ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 7–13 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63: “ສິ່ງ​ທີ່​ມາ​ຈາກ​ເບື້ອງ​ເທິງ​ເປັນ​ສິ່ງ​ສັກ​ສິດ”


“ວັນທີ 7–13 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63: ‘ສິ່ງ​ທີ່​ມາ​ຈາກ​ເບື້ອງ​ເທິງ​ເປັນ​ສິ່ງ​ສັກ​ສິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 7–13 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ທົ່ງ​ຢູ່​ລັດ​ມີເຊີຣີ

Spring Hill, Daviess County, Missouri [ເມືອງ​ສະປຣິງຮຽວ, ເຂດ​ເດວີສ໌, ລັດ​ມີເຊີຣີ], ໂດຍ ກາທ໌ ຣໍບິນສັນ ໂອບອນ

ວັນທີ 7–13 ເດືອນ​ມິຖຸນາ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 63

“ສິ່ງ​ທີ່​ມາ​ຈາກ​ເບື້ອງ​ເທິງ​ເປັນ​ສິ່ງ​ສັກ​ສິດ”

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຈົ້າ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ຜ່ານ​ທາງ​ການ​ອະ​ທິ​ຖານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:64). ໃຫ້​ຄິດ​ທີ່​ຈະ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ນຳ​ພາ​ການ​ສຶກ​ສາ​ຂອງ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ສະ​ຖານ​ທີ່​ສຳ​ລັບ​ເມືອງ​ຊີໂອນ ໄດ້​ຖືກ​ເລືອກ. ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ໄປ​ຢ້ຽມ​ຢາມຂົງ​ເຂດ ແລະ ໄດ້​ອຸ​ທິດ​ມັນ ໃຫ້​ເປັນ​ສະ​ຖານ​ທີ່ເຕົ້າ​ໂຮມ​ສຳ​ລັບ​ໄພ່​ພົນ. ອີງ​ຕາມ​ປະ​ຫວັດ​ຂອງໂຈເຊັບ ສະມິດ, “ແຜ່ນ​ດິນ​ຊີໂອນ​ເປັນ​ສິ່ງ​ສຳ​ຄັນ​ທີ່​ສຸດ​ທາງ​ຝ່າຍ​ໂລກ​ໃນ​ຄວາມ​ຄິດ​ຂອງ​ພວກ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63, ຫົວ​ຂໍ້ພາກ). ແຕ່​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ຊີໂອນ​ແມ່ນບໍ່​ກົງ​ກັນ. ໄພ່​ພົນ​ຫລາຍ​ຄົນ​ໄດ້​ມີ​ຄວາມ​ກະ​ຕື​ລື​ລົ້ນ ທີ່​ຈະ​ເລີ່ມ​ຕົ້ນ​ການ​ເຕົ້າ​ໂຮມ ຢູ່ລັດ​ມີເຊີຣີ. ກົງ​ກັນ​ຂ້າມ, ຜູ້​ຄົນ​ເຊັ່ນ ເອຊະຣາ ບູທ໌ ໄດ້​ຜິດ​ຫວັງ​ກັບ​ແຜ່ນ​ດິນ​ຊີໂອນ ແລະ ໄດ້​ບອກ​ກ່າວເຖິງ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ. ຕາມ​ຈິງ​ແລ້ວ, ເມື່ອ​ໂຈເຊັບ​ກັບ​ໄປ​ເມືອງ​ເຄິດແລນ ຈາກລັດ​ມີເຊີຣີ, ເພິ່ນ​ພົບ​ເຫັນວ່າ​ຄວາມ​ແຕກ​ແຍກ ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ ໄດ້ລັກ​ລອບ​ເຂົ້າ​ມາ​ຫາ​ສາດ​ສະ​ໜາ​ຈັກ ຂະ​ນະ​ທີ່​ເພິ່ນບໍ່​ຢູ່. ມັນ​ແມ່ນ​ໃນ​ສະ​ພາບ​ການນີ້​ເອງ ທີ່​ເພິ່ນໄດ້​ຮັບການ​ເປີດ​ເຜີຍ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63. ໃນ​ການ​ເປີດ​ເຜີຍນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເຖິງ​ການ​ຊື້​ທີ່​ດິນ ແລະ ຍ້າຍ​ໄພ່​ພົນ​ໄປລັດ​ມີເຊີຣີ. ແຕ່​ໃນ​ບັນ​ດາ​ວຽກ​ງານ​ຫລາຍ​ຢ່າງ​ທີ່​ຈຳ​ເປັນ​ຕ້ອງ​ເຮັດ ກໍເປັນ​ເວ​ລາ​ເໝາະ​ສົມ​ທີ່​ຈະ​ເຕືອນ​ວ່າ: “ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ເອີ່ຍ​ສຽງ​ຂອງ​ເຮົາ, ແລະ ມັນ​ຈະ​ຕ້ອງ​ຖືກ​ເຊື່ອ​ຟັງ” (ຂໍ້ທີ 5). ສຸ​ລະ​ສຽງ​ຂອງ​ພຣະ​ອົງ, ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ແລະ ພຣະ​ບັນ​ຊາ​ຂອງ​ພຣະ​ອົງ—ທັງ​ໝົດ “[ມາ] ຈາກ​ເບື້ອງ​ເທິງ”—ຊຶ່ງບໍ່​ຄວນ​ປະ​ຕິ​ບັດ​ຕໍ່ແບບ​ເຍາະ​ເຍີ້ຍ ຫລື ແບບ​ເສີຍໆ. ມັນ “ເປັນ​ສິ່ງ​ສັກ​ສິດ, ແລະ ຕ້ອງ​ກ່າວ​ເຖິງ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ” (ຂໍ້ທີ 64).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:1–6, 32–37

ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຈະ​ລຸກ​ລາມ ຕ້ານ​ຄົນ​ຊົ່ວ ແລະ ຄົນ​ກະ​ບົດ.

ເມື່ອ​ໄດ້​ຮັບການ​ເປີດ​ເຜີຍນີ້, ໂຈເຊັບ ສະມິດ ໄດ້​ປະ​ເຊີນ​ກັບ​ການ​ວິ​ຈານ​ຢ່າງ​ໜັກ ຈາກ​ສະ​ມາ​ຊິກ​ຫລາຍ​ຄົນ​ຂອງສາດ​ສະ​ໜາ​ຈັກ ຜູ້​ທີ່​ໄດ້​ຫັນມາ​ຕໍ່​ຕ້ານ​ເພິ່ນ (ເບິ່ງ “Ezra Booth and Isaac Morley,” Revelations in Context, 130–36). ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ຫຍັງ​ແດ່ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:1–6, 32–37 ກ່ຽວ​ກັບ “ຄົນ​ຊົ່ວ ແລະ ຄົນ​ກະບົດ”? ຄຳ​ເຕືອນ​ເຫລົ່າ​ນັ້ນ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:7–12

ເຄື່ອງ​ໝາຍ​ເກີດ​ຂຶ້ນ​ໂດຍ​ສັດ​ທາ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ເຄື່ອງ​ໝາຍ ຫລື ສິ່ງ​ມະ​ຫັດ​ສະ​ຈັນ​ພຽງເທົ່າ​ນັ້ນ ຈະ​ບໍ່​ຊ່ວຍ​ໃຫ້​ສັດ​ທາ​ຍືນ​ຍົງ. ໃນ​ຕົ້ນ​ປີ 1831 ເອຊະຣາ ບູທ໌, ນັກ​ເທດ​ສະ​ໜາ​ຂອງ​ນິກາຍ​ເມໂທດິສ ຢູ່​ໃນ​ເມືອງ​ເຄີດແລນ, ໄດ້​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ ຫລັງ​ຈາກ​ທີ່​ລາວໄດ້​ເຫັນ​ໂຈເຊັບ ສະມິດ ປິ່ນ​ປົວ​ແຂນ​ຂອງ​ນາງ​ແອວສາ ຈອນສັນ ຢ່າງ​ມະ​ຫັດ​ສະ​ຈັນ ທີ່​ເປັນ​ເພື່ອນ​ຂອງ​ຄອບ​ຄົວ​ບູທ໌.

ແລະ ພຽງ​ແຕ່​ພາຍ​ໃນສອງ​ສາມ​ເດືອນ, ບູທ໌ ກໍ​ເສື່ອມ​ສັດ​ທາ ແລະ ກາຍ​ເປັນ​ຄົນ​ວິ​ຈານ​ສາດ​ສະ​ດາ. ສິ່ງນີ້​ເປັນ​ໄປ​ໄດ້​ແນວ​ໃດ, ເຖິງ​ແມ່ນ​ວ່າ​ລາວໄດ້​ເຫັນ​ການ​ມະ​ຫັດ​ສະ​ຈັນ​ແລ້ວ? ໃຫ້​ໄຕ່​ຕອງ​ກ່ຽວ​ກັບເລື່ອງນີ້ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:7–12. ທ່ານ​ຄວນ​ພິ​ຈາ​ລະ​ນາ​ວ່າ ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ຮັບ​ເອົາ​ເຄື່ອງ​ໝາຍ “ສຳ​ລັບ​ຄວາມ​ດີ​ຂອງ​ມະ​ນຸດ ອັນ​ນຳ​ໄປ​ສູ່​ລັດ​ສະ​ໝີ​ພາບ [ຂອງ​ພຣະ​ເຈົ້າ]” (ຂໍ້ທີ 12) ແລະ ບາງ​ຄົນ​ຮັບ​ເອົາ​ເຄື່ອງ​ໝາຍ “ໄປ​ສູ່ … ການ​ກ່າວ​ໂທດ” (ຂໍ້ທີ 11). ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ, ທ່ານ​ຄິດ​ວ່າ ພຣະ​ຜູ້​ເປັນ​ເຈົ້າ ປະ​ສົງ​ໃຫ້​ທ່ານ​ຄິດ ແລະ ຮູ້​ສຶກຫຍັງ​ແດ່ກ່ຽວ​ກັບ​ເຄື່ອງ​ໝາຍ?

ເບິ່ງ ມັດທາຍ 16:1–4; ໂຢຮັນ 12:37; ມໍມອນ 9:10–21; ອີເທີ 12:12, 18 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:13–23

ພົມ​ມະ​ຈັນ​ໝາຍ​ເຖິງ​ການ​ຮັກ​ສາ​ຄວາມ​ຄິດ ແລະ ການ​ກະ​ທຳ​ໃຫ້​ບໍ​ລິ​ສຸດ.

ຜູ້​ຄົນ​ສ່ວນ​ຫລາຍ​ຈະ​ຮັບ​ຮູ້​ວ່າ ການ​ຫລິ້ນ​ຊູ້​ເປັນ​ສິ່ງ​ທີ່​ຜິດ. ແຕ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:13–19, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ແຈ່ມ​ແຈ້ງວ່າ ຕັນ​ຫາ​ກໍ​ມີ​ຜົນ​ສະ​ທ້ອນ​ທາງວິນ​ຍານ​ທີ່​ຮ້າຍ​ແຮງ​ຄື​ກັນ. “ເປັນ​ຫຍັງ​ຕັນ​ຫາ​ຈຶ່ງ​ເປັນ​ບາບ​ທີ່​ຮ້າຍ​ແຮງ?” ແອວເດີ ແຈັບຟະຣີ ອາ ຮໍແລນ ໄດ້​ຖາມ. “ນອກ​ເໜືອ​ໄປ​ຈາກ​ການ​ທຳ​ລາຍ​ຈິດ​ວິນ​ຍານ​ຂອງ​ເຮົາ​ທັງ​ໝົດ​ແລ້ວ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເປັນ​ບາບ ເພາະວ່າ​ມັນ​ຫລຸດ​ຄຸນ​ຄ່າ​ຄວາມ​ສຳ​ພັນ​ທີ່​ສູງ​ສຸດ ແລະ ສັກ​ສິດ​ທີ່​ສຸດ ຊຶ່ງ​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ແກ່​ມະ​ນຸດ—ຄວາມ​ຮັກ​ທີ່​ຊາຍ ແລະ ຍິງ​ມີ​ຕໍ່​ກັນ​ແລະ​ກັນ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຄູ່​ສາ​ມີ​ພັນ​ລະ​ຍາ​ມີ ເພື່ອ​ນຳ​ລູກໆ​ມາ​ສູ່​ຄອບ​ຄົວ​ດ້ວຍ​ຄວາມ​ຕັ້ງ​ໃຈ ໃຫ້​ເປັນ​ນິ​ລັນ​ດອນ” (“Place No More for the Enemy of My Soul,” Ensign ຫລື Liahona, May 2010, 44).

ຜົນ​ສະ​ທ້ອນ​ຢ່າງ​ໃດ​ແດ່ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ເຖິງ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:13–19 ທີ່​ຈະ​ມາ​ສູ່​ຜູ້​ທີ່ບໍ່​ກັບ​ໃຈ​ຈາກ​ຄວາມ​ຄິດ ແລະ ການ​ກະ​ທຳ​ທີ່ບໍ່​ບໍ​ລິ​ສຸດ? ໃຫ້​ສັງ​ເກດ​ເບິ່ງ​ພອນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສັນ​ຍາ ຢູ່​ໃນ ຂໍ້ທີ 20 ແລະ 23 ຕໍ່​ຜູ້​ທີ່​ຊື່​ສັດ. ພອນ​ຢ່າງ​ໃດ​ແດ່​ທີ່​ໄດ້​ມາ​ສູ່ຊີ​ວິດ​ທ່ານ ຈາກ​ການ​ເຊື່ອ​ຟັງ​ກົດ​ພົມ​ມະ​ຈັນ? ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ທ່ານ​ໃຫ້​ບໍ​ລິ​ສຸດ​ຢູ່ຄື​ເກົ່າ ຫລື ກາຍ​ເປັນ​ຄົນ​ບໍ​ລິສຸດ​ແນວ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:45; Linda S. Reeves, “Worthy of Our Promised Blessings,” Ensign ຫລື Liahona, Nov. 2015, 9–11 ນຳ​ອີກ.

ຮູບ​ພາບ
ຜູ້​ຊາຍ ແລະ ຜູ້​ຍິງ ຢູ່​ໃກ້​ພຣະ​ວິ​ຫານ

ເຮົາ​ໄດ້​ຮັບ​ພອນ​ເມື່ອ​ເຮົາ​ຮັກ​ສາ​ຄວາມ​ຄິດ ແລະ ການ​ກະ​ທຳ​ໃຫ້​ບໍ​ລິ​ສຸດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:24–46

ພຣະ​ຜູ້​ເປັນ​ເຈົ້າ​ຊີ້​ນຳ​ການ​ງານ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ໂລກ ຂອງ​ໄພ່​ພົນ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຈ້ງບອກ​ບ່ອນ​ທີ່​ຊີໂອນ​ຈະ​ຖືກ​ສ້າງ​ຂຶ້ນ, ໄພ່​ພົນ​ຢູ່​ໃນ​ລັດ​ໂອ​ໄຮ​ໂອ ຕ້ອງ​ການ ການ​ຊີ້​ນຳ​ກ່ຽວ​ກັບວ່າ ຈະ​ເລີ່ມ​ຕົ້ນຍົກ​ຍ້າຍ​ເມື່ອ​ໃດ ແລະ ຈະ​ໄປ​ຫາ​ເງິນຈາກ​ໃສ ເພື່ອ​ຊື້​ທີ່​ດິນ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:24–46, ໃຫ້​ຊອກ​ຫາ​ການ​ຊີ້​ນຳ​ທາງ​ຝ່າຍວິນ​ຍານ ແລະ ທາງ​ຝ່າຍໂລກ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ກ່ຽວ​ກັບ​ຊີໂອນ. ການ​ຊີ້​ນຳ​ທາງ​ຝ່າຍ​ວິນ​ຍານ ແລະ ທາງ​ຝ່າຍ​ໂລກ​ແນວ​ໃດ​ແດ່ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:7–12.ເລື່ອງ​ລາວ​ກ່ຽວ​ກັບ​ເອຊະຣາ ບູທ໌ ໜີ​ໄປ​ຈາກ​ສາດ​ສະ​ໜາ​ຈັກ ເຖິງ​ແມ່ນ​ໄດ້​ເປັນ​ພະ​ຍານ​ເຖິງ​ການ​ປິ່ນ​ປົວ​ຂອງ​ນາງ​ແອວສາ ຈອນສັນ ແລ້ວ​ກໍ​ຕາມ (ເບິ່ງ ລາຍ​ລະ​ອຽດ​ສັ້ນໆ ຢູ່​ໃນ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ” ແລະ ຮູບ​ພາບ​ທີ່​ມາ​ກັບ​ໂຄງ​ຮ່າງນີ້) ອາດ​ກະ​ຕຸ້ນ​ການ​ສົນ​ທະ​ນາ​ກ່ຽວ​ກັບສິ່ງ​ມະ​ຫັດ​ສະຈັນ. ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ມະ​ຫັດ​ສະ​ຈັນ​ທີ່ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ, ລວມ​ທັງ​ປະ​ສົບ​ການ​ຈາກ​ຄອບ​ຄົວ​ຂອງ​ທ່ານ ຫລື ປະ​ຫວັດ​ຄອບ​ຄົວ​ຂອງ​ທ່ານ. ການ​ໃຊ້​ສັດ​ທາ​ຂອງ​ເຂົາ​ເຈົ້າ​ຈຳ​ເປັນ​ຕໍ່​ການ​ໄດ້​ຮັບ​ສິ່ງ​ມະ​ຫັດ​ສະ​ຈັນ​ເຫລົ່າ​ນີ້​ແນວ​ໃດ? ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:7–12 ສິດ​ສອນ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສັດ​ທາ ແລະ ສິ່ງ​ມະ​ຫັດ​ສະ​ຈັນ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:13–19.ເຮົາ​ຈະ​ສາ​ມາດ​ປົກ​ປ້ອງ​ຕົວ​ເອງຈາກ​ອິດ​ທິ​ພົນ​ທີ່ບໍ່​ມີ​ຄ່າຄວນ, ລວມ​ທັງ​ຮູບ​ພາບ​ລາມົກ​ໄດ້​ແນວ​ໃດ? (ທ່ານ​ສາ​ມາດ​ພົບ​ເຫັນ​ແຫລ່ງ​ຕ່າງໆ​ທີ່​ເປັນ​ປະ​ໂຫຍດ​ສຳ​ລັບ​ຄອບ​ຄົວ ຢູ່​ທີ່ AddressingPornography.ChurchofJesusChrist.org.) ມີພອນ​ຢ່າງ​ໃດ​ແດ່​ສຳລັບ​ການ​ດຳ​ລົງ​ຊີ​ວິດ​ຕາມ​ກົດ​ພົມ​ມະ​ຈັນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:23.ທ່ານ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ ວິ​ທີ​ທີ່ “ຄວາມ​ລຶກ​ລັບ​ແຫ່ງ​ອາ​ນາ​ຈັກ,” ຫລື ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ, ຄື​ກັນ​ກັບ “ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ” ແນວ​ໃດ? ຍົກ​ຕົວ​ຢ່າງ, ພວກ​ທ່ານ​ສາ​ມາດ​ເດີນ​ທາງ​ໄປ​ຫາບໍ່​ນ້ຳ​ອຸ່ນ ຫລື ແມ່​ນ້ຳ ທີ່​ຢູ່​ໃກ້ (ຫລື ສາຍ​ວິ​ດີ​ໂອ ຫລື ສະ​ແດງ​ຮູບ​ພາບ​ກ່ຽວ​ກັບ​ນ້ຳ). ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ເປັນ​ເໝືອນ​ດັ່ງ​ນ້ຳ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:58.ຄຳ​ເຕືອນ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ ຢູ່​ໃນ ພາກທີ 63? ມີ​ຄຳ​ເຕືອນ​ຢ່າງ​ໃດ​ແດ່​ທີ່​ເຮົາ​ໄດ້​ຍິນ​ຈາກ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ທຸກວັນ​ນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:58–64.ເອົາ​ສົມ​ບັດ​ທີ່​ມີ​ຄ່າ​ຂອງ​ຄອບ​ຄົວ ມາ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ເບິ່ງ. ເຮົາ​ກະ​ທຳ​ຕໍ່​ສິ່ງ​ເຫລົ່າ​ນີ້​ຕ່າງ​ຈາກ​ສິ່ງ​ອື່ນໆ ທີ່ບໍ່​ມີ​ຄ່າ​ເທົ່າ​ກັບ​ສິ່ງ​ເຫລົ່າ​ນີ້​ແນວ​ໃດ? ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 63:58–64 ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ສາ​ມາດ​ເຮັດ​ດ້ວຍ​ຄວາມ​ຄາ​ລະ​ວະ​ຕໍ່​ສິ່ງ​ທີ່​ສັກ​ສິດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ດຳ​ລົງ​ຊີ​ວິດ​ຕາມ​ສິ່ງ​ທີ່ທ່ານ​ຮຽນ​ຮູ້. “ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ປິ​ຕິ​ຍິນ​ດີ ທີ່​ມາ​ຈາກ​ການ​ເຂົ້າ​ໃຈ​ພຣະ​ກິດ​ຕິ​ຄຸນ, ທ່ານ​ຈະ​ຢາກ​ໃຊ້​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃຫ້​ສອດ​ຄ່ອງ​ກັບ​ສິ່ງ​ທີ່​ທ່ານ​ເຂົ້າ​ໃຈ. ເມື່ອ​ເຮັດ​ແບບນັ້ນ ສັດ​ທາ, ຄວາມ​ຮູ້, ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງ​ຂຶ້ນ” (ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, 21).

ຮູບ​ພາບ
ໂຈເຊັບ ສະມິດ ຈັບ​ມື​ຜູ້​ຍິງ

Healing of Elsa Johnson’s Shoulder [ການ​ປິ່ນ​ປົວ​ບ່າ​ໄຫລ່​ຂອງ​ນາງ​ແອວສາ ຈອນສັນ], ໂດຍ ແຊມ ລໍເລີ

ພິມ