ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 21–27 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67–70: “ມີ​ຄ່າ … ເກີນກວ່າ​ຄວາມ​ຮັ່ງ​ມີ​ໃດໆ​ຢູ່​ໃນ​ໂລກນີ້”


“ວັນທີ 21–27 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67–70: ‘ມີ​ຄ່າ … ເກີນກວ່າ​ຄວາມ​ຮັ່ງ​ມີ​ໃດໆ​ຢູ່​ໃນ​ໂລກນີ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 21–27 ເດືອນ​ມິຖຸນາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67–70,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
revelation manuscript book in display case

ວັນທີ 21–27 ເດືອນ​ມິຖຸນາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67–70

“ມີ​ຄ່າ … ເກີນກວ່າ​ຄວາມ​ຮັ່ງ​ມີ​ໃດໆ​ຢູ່​ໃນ​ໂລກນີ້”

ເຖິງ​ແມ່ນ​ວ່າ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ ຢູ່​ໃນຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ແມ່ນ​ກ່າວ​ຕໍ່​ຜູ້​ຄົນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ ໃນ​ສະ​ຖາ​ນະ​ການ​ໃດ​ໜຶ່ງ​ໂດຍ​ສະ​ເພາະ, ແຕ່​ການ​ເປີດ​ເຜີຍ “ເປັນ​ປະ​ໂຫຍດ​ສຳ​ລັບ​ມະ​ນຸດ​ທັງ​ປວງ” (“ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ​ສິບ​ສອງ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ,” ຄຳ​ນຳ​ຕໍ່​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ). ຂະ​ນະ​ທີ່​ທ່ານ​ສຶກ​ສາ, ໃຫ້​ຊອກ​ຫາ​ຄວາມ​ຈິງ ແລະ ຫລັກ​ທຳ​ທີ່​ເປັນ​ປະ​ໂຫຍດ​ສຳ​ລັບ​ທ່ານ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ຈາກ​ປີ 1828 ເຖິງ 1831, ສາດ​ສະ​ດາ ໂຈເຊັບ ສະມິດ ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ຢ່າງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ລວມ​ທັງ​ຄຳ​ແນະ​ນຳ​ຈາກ​ສະ​ຫວັນ​ສຳ​ລັບ​ບຸກ​ຄົນ, ຄຳ​ແນະ​ນຳ​ເລື່ອງ​ການ​ປົກ​ຄອງ​ສາດ​ສະ​ໜາ​ຈັກ, ແລະ ພາບ​ນິ​ມິດ​ທີ່​ດົນ​ໃຈ​ຂອງ​ຍຸກ​ສຸດ​ທ້າຍ. ແຕ່​ໄພ່​ພົນ​ຫລາຍ​ຄົນ​ຍັງ​ບໍ່​ໄດ້​ອ່ານ​ມັນ​ເທື່ອ. ການ​ເປີດ​ເຜີຍ​ຍັງ​ບໍ່​ໄດ້​ຖືກ​ຈັດ​ພິມ​ເທື່ອ, ແລະ ສຳ​ເນົາ​ຈຳ​ນວນ​ໜ້ອຍ​ໜຶ່ງທີ່​ມີ​ໃຫ້​ໃຊ້ ກໍ​ຂຽນ​ເອົາ ໄວ້​ໃນ​ເຈ້ຍ​ເປັນແຜ່ນໆ ທີ່​ສະ​ມາ​ຊິກ​ສົ່ງ​ຕໍ່​ໃຫ້​ກັນ​ອ່ານ ແລະ ຜູ້​ສອນ​ສາດ​ສະ​ໜາ​ໄດ້​ເອົາ​ໄປ​ນຳ.

ແລ້ວ, ໃນ​ເດືອນ​ພະ​ຈິກ ປີ 1831, ໂຈເຊັບ​ໄດ້​ເອີ້ນ​ໃຫ້​ມີ​ການ​ປະ​ຊຸມ​ສະ​ພາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ສົນ​ທະ​ນາ​ເລື່ອງ​ການ​ຈັດ​ພິມ​ການ​ເປີດ​ເຜີຍ. ຫລັງ​ຈາກຮູ້​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ຜູ້​ນຳ​ເຫລົ່າ​ນີ້​ຈຶ່ງ​ໄດ້​ວາງ​ແຜນ​ທີ່​ຈະ​ຈັດ​ພິມ​ປຶ້ມ​ພຣະ​ບັນ​ຍັດ—ກ່ອນ​ພຣະ​ຄຳ​ພີ​ຄຳສອນ ແລະ ພັນ​ທະ​ສັນ​ຍາ ໃນ​ປະ​ຈຸ​ບັນ​ນີ້. ບໍ່​ດົນ​ທຸກ​ຄົນຈະ​ສາ​ມາດ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ດ້ວຍ​ຕົວ​ເອງ, ຊຶ່ງ​ເປັນ​ຫລັກ​ຖານ​ທີ່​ແຈ້ງ​ຊັດ​ວ່າ “ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຖືກ​ຝາກ​ຝັງ​ໄວ້​ກັບ​ມະ​ນຸດ​ອີກ​ເທື່ອ​ໜຶ່ງ.” ເພາະ​ດ້ວຍ​ເຫດ​ຜົນ​ເຫລົ່າ​ນີ້ ແລະ ຫລາຍໆ​ເຫດ​ຜົນ​ອື່ນ​ອີກ, ໄພ່​ພົນ​ໃນ​ເວ​ລານັ້ນ ແລະ ໃນ​ເວ​ລານີ້ ຈຶ່ງຄິດ​ວ່າ ການ​ເປີດ​ເຜີຍ​ເຫລົ່າ​ນີ້ “ມີ​ຄ່າ … ເກີນກວ່າ​ຄວາມ​ຮັ່ງ​ມີ​ໃດໆ​ຢູ່​ໃນ​ໂລກນີ້” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 70, ຫົວຂໍ້​ພາກ).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67:1–9; 68:3–6

ພຣະ​ເຈົ້າ​ຈະ​ຢູ່​ຄຽງ​ຂ້າງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ແລະ ຍຶດ​ໝັ້ນ​ກັບ​ຖ້ອຍ​ຄຳ​ທີ່​ພວກ​ເພິ່ນ​ກ່າວ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.

ການ​ຕັດ​ສິນ​ໃຈ​ທີ່​ຈະ​ພິມ​ການ​ເປີດ​ເຜີຍ ໄດ້​ຮັບ​ໂດຍ​ໂຈເຊັບ ສະມິດ ເບິ່ງ​ຄື​ວ່າ​ເປັນ​ເລື່ອງ​ງ່າຍ, ແຕ່​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ ບໍ່​ແນ່​ໃຈ​ວ່າ​ມັນ​ເປັນ​ແນວ​ຄິດ​ທີ່​ດີ. ຄວາມ​ເປັນ​ຫ່ວງ​ຢ່າງ​ໜຶ່ງ​ແມ່ນ​ກ່ຽວ​ກັບ​ຄວາມ​ບົກ​ຜ່ອງ​ໃນ​ພາ​ສາ​ທີ່ໂຈເຊັບ ສະມິດ ໄດ້​ໃຊ້​ເພື່ອ​ຂຽນ​ການ​ເປີດ​ເຜີຍ. ການ​ເປີດ​ເຜີຍ​ທີ່​ໄດ້​ຮັບ​ຢູ່​ໃນ ພາກທີ 67 ເປັນ​ຄຳ​ຕອບ​ຕໍ່​ຄວາມ​ເປັນ​ຫ່ວງນັ້ນ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ສາດ​ສະ​ດາ ແລະ ການ​ເປີດ​ເຜີຍ​ຈາກ ຂໍ້ທີ 1–9? ຄວາມ​ຮູ້​ເພີ່ມ​ເຕີມ​ໃດ​ແດ່​ທີ່​ທ່ານ​ໄດ້​ຮັບ​ຈາກ 68:3–6?

ກ່ອນ​ປຶ້ມ​ພຣະ​ບັນ​ຍັດ​ໄດ້​ຖືກ​ຈັດ​ພິມ, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ໄດ້​ເຊັນ​ປະ​ຈັກ​ພະ​ຍານ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ ວ່າ​ການ​ເປີດ​ເຜີຍ​ຢູ່​ໃນ​ປຶ້ມນັ້ນ​ເປັນ​ຄວາມ​ຈິງ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:1–8

ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຖ້ອຍ​ຄຳ​ຢູ່​ໃນ​ຂໍ້ເຫລົ່າ​ນີ້ ໄດ້ຖືກ​ກ່າວ ຕອນ​ທີ່ອໍສັນ ຮາຍດ໌ ແລະ ຄົນ​ອື່ນໆ​ຖືກ​ເອີ້ນ “ໃຫ້​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ອັນ​ເປັນ​ນິດ, ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່, ຈາກ​ຜູ້​ຄົນ​ກຸ່ມ​ໜຶ່ງ​ຫາ​ຜູ້​ຄົນ​ອີກ​ກຸ່ມ​ໜຶ່ງ, ແລະ ຈາກ​ແຜ່ນ​ດິນ​ໜຶ່ງ​ຫາ​ອີກ​ແຜ່ນ​ດິນ​ໜຶ່ງ” (ຂໍ້ທີ 1). ການ​ປະ​ກາດ​ຢູ່​ໃນ ຂໍ້ທີ 4 ຊ່ວຍ​ບາງ​ຄົນ​ທີ່​ກຳ​ລັງ​ຖືກ​ສົ່ງ​ໄປ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ແນວ​ໃດ? ຖ້ອຍ​ຄຳ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ? ໃຫ້​ຄິດ​ເຖິງ​ຕອນ​ທີ່​ທ່ານ​ໄດ້​ຮັບ “ການ​ດົນ​ໃຈ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ຂໍ້ທີ 3) ເພື່ອ​ໃຫ້​ເວົ້າ ຫລື ເຮັດ​ບາງ​ສິ່ງ. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ສາ​ມາດ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ທ່ານ ທີ່​ຈະ​ເຮັດ​ຕາມ​ການ​ກະ​ຕຸ້ນ​ທາງວິນ​ຍານ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28

ພໍ່​ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ຕົນ.

ຊິດສະເຕີ ໂຈຍ ດີ ໂຈນສ໌, ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ, ໄດ້​ສິດ​ສອນ​ວ່າ, “ຈຸດ​ສຳ​ຄັນ​ທີ່​ຈະ​ຊ່ວຍ​ລູກໆ​ໃຫ້​ກາຍ​ເປັນ​ຄົນ​ທີ່​ຕ້ານ​ທານ​ກັບ​ຄວາມ​ບາບ​ໄດ້ ແມ່ນ​ທີ່​ຈະ​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ໄວ​ອ່ອນໆ ເພື່ອ​ສິດ​ສອນ​ຄຳ​ສອນ ແລະ ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ເລີ່ມ​ຕົ້ນ—​ຈາກ​ພຣະ​ຄຳ​ພີ, ຫລັກ​ແຫ່ງ​ຄວາມ​ເຊື່ອ, ປຶ້ມ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ເພງປະ​ຖົມ​ໄວ, ເພງ​ສວດ, ແລະ ປະ​ຈັກ​ພະ​ຍານ​ສ່ວນ​ຕົວ​ຂອງເຮົາ​ເອງ—ທີ່​ຈະ​ນຳ​ພາ​ເດັກ​ນ້ອຍ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ” (“A Sin-Resistant Generation,” Ensign ຫລື Liahona, May 2017, 88).

ອີງ​ຕາມ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–28, ມີ “ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ​ຂັ້ນ​ເລີ່ມ​ຕົ້ນ” ຢ່າງ​ໃດ​ແດ່​ທີ່​ຊິດສະເຕີ ໂຈນສ໌ ໄດ້​ກ່າວ​ເຖິງ ທີ່​ພໍ່​ແມ່​ຄວນ​ສິດ​ສອນ​ລູກໆ​ຂອງ​ຕົນ? ເປັນ​ຫຍັງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ນີ້ ຈຶ່ງ​ຖືກ​ມອບ​ໃຫ້​ພໍ່​ແມ່? ທ່ານ​ຈະ​ເວົ້າ​ຈັ່ງ​ໃດ​ກັບ​ພໍ່​ແມ່​ຜູ້​ທີ່​ຮູ້​ສຶກວ່າ​ຕົວ​ເອງບໍ່ດີ​ພໍ ທີ່​ຈະ​ສິດ​ສອນ​ສິ່ງ​ເຫລົ່າ​ນີ້​ໃຫ້​ກັບ​ລູກໆ​ຂອງ​ຕົນ?

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ

ບ້ານ​ເຮືອນ​ເປັນ​ສະ​ຖານ​ທີ່ໃນ​ອຸ​ດົມ​ຄະ​ຕິ​ສຳ​ລັບ​ລູກໆ​ທີ່​ຈະ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 67:10–14.ຄວາມ​ອິດ​ສາ​ບັງ​ບຽດ, ຄວາມ​ຢ້ານ​ກົວ, ແລະ ຄວາມທະ​ນົງ​ຕົວ ກີດ​ກັນ​ເຮົາ​ຈາກ​ການ​ເຂົ້າ​ໃກ້​ຊິດ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຫລາຍກວ່າ​ເກົ່າ​ແນວ​ໃດ? ເປັນ​ຫຍັງ “ມະ​ນຸດທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ” ຈຶ່ງບໍ່​ສາ​ມາດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້? (ຂໍ້ທີ 12; ເບິ່ງ ໂມໄຊຢາ 3:19) ນຳ​ອີກ. ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ດົນ​ໃຈ​ເຮົາ​ໃຫ້ “ອົດ​ທົນ​ຈົນ​ກວ່າ [ເຮົາ] ຈະ​ຖືກ​ເຮັດ​ໃຫ້​ດີ​ພ້ອມ”? (ຂໍ້ທີ 13).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:3–4.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ທີ່​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ສັດ​ທາ​ຂອງ​ເຂົາ​ເຈົ້າ ວ່າຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື “ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” “ພຣະ​ດຳ​ລັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ,” ແລະ “ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄປ​ສູ່​ຄວາມ​ລອດ” (ຂໍ້ທີ 4). ຫລື ເຂົາ​ເຈົ້າ​ສາ​ມາດ​ຊອກ​ຫາ​ຂ່າວ​ສານ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເມື່ອບໍ່​ດົນ​ມານີ້ ທີ່​ກ່ຽວ​ຂ້ອງ​ກັບ​ການ​ທ້າ​ທາຍ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອາດ​ກຳ​ລັງ​ປະ​ເຊີນ​ຢູ່.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25–35.ຂໍ້​ເຫລົ່າ​ນີ້​ບັນ​ຈຸ​ຄຳ​ແນະ​ນຳ​ທີ່​ສຳ​ຄັນ​ຕໍ່ “ຜູ້​ອາ​ໄສ​ຂອງຊີໂອນ” (ຂໍ້ທີ 26). ເຮົາ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້ປັບ​ປຸງ​ສິ່ງ​ໃດ​ແດ່ ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ເຫລົ່າ​ນີ້​ແລ້ວ? ມັນ​ອາດ​ເປັນ​ເລື່ອງ​ມ່ວນ​ຊື່ນ ທີ່​ຈະ​ສ້າງ​ຮູບ​ພາບ​ທີ່​ສະ​ແດງ​ຫລັກ​ທຳ​ບາງ​ຢ່າງ ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ແລະ ເຊື່ອງ​ມັນ​ໄວ້​ຫລາຍ​ບ່ອນ​ຢູ່​ໃນ​ເຮືອນ​ຂອງ​ທ່ານ. ແລ້ວ, ໃນ​ສອງ​ສາມມື້​ຈາກນັ້ນ ເມື່ອ​ມີ​ຄົນ​ຊອກ​ເຫັນ​ຮູບ, ທ່ານ​ສາ​ມາດ​ສວຍ​ໂອ​ກາດ​ໃຊ້​ມັນ ເພື່ອ​ສິດ​ສອນ​ກ່ຽວ​ກັບ​ຫລັກ​ທຳ​ນັ້ນ. ເປັນ​ຫຍັງ​ບ້ານ​ເຮືອນ​ຈຶ່ງ​ເປັນ​ສະ​ຖານ​ທີ່ ທີ່​ດີ​ທີ່​ສຸດ​ສຳ​ລັບ​ເດັກ​ນ້ອຍ​ທີ່​ຈະ​ຮຽນ​ຮູ້​ສິ່ງ​ເຫລົ່າ​ນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 69:1–2.ອໍລີເວີ ຄາວເດີຣີ ໄດ້​ຖືກ​ສົ່ງ​ໄປ​ລັດ​ມີ​ເຊີ​ຣີ ກັບ​ສຳ​ເນົາການ​ເປີດ​ເຜີຍ​ຂອງ​ສາດ​ສະ​ດາ ເພື່ອ​ເອົາ​ໄປ​ພິມ, ພ້ອມ​ດ້ວຍ​ເງິນ​ທີ່​ຈະຊ່ວຍ​ສ້າງ​ສາດ​ສະ​ໜາ​ຈັກ​ຢູ່​ທີ່ນັ້ນ. ຄຳ​ແນະ​ນຳ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້ ຢູ່​ໃນ ຂໍ້ທີ 1 ກ່ຽວ​ກັບ​ການ​ເດີນ​ທາງ​ຂອງ​ອໍລີເວີ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ​ຢູ່​ກັບ “ຄົນ​ທີ່​ຈິງ​ໃຈ ແລະ ຊື່​ສັດ”? (ຂໍ້ທີ 1). ຕອນ​ໃດ​ທີ່​ໝູ່​ເພື່ອນມີ​ອິດ​ທິ​ພົນ​ຕໍ່​ເຮົາ ໃນ​ການ​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ດີ ຫລື ບໍ່​ດີ? ເຮົາ​ຈະ​ມີ​ອິດ​ທິ​ພົນ​ໃນ​ທາງ​ດີ​ຕໍ່​ຄົນ​ອື່ນ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 70:1–4.ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃຫ້​ພວກ​ແອວ​ເດີບາງ​ຄົນ ເພື່ອ​ດູ​ແລ​ການ​ຈັດ​ພິມ​ການ​ເປີດ​ເຜີຍ. ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ໜ້າ​ທີ່​ຮັບ​ຜິດ​ຊອບນັ້ນ​ໂດຍ​ສະ​ເພາະ, ແຕ່​ໃນທາງ​ໃດ​ທີ່​ເຮົາ​ຖືກ​ນັບ​ວ່າ​ເປັນ “ຜູ້​ພິທັກ​ຮັກ​ສາ​ການ​ເປີດ​ເຜີຍ ແລະ ບັນ​ຍັດ​ທັງ​ຫລາຍ”? (ຂໍ້ທີ 3).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຮັກ​ທີ່​ບ້ານ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 48.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ນຳ​ໃຊ້​ພຣະ​ຄຳ​ພີ​ໃນ​ຊີ​ວິດ​ຂອງ​ເຮົາ. ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ແລ້ວ, ໃຫ້ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້ນຳ​ໃຊ້​ມັນ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ຄິດ​ເຖິງ​ສະ​ຖາ​ນະ​ການ​ທີ່​ຄ້າຍ​ຄື​ກັນ​ນັ້ນ ທີ່​ເຂົາ​ເຈົ້າ​ອາດ​ປະ​ເຊີນ ຊຶ່ງມີ​ພາກ​ສ່ວນ​ໃນ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ດຽວ​ກັນ.

ຮູບ​ພາບ
ໂຮງ​ພິມ​ກະແຣນດິນ

ປຶ້ມ​ພຣະ​ບັນ​ຍັດ, ກ່ອນ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ໄດ້​ຖືກ​ພິມ​ດ້ວຍ​ເຄື່ອງ​ຈັກ​ທີ່​ຄື​ກັນ​ນີ້.

ພິມ