ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 14–20 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64–66: “ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ”


“ວັນທີ 14–20 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64–66: ‘ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 14–20 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64–66,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ທົ່ງ​ໃນ​ຕອນ​ຕາ​ເວັນ​ຂຶ້ນ

ເຂດ​ເດວີສ໌, ລັດ​ມີເຊີຣີ

ວັນທີ 14–20 ເດືອນ​ມິຖຸນາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64–66

“ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ”

ປະທານ​ເຮັນຣີ ​ບີ ໄອຣິງ ໄດ້​ກ່າວ​ວ່າ: “ຂ້າ​ພະ​ເຈົ້າ​ມັກ​ອ່ານ​ພຣະ​ຄຳ​ພີ​ດ້ວຍ​ຄຳ​ຖາມ​ທີ່​ວ່າ ‘ພຣະ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ຫຍັງ?’ ຫລື ‘ພຣະ​ອົງ​ຢາກ​ໃຫ້​ເຮົາ​ຮູ້​ສຶກ​ຫຍັງ?’ ຂ້າ​ພະ​ເຈົ້າ​ຈະ​ພົບ​ເຫັນ​ແນວຄິດ ແລະ ຄວາມ​ຄິດໃໝ່​ສະ​ເໝີ ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ມີ​ມາ​ກ່ອນ” (“How God Speaks to Me through the Scriptures,” Feb. 6, 2019, blog.ChurchofJesusChrist.org).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ຄວາມ​ຮ້ອນ​ອົບ​ເອົ້າ​ຂອງເດືອນ​ສິງຫາ ປີ 1831, ພວກ​ແອວ​ເດີ​ຫລາຍ​ຄົນ​ໄດ້​ເດີນ​ທາງ​ກັບ​ຄືນ​ໄປ​ເມືອງ​ເຄີດ​ແລນ ຫລັງ​ຈາກການ​ສຳ​ຫລວດແຜ່ນ​ດິນ​ຊີ​ໂອນ ໃນລັດ​ມີ​ເຊີ​ຣີ ຕາມ​ການ​ຊີ້​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ມັນ​ບໍ່​ໄດ້​ເປັນ​ການ​ເດີນ​ທາງ​ທີ່​ສະ​ບາຍ. ຜູ້​ເດີນ​ທາງ—ໂຈເຊັບ ສະມິດ, ອໍລີເວີ ຄາວເດີຣີ, ຊິດນີ ຣິກດອນ, ເອຊະຣາ ບູທ໌, ແລະ ຄົນ​ອື່ນໆ—ທັງ​ຮ້ອນ ແລະ ເມື່ອຍ​ລ້າ, ແລະ ບໍ່​ດົນ​ຄວາມ​ຕຶງ​ຄຽດ​ກໍ​ກາຍ​ເປັນ​ການ​ຜິດ​ຖຽງກັນ. ເບິ່ງ​ຄື​ກັບ​ວ່າ ການ​ສ້າງ​ຊີ​ໂອນ, ເມືອງ​ແຫ່ງ​ຄວາມ​ຮັກ, ເປັນ​ອັນ​ໜຶ່ງ​ດຽວ​ກັນ, ແລະ ສະ​​ຫງົບ​ສຸກ, ຈະ​ຕ້ອງ​ໃຊ້​ເວ​ລາ​ດົນ​ນານ.

ໂຊກ​ດີທີ່ ການ​ສ້າງ​ຊີ​ໂອນ—ໃນ​ລັດ​ມີ​ເຊີ​ຣີ ໃນ​ປີ 1831 ຫລື ໃນ​ໃຈ ແລະ ໃນ​ຫວອດ​ຂອງ​ເຮົາ​ໃນ​ປະ​ຈຸ​ບັນ—ບໍ່​ຮຽກ​ຮ້ອງ​ເຮົາ​ໃຫ້​ເປັນ​ຄົນ​ດີ​ພ້ອມ. ກົງ​ກັນ​ຂ້າມ, “ເຈົ້າ​ຖືກ​ຮຽກ​ຮ້ອງ​ໃຫ້​ອະ​ໄພ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:10). ພຣະ​ອົງ​ຮຽກ​ຮ້ອງ “ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ” (ຂໍ້ທີ 34). ແລະ ພຣະ​ອົງ​ຮຽກ​ຮ້ອງ​ຄວາມ​ອົດ​ທົນ ແລະ ຄວາມ​ພາກ​ພຽນ, ເພາະ​ຊີ​ໂອນ​ຖືກ​ສ້າງ​ຂຶ້ນ​ດ້ວຍ​ຮາກ​ຖານ​ຂອງ “ສິ່ງ​ເລັກ​ນ້ອຍ,” ສຳ​ເລັດ​ໂດຍ​ຜູ້​ທີ່ບໍ່​ກາຍ​ເປັນ​ຄົນ “ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ” (ຂໍ້ທີ 33).

ເບິ່ງ Saints, 1:133–34, 136–37 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:1–11

ເຮົາ​ຖືກ​ຮຽກ​ຮ້ອງ​ໃຫ້​ອະ​ໄພ​ແກ່​ທຸກຄົນ.

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:1–11, ໃຫ້​ຄິດ​ກ່ຽວ​ກັບ​ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໃຫ້​ອະ​ໄພ​ແກ່​ທ່ານ. ທ່ານອາດ​ຄິດ​ກ່ຽວ​ກັບບາງ​ຄົນ​ທີ່​ທ່ານ​ຕ້ອງ​ໃຫ້​ອະ​ໄພ. ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ເອງ ແລະ ກ່ຽວ​ກັບ​ຄົນ​ອື່ນ​ແນວ​ໃດ? ທ່ານ​ຄິດ​ວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ບັນ​ຊາເຮົາ “ໃຫ້​ອະ​ໄພ​ແກ່​ມະ​ນຸດ​ທຸກ​ຄົນ”? (ຂໍ້ທີ 10). ຖ້າ​ຫາກ​ວ່າ​ມັນ​ຍາກ​ສຳ​ລັບ​ທ່ານ​ທີ່​ຈະໃຫ້​ອະ​ໄພ, ໃຫ້ພິ​ຈາ​ລະ​ນາ​ສິ່ງ​ທີ່​ແຫລ່ງ​ຊ່ວຍ​ເຫລືອ​ດັ່ງ​ຕໍ່​ໄປ​ນີ້ ສິດ​ສອນ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສາ​ມາດ​ຊ່ວຍແນວ​ໃດ: Jeffrey R. Holland, “The Ministry of Reconciliation,” Ensign ຫລື Liahona, Nov. 2018, 77–79; ຄູ່​ມື​ພຣະ​ຄຳ​ພີ, “ໃຫ້​ອະ​ໄພ,” scriptures.ChurchofJesusChrist.org.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:31–34

ພຣະ​ເຈົ້າ​ຮຽກ​ຮ້ອງໃຫ້​ເຮົາ​ມີ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ

ທ່ານ​ເຄີຍ​ຮູ້​ສຶກ “ເມື່ອຍ​ລ້າ” ກັບ “ວຽກ​ງານ​ດີ” ທັງ​ໝົດ​ທີ່​ທ່ານ​ພະ​ຍາ​ຍາມ​ເຮັດ​ໃຫ້​ສຳ​ເລັດ​ບໍ? ໃຫ້​ຊອກ​ຫາ​ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:31–34. ການມອບ “ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ” ຂອງ​ທ່ານ​ໃຫ້​ແກ່​ພຣະ​ເຈົ້າ ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້ທີ 34).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:41–43

ຊີ​ໂອນ​ຈະ​ເປັນ “ທຸງ​ສັນ​ຍານ​ໃຫ້​ແກ່​ຜູ້​ຄົນ.”

ທຸງ​ສັນ​ຍານ​ຄື “ທຸງ ຫລື ສັນ​ຍາ​ລັກ​ທີ່​ຢູ່​ອ້ອມ​ຮອບ ໃນ​ບ່ອນ​ທີ່​ຜູ້​ຄົນ​ເຕົ້າ​ໂຮມ​ກັນ​ໃນ​ຄວາມ​ເປັນ​ໜຶ່ງ​ໃນ​ຈຸດ​ປະ​ສົງ ຫລື ເອ​ກະ​ລັກ” (ຄູ່​ມື​ພຣະ​ຄຳ​ພີ, “ທຸງ​ສັນ​ຍານ,” scriptures.ChurchofJesusChrist.org). ຊີ​ໂອນ—ຫລື ສາດ​ສະ​ໜາ​ຈັກ​ຂອງ​ພຣະຜູ້​ເປັນ​ເຈົ້າ—ໄດ້​ເປັນ​ຄື​ກັນ​ກັບ​ທຸງ​ສັນ​ຍານ​ຕໍ່​ທ່ານ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ຕົວ​ຢ່າງ​ອື່ນໆ​ເຫລົ່າ​ນີ້ ເຖິງ​ສິ່ງ​ທີ່​ຖືກ​ຍົກຂຶ້ນ ຄືກັນ​ກັບ​ທຸງ​ສັນ​ຍານ, ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ: ຈົດບັນຊີ 21:6–9; ມັດທາຍ 5:14–16; ແອວມາ 46:11–20. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ​ຊ່ວຍ​ສາດ​ສະ​ໜາ​ຈັກ​ໃຫ້​ເປັນ​ທຸງ​ສັນ​ຍານ ໃນ​ບ່ອນ​ທີ່​ທ່ານ​ອາ​ໄສ​ຢູ່? ໃຫ້ຊອກ​ຫາ​ວິ​ທີ​ອື່ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຍາຍ​ກ່ຽວ​ກັບ​ຊີ​ໂອນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:41–43.

ຮູບ​ພາບ
ນາຍ​ທັບ​ໂມໂຣໄນ

Captain Moroni Bearing the Title of Liberty [ນາຍ​ທັບ​ໂມໂຣໄນ​ຖື​ປ້າຍ​ແຫ່ງ​ເສ​ລີ​ພາບ], ໂດຍ ແກຣີ ອີ ສະມິດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65

“ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ມັດ​ທາຍ​ໄດ້​ບັນ​ຍາຍ​ກ່ຽວ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ວ່າ​ເປັນ​ຜູ້​ທີ່​ຮ້ອງ​ປ່າວ​ວ່າ, “ຈົ່ງ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” (ມັດທາຍ 3:3; ເບິ່ງ ເອຊາຢາ 40:3 ນຳ​ອີກ). ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 65, ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ພາ​ສາ​ທີ່​ຄ້າຍ​ຄື​ກັນ​ນີ້ ເພື່ອ​ບັນ​ຍາຍ​ກ່ຽວ​ກັບ​ວຽກ​ງານ​ໃນ​ຍຸກ​ສຸດ​ທ້າຍຂອງ​ພຣະ​ອົງ. ທ່ານ​ເຫັນ​ສິ່ງ​ໃດ​ແດ່ທີ່​ຄ້າຍ​ຄື​ກັນ​ລະ​ຫວ່າງສິ່ງ​ທີ່​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ເຮັດ (ເບິ່ງ ມັດທາຍ 3:1–12) ແລະ ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເຮັດ ໃນ​ທຸກວັນ​ນີ້? ທ່ານ​ພົບ​ເຫັນ​ສິ່ງ​ໃດ​ແດ່​ຢູ່​ໃນ​ການ​ເປີດ​ເຜີຍນີ້ ທີ່​ດົນ​ໃຈ​ທ່ານ​ໃຫ້​ຊ່ວຍ​ເຮັດ​ໃຫ້​ການ​ທຳ​ນາຍ​ທີ່​ບັນ​ຈຸ​ຢູ່​ໃນ​ນັ້ນ​ເກີດ​ເປັນ​ຈິງ? ໃຫ້​ໄຕ່​ຕອງວິ​ທີ​ທີ່​ທ່ານ​ສາ​ມາດ “ເຮັດ​ໃຫ້​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ [ຂອງພຣະ​ເຈົ້າ] ເປັນ​ທີ່​ຮູ້​ຈັກ​ໃນ​ບັນ​ດາ​ຜູ້​ຄົນ” (ຂໍ້ທີ 4).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66

ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ຄວາມ​ຄິດ​ຂອງ​ໃຈ​ເຮົາ.

ບໍ່​ດົນ​ຫລັງ​ຈາກ​ທີ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ວິວລຽມ ອີ ມິກລີລິນ ໄດ້​ຂໍ​ໃຫ້​ໂຈເຊັບ ສະມິດ ເປີດ​ເຜີຍ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ລາວ. ໂຈເຊັບບໍ່​ຮູ້ວ່າ ວິວລຽມ​ມີ​ຄຳ​ຖາມ​ສ່ວນ​ຕົວ​ຫ້າ​ຂໍ້​ທີ່​ລາວ​ຫວັງ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕອບ ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ. ເຮົາ​ບໍ່​ຮູ້​ວ່າ ຄຳ​ຖາມ​ຂອງ​ວິວລຽມ​ແມ່ນ​ກ່ຽວ​ກັບ​ຫຍັງ, ແຕ່​ເຮົາ​ຮູ້​ວ່າ ການ​ເປີດ​ເຜີຍແມ່ນ​ກ່ຽວ​ກັບ​ລາວ, ບັດ​ນີ້, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66, ໄດ້​ຕອບຄຳ​ຖາມ​ແຕ່​ລະ​ຂໍ້​ຂອງ​ວິວລຽມ “​ຢ່າງ​ສົມ​ບູນ ແລະ ເພິ່ງ​ພໍ​ໃຈ” (“William McLellin’s Five Questions,” Revelations in Context, 138).

ຂະ​ນະ​ທີ່​ທ່ານ​ອ່ານ ພາກ​ທີ 66, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ກ່ຽວ​ກັບ​ວິວ​ລຽມ ມິກ​ລີ​ລິນ ແລະ ຄວາມ​ຫ່ວງ​ໃຍ ແລະ ຄວາມ​ເຈດ​ຕະ​ນາ​ໃນ​ໃຈ​ຂອງ​ລາວ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດເຜີຍ​ໃນ​ແບບ​ໃດ ວ່າ​ພຣະ​ອົງ​ຮູ້​ຈັກ​ທ່ານ? ຖ້າ​ຫາກ​ທ່ານ​ມີ​ໃບ​ປິ​ຕຸ​ພອນ, ໃຫ້​ຄິດ​ທີ່​ຈະ​ສຶກ​ສາ​ມັນ. ເມື່ອ​ທ່ານ​ເຮັດ​ສິ່ງນີ້, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ກ່ຽວ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ທ່ານ​ແນວ​ໃດ?

ເບິ່ງ Saints, 1:138–40; Gospel Topics, “Patriarchal Blessings,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:8–10.ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ໃຫ້​ໂອ​ກາດ​ຫລາຍ​ຢ່າງ​ທີ່​ຈະ​ຮຽນ​ໃຫ້​ອະ​ໄພ. ບາງ​ທີ​ສະ​ມາ​ຊິກ​ຂອງ​ຄອບ​ຄົວ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ການ​ໃຫ້​ອະ​ໄພ​ຄົນ​ອື່ນ ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ​ແນວ​ໃດ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຊ່ວຍ​ເຮົາ ເພື່ອ​ໃຫ້​ອະ​ໄພ​ກັນ​ແລະ​ກັນ​ແນວ​ໃດ? ເຮົາ “ທຸກ​ທໍ​ລະ​ມານ” ແນວ​ໃດ (ຂໍ້ທີ 8) ເມື່ອ​ເຮົາ​ບໍ່​ໃຫ້​ອະ​ໄພ​ຄົນ​ອື່ນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33.ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງໃຫ້​ຄອບ​ຄົວ​ຂອງ​ທ່ານ​ເຮັດ​ສິ່ງ​ໃດ ເພື່ອ​ເຮັດ​ໃຫ້ “ວຽກ​ງານ​ອັນ​ຍິ່ງ​ໃຫຍ່” ຂອງ​ພຣະ​ອົງ​ເກີດຂຶ້ນ? ບາງ​ທີມັນ​ເປັນ​ການ​ໄປ​ພຣະ​ວິ​ຫານ, ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ກັບ​ເພື່ອນ​ບ້ານ, ຫລື ການ​ເອົາ​ຊະ​ນະ​ການ​ຂັດ​ແຍ້ງ​ກັນ. ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ຮວບ​ຮວມ​ສິ່ງ​ຂອງ​ທີ່​ນ້ອຍໆ ເຊັ່ນ​ກ້ອນ​ຫີນ ຫລື ກະ​ດຸມ, ຫລື ຕ່ອນ​ເຈ້ຍ​ປິດ​ສະ​ໜາ​ທີ່​ປະ​ກອບ​ເຂົ້າ​ກັນ​ເປັນ​ຮູບ, ແລະ ໃຊ້​ມັນ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່ “ສິ່ງ​ເລັກ​ນ້ອຍ” ທີ່​ເຮົາ​ສາ​ມາດ​ໃຊ້​ທຸກວັນ ເພື່ອ “[ວາງ] ​ຮາກ​ຖານ” ສຳ​ລັບ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຈົ້າ. ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເລືອກ​ເອົາ​ສິ່ງ​ນ້ອຍໆຢ່າງ​ໜຶ່ງ​ເຫລົ່າ​ນີ້ ເພື່ອ​ຮວບ​ຮວມ​ໃນ​ອາ​ທິດນີ້.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:3.ທ່ານ​ຈະ​ສິດ​ສອນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ກັບ​ໃຈ​ແນວ​ໃດ? ທ່ານ​ສາ​ມາດ​ຕັກ​ອາ​ຫານ​ໃສ່​ຈານ​ທີ່​ເຄິ່ງ​ສະ​ອາດ​ເຄິ່ງ​ເປື້ອນ ແລະ ອ່ານ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ວິວລຽມ ມິກລີລິນ ທີ່​ວ່າ: “ເຈົ້າ​ສະ​ອາດ, ແຕ່ບໍ່​ແມ່ນ​ທັງໝົດ.” ແລ້ວໃຫ້​ທ່ານ​ລ້າງ​ຈານ ແລະ ຕັກ​ອາ​ຫານ​ໃສ່ ແລະ ກິນ​ອາ​ຫານນັ້ນ​ນຳ​ກັນ ຂະ​ນະ​ທີ່​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຢ​ຊູ​ຄຣິດ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ສະ​ອາດ​ທາງວິນ​ຍານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:10.ຄອບ​ຄົວ​ຂອງ​ທ່ານ​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ວ່າ “ຢ່າ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ຫຍຸ້ງ​ຍາກ​ເກີນ​ຄວນ,” ຫລື ຫຍຸ້ງ​ກັບຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຈະ​ເຮັດ​ແນວ​ໃດ? ພວກ​ທ່ານ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ເລື່ອງ​ນາງ​ມາຣີ ແລະ ນາງ​ມາທາ (ເບິ່ງ ລູກາ 10:38–42), ແລະ ສົນ​ທະ​ນາ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຫລີກ​ເວັ້ນ​ຈາກ​ຄວາມຫຍຸ້ງ​ຍາກ​ເກີນ​ຄວນ​ກັບ​ສິ່ງ​ທີ່ບໍ່​ມີ​ຄ່າ​ທາງ​ນິ​ລັນ​ດອນ.

ສຳ​ລັບ​ແນວ​ຄິດ​ອື່ນໆກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ກ້າ​ເຮັດ​ສິ່ງ​ຖືກ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 70.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ມີ​ເວ​ລາ ແລະ ສາ​ມາດ​ເຂົ້າ​ຫາ​ໄດ້. ບາງ​ເທື່ອເວ​ລາ​ສິດ​ສອນ​ທີ່​ດີ​ທີ່​ສຸດ​ແມ່ນ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ຖາມ ຫລື ຄວາມ​ເປັນ​ຫ່ວງ​​ໃນ​ໃຈ​ຂອງສະ​ມາ​ຊິກ​ໃນຄອບ​ຄົວ. ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວຮູ້​ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ທ່ານວ່າ ທ່ານ​ພ້ອມ​ທີ່​ຈະ​ຮັບ​ຟັງ​ເຂົາ​ເຈົ້າ. (ເບິ່ງ Teaching in the Savior’s Way, 16.)

ຮູບ​ພາບ
ຜູ້​ຍິງ​ຄຸ​ເຂົ່າ​ຢູ່​ໃກ້​ພຣະ​ເຢ​ຊູ

Forgiven [ຖືກ​ໃຫ້​ອະ​ໄພ], ໂດຍ ກະເຣກ ເຄ ອໍເຊັນ ຖືກ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ. www.GregOlsen.com

ພິມ