ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 9–15 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88: “ສະ​ຖາ​ປະ​ນາ … ບ້ານ​ຂອງ​ພຣະ​ເຈົ້າ”


“ວັນທີ 9–15 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88: ‘ສະ​ຖາ​ປະ​ນາ … ບ້ານ​ຂອງ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 9–15 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຫ້ອງ​ທີ່​ມີ​ຕັ່ງ ແລະ ແປ້ນມ້າ​ນັ່ງ

ວັນທີ 9–15 ເດືອນ​ສິງຫາ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 88

“ສະ​ຖາ​ປະ​ນາ … ບ້ານ​ຂອງ​ພຣະ​ເຈົ້າ”

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ສັນ​ຍາວ່າ ເມື່ອທ່ານ​ທຳງານ​ຢ່າງ​ພາກພຽນ ເພື່ອ​ສ້ອມແປງ​ບ້ານເຮືອນ​ຂອງທ່ານ ໃຫ້ເປັນ​ສູນກາງ​ຂອງ​ການ​ຮຽນຮູ້​ພຣະກິດ​ຕິຄຸນ, … ອິດທິພົນ​ຂອງຜູ້​ປໍລະ​ປັກ​ໃນ​ຊີວິດ ຂອງທ່ານ ແລະ ໃນ​ບ້ານເຮືອນ ຂອງທ່ານ ຈະລົດ​ນ້ອຍ​ຖອຍລົງ” (“Becoming Exemplary Latter-day Saints,” Ensign ຫລື Liahona, Nov. 2018, 113).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ບາງ​ຄັ້ງ​ບາງ​ຄາວ, ພຣະ​ຜູ້​ເປັນ​ເຈົ້າໄດ້​ໃຫ້​ເຮົາ​ເຫັນ​ໜ້ອຍ​ໜຶ່ງ​ເຖິງ “ເດ​ຊາ​ນຸ​ພາບ ແລະ ອຳ​ນາດ” ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:47) ຜ່ານ​ທາງ​ການ​ເປີດ​ເຜີຍຢ່າງ​ຫລວງ​ຫລາຍ​ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88 ເປັນ​ການ​ເປີດ​ເຜີຍທີ່ດີ​ເລີດ—ກ່ຽວ​ກັບ​ຄວາມ​ສະ​ຫວ່າງ ແລະ ລັດ​ສະ​ໝີ​ພາບ ແລະ ອາ​ນາ​ຈັກ ທີ່​ສາ​ມາດ​ເຮັດ​ໃຫ້​ບັນ​ຫາ​ຢູ່​ໃນ​ໂລກ ເບິ່ງ​ຄືບໍ່​ສຳ​ຄັນ​ເມື່ອ​ປຽບ​ທຽບ. ແມ່ນ​ແຕ່​ຖ້າ​ຫາກ​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ທຸກ​ສິ່ງ​ທັງ​ໝົດ ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ສິດ​ສອນ​ເຮົາ, ແຕ່ຢ່າງ​ໜ້ອຍ​ເຮົາ​ກໍ​ສາ​ມາດ​ຮູ້​ສຶກວ່າ ມີ​ຫລາຍ​ສິ່ງ​ກ່ຽວ​ກັບນິ​ລັນ​ດອນ ຊຶ່ງ​ເກີນກວ່າ​ທີ່ເຮົາ​ເຂົ້າ​ໃຈ​ຢູ່​ໃນ​ເວ​ລານີ້. ແນ່ນອນ, ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ກ່າວ​ເຖິງ​ສິ່ງ​ລຶກ​ລັບ​ທີ່​ຍິ່ງ​ໃຫຍ່​ເຫລົ່ານີ້ ເພື່ອ​ເຮັດ​ໃຫ້​ເຮົາ​ຢ້ານ​ກົວ ຫລື ເຮັດ​ໃຫ້​ເຮົາ​ຮູ້​ສຶກບໍ່​ມີ​ຄ່າ. ຕາມ​ຈິງ​ແລ້ວ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພວກ​ເຈົ້າ ຈະ ເຂົ້າ​ໃຈ​ແມ່ນ​ແຕ່​ພຣະເຈົ້າ” (ຂໍ້ທີ 49; ເນັ້ນ​ຄຳ​ເນີ້ງ). ບາງ​ທີ​ເພາະ​ຈຸດ​ປະ​ສົງ​ທີ່​ສຳ​ຄັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ຊຸກ​ຍູ້ໄພ່​ພົນ​ຂອງ​ພຣະ​ອົງ​ຢູ່​ໃນເມືອງ​ເຄີດແລນ ໃຫ້​ຈັດ​ຕັ້ງ​ໂຮງ​ຮຽນ​ຂອງ​ສາດ​ສະ​ດາຂຶ້ນ. “ຈົ່ງ​ວາງ​ລະ​ບຽບ​ຕົວ​ເອງ,” ພຣະ​ອົງ​ໄດ້​ກ່າວ. “ຕຽມ​ສິ່ງ​ທີ່​ຈຳ​ເປັນ​ທຸກ​ຢ່າງ, ແລະ ສະ​ຖາ​ປະ​ນາ … ບ້ານ​ຂອງ​ພຣະ​ເຈົ້າ” (ຂໍ້ທີ 119). ເພາະຢູ່​ພາຍ​ໃນ​ບ້ານ​ສັກ​ສິດ​ຂອງ​ພຣະ​ເຈົ້າ—ແລະ ໃນ​ບ້ານ​ເຮືອນ​ຂອງ​ເຮົາ—ທີ່​ພຣະ​ອົງ​ສາ​ມາດ, ຫລາຍກວ່າ​ບ່ອນ​ອື່ນ​ໃດ, ເຮັດ​ໃຫ້​ເຮົາ​ເຫັນ​ພາບ​ທີ່​ເກີນກວ່າ​ໂລກ​ມະ​ຕະ, “ເປີດ​ເຜີຍ​ພຣະ​ພັກ​ຂອງ​ພຣະ​ອົງ​ແກ່ [ເຮົາ],” ແລະ ກະ​ກຽມ​ເຮົາ​ໃຫ້​ສາ​ມາດ “ທົນ​ກັບລັດ​ສະ​ໝີ​ພາບ​ຂອງ​ອາ​ນາ​ຈັກ​ຊັ້ນ​ສູງ” (ຂໍ້ທີ 68, 22).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນທະ​ສັນ​ຍາ 88

ພຣະ​ຜູ້​ເປັນ​ເຈົ້າ​ສະ​ເໜີ​ມອບ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ​ໃຫ້​ເຮົາ.

ບໍ່​ພຽງ​ເທົ່າ​ໃດ​ມື້ ຫລັງ​ຈາກ​ການ​ເຕືອນ​ກ່ຽວ​ກັບ​ສົງ​ຄາມ ທີ່​ຈະ “ລຸກ​ລາມ​ໄປ​ເຖິງ​ປະ​ຊາ​ຊາດ​ທັງ​ປວງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 87:2), ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ການ​ເປີດ​ເຜີຍ​ໃຫ້​ແກ່​ໂຈເຊັບ ສະມິດ ເອີ້ນ​ວ່າ “‘ໃບ​ໝາກກອກ’ … ເດັດ​ອອກ​ມາ​ຈາກ​ຕົ້ນ​ໄມ້​ຂອງ​ເມືອງ​ສຸ​ຂະ​ເສີມ, ເປັນ​ຂ່າວ​ສານ​ແຫ່ງ​ສັນ​ຕິ​ສຸກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແກ່​ພວກ​ເຂົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88, ຫົວ​ຂໍ້​ພາກ). ການ​ເປີດ​ເຜີຍນີ້ ຄື​ກັນ​ກັບ​ໃບ​ໝາກກອກ, ສັນ​ຍາ​ລັກແບບດັ້ງ​ເດີມ​ແຫ່ງ​ສັນ​ຕິ​ສຸກ​ແນວ​ໃດ? (ເບິ່ງ ປະຖົມ​ມະການ 8:11 ນຳ​ອີກ). ຄວາມ​ຈິງ​ໃດ​ແດ່​ຢູ່​ໃນ​ພາກນີ້ ທີ່ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ມີ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ ໃນ​ພຣະ​ຄຣິດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:6–67

ຄວາມ​ສະ​ຫວ່າງ ແລະ ກົດ ມາ​ຈາກພຣະ​ເຢ​ຊູ​ຄຣິດ.

ຄຳ​ວ່າ ຄວາມ​ສະ​ຫວ່າງ ແລະ ກົດ ໄດ້​ຖືກ​ກ່າວ​ຊ້ຳ​ຫລາຍ​ເທື່ອ​ຢູ່​ໃນ ພາກທີ 88. ຂໍ້​ຄວາມ​ເຫລົ່າ​ນີ້ໄດ້​ຖືກ​ໃຊ້​ຢູ່​ໃນ​ພຣະ​ຄຳ​ພີ​ອື່ນໆ ເພື່ອ​ບັນ​ຍາຍ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ (ສຳ​ລັບ​ຕົວ​ຢ່າງ, ໃຫ້​ເບິ່ງ ເອຊາຢາ 60:19; ໂຢຮັນ 1:1–9; 3 ນີໄຟ 15:9). ໃຫ້ໝາຍ ຫລື ບັນ​ທຶກ ບ່ອນ​ທີ່​ທ່ານ​ພົບ​ເຫັນ​ຂໍ້​ຄວາມ​ເຫລົ່ານີ້ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:6–67, ແລະ ຂຽນ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄວາມ​ສະ​ຫ​ວ່າງ, ແລະ ກົດ ລົງ​ໄວ້. ຂໍ້​ເຫລົ່າ​ນີ້​ອາດດົນ​ໃຈ​ທ່ານ​ໃຫ້​ທຳ​ການປ່ຽນ​ແປງ​ໃນ​ຊີ​ວິດ​ຂອງ​ທ່ານ ເພື່ອ​ຮັບ​ເອົາ​ຄວາມ​ສະ​ຫວ່າງ ແລະ ດຳ​ລົງ​ຊີ​ວິດ​ຕາມ “ກົດ​ຂອງ​ພຣະ​ຄຣິດ” ດ້ວຍ​ຄວາມ​ຊື່​ສັດ​ກວ່າ​ເກົ່າ (ຂໍ້ທີ 21).

ເບິ່ງ Sharon Eubank, “Christ: The Light That Shines in Darkness,” Ensign ຫລື Liahona, May 2019, 73–76 ນຳ​ອີກ.

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ສຶກ​ສາ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ບັນ​ຈຸ​ກົດ​ຂອງ​ພຣະ​ຄຣິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:62–126

ຕຽມ​ສິ່ງ​ທີ່​ຈຳ​ເປັນ​ທຸກ​ຢ່າງ.

ໃນ​ບາງວິ​ທີ, ເຮົາ​ກຳ​ລັງ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຍາຍ​ໄວ້ ເມື່ອ “ທຸກ​ສິ່ງ​ທັງ​ປວງ​ຈະ​ຢູ່​ໃນ​ຄວາມ​ສັບ​ສົນ​ວຸ້ນວາຍ; ແລະ ແນ່ນອນ, ໃຈ​ຂອງ​ມະ​ນຸດ​ຈະ​ທໍ້​ຖອຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:91). ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້ທີ 62–126, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ສາ​ມາດ​ກະ​ກຽມ​ທ່ານ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແນວ​ໃດ. ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ຈຳ​ນວນ​ໜ້ອຍ​ໜຶ່ງ ເພື່ອ​ໃຫ້​ພິ​ຈາ​ລະ​ນາ:

ຂໍ້ທີ 62–76.ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຂໍ້​ເຫລົ່າ​ນີ້, ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຈະ​ໄດ້ “ເຂົ້າ​ໃກ້” ພຣະ​ເຈົ້າ? (ຂໍ້ທີ 63). ໃຫ້​ພິ​ຈາ​ລະ​ນາ​ພຣະບັນ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ໃຫ້ “ຊຳ​ລະ​ຕົນໃຫ້​ບໍ​ລິ​ສຸດ” ໝາຍ​ເຖິງ​ສິ່ງ​ໃດ​ຕໍ່​ທ່ານ (ຂໍ້ທີ 68).

ຂໍ້ທີ 77–80, 118–26.ເປັນ​ຫຍັງ​ມັນ​ຈຶ່ງ “ສົມ​ຄວນ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ເຂົ້າ​ໃຈ” ທັງ​ເລື່ອງ​ທີ່ເປັນ​ຄຳ​ສອນ ແລະ ເລື່ອງທີ່​ເປັນ​ທາງ​ໂລກ? (ຂໍ້ທີ 78). ທ່ານ​ຕິດ​ຕາມ​ຄຳ​ແນະ​ນຳ ທີ່​ຈະ “ສະ​ແຫວງ​ຫາ​ການ​ຮຽນ​ຮູ້” ແນວ​ໃດ? (ຂໍ້ທີ 118). ທ່ານ​ຄິດ​ວ່າ ການຮຽນ​ຮູ້ “ໂດຍ​ການ​ສຶກ​ສາ ແລະ ໂດຍ​ສັດ​ທາ” ໝາຍ​ຄວາມ​ວ່າ​ແນວ​ໃດ?

ຂໍ້ທີ 81–116.ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄຳ​ທຳ​ນາຍ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຢູ່​ໃນ​ຂໍ້ເຫລົ່າ​ນີ້​ໄວ້. ທ່ານ​ຄິດ​ວ່າເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າປະ​ສົງ​ໃຫ້​ທ່ານ​ຮູ້​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້?

ຂໍ້ທີ 117–26.ໃຫ້​ຄິດ​ທີ່​ຈະ​ອ່ານ​ຂໍ້​ເຫລົ່າ​ນີ້ ໂດຍ​ມີ​ພຣະ​ວິ​ຫານ​ຢູ່​ໃນ​ຈິດ​ໃຈ; ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກະ​ກຽມ​ທີ່​ຈະ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ?

ເບິ່ງ D. Todd Christofferson, “Preparing for the Lord’s Return,” Ensign ຫລື Liahona, May 2019, 81–84; David A. Bednar, “Seek Learning by Faith,” Ensign, Sept. 2007, 61–68 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:14–33, 95–101.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຟື້ນ​ຄືນ​ພຣະ​ຊົນ ຈາກ​ຂໍ້​ເຫລົ່າ​ນີ້? ຄວາມ​ຈິງ​ເຫລົ່ານີ້​ມີ​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຂອງ​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:33.ທ່ານ​ສາ​ມາດ​ເລີ່ມ​ຕົ້ນ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ້​ນີ້ ໂດຍ​ການ​ຂໍ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວເວົ້າ​ລົມ​ກ່ຽວ​ກັບ​ຂອງ​ປະ​ທານ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ—ທັງ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ດ້ວຍ​ຄວາມປິ​ຕິ​ຍິນ​ດີ ແລະ ບາງ​ຢ່າງ​ທີ່​ເຂົາ​ເຈົ້າບໍ່​ປິ​ຕິ​ຍິນ​ດີ. ເຮົາ​ຈະ​ສາ​ມາດ​ສະ​ແດງ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເຮົາ​ປິ​ຕິ​ຍິນ​ດີ ກັບ​ຂອງ​ປະ​ທານ​ແຫ່ງ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ​ທີ່​ພຣະ​ອົງປະ​ທານ​ໃຫ້​ເຮົາ​ແນວ​ໃດ? ເຮົາ​ປິ​ຕິ​ຍິນ​ດີ​ກັບ “ຜູ້​ປະ​ທານ​ຂອງ​ປະ​ທານ” ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:63, 68.ຂໍ້​ເຫລົ່າ​ນີ້​ບັນ​ຈຸ​ຄຳ​ປະ​ຕິ​ບັດ​ບາງ​ຢ່າງ ທີ່​ອາດ​ດົນ​ໃຈ​ທ່ານ​ໃຫ້​ຄິດ​ຫາ​ວິ​ທີ​ທີ່​ສ້າງ​ສັນ ເພື່ອ​ສິດ​ສອນ​ຂ່າວ​ສານ ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ໃຫ້​ແກ່​ລູກໆ​ຂອງ​ທ່ານ. ຍົກ​ຕົວ​ຢ່າງ, ທ່ານ​ອາດ​ຫລິ້ນ​ໝາກ​ລີ້ ເພື່ອ​ສົນ​ທະ​ນາ​ສຳ​ນວນ “ສະ​ແຫວງ​ຫາ ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ແລະ ພວກ​ເຈົ້າ​ຈະ ພົບ ເຮົາ” (ຂໍ້ທີ 63; ເນັ້ນ​ຄຳ​ເນີ້ງ).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:81.ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້ຊອກ​ຫາເຄື່ອງ​ໝາຍ​ຊີ້ບອກ​ຄຳ​ເຕືອນ​ບາງ​ຢ່າງ ຢູ່​ໃນ​ເຮືອນ ຫລື ຢູ່​ອ້ອມ​ແອ້ມ​ເຮືອນ, ດັ່ງ​ເຊັ່ນ​ຄຳ​ເຕືອນ​ຢູ່​ກັບ​ກ່ອງ​ຢາ ຫລື ປ້າຍ​ຈາ​ລະ​ຈອນ​ສຳ​ລັບ​ຜູ້​ຂັບ​ລົດ. ຄຳ​ເຕືອນ​ເຫລົ່າ​ນີ້​ຊ່ວຍ​ທ່ານ​ແນວ​ໃດ? ພຣະ​ບິ​ດາ​ເທິງ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ “ເຕືອນ​ເພື່ອນ​ບ້ານ [ຂອງ​ເຮົາ]” ກ່ຽວ​ກັບ​ສິ່ງ​ໃດ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:119.ເພື່ອ​ດົນ​ໃຈ​ຄອບ​ຄົວ​ຂອງ​ທ່ານ​ເຮັດ​ໃຫ້ບ້ານ​ເຮືອນ​ຂອງ​ທ່ານ​ເປັນ​ຄື​ກັນ​ກັບ​ຄຳ​ບັນ​ຍາຍ ຢູ່​ໃນ ຂໍ້ທີ 119, ໃຫ້​ພະ​ຍາ​ຍາມ​ເຮັດ​ບາງ​ສິ່ງ ຄື​ກັບ​ສິ່ງນີ້: ຂຽນ​ສຳ​ນວນ​ຈາກ​ຂໍ້​ນີ້​ໃສ່​ເຈ້ຍ​ນ້ອຍ, ແລະ ໃຊ້​ເຈ້ຍ​ນ້ອຍ​ເຫລົ່າ​ນັ້ນ​ປົກ​ປິດ​ພຣະ​ວິ​ຫານ​ໄວ້. ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:119 ນຳ​ກັນ, ແລະ ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ດຶງ​ເອົາ​ເຈ້ຍ​ນ້ອຍ​ແຕ່​ລະ​ໃບ​ອອກ ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ສຳ​ນວນ​ທີ່​ຕົງກັນ​ຢູ່​ໃນ​ຂໍ້​ນີ້. ເຮົາ​ຈະ​ເຮັດ​ແນວ​ໃດ ເພື່ອ​ໃຫ້​ບ້ານ​ເຮືອນ​ຂອງ​ເຮົາ​ເປັນ “ບ້ານ​ຂອງ​ພຣະ​ເຈົ້າ”? (ຂໍ້ທີ 119).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ໂອ້​ພຣະ​ບິ​ດາ​ຜູ້​ນິ​ລັນ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 18.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ປ່ອຍ​ໃຫ້ລູກໆ​ສະ​ແດງ​ການ​ປະ​ດິດ​ຄິດ​ສ້າງ​ຂອງ​ເຂົາ. ເມື່ອ​ທ່ານ​ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ສ້າງ​ບາງ​ສິ່ງ ທີ່​ກ່ຽວ​ຂ້ອງ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ທ່ານບໍ່​ພຽງ​ແຕ່​ຊ່ວຍ​​ພວກເຂົາ​ໃຫ້​ເຂົ້າ​ໃຈ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ຫລາຍ​ຂຶ້ນ​ກວ່າ​ເກົ່​າ​ເທົ່າ​ນັ້ນ, ແຕ່​ທ່ານ​ຍັງ​ໄດ້​ເຕືອນ​ໃຈ​ພວກເຂົາ​ດ້ວຍ​ສິ່ງ​ຂອງ​ທີ່​ສາ​ມາດ​ຈັບ​ບາຍ​ໄດ້ ກ່ຽວ​ກັບສິ່ງ​ທີ່​ພວກເຂົາ​ໄດ້​ຮຽນ​ຮູ້ນຳ​ອີກ (ເບິ່ງ Teaching in the Savior’s Way, 25).

ຮູບ​ພາບ
ພຣະ​ເຢ​ຊູ​ກັບ​ສາ​ນຸ​ສິດ

ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ສັນ​ຕິ​ສຸກ​ໃຫ້​ເຮົາ. Peace I Leave with You [ສັນ​ຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ], ໂດຍ ວາວເຕີ ເຣນ

ພິມ