ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 20–26 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106–108: “ໃຫ້​ຟ້າ​ສະ​ຫວັນ​ເປີດ”


“ວັນທີ 20–26 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106–108: ‘ໃຫ້​ຟ້າ​ສະ​ຫວັນ​ເປີດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 20–26 ເດືອນ​ກັນຍາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106–108,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ຕາ​ເວັນ​ສ່ອງ​ແສງ​ຜ່ານ​ກ້ອນ​ເມກ

ວັນທີ 20–26 ເດືອນ​ກັນຍາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106–108

“ໃຫ້​ຟ້າ​ສະ​ຫວັນ​ເປີດ”

ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ໄດ້​ສິດ​ສອນ​ວ່າ, “ເຮົາ​ຕ້ອງ​ໝັ້ນ​ຄົງ​ຢູ່​ໃນ [ພຣະ​ຜູ້​ຊ່ວຍ​ໃຫ້​ລອດ], ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຳ​ພີ, ປິ​ຕິ​ຍິນ​ດີ​ກັບ​ມັນ, ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພະ​ຍາ​ຍາມດຳ​ລົງ​ຊີ​ວິດ ໃນ​ແບບ​ດຽວ​ກັນ​ກັບ​ພຣະ​ອົງ” (“How Can I Understand?Ensign ຫລື Liahona, May 2019, 7). ຂະ​ນະ​ທີ່​ທ່ານ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106–8, ໃຫ້​ບັນ​ທຶກວິ​ທີ​ທີ່​ທ່ານ​ສາ​ມາດ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ຕາມ​ຄວາມ​ຈິງ​ທີ່​ທ່ານ​ຄົ້ນ​ພົບ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ເມື່ອ​ເບິ່ງ​ພຽງ​ເຜີນໆ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107 ອາດ​ເບິ່ງ​ຄື​ເປັນ​ພຽງ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ຕຳ​ແໜ່ງ​ໃນ​ຖາ​ນະ​ປະ​ໂລ​ຫິດ​ເຂົ້າ​ເປັນ​ໂຄງ​ຮ່າງ​ການ​ເປັນ​ຜູ້​ນຳ​ສຳ​ລັບ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ນັ້ນ. ແນ່ນອນ, ເມື່ອ​ເຖິງ​ຕອນ​ທີ່​ການ​ເປີດ​ເຜີຍນີ້​ໄດ້​ຖືກ​ຈັດ​ພິມ, ຈຳ​ນວນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້ມີ​ຫລາຍ​ເກີນກວ່າ​ຄວາມສາ​ມາດຂອງຜູ້​ນຳ​ຈຳ​ນວນ​ໜ້ອຍ​ໜຶ່ງ​ທີ່​ໄດ້​ຖືກ​ແຕ່ງ​ຕັ້ງ​ໄວ້​ໃຫ້​ດູ​ແລ. ດັ່ງ​ນັ້ນ ການ​ລະ​ບຸ​ໂຄງ​ຮ່າງ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ສາ​ວົກ​ເຈັດ​ສິບ, ອະ​ທິ​ການ, ແລະ ຝ່າຍ​ປະ​ທານ​ກຸ່ມ ຈຶ່ງ​ເປັນ​ສິ່ງ​ຈຳ​ເປັນ ແລະ ເປັນ​ປະ​ໂຫຍດ​ຫລາຍ. ແຕ່​ມີ​ຄຳ​ແນະ​ນຳຈາກ​ສະ​ຫວັນ​ຢູ່​ໃນ ພາກທີ 107 ຫລາຍກວ່ານີ້​ອີກ ທີ່ນອກ​ເໜືອ​ໄປ​ຈາກ​ການ​ຈັດ​ຕັ້ງ​ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ກຸ່ມ​ຕ່າງໆ. ໃນ​ນີ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ກ່ຽວ​ກັບລະ​ບຽບ​ເກົ່າ​ແກ່​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ໄດ້ “ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ໃນ​ວັນ​ເວ​ລາ​ຂອງ​ອາ​ດາມ” (ຂໍ້ທີ 41). ຈຸດ​ປະ​ສົງ​ຂອງ​ມັນ​ນັບ​ຈາກ​ແຕ່​ຕອນ​ຕົ້ນ ແມ່ນ​ການ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ—ລວມ​ທັງ​ຕົວ​ທ່ານ—ເພື່ອ​ຮັບ​ເອົາ​ພິ​ທີ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຊື່ນ​ຊົມ​ກັບ “ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ—ການ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ຮັບ​ເອົາ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ​ສະ​ຫວັນ, [ແລະ] ໃຫ້​ຟ້າ​ສະ​ຫວັນ​ເປີດ​ແກ່​ພວກ​ເຂົາ” (ຂໍ້ທີ 18–19).

ເບິ່ງ “Restoring the Ancient Order,” Revelations in Context, 208–12.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106108

ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ, ສະ​ໜັບ​ສະ​ໜູນ, ແລະ ສົ່ງ​ເສີມຜູ້​ທີ່​ພຣະ​ອົງ​ເອີ້ນ​ໃຫ້​ຮັບ​ໃຊ້.

ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106 ແລະ 108, ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ຄຳ​ແນະ​ນຳ ແລະ ສັນ​ຍາ​ກັບ​ສະ​ມາ​ຊິກ​ສອງ​ຄົນ​ທີ່​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້​ຢູ່​ໃນ​ສາດ​ສະ​ໜາ​ຈັກ. ສຳ​ນວນ​ໃດ​ແດ່​ຢູ່​ໃນ​ການ​ເປີດ​ເຜີຍນີ້ ທີ່ສະ​ໜັບ​ສະ​ໜູນ ແລະ ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ການ​ຮັບ​ໃຊ້​ຂອງ​ທ່ານ​ເອງ ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ? ຕໍ່​ໄປ​ນີ້​ແມ່ນ​ຄຳ​ຖາມ​ບາງ​ຢ່າງ ເພື່ອ​ໃຫ້​ພິ​ຈາ​ລະ​ນາ:

  • ທ່ານ​ໄດ້​ຮັບ “ພຣະ​ຄຸນ ແລະ ຄວາມ​ແນ່ນອນ​ໃຈ” ທີ່​ຈະ​ສາ​ມາດ “ຍຶດ​ໝັ້ນ” ໃນ​ວິ​ທີ​ໃດ? (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106:8).

  • ທ່ານ​ຈະ​ສາ​ມາດ “ລະ​ມັດ​ລະ​ວັງ​ນັບ​ແຕ່ນີ້​ເປັນ​ຕົ້ນ​ໄປ​ໃນ​ການ​ຍຶດ​ຖື​ຄຳ​ປະ​ຕິ​ຍານ​ຂອງ​ທ່ານ,” ຫລື ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ແນວ​ໃດ? (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 108:3).

ມີ​ສຳ​ນວນ​ຢ່າງ​ອື່ນ​ອີກໃດ​ແດ່ຈາກ ພາກທີ 106 ແລະ 108 ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ?

ເບິ່ງ Russell M. Nelson, “Ministering with the Power and Authority of God,” Ensign ຫລື Liahona, May 2018, 68–75; “Warren Cowdery,” Revelations in Context, 219–23; “‘Wrought Upon’ to Seek a Revelation,” Revelations in Context, 224–28 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107

ພຣະ​ຜູ້​ເປັນ​ເຈົ້າ​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສິດ​ອຳ​ນາດ​ຂອງ​ຖາ​ນະ​ປະ​ໂລ​ຫິດ.

ຂະ​ນະ​ທີ່​ທ່ານ​ສຶກ​ສາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ທ່ານ​ອາດ​ສັງ​ເກດ​ເຫັນ​ວ່າ ຕາມ​ປົກ​ກະ​ຕິ​ແລ້ວ ພຣະ​ຜູ້​ເປັນ​ເຈົ້າບໍ່​ໄດ້​ອະ​ທິ​ບາຍ​ຄຳ​ສອນ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ເປີດ​ເຜີຍ​ເທື່ອ​ດຽວ. ແຕ່​ພຣະ​ອົງ​ຈະ​ເປີດ​ເຜີຍ “ເປັນ​ບັນ​ທັດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:12) ເມື່ອຈຳ​ເປັນ​ອີງ​ຕາມ​ສະ​ຖາ​ນະການ. ເຖິງ​ແມ່ນ​ວ່າ​ທີ່​ຜ່ານ​ມາ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ໃຫ້​ຄຳ​ແນະ​ນຳ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ ນັບ​ແຕ່ປີ 1829 (ເບິ່ງ, ຍົກ​ຕົວ​ຢ່າງ, ພາກທີ 20 ແລະ 84), ແຕ່​ພຣະ​ອົງ​ໄດ້​ໃຫ້​ຄຳ​ແນະ​ນຳ​ເພີ່ມ​ເຕີມ​ແກ່​ໄພ່​ພົນ ໃນ​ປີ 1835 ກ່ຽວ​ກັບ​ຕຳ​ແໜ່ງ​ໃດ​ໜຶ່ງ​ໂດຍ​ສະ​ເພາະ​ຂອງ​ຖາ​ນະ​ປະ​ໂລ​ຫິດ ອັນ​ທີ່​ຈຳ​ເປັນ​ຕໍ່​ການ​ປົກ​ຄອງ ແລະ ນຳ​ພາ​ຝູງ​ຊົນ​ທີ່​ກຳ​ລັງ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ພຣະ​ອົງ.

ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ຕຳ​ແໜ່ງ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ດັ່ງ​ຕໍ່​ໄປ​ນີ້, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ສະ​ໜັບ​ສະ​ໜູນ​ຜູ້​ທີ່​ຮັບ​ໃຊ້​ຢູ່​ໃນ​ການ​ເອີ້ນ​ເຫລົ່າ​ນີ້ ໂດຍ “ຄວາມ​ໝັ້ນ​ໃຈ, ສັດ​ທາ, ແລະ ຄຳ​ອະ​ທິ​ຖານ” ຂອງ​ທ່ານ​ແນວ​ໃດ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:22).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:1–20

ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ເອື້ອ​ອຳ​ນວຍ​ພອນ​ທາງວິນ​ຍານ ແລະ ທາງ​ໂລກ ໃຫ້​ແກ່​ລູກໆ​ຂອງ​ພຣະ​ບິດາ​ເທິງ​ສະ​ຫວັນ​ທຸກ​ຄົນ.

ແອວເດີ ນຽວ ແອວ ແອນເດີເຊັນ ໄດ້​ສິດ​ສອນ​ວ່າ: “ຖາ​ນະ​ປະ​ໂລ​ຫິດ​ເປັນ​ອຳ​ນາດ ແລະ ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ລອດ ແລະ ພອນ​ຂອງ​ທຸກ​ຄົນ—ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ. … ເມື່ອ​ເຮົາ​ມີ​ຄ່າ​ຄວນ​ພໍ, ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຈະ​ເພີ່ມ​ພູນ​ຊີ​ວິດ​ຂອງ​ເຮົາ​ຢູ່​ໃນ​ໂລກ ແລະ ຕຽມ​ເຮົາ​ສຳ​ລັບ​ຄຳ​ສັນ​ຍາ​ທີ່​ດີ​ເດັ່ນ​ຂອງ​ໂລກ​ທີ່​ຢູ່​ຂ້າງ​ໜ້າ” (“Power in the Priesthood,” Ensign ຫລື Liahona, Nov. 2013, 92). ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:1–20 (ເບິ່ງ ໂດຍ​ສະ​ເພາະ ຂໍ້ທີ 18–20) ແລະ ຂ່າວ​ສານ​ພາກ​ສ່ວນ​ອື່ນ​ຂອງ​ແອວເດີ ແອນເດີເຊັນ, ໃຫ້​ຄິດ​ທີ່​ຈະ​ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ທີ່​ທ່ານ​ໄດ້​ຮັບ ເຖິງວິ​ທີ​ທີ່​ອຳ​ນາດ​ຂອງ​ພຣະ​ເຈົ້າ​ໄດ້​ເສີມ​ສ້າງ​ຊີ​ວິດ​ຂອງ​ທ່ານ​ຢູ່​ໃນ​ໂລກ ແລະ ຕຽມ​ທ່ານ​ສຳ​ລັບ​ນິ​ລັນ​ດອນ​ແນວ​ໃດ. ທ່ານ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ—ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ໄດ້​ຮັບ—ພອນ​ເຫລົ່າ​ນັ້ນ​ຢ່າງ​ເຕັມ​ສ່ວນ​ຫລາຍກວ່າ​ເກົ່າ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–27; Dallin H. Oaks, “The Melchizedek Priesthood and the Keys,” Ensign ຫລື Liahona, May 2020, 69–72 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:41–57

ຖາ​ນະ​ປະ​ໂລ​ຫິດ​ເປັນ​ພອນ​ໃຫ້​ແກ່​ຄອບ​ຄົວ.

ອາ​ດາມ​ຢາກ​ໃຫ້​ລູກ​ຫລານ​ຂອງ​ເພິ່ນ​ໄດ້​ຮັບ​ພອນ​ໂດຍ​ຖາ​ນະ​ປະ​ໂລ​ຫິດ. ເພິ່ນ​ໄດ້​ຮັບ​ພອນ​ຢ່າງ​ໃດ​ແດ່? (ເບິ່ງ ຂໍ້ທີ 4255). ຂະ​ນະ​ທີ່​ທ່ານ​ອ່ານ​ກ່ຽວ​ກັບ​ສິ່ງ​ທີ່​ອາ​ດາມ​ໄດ້​ເຮັດ, ໃຫ້​ພິ​ຈາ​ລະ​ນາ​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານ ທີ່​ຢາກ​ໃຫ້​ຄອບ​ຄົວ​ຂອງ​ທ່ານ​ຊື່ນ​ຊົມ​ກັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ. ທ່ານ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ເພື່ອ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ໄດ້​ຮັບ​ພອນ​ເຫລົ່າ​ນີ້?

ຮູບ​ພາບ
ອາ​ດາມ​ໃຫ້​ພອນ​ແກ່​ລູກ​ຫລານ​ຂອງ​ເພິ່ນ

Adam Blessing His Posterity [ອາ​ດາມ​ໃຫ້​ພອນ​ແກ່​ລູກ​ຫລານ​ຂອງ​ເພິ່ນ], ໂດຍ ຄະລາກ ແຄວລີ ພຣາຍສ໌

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 106:6.ຄອບ​ຄົວ​ຂອງ​ເຮົາ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ໃຫ້ “ສະ​ຫວັນ​ຊື່ນ​ຊົມ”?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:22.ເຮົາ​ກຳ​ລັງ​ເຮັດ​ສິ່ງ​ໃດ​ເພື່ອ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ເຮົາ “ໂດຍ​ຄວາມ​ໝັ້ນ​ໃຈ, ສັດ​ທາ, ແລະ ຄຳ​ອະ​ທິ​ຖານ”?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:27–31, 85.ຫລັກ​ທຳ​ທີ່​ນຳ​ພາ​ສະ​ພາ​ຂອງ​ສາດ​ສະໜາ​ຈັກ ກໍ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ປຶກ​ສາ​ຫາ​ລື​ນຳ​ກັນ​ເປັນ​ຄອບ​ຄົວ​ໄດ້. ຫລັກ​ທຳ​ໃດ​ແດ່​ຢູ່​ໃນ​ຂໍ້​ເຫລົ່າ​ນີ້ ທີ່​ເຮົາ​ສາ​ມາດ​ນຳ​ໃຊ້​ກັບ​ສະພາ​ຄອບ​ຄົວ​ຂອງ​ເຮົາ? (ເບິ່ງ M. Russell Ballard, “Family Councils,” Ensign ຫລື Liahona, May 2016, 63–65.)

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:99–100.ໃຫ້​ເອົາ​ເ​ຈ້ຍ​ຂໍ້​ແນະ​ນຳ​ເຮັດ​ວຽກ​ບ້ານ​ໃຫ້ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຄອບ​ຄົວ, ແລະ ເຊື້ອ​ເຊີນ​ລາວ​ໃຫ້​ເລືອກ​ວິ​ທີ​ທີ່​ຈະ​ເຮັດ​ໜ້າ​ທີ່ນັ້ນ: ຢ່າງ​ພາກ​ພຽນ, ຢ່າງ​ກຽດ​ຄ້ານ, ຫລື ໂດຍ​ທີ່ບໍ່​ອ່ານ​ຂໍ້​ແນະ​ນຳ. ປ່ອຍ​ໃຫ້​ສະ​ມາ​ຊິກ​ຄົນ​ອື່ນໆ​ໃນ​ຄອບ​ຄົວ​ເບິ່ງ​ລາວ​ເຮັດ​ໜ້າ​ທີ່ນັ້ນ ແລະ ເດົາ​ເບິ່ງວ່າ​ຄົນ​ນັ້ນ​ເລືອກ​ເຮັດ​ໃນ​ແບບ​ໃດ. ແລ້ວ​ໃຫ້​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ອື່ນໆ​ປ່ຽນ​ຜຽນ​ກັນ​ເຮັດ. ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຕ້ອງ​ການ​ໃຫ້​ເຮົາ​ຮຽນ​ຮູ້ໜ້າ​ທີ່ ແລະ ເຮັດໜ້າ​ທີ່​ດ້ວຍ​ຄວາມ​ພາກ​ພຽນ​ທັງ​ໝົດ? (ເບິ່ງ Becky Craven, “Careful versus Casual,” Ensign ຫລື Liahona, May 2019, 9–11.)

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 108:7.ເຮົາ​ຈະ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັນ​ແລະ​ກັນ ໃນ​ການ​ສົນ​ທະ​ນາ​ຂອງ​ເຮົາ​ໄດ້​ແນວ​ໃດ? ໃນ​ການ​ອະ​ທິ​ຖານ​ຂອງ​ເຮົາແນວ​ໃດ? ໃນ​ການ​ຕິ​ຕຽນ, ຫລື ໃນ​ການ​ສະ​ໜັບ​ສະ​ໜູນ​ຂອງ​ເຮົາ​ໄດ້​ແນວ​ໃດ? ໃນ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ແນວ​ໃດ? ພວກທ່ານ​ອາດ​ເລືອກ​ໜຶ່ງ​ໃນ​ສິ່ງ​ເຫລົ່າ​ນີ້ ເພື່ອ​ເຮັດ​ນຳ​ກັນ​ເປັນ​ຄອບ​ຄົວ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ສາດ​ສະ​ດາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 40.

ການ​ປັບ​ປຸງ​ການ​ສຶກ​ສາ​ສ່ວນ​ຕົວ

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ. ເມື່ອ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ ຫລື ຄວາມ​ຮູ້​ທາງ​ວິນ​ຍານ​ທີ່​ມາ​ສູ່​ທ່ານ, ໃຫ້​ບັນ​ທຶກ​ມັນ​ໄວ້. ເມື່ອ​ທ່ານ​ເຮັດ​ແນວນັ້ນ, ທ່ານ​ໄດ້​ສະ​ແດງ​ໃຫ້ພຣະ​ຜູ້​ເປັນ​ເຈົ້າ​ເຫັນວ່າ ທ່ານນັບ​ຖື​ການ​ຊີ້​ນຳ​ຂອງ​ພຣະ​ອົງ. (ເບິ່ງ Teaching in the Savior’s Way, 1230.)

ຮູບ​ພາບ
ເມນ​ຄີ​ເສ​ເດັກ​ໃຫ້​ພອນ​ແກ່​ອັບ​ຣາ​ຮາມ

Melchizedek Blesses Abram [ເມນ​ຄີ​ເສ​ເດັກ​ໃຫ້​ພອນ​ແກ່​ອັບ​ຣາ​ຮາມ], ໂດຍ ວາວເຕີ ເຣນ

ພິມ