ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 27 ເດືອນ​ກັນຍາ–ວັນທີ 3 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109–110: “ມັນ​ເປັນ​ບ້ານ​ຂອງ​ພຣະ​ອົງ, ເປັນ​ສະ​ຖານ​ທີ່​ສັກ​ສິດ”


“ວັນທີ 27 ເດືອນ​ກັນຍາ–ວັນທີ 3 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109–110: ‘ມັນ​ເປັນ​ບ້ານ​ຂອງ​ພຣະ​ອົງ, ເປັນ​ສະ​ຖານ​ທີ່​ສັກ​ສິດ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 27 ເດືອນ​ກັນຍາ–ວັນທີ 3 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109–110,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ພຣະ​ວິ​ຫານ​ເຄີດແລນ

Kirtland Temple [ພຣະ​ວິ​ຫານ​ເຄີດແລນ], ໂດຍ ຈອນ ມິກນໍທັນ

ວັນທີ 27 ເດືອນ​ກັນຍາ–ວັນທີ 3 ເດືອນ​ຕຸລາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109–110

“ມັນ​ເປັນ​ບ້ານ​ຂອງ​ພຣະ​ອົງ, ເປັນ​ສະ​ຖານ​ທີ່​ສັກ​ສິດ”

ເມື່ອ​ກ່າວ​ເຖິງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:24–28, ແອວເດີ ເດວິດ ເອ ແບ໊ດນາ ໄດ້​ກ່າວ​ວ່າ, “ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ສຶກ​ສາ​ຊ້ຳ​ອີກ​ຫລາຍ​ເທື່ອ ແລະ ໃຫ້​ໄຕ່​ຕອງ​ດ້ວຍ​ການ​ອະ​ທິ​ຖານ​ເຖິງ​ຜົນ​ຂອງ​ຂໍ້​ພຣະ​ຄຳ​ພີ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ” (“Honorably Hold a Name and Standing,” Ensign ຫລື Liahona, May 2009, 99). ໃຫ້​ພິ​ຈາ​ລະ​ນາ​ຄຳ​ເຊື້ອ​ເຊີນນີ້ ຂະ​ນະ​ທີ່​ທ່ານ​ສຶກ​ສາ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ປະ​ຕູ​ພຣະ​ວິ​ຫານ​ເຄີດແລນບໍ່​ຄວນ​ເປີດ​ກ່ອນ 8:00 ໂມງເຊົ້າ​ຂອງວັນ​ທີ 27 ເດືອນ​ມີນາ, 1836. ແຕ່​ໄພ່​ພົນ​ຜູ້​ທີ່​ຫວັງ​ຈະ​ໄດ້​ເຂົ້າ​ຮ່ວມ​ການ​ອຸ​ທິດ ໄດ້​ມາ​ລຽນ​ແຖວ​ລໍ​ຖ້າ​ແຕ່ 7:00 ໂມງ​ເຊົ້າ. ເມື່ອ​ແປ້ນ​ມ້າ​ນັ່ງ ແລະ ຮ່ອມ​ທາງ​ຍ່າງ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ທີ່​ກະ​ຕື​ລື​ລົ້ນ​ທີ່​ຈະ​ນະ​ມັດ​ສະ​ການ, ໂຈເຊັບ ສະມິດ ຈຶ່ງ​ໄດ້​ແນະ​ນຳ​ສະ​ຖານ​ທີ່​ເພີ່ມ​ເຕີມ. ເມື່ອ​ສະ​ຖານ​ທີ່ນັ້ນ​ເຕັມອີກ, ຈຶ່ງ​ໄດ້​ວາງ​ແຜນ​ຈັດ​ພາກ​ທີ​ສອງ. ແລະ ບໍ່​ພຽງ​ແຕ່​ຄົນ​ທີ່​ມີ​ຊີ​ວິດ​ຢູ່​ເທົ່າ​ນັ້ນ​ທີ່​ກະ​ຕື​ລື​ລົ້ນ​ຢາກ​ໄປ​ຮ່ວມ. ຫລາຍ​ຄົນ​ໄດ້​ເປັນ​ພະ​ຍານ​ວ່າ ເຂົາ​ເຈົ້າ​ໄດ້​ເຫັນ​ເຫລົ່າ​ທູດ​ຢູ່​ໃນ​ພຣະ​ວິ​ຫານ ແລະ ແມ່ນ​ແຕ່​ຢູ່​ເທິງ​ຫລັງ​ຄາ, ລະຫວ່າງ ແລະ ຫລັງ​ຈາກ​ການ​ອຸ​ທິດ. ເບິ່ງ​ຄື​ວ່າ “ທູດ​ສະ​ຫວັນ” ໄດ້​ມາ ເພື່ອ “ຮ້ອງ​ເພງ ແລະ ໂຮ່​ຮ້ອງ” ຮ່ວມ​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ (“ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30).

ເປັນ​ຫຍັງ​ຈຶ່ງ​ມີ​ຄວາມ​ຕື່ນ​ເຕັ້ນ​ຫລາຍ​ທີ່​ສຸດ—ຢູ່​ທັງ​ສອງ​ຟາກ​ມ່ານ? ຄຳ​ສັນ​ຍາ​ວ່າ​ໄພ່​ພົນ​ຈະ “ໄດ້​ຮັບ​ພອນ​ດ້ວຍ​ອຳ​ນາດ​ຈາກ​ເບື້ອງ​ບົນ” ເປັນ​ເຫດ​ຜົນ​ຢ່າງ​ໜຶ່ງ​ທີ່​ເຂົາ​ເຈົ້າ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ຢູ່​ລັດ​ໂອໄຮໂອ ແຕ່​ຕອນ​ຕົ້ນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:32). ແລະ ສິ່ງ​ທີ່​ຍິ່ງ​ໃຫຍ່ກວ່າ​ໄດ້​ຖືກ​ສັນ​ຍາ​ສຳ​ລັບ​ອະ​ນາ​ຄົດ. “ນີ້,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ, “ເປັນ​ການ​ເລີ່ມ​ຕົ້ນ​ພອນ​ຊຶ່ງ​ຈະ​ຖອກ​ເທ​ລົງ​ມາ​ເທິງ​ຫົວ​ຂອງ​ຜູ້​ຄົນ​ຂອງ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:10). ສະ​ໄໝ​ທີ່​ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ເວ​ລານີ້—ພ້ອມ​ດ້ວຍ​ວຽກ​ງານ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ທີ່​ເລັ່ງ​ດ່ວນ​ມີ​ໃຫ້​ຫລາຍ​ລ້ານຄົນ ທັງ​ຄົນ​ເປັນ ແລະ ຄົນ​ຕາຍ—ໄດ້​ເລີ່ມ​ຕົ້ນ​ຢູ່​ໃນ​ເມືອງ​ເຄີດແລນ, ຕອນ​ທີ່ “ມ່ານ​ປົກ​ຄຸມ​ພື້ນ​ໂລກ [ໄດ້] ເລີ່ມ​ເປີດ” (“ພຣະ​ວິນ​ຍານ​ພຣະ​ເຈົ້າ”).

ເບິ່ງ Saints, 1:232–41; “A House for Our God,” Revelations in Context, 169–72 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109

ພຣະ​ຜູ້​ເປັນ​ເຈົ້າ​ຢາກອວຍ​ພອນ​ເຮົາ ຢູ່​ໃນ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ.

ໃນ​ບາງວິ​ທີ, ພຣະ​ວິ​ຫານ​ເຄີດແລນ​ແມ່ນ​ແຕກ​ຕ່າງ​ຈາກ​ພຣະ​ວິ​ຫານ​ທີ່​ເຮົາ​ຮູ້​ຈັກ​ໃນ​ທຸກ​ວັນ​ນີ້. ມັນ​ບໍ່​ມີ​ແທ່ນ​ບູ​ຊາ ແລະ ບໍ່​ມີ​ອ່າງບັບ​ຕິ​ສະ​ມາ, ແລະ ພິ​ທີ​ການ​ເຊັ່ນ​ການ​ຮັບ​ບັບ​ຕິ​ສະ​ມາ​ແທນ​ຄົນ​ຕາຍ ແລະ ການ​ຜະ​ນຶກ​ຍັງ​ບໍ່​ໄດ້​ຖືກ​ຟື້ນ​ຟູ​ເທື່ອ. ແຕ່​ພອນ​ທີ່​ບັນ​ຍາຍ​ຢູ່​ໃນ ພາກທີ 109, ຄຳ​ອະ​ທິ​ຖານ​ອຸ​ທິດ​ສຳ​ລັບ​ພຣະ​ວິ​ຫານ​ເຄີດແລນ, ເປັນ​ພອນ​ທີ່​ເຮົາ​ໄດ້​ຮັບ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກວັນ​ນີ້. ໃຫ້​ທົບ​ທວນ​ຂໍ້​ເຫລົ່າ​ນີ້ ເພື່ອ​ຊອກ​ຫາ​ພອນ​ບາງ​ຢ່າງ​ເຫລົ່າ​ນີ້. ຂະ​ນະ​ທີ່ອ່ານ​ກ່ຽວ​ກັບ​ພອນ​ເຫລົ່ານີ້, ໃຫ້​ໄຕ່​ຕອງວ່າ ເປັນ​ຫຍັງ​ພອນ​ເຫລົ່ານີ້​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ ແລະ ຄອບ​ຄົວ​ຂອງ​ທ່ານ.

ຂໍ້ທີ 5, 12–13 (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:6–8 ນຳ​ອີກ): ໃນ​ພຣະ​ວິ​ຫານ ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ເຮົາ ແລະ ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ອົງ.

ຂໍ້ທີ 9, 17–19, 26, 78–79: ໃນ​ພຣະ​ວິ​ຫານ ເຮົາ​ໄດ້​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂໍ້ທີ 22–23: ຂະ​ນະ​ທີ່​ເຮົາ​ເຮັດ ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ວິ​ຫານ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ອຳ​ນາດ​ໃຫ້​ເຮົາ​ເພື່ອ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

ຂໍ້ທີ 24–33: ເມື່ອ​ເຮົາ​ໄປ​ພຣະ​ວິ​ຫານ​ດ້ວຍ​ຄວາມ​ມີ​ຄ່າ​ຄວນ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ປົກ​ປ້ອງຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ພອນ​ຢ່າງ​ອື່ນໆ:

ພຣະ​ວິນ​ຍານ​ດົນ​ໃຈ​ທ່ານ​ໃຫ້​ເຮັດ​ຫຍັງ​ແດ່ ເພື່ອ​ຈະ​ໄດ້​ຮັບ​ພອນ​ເຫລົ່າ​ນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109

ຄຳ​ອະ​ທິ​ຖານ​ອຸ​ທິດ​ພຣະ​ວິ​ຫານ​ເຄີດແລນ ສາ​ມາດ​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ອະ​ທິ​ຖານ.

ພາກທີ 109 ແມ່ນ​ຄຳ​ອະ​ທິຖານ​ອຸ​ທິດ​ທີ່​ໂຈເຊັບ ສະມິດ ໄດ້​ຮັບ​ໂດຍ​ການ​ເປີດ​ເຜີຍ (ເບິ່ງ ຫົວ​ຂໍ້​ພາກ). ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຈາກ​ພາກນີ້? ຂະ​ນະ​ທີ່​ທ່ານ​ອ່ານ​ມັນ, ທ່ານ​ອາດ​ຄິດ​ກ່ຽວ​ກັບ​ການ​ອະ​ທິ​ຖານ​ຂອງ​ທ່ານ. ທ່ານ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ຢ່າງ​ໃດ​ແດ່ ທີ່​ສາ​ມາດ​ຊ່ວຍ​ທ່ານ​ດັດ​ແປງ​ການ​ສື່​ສານ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ? ຍົກ​ຕົວ​ຢ່າງ, ສາດ​ສະ​ດາ​ໄດ້​ອະ​​ທິ​ຖານ​ກ່ຽວ​ກັບ​ສິ່ງ​ໃດ​ຢູ່​ໃນ​ຄຳ​ອະ​ທິ​ຖານນີ້?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:1–10

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ເຮົາ​ຢູ່​ໃນ​ພຣະ​ວິ​ຫານ.

ທ່ານ​ຮູ້​ສຶກ​ແນວ​ໃດ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຫລັງ​ຈາກ​ການ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:1–10? ພຣະ​ອົງ​ໄດ້​ສະ​ແດງ​ພຣະ​ອົງ​ເອງ​ໃຫ້​ປະ​ຈັກ​ແກ່​ທ່ານ​ໃນ​ວິ​ທີ​ໃດ​ຢູ່​ໃນ​ພຣະ​ວິ​ຫານ? ໃນ​ທາງ​ໃດ​ແດ່​ທີ່​ພຣະ​ອົງ​ຊ່ວຍ​ທ່ານ​ໃຫ້​ຮູ້​ວ່າ ພຣະ​ອົງ​ຮັບ​ເອົາ​ຄວາມ​ພະ​ຍາ​ຍາມ ແລະ ການ​ເສຍ​ສະ​ລະ​ຂອງ​ທ່ານ?

ຮູບ​ພາບ
ຂ້າງ​ໃນ​ຂອງ​ພຣະ​ວິ​ຫານ​ເຄີດແລນ

ແຕ່​ລະ​ສົ້ນ​ຂອງ​ພຣະ​ວິ​ຫານ​ເຄີດແລນ ມີ​ແທ່ນ​ປາ​ໄສ​ສຳ​ລັບ​ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ​ໃນ​ການ​ບັນ​ລຸ​ວຽກ​ງານ​ຂອງ​ພຣະ​ເຈົ້າ ມີ​ຢູ່​ໃນ​ສາດ​ສະ​ໜາ​ຈັກ​ທຸກວັນ​ນີ້.

ເພື່ອ​ຈະ​ໄດ້​ເຂົ້າ​ໃຈ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ໂມເຊ, ອີລາຍ, ແລະ ເອລີຢາ ໄດ້​ມອບ​ໃຫ້​ແກ່​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ, ທ່ານ​ສາ​ມາດ​ອ່ານ​ຂ່າວ​ສານ​ຂອງ​ແອວເດີ ຄວິນຕິນ ແອວ ຄຸກ “Prepare to Meet God” (Ensign ຫລື Liahona, May 2018, 114–17). ແອວເດີ ຄຸກ ໄດ້​ບັນ​ຍາຍ​ເຖິງ​ຂໍ​ກະ​ແຈ​ເຫລົ່າ​ນີ້ ທີ່​ກ່ຽວ​ຂ້ອງ​ກັບ​ວຽກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກວັນ​ນີ້. ທ່ານ​ອາດ​ຢາກ​ຄິດ​ທີ່​ຈະ​ຮຽນ​ຮູ້​ກ່ຽວ​ກັບ​ສາດ​ສະ​ດາ​ໃນ​ສະ​ໄໝ​ບູ​ຮານ​ເຫລົ່າ​ນີ້ ໂດຍ​ການ​ສຶກ​ສາ “ໂມເຊ,” “ອີລາຍ,” ແລະ “ເອລີຢາ” ຢູ່​ໃນ​ຄູ່​ມື​ພຣະ​ຄຳ​ພີ (scriptures.ChurchofJesusChrist.org). ໃຫ້​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສາ​ມາດ​ເຮັດ ເພື່ອ​ຊ່ວຍ​ໃນ​ວຽກ​ງານ​ທີ່​ກ່ຽວ​ພັນ​ກັບ​ຂໍ​ກະ​ແຈ​ເຫລົ່າ​ນີ້.

ເບິ່ງ “Priesthood Keys,” True to the Faith, 126–27; Henry B. Eyring, “He Goes before Us,” Ensign ຫລື Liahona, May 2020, 66–69 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109.ນຳ​ກັນ​ເປັນ​ຄອບ​ຄົວ, ໃຫ້​ຊອກ​ຫາ​ບາງ​ຂໍ້​ຢູ່​ໃນ ພາກທີ 109 ທີ່​ດົນ​ໃຈ​ທ່ານ​ໃຫ້​ໃຊ້​ເວ​ລາ​ຫລາຍກວ່າ​ເກົ່າ​ຢູ່​ໃນ​ພຣະ​ວິ​ຫານ (ຍົກ​ຕົວ​ຢ່າງ, ເບິ່ງ​ຂໍ້​ທີ່​ຢູ່​ກ້ອງຫົວ​ຂໍ້ “ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ”). ໃຫ້​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ​ຕາມ​ສິ່ງ​ທີ່​ປະທານ​ຣະໂຊ ເອັມ ແນວສັນ ໄດ້​ແນະ​ນຳ: “ໃຫ້​ໄປ​ເຂົ້າ​ເຝົ້າ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ປະ​ຈຳ—ໄປ​ຫາ​ບ້ານ​ທີ່​ສັກ​ສິດ​ຂອງ​ພຣະ​ອົງ—ແລ້ວ​ໃຫ້​ຮັກ​ສາ​ການ​ນັດ​ພົບ​ນັ້ນດ້ວຍ​ຄວາມ​ແນ່ນອນ ແລະ ດ້ວຍ​ຄວາມ​ຊື່ນ​ຊົມ” (“Becoming Exemplary Latter-day Saints,” Ensign ຫລື Liahona, Nov. 2018, 114). ຖ້າ​ຫາກ​ທ່ານ ຫລື ຄອບ​ຄົວ​ຂອງ​ທ່ານ​ຍັງ​ບໍ່​ໄດ້​ໄປ​ພຣະ​ວິ​ຫານ​ເທື່ອ, ທ່ານ​ສາ​ມາດ​ເປີດ​ເບິ່ງ temples.ChurchofJesusChrist.org ເພື່ອ​ຊ່ວຍ​ກະ​ກຽມ​ຕົວ​ທ່ານ​ເອງ​ທີ່​ຈະ​ໄປ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:78–80.ເພງ​ສວດ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30) ໄດ້ແຕ່ງ​ຂຶ້ນ​ສຳ​ລັບ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດແລນ—ແລະ ມັນ​ໄດ້​ຖືກ​ຮ້ອງ​ໃນ​ການ​ອຸ​ທິດ​ພຣະ​ວິ​ຫານ​ທຸກ​ເທື່ອ ນັບ​ແຕ່ນັ້ນ​ມາ. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ສວດ​ເພງນີ້​ນຳ​ກັນ​ເປັນ​ຄອບ​ຄົວ ແລະ ຊອກ​ຫາ​ສຳ​ນວນ​ທີ່​ເພີ່ມ​ຄວາມ​ກະ​ຕັນ​ຍູ​ຂອງ​ທ່ານ​ຕໍ່​ພຣະ​ວິ​ຫານ​ໃນ​ຍຸກ​ສຸດ​ທ້າຍ. ເພງນີ້​ກ່ຽວ​ຂ້ອງ​ກັບ​ຂ່າວ​ສານ​ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:78–80 ແນວ​ໃດ?

ທ່ານ​ສາ​ມາດ​ພົບ​ເຫັນ​ຄຳ​ອະ​ທິ​ຖານ​ອຸ​ທິດ​ສຳ​ລັບ​ພຣະ​ວິ​ຫານ​ທີ່​ຢູ່​ໃກ້​ທ່ານ​ໄດ້ ຢູ່​ທີ່ temples.ChurchofJesusChrist.org.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110.ຂະ​ນະ​ທີ່​ຄອບ​ຄົວ​ຂອງ​ທ່ານ​ອ່ານ ພາກທີ 110 ແລະ ເບິ່ງ​ຮູບ​ຢູ່​ໃນ​ທ້າຍ​ຂອງ​ໂຄງ​ຮ່າງນີ້, ໃຫ້​ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ວາດ​ພາບ​ວ່າ ເຂົາ​ເຈົ້າ​ຈະ​ຮູ້​ສຶກ​ແນວ​ໃດ ຖ້າ​ຫາກ​ເຂົາ​ເຈົ້າ​ໄດ້​ມີ​ໜ້າ​ຢູ່​ກັບ​ໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີ ໃນ​ພຣະ​ວິ​ຫານ​ເຄີດແລນ. ໃຫ້​ໂອ​ກາດ​ຄອບ​ຄົວ​ຂອງ​ທ່ານ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:15.ແມ່ນ​ຫຍັງ​ທີ່​ຊ່ວຍ “ຫັນ​ໃຈ” ຂອງ​ລູກໆ​ຂອງ​ທ່ານ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ? ທ່ານ​ສາ​ມາດ​ພົບ​ເຫັນ​ແນວ​ຄິດ​ທີ່​ສະ​ໜຸກ​ສະ​ໜານ​ບາງ​ຢ່າງ​ໄດ້ ຢູ່​ທີ່ FamilySearch.org/discovery. ພວກ​ທ່ານ​ສາ​ມາດ​ຊ່ວຍ​ກັນ​ຊອກ​ຫາ​ບັນ​ພະ​ບຸ​ລຸດ ຜູ້​ທີ່ຍັງ​ບໍ່​ໄດ້​ຮັບ​ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ເທື່ອ ແລະ ວາງ​ແຜນ​ໄປ​ເຮັດ​ພິ​ທີ​ການ​ແທນ​ເຂົາ​ເຈົ້າ​ຢູ່​ໃນ​ພຣະ​ວິ​ຫານ. ພວກ​ທ່ານ​ກໍ​ຍັງ​ສາ​ມາດ​ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວິ​ທີ​ທີ່​ວຽກ​ງານ​ທີ່​ເອ​ລີ​ຢາ​ໄດ້​ຟື້ນ​ຟູ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ ເຮັດ​ໃຫ້​ພວກທ່ານ​ມີ​ຄວາມ​ຮັກ​ຕໍ່​ບັນ​ພະ​ບຸລຸດ​ຂອງ​ພວກທ່ານ​ຫລາຍ​ຂຶ້ນກວ່າ​ເກົ່າ​ແນວ​ໃດ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ວິນ​ຍານ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ສຽງຂອງ​ການ​ຟື້ນ​ຟູ

ສຽງຂອງ​ການ​ຟື້ນ​ຟູ

ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງວິນ​ຍານ ແລະ ພຣະ​ວິ​ຫານ​ເຄີດແລນ

ຮູບ​ພາບ
ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດແລນ

Like a Fire Is Burning [ເໝືອນ​ດັ່ງ​ໄຟ​ກຳ​ລັງ​ລຸກ​ໄໝ້], ໂດຍ ກະເລັນ ແອັສ ຮອບຄິນສັນ

ຢູ່​ຂ້າງ​ລຸ່ມ​ແມ່ນ​ຖ້ອຍ​ຄຳ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຜູ້​ທີ່​ໄດ້​ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ ລະ​ຫວ່າງ​ການ​ອຸ​ທິດ ແລະ ຢູ່​ໃນ​ການ​ປະ​ຊຸມ​ອື່ນໆ ຕໍ່ຈາກນັ້ນ. ຫລາຍ​ຄົນ​ໄດ້​ປຽບ​ທຽບ​ປະ​ສົບ​ການ​ຂອງ​ເຂົາ​ເຈົ້າ​ໃສ່​ກັບ​ປະ​ສົບ​ການ​ຂອງ​ໄພ່​ພົນ​ໃນ​ສະ​ໄໝ​ບູ​ຮານ ເມື່ອ “ອຳ​ນາດ​ຈາກ​ເບື້ອງ​ເທິງ​ລົງ​ມາ​ເທິງ” ເຂົາ​ເຈົ້າ ໃນ​ວັນ ເພັນເຕ​ຄໍ​ສະເຕ (ລູກາ 24:49; ເບິ່ງ ກິດຈະການ 2:1–4; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:36–37 ນຳ​ອີກ).

ອີລາຍຊາ ອາ ສະໂນ

“ພິ​ທີ​ການ​ອຸ​ທິດນັ້ນ ອາດ​ຝຶກ​ຊ້ອມ​ກັນ​ກ່ອນ, ແຕ່ບໍ່​ມີ​ພາ​ສາ​ໃດ ທີ່​ສາ​ມາດ​ບັນ​ຍາຍ ເຖິງ​ການ​ສະ​ແດງ​ໃຫ້​ປະ​ຈັກ​ຈາກ​ສະ​ຫວັນ ໃນ​ວັນ​ທີ່​ໜ້າ​ຊົງ​ຈຳ​ນັ້ນ. ທູດ​ສະ​ຫວັນ​ໄດ້​ມາ​ປະ​ກົດ​ຕໍ່​ບາງ​ຄົນ, ໃນ​ຂະ​ນະ​ທີ່​ທຸກ​ຄົນ​ຮູ້​ສຶກ​ເຖິງ​ຄວາມ​ສູງ​ສົ່ງ, ແລະ ທຸກ​ຫົວ​ໃຈ ໄດ້​ເຕັມ​ໄປ​ດ້ວຍ​‘ຄວາມ​ຊື່ນ​ຊົມ ຢ່າງ​ທີ່ບອກບໍ່​ໄດ້ ແລະ ເຕັມ​ໄປ​ດ້ວຍ​ລັດ​ສະ​ໝີ​ພາບ.’”1

ຊິວ​ເວຍ ຄັດ​ເລີ ແວບ

“ໜຶ່ງ​ໃນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຈື່​ຈຳ​ໄດ້​ແມ່ນ​ການ​ອຸ​ທິດ​ພຣະ​ວິ​ຫານ. ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍົກ​ພວກ​ເຮົາ​ຂຶ້ນ​ນັ່ງ​ຕັກ​ເພິ່ນ ແລະ ໄດ້​ບອກ​ພວກ​ເຮົາ​ວ່າ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ຈະໄປ ແລະ ການ​ອຸ​ທິດ​ບ້ານ​ຂອງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ. ແລະ ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ນ້ອຍ​ຢູ່​ໃນ​ເວ​ລານັ້ນ, ຂ້າ​ພະ​ເຈົ້າ​ກໍ​ຍັງ​ຈື່​ໂອ​ກາດນັ້ນ​ໄດ້​ຢ່າງ​ແຈ້ງ​ຊັດ. ຂ້າ​ພະ​ເຈົ້າ​ສາ​ມາດ​ຫວນ​ຄິດ​ຜ່ານ​ໄລ​ຍະ​ຫລາຍ​ປີ ແລະ ໄດ້​ເຫັນ​ຕົວ​ເອງ​ຕອນ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ດາ​ໂຈເຊັບ, ຢືນຢູ່ ແລະ ຍົກ​ມື​ຂຶ້ນ​ເທິງ​ຟ້າ​ສະ​ຫວັນ, ໃບ​ໜ້າ​ຂອງ​ເພິ່ນຊີດ​ຊຽວ, ນ້ຳ​ຕາ​ໄດ້​ໄຫລ​ລົງ​ອາບ​ແກ້ມ​ເພິ່ນ ຂະ​ນະ​ທີ່​ເພິ່ນ​ກ່າວ​ໃນ​ວັນ​ທີ່​ໜ້າ​ຊົງ​ຈຳ​ນັ້ນ. ທຸກ​ຄົນ​ເບິ່ງ​ຄື​ວ່າ​ນ້ຳ​ຕາ​ໄຫລ​ຄື​ກັນ. ພຣະ​ວິ​ຫານ​ອັ່ງ​ອໍ​ໄປ​ດ້ວຍ​ຜູ້​ຄົນ ຈົນ​ວ່າ​ເດັກ​ນ້ອຍ​ສ່ວນ​ຫລາຍ​ໄດ້​ນັ່ງ​ຕັກ​ຜູ້​ໃຫຍ່, ເອື້ອຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຕັກ​ພໍ່, ຂ້າ​ພະ​ເຈົ້າ​ໄດ້​ນັ່ງ​ຕັກ​ແມ່. ຂ້າ​ພະ​ເຈົ້າ​ຍັງ​ຈື່​ເສື້ອ​ຜ້າ​ທີ່​ພວກ​ເຮົາ​ນຸ່ງ​ໃນ​ມື້ນັ້ນ. ໃນ​ເວ​ລານັ້ນ ຄວາມ​ຄິດ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ອ່ອນເກີນ​ໄປ​ທີ່​ຈະ​ສາ​ມາດ​ເຂົ້າ​ໃຈ​ເຖິງ​ຄວາມ​ສຳ​ຄັນ​ທັງ​ໝົດ​ຂອງ​ມັນ​ໄດ້, ແຕ່​ເມື່ອ​ເວ​ລາ​ໄດ້​ຜ່ານ​ໄປ ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໃຈ​ຫລາຍ​ຂຶ້ນ, ແລະ ຂ້າ​ພະ​ເຈົ້າ​ຮູ້​ບຸນ​ຄຸນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ ໃນ​ການ​ໄປ​ຮ່ວມ.”2

ອໍລີເວີ ຄາວເດີຣີ

“ໃນ​ຕອນ​ຄ່ຳ ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ວິນ​ຍານ​ໄດ້​ຖອກ​ເທ​ລົງ​ມາ—ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ຄື​ກັນ​ກັບ​ກ້ອນ​ເມກ​ໃຫຍ່, ລົງ​ມາ ແລະ ປົກ​ຄຸມ​ພຣະ​ວິ​ຫານ, ແລະ ເຕັມ​ຢູ່​ໃນ​ພຣະ​ວິຫານ​ຄື​ກັນ​ກັບ​ລົມ​ອັນ​ມີ​ພະ​ລັງ​ແຮງ. ພ້ອມນີ້ ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເຫັນ​ລີ້ນ​ເປັນ​ຮູບ​ເໝືອນ​ແປວ​ໄຟ ລົງ​ມາ​ຍັງ​ຫລາຍ​ຄົນ, … ຂະ​ນະ​ທີ່​ເຂົາ​ເຈົ້າ​ເວົ້າ​ພາ​ສາ​ຕ່າງໆ ແລະ ທຳ​ນາຍ.”3

ເບັນຈາມິນ ບຣາວ

“ມີ​ພາບ​ນິ​ມິດ​ຫລາຍ​ຢ່າງ​ປະ​ກົດ​ຂຶ້ນ. ບາງ​ຄົນ​ໄດ້​ເຫັນ​ເລົາ ຫລື ກ້ອນ​ເມກຢູ່​ເທິງ​ພຣະ​ວິ​ຫານ, ຮຸ່ງ​ເຫລື້ອມ​ເປັນ​ສີ​ຄຳ​ເມື່ອ​ສະທ້ອນ​ແສງ​ແດດ. ອີກ​ສອງ​ຄົນ​ໄດ້​ເຫັນ​ສາມ​ພຣະ​ອົງ​ລ່ອງ​ລອຍ​ຢູ່​ໃນ​ຫ້ອງ​ພ້ອມ​ກັບກະ​ແຈ​ຫລາຍດວງ​ທີ່​ຮຸ່ງ​ເຫລື້ອມ​ຢູ່​ໃນ​ພຣະ​ຫັດ​ຂອງ​ພວກ​ພຣະ​ອົງ, ແລະ ກໍ​ມີ​ສາຍ​ໂສ້​ທີ່​ຮຸ່ງ​ເຫລື້ອມ​ຢູ່​ໃນ​ພຣະ​ຫັດ​ຂອງ​ພວກ​ພຣະ​ອົງ​ຄື​ກັນ.”4

ອໍສັນ ພະແຣັດ

“ພຣະ​ເຈົ້າ​ໄດ້​ສະ​ຖິດ​ຢູ່​ທີ່ນັ້ນ, ເຫລົ່າທູດ​ສະ​ຫວັນ​ຂອງ​ພຣະ​ອົງ​ກໍ​ຢູ່​ທີ່ນັ້ນ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ກໍ​ຢູ່​ໃນ​ທ່າມ​ກາງ​ຜູ້​ຄົນ … ແລະ ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ອຳ​ນາດ ແລະ ການ​ດົນ​ໃຈ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຈາກ​ຫົວ​ເຖິງ​ຕີນ.”5

ແນນຊີ ນາໂອມີ ອາເລັກ​ແຊນເດີ ທະເຣຊີ

“[ເມື່ອ] ພຣະ​ວິ​ຫານ​ສຳ​ເລັດ ແລະ ອຸ​ທິດ​ແລ້ວ … ມັນ​ແມ່ນ​ສອງມື້​ທີ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ​ຫລາຍ​ທີ່​ສຸດ​ໃນ​ຊີ​ວິດ. ເພງ​ທີ່​ເໝາະ​ສົມ​ທີ່​ຖືກ​ແຕ່ງ​ຂຶ້ນ​ສຳ​ລັບ​ໂອ​ກາດນັ້ນ​ແມ່ນ ‘ພຣະ​ວິນ​ຍານ​ພຣະ​ເຈົ້າ​ເໝືອນ​ດັ່ງ​ໄຟ​ກຳ​ລັງ​ລຸກ​ໄໝ້.’ ມັນ​ເປັນ​ຄວາມ​ຈິງ​ທີ່​ວ່າ ອິດ​ທິ​ພົນ​ຂອງ​ສະ​ຫວັນ​ໄດ້​ຢູ່​ເທິງ​ພຣະ​ວິ​ຫານ​ແຫ່ງນັ້ນ. … ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ມັນ​ເປັນ​ສະ​ຫວັນ​ເທິງ​ໂລກ.”6

ແຫລ່ງ​ອ້າງ​ອີງ

  1. ໃນ Edward W. Tullidge, The Women of Mormondom (1877), 95.

  2. ໃນ Karl Ricks Anderson, Joseph Smith’s Kirtland: Eyewitness Accounts (1996), 182–83.

  3. Oliver Cowdery diary, Mar. 27, 1836, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ.

  4. Benjamin Brown letter to his wife, Sarah, ປະ​ມານ ເດືອນ​ເມສາ 1836, ສິ່ງ​ສະ​ສົມ​ຂອງ​ຄອບ​ຄົວ​ເບັນຈາມິນ ບຣາວ, ຫໍ​ສະ​ໝຸດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ເມືອງ​ເຊົາ​ເລັກ; ເຄື່ອງ​ໝາຍ​ວັກ​ຕອນ ແລະ ອັກ​ສອນ​ຕົວ​ໃຫຍ່ ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ.

  5. Orson Pratt, “Remarks,” Deseret News, Jan. 12, 1876, 788.

  6. ໃນ Richard E. Turley Jr. and Brittany A. Chapman, eds., Women of Faith in the Latter Days (2011), 1:442.

ຮູບ​ພາບ
ໂມເຊ, ອີລາຍ, ແລະ ເອລີຢາ ປະ​ກົດ​ຕົວ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ

Moses, Elias, and Elijah Appear in the Kirtland Temple [ໂມເຊ, ອີລາຍ, ແລະ ເອລີຢາ ປະ​ກົດ​ຕົວ​ຢູ່​ໃນ​ພຣະ​ວິ​ຫານ​ເຄີດແລນ], ໂດຍ ແກຣີ ອີ ສະມິດ

ພິມ