ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 26 ເດືອນ​ກໍລະກົດ–ວັນທີ 1 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84: “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ”


“ວັນທີ 26 ເດືອນ​ກໍລະກົດ–ວັນທີ 1 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84: ‘ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 26 ເດືອນ​ກໍລະກົດ–ວັນທີ 1 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໂຈເຊັບ ສະມິດ ຮັບ​ເອົາ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ

Restoration [ການ​ຟື້ນ​ຟູ], ໂດຍ ລີສ໌ ລີມັນ ສະວິນໂດ

ວັນທີ 26 ເດືອນ​ກໍລະກົດ–ວັນທີ 1 ເດືອນ​ສິງຫາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84

“ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ”

ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84, ໃຫ້​ໄຕ່​ຕອງ​ຄຳ​ແນະ​ນຳ​ໃຫ້ “ດຳ​ລົງ​ຊີ​ວິດ​ຕາມ​ທຸກ​ຄຳ​ທີ່​ອອກ​ມາ​ຈາກ​ພຣະ​ໂອດ​ຂອງ​ພຣະ​ເຈົ້າ” (ຂໍ້ທີ 44). ທ່ານ​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ຄຳ​ຢູ່​ໃນ​ການ​ເປີດ​ເຜີຍນີ້​ແນວ​ໃດ?

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ນັບ​ຕັ້ງ​ແຕ່​ຖາ​ນະ​ປະ​ໂລ​ຫິດໄດ້​ຖືກ​ຟື້ນ​ຟູ ໃນ​ປີ 1829, ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໄດ້​ຮັບ​ພອນ​ໂດຍ​ອຳ​ນາດ​ທີ່​ສັກ​ສິດ​ນັ້ນ. ເຂົາ​ເຈົ້າໄດ້​ຮັບ​ບັບ​ຕິ​ສະ​ມາ, ໄດ້​ຮັບ​ການ​ຢືນ​ຢັນ, ແລະ ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ໂດຍ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ຄື​ກັນ​ກັບ​ພວກ​ເຮົາ​ໄດ້​ຮັບ​ໃນ​ທຸກວັນ​ນີ້. ແຕ່​ການ​ເຂົ້າ​ຫາ​ອຳນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ບໍ່​ຄື​ກັບ​ການ​ເຂົ້າ​ໃຈ​ມັນ​ຢ່າງ​ຖີ່​ຖ້ວນ, ແລະ ພຣະ​ເຈົ້າ​ມີ​ຫລາຍກວ່ານັ້ນ ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ເຂົ້າ​ໃຈ—ໂດຍ​ສະ​ເພາະ​ກັບ​ການ​ຟື້ນ​ຟູ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ ທີ່​ກຳ​ລັງ​ຈະ​ເກີດ​ຂຶ້ນ. ການ​ເປີດ​ເຜີຍ​ໃນ​ປີ 1832 ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດນັ້ນ, ດຽວນີ້​ເປັນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84, ໄດ້​ຂະ​ຫຍາຍ​ມະ​ໂນ​ພາບ​ຂອງ​ໄພ່​ພົນ ເຖິງ​ສິ່ງ​ທີ່​ຖາ​ນະ​ປະ​ໂລ​ຫິດ ແມ່ນ​ກ່ຽວ​ກັບ​ຫຍັງ​ແທ້ໆ. ແລະ ມັນ​ສາ​ມາດ​ເຮັດ​ຄື​ກັນ​ສຳ​ລັບ​ເຮົາ​ໃນ​ທຸກວັນ​ນີ້. ເຖິງ​ຢ່າງ​ໃດ, ມັນ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ຮຽນ​ຮູ້ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ສະ​ຫວັນ ທີ່​ດຳ​ລົງ “ຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ຂອງ​ພຣະ​ເຈົ້າ,” ທີ່​ສະ​ແດງ “ອຳ​ນາດ​ແຫ່ງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ,” ໃຫ້​ປະ​ຈັກ ແລະ ສິ່ງນັ້ນ​ກະ​ກຽມ​ເຮົາ ໃຫ້ “ເຫັນ​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແມ່ນ​ແຕ່​ພຣະ​ບິ​ດາ, ແລະ ມີ​ຊີ​ວິດ​ຢູ່” (ຂໍ້ທີ 19–22).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:1–5, 17–28

ເຮົາ​ໄດ້​ເຂົ້າ​ເຖິງອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ ແລະ ພອນ​ທັງ​ຫລາຍ.

ເມື່ອ​ທ່ານ​ຄິດ​ກ່ຽວ​ກັບ​ຄຳ​ວ່າ ຖາ​ນະ​ປະ​ໂລ​ຫິດ, ສິ່ງ​ໃດ​ໄດ້​ເຂົ້າ​ມາ​ສູ່​ຈິດ​ໃຈ? ເລື້ອຍ​ປານ​ໃດ​ທີ່​ທ່ານ​ໄດ້​ຄິດ​ກ່ຽວ​ກັບ ຖາ​ນະ​ປະ​ໂລ​ຫິດ ແລະ ເຖິງ​ອິດ​ທິ​ພົນ​ຂອງ​ມັນ​ຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ? ຫລັງ​ຈາກ​ໄດ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້​ແລ້ວ, ໃຫ້​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:1–5, 17–28, ແລະ ໃຫ້ພິ​ຈາ​ລະ​ນາ​ສິ່ງ​ທີ່ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ. ທ່ານ​ສາ​ມາດ​ໃຊ້​ຂໍ້​ເຫລົ່າ​ນີ້​ເພື່ອ​ບັນ​ຍາຍຖາ​ນະ​ປະ​ໂລ​ຫິດ​ກັບ​ບາງ​ຄົນ ແລະ ອະ​ທິ​ບາຍ​ເຖິງ​ຈຸດ​ປະ​ສົງ​ຂອງ​ມັນ​ແນວ​ໃດ?

ທ່ານ​ກໍ​ຄວນ​ໄຕ່​ຕອງ​ກ່ຽວ​ກັບ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ທ່ານ​ມີ​ພາກ​ສ່ວນ​ໃນ​ນັ້ນ​ນຳ​ອີກ. ທ່ານ​ເຄີຍ​ເຫັນ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ” (ຂໍ້ທີ 20) ສະ​ແດງ​ໃຫ້​ປະ​ຈັກ​ໃນ​ພິ​ທີ​ການ​ບໍ? ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ທ່ານ​ເຮັດ ເພື່ອ​ຮັບ​ເອົາ​ອຳ​ນາດ​ຂອງ​ພຣະ​ອົງ​ຫລາຍ​ຕື່ມ​ອີກ ໃນ​ຊີ​ວິດ​ຂອງ​ທ່ານ.

ເບິ່ງ M. Russell Ballard, “Men and Women and Priesthood Power,” Ensign, Sept. 2014, 28–33; Gospel Topics, “Priesthood,” topics.ChurchofJesusChrist.org ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:31–42

ຖ້າ​ຫາກ​ເຮົາ​ຮັບ​ເອົາ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈະ​ຮັບ​ເອົາ​ທຸກ​ສິ່ງ​ທີ່​ພຣະ​ອົງ​ມີ.

ແອວເດີ ພອລ໌ ບີ ພີເປີ ໄດ້​ສິດ​ສອນ​ວ່າ: “ມັນ​ເປັນ​ທີ່​ໜ້າ​ສົນ​ໃຈ ທີ່​ໃນຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:31–42], ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ຄຳ​ກິ​ລິ​ຍາ ໄດ້​ຮັບ ແລະ ຮັບ​ເອົາ. ພຣະ​ອົງ​ບໍ່​ໄດ້​ໃຊ້​ຄຳກິ​ລິ​ຍາ ແຕ່ງຕັ້ງ. ມັນ​ແມ່ນ​ຢູ່​ໃນ​ພຣະ​ວິ​ຫານ​ທີ່​ຊາຍ ແລະ ຍິງ—ພ້ອມ​ກັນ—ໄດ້​ຮັບ ແລະ ຮັບ​ເອົາ​ພອນ ແລະ ອຳ​ນາດ​ຂອງຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ ທັງ​ສອງ” (“Revealed Realities of Mortality,” Ensign, Jan. 2016, 21).

ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:31–42, ໃຫ້​ຊອກ​ຫາ​ຄຳ​ວ່າ “ໄດ້​ຮັບ” ແລະ “ຮັບ​ເອົາ.” ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ສອງ​ຄຳ​ນີ້​ໝາຍ​ເຖິງ ຢູ່​ໃນສະ​ພາບ​ການນີ້. ທ່ານ “ຮັບ​ເອົາ” ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແນວ​ໃດ?

ທ່ານ​ກໍ​ສາ​ມາດ​ສັງເກດ​ເບິ່ງ​ຄຳ​ສັນ​ຍາ ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ກ່ຽວ​ຂ້ອງ​ກັບ ຄຳ​ສາ​ບານ ແລະ ພັນ​ທະ​ສັນ​ຍາ​ຂອງ​ຖາ​ນະ​ປະ​ໂລ​ຫິດນຳ​ອີກ, ຊຶ່ງ​ພຣະ​ເຈົ້າ “ຝ່າ​ຝືນບໍ່​ໄດ້” (ຂໍ້ທີ 40). ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຫລາຍກວ່າ​ເກົ່າ ໃນ​ການ​ຮັບ​ເອົາ​ພຣະ​ບິ​ດາ, ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ແລະ ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພັນ​ທະ​ສັນ​ຍາ,” “ຄຳ​ສາ​ບານ,” scriptures.ChurchofJesusChrist.org ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:43–58

ເຮົາ​ມາ​ຫາ​ພຣະ​ຄຣິດ ເມື່ອເຮົາ​ເອົາ​ໃຈ​ໃສ່ຕໍ່​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ເຊື່ອ​ຟັງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ.

ການ​ອ່ານ​ພຣະ​ຄຳ​ພີ ແລະ ອ່ານ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ​ເປັນ​ປະ​ຈຳ ມີ​ຄວາມ​ໝາຍ​ຫລາຍກວ່າ​ພຽງ​ແຕ່​ເປັນ​ລາຍ​ການ​ທາງວິນ​ຍານ​ທີ່​ຕ້ອງ​ເຮັດ​ໃຫ້ແລ້ວໆ​ໄປເທົ່າ​ນັ້ນ. ທ່ານ​ພົບ​ເຫັນ​ຄວາມ​ຈິງ​ໃດ​ແດ່ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:43–58 ທີ່​ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ທ່ານ​ຈຳ​ເປັນ​ຕ້ອງ​ສຶກ​ສາພຣະ​ຄຳ​ຂອງ​ພຣະ​ເຈົ້າຢ່າງ​ສະ​ໝ່ຳ​ສະ​ເໝີ? ໃຫ້​ສັງ​ເກດ​ເບິ່ງຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ມືດ ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ເຖິງວິ​ທີ​ທີ່ “ການເອົາ​ໃຈ​ໃສ່​ຢ່າງ​ພາກ​ພຽນ​ຕໍ່​ພຣະ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ” ໄດ້​ນຳ​ຄວາມ​ສະ​ຫວ່າງ, ຄວາມ​ຈິງ, ແລະ “ພຣະ​ວິນ​ຍານ​ຂອງ​ພຣະເຢ​ຊູ​ຄຣິດ” ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? (ຂໍ້ທີ 43, 45).

ເບິ່ງ 2 ນີໄຟ 32:3; “The Book of Mormon—Keystone of Our Religion,” Teachings of Presidents of the Church: Ezra Taft Benson (2014), 125–35 ນຳ​ອີກ.

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ການ​ສຶກ​ສາ​ພຣະ​ຄຳ​ພີ​ຊ່ວຍ​ເຮົາ​ໃຫ້​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:62–91

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ຖິດ​ຢູ່​ກັບ​ເຮົາ ເມື່ອ​ເຮົາ​ຢູ່​ໃນ​ການ​ຮັບ​ໃຊ້ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ທ່ານ​ອ່ານ​ຂໍ້​ເຫລົ່າ​ນີ້, ທ່ານ​ສາ​ມາດ​ຊີ້ບອກວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ວ່າ​ພຣະ​ອົງ​ສະ​ໜັບ​ສະ​ໜູນ​ອັກ​ຄະ​ສາ​ວົກ ແລະ ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພຣະ​ອົງ​ແນວ​ໃດ. ຄຳ​ສັນ​ຍາ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ທີ່​ພຣະ​ອົງ​ໄດ້ຂໍໃຫ້​ທ່ານ​ເຮັດ​ແນວ​ໃດ? ຍົກ​ຕົວ​ຢ່າງ, ຄຳ​ສັນ​ຍາ​ຢູ່​ໃນ ຂໍ້ທີ 88 ໄດ້​ເກີດ​ເປັນ​ຈິງ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:6–18.ຫລັງ​ຈາກການ​ອ່ານ​ກ່ຽວ​ກັບ​ວິ​ທີ​ທີ່​ໂມເຊຮັບ​ເອົາສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ເພິ່ນ, ຜູ້​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ຢູ່​ໃນ​ຄອບ​ຄົວ​ຂອງ​ທ່ານ ຫລື ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ສາ​ມາດ​ແບ່ງ​ປັນ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ ກ່ຽວ​ກັບ​ການ​ຖືກ​ແຕ່ງ​ຕັ້ງ​ສູ່​ຕຳ​ແໜ່ງ​ຖາ​ນະ​ປະ​ໂລ​ຫິດ. ຖ້າ​ເປັນ​ໄປ​ໄດ້, ເຂົາ​ເຈົ້າ​ສາ​ມາດ​ແບ່ງ​ປັນ ແລະ ສົນ​ທະ​ນາ​ກ່ຽວ​ກັບ​ເສັ້ນ​ສາຍ​ສິດ​ອຳ​ນາດ​ຂອງຖາ​ນະ​ປະ​ໂລ​ຫິດ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ເຮົາ​ສາ​ມາດ​ສືບ​ສາວສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ ຢູ່​ໃນ​ສາດ​ສະ​ໜາ​ຈັກ ໃນ​ທຸກວັນ​ນີ້ ກັບ​ຄືນ​ໄປ​ຫາ​ສິດ​ອຳ​ນາດ​ຂອງພຣະ​ເຢ​ຊູ​ຄຣິດ? ໃນ​ການ​ຂໍ​ເອົາ​ເສັ້ນ​ສາຍ​ສິດ​ອຳ​ນາດ​ຂອງ​ຖານະ​ປະ​ໂລ​ຫິດ, ໃຫ້​ສົ່ງ​ອີ​ເມວ​ໄປ​ທີ່ lineofauthority@ChurchofJesusChrist.org.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:20–21.ຕອນ​ໃດ​ທີ່​ຄອບ​ຄົວ​ຂອງ​ທ່ານ ໄດ້​ປະ​ສົບ​ກັບ “ອຳ​ນາດ​ຂອງ​ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ” ສະ​ແດງ​ໃຫ້​ປະ​ຈັກ​ຜ່ານ​ທາງ​ພິ​ທີ​ການ ດັ່ງ​ເຊັ່ນ ການ​ບັບ​ຕິ​ສະ​ມາ ຫລື ສິນ​ລະ​ລຶກ? ບາງ​ເທື່ອ​ພວກທ່ານ​ຄວນ​ເວົ້າ​ລົມ​ກ່ຽວ​ກັບ​ວິ​ທີ​ທີ່​ພິ​ທີ​ການ​ເຫລົ່າ​ນີ້ ນຳ​ອຳ​ນາດ​ຂອງ​ພຣະ​ເຈົ້າ ມາ​ສູ່​ຊີ​ວິດ​ຂອງ​ພວກ​ທ່ານ​ແນວ​ໃດ. ພວກ​ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ພາບ​ພຣະ​ວິ​ຫານ​ນຳ​ອີກ ແລະ ສົນ​ທະ​ນາ​ກ່ຽວ​ກັບພິ​ທີ​ການ​ຂອງ​ພຣະ​ວິ​ຫານ ທີ່ມອບ​ອຳ​ນາດ​ເພີ່ມ​ເຕີມ​ໃຫ້​ແກ່​ພວກ​ທ່ານ ເພື່ອ​ກາຍ​ເປັນ​ເໝືອນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍກວ່າ​ເກົ່າ. ພວກ​ທ່ານ​ອາດ​ຢາກ​ຮ້ອງ​ເພງ​ກ່ຽວ​ກັບຖາ​ນະ​ປະ​ໂລ​ຫິດ, ດັ່ງ​ເຊັ່ນ “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40), ແລະ ສົນ​ທະ​ນາ​ສິ່ງ​ທີ່​ເພງນີ້​ສິດ​ສອນ​ກ່ຽວ​ກັບຖາ​ນະ​ປະ​ໂລ​ຫິດ​ແນວ​ໃດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:43–44.ພວກ​ທ່ານ​ສາ​ມາດ​ກະ​ກຽມ​ອາ​ຫານ ຫລື ຂອງ​ກິນ​ຫລິ້ນ​ນຳ​ກັນ ແລະ ໝາຍ​ເຄື່ອງ​ປະ​ສົມ​ແຕ່​ລະ​ຢ່າງ ດ້ວຍຖ້ອຍ​ຄຳ ຫລື ສຳ​ນວນ ຈາກ ຂໍ້ທີ 44. ມັນ​ສຳ​ຄັນ​ແນວ​ໃດ​ທີ່​ເຮົາ​ຈະ​ໃຊ້​ເຄື່ອງ​ປະ​ສົມ​ທຸກ​ຢ່າງ? ມັນ​ສຳ​ຄັນ​ແນວ​ໃດ​ທີ່​ຈະ​ດຳ​ລົງ​ຊີ​ວິດ ທຸກວັນ ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:98–102.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ຈາກ “ເພງ​ໃໝ່” (ຂໍ້ທີ 98) ຢູ່​ໃນ​ຂໍ້​ເຫລົ່າ​ນີ້? ເຮົາ​ສາ​ມາດ​ເຮັດ​ສິ່ງ​ໃດ ໃນວັນ​ເວ​ລາ​ຂອງ​ເຮົາ ເພື່ອ​ຊ່ວຍ​ໃຫ້​ມີ​ສະ​ພາບ​ດັ່ງ​ທີ່​ບັນ​ຍາຍ​ຢູ່​ໃນ​ເພງນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:106–10.ຄອບ​ຄົວ​ຂອງ​ເຮົາ “ເສີມ​ສ້າງ​ນຳ​ກັນ” ໂດຍ​ຂອງ​ປະ​ທານ ແລະ ຄວາມ​ພະ​ຍາ​ຍາມ​ຂອງ “ອະ​ໄວ​ຍະ​ວະ​ທຸກ​ສ່ວນ” ແນວ​ໃດ? (ຂໍ້ທີ 110).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30; ເບິ່ງ “ແນວ​ຄິດ​ເພື່ອ​ປັບ​ປຸງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ​ຂອງ​ທ່ານ” ນຳ​ອີກ.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ສະ​ເໜີຄຳ​ເຊື້ອ​ເຊີນ​ໃຫ້​ປະ​ຕິ​ບັດ ແລະ ຕິດ​ຕາມ​ເບິ່ງ. ເມື່ອ​ທ່ານ​ເຊື້ອ​ເຊີນ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້, ທ່ານ​ໄດ້​ສະ​ແດງ​ໃຫ້​ເຂົາ​ເຈົ້າ​ເຫັນ​ວ່າ ພຣະ​ກິດ​ຕິ​ຄຸນ​ເປັນ​ບາງ​ສິ່ງ​ທີ່​ຄວນ​ດຳ​ລົງ​ຊີ​ວິດ​ຕາມ, ບໍ່​ແມ່ນ​ພຽງ​ແຕ່​ເວົ້າ​ເຖິງ​ລ້າໆ. ທ່ານ​ຈະ​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ປະ​ຕິ​ບັດຕາມ​ສິ່ງ​ໃດ ຈາກ​ການ​ສຶກ​ສາ​ຂອງ​ທ່ານ ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84?

ຮູບ​ພາບ
ພຣະ​ວິ​ຫານ​ໂຣມ ອີຕາລີ

ພຣະ​ວິ​ຫານ​ໂຣມ ອີຕາລີ

ພິມ