“ວັນທີ 2–8 ເດືອນສິງຫາ. ຄຳສອນ ແລະ ພັນທະສັນຍາ 85–87: ‘ຈົ່ງຢືນຢູ່ໃນສະຖານທີ່ສັກສິດ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 2–8 ເດືອນສິງຫາ. ຄຳສອນ ແລະ ພັນທະສັນຍາ 85–87,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ວັນທີ 2–8 ເດືອນສິງຫາ
ຄຳສອນ ແລະ ພັນທະສັນຍາ 85–87
“ຈົ່ງຢືນຢູ່ໃນສະຖານທີ່ສັກສິດ”
ພຣະວິນຍານອາດນຳພາທ່ານໃຫ້ສຶກສາຫລັກທຳ ຢູ່ໃນ ພາກທີ 85–87 ທີ່ບໍ່ໄດ້ເນັ້ນຢູ່ໃນໂຄງຮ່າງນີ້. ໃຫ້ເຮັດຕາມການກະຕຸ້ນຂອງພຣະອົງ.
ບັນທຶກຄວາມປະທັບໃຈຂອງທ່ານ
ວັນຄຣິດສະມາດ ຕາມປົກກະຕິແລ້ວ ເປັນເວລາທີ່ໄຕ່ຕອງຂ່າວສານເຊັ່ນ “ແຜ່ນດິນໂລກຈົ່ງມີສັນຕິສຸກ” ແລະ “ສັນຕິສຸກແກ່ມະນຸດທັງປວງ” (ເບິ່ງ ລູກາ 2:14). ແຕ່ໃນວັນທີ 25 ເດືອນທັນວາ, 1832, ຈິດໃຈຂອງໂຈເຊັບ ສະມິດ ຄຸ້ນຄິດຢູ່ກັບການຄຸກຄາມຂອງສົງຄາມ. ລັດຊ້າວ ຄາໂຣລາຍນາ ຫາກໍເລີ່ມຕໍ່ຕ້ານລັດຖະບານຂອງສະຫະລັດອາເມຣິກາ ແລະ ກຳລັງກະກຽມທີ່ຈະຕໍ່ສູ້. ແລະ ພຣະຜູ້ເປັນເຈົ້າ ໄດ້ເປີດເຜີຍຕໍ່ໂຈເຊັບວ່າ ນີ້ຫາກໍເປັນການເລີ່ມຕົ້ນ: “ສົງຄາມ,” ພຣະອົງໄດ້ປະກາດ, “ຈະລຸກລາມໄປເຖິງປະຊາຊາດທັງປວງ” (ຄຳສອນ ແລະ ພັນທະສັນຍາ 87:2). ມັນເບິ່ງຄືວ່າ ການທຳນາຍນີ້ອາດເກີດຂຶ້ນໃນໄວໆນັ້ນ.
ແຕ່ແລ້ວມັນບໍ່ໄດ້ເປັນແນວນັ້ນ. ພາຍໃນສອງສາມອາທິດ, ລັດຊ້າວ ຄາໂຣລາຍນາ ແລະ ລັດຖະບານສະຫະລັດ ໄດ້ຕົກລົງກັນດ້ວຍດີ, ແລະ ສົງຄາມບໍ່ໄດ້ເກີດຂຶ້ນ. ແຕ່ການເປີດເຜີຍຈະບໍ່ເກີດຂຶ້ນຕາມເວລາ ຫລື ຕາມວິທີທີ່ເຮົາຄາດຄິດສະເໝີໄປ. ເກືອບເຖິງ 30 ປີ ຕໍ່ມາ, ດົນນານຫລັງຈາກໂຈເຊັບ ສະມິດ ໄດ້ຖືກຂ້າເພາະຄວາມເຊື່ອ ແລະ ໄພ່ພົນໄດ້ຍ້າຍໄປຢູ່ພາກຕາເວັນຕົກ, ລັດຊ້າວ ຄາໂຣລາຍນາ ຈຶ່ງໄດ້ກະບົດ ແລະ ສົງຄາມກາງເມືອງໄດ້ເກີດຂຶ້ນ. ນັບແຕ່ນັ້ນມາ, ສົງຄາມຕະຫລອດທົ່ວໂລກໄດ້ເຮັດໃຫ້ “ແຜ່ນດິນໂລກຄວນຄາງ” (ຄຳສອນ ແລະ ພັນທະສັນຍາ 87:6). ເຖິງແມ່ນໃນທີ່ສຸດການທຳນາຍກໍໄດ້ເກີດເປັນຈິງ, ແຕ່ຄຸນຄ່າຂອງການເປີດເຜີຍນີ້ມີໜ້ອຍ ໃນການຫລິງເຫັນລ່ວງໜ້າ ກ່ຽວກັບເມື່ອໃດທີ່ໄພພິບັດຈະເກີດຂຶ້ນ ແລະ ຄຸນຄ່າໃນການສິດສອນມີຫລາຍ ເຖິງສິ່ງທີ່ຈະເຮັດເມື່ອມັນເກີດຂຶ້ນ. ຄຳແນະນຳຍັງເໝືອນເດີມ ໃນປີ 1831, 1861, ແລະ 2021: “ຈົ່ງຢືນຢູ່ໃນສະຖານທີ່ສັກສິດ, ແລະ ບໍ່ຫວັ່ນໄຫວ” (ຂໍ້ທີ 8).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຄຳສອນ ແລະ ພັນທະສັນຍາ 85:1–2
ມັນເປັນສິ່ງດີ ທີ່ຈະ “ຮັກສາປະຫວັດສາດ.”
“ປະຫວັດສາດ” ທີ່ບັນຍາຍຢູ່ໃນ ຂໍ້ທີ 1 ບັນທຶກລາຍຊື່ຂອງຜູ້ທີ່ “ໄດ້ຮັບມູນມໍລະດົກຢ່າງຖືກຕ້ອງຕາມກົດໝາຍ” ໃນຊີໂອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 72:24–26 ນຳອີກ). ເຖິງຢ່າງໃດກໍຕາມ, ປະຫວັດສາດນີ້ແມ່ນມີຄວາມສຳຄັນຫລາຍກວ່າພຽງແຕ່ເປັນການບໍລິຫານເທົ່ານັ້ນ—ມັນກໍເປັນບັນທຶກທີ່ມີຄ່າກ່ຽວກັບໄພ່ພົນ ເຖິງ “ຊີວິດນາໆປະການ, ສັດທາຂອງພວກເຂົາ, ແລະ ວຽກງານ” ນຳອີກ (ຂໍ້ທີ 2).
ທ່ານໄດ້ຮັກສາປະຫວັດ ຫລື ບັນທຶກສ່ວນຕົວຢູ່ບໍ? ທ່ານຈະບັນທຶກຫຍັງແດ່ກ່ຽວກັບຊີວິດນາໆປະການ, ສັດທາ, ແລະ ວຽກງານຂອງທ່ານ ທີ່ອາດເປັນພອນໃຫ້ແກ່ຄົນລຸ້ນຫລັງ? ປະຫວັດສາດນີ້ອາດເປັນພອນໃຫ້ແກ່ທ່ານແນວໃດ?
ພຣະວິນຍານກ່າວດ້ວຍ “ສຽງອັນເບົາໆ.”
ໃຫ້ໄຕ່ຕອງຖ້ອຍຄຳທີ່ໂຈເຊັບ ສະມິດ ໄດ້ໃຊ້ ເພື່ອບັນຍາຍພຣະວິນຍານ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 85:6. ໃນວິທີໃດແດ່ທີ່ສຸລະສຽງຂອງພຣະວິນຍານເປັນສຽງ “ອັນເບົາໆ”? ມີສິ່ງໃດແດ່ທີ່ມັນ “ສຽບແທງ” ໃນຊີວິດຂອງທ່ານ?
ຂະນະທີ່ທ່ານຄິດກ່ຽວກັບວິທີທີ່ພຣະວິນຍານກ່າວກັບທ່ານ, ໃຫ້ພິຈາລະນາຄຳອະທິບາຍເຫລົ່ານີ້ ທີ່ມອບໃຫ້ຜ່ານທາງໂຈເຊັບ ສະມິດ: ຄຳສອນ ແລະ ພັນທະສັນຍາ 6:22–24; 8:2–3; 9:7–9; 11:12–13; 128:1. ອີງຕາມສິ່ງທີ່ທ່ານໄດ້ອ່ານ, ທ່ານຮູ້ສຶກວ່າທ່ານຕ້ອງຮັບຮູ້ສຸລະສຽງຂອງພຣະວິນຍານໃຫ້ໄດ້ດີກວ່າເກົ່າແນວໃດ?
ເບິ່ງ 1 ກະສັດ 19:11–12; ຮີລາມັນ 5:30 ນຳອີກ.
ຄົນຊອບທຳຖືກເຕົ້າໂຮມໃນຍຸກສຸດທ້າຍ.
ຄຳສອນ ແລະ ພັນທະສັນຍາ 86:1–7 ບັນຈຸຄຳອະທິບາຍຂອງພຣະຜູ້ເປັນເຈົ້າ ກ່ຽວກັບຄຳອຸປະມາເລື່ອງເຂົ້າດີ ແລະ ເຂົ້ານົກ, ທີ່ເນັ້ນແຕກຕ່າງໜ້ອຍໜຶ່ງຈາກຕອນທີ່ພຣະອົງມອບໃຫ້ ຢູ່ໃນ ມັດທາຍ 13:24–30, 37–43. ເມື່ອທ່ານປຽບທຽບທັງສອງໃສ່ກັນ, ຄວາມແຕກຕ່າງໃດແດ່ທີ່ທ່ານສັງເກດເຫັນ? ໃຫ້ພິຈາລະນາເຖິງເຫດຜົນທີ່ຄຳອຸປະມານີ້—ດ້ວຍຄວາມແຕກຕ່າງເຫລົ່ານີ້—ມີຄ່າພໍທີ່ຈະກ່າວລຶ້ມຄືນ “ໃນຍຸກສຸດທ້າຍ, ແມ່ນແຕ່ບັດນີ້” ແນວໃດ (ຄຳສອນ ແລະ ພັນທະສັນຍາ 86:4). ທ່ານສາມາດຮຽນຮູ້ຫຍັງແດ່ຈາກຄຳອຸປະມານີ້ ແລະ ການແປຄວາມໝາຍຂອງມັນໃນຍຸກສຸດທ້າຍ?
ດັ່ງທີ່ບັນທຶກຢູ່ໃນ ຂໍ້ທີ 8–11, ຕອນນັ້ນພຣະຜູ້ເປັນເຈົ້າໄດ້ກ່າວເຖິງຖານະປະໂລຫິດ, ການຟື້ນຟູ, ແລະ ຄວາມລອດຂອງຜູ້ຄົນຂອງພຣະອົງ. ມີຄວາມສຳພັນຢ່າງໃດແດ່ທີ່ທ່ານເຫັນລະຫວ່າງຂໍ້ເຫລົ່ານີ້ ແລະ ຄຳອຸປະມາເລື່ອງເຂົ້າດີ ແລະ ເຂົ້ານົກ? ທ່ານຈະສາມາດເປັນເໝືອນ “ພຣະຜູ້ຊ່ວຍໃຫ້ລອດແກ່ຜູ້ຄົນ [ຂອງພຣະຜູ້ເປັນເຈົ້າ]” ໄດ້ແນວໃດ? (ຂໍ້ທີ 11).
ຄວາມສະຫງົບມີຢູ່ໃນ “ສະຖານທີ່ສັກສິດ.”
ນອກເໜືອໄປຈາກສິ່ງອັນຕະລາຍທາງຮ່າງກາຍແລ້ວ ຂອງ “ການນອງເລືອດ … [ແລະ] ຄວາມອຶດຢາກ, ແລະ ໂຣກລະບາດ, ແລະ ແຜ່ນດິນໄຫວ” (ຄຳສອນ ແລະ ພັນທະສັນຍາ 87:6), ຄຳແນະນຳຢູ່ໃນການເປີດເຜີຍນີ້ ສາມາດຖືກນຳໃຊ້ກັບສິ່ງອັນຕະລາຍທາງວິນຍານນຳອີກ ທີ່ເຮົາປະເຊີນຢູ່ໃນຍຸກສຸດທ້າຍນີ້. ແມ່ນຫຍັງຄື “ສະຖານທີ່ສັກສິດ” ຂອງທ່ານ (ຂໍ້ທີ 8) ບ່ອນທີ່ທ່ານພົບຄວາມສະຫງົບ ແລະ ຄວາມປອດໄພ? ແມ່ນຫຍັງເຮັດໃຫ້ສະຖານທີ່ສັກສິດ? ນອກເໜືອໄປຈາກສະຖານທີ່ ທີ່ເປັນອາຄານແລ້ວ, ບາງທີມັນມີເວລາທີ່ສັກສິດ, ການປະຕິບັດທີ່ສັກສິດ, ຫລື ຄວາມຄິດທີ່ສັກສິດ ທີ່ສາມາດໃຫ້ຄວາມສະຫງົບໄດ້. ຄຳວ່າ “ບໍ່ຫວັ່ນໄຫວ” ຈາກສະຖານທີ່ເຫລົ່ານີ້ ໝາຍຄວາມວ່າແນວໃດ?
ເບິ່ງ Henry B. Eyring, “A Home Where the Spirit of the Lord Dwells,” Ensign ຫລື Liahona, May 2019, 22–25 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 85:6.ທ່ານຈະສາມາດສິດສອນຄອບຄົວຂອງທ່ານ ໃຫ້ຮັບຮູ້ສຸລະສຽງເບົາໆຂອງພຣະວິນຍານໄດ້ແນວໃດ? ບາງທີພວກທ່ານຄວນຫລິ້ນເກມ ຊຶ່ງໃນນັ້ນໃຫ້ບາງຄົນສື່ມຄຳແນະນຳທີ່ສຳຄັນ ທ່າມກາງສຽງລົບກວນຕ່າງໆ. ແມ່ນຫຍັງທີ່ລົບກວນເຮົາຈາກການໄດ້ຍິນພຣະວິນຍານບໍລິສຸດ? ບາງທີສະມາຊິກໃນຄອບຄົວສາມາດບອກເຖິງສິ່ງທີ່ເຂົາເຈົ້າເຮັດ ເພື່ອຈະໄດ້ຍິນສຸລະສຽງຂອງພຣະວິນຍານ.
-
ຄຳສອນ ແລະ ພັນທະສັນຍາ 86.ການແຕ້ມຮູບ ຫລື ການເບິ່ງຮູບພາບ ສາມາດຊ່ວຍຄອບຄົວຂອງທ່ານ ໃຫ້ເຂົ້າໃຈຄຳອຸປະມາເລື່ອງເຂົ້າດີ ແລະ ເຂົ້ານົກໄດ້. ທ່ານອາດຢາກເລີ່ມຕົ້ນດ້ວຍຮູບພາບ ຂອງສິ່ງທີ່ບັນຍາຍ ຢູ່ໃນ ມັດທາຍ 13:24–30. ແລ້ວຄອບຄົວຂອງທ່ານສາມາດຕິດປ້າຍຄຳອະທິບາຍ ຈາກ ຄຳສອນ ແລະ ພັນທະສັນຍາ 86:1–7 ໃສ່ຮູບພາບເຫລົ່ານັ້ນ. ເຮົາເປັນເໝືອນເຂົ້າດີແນວໃດ? ເຮົາຈະສາມາດເປັນເໝືອນດັ່ງເຫລົ່າທູດທີ່ຮວບຮວມເຂົ້າດີໄດ້ແນວໃດ?
-
ຄຳສອນ ແລະ ພັນທະສັນຍາ 87:8.ເພື່ອແນະນຳການສົນທະນາກ່ຽວກັບວິທີທີ່ຈະເຮັດໃຫ້ບ້ານເຮືອນຂອງທ່ານເປັນສະຖານທີ່ສັກສິດຫລາຍກວ່າເກົ່າ, ທ່ານສາມາດເຊື້ອເຊີນສະມາຊິກໃນຄອບຄົວໃຫ້ອອກແບບເຮືອນໃຫ້ບາງຄົນ ຜູ້ທີ່ຮັກພຣະຜູ້ຊ່ວຍໃຫ້ລອດ. ສິ່ງນີ້ອາດນຳພາໄປສູ່ແນວຄິດກ່ຽວກັບ “ການປ່ຽນແບບ” ເຮືອນຂອງທ່ານ ເພື່ອເຮັດໃຫ້ມັນເປັນສະຖານທີ່ສະຫງົບ ໃນທ່າມກາງສິ່ງອັນຕະລາຍທາງວິນຍານ ຢູ່ໃນໂລກ. ເພງເຊັ່ນ “ຮັກທີ່ບ້ານ,” “ຄວາມເມດຕາເລີ່ມຈາກເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 48, 69), ຫລື “ສອນເຮົາຍ່າງໃນແສງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 72) ສາມາດໃຫ້ແນວຄິດແກ່ທ່ານໄດ້.
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ເຮັດແຕ່ຄວາມດີ,” ເພງສວດ ແລະ ເພງຂອງເດັກນ້ອຍ, 38.