ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 5–11 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76: “ຍິ່ງ​ໃຫຍ່​ຈະ​ເປັນ​ລາງວັນ​ຂອງ​ພວກ​ເຂົາ ແລະ ນິ​ລັນ​ດອນ​ຈະ​ເປັນ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ”


“ວັນທີ 5–11 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76: ‘ຍິ່ງ​ໃຫຍ່​ຈະ​ເປັນ​ລາງວັນ​ຂອງ​ພວກ​ເຂົາ ແລະ ນິ​ລັນ​ດອນ​ຈະ​ເປັນ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 5–11 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຈັກ​ກະ​ວານ​ໃນ​ອາ​ວະ​ກາດ

Refuge [ທີ່​ຫລົບ​ໄພ], ໂດຍ ຊາລີນ ເອໂບ

ວັນທີ 5–11 ເດືອນ​ກໍລະກົດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76

“ຍິ່ງ​ໃຫຍ່​ຈະ​ເປັນ​ລາງວັນ​ຂອງ​ພວກ​ເຂົາ ແລະ ນິ​ລັນ​ດອນ​ຈະ​ເປັນ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ”

ໃນ ພາກທີ 76, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ກ່າວ​ວ່າ ພຣະ​ອົງ​ປະ​ສົງ​ທີ່​ຈະ​ເປີດ​ເຜີຍ​ຄວາມ​ຈິງ​ຕໍ່​ເຮົາ​ຫລາຍ​ຂະ​ໜາດ​ໃດ (ເບິ່ງ ຂໍ້ທີ 7–10). ໃຫ້​ອ່ານ​ພຣະ​ຄຳ​ພີດ້ວຍ​ສັດ​ທາ ວ່າ​ພຣະ​ອົງ​ສາ​ມາດ ແລະ ຈະ​ເປີດ​ເຜີຍ “ເລື່ອງ​ຂອງ​ພຣະ​ເຈົ້າ” ຕໍ່​ທ່ານ (ຂໍ້ທີ 12) ໃນ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ຢາກ​ຮູ້. ແລ້ວ​ໃຫ້​ບັນ​ທຶກ​ຄວາມ​ຮູ້​ທີ່ທ່ານ​ໄດ້​ຮັບ “ຂະ​ນະ​ທີ່ [ທ່ານ] ຍັງຢູ່​ໃນ​ພຣະ​ວິນ​ຍານ” (ຂໍ້ທີ 28, 80, 113).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ກັບ​ເຮົາ ຫລັງ​ຈາກ​ເຮົາ​ຕາຍ?” ເກືອບ​ທຸກ​ສາດ​ສະ​ໜາ​ຢູ່​ໃນ​ໂລກ ໄດ້​ພິ​ຈາ​ລະ​ນາ​ຄຳ​ຖາມນີ້ ບໍ່​ວ່າ​ໃນ​ຮູບ​ແບບ​ໃດ ກໍ​ຮູບ​ແບບ​ໜຶ່ງ. ເປັນ​ເວ​ລາ​ຫລາຍ​ສັດ​ຕະວັດ, ປະ​ເພ​ນີ​ຂອງ​ຊາວ​ຄຣິດ​ຫລາຍ​ຢ່າງ, ອີງ​ຕາມ​ຄຳ​ສອນ​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ໄດ້​ສິດ​ສອນ​ເຖິງ​ສະ​ຫວັນ ແລະ ນະ​ລົກ, ເຖິງ​ທີ່​ສຸ​ຂະ​ເສີມ​ສຳ​ລັບ​ຄົນ​ຊອບ​ທຳ ແລະ ບ່ອນ​ທຸກ​ທໍ​ລະ​ມານ​ສຳ​ລັບ​ຄົນຊົ່ວ. ແຕ່​ຄອບ​ຄົວ​ມະ​ນຸດ​ທັງ​ປວງ​ພຽງ​ສາ​ມາດ​ແຍກ​ອອກ​ເປັນ​ໄດ້​ແຕ່​ສອງ​ຝ່າຍ​ຢ່າງ​ເຄັ່ງ​ຄັດ​ຄື ດີ ແລະ ຊົ່ວ ເທົ່າ​ນັ້ນ​ບໍ? ແລະ ຄຳ​ວ່າ ສະຫວັນ ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ​ແທ້ໆ? ໃນ​ເດືອນ​ກຸມ​ພາ ປີ 1832, ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້​ສົງ​ໃສ​ຖ້າ​ຫາກ​ມັນ​ບໍ່​ມີ​ຫລາຍກວ່ານີ້​ບໍ ທີ່​ຕ້ອງ​ຮູ້​ຈັກ​ກ່ຽວ​ກັບເລື່ອງນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76, ຫົວ​ຂໍ້​ພາກ).

ແນ່ນອນ​ມັນ​ມີ. ຂະ​ນະ​ທີ່​ໄຕ່​ຕອງ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ສຳ​ພັດ​ຕາ​ແຫ່ງ​ຄວາມ​ເຂົ້າ​ໃຈ [ຂອງ​ພວກ​ເພິ່ນ] ແລະ ມັນ​ໄດ້​ເປີດ” (ຂໍ້ທີ 19). ໂຈເຊັບ ແລະ ຊິດນີ ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່ສວຍ​ງາມ​ຫລາຍ, ທີ່ກວ້າງ​ຂວາງຫລາຍ, ທີ່​ຮຸ່ງ​ເຫລື້ອມ​ຫລາຍ, ຈົນ​ວ່າ​ໄພ່​ພົນ​ເອີ້ນ​ມັນ​ວ່າ “ພາບ​ນິມິດ.” ມັນ​ໄດ້​ເປີດ​ປະ​ຕູ​ສະ​ຫວັນ ແລະ ໃຫ້​ລູກໆ​ຂອງ​ພຣະ​ເຈົ້າ​ໄດ້​ເຫັນ​ພາບ​ນິ​ລັນ​ດອນ​ທີ່​ເກີນຄວາມ​ຄາດຄິດ. ພາບ​ນິມິດ​ໄດ້​ເປີດ​ເຜີຍ​ວ່າ ສະ​ຫວັນ​ຍິ່ງ​ໃຫຍ່ ແລະ ກວ້າງ​ຂວາງ ແລະ ມີ​ສິ່ງ​ລວມ​ຢູ່​ໃນ​ນັ້ນ​ຫລາຍກວ່າ​ທີ່​ຜູ້​ຄົນ​ໄດ້​ເຊື່ອ​ກັນ​ມາ​ກ່ອນ. ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ ແລະ ທ່ຽງ​ທຳ​ຫລາຍກວ່າ​ທີ່​ເຮົາ​ສາ​ມາດ​ເຂົ້າ​ໃຈ​ໄດ້. ແລະ ລູກໆ​ຂອງ​ພຣະ​ເຈົ້າ​ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ ທີ່​ສະ​ຫງ່າ​ລາ​ສີ​ກວ່າ​ທີ່​ເຮົາ​ຄາດ​ຄິດ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76

ຄວາມ​ລອດ​ມີ​ມາ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ເມື່ອວິວເຝີດ ວູດຣັບ ໄດ້​ອ່ານ​ພາບ​ນິມິດ​ທີ່​ບັນ​ຍາຍ​ຢູ່​ໃນ ພາກທີ 76, ເພິ່ນ​ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຮັກ​ພຣະ​ຜູ້​ເປັນ​ເຈົ້າຫລາຍກວ່າ​ທີ່​ຜ່ານ​ມາ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ” (ເບິ່ງ “ສຽງ​ຂອງ​ການ​ຟື້ນ​ຟູ” ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງນີ້). ບາງ​ທີ​ທ່ານ​ອາດ​ມີ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ການ​ເປີດ​ເຜີຍນີ້. ເພາະ​ບໍ່​ມີ​ພອນ​ໃດທີ່​ສະ​ຫງ່າ​ລາ​ສີ ທີ່​ບັນ​ຍາຍ​ຢູ່​ໃນ ພາກທີ 76 ຈະ​ເປັນ​ໄປ​ໄດ້ ຖ້າ​ປາດ​ສະ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ບາງ​ທີ​ທ່ານ​ສາ​ມາດ​ຊີ້ບອກ​ແຕ່​ລະ​ຂໍ້ ຢູ່​ໃນ ພາກທີ 76 ທີ່​ກ່າວ​ເຖິງອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ຂໍ້​ເຫລົ່າ​ນີ້​ສິດ​ສອນ​ທ່ານ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ ແລະ ບົດ​ບາດ​ຂອງ​ພຣະ​ອົງ ໃນ​ແຜນ​ຂອງ​ພຣະ​ເຈົ້າ? ຂໍ້​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ອົງ​ແນວ​ໃດ? ຂະ​ນະ​ທີ່​ທ່ານ​ອ່ານ ແລະ ໄຕ່​ຕອງ, ທ່ານ​ອາດ​ໄດ້​ຮັບ​ຄວາມ​ປະ​ທັບໃຈກ່ຽວ​ກັບ​ວິ​ທີ​ທີ່​ທ່ານ​ສາ​ມາດ “ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ” ແລະ “ກ້າ​ຫານ” ຫລາຍກວ່າ​ເກົ່າ​ໃນ​ປະ​ຈັກ​ພະ​ຍານນັ້ນ (ຂໍ້ທີ 51, 79).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:39–44, 50–112

ພຣະ​ເຈົ້າ​ປາດ​ຖະ​ໜາໃຫ້ “ວຽກ​ງານ​ທຸກ​ຢ່າງ​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ” ໄດ້​ຮັບ​ຄວາມ​ລອດ.

ບາງ​ຄົນ, ລວມ​ທັງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ລຸ້ນ​ທຳ​ອິດ, ໄດ້​ຄັດ​ຄ້ານ​ຕໍ່​ພາບ​ນິມິດ ຢູ່​ໃນ ພາກທີ 76 ເພາະ​ມັນ​ສິດ​ສອນ​ວ່າ ເກືອບ​ທຸກ​ຄົນ​ຈະ​ໄດ້​ຮັບ​ຄວາມ​ລອດ ແລະ ໄດ້​ຮັບ​ລັດ​ສະ​ໝີ​ພາບ​ໃນ​ບາງ​ລະ​ດັບ. ການ​ຄັດ​ຄ້ານ​ຂອງ​ເຂົາ​ເຈົ້າ, ພາກ​ສ່ວນ​ໜຶ່ງ, ອາດ​ມາ​ຈາກ​ຄວາມ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ຄວາມ​ສຳ​ພັນ​ຂອງ​ພຣະ​ອົງ​ຕໍ່​ເຮົາ. ຂະ​ນະ​ທີ່​ທ່ານ​ອ່ານ​ການ​ເປີດ​ເຜີຍນີ້, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ຄຸນລັກ​ສະ​ນະ​ຂອງ​ພຣະ​ເຈົ້າ ແລະ ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ?

ໃຫ້​ພິ​ຈາ​ລະ​ນາ​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຖືກໄຖ່ (ຈາກ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ ແລະ ທາງວິນ​ຍານ; ເບິ່ງ ຂໍ້ທີ 39, 43–44) ແລະ ການ​ໄດ້​ຮັບ​ຄວາມ​ສູງ​ສົ່ງ (ການ​ອາ​ໄສ​ຢູ່​ກັບ​ພຣະ​ເຈົ້າ ແລະ ການກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ; ເບິ່ງ ຂໍ້ທີ 50–70).

ເບິ່ງ ໂຢຮັນ 3:16–17; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:20–25 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70, 92–95.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ປະ​ສົງ​ໃຫ້​ເຮົາ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ທ່ານ​ເຄີຍ​ສົງ​ໃສ​ຢູ່​ບໍ—ຫລື ເປັນ​ຫ່ວງ—ກ່ຽວ​ກັບ​ຖ້າ​ຫາກ​ທ່ານ​ມີ​ຄ່າ​ຄວນ​ພໍ ສຳ​ລັບ​ອາ​ນາ​ຈັກ​ຊັ້ນ​ສູງ? ເມື່ອ​ທ່ານ​ອ່ານ​ຄຳ​ບັນ​ຍາຍກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ລັດ​ສະ​ໝີ​ພາບນີ້ (ເບິ່ງ ຂໍ້ທີ 50–70, 92–95), ແທນ​ທີ່​ພຽງ​ແຕ່​ຊອກ​ຫາ​ສິ່ງ​ຕ່າງໆ​ທີ່​ທ່ານ​ຄວນ​ເຮັດ, ໃຫ້​ຊອກ​ຫາ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ—ແລະ ກຳ​ລັງ​ກະ​ທຳ​ຢູ່—ເພື່ອ​ຊ່ວຍ​ທ່ານ​ໃຫ້​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ການ​ອ່ານ​ພາບ​ນິມິດ​ໃນ​ທາງນີ້ ມີ​ຜົນ​ກະ​ທົບ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ສ່ວນ​ຕົວ​ຂອງ​ທ່ານ​ແນວ​ໃດ?

ທ່ານ​ກໍ​ຄວນ​ຄິດ​ກ່ຽວ​ກັບ​ວ່າ ມັນ​ເປັນ​ພອນ​ທີ່​ຍິ່ງ​ໃຫຍ່​ຂະ​ໜາດ​ໃດ ທີ່​ຮູ້​ລາຍ​ລະ​ອຽດ​ເຫລົ່າ​ນີ້ ກ່ຽວ​ກັບ​ອາ​ນາ​ຈັກ​ຊັ້ນ​ສູງ. ພາບ​ນິມິດ​ເຖິງ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງນີ້ ມີ​ຜົນ​ກະ​ທົບ​ຕໍ່​ມຸມມອງ​ຂອງ​ທ່ານ ທີ່​ຈະ​ດຳ​ລົງ​ຊີ​ວິດ​ໃນ​ແຕ່​ລະ​ວັນ​ແນວ​ໃດ?

ເບິ່ງ ໂມເຊ 1:39; Joy D. Jones, “Value beyond Measure,” Ensign ຫລື Liahona, Nov. 2017, 13–15; J. Devn Cornish, “Am I Good Enough? Will I Make It?Ensign ຫລື Liahona, Nov. 2016, 32–34 ນຳ​ອີກ.

ຮູບ​ພາບ
ຫ້ອງ​ຢູ່​ໃນ​ເຮືອນສະ​ໄໝ​ສັດ​ຕະ​ວັດ​ທີ​ສິບ​ເກົ້າ

ໂຈເຊັບ ສະມິດ ໄດ້​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ລະ​ດັບ​ຂອງ​ລັດ​ສະ​ໝີ​ພາບ ຢູ່​ໃນ​ຫ້ອງນີ້.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:22–24, 50–52, 78–79, 81–82.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ໃນ​ຂໍ້​ເຫລົ່ານີ້​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ? ປະຈັກ​ພະ​ຍານ​ຂອງ​ເຮົາ​ມີ​ບົດ​ບາດ​ຢ່າງ​ໃດ​ແດ່ ຢູ່​ໃນ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ເຮົາ? ມັນ​ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ເປີດ​ເບິ່ງ​ຄວາມ​ໝາຍ​ຂອງ​ຄຳ​ວ່າ ກ້າ​ຫານ ເພື່ອ​ສົນ​ທະ​ນາ​ວິ​ທີ​ທີ່ຈະ​ມີ​ຄວາມ “ກ້າ​ຫານ​ໃນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ” (ຂໍ້ທີ 79). ພວກ​ທ່ານ​ກໍ​ສາ​ມາດຮ້ອງ​ເພງ “ກ້າ​ເຮັດ​ສິ່ງ​ຖືກ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ 70 ນຳ​ອີກ).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:24.ຄອບ​ຄົວ​ຂອງ​ທ່ານ​ອາດ​ສັງ​ເກດ​ເຫັນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ຄວາມ​ຈິງ ຢູ່​ໃນ ພາກທີ 76 ແລະ ສິ່ງທີ່​ສິດ​ສອນ ຢູ່​ໃນ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64); ໜຶ່ງ​ໃນ​ຄວາມ​ຈິງ​ເຫລົ່າ​ນີ້ ມີ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:24. ໂລກນີ້​ຈະ​ແຕກ​ຕ່າງ​ແນວ​ໃດ ຖ້າ​ຫາກ​ທຸກ​ຄົນ​ເຂົ້າ​ໃຈ​ວ່າ ເຮົາ​ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ? ຄວາມ​ຈິງນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ແນວ​ໃດ? ບາງ​ທີ​ການ​ເບິ່ງ​ຮູບ​ພາບ ບຸດ ແລະ ທິ​ດາ​ທີ່ແຕກ​ຕ່າງ​ກັນ​ຂອງ​ພຣະ​ເຈົ້າ ຢູ່​ໃນ​ໂລກນີ້ ສາ​ມາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ໄຕ່​ຕອງ​ກ່ຽວ​ກັບ​ຄຳ​ຖາມນີ້.

ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” ນຳ​ກັນ ແລະ ຊອກ​ຫາ​ຄວາມ​ສຳພັນ​ຢ່າງ​ອື່ນ​ກັບ​ຫລັກ​ທຳ ຢູ່​ໃນ ພາກທີ 76 (ເບິ່ງ, ຍົກ​ຕົວ​ຢ່າງ, ຂໍ້ທີ 12, 62, 96).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:40–41.ຖ້າ​ຫາກ​ເຮົາ​ສະ​ຫລຸບ “ຂ່າວ​ອັນ​ໜ້າ​ຊື່ນ​ຊົມ” (ຂໍ້ທີ 40), ຫລື ຂ່າວ​ປະ​ເສີດ, ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ໃນ​ໜັງ​ສື​ພິມ​ໜ້າ​ຕົ້ນ ຫລື ໃນຫ້ອງ​ສື່​ສານ​ອອນ​ລາຍ, ເຮົາ​ຈະເວົ້າ​ສິ່ງ​ໃດ? ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ຢ່າງ​ອື່ນ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ ຢູ່​ໃນ ພາກທີ 76?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70.ທ່ານ​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ຕື່ນ​ເຕັ້ນ ແລະ ກະ​ກຽມສຳ​ລັບຊີ​ວິດ​ນິ​ລັນ​ດອນ ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ​ໄດ້ແນວ​ໃດ? ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ຊອກ​ຫາ​ຮູບ​ພາບ, ຂໍ້​ພຣະ​ຄຳ​ພີ, ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ ອັນ​ທີ່​ເຂົ້າ​ກັບ​ສຳນວນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:50–70. ທ່ານ​ອາດ​ພົບ​ເຫັນ​ສິ່ງ​ເຫລົ່າ​ນີ້​ຢູ່​ໃນ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ, ຢູ່​ທີ່ ChurchofJesusChrist.org, ຫລື ຢູ່​ໃນ​ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ​ພຣະ​ຄຳ​ພີ. ແລ້ວ ທ່ານ​ສາ​ມາດ​ຮວບ​ຮວມ​ຮູບ​ພາບ​ເຫລົ່າ​ນີ້, ຂໍ້​ພຣະ​ຄຳ​ພີ, ແລະ ຄຳ​ສອນ​ໄວ້​ຢູ່​ໃນ​ໂປສເຕີ້ ທີ່​ສາ​ມາດ​ເຕືອນ​ຄອບ​ຄົວ​ຂອງ​ທ່ານ​ເຖິງ​ເປົ້າ​ໝາຍ​ນິ​ລັນ​ດອນ​ຂອງ​ພວກ​ທ່ານ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຮູ້​ພຣະ​ຜູ້​ໄຖ່​ຊົງ​ພຣະ​ຊົນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 42.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ: ປະ​ຈັກ​ພະ​ຍານ​ເຖິງ “ພາບ​ນິມິດ”

ວິວເຝີດ ວູດຣັບ

ວິວເຝີດ ວູດຣັບ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ໃນ​ເດືອນ​ທັນວາ ປີ 1833, ເກືອບ​ເຖິງ​ສອງ​ປີ ຫລັງ​ຈາກ​ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້​ຮັບ​ພາບ​ນິມິດ ທີ່​ບັນ​ທຶກ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76. ເພິ່ນ​ໄດ້​ອາ​ໄສ​ຢູ່​ລັດ​ນິວຢອກ ໃນ​ເວ​ລານັ້ນ ແລະ ໄດ້​ຍິນ​ກ່ຽວ​ກັບ “ພາບ​ນິມິດ” ຈາກ​ຜູ້​ສອນ​ສາດ​ສະ​ໜາ​ຮັບ​ໃຊ້​ຢູ່​ໃນ​ຂົງ​ເຂດນັ້ນ. ຫລາຍ​ປີ​ຕໍ່​ມາ ເພິ່ນ​ໄດ້​ກ່າວ​ເຖິງ​ຄວາມ​ປະ​ທັບ​ໃຈ​ຂອງ​ເພິ່ນ ກ່ຽວ​ກັບ​ການ​ເປີດ​ເຜີຍນີ້:

“ຂ້າ​ພະ​ເຈົ້າ​ໄດ້​ຖືກ​ສິດ​ສອນ​ແຕ່​ຕອນ​ຍັງ​ນ້ອຍ​ວ່າ ມັນ​ມີ​ສະ​ຫວັນ​ແຫ່ງ​ໜຶ່ງ ແລະ ມີ​ນະ​ລົກ​ແຫ່ງ​ໜຶ່ງ, ແລະ ຖືກບອກວ່າ ຄົນ​ຊົ່ວ​ທັງ​ໝົດ​ມີ​ການ​ລົງ​ໂທດ​ຢ່າງ​ໜຶ່ງ ແລະ ຄົນ​ຊອບ​ທຳ​ມີ​ລັດ​ສະ​ໝີ​ພາບ​ຢ່າງ​ໜຶ່ງ. …

“… ເມື່ອ​​ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ພາບ​ນິມິດ … , ມັນ​ໃຫ້​ຄວາມ​ຮູ້​ແກ່​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່, ມັນ​ໄດ້​ປະ​ກົດ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ພຣະ​ເຈົ້າ​ຜູ້​ໄດ້​ເປີດ​ເຜີຍ​ຫລັກ​ທຳ​ນັ້ນ​ແກ່​ມະ​ນຸດ​ແມ່ນ​ສະ​ຫລາດ​ສະ​ຫລຽວ, ທ່ຽງ​ທຳ, ແລະ ຈິງ​ແທ້, ມີ​ທັງ​ຄຸນ​ສົມ​ບັດ ແລະ ປະ​ສາດ​ທັງ​ຫ້າ​ທີ່​ດີ ແລະ ມີ​ຄວາມ​ຮູ້, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ​ພຣະ​ອົງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກັບ​ຄວາມ​ຮັກ, ຄວາມ​ເມດ​ຕາ, ຄວາມ​ຍຸດ​ຕິ​ທຳ ແລະ ການ​ພິ​ພາກ​ສາ, ແລະ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຮັກ​ພຣະ​ຜູ້​ເປັນ​ເຈົ້າຫລາຍກວ່າ​ທີ່​ຜ່ານ​ມາ ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.”1

“ພາບ ‘ນິມິດ’ [​ຄື] ການ​ເປີດ​ເຜີຍ ຊຶ່ງ​ໄດ້​ໃຫ້​ຄວາມ​ສະ​ຫວ່າງ, ຄວາມ​ຈິງ, ແລະ ຫລັກ​ທຳ ຫລາຍກວ່າ​ການ​ເປີດ​ເຜີຍ​ໃດໆ ທີ່​ບັນ​ຈຸ​ຢູ່​ໃນ​ປຶ້ມ​ອື່ນໆ ທີ່​ເຮົາ​ເຄີຍ​ມີ. ມັນ​ເຮັດ​ໃຫ້​ເຮົາ​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງ ເຖິງ​ສະ​ພາບ​ໃນ​ປະຈຸ​ບັນ​ຂອງ​ເຮົາ, ບ່ອນ​ທີ່ເຮົາ​ມາ​ຈາກ, ແລະ ບ່ອນ​ທີ່​ເຮົາ​ຈະ​ໄປ​ຫາ. ມະ​ນຸດ​ທຸກ​ຄົນ​ສາ​ມາດ​ຮູ້​ໄດ້ ຜ່ານ​ທາງ​ການ​ເປີດ​ເຜີຍນັ້ນ ເຖິງພາກ​ສ່ວນ ແລະ ສະ​ພາບ​ຂອງ​ຕົນ ທີ່​ຈະ​ເປັນ​ແນວ​ໃດ.”2

“ກ່ອນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໂຈເຊັບ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ສົນ​ໃຈ​ວ່າ ເພິ່ນເຖົ້າ, ຫລື ເພິ່ນ​ໜຸ່ມ, ບໍ່​ສົນ​ໃຈ​ວ່າ​ເພິ່ນ​ມີ​ໜ້າ​ຕາ​ຈັ່ງ​ໃດ—ບໍ່​ສົນ​ໃຈ​ວ່າ​ຜົມ​ຂອງ​ເພິ່ນ​ຊິ​ຍາວ ຫລື ສັ້ນ; ຊາຍ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ​ນັ້ນ​ແມ່ນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ຕົວ​ເອງ.”3

ຟີບີ ຄຣໍສ໌ບີ ແພ໊ກ

ຕອນ​ນາງຟີບີ ແພ໊ກ ໄດ້ຟັງ ໂຈເຊັບ ແລະ ຊິດນີ ສິດ​ສອນ​ກ່ຽວ​ກັບ “ພາບ​ນິມິດ,” ນາງ​ໄດ້​ອາ​ໄສ​ຢູ່​ລັດ​ມີເຊີຣີ ແລະ ລ້ຽງ​ດູ​ລູກ​ຫ້າ​ຄົນ ດ້ວຍ​ຕົວ​ຄົນ​ດຽວ. ພາບ​ນິມິດ​ປະ​ທັບ​ໃຈ ແລະ ດົນ​ໃຈ​ນາງ​ຫລາຍ ຈົນ​ວ່າ​ນາງ​ໄດ້​ຂຽນ​ຂໍ້​ຄວາມ​ດັ່ງ​ຕໍ່​ໄປ​ນີ້ ເພື່ອ​ແບ່ງ​ປັນ​ສິ່ງ​ທີ່​ນາງ​ໄດ້​ຮຽນ​ຮູ້ ກັບ​ຍາດ​ພີ່​ນ້ອງ​ຂອງ​ນາງ:

“ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເປີດ​ສິ່ງ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ສະ​ຫວັນ​ຕໍ່​ລູກໆ​ຂອງ​ພຣະ​ອົງ. … ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້​ມາ​ຢ້ຽມ​ຢາມ​ພວກ​ເຮົາ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ແລ້ວນີ້, ແລະ ພວກ​ເຮົາ​ໄດ້​ມີ​ການ​ປະ​ຊຸມທີ່​ປິ​ຕິ​ຍິນ​ດີ​ຫລາຍ ຂະ​ນະ​ທີ່​ພວກ​ເພິ່ນ​ຢູ່​ທີ່ນີ້, ແລະ ຄວາມ​ລຶກ​ລັບ​ຫລາຍ​ຢ່າງ​ໄດ້​ຖືກ​ເປີດ​ເຜີຍ​ແກ່​ພວກ​ເຮົາ, ຊຶ່ງ​ໄດ້ເຮັດ​ໃຫ້​ຂ້ອຍ​ໄດ້​ຮັບ​ການ​ປອບ​ໃຈ​ຫລາຍ. ພວກ​ເຮົາ​ສາ​ມາດມອງ​ເຫັນ​ຄວາມ​ຖ່ອມ​ຂອງ​ພຣະ​ເຈົ້າ ໃນ​ການ​ກະ​ກຽມ​ປາ​ສາດ​ແຫ່ງ​ສັນ​ຕິ​ສຸກ​ໄວ້​ໃຫ້​ລູກໆ​ຂອງ​ພຣະ​ອົງ. ແລະ ຜູ້​ທີ່ບໍ່​ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຢືນ​ເປັນ​ນັກ​ຮົບ​ທີ່​ກ້າ​ຫານ ໃນ​ອຸ​ດົມ​ການ​ຂອງ​ພຣະ​ຄຣິດ ຈະ​ບໍ່​ສາ​ມາດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ​ໄດ້. ແຕ່​ມີ​ບ່ອນ​ທີ່​ຖືກ​ຕຽມ​ໄວ້​ສຳ​ລັບ​ທຸກ​ຄົນ​ຜູ້​ທີ່ບໍ່​ຮັບ​ເອົາ, ແຕ່​ມັນ​ເປັນ​ບ່ອນ​ທີ່​ມີ​ລັດ​ສະ​ໝີ​ພາບ​ໜ້ອຍກວ່າ ການ​ໄດ້​ຢູ່​ໃນ​ອາ​ນາ​ຈັກ​ຊັ້ນ​ສູງ. ຂ້ອຍ​ຈະ​ບໍ່​ພະ​ຍາ​ຍາມ​ເວົ້າ​ຫຍັງ​ຫລາຍ​ຕື່ມ​ອີກ ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້ ເພາະ​ບັດ​ນີ້​ມັນ​ໄດ້​ຖືກ​ຂຽນ​ໄວ້ ແລະ ມັນ​ຈະ​ອອກ​ໄປ​ຫາ​ຊາວ​ໂລກ. ແລະ ບາງ​ທີ​ເຈົ້າ​ຈະ​ມີ​ໂອ​ກາດ​ອ່ານ​ມັນ​ດ້ວຍ​ຕົວ​ເອງ, ແລະ ຖ້າ​ຫາກ​​ເຈົ້າ​ເຮັດ, ຂ້ອຍ​ຫວັງ​ວ່າ​ເຈົ້າ​ຈະ​ອ່ານ​ດ້ວຍ​ຄວາມ​ລະ​ມັດ​ລະ​ວັງ ແລະ ດ້ວຍ​ການ​ອະ​ທິ​ຖານ​ຢູ່​ໃນ​ໃຈ, ເພາະ​ສິ່ງ​ເຫລົ່າ​ນີ້​ມີ​ຄ່າ​ພໍ​ທີ່​ຈະ​ໃຫ້​ສັງ​ເກດ. ແລະ ຂ້ອຍ​ຢາກ​ໃຫ້​ເຈົ້າ​ຄົ້ນ​ຄວ້າ​ມັນ, ເພາະ​ມັນ​ເປັນ​ສິ່ງ​ທີ່​ຈະ​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສຸກ ຢູ່​ໃນ​ໂລກ​ນີ້ ແລະ ໃນ​ໂລກ​ທີ່​ຈະ​ມາ​ເຖິງ.”4

ແຫລ່ງ​ອ້າງ​ອີງ

  1. Remarks,” Deseret News, May 27, 1857, 91.

  2. Deseret News, Aug. 3, 1881, 481; ເບິ່ງ Teachings of Presidents of the Church: Wilford Woodruff (2004), 120–21 ນຳ​ອີກ.

  3. “Remarks,” Deseret Weekly, Sept. 5, 1891, 322.

  4. ຈົດ​ໝາຍ​ຂອງ​ນາງ​ຟີບີ ຄຣໍສ໌ບີ ແພ໊ກ ເຖິງ ແອນນາ ໂຈນສ໌ ພະແຣັດ, ວັນ​ທີ 10 ເດືອນ​ສິງຫາ, 1832, ຫໍ​ປະ​ຫວັດ​ສາດ​ຂອງ​ສາດສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ; ການ​ສະ​ກົດ​ຄຳ ແລະ ເຄື່ອງ​ໝາຍ​ວັກ​ຕອນ​ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

ຮູບ​ພາບ
ການ​ສະ​ແດງ​ເຖິງ​ສາມ​ອາ​ນາ​ຈັກ​ແຫ່ງ​ລັດ​ສະ​ໝີ​ພາບ

Glory by Degrees [ລັດ​ສະ​ໝີ​ພາບ​ຕາມ​ລະ​ດັບ], ໂດຍ ແອນນີ ເຮັນຣີ ເນເດີ

ພິມ