ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 30 ເດືອນ​ສິງຫາ–ວັນທີ 5 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94–97: “ສຳ​ລັບ​ຄວາມ​ລອດ​ຂອງ​ຊີໂອນ”


“ວັນທີ 30 ເດືອນ​ສິງຫາ–ວັນທີ 5 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94–97: ‘ສຳ​ລັບ​ຄວາມ​ລອດ​ຂອງ​ຊີໂອນ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 30 ເດືອນ​ສິງຫາ–ວັນທີ 5 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94–97,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ວິ​ຫານ​ເຄີດແລນ

Kirtland Temple [ພຣະ​ວິ​ຫານ​ເຄີດແລນ], ໂດຍ ອາລ໌ ຣາວສ໌

ວັນທີ 30 ເດືອນ​ສິງຫາ–ວັນທີ 5 ເດືອນ​ກັນຍາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94–97

“ສຳ​ລັບ​ຄວາມ​ລອດ​ຂອງ​ຊີໂອນ”

ຫລັກ​ທຳ ແລະ ຄຳ​ສອນ ໃດແດ່​ທີ່​ໂດດ​ເດັ່ນ​ຕໍ່​ທ່ານ ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94–97? ໃຫ້​ແນ່​ໃຈ​ວ່າ​ທ່ານ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ໄວ້.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໂມເຊ​ໃຫ້​ສ້າງ​ຫໍ​ເຕັນ​ສັກ​ສິດ, ພຣະ​ອົງ​ໄດ້​ບອກ​ໂມ​ເຊ​ໃຫ້ “ເຮັດ​ທຸກ​ສິ່ງ​ຕາມ​ແບບ​ຢ່າງ​ທີ່ [ພຣະ​ອົງ] ໄດ້​ສະ​ແດງ​ແກ່​ເພິ່ນ ທີ່​ເທິງ​ພູນັ້ນ” (ເຮັບເຣີ 8:5; ເບິ່ງ ອົບພະຍົບ 25:8–9 ນຳ​ອີກ). ຫໍ​ເຕັນ​ສັກ​ສິດ​ມີ​ຈຸດ​ປະ​ສົງ​ໃຫ້​ເປັນ​ຈຸດ​ສູນ​ກາງ​ຂອງ​ຄ້າຍ​ຊາວ​ອິດ​ສະ​ຣາ​ເອນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ (ເບິ່ງ ຈົດບັນຊີ 2:1–2). ຕໍ່​ມາ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ໂຊໂລ​ໂມນ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ສ້າງ​ພຣະ​ວິ​ຫານ ອີງ​ຕາມ​ແບບ​ແຜນ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ (ເບິ່ງ 1 ຂ່າວຄາວ 28:12, 19).

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ, ພຣະ​ອົງ​ໄດ້​ບັນ​ຊາ​ໂຈເຊັບ ສະມິດ ໃຫ້​ສ້າງ​ພຣະ​ວິ​ຫານ ອີງ​ຕາມ​ແບບ​ແຜນ​ທີ່​ຖືກ​ເປີດ​ເຜີຍ. “ຈົ່ງ​ສ້າງ​ບ້ານ​ຫລັງ​ນັ້ນ, ບໍ່​ແມ່ນ​ຕາມ​ວິ​ທີ​ຂອງ​ໂລກ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ. “ຈົ່ງ​ສ້າງ​ມັນ​ຕາມ​ວິ​ທີ​ຊຶ່ງ​ເຮົາ​ຈະ​ສະ​ແດງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:13–14; ເບິ່ງ 97:10 ນຳ​ອີກ). ຄື​ກັນ​ກັບ​ຫໍ​ເຕັນ​ສັກ​ສິດ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພຣະ​ວິ​ຫານ​ມີ​ຈຸດ​ປະ​ສົງ​ໃຫ້​ເປັນ​ຈຸດ​ສູນ​ກາງ​ທີ່​ໂດດ​ເດັ່ນ​ຢູ່​ໃນ​ເມືອງ​ເຄີດແລນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94:1).

ທຸກວັນ​ນີ້ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ມີ​ຢາຍ​ຢູ່​ທົ່ວ​ໂລກ. ເຖິງ​ແມ່ນ​ວ່າ​ພຣະ​ວິ​ຫານບໍ່​ໄດ້​ຕັ້ງ​ຢູ່​ໃນ​ຈຸດ​ສູນ​ກາງ​ຂອງ​ຕົວ​ເມືອງ​ເຮົາ, ແຕ່​ມັນ​ກໍ​ສາ​ມາດ​ເປັນ​ຈຸດ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຮົາ​ໄດ້. ເຖິງ​ແມ່ນ​ວ່າ​ພຣະ​ວິ​ຫານ​ແຕ່​ລະ​ແຫ່ງ​ແຕກ​ຕ່າງ​ກັນ​ໃນຮູບ​ແບບ, ແຕ່​ຢູ່​ໃນ​ນັ້ນ ເຮົາ​ຮຽນ​ຮູ້​ແບບ​ແຜນ​ຈາກ​ສະ​ຫວັນ​ຢ່າງ​ດຽວ​ກັນ—ຄື​ແຜນ​ຂອງ​ສະຫວັນ​ທີ່​ຈະ​ພາ​ເຮົາ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ພິ​ທີ​ການ​ອັນ​ເປັນ​ນິດ​ທີ່​ສັກ​ສິດ​ຊ່ວຍ​ເຮົາ​ສ້າງ​ຊີ​ວິດ​ຂອງ​ເຮົາ ແລະ ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ເຮົາ “ບໍ່​ແມ່ນ​ຕາມ​ວິ​ທີ​ຂອງ​ໂລກ” ແຕ່​ຕາມ​ແບບ​ແຜນ​ທີ່​ພຣະ​ເຈົ້າ​ສະ​ແດງ​ແກ່​ເຮົາ.

ເບິ່ງ Saints, 1:169–70; “A House for Our God,” Revelations in Context, 165–73.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94; 97:15–17

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ຖິດ​ຢູ່​ກັບ​ເຮົາ ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ​ໄດ້.

ຄຳ​ແນະ​ນຳ​ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94 ແລະ 97 ໄດ້​ຖືກມອບ​ໃຫ້​ໃນ​ວັນ​ດຽວ​ກັນ—ວັນທີ 2 ເດືອນ​ສິງຫາ, 1833. ພາກທີ 97 ແມ່ນ​ກ່ຽວ​ກັບ​ການ​ວາງ​ແຜນ​ສ້າງ​ພຣະ​ວິ​ຫານ​ຢູ່​ເຂດ​ແຈ໊ກສັນ, ລັດ​ມີເຊີຣີ, ຂະ​ນະ​ທີ່ ພາກທີ 94 ແມ່ນ​ກ່ຽວ​ກັບ​ການ​ສ້າງ​ອາ​ຄານ​ບໍ​ລິ​ຫານ ຢູ່​ໃນ​ເມືອງ​ເຄີດແລນ, ລັດ​ໂອໄຮໂອ. ທ່ານ​ອາດ​ສັງ​ເກດ​ເຫັນ​ບາງ​ຢ່າງ​ທີ່​ຄ້າຍ​ຄື​ກັນ ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກ່ຽວ​ກັບ​ອາ​ຄານ​ທີ່​ແຕກ​ຕ່າງ​ກັນ​ເຫລົ່າ​ນີ້ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 94:2–12; 97:10–17). ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຄຳ​ແນະ​ນຳ​ເຫລົ່າ​ນີ້, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຈະ​ມີ​ປະ​ສົບ​ການ​ເລື່ອງ​ລັດ​ສະ​ໝີ​ພາບ ແລະ ການ​ປະ​ທັບ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເລື້ອຍກວ່າ​ເກົ່າ, ທັງ​ຢູ່​ໃນ​ອາ​ຄານ​ຂອງ​ສາດ​ສະ​ໜາ​ຈັກ ແລະ ຢູ່​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ທ່ານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95

ພຣະ​ຜູ້​ເປັນ​ເຈົ້າ​ຕີ​ສອນ​ຜູ້​ທີ່​ພຣະ​ອົງ​ຮັກ.

ປະ​ມານ​ຫ້າ​ເດືອນ​ໄດ້​ຜ່ານ​ໄປ ນັບ​ແຕ່​ເດືອນ​ມັງກອນ ປີ 1833, ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ໄພ່​ພົນ​ຢູ່​ໃນ​ເມືອງ​ເຄີດແລນ​ໃຫ້​ສ້າງ​ບ້ານ​ຂອງ​ພຣະ​ເຈົ້າ ແລະ ຈັດ​ການ​ຊຸມ​ນຸມ​ທີ່​ສັກ​ສິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:117–19). ເມື່ອ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ບັນ​ທຶກ​ຢູ່​ໃນ ພາກທີ 95 ໃນ​ເດືອນ​ມິຖຸນາ ປີ 1833, ເຂົາ​ເຈົ້າ​ຍັງ​ບໍ່​ໄດ້​ເຮັດ​ຕາມ​ພຣະ​ບັນ​ຍັດ​ນັ້ນ​ເທື່ອ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກວິ​ທີທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕີ​ສອນ​ໄພ່​ພົນ​ຢູ່​ໃນ​ການ​ເປີດ​ເຜີຍນີ້? ມີ​ພຣະ​ບັນ​ຍັດ ຫລື ຄຳ​ແນະ​ນຳ​ຢ່າງ​ໃດ​ບໍ ທີ່​ທ່ານ​ຍັງ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ເທື່ອ? ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ?

ເບິ່ງ D. Todd Christofferson, “As ManyLove, I Rebuke and Chasten,” Ensign ຫລື Liahona, May 2011, 97–100 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:8, 11–17; 97:10–17

ຢູ່​ໃນ​ພຣະ​ວິ​ຫານ ພຣະ​ເຈົ້າ​ອວຍ​ພອນ​ຜູ້​ຄົນ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ໄດ້​ຖືກ​ຕີ​ສອນເພາະ​ການບໍ່​ໄດ້​ສ້າງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃນ​ເມືອງ​ເຄີດແລນ, ແລ້ວ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເລືອກ​ເອົາ​ບ່ອນ​ໜຶ່ງ​ຢູ່​ໃນ​ທົ່ງ​ເຂົ້າ​ຫວີດ ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ສ້າງ. ໄຮຣຳ ສະມິດ, ອ້າຍ​ຂອງ​ສາດ​ສະ​ດາ, ໄດ້​ແລ່ນ​ໄປ​ເອົາ​ກ່ຽວ​ໃຫຍ່​ທັນ​ທີ ແລະ ໄດ້​ເລີ່ມ​ຕົ້ນ​ຖາງ​ທົ່ງ. “ພວກ​ເຮົາ​ກະ​ກຽມ​ທີ່​ຈະ​ສ້າງ​ບ້ານ​ແຫ່ງ​ໜຶ່ງ​ໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ,” ເພິ່ນ​ກ່າວ, “ແລະ ຂ້ອຍ​ຕັ້ງ​ໃຈ​ທີ່​ຈະ​ເປັນ​ຄົນ​ທຳ​ອິດ​ໃນ​ການ​ລົງ​ມື” (ໃນ Teachings of Presidents of the Church: Joseph Smith [2007], 271, 273). ໃຫ້​ໄຕ່​ຕອງ​ຄວາມ​ກະ​ຕື​ລື​ລົ້ນ​ຂອງ​ໄຮຣຳ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:8, 11–17; 97:10–17. ທ່ານ​ພົບ​ເຫັນ​ຫຍັງ​ແດ່​ທີ່​ດົນ​ໃຈ​ທ່ານ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຄ້າຍ​ຄື​ກັນ​ນັ້ນ ໃນ​ການ​ຢາກ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິ​ຫານ?

ຮູບ​ພາບ
ໄຮຣຳ ສະມິດ ຖື​ກ່ຽວ​ໃຫຍ່

Hyrum Smith Clearing Land [ໄຮຣຳ ສະມິດ ກຳ​ລັງ​ຖາງ​ທົ່ງ], ໂດຍ ໂຈເຊັບ ບຣິກກີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:18–28

ຊີໂອນ​ຄື “ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ.”

ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສິດ​ສອນ​ວ່າ, “ເຮົາ​ຕ້ອງ​ສ້າງ​ຊີໂອນ​ຂຶ້ນ ໃຫ້ເປັນ​ເມືອງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ” (Teachings: Joseph Smith, 186). ຕໍ່​ໄພ່​ພົນ​ໃນ​ຊ່ວງ​ໄລ​ຍະ​ຊຸມປີ 1830, ຊີໂອນ​ໄດ້​ເປັນ “ເມືອງ​ຂອງ​ພຣະ​ເຈົ້າ” ແທ້ໆ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:19). ແຕ່​ໃນ​ການ​ເປີດ​ເຜີຍ​ທີ່​ບັນ​ທຶກ​ຢູ່​ໃນ ພາກທີ 97, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ຂະ​ຫຍາຍ​ທັດ​ສະ​ນະ​ນັ້ນ. ຊີໂອນ​ຍັງ​ຖືກ​ບັນ​ຍາຍ​ວ່າ​ເປັນ​ຜູ້​ຄົນ—“ຜູ້​ທີ່​ມີ​ໃຈ​ບໍ​ລິ​ສຸດ” ນຳ​ອີກ (ຂໍ້ທີ 21). ຂະ​ນະ​ທີ່​ທ່ານ​ອ່ານ ຂໍ້ທີ 18–28, ໃຫ້​ຄິດ​ກ່ຽວ​ກັບ​ຄຳ​ບັນ​ຍາຍນີ້ ເມື່ອ​ທ່ານ​ອ່ານ​ຄຳ​ວ່າ “ຊີໂອນ.” ຄຳ​ວ່າ ໃຈ​ບໍ​ລິ​ສຸດ ໝາຍ​ຄວາມ​ວ່າ​ແນວ​ໃດ​ຕໍ່​ທ່ານ? ພຣະ​ວິ​ຫານ​ຊ່ວຍບັນ​ລຸ “ຄວາມ​ລອດ​ຂອງ​ຊີໂອນ” ໄດ້​ແນວ​ໃດ? (ຂໍ້ທີ 12).

ເບິ່ງ ໂມເຊ 7:18; Gospel Topics, “Zion,” topics.ChurchofJesusChrist.org ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:8.ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ ໄດ້​ນຳ “ອຳ​ນາດ​ຈາກ​ເບື້ອງ​ບົນ” ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ? ບາງ​ທີ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ສາ​ມາດ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ພຣະ​ວິ​ຫານ ຫລື ແບ່ງ​ປັນ​ປະ​ສົບ​ການ ຕອນ​ເຂົາ​ເຈົ້າ​ຮູ້​ສຶກ​ໄດ້​ຮັບ​ພອນ ດ້ວຍ “ອຳ​ນາດ​ຈາກ​ເບື້ອງ​ບົນ” ຜ່ານ​ທາງ​ການ​ນະ​ມັດ​ສະ​ການ​ຢູ່​ໃນ​ພຣະ​ວິ​ຫານ​ແນວ​ໃດ.

ເພື່ອ​ຊ່ວຍ​ຜູ້​ທີ່​ກະ​ກຽມ​ທີ່​ຈະ​ໄປ​ພຣະ​ວິ​ຫານ, ທ່ານ​ສາ​ມາດເບິ່ງວິ​ດີ​ໂອ, ຮູບ​ພາບ, ແລະ ຄຳ​ແນະ​ນຳ ຢູ່​ທີ່ temples.ChurchofJesusChrist.org. ເພື່ອ​ຊ່ວຍ​ເດັກ​ນ້ອຍ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ວິ​ຫານ, ທ່ານ​ສາ​ມາດ​ໃຊ້ “Your Path to the Temple” (ໃນ Temples of The Church of Jesus Christ of Latter-day Saints [ສະ​ບັບ​ພິເສດ​ຂອງ Ensign ຫລື Liahona, Oct. 2010], 72–75).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 95:1–11.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ຕີ​ສອນ ຈາກ​ຂໍ້​ເຫລົ່າ​ນີ້? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ? ຄວາມ​ຮູ້​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ວິ​ທີ​ທີ່​ເຮົາ​ໄດ້​ຮັບ​ການ​ຕີ​ສອນ ຫລື ຕີ​ສອນ​ຄົນ​ອື່ນ​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:8.ອີງ​ຕາມ​ຂໍ້​ນີ້, ເຮົາ​ຈະ​ສາ​ມາດ “ຍອມ​ຮັບ​ຈາກ” ພຣະ​ຜູ້​ເປັນ​ເຈົ້າ​ແນວ​ໃດ? ສິ່ງນັ້ນ​ແຕກຕ່າງ​ຈາກ​ການ​ຖືກ​ຮັບ​ຮູ້​ຈາກ​ໂລກ​ແນວ​ໃດ? ຄຳ​ວ່າ “ຍຶດ​ຖື​ພັນ​ທະ​ສັນ​ຍາ [ຂອງ​ເຮົາ] ໂດຍ​ການ​ເສຍ​ສະ​ລະ” ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ໄດ້​ເຮັດ​ສິ່ງນີ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:10–21.ສາດ​ສະ​ດາ​ໂຈເຊັບ ສະມິດ ໄດ້​ສິດ​ສອນ​ວ່າ, “ບ່ອນ​ໃດ​ກໍ​ຕາມ​ທີ່​ໄພ່​ພົນ​ໄປ​ເຕົ້າ​ໂຮມ​ກັນ​ບ່ອນນັ້ນ​ຄື​ຊີໂອນ, ຊຶ່ງ​ຄົນ​ຊອບ​ທຳ​ທຸກ​ຄົນ​ຈະ​ສ້າງ​ສາ​ໃຫ້​ເປັນ​ບ່ອນ​ທີ່​ປອດ​ໄພ​ສຳ​ລັບ​ລູກ​ຫລານ​ຂອງ​ເຂົາ​ເຈົ້າ” (Teachings: Joseph Smith, 186). ເຮົາ​ຈະ​ສາ​ມາດ​ສ້າງ​ຊີໂອນ​ຢູ່​ໃນ​ບ້ານ​ເຮືອນ​ຂອງ​ເຮົາ​ໄດ້​ແນວ​ໃດ? ຫລັກ​ທຳ​ຢ່າງ​ໃດ​ແດ່​ທີ່​ເຮົາ​ພົບ​ເຫັນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 97:10–21? ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ເລືອກ​ຫລັກ​ທຳ​ຂໍ້​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ລະ​ຫວ່າງ​ອາ​ທິດນີ້.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ເຈົ້າ​ມອບ​ພຣະ​ວິ​ຫານ​ແກ່​ເຮົາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 68.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ບັນ​ທຶກ​ປະ​ສົບ​ການ​ຂອງ​ທ່ານ. ໃຫ້​ບັນ​ທຶກ​ປະ​ສົບ​ການ​ທີ່​ທ່ານ​ໄດ້​ມີ​ກັບ​ຫລັກ​ທຳ ແລະ ຄຳ​ສອນ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ. ປະ​ສົບ​ການ​ເຫລົ່າ​ນີ້​ສາ​ມາດ​ກາຍ​ເປັນ​ພາກ​ສ່ວນ​ໜຶ່ງ​ໃນ​ປະ​ຫວັດ​ຂອງ​ບຸກ​ຄົນ ທີ່​ຈະ​ເປັນ​ພອນ​ໃຫ້​ແກ່​ຄົນ​ລຸ້ນ​ຫລັງ​ໄດ້.

ຮູບ​ພາບ
ການ​ສ້າງ​ພຣະ​ວິ​ຫານ​ເຄີດ​ແລນ

Building the Kirtland Temple [ການ​ສ້າງ​ພຣະ​ວິ​ຫານ​ເຄີດ​ແລນ], ໂດຍ ວາວເຕີ ເຣນ

ພິມ