ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 19–25 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81–83: ບ່ອນ​ທີ່ “ຖືກ​ປະ​ທານ​ໃຫ້​ຫລາຍ ກໍ​ຈະ​ຖືກ​ຮຽກ​ຮ້ອງ​ຫລາຍ”


“ວັນທີ 19–25 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81–83: ບ່ອນ​ທີ່ ‘ຖືກ​ປະ​ທານ​ໃຫ້​ຫລາຍ ກໍ​ຈະ​ຖືກ​ຮຽກ​ຮ້ອງ​ຫລາຍ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 19–25 ເດືອນ​ກໍລະກົດ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81–83,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາເສດ​ຖີ​ໜຸ່ມ

Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາເສດ​ຖີ​ໜຸ່ມ], ໂດຍ ເຮັນຣິກ ຮ໊ອບແມນ

ວັນທີ 19–25 ເດືອນ​ກໍລະກົດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81–83

ບ່ອນ​ທີ່ “ຖືກ​ປະ​ທານ​ໃຫ້​ຫລາຍ ກໍ​ຈະ​ຖືກ​ຮຽກ​ຮ້ອງ​ຫລາຍ”

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81–83, ໃຫ້​ຂຽນ​ຫລັກ​ທຳ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ເຮັດ​ຄວາມ​ດີ​ໃນ​ທ່າມ​ກາງ​ຄອບ​ຄົວ​ຂອງ​ທ່ານ, ໝູ່​ເພື່ອນ, ແລະ ຄົນ​ອື່ນໆ​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ໃນ​ເດືອນ​ມີນາ ປີ 1832, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເອີ້ນ ເຈຊີ ກໍສ໌ ໃຫ້​ເປັນ​ທີ່​ປຶກ​ສາ​ຂອງ​ໂຈເຊັບ ສະມິດ ໃນ​ຝ່າຍ​ປະ​ທານ​ຂອງຖາ​ນະ​ປະ​ໂລ​ຫິດ​ສູງ (ຕອນນີ້​ເອີ້ນ​ວ່າ ຝ່າຍ​ປະ​ທານ​ສູງ​ສຸດ). ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81 ເປັນ​ການ​ເປີດ​ເຜີຍ​ຕໍ່​ບຣະເດີ ກໍສ໌, ແນະ​ນຳ​ເພິ່ນ​ກ່ຽວ​ກັບ​ການ​ເອີ້ນ​ໃໝ່​ຂອງ​ເພິ່ນ ແລະ ສັນ​ຍາ​ພອນ​ກັບ​ເພິ່ນ ສຳ​ລັບ​ການ​ຮັບ​ໃຊ້​ຢ່າງ​ຊື່​ສັດ. ແຕ່ ເຈຊີ ກໍສ໌ ບໍ່​ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ. ສະ​ນັ້ນ ເຟຣ໌ເດຣິກ ຈີ ວິວລຽມສ໌ ຈຶ່ງ​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ຕຳ​ແໜ່ງ​ແທນ​ເພິ່ນ, ແລະ ຊື່​ຂອງບຣະເດີ ກໍສ໌ ກໍ​ໄດ້ຖືກ​ແທນ​ດ້ວຍ​ຊື່​ຂອງບຣະເດີ ວິວລຽມສ໌ ຢູ່​ໃນ​ການ​ເປີດ​ເຜີຍ.

ສິ່ງນັ້ນ​ເບິ່ງ​ຄື​ວ່າ​ເປັນ​ລາຍ​ລະ​ອຽດ​ເລັກ​ນ້ອຍ, ແຕ່​ມັນ​ບອກ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ: ການ​ເປີດ​ເຜີຍ​ສ່ວນ​ຫລາຍ ຢູ່​ໃນຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ແມ່ນ​ກ່າວ​ເຖິງ​ຜູ້​ຄົນ​ໃດ​ໜຶ່ງໂດຍ​ສະ​ເພາະ, ແຕ່​ເຮົາ​ສາ​ມາດ​ຊອກ​ຫາ​ວິ​ທີ​ທີ່​ຈະ​ນຳ​ໃຊ້​ມັນ ໃນ​ຕົວ​ເຮົາ​ເອງ​ໄດ້ (ເບິ່ງ 1 ນີໄຟ 19:23). ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່ເຟຣ໌ເດຣິກ ຈີ ວິວລຽມສ໌ ເພື່ອ “ໃຫ້​ກຳ​ລັງ​ຫົວ​ເຂົ່າ​ທີ່​ອ່ອນ​ເພຍ” ສາ​ມາດ​ຫັນ​ແນວ​ຄິດ​ຂອງ​ເຮົາ​ໄປ​ຫາ​ຜູ້​ຄົນ​ທີ່​ເຮົາ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ໄດ້ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5). ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສຳ​ລັບ​ສະ​ມາ​ຊິກ​ຂອງ ກຸ່ມ​ທຸ​ລະ​ກິດ​ເອ​ກະ​ພາບ ເພື່ອ “ໃຫ້​ພວກ​ເຈົ້າ​ຜູກ​ມັດ​ຕົນ​ເອງ​ໂດຍ​ພັນ​ທະ​ສັນ​ຍານີ້” ເພື່ອ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ໂລກ​ຂອງ​ສາດ​ສະ​ໜາ​ຈັກ ສາ​ມາດ​ຫັນ​ຄວາມ​ຄິດ​ຂອງ​ເຮົາ​ໄປ​ຫາ ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ເອງ. ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ວ່າ​ພຣະ​ອົງ​ຈະ “ເຮັດ​ຕາມ​ສັນ​ຍາ​ເມື່ອ​ພວກ​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ກ່າວ” ສາ​ມາດ​ຫັນ​ແນວ​ຄິດ​ຂອງ​ເຮົາ​ໄປ​ຫາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຕໍ່​ເຮົາ ເມື່ອ​ເຮົາ​ເຊື່ອ​ຟັງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:10, 15). ນັ້ນ​ຄື​ສິ່ງ​ທີ່​ມັນ​ຄວນ​ເປັນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ປະ​ກາດ​ອີກວ່າ, “ສິ່ງ​ໃດ​ກໍ​ຕາມ​ທີ່​ເຮົາ​ກ່າວ​ກັບ​ຄົນ​ໜຶ່ງ ກໍ​ຄື​ກັນ​ກັບ​ເຮົາ​ກ່າວ​ກັບ​ທຸກ​ຄົນ” (ຂໍ້ທີ 5).

ເບິ່ງ “Newel K. Whitney and the United Firm,” “Jesse Gause: Counselor to the Prophet,” Revelations in Context, 142–47, 155–57.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81

ເຮົາ​ສາ​ມາດ​ຊື່​ສັດ​ໃນ​ການ​ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ຮ້ອງ​ຈາກ​ເຮົາ.

ບາງ​ເທື່ອ​ທ່ານ​ກໍ​ສົງ​ໃສ​ຢູ່​ບໍ ເຖິງວິ​ທີ​ທີ່​ທ່ານ​ສາ​ມາດ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສຳ​ຄັນ ໃນ​ຊີ​ວິດ​ຂອງ​ທ່ານ? ໃນ​ຖາ​ນະ​ທີ່​ປຶກ​ສາ​ຂອງ​ສາດ​ສະ​ດາ​ໂຈເຊັບ ສະມິດ, ແນ່ນອນ​ທີ່​ເຟຣ໌ເດຣິກ ຈີ ວິວລຽມສ໌ ໄດ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ​ຫລາຍ​ຢ່າງ. ໃນ ພາກທີ 81, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ຄຳ​ແນະ​ນຳ​ໃຫ້​ເພິ່ນ ເຖິງວິ​ທີ​ທີ່​ເພິ່ນ​ຈະ​ສຳ​ເລັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນັ້ນ​ໄດ້. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ພາກນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ສຳ​ເລັດ​ໜ້າ​ທີ່ຮັບ​ຜິດ​ຊອບ ທີ່ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ທ່ານ?

ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຂໍ້ ເພື່ອ​ຊ່ວຍ​ທ່ານ​ໄຕ່​ຕອງ ຂໍ້ທີ 5:

  • ມີ​ທາງ​ໃດ​ແດ່​ທີ່​ຜູ້​ຄົນ​ສາ​ມາດ “ອ່ອນ​ແອ”? ຄຳ​ວ່າ “ຊ່ວຍ​ເຫລືອ” ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ຜູ້​ທີ່ອ່ອນ​ແອ?

  • ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ມື​ຂອງ​ຜູ້​ຄົນ “ເມື່ອຍ​ລ້າ” ໃນ​ທາງ​ປຽບ​ທຽບ? ເຮົາ​ຈະສາ​ມາດ “ຍົກ” ມື​ເຫລົ່າ​ນັ້ນ​ຂຶ້ນ​ໄດ້ແນວ​ໃດ?

  • ສຳ​ນວນ​ທີ່​ວ່າ “ຫົວ​ເຂົ່າ​ທີ່​ອ່ອນ​ເພຍ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ຈະ​ສາ​ມາດ “ໃຫ້​ກຳ​ລັງ” ແກ່ຫົວ​ເຂົ່າ​ທີ່​ອ່ອນ​ເພຍ​ເຫລົ່າ​ນັ້ນ​ໄດ້​ແນວ​ໃດ?

ບາງ​ທີ​ການ​ສຶກ​ສາ​ຂໍ້​ນີ້ ອາດ​ເຮັດ​ໃຫ້​ທ່ານ​ນຶກ​ເຫັນ​ບາງ​ຄົນ​ທີ່​ທ່ານ​ສາ​ມາດ “ຊ່ວຍ​ເຫລືອ,” “ຍົກ,” ຫລື “ໃຫ້​ກຳ​ລັງ.” ທ່ານ​ຈະ​ເຮັດ​ສິ່ງ​ໃດ​ເພື່ອ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ບຸກ​ຄົນ​ນັ້ນ?

ຮູບ​ພາບ
ຊິດນີ ຣິກດອນ, ໂຈເຊັບ ສະມິດ, ເຟຣ໌ເດຣິກ ຈີ ວິວລຽມສ໌

ຝ່າຍ​ປະ​ທານ​ສູງ​ສຸດ: ຊິດນີ ຣິກດອນ, ໂຈເຊັບ ສະມິດ, ເຟຣ໌ເດຣິກ ຈີ ວິວລຽມສ໌

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:1–7

ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ເຮົາ​ໃຫ້​ກັບ​ໃຈ ແລະ ປະ​ຖິ້ມ​ບາບ​ຂອງ​ເຮົາ.

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:1–7, ໃຫ້​ຄິດ​ທີ່​ຈະ​ຂຽນ​ບາງ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ໄວ້: ຄຳ​ເຕືອນ​ກ່ຽວ​ກັບ​ບາບ ແລະ ຄວາມ​ຈິງ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ. ຄວາມ​ຈິງ​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ຕ້ານ​ທານ​ກັບ​ການ​ລໍ້​ລວງ​ຂອງ​ຜູ້​ປໍ​ລະ​ປັກ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:8–10

ພຣະ​ບັນ​ຍັດແມ່ນ​ສຳ​ລັບ​ຄວາມ​ລອດ​ຂອງ​ເຮົາ ແລະ ການ​ປົກ​ປ້ອງ​ເຮົາ.

ຖ້າ​ຫາກ​ທ່ານ—ຫລື ບາງ​ຄົນ​ທີ່​ທ່ານ​ຮູ້​ຈັກ—ເຄີຍ​ສົງ​ໃສວ່າ​ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງມອບ​ພຣະ​ບັນ​ຍັດ​ຫລາຍ​ຂໍ້​ໃຫ້​ເຮົາ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:8–10 ສາ​ມາດ​ຊ່ວຍ​ໄດ້. ຄວາມ​ຮູ້​ຫຍັງ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ອະ​ທິ​ບາຍ​ຕໍ່​ບາງ​ຄົນ ເຖິງ​ເຫດ​ຜົນ​ທີ່​ທ່ານ​ເລືອກເຮັດ​ຕາມ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ? ທ່ານ​ກໍ​ຄວນ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ໄດ້​ປ່ຽນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້ທີ 10?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:20–21; Carole M. Stephens, “If Ye Love Me, Keep My Commandments,” Ensign ຫລື Liahona, Nov. 2015, 118–20 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 83

“ຈະ​ຕ້ອງ​ຈັດ​ຫາ​ໃຫ້ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ.”

ໃນ​ເດືອນ​ເມສາ ປີ 1832, ຕາມ​ທີ່​ໄດ້​ຮັບ​ຄຳ​ແນະ​ນຳ​ຈາກພຣະ​ຜູ້​ເປັນ​ເຈົ້າ, ໂຈເຊັບ ສະມິດ ຊຶ່ງ​ໄດ້​ເດີນ​ທາງ​ເກືອບ​ເຖິງ 800 ໄມ (1288 ກິ​ໂລ​ແມັດ) ໄປ​ຢ້ຽມ​ຢາມ​ໄພ່​ພົນ ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່ ລັດ​ມີເຊີຣີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 78:9). ຊຸມ​ຊົນ​ໜຶ່ງ​ທີ່​ເພິ່ນ​ໄດ້​ໄປ​ຢ້ຽມ​ຢາມ ມີ​ທັງ​ແມ່​ໝ້າຍ​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽວ. ໃນບັນ​ດາ​ເຂົາ​ເຈົ້າ ແມ່ນ​ນາງ​ຟີບີ ແພ໊ກ ແລະ ແອນນາ ຣໍເຈີ, ຜູ້​ຊຶ່ງ​ສາດ​ສະ​ດາ​ຮູ້​ຈັກເປັນ​ສ່ວນ​ຕົວ. ຢູ່​ໃນລັດ​ມີເຊີຣີ ໃນລະ​ຫວ່າງ​ປີ 1830, ກົດ​ໝາຍ​ລັດ​ໄດ້​ໃຫ້​ສິດແບບ​ຈຳ​ກັດ​ແກ່​ແມ່​ໝ້າຍ ເລື່ອງ​ການ​ໄດ້​ຮັບ​ຊັບ​ສິນ​ຂອງສາ​ມີ​ທີ່​ເສຍ​ຊີ​ວິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ພາກທີ 83 ກ່ຽວ​ກັບ​ຄວາມ​ຮູ້​ສຶກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ກ່ຽວ​ກັບ​ແມ່​ໝ້າຍ ແລະ ເດັກ​ກໍ​ພ້າ? ທ່ານ​ຮູ້​ຈັກ​ໃຜ​ບໍ ທີ່​ຢູ່​ໃນ​ສະ​ຖາ​ນະ​ການນີ້ ຜູ້​ສາ​ມາດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຮັກ ແລະ ການ​ດູ​ແລ​ຂອງ​ທ່ານ?

ເບິ່ງ ເອຊາຢາ 1:17; ຢາໂກໂບ 1:27 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:3.ທ່ານ​ສາ​ມາດມອບ​ເຈ້ຍ​ຫົວ​ໃຈ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ແຕ້ມ ຫລື ຂຽນ​ບາງ​ສິ່ງ​ໃສ່ ທີ່​ເຂົາ​ເຈົ້າ​ຢາກ​ອະ​ທິ​ຖານ​ເຖິງ. ໃຫ້​ເວົ້າ​ລົມ​ກ່ຽວ​ກັບຄວາມ​ໝາຍ ທີ່​ຈະ​ອະ​ທິ​ຖານ “ສະ​ເໝີ​ໄປ, ໂດຍ​ອອກ​ສຽງ ແລະ ໃນ​ໃຈ​ຂອງ​ເຈົ້າ.”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 81:5.ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ຫລັກ​ທຳ​ຢູ່​ໃນ​ຂໍ້​ນີ້, ບາງ​ທີ​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ແບ່ງ​ປັນ​ຕົວ​ຢ່າງ ເຖິງ​ຕອນ​ທີ່​ເຂົາ​ເຈົ້າ​ໄດ້​ຮູ້​ສຶກ “ອ່ອນ​ແອ” ຫລື “ອ່ອນ​ເພຍ” ແລະ ບາງ​ຄົນ​ໄດ້ຊ່ວຍ​ເຫລືອ ຫລື ໃຫ້​ກຳ​ລັງ​ແກ່​ເຂົາ​ເຈົ້າ. ໃຫ້​ສົນ​ທະ​ນາ​ວິ​ທີ​ທີ່​ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຮັບ​ໃຊ້​ກັນ​ແລະ​ກັນ​ເປັນ​ປະ​ຈຳ ໃນ​ວິ​ທີ​ທາງ​ທີ່​ລຽບ​ງ່າຍ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:8–10.ບາງ​ທີ​ເກມ​ທີ່​ງ່າຍໆ​ອາດ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ຮູ້​ສຶກ​ຂອບ​ຄຸນ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ສາ​ມາດ​ໃຫ້​ຄຳ​ແນະ​ນຳ​ເພື່ອ​ຊ່ວຍ​ສະ​ມາ​ຊິກ​ອີກ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ​ທີ່​ຖືກ​ເອົາ​ຜ້າ​ມັດ​ຕາ​ໄວ້ ເຮັດ​ເຂົ້າຈີ່​ຍັດ​ໄສ້ ຫລື ຍ່າງ​ໄປ​ຕາມ​ບ່ອນ​ທີ່​ມີ​ສິ່ງ​ຂອງ​ກີດ​ກັນ. ຄິດຫາ​ບາງ​ສິ່ງ​ທີ່​ມ່ວນ​ຊື່ນ ແລະ ສ້າງ​ສັນ! ແລ້ວ​ສົນ​ທະ​ນາ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ວ່າ​ຄ້າຍ​ຄື​ກັນ​ກັບ​ເກມນີ້​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 82:18–19.ສະ​ມາ​ຊິກ​ໃນ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ເຮັດ​ສິ່ງ​ໃດ ເພື່ອ “ພັດ​ທະ​ນາ​ພອນ​ສະ​ຫວັນ [ຂອງຕົນ]” ແລະ “ໄດ້​ຮັບ​ພອນ​ສະ​ຫວັນ​ອື່ນໆ”? ມັນ​ອາດ​ເປັນ​ເລື່ອງ​ມ່ວນ​ຊື່ນ​ທີ່​ຈະ​ຈັດ​ການ​ສະ​ແດງ​ພອນ​ສະ​ຫວັນ​ຂອງ​ຄອບ​ຄົວ. ໃຫ້​ຄິດ​ຫາ​ວິ​ທີ​ທີ່​ຈະ​ລວມ​ພອນ​ສະ​ຫວັນ ອັນ​ທີ່​ຍາກ​ທີ່​ຈະ​ສະ​ແດງ​ອອກ (ດັ່ງ​ເຊັ່ນ ຂອງ​ປະ​ທານ​ທາງວິນ​ຍານ; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:11–26). ເຮົາ​ຈະ​ສາ​ມາດ​ໃຊ້​ພອນ​ສະ​ຫວັນ​ຂອງ​ເຮົາ ແລະ ແບ່ງ​ປັນ​ສິ່ງ​ທີ່​ເຮົາມີ​ກັບຄອບ​ຄົວ ແລະ ເພື່ອນ​ຂອງ​ເຮົາ​ໄດ້ແນວ​ໃດ? ການ​ໃຊ້​ພອນ​ສະ​ຫວັນ​ຂອງ​ເຮົາ ເພື່ອ “ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ” ໝາຍ​ຄວາມ​ວ່າ​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ຄວາມ​ເມດ​ຕາ​ເລີ່ມ​ຈາກ​ເຮົາເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 69; ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ນຳ​ອີກ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ຖາມ​ຄຳ​ຖາມ​ທີ່​ນຳ​ພາ​ໄປ​ສູ່​ການ​ກະ​ທຳ. ໃຫ້​ພິ​ຈາ​ລະ​ນາ​ຄຳ​ຖາມ​ທີ່​ກະ​ຕຸ້ນສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ ໃຫ້​ສະ​ທ້ອນ​ຄິດ​ເຖິງວິ​ທີ​ທີ່​ເຂົາ​ເຈົ້າ​ສາ​ມາດ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ໃຫ້ສົມ​ບູນ​ຫລາຍກວ່າ​ເກົ່າແນວ​ໃດ. “ຄຳ​ຖາມ​ເຫລົ່າ​ນີ້ ຕາມ​ປົກ​ກະ​ຕິ​ແລ້ວ ບໍ່ແມ່ນ​ສຳ​ລັບ​ການ​ສົນ​ທະ​ນາ; ມັນ​ແມ່ນ​ສຳ​ລັບ​ການ​ສະ​ທ້ອນ​ຄິດ​ສ່ວນ​ຕົວ” (Teaching in the Savior’s Way, 31).

ຮູບ​ພາບ
ພຣະ​ເຢ​ຊູ​ປິ່ນ​ປົວ​ຜູ້​ຊາຍ​ຄົນ​ໜຶ່ງ

ຮູບ​ພາບ​ພຣະ​ເຢ​ຊູ​ຄຣິດ​ປິ່ນ​ປົວ​ຜູ້​ຊາຍ​ຄົນ​ໜຶ່ງ ໂດຍ ແດນ ເບີ

ພິມ