ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 23–29 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93: “ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ”


“ວັນທີ 23–29 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93: ‘ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 23–29 ເດືອນ​ສິງຫາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ສະເຕ​ຟາ​ໂນ​ເຫັນ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ

I See the Son of Man Standing on the Right Hand of God [ຂ້າ​ພະ​ເຈົ້າ​ເຫັນ​ບຸດ​ມະ​ນຸດ​ຢືນ​ຢູ່​ກ້ຳ​ຂວາ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ], ໂດຍ ວາວເຕີ ເຣນ

ວັນທີ 23–29 ເດືອນ​ສິງຫາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93

“ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93 ສິດ​ສອນວ່າ “ຄວາມ​ຈິງ​ຄື​ຄວາມ​ຮູ້​ແຈ້ງ​ເຖິງ​ສິ່ງ​ທີ່​ເປັນ​ຢູ່, ແລະ ດັ່ງ​ທີ່​ໄດ້​ເປັນ​ມາ, ແລະ ດັ່ງ​ທີ່​ຈະ​ເປັນ” (ຂໍ້ທີ 24). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພາກນີ້, ໃຫ້​ຊອກ​ຫາ​ຄວາມ​ຈິງ ແລະ ບັນ​ທຶກ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້. ທ່ານ​ເຕັມ​ໃຈ​ທີ່​ຈະ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ຄວາມ​ຈິງ? (ເບິ່ງ ຂໍ້ທີ 27–28).

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

“ເມື່ອ​ທ່ານ​ຂຶ້ນ​ຂັ້ນ​ໄດ,” ໂຈເຊັບ ສະມິດ ໄດ້​ສິດ​ສອນ, “ທ່ານ​ຈະ​ຕ້ອງ​ເລີ່ມ​ຕົ້ນ​ແຕ່​ຂັ້ນ​ທຳ​ອິດ, ແລະ ຂຶ້ນ​ໄປ​ເທື່ອ​ລະ​ຂັ້ນ ເຖິງ​ຂັ້ນ​ສຸດ​ທ້າຍ; ແລະ ຫລັກ​ທຳ​ຂອງ​ພຣະ​ກິດ​ຕິ​ຄຸນ​ກໍ​ເປັນ​ເຊັ່ນ​ນັ້ນ—ທ່ານ​ຈະ​ຕ້ອງ​ເລີ່ມ​ຕົ້ນ​ແຕ່​ຂໍ້​ທຳ​ອິດ, ແລະ ຕໍ່​ໄປ​ຈົນ​ກະ​ທັ້ງ​ທ່ານ​ຮຽນ​ຮູ້​ຫລັກ​ທຳ​ທັງ​ໝົດ​ຂອງ​ຄວາມ​ສູງ​ສົ່ງ” (Teachings of Presidents of the Church: Joseph Smith [2007], 268).

ບາງ​ເທື່ອ​ຂັ້ນ​ໄດ​ແຫ່ງ​ຄວາມ​ສູງ​ສົ່ງ​ເບິ່ງ​ຄື​ສູງ​ເກີນກວ່າ​ຈະ​ຂຶ້ນ​ເຖິງ​ໄດ້, ແຕ່​ເຮົາ​ໄດ້​ເກີດ​ມາ​ເພື່ອ​ຈະ​ປີນ​ຂຶ້ນ​ຈົນ​ເຖິງ​ຂັ້ນ​ສຸດ​ທ້າຍ. ຄວາມ​ຈຳ​ກັດ​ໃດ​ກໍ​ຕາມ​ທີ່​ເຮົາ​ອາດ​ເຫັນ​ຢູ່​ໃນ​ຕົວ​ເຮົາ​ເອງ, ແຕ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ເຫັນ​ບາງ​ສິ່ງ​ທີ່​ສະຫງ່າ​ລາ​ສີ​ໃນ​ຕົວ​ເຮົາ, ບາງ​ສິ່ງ​ທີ່​ເປັນ​ເໝືອນ​ພຣະ​ເຈົ້າ. ຄື​ກັນ​ກັບ​ທີ່​ພຣະ​ເຢ​ຊູ​ຄຣິດ “ໄດ້​ຢູ່​ໃນ​ການ​ເລີ່ມ​ຕົ້ນ​ກັບ​ພຣະ​ບິ​ດາ,” ແລະ “ພວກ​ເຈົ້າ​ຄື​ກັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:21, 23). ຄື​ກັນ​ກັບ​ທີ່​ພຣະ​ອົງ “ໄດ້​ຮັບຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ, ຈົນ​ກວ່າ​ພຣະ​ອົງ​ໄດ້​ຮັບ​ຄວາມ​ສົມ​ບູນ,” ແລະ ເຊັ່ນ​ດຽວ​ກັນ “ພວກ​ເຈົ້າ​ຈະ​ໄດ້​ຮັບ​ພຣະ​ຄຸນ​ແທນ​ພຣະ​ຄຸນ” (ຂໍ້ທີ 13, 20). ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ສະ​ພາບ​ທີ່​ແທ້​ຈິງ​ຂອງ​ພຣະ​ເຈົ້າ, ແລະ ມັນ​ກໍ​ໄດ້​ສິດ​ສອນ​ເຮົາ​ອີກ​ກ່ຽວ​ກັບ​ຕົວ​ເຮົາ​ເອງ ແລະ ສິ່ງ​ທີ່​ເຮົາ​ສາ​ມາດ​ກາຍ​ເປັນ. ເຖິງ​ແມ່ນວ່າ “ຄົນ​ຊົ່ວ​ຄົນ​ນັ້ນ” ຈະ​ພະ​ຍາ​ຍາມ​ຫລາຍ​ພຽງ​ໃດ (ຂໍ້ທີ 39)—ແລະ ເຖິງ​ແມ່ນ​ວ່າ​ທ່ານ​ຮູ້​ສຶກວ່າ​ຕົວ​ເອງ​ຂາດ​ຕົກ​ບົກ​ພ່ອງ—ແຕ່​ທ່ານ​ກໍ​ເປັນ​ລູກ​ແທ້ໆ​ຂອງ​ພຣະ​ເຈົ້າ ພ້ອມ​ດ້ວຍ​ສັກ​ກະ​ຍະ​ພາບ ທີ່​ຈະ “ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ​ໃນ​ເວ​ລາ​ອັນ​ເໝາະ​ສົມ” (ຂໍ້ທີ 19).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93

ເຮົາ​ນະ​ມັດ​ສະ​ການ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ.

ໃນ​ການ​ກ່າວ​ເຖິງ​ການ​ເປີດ​ເຜີຍ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ, “ເຮົາ​ມອບ​ຄຳ​ກ່າວ​ເຫລົ່າ​ນີ້​ແກ່​ພວກ​ເຈົ້າ ເພື່ອ​ພວກ​ເຈົ້າ​ຈະ​ເຂົ້າ​ໃຈ ແລະ ຮູ້​ວ່າ​ຈະ ນະມັດ​ສະການ​ຢ່າງ​ໃດ, ແລະ ຮູ້​ວ່າ​ພວກ​ເຈົ້າ​ນະມັດ​ສະການ​ສິ່ງ​ໃດ, ເພື່ອ​ພວກ​ເຈົ້າ​ຈະ​ມາ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ, ແລະ ຮັບ​ເອົາ​ຄວາມ​ສົມ​ບູນ​ຂອງ​ພຣະ​ອົງ​ໃນ​ເວລາ​ອັນ​ເໝາະ​ສົມ” (ຂໍ້ທີ 19). ຂະ​ນະ​ທີ່​ທ່ານ​ສຶກ​ສາ​ການ​ເປີດ​ເຜີຍນີ້, ໃຫ້​ໝາຍ​ຄວາມ​ຈິງ​ທີ່​ທ່ານ​ພົບ​ເຫັນ​ກ່ຽວ​ກັບ​ຜູ້​ທີ່​ເຮົາ​ນະ​ມັດ​ສະ​ການ: ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ “ວິ​ທີ​ນະມັດ​ສະ​ການ” ພວກ​ພຣະ​ອົງ? ກ່ຽວ​ກັບ​ວິ​ທີ​ທີ່​ຈະ “ມາ​ຫາ​ພຣະ​ບິ​ດາ”?

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສິດ​ສອນ​ວ່າ, “ຖ້າ​ຫາກ​ມະ​ນຸດບໍ່​ເຂົ້າ​ໃຈ​ລັກ​ສະ​ນະ​ຂອງ​ພຣະ​ເຈົ້າ, ແລ້ວ​ເຂົາ​ກໍ​ບໍ່​ເຂົ້າ​ໃຈ​ຕົວ​ເຂົາ​ເອງ” (Teachings: Joseph Smith, 40). ຂະ​ນະ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໂດຍ​ການ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93, ໃຫ້​ຊອກ​ຫາ​ສິ່ງ​ທີ່​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ຕົວ​ເອງ. ຍົກ​ຕົວ​ຢ່າງ, ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ອົງ​ຈາກ ຂໍ້ທີ 3, 12, 21, ແລະ 26? ຄວາມ​ຈິງ​ທີ່​ຄ້າຍ​ຄື​ກັນ​ຢ່າງ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ​ກ່ຽວ​ກັບ​ຕົວ​ທ່ານ​ເອງ​ຢູ່​ໃນ ຂໍ້ທີ 20, 23, ແລະ 28–29? (ເບິ່ງ 1 ​ໂຢຮັນ 3:2; 3 ນີໄຟ 27:27; Dean M. Davies, “The Blessings of Worship,” Ensign ຫລື Liahona, Nov. 2016, 93–95 ນຳ​ອີກ.)

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:1–39

ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ຄື​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ.

ທ່ານ​ອາດສັງ​ເກດ​ເຫັນ​ຄຳວ່າ ລັດ​ສະ​ໝີ​ພາບ, ຄວາມ​ສະ​ຫວ່າງ, ແລະ ຄວາມ​ຈິງ ປະ​ກົດ​ເລື້ອຍໆ ຢູ່​ໃນ​ການ​ເປີດ​ເຜີຍນີ້. ຂະ​ນະ​ທີ່​ທ່ານ​ສຶກ​ສາ ຂໍ້ທີ 21–39 ໂດຍ​ສະ​ເພາະ, ໃຫ້​ຂຽນ​ຄວາມ​ຈິງ​ຕ່າງໆ​ລົງ​ໄວ້ ອັນ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ລັດ​ສະ​ໝີ​ພາບ, ຄວາມ​ສະ​ຫວ່າງ, ແລະ ຄວາມ​ຈິງ. ຄວາມ​ຈິງ​ເຫລົ່າ​ນີ້​ດົນ​ໃຈ​ທ່ານ​ເພື່ອ​ໃຫ້​ສະ​ແຫວງ​ຫາ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ​ຫລາຍກວ່າ​ເກົ່າ​ແນວ​ໃດ? ຄວາມ​ຈິງ​ເຫລົ່າ​ນີ້​ອາດ​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ທ່ານ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ​ແນວ​ໃດ?

ຮູບ​ພາບ
ປ່ອງ​ຢ້ຽມ​ແກ້ວ

ເຮົາ​ໄດ້​ຮັບ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ ເມື່ອ​ເຮົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:40–50

“ຈົ່ງ​ຈັດ​ບ້ານ​ເຮືອນ​ຂອງ​ພວກ​ເຈົ້າ​ເອງ​ໃຫ້​ເປັນ​ລະບຽບ.”

ປະ​ມານ ຂໍ້ທີ 40, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93 ເບິ່ງ​ຄື​ວ່າ​ມັນ​ປ່ຽນ​ຈາກ​ຄຳສອນ​ກ່ຽວ​ກັບ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ແລະ ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ເປັນ​ຄຳ​ແນະ​ນຳ​ກ່ຽວ​ກັບ​ການ​ເປັນ​ພໍ່​ແມ່ ແລະ ການ​ຈັດບ້ານ​ເຮືອນ​ຂອງ​ເຮົາ​ໃຫ້​ເປັນ​ລະ​ບຽບ. ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຄວາມ​ສະ​ຫວ່າງ, ຄວາມ​ຈິງ, ແລະ ລັດ​ສະ​ໝີ​ພາບ ຢູ່​ໃນ ຂໍ້ທີ 1–39 ຊ່ວຍ​ທ່ານ​ໃຫ້​ເຂົ້າ​ໃຈ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ຢູ່​ໃນ ຂໍ້ທີ 40–50 ແນວ​ໃດ?

ເບິ່ງ David A. Bednar, “More Diligent and Concerned at Home,” Ensign ຫລື Liahona, Nov. 2009, 17–20 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:2.ພຣະ​ເຢ​ຊູ​ຄຣິດ​ໄດ້​ເປັນ “ຄວາມ​ສະ​ຫວ່າງ” ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ? ເຮົາ​ໄດ້​ເຫັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ​ຢູ່​ໃນ​ຜູ້​ຄົນ​ທີ່​ຢູ່​ອ້ອມ​ຮອບ​ເຮົາ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:3–29.ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ຮຽນຮູ້​ຢູ່​ໃນ ພາກທີ 93 ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຕົວ​ເຂົາ​ເຈົ້າ​ເອງ, ພວກ​ທ່ານ​ສາ​ມາດ​ຫລິ້ນ​ເກມ​ຈັບ​ຄູ່. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ຕຽມ​ເຈ້ຍ​ນ້ອຍ​ໜຶ່ງ​ຊຸດ ທີ່​ມີ​ຂໍ້​ຄວາມ​ຈາກ ພາກທີ 93 ທີ່​ສິດ​ສອນ​ຄວາມ​ຈິງ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ ຂໍ້ທີ 3, 12, 21, 26) ແລະ ຕຽມ​ເຈ້ຍ​ນ້ອຍ​ອີກ​ຊຸດ​ໜຶ່ງ ຊຶ່ງ​ສິດ​ສອນ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ​ນັ້ນ​ກ່ຽວ​ກັບ​ຕົວ​ເຮົາ​ເອງ (ເບິ່ງ ຂໍ້ທີ 20, 23, 28–29). ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ປ່ຽນ​ຜຽນ​ກັນ​ເລືອກ​ເອົາ​ເຈ້ຍ​ຈາກ​ແຕ່​ລະ​ຊຸດ, ອ່ານ​ຂໍ້​ຄວາມ, ແລະ ພະ​ຍາ​ຍາມ​ຊອກ​ຫາ​ຄວາມ​ຈິງ​ທີ່​ກົງ​ກັນ. ຄວາມ​ຈິງ​ເຫລົ່າ​ນີ້​ມີ​ອິດ​ທິ​ພົນ​ຕໍ່​ວິ​ທີ​ທີ່​ເຮົາ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກ່ຽວ​ກັບ​ຕົວ​ເຮົາ​ເອງ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:12–13, 20.ຄຳ​ວ່າ​ການ​ໄດ້​ຮັບ “ພຣະ​ຄຸນ​ແທນ​ພຣະ​ຄຸນ” ແລະ ການ​ສືບ​ຕໍ່ “ຈາກ​ພຣະ​ຄຸນ​ໜຶ່ງ​ຫາ​ອີກ​ພຣະ​ຄຸນ​ໜຶ່ງ” ໝາຍ​ຄວາມ​ວ່າ​ແນວ​ໃດ? (ຂໍ້ທີ 12–13). ຂໍ້​ເຫລົ່າ​ນີ້​ແນະ​ນຳ​ຫຍັງ​ແດ່​ກ່ຽວ​ກັບວິ​ທີ​ທີ່​ເຮົາ​ເຕີບ​ໂຕ ແລະ ຮຽນ​ຮູ້? ການ​ຮູ້​ຈັກ​ສິ່ງນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ—ແລະ ຕໍ່​ຕົວ​ເຮົາ​ເອງ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:24.ໃຫ້​ອ່ານ​ຄວາມ​ໝາຍ​ຂອງ​ຄວາມ​ຈິງ​ທີ່​ພົບ​ເຫັນ​ຢູ່ໃນ​ຂໍ້​ນີ້, ແລະ ເຊື້ອ​ເຊີນ​ສະ​ມາ​ຊິກ​ໃນ​ຄອບ​ຄົວ ໃຫ້​ແບ່ງ​ປັນ​ບາງ​ສິ່ງ​ຈາກ ພາກທີ 93 ທີ່​ເຂົາ​ເຈົ້າ​ຄິດວ່າ​ເປັນ​ຄວາມ​ຈິງ​ທີ່​ລ້ຳ​ຄ່າ. ຄວາມ​ໝາຍ​ຢ່າງ​ອື່ນ​ໃດ​ແດ່​ກ່ຽວ​ກັບ​ຄວາມ​ຈິງ​ທີ່​ເຮົາ​ພົບ​ເຫັນ​ຢູ່​ໃນ ໂຢຮັນ 14:6; ຢາໂຄບ 4:13; ຫລື ຢູ່​ໃນ​ເພງ​ສວດ​ກ່ຽວ​ກັບ​ຄວາມ​ຈິງ, ດັ່ງ​ເຊັ່ນ “ບອກ​ມາ ສັດ​ຈະ​ຄື​ຫຍັງ?” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 34).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:40.ບາງ​ທີ​ເມື່ອ​ທ່ານ​ອ່ານ​ຂໍ້​ນີ້, ຄອບ​ຄົວ​ຂອງ​ທ່ານ​ສາ​ມາດ​ຮ້ອງ​ເພງ​ກ່ຽວ​ກັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ, ດັ່ງ​ເຊັ່ນ “ສອນ​ເຮົາ​ຍ່າງ​ໃນ​ແສງ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 72). ລູກ​ຜູ້​ນ້ອຍ​ອາດ​ມັກ​ສະ​ແດງ​ທ່າ​ທີ່​ເຂົ້າ​ກັບ​ເນື້ອ​ເພງ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ເຊື້ອ​ເຊີນ “ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ” ໃຫ້​ເຂົ້າ​ມາ​ສູ່​ຄອບ​ຄົວ​ຂອງ​ທ່ານ​ຫລາຍກວ່າ​ເກົ່າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:41–50.ໃຫ້​ປຶກ​ສາ​ນຳ​ກັນ​ເປັນ​ຄອບ​ຄົວ​ກ່ຽວ​ກັບ​ສິ່ງ​ທີ່ອາດ “ບໍ່​ຖືກ​ຕ້ອງ​ໃນ​ບ້ານ​ເຮືອນ​ຂອງ​ເຈົ້າ.” ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ “ຈັດ​ບ້ານ​ເຮືອນ [ຂອງ​ເຮົາ] ໃຫ້​ເປັນ​ລະ​ບຽບ”? (ຂໍ້ທີ 43–44).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64.

ການ​ປັບ​ປຸງ​ການ​ຮຽນ​ຮູ້​ຂອງ​ເຮົາ

ອ່ານ​ຫລາຍກວ່າ​ໜຶ່ງ​ເທື່ອ. ທ່ານ​ສາ​ມາດ​ເລືອກ​ທີ່​ຈະ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93 ຫລາຍກວ່າ​ໜຶ່ງ​ເທື່ອ​ລະ​ຫວ່າງ​ອາ​ທິດນີ້. ທຸກ​ເທື່ອ​ທີ່​ທ່ານ​ອ່ານ, ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ຄວາມ​ຈິງ​ທີ່​ແຕກ​ຕ່າງ​ກັນ​ມີ​ຄວາມ​ໂດດ​ເດັ່ນ ຫລື ດົນ​ໃຈ​ທ່ານ​ໃນ​ວິ​ທີ​ທາງ​ໃໝ່. ການ​ອ່ານ​ຫລາຍ​ເທື່ອ​ຈະ​ໃຫ້​ໂອ​ກາດ​ທ່ານ​ໄດ້​ໄຕ່​ຕອງ​ຢ່າງ​ເລິກ​ຊຶ້ງ​ຫລາຍກວ່າ​ເກົ່າ.

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ

Light and Truth [ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ], ໂດຍ ຊາຍມັນ ດູວີ

ພິມ