ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021
ວັນທີ 4–10 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111–114: “ເຮົາ​ຈະ​ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ”


“ວັນທີ 4–10 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111–114: ‘ເຮົາ​ຈະ​ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2021 (2020)

“ວັນທີ 4–10 ເດືອນ​ຕຸລາ. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111–114,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບຸກ​ຄົນ ແລະ ຄອບ​ຄົວ: 2021

ຮູບ​ພາບ
ໂຈເຊັບ ສະມິດ ສັ່ງ​ສອນ

ວັນທີ 4–10 ເດືອນ​ຕຸລາ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111–114

“ເຮົາ​ຈະ​ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ”

ໃຫ້​ທູນ​ຂໍ​ການ​ນຳ​ພາ​ຈາກ​ພຣະ​ວິນ​ຍານ​ດ້ວຍ​ການ​ອະ​ທິ​ຖານ ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111–14, ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ. ແລ້ວ​ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ສາ​ມາດ​ປະ​ຕິ​ບັດ​ຕາມ​ຄວາມ​ປະ​ທັບ​ໃຈ​ເຫລົ່າ​ນັ້ນ.

ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ

ທ່ານ​ເຄີຍ​ມີ​ປະ​ສົບ​ການ​ທາງວິນ​ຍານ​ບໍ ທີ່​ເຮັດ​ໃຫ້​ທ່ານ​ຮູ້​ສຶກ​ໝັ້ນ​ໃຈ ແລະ ປອດ​ໄພ ໃນ​ສັດ​ທາ​ຂອງ​ທ່ານ—ແຕ່​ແລ້ວ​ຄວາມ​ທຸກ​ໃນ​ຊີ​ວິດ​ໄດ້​ທົດ​ສອບ​ສັດ​ທາ​ຂອງ​ທ່ານ, ແລະ ທ່ານ​ພົບ​ເຫັນ​ຕົວ​ເອງດີ້ນ​ລົນ​ຫາ​ຄວາມ​ສະ​ຫງົບ​ທີ່​ທ່ານ​ເຄີຍ​ມີ? ສິ່ງ​ທີ່​ຄ້າຍ​ຄື​ກັນ​ນີ້ ກໍ​ໄດ້​ເກີດ​ກັບ​ໄພ່​ພົນ​ຢູ່​ໃນ​ເມືອງ​ເຄີດແລນ​ຄື​ກັນ. ໜ້ອຍກວ່າ​ໜຶ່ງປີ​ຫລັງ​ຈາກ​ການ​ຖອກ​ເທ​ທາງວິນ​ຍານ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຄີດແລນ, ບັນ​ຫາ​ໄດ້​ເກີດ​ຂຶ້ນ. ວິ​ກິດ​ທາງ​ການ​ເງິນ, ຄວາມ​ບາດ​ໝາງ​ຢູ່​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ແລະ ການ​ທົດ​ລອງ​ຢ່າງ​ອື່ນໆ ໄດ້​ເຮັດ​ໃຫ້​ບາງຄົນ​ຫວັ່ນ​ໄຫວ​ໃນ​ສັດ​ທາ​ຂອງ​ຕົນ.

ເຮົາ​ບໍ່​ສາ​ມາດ​ຫລີກ​ເວັ້ນ​ຈາກ​ການ​ທົດ​ລອງ, ສະ​ນັ້ນ ເຮັດ​ແນວ​ໃດ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ປ້ອງ​ກັນ​ມັນ​ບໍ່​ໃຫ້​ຄຸກ​ຄາມ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໄດ້? ບາງ​ທີ​ພາກສ່ວນ​ໜຶ່ງ​ຂອງ​ຄຳ​ຕອບ ອາດ​ພົບ​ເຫັນ​ຢູ່​ໃນ​ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112, ຊຶ່ງ​ໄດ້​ມອບ​ໃຫ້​ຂະ​ນະ​ທີ່ຄວາມ​ຍາກ​ລຳ​ບາກ​ຢູ່​ໃນ​ເມືອງ​ເຄີດແລນ ເພີ່ມ​ທະ​ວີ​ຂຶ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຮັດ​ໃຫ້​ໃຈ​ຂອງ​ເຈົ້າ​ບໍ​ລິ​ສຸດ​ຢູ່​ຕໍ່​ໜ້າ​ເຮົາ” (ຂໍ້ທີ 28), “ຢ່າ​ກະ​ບົດ” (ຂໍ້ທີ 15), “ຈົ່ງ​ຄາດ​ແອວ​ຂອງ​ເຈົ້າ​ເພື່ອ​ວຽກ​ງານນັ້ນ” (ຂໍ້ທີ 7), ແລະ “ຈົ່ງ​ຖ່ອມ​ຕົວ” (ຂໍ້ທີ 10). ເມື່ອທີ່​​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ຈະ “ຈູງ​ມື​ພາ [ເຮົາ] ໄປ” ຜ່ານ​ຜ່າ​ຄວາມ​ຍາກ​ລຳ​ບາກ ແລະ ໄປ​ສູ່​ການ​ປິ່ນ​ປົວ ແລະ ຄວາມ​ສະ​ຫງົບ​ສຸກ (ເບິ່ງ ຂໍ້ທີ 10, 13).

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການສຶກ​ສາ​ສ່ວນ​ຕົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ສ່ວນ​ຕົວ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111

ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ “ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ [ຂອງ​ເຮົາ].”

ເມື່ອ​ເຖິງ​ປີ 1836, ສາດ​ສະ​ໜາ​ຈັກ​ໄດ້​ມີໜີ້​ສິນ​ຫລາຍ​ໃນ​ການ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ໂຈເຊັບ ສະມິດ ແລະ ຄົນ​ອື່ນໆ​ເປັນ​ຫ່ວງ​ກ່ຽວ​ກັບ​ໜີ້​ສິນ​ເຫລົ່າ​ນີ້ ແລະ ໄດ້ຊອກ​ຫາ​ທາງ​ຈ່າຍ​ໜີ້​ສິນ, ພວກ​ເພິ່ນ​ໄດ້​ເດີນ​ທາງ​ໄປ​ເມືອງ​ຊາເລັມ, ລັດ​ມາສາ​ຊູເສດສ໌, ບາງ​ທີ​ເພາະ​ຂ່າວ​ເລົ່າ​ລື​ວ່າ ມີ​ເງິນ​ຈຳ​ນວນ​ໜຶ່ງ​ຖືກ​ປະ​ຖິ້ມ​ຢູ່​ໃນ​ເຮືອນ​ຫລັງ​ໜຶ່ງ​ຢູ່​ທີ່ນັ້ນ (ເບິ່ງ ຫົວ​ຂໍ້​ພາກ​ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111). ຫລັງ​ຈາກ​ພວກ​ເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ຊາເລັມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ, “ມີ​ຊັບ​ສົມ​ບັດ​ຢ່າງ​ຫລວງ​ຫລາຍກວ່າ​ໜຶ່ງ​ຢ່າງ​ໃຫ້​ພວກ​ເຈົ້າ​ຢູ່​ໃນ​ເມືອງນີ້” (ຂໍ້ທີ 10)—ຊັບ​ສົມ​ບັດ​ທີ່​ລວມ​ທັງ​ຜູ້​ຄົນ​ທີ່​ພຣະ​ອົງ​ຈະ “ເຕົ້າ​ໂຮມ​ອອກ​ມາ​ໃນ​ເວ​ລາ​ອັນ​ເໝາະ​ສົມ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊີ​ໂອນ” (ຂໍ້ທີ 2; ເບິ່ງ ອົບພະຍົບ 19:5 ນຳ​ອີກ). ເຖິງ​ແມ່ນ​ວ່າ ພວກ​ເພິ່ນບໍ່​ພົບ​ເຫັນ​ເງິນ​ຢູ່​ເມືອງ​ຊາເລັມ, ແຕ່​ຕໍ່ມາ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ມາ​ຈາກ​ບ່ອນນັ້ນ​ດ້ວຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ໄດ້​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ບັນ​ລຸ​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຂະ​ນະ​ທີ່​ທ່ານ​ອ່ານ ພາກທີ 111, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ເປັນ​ຫ່ວງ​ນຳ. ໃຫ້​ພິ​ຈາ​ລະ​ນາ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ໂຈເຊັບ ອາດ​ກ່ຽວ​ຂ້ອງ​ກັບ​ທ່ານ​ແນວ​ໃດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ທ່ານ​ໃຫ້​ພົບ​ເຫັນ “ຊັບ​ສົມ​ບັດ” ທີ່ບໍ່​ຄາດ​ຄິດ​ແນວ​ໃດ? (ຂໍ້ທີ 10). ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ ໃນ​ການ “ສັ່ງ​ທຸກ​ສິ່ງ​ທັງ​ປວງ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຈົ້າ” (ຂໍ້ທີ 11). ສຳ​ນວນ​ທີ່​ວ່າ “ໃຫ້​ໄວ​ເທົ່າ​ທີ່​ພວກ​ເຈົ້າ​ຮັບ​ມັນ​ໄດ້” ສິດ​ສອນ​ທ່ານ​ກ່ຽວ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ແນວ​ໃດ?

ເບິ່ງ ມັດທາຍ 6:19–21, 33; “More Treasures Than One,” Revelations in Context, 229–34 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:3–15

ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ຜູ້​ທີ່​ສະ​ແຫວງ​ຫາ​ວຽກ​ງານ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ຖ່ອມ​ຕົວ.

ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ໄດ້​ເສື່ອມ​ໂຊມ​ລົງ​ໃນ​ລະ​ດູ​ຮ້ອນ​ຂອງ​ປີ 1837. ມີ​ຄວາມ​ຄິດ​ທີ່​ແຕກ​ຕ່າງ​ກັນ​ເລື່ອງ​ໜ້າ​ທີ່​ຮັບ​ຜິດ​ຊອບ, ແລະ ສະ​ມາ​ຊິກ​ບາງ​ຄົນ​ໄດ້​ເວົ້າ​ຕໍ່​ຕ້ານ​ສາດ​ສະ​ດາ ໂຈເຊັບ ສະມິດ. ທອມມັສ ບີ ມາສ໌, ເວ​ລານັ້ນ​ໄດ້​ເປັນ​ປະ​ທານ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ມີ​ຄວາມ​ເປັນ​ຫ່ວງ, ແລະ ເພິ່ນ​ໄດ້​ຈາກ​ລັດ​ມີເຊີຣີ ໄປຫາ​ລັດ​ໂອໄຮໂອ, ສະແຫວງ​ຫາ​ຄຳ​ແນະ​ນຳ​ຈາກ​ສາດ​ສະ​ດາ. ບຣາເດີ ມາສ໌ ໄດ້​ຮັບ​ຄຳ​ແນະ​ນຳ​ຜ່ານ​ທາງ​ການ​ເປີດ​ເຜີຍ ຢູ່​ໃນ ພາກທີ 112. ຄຳ​ແນະ​ນຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອາດ​ຊ່ວຍ​ເພິ່ນ ແລະ ກຸ່ມ​ຂອງ​ເພິ່ນ​ແນວ​ໃດ? ບົດ​ຮຽນ​ໃດ​ແດ່ແມ່ນ​ສຳ​ລັບ​ທ່ານ ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ​ເອົາ​ຊະ​ນະ​ການ​ຂັດ​ແຍ້ງ ແລະ ຄວາມ​ຮູ້​ສຶກ​ທີ່ບາດ​ໝາງ?

ໃຫ້​ທ່ານ​ພິ​ຈາ​ລະ​ນາ​ໂດຍ​ສະ​ເພາະ ຂໍ້ທີ 10. ຄຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ “ຈູງ​ມື” ພາ​ທ່ານ​ໄປ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເປັນ​ຫຍັງ​ການ​ນຳ​ພາ​ເຊັ່ນ​ນີ້ ຈຶ່ງ​ຮຽກ​ຮ້ອງ​ຄວາມ​ຖ່ອມ​ຕົວ?

ເບິ່ງ Ulisses Soares, “Be Meek and Lowly of Heart,” Ensign ຫລື Liahona, Nov. 2013, 9–11; “The Faith and Fall of Thomas Marsh,” Revelations in Context, 54–60 ນຳ​ອີກ.

ຮູບ​ພາບ
ສອງ​ຄົນ​ກຳ​ລັງ​ອະ​ທິ​ຖານ

ຖ້າ​ຫາກ​ເຮົາ​ຖ່ອມ​ຕົວ, ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ພາ​ເຮົາ ແລະ ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113

ໂຈເຊັບ ສະມິດ ໄດ້​ເປັນ “ຜູ້​ຮັບ​ໃຊ້​ຄົນ​ໜຶ່ງ​ຢູ່​ໃນ​ພຣະ​ຫັດ​ຂອງ​ພຣະ​ຄຣິດ.”

ເອ​ຊາ​ຢາ​ໄດ້​ກ່າວ​ເຖິງ​ລູກ​ຫລານ​ຂອງ​ເຢຊີ ວ່າ​ເປັນ “ກົກໄມ້” ແລະ ເປັນ “ຮາກ” (ເອຊາຢາ 11:1, 10). ໃນ ພາກທີ 113, ພຣະ​ຜູ້​ເປັນ​ເຈົ້າ​ອະ​ທິ​ບາຍ​ວ່າ ລູກ​ຫລານ​ເຫລົ່າ​ນີ້, ຜູ້​ຮັບ​ໃຊ້​ຂອງ​ພຣະ​ຄຣິດ, ຈະ​ເປັນ​ເຄື່ອງ​ມື​ໃນ​ການ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຍຸກ​ສຸດ​ທ້າຍ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:4, 6)—ຄຳ​ທຳ​ນາຍ​ທີ່​ບັນ​ຍາຍ​ກ່ຽວ​ກັບ​ສາດ​ສະ​ດາ ໂຈເຊັບ ສະມິດ ເປັນ​ຢ່າງ​ດີ. ຄວາມ​ຈິງນີ້ ແລະ ຢ່າງ​ອື່ນໆ ຢູ່​ໃນ ພາກທີ 113 ໄດ້​ເປັນ​ກຳ​ລັງ​ໃຈ​ໃຫ້​ໄພ່​ພົນ​ລະ​ຫວ່າງ​ທີ່​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຢູ່​ໃນ​ເມືອງ​ເຄີດແລນ​ແນວ​ໃດ? ທ່ານ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ການ​ເປີດ​ເຜີຍ ທີ່​ດົນ​ໃຈ​ທ່ານ​ໃຫ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກວັນ​ນີ້?

ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ເຢຊີ,” scriptures.ChurchofJesusChrist.org; 2 ນີໄຟ 21:10–12; ໂຈເຊັບ ສະມິດ—ປະຫວັດ 1:40 ນຳ​ອີກ.

ຮູບ​ພາບ
ຮູບ​ເຄື່ອງ​ໝາຍ​ການ​ສຶກ​ສາ​ເປັນ​ຄອບ​ຄົວ

ແນວ​ຄິດ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ ແລະ ການ​ສັງ​ສັນ​ໃນ​ຕອນ​ແລງ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 111:2, 9–11.ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊຸກ​ຍູ້​ການ​ສົນ​ທະ​ນາ​ກ່ຽວ​ກັບ​ສິ່ງ​ທີ່​ຄອບ​ຄົວ​ຂອງ​ທ່ານ​ຖື​ວ່າ​ເປັນ “ຊັບ​ສົມ​ບັດ” ນິ​ລັນ​ດອນ. ທ່ານ​ສາ​ມາດ​ຫລິ້ນ​ການ​ຊອກ​ຫາ​ຊັບ​ສົມ​ບັດ​ບາງ​ຢ່າງ​ຢູ່​ໃນ​ເຮືອນ​ທ່ານ ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ເປັນ​ສົມ​ບັດ ຫລື ຖື​ວ່າ​ມີ​ຄ່າ. ເມື່ອ​ຄອບ​ຄົວ​ຂອງ​ທ່ານ​ຊອກ​ເຫັນ​ແຕ່​ລະ​ຢ່າງ, ໃຫ້​ສົນ​ທະ​ນາ​ສິ່ງ​ທີ່​ພວກ​ທ່ານ​ສາ​ມາດ​ເຮັດ ເພື່ອ​ສະ​ແດງວ່າ​ມັນ​ມີຄຸນ​ຄ່າ​ຕໍ່​ພວກທ່ານ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:10.ແອວເດີ ຢູລິດຊິສ໌ ໂຊອາເຣສ໌ ໄດ້​ບັນ​ຍາຍ​ຜູ້​ຄົນ​ທີ່​ຖ່ອມ​ຕົວ​ໃນ​ທາງນີ້​ວ່າ: “ຄົນ​ທີ່​ຖ່ອມ​ຕົວ​ເປັນ​ຄົນ​ທີ່​ສອນ​ງ່າຍ, ຮັບ​ຮູ້​ວ່າ​ເຂົາ​ເຈົ້າ​ເພິ່ງ​ພຣະ​ເຈົ້າ ແລະ ປາດ​ຖະ​ໜາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ຄົນ​ຖ່ອມ​ຕົວ​ເປັນ​ຄົນ​ອ່ອນ​ໂຍນ ແລະ ມີ​ຄວາມ​ສາ​ມາດ​ທີ່​ຈະ​ເປັນ​ອິດ​ທິ​ພົນ​ໃຫ້​ແກ່​ຄົນ​ອື່ນ​ໃຫ້​ເປັນ​ຄື​ກັນ​ກັບ​ເຂົາ​ເຈົ້າ” (“Be Meek and Lowly of Heart,” Ensign ຫລື Liahona, Nov. 2013, 10). ໃຫ້​ຄິດ​ຫາ​ທາງ​ທີ່​ຈະ​ຊ່ວຍ​ຄອບ​ຄົວ​ຂອງ​ທ່ານ​ໃຫ້​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ການ​ເປັນ​ຄົນ​ຖ່ອມ​ຕົວ. ພວກ​ທ່ານ​ສາ​ມາດ​ຮ້ອງ​ເພງ​ໜຶ່ງ​ກ່ຽວ​ກັບ​ຄວາມ​ຖ່ອມ​ຕົວ, ດັ່ງ​ເຊັ່ນ “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28), ຂະ​ນະ​ທີ່​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຄົນ​ໜຶ່ງ “ຈູງ​ມື” ສະ​ມາ​ຊິກ​ຄົນ​ອື່ນໆ ແລະ ພາ​ກັນ​ຍ່າງຢູ່​ໃນ​ເຮືອນ. ຫລື ໃຫ້​ແບ່ງ​ປັນ​ປະ​ສົບ​ການ ຕອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ “ຈູງ​ມື” ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ທ່ານ​ໄປ ແລະ “ຕອບ​ຄຳ​ອະ​ທິ​ຖານ​ຂອງ [ເຂົາ​ເຈົ້າ].”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:11–14, 26.ແມ່ນ​ຫຍັງ​ຄື​ຄວາມ​ແຕກ​ຕ່າງ​ລະ​ຫວ່າງ​ການ​ຮູ້​ຈັກ​ຊື່​ຂອງ​ບາງ​ຄົນ ແລະ ການ​ຮູ້​ຈັກ​ຕົວ​ເຂົາ​ເຈົ້າ? ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ຂໍ້ທີ 11–14 ເຖິງ​ຄວາມ​ໝາຍ​ຂອງ​ການ​ຮູ້​ຈັກ​ພຣະ​ຜູ້​ເປັນ​ເຈົ້າ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112:15.ຄຳ​ວ່າ “ກະ​ບົດ” ຕ້ານ​ສາດ​ສະ​ດາ ໝາຍ​ຄວາມ​ວ່າ​ແນວ​ໃດ? ເຮົາ​ພົບ​ເຫັນ​ຫຍັງ​ແດ່​ຢູ່​ໃນ​ຂໍ້​ນີ້ ທີ່​ຊ່ວຍ​ເຮົາ​ໃຫ້​ຢາກ​ສະ​ໜັບ​ສະ​ໜູນ​ສາດ​ສະ​ດາ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:7–8.ເຮົາ​ຮຽນ​ຮູ້​ຫຍັງ​ແດ່​ຈາກ ຂໍ້ທີ 8 ທີ່​ຈະ​ຊ່ວຍ “ນຳ​ຊີໂອນ​ມາ​ອີກ” ແລະ ໄຖ່​ອິດສະ​ຣາເອນ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ສິດ​ສອນ​ເດັກ​ນ້ອຍ, ໃຫ້​ເບິ່ງ ໂຄງ​ຮ່າງ​ຂອງ​ອາ​ທິດນີ້ ຢູ່​ໃນ ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ຊັ້ນ​ປະ​ຖົມ​ໄວ.

ເພງ​ແນະ​ນຳ: “ພຣະ​ຜູ້​ຊ່ວຍ​ດ້ວຍ​ຄວາມ​ຖ່ອມ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 28.

ການ​ປັບ​ປຸງ​ການ​ສິດ​ສອນ​ຂອງ​ເຮົາ

ດຳ​ເນີນ​ຊີ​ວິດ​ຕາມ​ປະຈັກ​ພະ​ຍານ​ຂອງ​ທ່ານ “‘ທ່ານ​ສອນ​ສິ່ງ​ທີ່​ທ່ານ​ເປັນ,’ ແອວເດີ ນຽວ ເອ ແມ໊ກ​ສະແວວ ໄດ້​ສິດ​ສອນ. ‘ລັກ​ສະ​ນະ​ນິ​ໄສ​ຂອງ​ທ່ານ​ຈະ​ເປັນ​ສິ່ງ​ໜ້າ​ຊົງ​ຈຳ​ຫລາຍ​ກວ່າ … ຄວາມ​ຈິງ​ໃດ​ໜຶ່ງ ຢູ່​ໃນ​ບົດ​ຮຽນ​ໃດ​ໜຶ່ງ’” (Teaching in the Savior’s Way, 13).

ຮູບ​ພາບ
ທອມມັສ ບີ ມາສ໌ ແລະ ໂຈເຊັບ ສະມິດ

ທອມມັສ ບີ ມາສ໌ ບັນ​ທຶກ​ການ​ເປີດ​ເຜີຍ​ທີ່ມອບ​ໃຫ້​ແກ່​ເພິ່ນ ຜ່ານ​ທາງ​ໂຈເຊັບ ສະມິດ. Be Thou Humble [ຈົ່ງ​ຖ່ອມ​ຕົວ], ໂດຍ ຈູລີ ຣໍເຈີສ໌.

ພິມ