ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 28 ເດືອນ​ມິຖຸນາ–ວັນທີ 4 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71–75: “ບໍ່​ມີ​ອາ​ວຸດ​ໃດ​ທີ່​ຖືກ​ປະ​ກອບ​ຂຶ້ນ​ເພື່ອ​ຕໍ່​ຕ້ານ​ພວກ​ເຈົ້າ​ຈະ ຈະ​ເລີນ​ໄດ້”


“ວັນທີ 28 ເດືອນ​ມິຖຸນາ–ວັນທີ 4 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71–75: ‘ບໍ່​ມີ​ອາ​ວຸດ​ໃດ​ທີ່​ຖືກ​ປະ​ກອບ​ຂຶ້ນ​ເພື່ອ​ຕໍ່​ຕ້ານ​ພວກ​ເຈົ້າ​ຈະ ຈະ​ເລີນ​ໄດ້,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 28 ເດືອນ​ມິຖຸນາ–ວັນທີ 4 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71–75,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ໂຕ​ແກະ

Dear to the Heart of the Shepherd [ເປັນ​ທີ່​ຮັກ​ຂອງ​ພຣະ​ຜູ້​ລ້ຽງ], ໂດຍ ຊາຍມັນ ດູວີ

ວັນທີ 28 ເດືອນ​ມິຖຸນາ–ວັນທີ 4 ເດືອນ​ກໍລະກົດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71–75

“ບໍ່​ມີ​ອາ​ວຸດ​ໃດ​ທີ່​ຖືກ​ປະ​ກອບ​ຂຶ້ນ​ເພື່ອ​ຕໍ່​ຕ້ານ​ພວກ​ເຈົ້າ​ຈະ ຈະ​ເລີນ​ໄດ້”

ແອວເດີ ຄວິນຕິນ ແອວ ຄຸກ ໄດ້​ສິດ​ສອນ​ວ່າ, “ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມີ​ອິດ​ທິ​ພົນ​ຫລາຍ​ທີ່​ສຸດ ຕອນ​ທີ່​ເຂົາ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ ແລະ ອະ​ທິ​ຖານເປັນ​ສ່ວນ​ຕົວ​ຢູ່​ທີ່​ບ້ານ” (“Deep and Lasting Conversion to Heavenly Father and the Lord Jesus Christ,” Ensign ຫລື Liahona, Nov. 2018, 10).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ນັບຕັ້ງ​ແຕ່​ຕອນ​ເພິ່ນ​ຍັງ​ນ້ອຍ, ໂຈເຊັບ ສະມິດ ໄດ້​ປະ​ເຊີນ​ກັບ​ການວິ​ຈານ—ແມ່ນ​ແຕ່​ປະ​ເຊີນ​ກັບ​ສັດ​ຕູ—ຂະ​ນະ​ທີ່​ເພິ່ນ​ພະ​ຍາ​ຍາມ​ເຮັດ​ວຽກ​ງານ​ຂອງ​ພຣະ​ເຈົ້າ. ແຕ່​ມັນ​ຄົງ​ເປັນ​ສິ່ງ​ຊ້ຳ​ໃຈ​ທີ່​ສຸດ​ໂດຍ​ສະ​ເພາະ ໃນທ້າຍ​ປີ 1831 ເມື່ອ​ເອຊະຣາ ບູທ໌ ໄດ້​ເລີ່ມ​ຕົ້ນ​ຕຳ​ໜິ​ສາດ​ສະ​ໜາ​ຈັກ​ໃນສາ​ທາ​ລະ​ນະ, ເພາະ​ໃນ​ກໍ​ລະ​ນີນີ້ ຜູ້​ວິ​ຈານ​ແມ່ນ​ອະ​ດີດ​ຜູ້​ທີ່​ເຊື່ອ. ເອຊະຣາ​ໄດ້​ເຫັນ​ໂຈເຊັບ​ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ ເພື່ອ​ປິ່ນ​ປົວ​ຜູ້​ຍິງ​ຄົນ​ໜຶ່ງ. ລາວ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ກັບ​ໂຈເຊັບ ຕອນ​ໄປ​ສຳ​ຫລວດ​ເບິ່ງ​ແຜ່ນ​ດິນ​ຊີໂອນ​ເປັນ​ເທື່ອ​ທຳ​ອິດ ຢູ່​ໃນ​ລັດ​ມີເຊີຣີ. ແຕ່ລາວ​ໄດ້​ເສຍ​ສັດ​ທາ​ນັບ​ແຕ່ນັ້ນ​ມາ ແລະ, ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ​ໃຫ້​ສາດ​ສະ​ດາ​ເສຍ​ຫາຍ, ລາວ​ໄດ້ຈັດ​ພິມ​ຈົດ​ໝາຍ​ຫລາຍ​ສະ​ບັບ​ຕິດ​ຕໍ່​ກັນ ຢູ່​ໃນ​ໜັງ​ສື​ພິມ ຢູ່​ລັດ​ໂອໄຮໂອ. ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ລາວ ເບິ່ງ​ຄື​ວ່າ​ໄດ້​ຜົນ ເພາະ: “ຄວາມ​ຮູ້​ສຶກບໍ່​ດີ​ທີ່ເກີດ​ຂຶ້ນກັບ​ສາດ​ສະ​ໜາ​ຈັກ” ຢູ່​ໃນ​ເຂດນັ້ນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71, ຫົວ​ຂໍ້​ພາກ). ຜູ້​ທີ່​ເຊື່ອຄວນ​ເຮັດ​ສິ່ງ​ໃດ ໃນ​ກໍ​ລະ​ນີ​ເຊັ່ນ​ນັ້ນ? ເຖິງ​ແມ່ນບໍ່​ມີ​ຄຳ​ຕອບ​ດຽວ​ສຳ​ລັບ​ທຸກ​ສະ​ຖາ​ນະ​ການ, ແຕ່ເບິ່ງ​ຄື​ວ່າ ສ່ວນ​ຫລາຍ—ລວມ​ທັງ​ໃນ​ກໍ​ລະ​ນີນີ້ ໃນ​ປີ 1831—ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຄື​ທີ່​ຈະ​ປົກ​ປ້ອງ​ຄວາມ​ຈິງ ແລະ ດັດ​ແປງ​ຄຳ​ຕົວະ ໂດຍ “ການປະ​ກາດ​ພຣະ​ກິດ​ຕິ​ຄຸນ” (ຂໍ້ທີ 1). ແມ່ນ​ແລ້ວ, ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ມີ​ຜູ້​ຄົນ​ວິ​ຈານ​ສະ​ເໝີ, ແຕ່​ໃນ​ທີ່​ສຸດ, “ບໍ່​ມີ​ອາວຸດ​ໃດ​ທີ່​ຖືກ​ປະ​ກອບ​ຂຶ້ນ​ເພື່ອ​ຕໍ່​ຕ້ານ [ມັນ] ຈະ ຈະ​ເລີນ​ໄດ້” (ຂໍ້ທີ 9).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ຜູ້​ວິ​ຈານ​ສັບ​ສົນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ພຣະ​ອົງ ໃນ​ເວ​ລາ​ຂອງ​ພຣະ​ອົງ​ເອງ.

ເຮົາ​ອາດ​ເປັນ​ຫ່ວງ​ເມື່ອ​ເຮົາ​ໄດ້​ຍິນ​ຜູ້​ຄົນ​ວິ​ຈານ ຫລື ເວົ້າ​ເຍາະ​ເຍີ້ຍ​ສາດ​ສະ​ໜາ​ຈັກ ຫລື ຜູ້​ນຳ​ຂອງສາດ​ສະ​ໜາ​ຈັກ, ໂດຍ​ສະ​ເພາະ​ເມື່ອ​ເຮົາ​ຢ້ານ​ວ່າ​ຜູ້​ຄົນ​ທີ່​ເຮົາ​ຮູ້ຈັກ ແລະ ຮັກ ຈະເຊື່ອ​ຄຳ​ວິ​ຈານນັ້ນ. ເມື່ອ​ບາງ​ສິ່ງ​ທີ່​ຄ້າຍ​ຄື​ກັນ​ນີ້ໄດ້​ເກີດ​ຂຶ້ນ​ຢູ່​ໃນ​ລັດ​ໂອໄຮໂອ ໃນ​ປີ 1831 (ເບິ່ງ ຫົວ​ຂໍ້​ພາກ​ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71), ຂ່າວ​ສານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ແມ່ນ​ກ່ຽວ​ກັບ​ສັດ​ທາ, ບໍ່​ແມ່ນ​ກ່ຽວ​ກັບ​ຄວາມ​ຢ້ານ​ກົວ. ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71, ທ່ານ​ພົບ​ເຫັນ​ສິ່ງ​ໃດ​ທີ່​ສ້າງ​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ວຽກ​ງານ​ຂອງ​ພຣະ​ອົງ? ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ​ຫລາຍ​ກ່ຽວ​ກັບ​ຄຳ​ແນະ​ນຳ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ໃນ​ສະ​ຖາ​ນະ​ການນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 72

ອະ​ທິ​ການຄື ຜູ້​ພິ​ທັກ​ຮັກ​ສາ ການ​ງານ​ທາງ​ຝ່າຍ​ໂລກ ແລະ ທາງ​ຝ່າຍ​ວິນ​ຍານ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ເມື່ອນິວເອັນ ເຄ ວິດນີ ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ເປັນ​ອະ​ທິ​ການ​ຄົນ​ທີ​ສອງ​ຂອງ​ສາດ​ສະ​ໜາ​ຈັກ, ໜ້າ​ທີ່​ຂອງ​ເພິ່ນ​ແມ່ນແຕກ​ຕ່າງ​ໜ້ອຍ​ໜຶ່ງ​ຈາກ​ອະ​ທິ​ການ​ເຫລົ່າ​ນັ້ນ ໃນ​ປະ​ຈຸ​ບັນ. ຍົກ​ຕົວ​ຢ່າງ, ອະ​ທິ​ການ ວິດນີ ໄດ້​ດູ​ແລຝ່າຍ​ທີ່​ດິນ​ທີ່ຖືກ​ອຸ​ທິດຖວາຍ ແລະ ການ​ອະ​ນຸ​ຍາດ​ໃຫ້​ຍ້າຍ​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ລັດ​ມີເຊີຣີ, ຢູ່​ໃນ​ແຜ່ນ​ດິນ​ຊີໂອນ. ແຕ່​ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ການ​ເອີ້ນ ແລະ ໜ້າ​ທີ່​ຂອງ​ເພິ່ນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 72, ທ່ານ​ອາດ​ສັງ​ເກດ​ເຫັນ​ການ​ກ່ຽວ​ຂ້ອງ​ບາງ​ຢ່າງ​ກັບ​ສິ່ງ​ທີ່​ອະ​ທິ​ການ​ເຮັດ​ໃນ​ທຸກວັນ​ນີ້—ຢ່າງ​ໜ້ອຍ​ໃນ​ຄວາມ​ຕັ້ງ​ໃຈ, ຖ້າບໍ່​ແມ່ນ​ຢ່າງ​ໃດ​ຢ່າງ​ໜຶ່ງ​ໂດຍ​ສະ​ເພາະ, ຂອງ​ໜ້າ​ທີ່​ຂອງ​ພວກ​ເພິ່ນ. ຍົກ​ຕົວ​ຢ່າງ, ໃນ​ທາງ​ໃດ​ແດ່​ທີ່​ທ່ານ “ລາຍ​ງານ​ເລື່ອງ​ລາວ” ຕໍ່ອະ​ທິ​ການ​ຂອງ​ທ່ານ? (ຂໍ້ທີ 5). ໃນ​ທາງ​ໃດ​ແດ່​ທີ່​ອະທິ​ການ “ຮັກ​ສາ​ຄັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ” ແລະ ຄວບ​ຄຸມ​ສິ່ງ​ທີ່​ອຸ​ທິດ​ຖວາຍ​ຂອງ​ສະ​ມາ​ຊິກ​ໃນ​ຫວອດ? (ເບິ່ງ ຂໍ້ທີ 10, 12). ອະ​ທິ​ການ​ໄດ້ຊ່ວຍ​ທ່ານ​ແນວ​ໃດ?

ຮູບ​ພາບ
ຖັງ ແລະ ຖົງ​ອາ​ຫານ

ນິວເອັນ ເຄ ວິດນີ ໄດ້ຄວບ​ຄຸມ​ສາງ​ຂອງ​ອະ​ທິ​ການ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 73

ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ໂອ​ກາດ​ທີ່​ຈະ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ຫລັງ​ຈາກ​ທີ່​ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້​ກັບ​ຄືນ​ຈາກ​ພາ​ລະ​ກິດ​ການ​ສັ່ງ​ສອນ ເພື່ອ​ແກ້​ໄຂ​ຄວາມ​ເສຍ​ຫາຍ​ບາງ​ຢ່າງ​ທີ່​ເອຊະຣາ ບູທ໌ ໄດ້​ເຮັດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71), ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ພວກ​ເພິ່ນ​ໃຫ້​ກັບ​ໄປ​ເຮັດ​ວຽກ​ງານ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ (ເບິ່ງ Bible Dictionary, “ການ​ແປ​ຂອງ​ໂຈເຊັບ ສະມິດ”). ແຕ່​ພຣະ​ອົງ​ຍັງ​ປະ​ສົງ​ໃຫ້​ພວກ​ເພິ່ນ​ສືບ​ຕໍ່​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 73, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ເຮັດ​ໃຫ້​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ ເປັນ​ວຽກ​ງານ​ທີ່, “ເຮັດ​ໄດ້” ຕໍ່​ໄປ (ຂໍ້ທີ 4)—ຫລື ເປັນ​ເລື່ອງ​ຈິງ—ເປັນ​ພາກ​ສ່ວນ​ໃນ​ຊີ​ວິດ​ຂອງ​ທ່ານ ໃນ​ບັນ​ດາ​ໜ້າທີ່​ຮັບ​ຜິດ​ຊອບ​ຢ່າງ​ອື່ນໆ​ຂອງ​ທ່ານ​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 75:1–12

ພຣະ​ຜູ້​ເປັນ​ເຈົ້າອວຍ​ພອນ​ຜູ້​ທີ່​ປະ​ກາດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຢ່າງ​ຊື່​ສັດ.

ໃນ​ການ​ຕອບ​ຮັບ​ຕໍ່​ພຣະ​ບັນ​ຊາ ທີ່​ໃຫ້ “ອອກ​ໄປ​ທົ່ວ​ໂລກ” ເພື່ອ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:8), ພວກ​ແອວເດີ​ທີ່​ຊື່​ສັດ​ຫລາຍ​ຄົນ ໄດ້​ສະ​ແຫວງ​ຫາ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ທີ່​ຈະ​ບັນ​ລຸພຣະ​ບັນ​ຊານີ້. ທ່ານ​ພົບ​ເຫັນ​ຂໍ້​ຄວາມ ຫລື ສຳ​ນວນ​ໃດ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 75:1–12 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຖິງວິ​ທີ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ມີ​ປະ​ສິດ​ທິ​ພາບ? ພອນ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ສັນ​ຍາ​ຕໍ່​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຊື່​ສັດ? ໃຫ້​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ ແລະ ພອນ​ເຫລົ່າ​ນີ້ ວ່າ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ ຂະ​ນະ​ທີ່​ທ່ານ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71.ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ຖືກ​ຂໍ​ໃຫ້​ເຮັດ​ຫຍັງ ຂະ​ນະ​ທີ່​ຄົນ​ອື່ນ​ກ່າວ​ວິ​ຈານ​ສາດ​ສະ​ໜາ​ຈັກ ແລະ ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ? ເຮົາ “ຕຽມ​ວິ​ທີ​ທາງ” ສຳ​ລັບ​ຜູ້​ຄົນ ທີ່​ຈະ​ຮັບ​ເອົາ​ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ​ໃນ​ທາງ​ໃດ? (ຄຳສອນ ແລະ ພັນ​ທະ​ສັນ​ຍາ 71:4).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 72:2.ອະ​ທິ​ການ​ໄດ້​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ​ແນວ​ໃດ? ອະ​ທິ​ການ​ຂອງ​ເຮົາ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ​ຫຍັງ, ແລະ ເຮົາ​ຈະ​ສະ​ໜັບ​ສະ​ໜູນ​ເພິ່ນ​ແນວ​ໃດ? ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ເຮັດ​ບັດ​ຂອບ​ໃຈ​ອະ​ທິ​ການ​ຂອງ​ພວກ​ທ່ານ ສຳ​ລັບ​ການ​ຮັບ​ໃຊ້​ຂອງ​ເພິ່ນ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 73:3–4.ຄອບ​ຄົວ​ຂອງ​ທ່ານ​ຈະ​ໄດ້​ຮັບ​ຜົນປະ​ໂຫຍດ​ບໍ​ຈາກ​ການຮຽນ​ຮູ້​ກ່ຽວ​ກັບ​ການ​ແປ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ​ຂອງ​ໂຈເຊັບ ສະມິດ? (ເບິ່ງ Bible Dictionary, “ການ​ແປ​ຂອງ​ໂຈເຊັບ ສະມິດ”). ທ່ານ​ສາ​ມາດ​ຄົ້ນ​ຄວ້າ​ສອງ​ສາມ​ຂໍ້​ທີ່​ຖືກ​ດັດ​ແປງ​ໃໝ່ ຢູ່​ໃນ​ການ​ແປ​ຂອງ​ໂຈເຊັບ ສະມິດ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຈິງ​ອັນລ້ຳ​ຄ່າ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຜ່ານ​ທາງ​ສາດ​ສະ​ດາ. ສຳ​ລັບ​ບາງ​ຕົວ​ຢ່າງ, ໃຫ້​ເບິ່ງ​ການ​ແປ ປະ​ຖົມ​ມະ​ການ 14:25–40 ແລະ ປະ​ຖົມ​ມະ​ການ 50:24–38 ຂອງ​ໂຈເຊັບ ສະມິດ ໃນ Bible appendix; various footnotes ໃນ ມັດທາຍ 4:1–11; ແລະ ລູກາ 2:46, footnote c.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 74:7.ຂໍ້​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ເດັກ​ນ້ອຍ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 75:3–5, 13, 16.ທ່ານ​ສາ​ມາດ​ຊ່ວຍ​ເຫລືອ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ຮັບ​ໃຊ້​ພຣະ​ອົງ ໂດຍ​ການ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ເປັນ​ຄົນ “ກຽດ​ຄ້ານ” ແລະ “[ການ] ທຳ​ງານ​ດ້ວຍ​ກຳ​ລັງ [ຂອງ​ເຮົາ].” ບາງ​ທີທ່ານ​ສາ​ມາດ​ເລືອກວຽກ​ບ້ານ​ບາງ​ຢ່າງ ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ໃຫ້​ສາ​ທິດ​ວິ​ທີ​ເຮັດ​ວຽກ​ບ້ານ​ເຫລົ່າ​ນັ້ນ ແບບ​ກຽດ​ຄ້ານ ແລ້ວ​ເຮັດ​ດ້ວຍ​ກຳ​ລັງ​ຂອງ​ເຂົາ​ເຈົ້າ. ເຮົາ​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ເຮົາ​ແນວ​ໃດ? ອີງ​ຕາມ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 75:3–5, 13, 16, ພຣະ​ອົງ​ສັນ​ຍາ​ຫຍັງ​ແດ່​ກັບ​ຜູ້​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ພຣະ​ອົງ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ສິດ​ທິ​ຊົນ​ມາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ຊອກ​ຫາ​ຖ້ອຍ​ຄຳ ແລະ ສຳ​ນວນ​ທີ່​ດົນ​ໃຈ. ຂະ​ນະ​ທີ່​ທ່ານ​ອ່ານ, ພຣະ​ວິນ​ຍານ​ອາດ​ເຮັດ​ໃຫ້​ທ່ານ​ສົນ​ໃຈ​ກັບ​ຖ້ອຍ​ຄຳ ຫລື ສຳ​ນວນ​ໃດ​ໜຶ່ງ​ໂດຍ​ສະ​ເພາະ. ໃຫ້​ຄິດ​ທີ່​ຈະ​ຂຽນ​ຖ້ອຍ​ຄຳ ຫລື ສຳ​ນວນ ຈາກ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 71–75 ທີ່​ດົນ​ໃຈ​ທ່ານ​ລົງ​ໄວ້.

ຮູບ​ພາບ
ຊາຍ​ໜຸ່ມ​ກັບ​ຜູ້ນຳ​ຖາ​ນະ​ປະ​ໂລ​ຫິດ

ຮູບ​ພາບຊາຍ​ໜຸ່ມ​ກັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ ໂດຍ ດີ ຄີທ໌ ລາສັນ

ພິມ