຄວາມມືດ ແລະ ນະລົກຂອງພວກເຂົາ, ດັ່ງເປັນຄວາມພະຍາຍາມຄັ້ງສຸດທ້າຍທີ່ພຣະບິດາເທິງສະຫວັນຂອງພວກເຮົາໄດ້ບັນຊາພວກເຮົາ, ກ່ອນພວກເຮົາຈະສາມາດຮຽກຮ້ອງສິດທິຄຳສັນຍານັ້ນໄດ້ຢ່າງເຕັມທີ່ ແລະ ຢ່າງສົມບູນ ຊຶ່ງຈະທູນຂໍໃຫ້ພຣະອົງອອກມາຈາກ ສະຖານທີ່ລີ້ຊ່ອນຕົວຂອງພຣະອົງ; ແລະ ເພື່ອປະຊາຊາດທັງປວງຈະຕົກຢູ່ໃນສະພາບທີ່ບໍ່ມີຂໍ້ແກ້ຕົວ ກ່ອນທີ່ພຣະອົງຈະສົ່ງອຳນາດແຫ່ງແຂນ ອັນມີລິດທານຸພາບຂອງພຣະອົງອອກມາໄດ້.
7 ນີ້ຄືໜ້າທີ່ອັນຈຳເປັນຢ່າງໜຶ່ງທີ່ພວກເຮົາເປັນໜີ້ພຣະເຈົ້າ, ເຫລົ່າທູດ, ຜູ້ຊຶ່ງພວກເຮົາຈະຖືກນຳມາຢືນຢູ່ດ້ວຍ, ແລະ ຕົວເຮົານຳອີກ, ພັນລະຍາ ແລະ ລູກໆຂອງພວກເຮົາ, ຜູ້ຖືກເຮັດໃຫ້ກົ້ມຂາບລົງດ້ວຍຄວາມໂສກເສົ້າ, ຄວາມສະຫລົດໃຈ, ແລະ ຄວາມກັງວົນ, ພາຍໃຕ້ມືທີ່ອັບປະໂຫຍດທີ່ສຸດຂອງການຄາດຕະກຳ, ການກົດຂີ່, ການຂົ່ມເຫັງ, ຊຶ່ງໄດ້ຮັບການສະໜັບສະໜູນ ແລະ ຍຸຍົງ ແລະ ສົ່ງເສີມໂດຍອິດທິພົນຂອງວິນຍານນັ້ນ, ຊຶ່ງໄດ້ປັກຄວາມເຊື່ອຂອງບັນພະບຸດລຸດໄວ້ແໜ້ນ, ຜູ້ໄດ້ສືບທອດຄວາມຕົວະເປັນມູນມໍລະດົກໄວ້, ໃນໃຈຂອງລູກຫລານ, ແລະ ເຮັດໃຫ້ໂລກເຕັມໄປດ້ວຍຄວາມສັບສົນ, ແລະ ກຳລັງເຂັ້ມແຂງຂຶ້ນໄປເລື້ອຍໆ, ແລະ ບັດນີ້ເປັນກົງຈັກອັນສຳຄັນຂອງຄວາມເສື່ອມຊາມທັງປວງ, ແລະ ທັງ ແຜ່ນດິນໂລກຄວນຄາງຢູ່ໃຕ້ນ້ຳໜັກຂອງຄວາມຊົ່ວຮ້າຍຂອງມັນ.
8 ມັນຄື ແອກເຫລັກ, ມັນຄືສາຍຮັດທີ່ແໜ້ນໜາ; ມັນຄືກັບມື, ແລະ ໂສ້, ແລະ ຫ່ວງເຫລັກ, ແລະ ບ້ວງເຫລັກຂອງນະລົກແທ້ໆ.
9 ສະນັ້ນ ມັນຈຶ່ງເປັນໜ້າທີ່ອັນຈຳເປັນທີ່ພວກເຮົາເປັນໜີ້, ບໍ່ພຽງແຕ່ພັນລະຍາ ແລະ ລູກໆຂອງພວກເຮົາເອງເທົ່ານັ້ນ, ແຕ່ແມ່ໝ້າຍ ແລະ ລູກກຳພ້ານຳອີກ, ຜູ້ທີ່ສາມີ ແລະ ພໍ່ໄດ້ຖືກ ຂ້າພາຍໃຕ້ມືເຫລັກຂອງມັນ;
10 ຊຶ່ງການກະທຳທີ່ດຳມືດກໍພຽງພໍແລ້ວທີ່ຈະເຮັດໃຫ້ນະລົກເອງສັ່ນສະເທືອນ, ແລະ ຈະຢືນຕົກຕະລຶງ ແລະ ຊີດໂຊມ, ແລະ ມືຂອງມານນັ້ນເອງຈະສະທ້ານ ແລະ ສັ່ນເຊັນ.
11 ແລະ ເປັນໜ້າທີ່ອັນຈຳເປັນທີ່ພວກເຮົາເປັນໜີ້ຄົນລຸ້ນໃໝ່ທັງປວງ, ແລະ ທຸກຄົນຜູ້ທີ່ມີໃຈບໍລິສຸດ—
12 ເພາະຍັງມີຫລາຍຄົນຢູ່ເທິງແຜ່ນດິນໂລກນີ້ໃນບັນດາສຳນັກ, ກຸ່ມ, ແລະ ນິກາຍທັງປວງ, ຜູ້ທີ່ ຕາບອດໂດຍກົນອຸບາຍທີ່ລີ້ລັບຂອງມະນຸດ, ຊຶ່ງໂດຍການນັ້ນພວກເຂົາຄອຍຖ້າຫລອກລວງ, ແລະ ຜູ້ທີ່ຖືກກີດກັນຈາກຄວາມຈິງ ເພາະພວກເຂົາ ບໍ່ຮູ້ວ່າຈະຊອກຫາມັນໄດ້ຢູ່ບ່ອນໃດ—
13 ສະນັ້ນ, ວ່າພວກເຮົາຈະທຸ້ມເທ ແລະ ໃຊ້ຊີວິດຂອງພວກເຮົາໃນການນຳທຸກ ສິ່ງທີ່ລີ້ລັບຢູ່ໃນຄວາມມືດທັງໝົດອອກມາສູ່ຄວາມສະຫວ່າງ, ຊຶ່ງໃນການນີ້ ພວກເຮົາຈຶ່ງຮູ້ຈັກມັນ; ແລະ ມັນຖືກສະແດງໃຫ້ປະຈັກຈາກສະຫວັນແທ້ໆ—
14 ດັ່ງນັ້ນເລື່ອງເຫລົ່ານີ້ຕ້ອງຖືກຈັດການດ້ວຍຄວາມເອົາໃຈໃສ່ເປັນຢ່າງຍິ່ງ.
15 ຢ່າໃຫ້ຄົນໃດຖືວ່າເລື່ອງເຫລົ່ານີ້ເປັນເລື່ອງເລັກໜ້ອຍ; ເພາະມັນມີຢ່າງຫລວງຫລາຍຢູ່ໃນອະນາຄົດ, ກ່ຽວກັບໄພ່ພົນຂອງພຣະເຈົ້າ, ຊຶ່ງເພິ່ງພາອາໄສເລື່ອງເຫລົ່ານີ້.
16 ພວກທ່ານຮູ້, ອ້າຍເອື້ອຍນ້ອງທັງຫລາຍ, ວ່າເຮືອລຳໃຫຍ່ໄດ້ ຮັບປະໂຫຍດຢ່າງຫລວງຫລາຍຈາກພວງມະໄລເຮືອອັນເລັກນ້ອຍໃນຍາມເກີດພະຍຸ, ໂດຍຮັກສາມັນໄວ້ໃນເສັ້ນທາງພ້ອມກັບລົມ ແລະ ຄື້ນ.
17 ສະນັ້ນ, ອ້າຍເອື້ອຍນ້ອງທີ່ຮັກແພງ, ຈົ່ງໃຫ້ພວກເຮົາເຮັດທຸກສິ່ງທຸກຢ່າງທີ່ຢູ່ໃນອຳນາດຂອງພວກເຮົາ ຢ່າງເບີກບານມ່ວນຊື່ນ; ແລະ ຈາກນັ້ນຂໍໃຫ້ພວກເຮົາຈົ່ງຢືນຢູ່ຊື່ໆ, ດ້ວຍຄວາມໝັ້ນໃຈທີ່ສຸດ, ເພື່ອເຫັນ ຄວາມລອດຂອງພຣະເຈົ້າ, ແລະ ເພື່ອພຣະອົງຈະເປີດເຜີຍແຂນຂອງພຣະອົງ.